ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 3

ພະເຢໂຫວາ​ໃຫ້​ເຈົ້າ​ປະສົບ​ຜົນ​ສຳເລັດ

ພະເຢໂຫວາ​ໃຫ້​ເຈົ້າ​ປະສົບ​ຜົນ​ສຳເລັດ

“ພະເຢໂຫວາ​ຢູ່​ກັບ​ໂຢເຊັບ . . . ໄດ້​ຊ່ວຍ​ລາວ​ໃຫ້​ເຮັດ​ວຽກ​ທຸກ​ຢ່າງ​ປະສົບ​ຜົນ​ສຳເລັດ.”—ປຖກ. 39:2, 3, ລ.ມ.

ເພງ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່ ແລະ​ເພື່ອນ​ຂອງ​ຂ້ອຍ

ໃຈ​ຄວາມ​ສຳຄັນ a

1-2. (ກ) ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ແປກໃຈ​ເມື່ອ​ເຈິ​ກັບ​ບັນຫາ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

 ເຮົາ​ທີ່​ເປັນ​ປະຊາຊົນ​ຂອງ​ພະເຢໂຫວາ​ເຮົາ​ບໍ່​ແປກໃຈ​ເລີຍ​ເມື່ອ​ເຈິ​ກັບ​ບັນຫາ ເພາະ​ເຮົາ​ຮູ້​ສິ່ງ​ທີ່​ຄຳພີໄບເບິນ​ບອກ​ທີ່​ວ່າ: “ພວກ​ເຮົາ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໂດຍ​ຜ່ານ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ.” (ກຈກ. 14:22) ເຮົາ​ຍັງ​ຮູ້​ວ່າ​ບັນຫາ​ບາງ​ຢ່າງ​ຈະ​ຍັງ​ບໍ່​ໝົດ​ໄປ​ຈົນ​ກວ່າ​ເຮົາ​ຈະ​ໄດ້​ຢູ່​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ ເພາະ​ຄຳພີໄບເບິນ​ບອກ​ວ່າ​ໃນ​ໂລກ​ໃໝ່ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່ໄປ ຄວາມ​ໂສກເສົ້າ​ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ​ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.”—ພນມ. 21:4

2 ພະເຢໂຫວາ​ບໍ່​ໄດ້​ປົກປ້ອງ​ເຮົາ​ຈາກ​ບັນຫາ​ຕ່າງໆ. ແຕ່​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ເຫຼົ່າ​ນັ້ນ​ໄດ້. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໂປໂລ​ຂຽນ​ເຖິງ​ພີ​ນ້ອງ​ໃນ​ເມືອງ​ໂຣມ. ໃນ​ຕອນ​ຕົ້ນ​ຂອງ​ຈົດໝາຍ​ລາວ​ໄດ້​ເວົ້າ​ເຖິງ​ບັນຫາ​ຫຼາຍ​ຢ່າງ​ທີ່​ລາວ​ແລະ​ພີ່ນ້ອງ​ເຈິ. ຈາກ​ນັ້ນ​ລາວ​ກໍ​ເວົ້າ​ວ່າແຕ່ “ພວກ​ເຮົາ​ກໍ​ຜ່ານ​ມັນ​ມາ​ໄດ້​ແລະ​ໄດ້​ຮັບ​ໄຊ​ຊະນະ​ຢ່າງ​ເດັດຂາດ​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ນັ້ນ​ທີ່​ຮັກ​ພວກ​ເຮົາ.” (ຣມ. 8:35-37) ນີ້​ສະແດງ​ໃຫ້​ເຫັນ​ວ່າ ເຖິງ​ວ່າ​ເຮົາ​ກຳລັງ​ເຈິ​ກັບ​ບັນຫາ​ຢູ່ ແຕ່​ພະເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ມັນ​ໄປ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ແນວໃດ ແລະ​ເພິ່ນ​ຈະ​ຊ່ວຍ​ເຮົາ​ແນວໃດ.

ເມື່ອ​ສະພາບການ​ປ່ຽນ​ໄປ​ແບບ​ບໍ່​ຄາດ​ຄິດ

3. ຊີວິດ​ຂອງ​ໂຢເຊັບ​ປ່ຽນ​ໄປ​ແບບ​ບໍ່​ຄາດ​ຄິດ​ແນວໃດ?

3 ຢາໂຄບ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ລາວ​ຮັກ​ໂຢເຊັບ​ຫຼາຍ​ເປັນ​ພິເສດ. ຍ້ອນ​ແນວ​ນັ້ນ ພວກ​ອ້າຍ​ຈຶ່ງ​ຊັງ​ໂຢເຊັບ​ຫຼາຍ. (ປຖກ. 37:3, 4) ເມື່ອ​ມີ​ໂອກາດ​ເຂົາເຈົ້າ​ກໍ​ຂາຍ​ໂຢເຊັບ​ໃຫ້​ພວກ​ພໍ່​ຄ້າ​ຄົນ​ມິ​ດີ​ອານ ແລ້ວ​ພວກ​ພໍ່​ຄ້າ​ກໍ​ເອົາ​ໂຢເຊັບ​ໄປ​ຂາຍ​ຕໍ່​ຢູ່​ເອຢິບ ເຊິ່ງ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ຂອງ​ລາວ​ຫຼາຍ​ຮ້ອຍ​ກິໂລແມັດ. ລາວ​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ໂປຕີຟາ​ເຊິ່ງ​ເປັນ​ຫົວໜ້າ​ທະຫານ​ປົກປ້ອງ​ຟາໂຣ. ຊີວິດ​ຂອງ​ໂຢເຊັບ​ປ່ຽນ​ໄປ​ແບບ​ບໍ່​ຄາດ​ຄິດ ຈາກ​ທີ່​ເປັນ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ຂອງ​ພໍ່​ໄດ້​ກາຍ​ມາ​ເປັນ​ທາດ​ທີ່​ຕ່ຳຕ້ອຍ​ຂອງ​ຄົນ​ເອຢິບ.—ປຖກ. 39:1

4. ເຮົາ​ອາດຈະ​ເຈິ​ບັນຫາ​ຫຍັງ​ແນ່?

