ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 7

ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື

ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື

ລືກາ 1:3

ຈຸດ​ສຳຄັນ: ໃຊ້​ແຫຼ່ງ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ໄດ້​ຂໍ້​ສະຫຼຸບ​ທີ່​ຖືກຕ້ອງ.

ສິ່ງ​ທີ່​ຄວນ​ເຮັດ:

  • ໃຊ້​ຂໍ້​ມູນ​ຈາກ​ແຫຼ່ງ​ທີ່​ໜ້າ​ເຊື່ອ​ຖື. ເຈົ້າ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ເປັນ​ແຫຼ່ງ​ຂໍ້​ມູນ​ຫຼັກ​ຂອງ​ເຈົ້າ ຖ້າ​ເປັນ​ໄປ​ໄດ້​ໃຫ້​ອ່ານ​ຈາກ​ຄຳພີ​ໄບເບິນ​ໂດຍ​ກົງ. ຖ້າ​ເຈົ້າ​ອ້າງອີງ​ຂໍ້​ມູນ​ທາງ​ວິທະຍາສາດ ຂ່າວ ປະສົບການ ຫຼື​ຈາກ​ແຫຼ່ງ​ຂໍ້​ມູນ​ອື່ນໆ ໃຫ້​ກວດ​ເບິ່ງ​ກ່ອນ​ວ່າ​ແຫຼ່ງ​ຂໍ້​ມູນ​ນັ້ນ​ເຊື່ອ​ຖື​ໄດ້​ແລະ​ເປັນ​ຂໍ້​ມູນ​ທີ່​ໃໝ່​ຫຼ້າ​ສຸດ.

  • ໃຊ້​ແຫຼ່ງ​ຂໍ້​ມູນ​ຢ່າງ​ຖືກຕ້ອງ. ອະທິບາຍ​ຂໍ້​ຄຳພີ​ນັ້ນ​ໃຫ້​ສອດຄ່ອງ​ກັບ​ສ່ວນ​ອື່ນ​ຂອງ​ຄຳພີ​ໄບເບິນ ຫົວ​ເລື່ອງ​ຫຼັກ​ຂອງ​ຄຳພີ​ໄບເບິນ ແລະ​ປຶ້ມ​ອື່ນໆທີ່​ມາ​ຈາກ “ທາດ​ທີ່​ຊື່​ສັດ​ແລະ​ສຸຂຸມ” (ມັດ. 24:45, ລ.ມ.) ເມື່ອ​ໃຊ້​ແຫຼ່ງ​ຂໍ້​ມູນ​ອື່ນ​ທີ່​ບໍ່​ແມ່ນ​ຄຳພີ​ໄບເບິນ​ໃຫ້​ໃຊ້​ຢ່າງ​ຖືກຕ້ອງ ຫຼື​ບໍ່​ເວົ້າ​ບິດ​ເບືອນ​ຈຸດ​ປະສົງ​ຂອງ​ຜູ້​ຂຽນ.

  • ຫາ​ເຫດຜົນ​ກັບ​ຜູ້​ຟັງ. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຫຼື​ຍົກ​ຂໍ້​ມູນ​ຈາກ​ແຫຼ່ງ​ອື່ນ ໃຫ້​ໃຊ້​ຄຳຖາມ​ຫຼື​ຕົວຢ່າງ​ປຽບ​ທຽບ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ໄດ້​ຂໍ້​ສະຫຼຸບ​ດ້ວຍ​ຕົວ​ເອງ.