ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 32

ຂໍ​ໃຫ້​ຢູ່​ຝ່າຍ​ພະ​ເຢໂຫວາ

ຂໍ​ໃຫ້​ຢູ່​ຝ່າຍ​ພະ​ເຢໂຫວາ

(ອົບພະຍົບ 32:26)

  1. 1. ແຕ່​ກ່ອນ​ເຮົາ​ເຄີຍ​ເກີດ​ສັບສົນ​ໂສກ​ເສົ້າໃຈ

    ເພາະ​ຄຳ​ສອນ​ບໍ່​ຈິງ​ຂອງ​ສາສະໜາ​ປອມ

    ແຕ່​ເຮົາ​ມີ​ສຸກ​ຂຶ້ນ​ໃນ​ໃຈ​ເມື່ອ​ໄດ້​ຍິນ

    ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ

    (ທ່ອນ​ຊ້ຳ)

    ຈົ່ງ​ຢູ່​ຝ່າຍ​ເຢໂຫວາ ໃຫ້​ພະອົງ​ສຸກ​ໃຈ

    ເດີນ​ຕາມ​ແສງ​ພະອົງ​ໄປ ຈະ​ບໍ່​ຖິ້ມ​ພວກ​ເຮົາ

    ເຮົາ​ປະກາດ​ເລື່ອງ​ເສລີ ບອກ​ຂ່າວ​ດີ​ໃຫ້​ຮູ້

    ການ​ປົກຄອງ​ຂອງ​ເຍຊູ ນຳ​ຄວາມ​ສຸກ​ເຂົ້າ​ມາ

  2. 2. ພວກ​ເຮົາ​ຢູ່​ຝ່າຍ​ພະ​ເຢໂຫວາ​ພະເຈົ້າ

    ປະກາດ​ຂ່າວ​ເລື່ອງ​ການ​ປົກຄອງ​ຂອງ​ພະອົງ

    ນີ້​ເປັນ​ເວລາ​ທີ່​ຕ້ອງ​ໄດ້​ຕັດສິນ​ໃຈ

    ຕ້ອງ​ຢູ່​ຝ່າຍ​ພະເຈົ້າ​ຂອງ​ເຮົາ

    (ທ່ອນ​ຊ້ຳ)

    ຈົ່ງ​ຢູ່​ຝ່າຍ​ເຢໂຫວາ ໃຫ້​ພະອົງ​ສຸກ​ໃຈ

    ເດີນ​ຕາມ​ແສງ​ພະອົງ​ໄປ ຈະ​ບໍ່​ຖິ້ມ​ພວກ​ເຮົາ

    ເຮົາ​ປະກາດ​ເລື່ອງ​ເສລີ ບອກ​ຂ່າວ​ດີ​ໃຫ້​ຮູ້

    ການ​ປົກຄອງ​ຂອງ​ເຍຊູ ນຳ​ຄວາມ​ສຸກ​ເຂົ້າ​ມາ

  3. 3. ເຮົາ​ບໍ່​ຕ້ອງ​ຢ້ານ​ສິ່ງ​ທີ່​ພວກ​ມານ​ຈະ​ທຳ

    ເຮົາ​ໝັ້ນ​ໃຈ​ການ​ຊ່ວຍ​ເຫຼືອ​ຈາກ​ເຢໂຫວາ

    ເຖິງ​ພວກ​ມັນ​ມີ​ຫຼາຍ​ກວ່າ​ພວກ​ເຮົາ​ກໍ​ຕາມ

    ພະເຈົ້າ​ເປັນ​ທີ່​ເພິ່ງ​ຂອງ​ເຮົາ

    (ທ່ອນ​ຊ້ຳ)

    ຈົ່ງ​ຢູ່​ຝ່າຍ​ເຢໂຫວາ ໃຫ້​ພະອົງ​ສຸກ​ໃຈ

    ເດີນ​ຕາມ​ແສງ​ພະອົງ​ໄປ ຈະ​ບໍ່​ຖິ້ມ​ພວກ​ເຮົາ

    ເຮົາ​ປະກາດ​ເລື່ອງ​ເສລີ ບອກ​ຂ່າວ​ດີ​ໃຫ້​ຮູ້

    ການ​ປົກຄອງ​ຂອງ​ເຍຊູ ນຳ​ຄວາມ​ສຸກ​ເຂົ້າ​ມາ