4 ຄຳພີໄບເບິນ​ບອກ​ວ່າ: “ເຫດການ​ທີ່​ບໍ່​ຄາດ​ຄິດ​ອາດ​ເກີດ​ຂຶ້ນ​ກັບ​ພວກ​ເຮົາ​ທຸກ​ຄົນ​ໃນ​ເວລາ​ທີ່​ຄາດ​ບໍ່​ເຖິງ.” (ຜູ້ປ. 9:11, ລ.ມ.) ບາງ​ຄັ້ງ​ເຮົາ​ກໍ​ເຈິ​ບັນຫາ​ທີ່​ເຄີຍ “ເກີດ​ຂຶ້ນ​ກັບ​ຄົນອື່ນ​ມາ​ແລ້ວ.” ນັ້ນ​ແມ່ນ​ຄວາມ​ລຳບາກ​ທີ່​ມະນຸດ​ທົ່ວໄປ​ເຈິ​ໃນ​ຊີວິດ. (1ກຣ. 10:13) ຫຼື​ບາງ​ຄັ້ງ​ເຮົາ​ອາດຈະ​ເຈິ​ບັນຫາ​ຍ້ອນ​ເຮົາ​ເປັນ​ລູກສິດ​ຂອງ​ພະເຢຊູ. ຕົວຢ່າງ​ເຊັ່ນ: ເຮົາ​ອາດຈະ​ຖືກ​ເຍາະເຍີ້ຍ ຖືກ​ຕໍ່ຕ້ານ ຫຼື​ຖືກ​ຂົ່ມເຫງ​ຍ້ອນ​ຄວາມເຊື່ອ​ຂອງ​ເຮົາ. (2ຕມ. 3:12) ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ໃນ​ຮູບແບບ​ໃດ​ກໍ​ຕາມ ພະເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ບັນຫາ​ນັ້ນ​ໄປ​ໄດ້. ພະເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ແນວໃດ?

ພະເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ໃຫ້​ປະສົບ​ຜົນ​ສຳເລັດ ແມ່ນ​ແຕ່​ຕອນ​ທີ່​ລາວ​ຖືກ​ຂາຍ​ໄປ​ເປັນ​ທາດ​ຂອງ​ໂປຕີຟາ​ຢູ່​ໃນ​ປະເທດ​ເອຢິບ (ເບິ່ງ​ຂໍ້ 5)

5. ໂປຕີຟາ​ເຂົ້າໃຈ​ວ່າ​ໂຢເຊັບ​ປະສົບ​ຜົນ​ສຳເລັດ​ຍ້ອນຫຍັງ? (ປະຖົມມະການ 39:2-6)

5 ອ່ານ​ປະຖົມມະການ 39:2-6. ໂປຕີຟາ​ໄດ້​ສັງເກດ​ເຫັນ​ວ່າ​ໂຢເຊັບ​ເປັນ​ຄົນ​ເກັ່ງ​ແລະ​ດຸ​ໝັ່ນ​ໃນ​ການ​ເຮັດ​ວຽກ. ແຕ່​ລາວ​ຮູ້​ວ່າ​ທີ່​ເປັນ​ແບບນັ້ນ​ຍ້ອນຫຍັງ? ໂປຕີຟາ​ເຫັນ​ວ່າ “ພະເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ໃຫ້​ເຮັດ​ທຸກ​ຢ່າງ​ປະສົບ​ຜົນ​ສຳເລັດ.” b ໃນທີ່ສຸດ ລາວ​ກໍ​ໄດ້​ແຕ່ງຕັ້ງ​ໂຢເຊັບ​ໃຫ້​ເປັນ​ຜູ້​ຊ່ວຍ​ແລະ​ເບິ່ງແຍງ​ທຸກ​ຢ່າງ​ໃນ​ເຮືອນ​ຂອງ​ລາວ. ແລ້ວ​ຜົນ​ເປັນ​ແນວໃດ? ໂປຕີຟາ​ກໍ​ໄດ້​ຮັ່ງມີ​ຂຶ້ນ.

6. ໂຢເຊັບ​ອາດຈະ​ຮູ້ສຶກ​ແນວໃດ​ກັບ​ສະພາບການ​ຂອງ​ລາວ?

