ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ເຄັດລັບ​ການ​ຄົ້ນຄວ້າ

ເຈົ້າ​ມັກ​ອ່ານ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ບໍ?

ພີ່ນ້ອງ​ຄູ່​ໜຶ່ງ​ທີ່​ມັກ​ອ່ານ​ເລື່ອງ​ຊີວິດ​ຈິງ​ທຸກໆ​ຕອນ​ເຊົ້າ​ມື້​ລະ​ໜຶ່ງ​ເລື່ອງ ບອກ​ວ່າ: “ການ​ອ່ານ​ເລື່ອງ​ຊີວິດ​ຈິງ​ເຮັດ​ໃຫ້​ເຮົາ​ມີ​ກຳລັງໃຈ​ແລະ​ມີ​ຄວາມສຸກ​ຫຼາຍ​ແທ້ໆ! ເລື່ອງ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ຮູ້​ວ່າ​ເຮົາ​ສາມາດ​ຮັກສາ​ຄວາມ​ສັດຊື່​ໄດ້​ບໍ່​ວ່າ​ສະພາບການ​ຈະ​ເປັນ​ແນວໃດ​ກໍ​ຕາມ.” ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກໍ​ຮູ້ສຶກ​ຄ້າຍໆ​ກັນ ລາວ​ບອກ​ວ່າ: “ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ກຳລັງໃຈ​ແລະ​ຮູ້ສຶກ​ອົບອຸ່ນ​ໃຈ​ຫຼາຍ. ພີ່ນ້ອງ​ເຫຼົ່າ​ນັ້ນ​ຮັບໃຊ້​ພະເຈົ້າ​ຢ່າງ​ເຕັມທີ​ແລະ​ໃຊ້​ຊີວິດ​ຄຸ້ມ​ຄ່າ​ແທ້ໆ​ນີ້​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ຢາກ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ຂ້ອຍ​ໃຫ້​ສະໜັບສະໜູນ​ລູກ​ທີ່​ຈະ​ຮັບໃຊ້​ເຕັມ​ເວລາ​ນຳ.”

ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ເຫຼົ່ານີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ຮັບໃຊ້​ພະເຢໂຫວາ​ຫຼາຍ​ຂຶ້ນ ເອົາ​ຊະນະ​ຂໍ້​ອ່ອນແອ​ຂອງ​ໂຕເອງ ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ແລະ​ຍັງ​ມີ​ຄວາມສຸກ​ຕໍ່ໆ​ໄປ​ໄດ້. ເຈົ້າ​ຈະ​ຊອກຫາ​ບົດຄວາມ​ເຫຼົ່ານີ້​ໄດ້​ຈາກ​ໃສ?

  • ເບິ່ງ​ບົດຄວາມ​ຊຸດ “ເລື່ອງ​ຊີວິດ​ຈິງ​ຂອງ​ພະຍານ​ພະເຢໂຫວາ” ໃນ​ເວັບໄຊ jw.org ຫຼື​ໃນ​ແອັບ JW Library®. (ພາສາ​ໄທ)

  • ພິມ​ຄຳ​ວ່າ “ເລື່ອງ​ຊີວິດ​ຈິງ​ຂອງ​ພະຍານ​ພະເຢໂຫວາ” ໃນ​ປ່ອງ​ຄົ້ນ​ຫາ​ຂອງ​ຫ້ອງ​ສະໝຸດ​ອອນລາຍ​ຂອງ​ວັອດສ໌ທາວເວີ້ (Watchtower ONLINE LIBRARY)