ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິດຖານ—ເວລາ​ແລະ​ສະຖານ​ທີ່​ສຳຄັນ​ບໍ?

ອະທິດຖານ—ເວລາ​ແລະ​ສະຖານ​ທີ່​ສຳຄັນ​ບໍ?

ເຈົ້າ​ຄື​ຊິ​ສັງເກດ​ວ່າ​ສາສະໜາ​ສ່ວນ​ຫຼາຍ​ໃຫ້​ຄວາມ​ສຳຄັນ​ກັບ​ສະຖານ​ທີ່​ອະທິດຖານ​ທີ່​ໃຫຍ່​ໂຕ​ຫຼູຫຼາ​ແລະ​ຍັງ​ກຳນົດ​ນຳ​ວ່າ​ຄວນ​ອະທິດຖານ​ເວລາ​ໃດ. ຄຳ​ພີ​ໄບເບິນ​ມີ​ຂໍ້​ກຳນົດ​ບໍ​ວ່າ​ຄວນ​ອະທິດຖານ​ຢູ່​ໃສ​ແລະ​ຕອນ​ໃດ?

ແທ້ໆແລ້ວ​ຄຳ​ພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ມີ​ໂອກາດ​ໃດ​ແດ່​ທີ່​ຈະ​ອະທິດຖານ​ໄດ້. ຕົວຢ່າງ​ເຊັ່ນ ກ່ອນ​ທີ່​ພະ​ເຢຊູ​ຈະ​ກິນ​ເຂົ້າ​ກັບ​ພວກ​ລູກສິດ ເພິ່ນ​ໄດ້​ອະທິດຖານ​ຂອບໃຈ​ພະເຈົ້າ. (ລູກາ 22:17) ແລະ​ເມື່ອ​ພວກ​ລູກສິດ​ຂອງ​ເພິ່ນ​ມາ​ປະຊຸມ​ເພື່ອ​ນະມັດສະການ​ພະເຈົ້າ ເຂົາເຈົ້າ​ກໍ​ອະທິດຖານ​ຮ່ວມ​ກັນ. ນັ້ນ​ເປັນ​ທຳນຽມ​ທີ່​ເຮັດ​ມາ​ດົນ​ແລ້ວ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ແລະ​ໃນ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ. ພະເຈົ້າ​ໃຫ້​ມີ​ວິຫານ​ເພື່ອ​ເປັນ “ວິຫານ​ສຳລັບ​ການ​ອະທິດຖານ​ຂອງ​ຄົນ​ທຸກ​ຊາດ.”—ມາຣະໂກ 11:17

ເມື່ອ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ມາ​ປະຊຸມ​ກັນ​ແລະ​ອະທິດຖານ​ນຳ​ກັນ ພະເຈົ້າ​ກໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ. ຖ້າ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຂົາເຈົ້າ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ຄຳ​ອະທິດຖານ​ທີ່​ຂໍ​ເພື່ອ​ປະໂຫຍດ​ຂອງ​ເຂົາເຈົ້າ​ສອດຄ່ອງ​ກັບ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ ພະເຈົ້າ​ກໍ​ຈະ​ພໍ​ໃຈ. ຄຳ​ອະທິດຖານ​ນັ້ນ​ອາດ​ເຖິງ​ກັບ​ກະຕຸ້ນ​ພະເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ເພິ່ນ​ອາດ​ບໍ່​ຄິດ​ຈະ​ເຮັດ​ດ້ວຍ​ຊ້ຳ. (ເຮັບເຣີ 13:18, 19) ພະຍານ​ພະ​ເຢໂຫວາ​ອະທິດຖານ​ເປັນ​ປະຈຳ​ຢູ່​ການ​ປະຊຸມ​ຂອງ​ເຂົາເຈົ້າ. ເຮົາ​ຍິນດີ​ເຊີນ​ເຈົ້າ​ມາ​ທີ່​ຫໍ​ປະຊຸມ​ລາຊະອານາຈັກ​ທີ່​ຢູ່​ໃກ້​ເຮືອນ​ເຈົ້າ​ແລະ​ຟັງ​ຄຳ​ອະທິດຖານ​ເຫຼົ່າ​ນີ້​ດ້ວຍ​ໂຕ​ເຈົ້າ​ເອງ.