6 ໃຫ້​ເຮົາ​ເບິ່ງ​ວ່າ​ໂຢເຊັບ​ຈະ​ຮູ້ສຶກ​ແນວໃດ. ສິ່ງ​ທີ່​ໂຢເຊັບ​ຕ້ອງການ​ຫຼາຍ​ທີ່ສຸດ​ແມ່ນ​ຫຍັງ? ລາວ​ຢາກ​ໃຫ້​ໂປຕີຟາ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ພິເສດ​ແລະ​ໃຫ້​ລາງວັນ​ກັບ​ລາວ​ບໍ? ຄື​ຊິ​ບໍ່​ແມ່ນ. ທີ່​ຈິງ​ແລ້ວ ລາວ​ຢາກ​ໄດ້​ອິດ​ສະຫຼະ​ແລະ​ກັບ​ບ້ານ​ໄປ​ຫາ​ພໍ່. ເຖິງ​ວ່າ​ໂຢເຊັບ​ຈະ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ນາຍ ແຕ່​ໂຢເຊັບ​ກໍ​ຍັງ​ເປັນ​ທາດ​ຢູ່​ແລະ​ຮັບໃຊ້​ນາຍ​ທີ່​ບໍ່​ໄດ້​ນະມັດສະການ​ພະເຢໂຫວາ. ເຖິງ​ວ່າ​ສິ່ງ​ທີ່​ໂຢເຊັບ​ຕ້ອງການ​ແມ່ນ​ຢາກ​ກັບ​ບ້ານ ແຕ່​ພະເຢໂຫວາ​ກໍ​ບໍ່​ໄດ້​ໃຫ້​ຕາມ​ທີ່​ລາວ​ໄດ້​ຕ້ອງການ. ແຖມ​ຊີວິດ​ລາວ​ຕໍ່​ຈາກ​ນີ້​ຈະ​ຮ້າຍແຮງ​ຂຶ້ນ.

ເມື່ອ​ສະພາບການ​ຮ້າຍແຮງ​ຂຶ້ນ

7. ຊີວິດ​ຂອງ​ໂຢເຊັບ​ຮ້າຍແຮງ​ຂຶ້ນ​ແນວໃດ? (ປະຖົມມະການ 39:14, 15)

7 ໃນ​ປະຖົມມະການ​ບົດ 39 ບອກ​ວ່າ ເມຍ​ໂປຕີຟາ​ພະຍາຍາມ​ຊັກຊວນ​ໂຢເຊັບ​ຫຼາຍ​ເທື່ອ​ໃຫ້​ນອນ​ນຳ ແຕ່​ໂຢເຊັບ​ໄດ້​ປະຕິເສດ. ໃນທີ່ສຸດ ເມຍ​ໂປຕີຟາ​ຈຶ່ງ​ໃຈຮ້າຍ​ແລະ​ໃສ່​ຮ້າຍ​ໂຢເຊັບ​ວ່າ ພະຍາຍາມ​ຈະ​ຂົ່ມຂືນ​ລາວ. (ອ່ານ​ປະຖົມມະການ 39:14, 15) ເມື່ອ​ໂປຕີຟາ​ໄດ້​ຍິນ​ແບບນັ້ນ ກໍ​ໄດ້​ສັ່ງ​ໃຫ້​ຈັບ​ໂຢເຊັບ​ໄປ​ຂັງ​ໃນ​ຄຸກ ແລະ​ໂຢເຊັບ​ຕ້ອງ​ຕິດ​ຄຸກ​ເປັນ​ເວລາ​ຫຼາຍ​ປີ. (ປຖກ. 39:19, 20) ຊີວິດ​ໃນ​ຄຸກ​ເປັນ​ແນວໃດ? ຄຳ​ວ່າ “ຄຸກ” ທີ່​ໂຢເຊັບ​ໃຊ້​ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ “ຂຸມ.” ນັ້ນ​ໝາຍ​ຄວາມ​ວ່າ​ໂຢເຊັບ​ຢູ່​ໃນ​ຂຸມ​ທີ່​ມືດ​ແລະ​ເຮັດ​ໃຫ້​ຮູ້ສຶກ​ບໍ່​ມີ​ຫວັງ. (ປຖກ. 40:15, ລ.ມ., ໄຂເງື່ອນ) ຄຳພີໄບເບິນ​ຍັງ​ບອກ​ວ່າ​ຕີນ​ຂອງ​ໂຢເຊັບ​ຖືກ​ລ່າມ​ໂສ້​ແລະ​ຄໍ​ຂອງ​ລາວ​ຖືກ​ໃສ່​ປອກ​ເຫຼັກ. (ເພງ. 105:17, 18) ເຮົາ​ເຫັນ​ໄດ້​ວ່າ ຊີວິດ​ຂອງ​ໂຢເຊັບ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ. ຈາກ​ການ​ເປັນ​ທາດ​ທີ່​ໜ້າ​ໄວ້ໃຈ​ກາຍ​ມາ​ເປັນ​ນັກ​ໂທດ.

8. ເຖິງ​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ​ແຕ່​ເຮົາ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

