ຝຶກ​ຝົນ​ຕົວ​ເອງ​ໃນ​ການ​ອ່ານ​ແລະ​ການ​ສອນ

ຈຸນລະສານ​ນີ້​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ພັດທະນາ​ທັກສະ​ດ້ານ​ການ​ອ່ານ ແລະ​ສິນລະປະ​ດ້ານ​ການ​ອ່ານ​ແລະ​ການ​ສອນ

ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ເຮົາ​ສອນ​ຂ່າວສານ​ທີ່​ສຳຄັນ​ທີ່​ສຸດ​ທີ່​ມະນຸດ​ເຄີຍ​ໄດ້​ຮັບ

ບົດຮຽນ​ທີ 1

ຄຳ​ນຳ​ທີ່​ມີ​ປະສິດທິພາບ

ຄຳ​ນຳ​ທີ່​ມີ​ປະສິດທິພາບ​ຄວນ​ບັນລຸ​ເປົ້າ​ໝາຍ 3 ຢ່າງ

ບົດຮຽນ​ທີ 2

ການ​ເວົ້າ​ທີ່​ເປັນ​ທຳມະຊາດ

ເວົ້າ​ໃຫ້​ເປັນ​ທຳມະຊາດ ຈິງ​ໃຈ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເວົ້າ​ແລະ​ຕໍ່​ຜູ້​ຟັງ

ບົດຮຽນ​ທີ 3

ການ​ໃຊ້​ຄຳຖາມ

ການໃຊ້ຄຳຖາມເພື່ອກະຕຸ້ນຄວາມສົນໃຈແລະເນັ້ນຈຸດທີ່ສຳຄັນ

ບົດຮຽນ​ທີ 4

ກະຕຸ້ນ​ຄວາມ​ສົນ​ໃຈ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ

ຊ່ວຍ​ຜູ້​ຟັງ​ໃຫ້​ກຽມ​ຄວາມ​ຄິດ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ.

ບົດຮຽນ​ທີ 5

ການ​ອ່ານ​ຢ່າງ​ຖືກຕ້ອງ

ການ​ອ່ານ​ຢ່າງ​ຖືກຕ້ອງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ຖ່າຍ​ທອດ​ຄວາມ​ຮູ້​ຂອງ​ພະ​ເຢໂຫວາ

ບົດຮຽນ​ທີ 6

ອະທິບາຍ​ຂໍ້​ຄຳພີ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ

ຊ່ວຍ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ​ວ່າ​ຂໍ້​ຄຳພີ​ທີ່​ເຈົ້າ​ອ່ານ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ທີ່​ເຈົ້າ​ເວົ້າ.

ບົດຮຽນ​ທີ 7

ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື

ຖືກຕ້ອງ​ແລະ​ໜ້າ​ເຊື່ອ​ຖື​ແມ່ນ​ຊ່ວຍ​ໃຫ້​ຜູ້​ຟັງ​ໄດ້​ຂໍ້​ສະຫຼຸບ​ທີ່​ຖືກຕ້ອງ.

ບົດຮຽນ​ທີ 8

ການ​ໃຊ້​ຕົວຢ່າງ​ປຽບ​ທຽບ

ປັບ​ປຸງ​ການ​ສອນ​ຂອງ​ເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ທີ່​ໜ້າ​ສົນ​ໃຈ​ງ່າຍໆ ແລະ​ເພື່ອ​ສອນ​ສະເພາະ​ຈຸດ​ທີ່​ສຳຄັນ.

ບົດຮຽນ​ທີ 9

ການ​ໃຊ້​ອຸປະກອນ​ຊ່ວຍ​ສອນ​ຢ່າງ​ເໝາະ​ສົມ

ໃຊ້​ອຸປະກອນ​ຊ່ວຍ​ສອນ​ເພື່ອ​ເຮັດ​ໃຫ້​ເຂົ້າ​ໃຈ​ຈຸດ​ສຳຄັນ​ແຈ້ງ​ຂຶ້ນ​ແລະ​ຈື່​ງ່າຍ.

ບົດຮຽນ​ທີ 10

ປັບ​ລະດັບ​ສຽງ​ແລະ​ຈັງຫວະ​ການ​ເວົ້າ

ກະຕຸ້ນ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຟັງ​ໂດຍ​ການ​ເພີ່ມ​ຫຼື​ຫຼຸດ​ຄວາມ​ດັງ ປັບ​ລະດັບ​ສຽງ​ສູງ​ຕ່ຳ ແລະ​ປັບ​ຈັງຫວະ​ການ​ເວົ້າ.

ບົດຮຽນ​ທີ 11

ຄວາມ​ກະຕືລືລົ້ນ

ຄວາມ​ກະຕືລືລົ້ນ​ຊ່ວຍ​ໃຫ້​ເຫັນ​ຄວາມ​ຮູ້ສຶກ​ໜັກແໜ້ນ​ຂອງ​ເຈົ້າ ແລະ​ກະຕຸ້ນ​ຜູ້​ຟັງ​ໃຫ້​ສົນ​ໃຈ.

