ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ຂຽນ​ຈົດ​ໝາຍ​ທີ່​ດີ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ຂຽນ​ຈົດ​ໝາຍ​ທີ່​ດີ

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ພະທຳ 1 ໂກລິນໂທ​ເປັນ​ໜຶ່ງ​ໃນ​ຈົດ​ໝາຍ 14 ສະບັບ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຄລິດສະຕຽນ. ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ຂຽນ​ຈົດ​ໝາຍ ລາວ​ຈະ​ມີ​ເວລາ​ເລືອກ​ຄຳ​ເວົ້າ​ທີ່​ດີ ແລະ​ຜູ້​ຮັບ​ຈະ​ອ່ານ​ຊ້ຳ​ໄປ​ຊ້ຳ​ມາ​ໄດ້. ຈົດ​ໝາຍ​ເປັນ​ວິທີ​ທີ່​ດີ​ທີ່​ຈະ​ປະກາດ​ກັບ​ພີ່​ນ້ອງ​ແລະ​ໝູ່​ເພື່ອນ. ນອກ​ຈາກ​ນັ້ນ ມັນ​ຍັງ​ໃຊ້​ໄດ້​ຜົນ​ເມື່ອ​ປະກາດ​ກັບ​ຄົນ​ທີ່​ເຮົາ​ບໍ່​ສາມາດ​ເວົ້າ​ນຳ​ໂດຍ​ກົງ. ຕົວຢ່າງ: ບາງ​ຄົນ​ທີ່​ສົນ​ໃຈ​ຂ່າວ​ດີ​ແຕ່​ເຮົາ​ບໍ່​ຄ່ອຍ​ເຈິ​ຢູ່​ບ້ານ. ໃນ​ເຂດ​ບາງ​ບ່ອນ​ທີ່​ເຮົາ​ປະກາດ​ອາດ​ເຂົ້າ​ເຖິງ​ໄດ້​ຍາກ​ເຊັ່ນ ຢູ່​ຕຶກ​ຫຼື​ອາພາດເມັ້ນ​ທີ່​ມີ​ລະບົບ​ຄວາມ​ປອດໄພ​ສູງ, ບ້ານ​ຈັດ​ສັນ​ທີ່​ເຂົ້າ​ໄປ​ຍາກ ຫຼື​ເຂດ​ຫ່າງ​ໄກ​ສອກ​ຫຼີກ. ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ຄວນ​ຄຳນຶງ​ເຖິງ​ເມື່ອ​ຂຽນ​ຈົດ​ໝາຍ​ໂດຍ​ສະເພາະ​ຂຽນ​ຫາ​ຄົນ​ແປກ​ໜ້າ?

ສິ່ງ​ທີ່​ຄວນ​ເຮັດ:

  • ຂຽນ​ສິ່ງ​ທີ່​ເຈົ້າ​ຢາກ​ເວົ້າ​ກັບ​ລາວ. ທຳອິດ​ແນະນຳ​ຕົວ​ເອງ​ກ່ອນ ແລະ​ບອກ​ເຫດຜົນ​ວ່າ​ເປັນ​ຫຍັງ​ຈຶ່ງ​ຂຽນ​ຫາ​ລາວ. ອາດ​ຈະ​ຕັ້ງ​ຄຳຖາມ​ທີ່​ກະຕຸ້ນ​ຄວາມ​ຄິດ ແລະ​ບອກ​ລາວ​ໃຫ້​ເຂົ້າ​ໄປ​ເບິ່ງ​ເວັບໄຊ​ຂອງ​ເຮົາ. ຈາກ​ນັ້ນ ບອກ​ລາວ​ໃຫ້​ຮູ້​ວ່າ​ມີ​ຫຼັກ​ສູດ​ການ​ສຶກສາ​ຄຳພີ​ໄບເບິນ​ທາງ​ອອນລາຍ (ຍັງ​ບໍ່​ມີ​ໃນ​ພາສາ​ລາວ), ອະທິບາຍ​ກ່ຽວ​ກັບ​ການ​ສຶກສາ​ຄຳພີ​ໄບເບິນ​ຢູ່​ເຮືອນ ຫຼື​ເວົ້າ​ເຖິງ​ບາງ​ຫົວ​ຂໍ້​ຈາກ​ຄູ່​ມື​ການ​ສຶກສາ​ຂອງ​ເຮົາ. ແນບ​ສິ່ງ​ພິມ​ເຊັ່ນ: ນາມ​ບັດ ໃບ​ເຊີນ ຫຼື​ແຜ່ນ​ພັບ​ໃສ່​ກັບ​ຈົດ​ໝາຍ.

  • ຂຽນ​ສັ້ນໆ. ເນື້ອ​ໃນ​ຈົດ​ໝາຍ​ບໍ່​ຄວນ​ຍາວ​ເກີນ​ໄປ​ຈົນ​ຜູ້​ອ່ານ​ຮູ້​ສຶກ​ເບື່ອ—ເບິ່ງ​ຕົວຢ່າງ​ຈົດ​ໝາຍ

  • ກວດ​ເບິ່ງ​ຄຳ​ຜິດ ຂຽນ​ໃຫ້​ອ່ານ​ງ່າຍ ຮູ້ສຶກ​ເປັນ​ມິດ ສຸພາບ​ອ່ອນ​ໂຍນ ແລະ​ເວົ້າ​ໃນ​ແງ່​ບວກ. ຢ່າ​ລືມ​ຕິດ​ສະແຕັມ​ເທິງ​ຊອງ​ຈົດ​ໝາຍ​ໃຫ້​ຄົບ.