8 ເຈົ້າ​ເຄີຍ​ເປັນ​ແບບ​ນີ້​ບໍ ເຖິງ​ວ່າ​ຈະ​ອະທິດຖານ​ຫຼາຍ​ເທື່ອ​ເພື່ອ​ຂໍ​ໃຫ້​ພະເຢໂຫວາ​ຊ່ວຍ ແຕ່​ສະພາບການ​ກໍ​ບໍ່​ດີ​ຂຶ້ນ​ເລີຍ? ເຮົາ​ອາດຈະ​ເຄີຍ​ເປັນ​ແບບນັ້ນ ຍ້ອນ​ວ່າ​ພະເຢໂຫວາ​ບໍ່​ໄດ້​ປົກປ້ອງ​ເຮົາ​ຈາກ​ບັນຫາ​ຕ່າງ​ທີ່​ຢູ່​ໃນ​ໂລກ​ຂອງ​ຊາຕານ. (1ຢຮ. 5:19) ແຕ່​ເຮົາ​ກໍ​ໝັ້ນໃຈ​ວ່າ ພະເຢໂຫວາ​ເຫັນ​ເຫດການ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ ແລະ​ຢາກ​ຊ່ວຍ​ເຮົາ. (ມທ. 10:29-31; 1ປຕ. 5:6, 7) ພະເຢໂຫວາ​ສັນຍາ​ວ່າ “ເຮົາ​ຈະ​ບໍ່​ມີ​ວັນ​ປະ​ເຈົ້າ ເຮົາ​ຈະ​ບໍ່​ມີ​ວັນ​ຖິ້ມ​ເຈົ້າ.” (ຮຣ. 13:5) ຈາກ​ຂໍ້​ພະຄຳພີ​ນີ້​ເຮົາ​ເຫັນ​ໄດ້​ວ່າ ພະເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້ ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ສະພາບການ​ທີ່​ຮ້າຍແຮງ​ແລະ​ເບິ່ງ​ຄື​ວ່າ​ບໍ່​ມີ​ຫວັງ​ແລ້ວ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ໂຢເຊັບ​ນຳ​ກັນ.

ພະເຢໂຫວາ​ຢູ່​ນຳ​ໂຢເຊັບ ແມ່ນ​ແຕ່​ຕອນ​ທີ່​ລາວ​ຢູ່​ໃນ​ຄຸກ​ແລະ​ເປັນ​ຜູ້​ເບິ່ງແຍງ​ນັກ​ໂທດ​ຄົນອື່ນໆ (ເບິ່ງ​ຂໍ້ 9)

9. ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຢູ່​ນຳ​ໂຢເຊັບ​ຕອນ​ທີ່​ລາວ​ຢູ່​ໃນ​ຄຸກ? (ປະຖົມມະການ 39:21-23)

9 ອ່ານ​ປະຖົມມະການ 39:21-23. ພະເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ໃຫ້​ປະສົບ​ຜົນ​ສຳເລັດ​ແນວໃດ​ຕອນ​ທີ່​ຢູ່​ໃນ​ຄຸກ? ໂຢເຊັບ​ຄ່ອຍໆ​ໄດ້​ຮັບ​ຄວາມ​ນັບ​ຖື​ແລະ​ຄວາມ​ໄວ້ໃຈ​ຈາກ​ຫົວໜ້າ​ຜູ້​ຄຸມ​ຄຸກ ຄື​ກັບ​ຕອນ​ທີ່​ລາວ​ຢູ່​ກັບ​ໂປຕີຟາ. ໃນທີ່ສຸດ​ລາວ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ນັກ​ໂທດ​ຄົນອື່ນໆ​ທີ່​ຢູ່​ໃນ​ຄຸກ. ຄຳພີໄບເບິນ​ບອກ​ວ່າ: “ເມື່ອ​ມອບ​ວຽກ​ໃຫ້​ໂຢເຊັບ​ເຮັດ ຫົວໜ້າ​ຜູ້​ຄຸມ​ຄຸກ​ກໍ​ບໍ່​ຕ້ອງ​ກັງວົນ​ເລື່ອງ​ຫຍັງ​ເລີຍ.” ໂຢເຊັບ​ໄດ້​ເຮັດ​ວຽກ​ທີ່​ສຳຄັນ​ຫຼາຍ​ເຊິ່ງ​ເປັນ​ການ​ປ່ຽນແປງ​ທີ່​ເຫຼືອ​ເຊື່ອ​ແທ້ໆ! ຈະ​ເປັນ​ໄປ​ໄດ້​ແນວໃດ​ທີ່​ນັກ​ໂທດ​ຜູ້​ໜຶ່ງ​ເຊິ່ງ​ຖືກ​ກ້າວ​ຫາ​ວ່າ​ພະຍາຍາມ​ຂົ່ມຂືນ​ເມຍ​ນາຍ ໄດ້​ກາຍ​ມາ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ໄວ້ໃຈ​ແລະ​ໄດ້​ເຮັດ​ວຽກ​ທີ່​ສຳຄັນ? ມີ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ໄປ​ໄດ້​ກໍ​ຄື “ພະເຢໂຫວາ​ຢູ່​ນຳ​ໂຢເຊັບ ແລະ​ພະເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ໃຫ້​ເຮັດ​ວຽກ​ທຸກ​ສິ່ງ​ທຸກ​ຢ່າງ​ສຳເລັດ.”

10. ໂຢເຊັບ​ຮູ້ສຶກ​ວ່າ​ໂຕເອງ​ປະສົບ​ຜົນ​ສຳເລັດ​ໃນ​ທຸກ​ສິ່ງ​ບໍ? ຂໍ​ໃຫ້​ອະທິບາຍ.

