ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິດຖານ—ເປັນ​ຫຍັງ?

ອະທິດຖານ—ເປັນ​ຫຍັງ?

ການ​ອະທິດຖານ​ເປັນ​ເລື່ອງ​ໜຶ່ງ​ໃນ​ຄຳ​ພີ​ໄບເບິນ​ທີ່​ຫຼາຍ​ຄົນ​ສົນ​ໃຈ​ຢາກ​ຮູ້. ໃຫ້​ເຮົາ​ມາ​ພິຈາລະນາ 7 ຄຳຖາມ​ທີ່​ຜູ້​ຄົນ​ມັກ​ຖາມ​ກ່ຽວ​ກັບ​ການ​ອະທິດຖານ ແລ້ວ​ເບິ່ງ​ນຳ​ກັນ​ວ່າ​ຄຳ​ພີ​ໄບເບິນ​ຕອບ​ຄຳຖາມ​ເຫຼົ່ານີ້ແນວ​ໃດ. ບົດ​ຄວາມ​ຕໍ່​ໄປ​ນີ້​ຂຽນ​ຂຶ້ນ​ເພື່ອ​ຊ່ວຍ​ເຈົ້າ​ໃນ​ເລື່ອງ​ການ​ອະທິດຖານ ບໍ່​ວ່າ​ຈະ​ເປັນ​ວິທີ​ເລີ່ມ​ອະທິດຖານ​ໃນ​ເທື່ອ​ທຳ​ອິດ​ຫຼື​ວິທີ​ປັບ​ປຸງ​ຄຳ​ອະທິດຖານ​ໃຫ້​ດີ​ຂຶ້ນ.

ຕະຫຼອດ​ທົ່ວ​ໂລກ ຜູ້​ຄົນ​ທຸກ​ວັດທະນະທຳ​ແລະ​ສາສະໜາ​ຕ່າງ​ກໍ​ອະທິດຖານ. ເຂົາເຈົ້າ​ອະທິດຖານ​ເມື່ອ​ຢູ່​ຜູ້​ດຽວ​ຫຼື​ອະທິດຖານ​ເປັນ​ກຸ່ມ. ເຂົາເຈົ້າ​ອະທິດຖານ​ໃນ​ໂບດ ໃນ​ວັດ ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ໃນ​ມັດສະຍິດ ຫຼື​ຕາມ​ສານ​ເຈົ້າ​ຕ່າງໆ. ເຂົາເຈົ້າ​ອາດ​ໃຊ້​ຜ້າ​ພົມ​ສຳລັບ​ອະທິດຖານ ລູກ​ປະ​ຄຳ ກະບອກ​ສວດ​ມົນ ຮູບ​ບູຊາ ປຶ້ມ​ບົດ​ສວດ ຫຼື​ຂຽນ​ຄຳ​ອະທິດຖານ​ລົງ​ເທິງ​ແຜ່ນ​ໄມ້​ນ້ອຍໆ.

ການ​ອະທິດຖານ​ເຮັດ​ໃຫ້​ມະນຸດ​ແຕກຕ່າງ​ຈາກ​ສິ່ງ​ທີ່​ມີ​ຊີວິດ​ອື່ນໆເທິງ​ໂລກ​ນີ້. ແມ່ນ​ຢູ່ ເຮົາ​ມີ​ຫຼາຍ​ຢ່າງ​ທີ່​ຄ້າຍ​ກັບ​ສັດ. ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ອາຫານ ອາກາດ ແລະ​ນ້ຳ. ເຮົາ​ເກີດ​ມາ ມີ​ຊີວິດ​ຢູ່ ແລະ​ຕາຍ. (ຜູ້​ເທສະໜາ​ປ່າວ​ປະກາດ 3:19) ແຕ່​ມີ​ພຽງ​ມະນຸດ​ເທົ່າ​ນັ້ນ​ທີ່​ອະທິດຖານ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

ບາງເທື່ອ​ຄຳ​ຕອບ​ທີ່​ງ່າຍ​ທີ່​ສຸດ​ແມ່ນ​ຍ້ອນ​ການ​ອະທິດຖານ​ເປັນ​ສິ່ງ​ຈຳເປັນ​ສຳລັບ​ມະນຸດ. ທີ່​ຈິງ ໂດຍ​ທົ່ວໄປ​ຜູ້​ຄົນ​ມັກ​ເບິ່ງ​ວ່າ​ການ​ອະທິດຖານ​ເປັນ​ວິທີ​ຕິດ​ຕໍ່​ກັບ​ສິ່ງ​ສັກສິດ​ໃນ​ໂລກ​ວິນຍານ. ຄຳ​ພີ​ໄບເບິນ​ບອກ​ວ່າ​ເຮົາ​ຖືກ​ສ້າງ​ໃຫ້​ມີ​ຄວາມ​ຕ້ອງການ​ແບບນັ້ນ. (ຜູ້​ເທສະໜາ​ປ່າວ​ປະກາດ 3:11) ມີ​ເທື່ອ​ໜຶ່ງ​ພະ​ເຢຊູ​ຄລິດ​ບອກ​ວ່າ: “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມສຸກ.”—ມັດທາຍ 5:3

