ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ໂລມ 12-14

ການ​ສະແດງ​ຄວາມ​ຮັກ​ແບບ​ຄລິດສະຕຽນ​ໝາຍ​ເຖິງ​ຫຍັງ

ການ​ສະແດງ​ຄວາມ​ຮັກ​ແບບ​ຄລິດສະຕຽນ​ໝາຍ​ເຖິງ​ຫຍັງ

12:10, 17-21

ເມື່ອ​ມີ​ບາງ​ຄົນ​ເຮັດ​ບໍ່​ດີ​ກັບ​ເຮົາ ຄວາມ​ຮັກ​ແບບ​ຄລິດສະຕຽນ​ບໍ່​ພຽງ​ແຕ່​ກະຕຸ້ນ​ເຮົາ​ບໍ່​ໃຫ້​ຕອບ​ໂຕ້​ຄືນ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ເຮັດ​ດີ​ກັບ​ລາວ​ນຳ. “ຖ້າ​ສັດຕູ​ຂອງ​ທ່ານ​ຢາກ​ອາຫານ​ຈົ່ງ​ໃຫ້​ເພິ່ນ​ກິນ ຖ້າ​ຢາກ​ນ້ຳ​ຈົ່ງ​ໃຫ້​ເພິ່ນ​ດື່ມ ເຫດ​ວ່າ​ຖ້າ​ກະທຳ​ຢ່າງ​ນັ້ນ​ທ່ານ​ຈະ​ເອົາ​ຖ່ານ​ໄຟ​ກອງ​ໄວ້​ເທິງ​ຫົວ​ເພິ່ນ.” (ໂລມ 12:20) ຖ້າ​ເຮົາ​ເຮັດ​ດີ​ຕໍ່​ຜູ້​ທີ່​ເຮັດ​ບໍ່​ດີ​ກັບ​ເຮົາ ນັ້ນ​ອາດ​ເຮັດ​ໃຫ້​ລາວ​ຮູ້ສຶກ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ.

ຖ້າ​ເຈົ້າ​ເຮັດ​ບໍ່​ດີ​ກັບ​ໃຜ​ຄົນ​ໜຶ່ງ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ລາວ​ມາ​ເຮັດ​ດີ​ກັບ​ເຈົ້າ?