10 ລອງ​ຄິດ​ເບິ່ງ​ວ່າ ໂຢເຊັບ​ຈະ​ຮູ້ສຶກ​ແນວໃດ​ໃນ​ຕອນ​ນັ້ນ. ຫຼັງ​ຈາກ​ທີ່​ຖືກ​ກ້າວ​ຫາ​ຢ່າງ​ຜິດໆ​ແລະ​ຕ້ອງ​ຕິດ​ຄຸກ ເຈົ້າ​ຄິດ​ວ່າ​ໂຢເຊັບ​ຖື​ວ່າ​ໂຕເອງ​ປະສົບ​ຜົນ​ສຳເລັດ​ໃນ​ທຸກ​ສິ່ງ​ແລ້ວ​ບໍ? ໂຢເຊັບ​ຕ້ອງການ​ຫຍັງ​ຫຼາຍ​ທີ່ສຸດ? ລາວ​ຕ້ອງການ​ຄວາມ​ເຂົ້າໃຈ​ຈາກ​ຫົວໜ້າ​ຜູ້​ຄຸມ​ຄຸກ​ບໍ? ຄື​ຊິ​ບໍ່. ສິ່ງ​ທີ່​ລາວ​ຕ້ອງການ​ຫຼາຍ​ທີ່ສຸດ​ແມ່ນ​ຢາກ​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ. ລາວ​ເຖິງຂັ້ນ​ຂໍ​ໃຫ້​ນັກ​ໂທດ​ອີກ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ​ໃຫ້​ໄປ​ຂໍ​ຟາໂຣ​ໃຫ້​ປ່ອຍ​ໂຕ​ລາວ​ຄື​ກັນ. (ປຖກ. 40:14) ແຕ່​ນັກ​ໂທດ​ຄົນ​ນັ້ນ​ກໍ​ບໍ່​ໄດ້​ບອກ​ຟາໂຣ​ທັນທີ ໂຢເຊັບ​ກໍ​ເລີຍ​ຕ້ອງ​ໄດ້​ຢູ່​ໃນ​ຄຸກ​ອີກ 2 ປີ. (ປຖກ. 40:23; 41:1, 14) ເຖິງ​ຈະ​ເປັນ​ແນວ​ນັ້ນ ພະເຢໂຫວາ​ກໍ​ຍັງ​ເຮັດ​ໃຫ້​ໂຢເຊັບ​ປະສົບ​ຜົນ​ສຳເລັດ. ພະເຢໂຫວາ​ໄດ້​ເຮັດ​ແນວໃດ?

11. ຄວາມສາມາດ​ທີ່​ພິເສດ​ຫຍັງ​ທີ່​ພະເຢໂຫວາ​ໃຫ້​ກັບ​ໂຢເຊັບ? ແລະ​ເລື່ອງ​ນີ້​ມີ​ສ່ວນ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ​ເກີດ​ຂຶ້ນ​ແທ້​ແນວໃດ?

11 ຕອນ​ທີ່​ໂຢເຊັບ​ຢູ່​ໃນ​ຄຸກ ພະເຢໂຫວາ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ຝັນ​ເຖິງ​ສອງ​ເລື່ອງ​ທີ່​ເຮັດ​ໃຫ້​ບໍ່​ສະບາຍ​ໃຈ​ແລະ​ຢາກ​ຮູ້​ວ່າ​ຄວາມ​ຝັນ​ນັ້ນ​ໝາຍເຖິງ​ຫຍັງ. ເມື່ອ​ກະສັດ​ຮູ້​ວ່າ​ໂຢເຊັບ​ສາມາດ​ແປ​ຄວາມ​ຝັນ​ໄດ້ ລາວ​ຈຶ່ງ​ໄດ້​ໃຫ້​ຄົນ​ພາ​ໂຢເຊັບ​ມາ​ຫາ. ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ໂຢເຊັບ​ສາມາດ​ແປ​ຄວາມ​ຝັນ ເຊິ່ງ​ນີ້​ເຮັດ​ໃຫ້​ຟາໂຣ​ປະທັບໃຈ​ຫຼາຍ. ແລະ​ເມື່ອ​ຟາໂຣ​ເຫັນ​ວ່າ​ພະເຢໂຫວາ​ຢູ່​ກັບ​ໂຢເຊັບ ລາວ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ໂຢເຊັບ​ເບິ່ງແຍງ​ສະບຽງ​ອາຫານ​ທົ່ວ​ປະເທດ​ເອຢິບ. (ປຖກ. 41:38, 41-44) ຕໍ່ມາ​ກໍເກີດ​ການ​ຂາດແຄນ​ອາຫານ​ຢ່າງ​ຮຸນແຮງ​ໃນ​ເອຢິບ​ແລະ​ປະເທດ​ອ້ອມ​ຂ້າງ ເຊິ່ງ​ລວມ​ເຖິງ​ການາອານ​ທີ່​ຄອບຄົວ​ຂອງ​ໂຢເຊັບ​ອາໄສ​ຢູ່. ນີ້​ເຮັດ​ໃຫ້​ໂຢເຊັບ​ສາມາດ​ຊ່ວຍ​ຄອບຄົວ​ໃຫ້​ຜ່ານ​ຄວາມ​ອຶດຢາກ​ໄປ​ໄດ້ ເຊິ່ງ​ເປັນ​ການ​ປົກປ້ອງ​ເຊື້ອສາຍ​ຂອງ​ເມຊີອາ​ທີ່​ຈະ​ເກີດ​ມາ.

12. ພະເຢໂຫວາ​ເຮັດ​ໃຫ້​ໂຢເຊັບ​ປະສົບ​ຜົນ​ສຳເລັດ​ແນວໃດ?