ແນວ​ໃດ​ກໍ​ຕາມ ຄຳ​ພີ​ໄບເບິນ​ບໍ່​ໄດ້​ກຳນົດ​ວ່າ​ຄວນ​ອະທິດຖານ​ເວລາ​ໃດ​ແລະ​ຢູ່​ໃສ. ໃນ​ຄຳ​ພີ​ໄບເບິນ ເຮົາ​ພົບ​ວ່າ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ອະທິດຖານ​ທຸກ​ບ່ອນ​ທຸກ​ເວລາ. ພະ​ເຢຊູ​ເວົ້າ​ວ່າ: “ເມື່ອ​ອະທິດຖານ ໃຫ້​ເຂົ້າ​ໄປ​ໃນ​ຫ້ອງ​ສ່ວນ​ຕົວ ອັດ​ປະຕູ​ແລະ​ອະທິດຖານ​ເຖິງ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ເຈົ້າ​ເບິ່ງ​ບໍ່​ເຫັນ ແລ້ວ​ພະອົງ​ຜູ້​ເຫັນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ຈະ​ໃຫ້​ລາງວັນ​ເຈົ້າ.”—ມັດທາຍ 6:6

ເຮົາ​ສາມາດ​ອະທິດຖານ​ໄດ້​ທຸກ​ບ່ອນ​ທຸກ​ເວລາ

ນີ້​ເປັນ​ຄຳເວົ້າ​ທີ່​ເຮັດ​ໃຫ້​ອົບອຸ່ນ​ໃຈ​ແມ່ນ​ບໍ? ເຈົ້າ​ສາມາດ​ເຂົ້າ​ຫາ​ຜູ້​ທີ່​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ​ໄດ້​ເປັນ​ສ່ວນ​ໂຕ​ບໍ່​ວ່າ​ເວລາ​ໃດ ແລະ​ໝັ້ນ​ໃຈ​ໄດ້​ວ່າ​ເພິ່ນ​ຈະ​ຟັງ​ເຈົ້າ​ແນ່ນອນ. ຍ້ອນ​ແນວ​ນີ້ ພະ​ເຢຊູ​ຈຶ່ງ​ມັກ​ຫາ​ເວລາ​ຢູ່​ຜູ້​ດຽວ​ເພື່ອ​ອະທິດຖານ! ມີ​ເທື່ອ​ໜຶ່ງ​ເພິ່ນ​ອະທິດຖານ​ເຖິງ​ພະເຈົ້າ​ໝົດ​ຄືນ​ເລີຍ ເບິ່ງ​ຄື​ວ່າ​ເພິ່ນ​ເຮັດ​ແບບ​ນັ້ນ​ເພື່ອ​ຂໍ​ການ​ຊີ້​ນຳ​ກ່ອນ​ຈະ​ຕັດສິນ​ໃຈ​ເລື່ອງ​ສຳຄັນ.—ລູກາ 6:12, 13

ຊາຍ​ຍິງ​ຄົນ​ອື່ນໆໃນ​ຄຳ​ພີ​ໄບເບິນ​ໄດ້​ອະທິດຖານ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ​ຫຼື​ຕອນ​ທີ່​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ຢ້ານ. ບາງເທື່ອ​ເຂົາເຈົ້າ​ອະທິດຖານ​ໂດຍ​ເວົ້າ​ອອກ​ສຽງ​ແລະ​ບາງເທື່ອ​ກໍ​ອະທິດຖານ​ຢູ່​ໃນ​ໃຈ ເຂົາເຈົ້າ​ອະທິດຖານ​ເປັນ​ກຸ່ມ​ແລະ​ອະທິດຖານ​ຄົນ​ດຽວ. ບໍ່​ວ່າ​ຈະ​ເປັນ​ແນວ​ໃດ ສິ່ງ​ສຳຄັນ​ກໍ​ຄື​ເຂົາເຈົ້າ​ອະທິດຖານ. ພະເຈົ້າ​ເຖິງ​ກັບ​ເຊີນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ວ່າ: “ອະທິດຖານ​ເປັນ​ປະຈຳ.” (1 ເທຊະໂລນິກ 5:17) ເພິ່ນ​ເຕັມ​ໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສະເໝີ. ຄຳ​ເຊີນ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ແລະ​ສົນ​ໃຈ​ມະນຸດ​ບໍ່​ແມ່ນ​ບໍ?

ແນວ​ໃດ​ກໍ​ຕາມ ໃນ​ໂລກ​ທຸກ​ມື້​ນີ້​ທີ່​ບໍ່​ສາມາດ​ເຊື່ອ​ຫຍັງ​ໄດ້​ງ່າຍໆ ຫຼາຍ​ຄົນ​ອາດ​ສົງໄສ​ວ່າ ‘ການ​ອະທິດຖານ​ຈະ​ຊ່ວຍ​ໄດ້​ແທ້ໆບໍ?’ ເຈົ້າ​ຄິດ​ແບບ​ນັ້ນ​ນຳ​ບໍ?