ບົດຮຽນ​ທີ 12

ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ

ຖ້າ​ເຈົ້າ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ ຈະ​ເຮັດ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ເຈົ້າ​ຮັກ​ແລະ​ຢາກ​ຈະ​ຊ່ວຍ​ເຂົາ​ເຈົ້າ.

ບົດຮຽນ​ທີ 13

ເນັ້ນ​ເຖິງ​ປະໂຫຍດ​ທີ່​ນຳ​ໄປ​ໃຊ້​ໄດ້

ຊ່ວຍ​ຜູ້​ຟັງ​ໃຫ້​ເຂົ້າ​ໃຈ​ວ່າ​ເລື່ອງ​ທີ່​ເຈົ້າ​ເວົ້າ​ມີ​ປະໂຫຍດ​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ ແລະ​ເຮັດ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ຈະ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ນຳ​ໃຊ້​ແນວ​ໃດ.

ບົດຮຽນ​ທີ 14

ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ

ຊ່ວຍ​ຜູ້​ຟັງ​ໃຫ້​ຕິດ​ຕາມ​ຄຳ​ບັນລະຍາຍ​ຂອງ​ເຈົ້າ ແລະ​ເນັ້ນ​ໃຫ້​ເຫັນ​ວ່າ​ຈຸດ​ສຳຄັນ​ແຕ່​ລະ​ຈຸດ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ເປົ້າ​ໝາຍ​ແລະ​ຫົວ​ເລື່ອງ​ຂອງ​ຄຳ​ບັນລະຍາຍ.

ບົດ​ຮຽນທີ 15

ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ

ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ. ສະແດງ​ຄວາມ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ​ວ່າ​ເປັນ​ຄວາມ​ຈິງ​ແລະ​ເປັນ​ສິ່ງ​ທີ່​ສຳຄັນ.

ບົດຮຽນ​ທີ 16

ເວົ້າ​ໃນ​ແງ່​ບວກ​ແລະ​ເສີມ​ກຳລັງ​ໃຈ

ເວົ້າ​ໃນ​ແງ່​ບວກ​ແທນ​ທີ່​ຈະ​ເວົ້າ​ໃນ​ແງ່​ລົບ ເຮັດ​ໃຫ້​ເຫັນ​ວ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຮູ້​ສຶກສົດ​ຊື່ນ

ບົດຮຽນ​ທີ 17

ການ​ເວົ້າ​ເພື່ອ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ງ່າຍ

ຊ່ວຍ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ເລື່ອງ​ທີ່​ເຈົ້າ​ເວົ້າແລະຖ່າຍ​ທອດ​ຈຸດ​ສຳຄັນ​ໄດ້​ຢ່າງ​ຈະ​ແຈ້ງ.

ບົດຮຽນ​ທີ 18

ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ຜູ້​ຟັງ

ກະຕຸ້ນ​ຄວາມ​ຄິດ​ຜູ້​ຟັງ ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ວ່າ​ໄດ້​ຮຽນ​ຮູ້​ສິ່ງ​ທີ່​ມີ​ຄ່າ.

ບົດ​ຮຽນທີ 19

ເຂົ້າ​ເຖິງ​ຫົວໃຈ

ຊ່ວຍ​ຜູ້​ຟັງ​ໃຫ້​ມີ​ແຮງ​ກະຕຸ້ນ​ທີ່​ດີ​ທີ່​ສຸດ​ເຊິ່ງ​ກໍ​ຄື ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄຳ​ສອນ​ໃນ​ຄຳພີ​ໄບເບິນ.

ບົດຮຽນ​ທີ 20

ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ

ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ​ເຮັດ​ໃຫ້​ຜູ້​ຟັງ​ຍອມ​ຮັບ​ແລະ​ນຳ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້.

ບັນທຶກ​ບົດຮຽນ​ທີ່​ເອົາໃຈໃສ່

ບັນທຶກ​ບົດຮຽນ​ທີ່​ເອົາໃຈໃສ່​ເມື່ອ​ເຈົ້າ​ພັດທະນາ​ທັກສະ​ດ້ານ​ການ​ອ່ານ​ແລະ​ການ​ສອນ

ເລື່ອງທີ່ເຈົ້າອາດຈະມັກ

VIDEO SERIES

ຝຶກ​ຝົນ​ຕົວ​ເອງ​ໃນ​ການ​ອ່ານ​ແລະ​ການ​ສອນ—ວິດີໂອ

ພັດທະນາ​ວິທີ​ເວົ້າ​ໃນ​ແບບ​ຕ່າງໆຢ່າງ​ຊຳນານ​ໃນ​ການ​ອ່ານ​ແລະ​ການ​ສອນ​ຢູ່​ຕໍ່​ໜ້າ​ຄົນ​ຫຼາຍໆ.