12 ໃຫ້​ຄິດເຖິງ​ເລື່ອງ​ທີ່​ໜ້າ​ເຫຼືອ​ເຊື່ອ​ທີ່​ເກີດ​ຂຶ້ນ​ກັບ​ໂຢເຊັບ. ເຈົ້າ​ຄິດ​ວ່າ​ໃຜ​ເປັນ​ຜູ້​ເຮັດ​ໃຫ້​ໂປຕີຟາ​ສົນໃຈ​ໂຢເຊັບ​ເປັນ​ພິເສດ​ທັງໆ​ທີ່​ໂຢເຊັບ​ເປັນ​ພຽງ​ທາດ​ທີ່​ຕ່ຳຕ້ອຍ? ຫຼື​ໃຜ​ທີ່​ເຮັດ​ໃຫ້​ຫົວໜ້າ​ຜູ້​ຄຸມ​ຄຸກ​ພໍໃຈ​ໂຢເຊັບ​ທັງໆ​ທີ່​ລາວ​ເປັນ​ພຽງ​ນັກ​ໂທດ​ທີ່​ຢູ່​ໃນ​ຄຸກ? ໃຜ​ທີ່​ເຮັດ​ໃຫ້​ຟາໂຣ​ຝັນ​ແລະ​ເຮັດ​ໃຫ້​ໂຢເຊັບ​ສາມາດ​ແປ​ຄວາມ​ຝັນ​ນັ້ນ​ໄດ້? ແລະ​ໃຜ​ທີ່​ຢູ່​ເບື້ອງ​ຫຼັງ​ໃນ​ການ​ແຕ່ງຕັ້ງ​ໂຢເຊັບ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສະບຽງ​ອາຫານ​ທົ່ວ​ປະເທດ​ເອຢິບ? (ປຖກ. 45:5) ແນ່ນອນ​ວ່າ​ຈະ​ເປັນ​ໃຜ​ບໍ່​ໄດ້​ນອກ​ຈາກ​ພະເຢໂຫວາ​ຜູ້​ທີ່​ຊ່ວຍ​ໂຢເຊັບ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ທຸກ​ສິ່ງ. ພະເຢໂຫວາ​ໄດ້​ປ່ຽນ​ແຜນ​ຮ້າຍ​ຂອງ​ພວກ​ອ້າຍ​ຂອງ​ໂຢເຊັບ​ເພື່ອ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ​ເປັນຈິງ.

ພະເຢໂຫວາ​ເຮັດ​ໃຫ້​ເຈົ້າ​ປະສົບ​ຜົນ​ສຳເລັດ​ແນວໃດ

13. ພະເຢໂຫວາ​ໄດ້​ເຂົ້າ​ມາ​ຄວບຄຸມ​ຊີວິດ​ສ່ວນຕົວ​ຂອງ​ເຮົາ​ບໍ? ຂໍ​ໃຫ້​ອະທິບາຍ.

13 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ໂຢເຊັບ? ພະເຢໂຫວາ​ໄດ້​ເຂົ້າ​ມາ​ຄວບຄຸມ​ຊີວິດ​ສ່ວນຕົວ​ຂອງ​ເຮົາ​ບໍ? ເພິ່ນ​ໄດ້​ເຂົ້າ​ມາ​ແຊກ​ແຊງ​ບັນຫາ​ທີ່​ເຮົາ​ເຈິ​ແລະ​ປ່ຽນ​ສິ່ງ​ທີ່​ບໍ່​ດີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​ບໍ? ບໍ່. ຄຳພີໄບເບິນ​ບໍ່​ໄດ້​ເວົ້າ​ແບບນັ້ນ. (ຜູ້ປ. 8:9; 9:11) ແຕ່​ເຮົາ​ຮູ້​ວ່າ​ເມື່ອ​ເຮົາ​ເຈິ​ບັນຫາ ພະເຢໂຫວາ​ຮູ້​ແລະ​ໄດ້​ຍິນ​ເມື່ອ​ເຮົາ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ. (ເພງ. 34:15; 55:22; ອຊຢ. 59:1) ແລະ​ເຮົາ​ກໍ​ໝັ້ນໃຈ​ວ່າ​ເພິ່ນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້. ເພິ່ນ​ເຮັດ​ແນວໃດ?

14. ພະເຢໂຫວາ​ຊ່ວຍ​ເຮົາ​ແນວໃດ​ຕອນ​ທີ່​ເຮົາ​ເຈິ​ບັນຫາ?