ຄື​ຊິ​ບໍ່​ມີ​ໃຜ​ປະຕິເສດ​ໄດ້​ວ່າ ຄົນ​ເຮົາ​ບໍ່​ມີ​ຄວາມ “ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ” ຫຼື​ຄວາມ​ຕ້ອງການ​ທີ່​ຈະ​ນະມັດສະການ​ສິ່ງ​ສັກສິດ ເພາະ​ໂລກ​ເຕັມ​ໄປ​ດ້ວຍ​ຕຶກ​ອາຄານ​ແລະ​ວັດຖຸ​ສິ່ງ​ຂອງ​ຈຳນວນ​ຫຼາຍ​ກ່ຽວ​ກັບ​ສາສະໜາ ແລະ​ບໍ່​ວ່າ​ໃຜ​ກໍ​ອະທິດຖານ​ພາວະ​ນາ​ທັງ​ນັ້ນ. ແມ່ນ​ຢູ່ ບາງ​ຄົນ​ຫາ​ວິທີ​ສະໜອງ​ຄວາມ​ຈຳເປັນ​ນັ້ນ​ດ້ວຍ​ໂຕ​ເອງ​ຫຼື​ບໍ່​ກໍ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພື່ອນ​ມະນຸດ. ແຕ່​ເຈົ້າ​ເຫັນ​ດີ​ນຳ​ບໍ​ວ່າ​ມະນຸດ​ບໍ່​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ຊ່ວຍ​ໄດ້? ມະນຸດ​ເຮົາ​ອ່ອນແອ ຊ່ວງ​ຊີວິດ​ກໍ​ສັ້ນ​ຫຼາຍ ແລະ​ຍັງ​ເບິ່ງ​ສິ່ງ​ຕ່າງໆພຽງ​ແຕ່​ໄລຍະ​ສັ້ນໆ. ສະເພາະ​ແຕ່​ຜູ້​ທີ່​ສະຫຼາດ​ສຸຂຸມ​ກວ່າ ແຂງແຮງ​ກວ່າ ແລະ​ມີ​ຊີວິດ​ຍາວ​ນານ​ກວ່າ​ເຮົາ​ເທົ່າ​ນັ້ນ​ຈຶ່ງ​ຈະ​ສາມາດ​ສະໜອງ​ຄວາມ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ທີ່ເຮົາມີ​ໄດ້. ແຕ່​ອັນ​ໃດ​ແມ່ນ​ຄວາມ​ຈຳເປັນ​ນັ້ນ​ທີ່​ກະຕຸ້ນ​ເຮົາ​ໃຫ້​ອະທິດຖານ?

ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້: ເຈົ້າ​ເຄີຍ​ຢາກ​ໄດ້​ຄຳ​ແນະນຳ ສະຕິປັນຍາ ຫຼື​ຄຳ​ຕອບ​ສຳລັບ​ຄຳຖາມ​ຕ່າງໆທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ຮູ້​ໄດ້​ບໍ? ເຈົ້າ​ເຄີຍ​ຮູ້ສຶກ​ວ່າ​ຢາກ​ໄດ້​ການ​ປອບ​ໂຍນ​ໃນ​ຍາມ​ທີ່​ເຈິ​ກັບ​ການ​ສູນ​ເສຍ​ທີ່​ເຈັບ​ປວດ ຕ້ອງການ​ການ​ຊີ້​ນຳ​ເມື່ອ​ເຈິ​ເລື່ອງ​ທີ່​ຕັດສິນ​ໃຈ​ຍາກ ຫຼື​ຢາກ​ໄດ້​ຮັບ​ການ​ອະໄພ​ເພາະ​ຄວາມ​ຮູ້ສຶກ​ຜິດ​ທີ່​ມີ​ຢູ່​ໃນ​ໃຈ​ບໍ?

ຄຳ​ພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ ທັງ​ໝົດ​ທີ່​ເວົ້າ​ມາ​ນັ້ນ​ລ້ວນ​ເປັນ​ເຫດຜົນ​ທີ່​ເຮົາ​ຈະ​ອະທິດຖານ​ໄດ້. ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ທີ່​ໃຫ້​ຄຳ​ແນະນຳ​ໄດ້​ດີ​ທີ່​ສຸດ​ໃນ​ເລື່ອງ​ນີ້ ແລະ​ໄດ້​ບັນທຶກ​ຄຳ​ອະທິດຖານ​ຂອງ​ຜູ້​ທີ່​ສັດຊື່​ຫຼາຍ​ຄົນ​ທັງ​ຊາຍ​ແລະ​ຍິງ. ເຂົາເຈົ້າ​ອະທິດຖານ​ເພື່ອ​ຈະ​ໄດ້​ຮັບ​ການ​ປອບ​ໂຍນ ການ​ຊີ້​ນຳ ການ​ໃຫ້​ອະໄພ ແລະ​ເພື່ອ​ຈະ​ໄດ້​ຮັບ​ຄຳ​ຕອບ​ສຳລັບ​ຄຳຖາມ​ທີ່​ຍາກ​ທີ່​ສຸດ.—ຄຳເພງ 23:3; 71:21; ດານຽນ 9:4, 5, 19; ຫາບາກຸກ 1:3

ຄຳ​ອະທິດຖານ​ເຫຼົ່ານີ້ ເຖິງ​ວ່າ​ຈະ​ແຕກຕ່າງ​ກັນ ແຕ່​ກໍ​ມີ​ສິ່ງ​ໜຶ່ງ​ທີ່​ຄື​ກັນ. ຜູ້​ອະທິດຖານ​ແຕ່​ລະ​ຄົນ​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄຳ​ອະທິດຖານ​ຂອງ​ລາວ​ໄດ້​ຮັບ​ຄຳ​ຕອບ ເຊິ່ງ​ເປັນ​ສິ່ງ​ທີ່​ຜູ້​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ​ນີ້​ບໍ່​ຮູ້​ຫຼື​ບໍ່​ຖື​ວ່າ​ເປັນ​ເລື່ອງ​ສຳຄັນ. ນັ້ນ​ກໍ​ຄື ຜູ້​ທີ່​ສັດຊື່​ເຫຼົ່າ​ນັ້ນ​ຮູ້​ວ່າ​ຄວນ​ອະທິດຖານ​ເຖິງ​ໃຜ.