14 ວິທີ​ໜຶ່ງ​ທີ່​ພະເຢໂຫວາ​ຊ່ວຍ​ເຮົາ​ແມ່ນ ເພິ່ນ​ໃຫ້​ກຳລັງໃຈ​ໃນ​ເວລາ​ທີ່​ເຮົາ​ຕ້ອງການ​ພໍ​ດີ. (2ກຣ. 1:3, 4) ເລື່ອງ​ນີ້​ໄດ້​ເປັນ​ຈິງ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ເອຊິດຊ໌​ຢູ່​ປະເທດ​ຕວກເມນິສະຖານ ທີ່​ຖືກ​ຈັບ​ເຂົ້າ​ຄຸກ​ຍ້ອນ​ຄວາມເຊື່ອ​ເປັນ​ເວລາ​ສອງ​ປີ. ລາວ​ເວົ້າ​ວ່າ “ໃນ​ຕອນ​ເຊົ້າ​ຂອງ​ມື້​ທີ່​ຈະ​ໄປ​ຂຶ້ນ​ສານ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ເປີດ​ເອຊາຢາ 30:15 ໃຫ້​ຂ້ອຍ​ເບິ່ງ. ຂໍ້​ນັ້ນ​ບອກ​ວ່າ ‘ຖ້າ​ພວກເຈົ້າ​ເຮັດ​ໃຈ​ໃຫ້​ສະຫງົບ​ແລະ​ໄວ້​ວາງໃຈ​ເຮົາ ພວກເຈົ້າ​ຈະ​ເຂັ້ມແຂງ.’ ຂໍ້​ພະຄຳພີ​ນີ້​ໄດ້​ຊ່ວຍ​ໃຫ້​ຂ້ອຍ​ມີ​ໃຈ​ສະຫງົບ​ແລະ​ຝາກ​ທຸກ​ເລື່ອງ​ໄວ້​ກັບ​ພະເຢໂຫວາ. ການ​ຄິດຕຶກຕອງ​ຂໍ້​ພະຄຳພີ​ນີ້​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ອົດທົນ​ຕະຫຼອດ​ເວລາ​ທີ່​ຂ້ອຍ​ຢູ່​ໃນ​ຄຸກ.” ລອງ​ຄິດ​ເບິ່ງ​ວ່າ ໃນ​ຊີວິດ​ຂອງ​ເຈົ້າ​ມີ​ຕອນ​ໃດ​ແດ່​ທີ່​ພະເຢໂຫວາ​ໄດ້​ໃຫ້​ກຳລັງໃຈ​ເຈົ້າ​ໃນ​ເວລາ​ທີ່​ເຈົ້າ​ຕ້ອງການ​ຫຼາຍ​ທີ່ສຸດ?

15-16. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ໂທຣີ?

15 ເມື່ອ​ເຮົາ​ຄິດ​ຄືນ​ຫຼັງ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ຜ່ານ​ບັນຫາ​ຕ່າງໆ​ມາ​ໄດ້​ແນວໃດ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ໂທຣີ. ເມຊັນ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ຕໍ່ສູ້​ກັບ​ໂລກ​ມະເຮັງ​ເປັນ​ເວລາ 6 ປີ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຕາຍ ໂທຣີ​ບອກ​ວ່າ: “ສຳລັບ​ຜູ້​ເປັນ​ແມ່​ແລ້ວ ບໍ່​ມີ​ຫຍັງ​ທີ່​ເຈັບ​ປວດ​ຫຼາຍ​ກວ່າ​ການ​ທີ່​ເຫັນ​ລູກ​ຕົວເອງ​ຕາຍ. ແຕ່​ຂ້ອຍ​ກໍ​ໝັ້ນໃຈ​ວ່າ​ພໍ່​ແມ່​ຄົນອື່ນໆ​ກໍ​ຄື​ຊິ​ຮູ້ສຶກ​ຄື​ກັນ​ກັບ​ຂ້ອຍ​ວ່າ ການ​ເຫັນ​ລູກ​ເຈັບ​ມັນ​ຮ້າຍແຮງ​ກວ່າ​ທີ່​ເຮົາ​ເຈັບ​ເອງ​ດ້ວຍ​ຊ້ຳ.”

16 ເຖິງ​ວ່າ​ເລື່ອງ​ນັ້ນ​ຈະ​ເຮັດ​ໃຫ້​ໂທຣີ​ເສົ້າໃຈ​ຫຼາຍ ແຕ່​ເມື່ອ​ລາວ​ໄດ້​ຄິດ​ຄືນ​ຫຼັງ​ກໍ​ເຫັນ​ວ່າ​ພະເຢໂຫວາ​ໄດ້​ຊ່ວຍ​ລາວ​ແນວໃດ​ໃຫ້​ຜ່ານ​ບັນຫາ​ຕ່າງໆ​ມາ​ໄດ້. ລາວ​ເວົ້າ​ວ່າ “ຕອນ​ນັ້ນ​ຂ້ອຍ​ເຫັນ​ເລີຍ​ວ່າ​ພະເຢໂຫວາ​ຮັກ​ຂ້ອຍ​ຫຼາຍ​ແທ້ໆ. ຕົວຢ່າງ ຕອນ​ທີ່​ເມຊັນ​ອາການ​ໜັກ​ຈົນ​ບໍ່​ສາມາດ​ໃຫ້​ຄົນອື່ນ​ເຂົ້າ​ພົບ​ໄດ້ ແຕ່​ກໍ​ມີ​ພີ່ນ້ອງ​ຢູ່​ໂຮງໝໍ​ຕະຫຼອດ​ທີ່​ພ້ອມ​ຈະ​ໃຫ້​ຄວາມ​ຊ່ວຍເຫຼືອ​ເຮົາ. ບາງຄົນ​ຂີ່​ລົດ​ຕັ້ງ 2 ຊົ່ວໂມງ​ເພື່ອ​ມາ​ຢາມ​ລາວ​ຢູ່​ໂຮງໝໍ. ແລະ​ແມ່ນ​ແຕ່​ໃນ​ຍາມ​ທີ່​ຫຍຸ້ງຍາກ ເຂົາເຈົ້າ​ກໍ​ຍັງ​ຢູ່​ຄຽງ​ຂ້າງ​ເຮົາ​ສະເໝີ.” ພະເຢໂຫວາ​ໄດ້​ຊ່ວຍ​ໂທຣີ​ໃຫ້​ອົດທົນ​ກັບ​ບັນຫາ ແລະ​ເພິ່ນ​ໄດ້​ຊ່ວຍ​ເມຊັນ​ຄື​ກັນ.—ເບິ່ງ​ຂອບ “ ພະເຢໂຫວາ​ໄດ້​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ​ພໍ​ດີ

ໃຫ້​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ໄດ້​ເຮັດ​ເພື່ອ​ຊ່ວຍເຫຼືອ​ເຮົາ

17-18. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ ພະເຢໂຫວາ​ຊ່ວຍ​ເຮົາ​ຕອນ​ທີ່​ເຮົາ​ເຈິ​ບັນຫາ? (ຄຳເພງ 40:5)

17 ອ່ານ​ຄຳເພງ 40:5. ເປົ້າໝາຍ​ຂອງ​ນັກ​ປີນ​ພູ​ກໍ​ຄື ປີນ​ຂຶ້ນ​ໄປ​ເທິງ​ຈອມພູ. ແຕ່​ໃນ​ລະຫວ່າງ​ທາງ​ນັ້ນ ລາວ​ສາມາດ​ຢຸດ​ພັກ​ເພື່ອ​ຊື່ນຊົມ​ທຳມະຊາດ​ທີ່​ຊ່ວຍ​ງາມ​ໄດ້. ເຮົາ​ກໍ​ຄື​ກັນ​ຄວນ​ຢຸດ​ແລະ​ຄິດ​ເປັນ​ປະຈຳ​ວ່າພະເຢໂຫວາ​ກຳລັງ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ແນວໃດ​ແມ່ນ​ແຕ່​ຕອນ​ທີ່​ເຈິ​ບັນຫາ. ແລະ​ໃນ​ຕອນ​ແລງ​ຂອງ​ແຕ່​ລະ​ມື້ ຂໍ​ໃຫ້​ຖາມ​ຕົວເອງ​ວ່າ ‘ມື້​ນີ້​ພະເຢໂຫວາ​ໄດ້​ເຮັດ​ສິ່ງ​ດີໆ​ຫຍັງ​ໃຫ້​ຂ້ອຍ​ແດ່? ເຖິງ​ວ່າ​ຂ້ອຍ​ກຳລັງ​ເຈິ​ບັນຫາ​ຢູ່ ແຕ່​ພະເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ອົດທົນ​ແນວໃດ?’ ໃຫ້​ຄິດເຖິງ​ຈັກ​ໜຶ່ງ​ຢ່າງ​ທີ່​ພະເຢໂຫວາ​ກຳລັງ​ຊ່ວຍ​ເຈົ້າ​ຢູ່.

18 ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ອາດຈະ​ອະທິດຖານ​ຂໍ​ໃຫ້​ພະເຢໂຫວາ​ກຳຈັດ​ບັນຫາ​ຂອງ​ເຮົາ​ໃຫ້​ໝົດ​ໄປ ແລະ​ການ​ຂໍ​ແບບນັ້ນ​ກໍ​ບໍ່​ໄດ້​ຜິດ​ຫຍັງ. (ຟລປ. 4:6) ແຕ່​ເຮົາ​ຄວນ​ຄິດເຖິງ​ສິ່ງ​ດີໆ​ທີ່​ເຮົາ​ໄດ້​ຮັບ​ໃນ​ຕອນນີ້​ນຳ ແລະ​ພະເຢໂຫວາ​ສັນຍາ​ວ່າ ເພິ່ນ​ຈະ​ໃຫ້​ເຮົາ​ມີ​ກຳລັງ​ແລະ​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ເຫັນຄ່າ​ທີ່​ພະເຢໂຫວາ​ໄດ້​ຊ່ວຍເຫຼືອ​ເຮົາ. ແລະ​ເມື່ອ​ເຮົາ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ແນວໃດ​ຄື​ກັບ​ທີ່​ເພິ່ນ​ຊ່ວຍ​ໂຢເຊັບ​ແມ່ນ​ແຕ່​ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ.—ປຖກ. 41:51, 52

ເພງ 32 ຂໍ​ໃຫ້​ຢູ່​ຝ່າຍ​ພະເຢໂຫວາ

a ຕອນ​ທີ່​ເຮົາ​ກຳລັງ​ເຈິ​ກັບ​ບັນຫາ ເຮົາ​ຄື​ຊິ​ບໍ່​ສາມາດ​ຄິດ​ໄດ້​ວ່າ​ພະເຢໂຫວາ​ກຳລັງ​ຊ່ວຍ​ເຮົາ​ຢູ່. ເຮົາ​ຈະ​ຄິດ​ແບບນັ້ນ​ໄດ້​ກໍ​ຕໍ່​ເມື່ອ​ບັນຫາ​ຂອງ​ເຮົາ​ໝົດ​ໄປ. ແຕ່​ເລື່ອງ​ຂອງ​ໂຢເຊັບ​ສອນ​ບົດຮຽນ​ທີ່​ສຳຄັນ​ກັບ​ເຮົາ​ວ່າ ພະເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ໄດ້​ເຖິງ​ວ່າ​ເຮົາ​ກຳລັງ​ເຈິ​ກັບ​ບັນຫາ​ຢູ່. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະເຢໂຫວາ​ຊ່ວຍ​ເຮົາ​ແນວໃດ.

b ໃນ​ຄຳພີໄບເບິນ​ມີ​ພຽງ​ບໍ່​ເທົ່າ​ໃດ​ຂໍ້​ທີ່​ເວົ້າ​ເຖິງ​ຊີວິດ​ຂອງ​ໂຢເຊັບ​ຕອນ​ທີ່​ເປັນ​ທາດ. ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ການ​ປ່ຽນແປງ​ນັ້ນ​ໃຊ້​ເວລາ​ຫຼາຍ​ປີ.