ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເອເຊກຽນ​ບົດ 37 ກ່າວ​ເຖິງ​ໄມ້​ສອງ​ທ່ອນ​ທີ່​ກາຍ​ເປັນ​ທ່ອນ​ດຽວ. ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

ໂດຍ​ທາງ​ຜູ້​ພະຍາກອນ​ເອເຊກຽນ ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ກັບ​ຄືນ​ມາ​ແຜ່ນດິນ​ທີ່​ພະອົງ​ໄດ້​ສັນຍາ​ໄວ້ ແລະ​ເຂົາ​ເຈົ້າ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຖານະ​ເປັນ​ຊາດ​ໜຶ່ງ​ອີກ​ຄັ້ງ. ຄຳ​ພະຍາກອນ​ນີ້​ຍັງ​ບອກ​ລ່ວງ​ໜ້າ​ອີກ​ວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ນະມັດສະການ​ພະ​ເຢໂຫວາ​ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ​ກໍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.

ພະ​ເຢໂຫວາ​ໄດ້​ບອກ​ໃຫ້​ເອເຊກຽນ​ທີ່​ເປັນ​ຜູ້​ພະຍາກອນ​ຂອງ​ພະອົງ​ໃຫ້​ຂຽນ​ເທິງ​ໄມ້​ສອງ​ທ່ອນ. ລາວ​ຕ້ອງ​ຂຽນ​ເທິງ​ໄມ້​ທ່ອນ​ໜຶ່ງ​ວ່າ: ‘ສຳລັບ​ຢູດາ​ແລະ​ສຳລັບ​ລູກ​ຫຼານ​ຍິດສະລາເອນ​ທີ່​ຢູ່​ກັບ​ເຂົາ’ ແລະ​ຂຽນ​ເທິງ​ໄມ້​ອີກ​ທ່ອນ​ໜຶ່ງ​ວ່າ: “ສຳລັບ​ໂຢເຊບ ໄມ້​ຂອງ​ເອຟະລາອີມ​ແລະ​ຂອງ​ບັນດາ​ຄອບຄົວ​ຍິດສະລາເອນ​ທີ່​ຢູ່​ກັບ​ເຂົາ.” ແລ້ວ​ໄມ້​ສອງ​ທ່ອນ​ນັ້ນ​ໄດ້​ກາຍ​ເປັນ​ໄມ້ ‘ທ່ອນ​ດຽວ’ ໃນ​ມື​ຂອງ​ເອເຊກຽນ.—ເອເຊກຽນ 37:15-17

ຄຳ​ວ່າ “ເອຟະລາອີມ” ໝາຍ​ເຖິງ​ຫຍັງ? ຕະກູນ​ເອຟະລາອີມ​ເປັນ​ຕະກູນ​ສຳຄັນ​ທີ່​ສຸດ​ໃນ​ບັນດາ​ສິບ​ຕະກູນ​ທາງ​ເໜືອ​ຂອງ​ອານາຈັກ​ອິດສະລາແອນ. ທີ່​ຈິງ​ກະສັດ​ອົງ​ທຳອິດ​ທີ່​ປົກຄອງ​ອານາຈັກ​ນີ້​ແມ່ນ​ເຢໂຣໂບອາມ​ເຊິ່ງ​ມາ​ຈາກ​ຕະກູນ​ເອຟະລາອີມ. (ພະບັນຍັດ 33:13, 17; 1 ກະສັດ 11:26) ຕະກູນ​ນີ້​ສືບ​ເຊື້ອ​ສາຍ​ມາ​ຈາກ​ເອຟະລາອີມ​ທີ່​ເປັນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ໂຢເຊບ. (ຈົດເຊັນບັນຊີ 1:32, 33) ໂຢເຊບ​ເປັນ​ລູກ​ຂອງ​ຢາໂຄບ ແລະ​ລາວ​ໄດ້​ອວຍ​ພອນ​ແບບ​ພິເສດ​ໃຫ້​ໂຢເຊບ. ດັ່ງ​ນັ້ນ​ຈຶ່ງ​ເໝາະ​ສົມ​ແລ້ວ​ທີ່ “ໄມ້​ຂອງ​ເອຟະລາອີມ” ໝາຍ​ເຖິງ​ສິບ​ຕະກູນ​ທາງ​ເໜືອ​ຂອງ​ອານາຈັກ​ອິດສະລາແອນ. ໃນ​ປີ 740 ກ່ອນ ຄ.ສ. ເປັນ​ເວລາ​ດົນ​ກ່ອນ​ທີ່​ເອເຊກຽນ​ໄດ້​ພະຍາກອນ​ໄວ້ ພວກ​ອາຊີລີ​ໄດ້​ເອົາ​ຊະນະ​ອານາຈັກ​ທາງ​ເໜືອ​ຂອງ​ອິດສະລາແອນ ແລະ​ຈັບ​ປະຊາຊົນ​ໄປ​ເປັນ​ຊະເລີຍ. (2 ກະສັດ 17:6) ຫຼາຍ​ປີ​ຕໍ່​ມາ ບາບີໂລນ​ກໍ​ເອົາ​ຊະນະ​ອາຊີລີ. ດັ່ງ​ນັ້ນ ເມື່ອ​ເອເຊກຽນ​ຂຽນ​ຄຳ​ພະຍາກອນ​ກ່ຽວ​ກັບ​ໄມ້​ສອງ​ທ່ອນ ຊາວ​ອິດສະລາແອນ​ສ່ວນ​ຫຼາຍ​ໄດ້​ກະຈັດກະຈາຍ​ໄປ​ທົ່ວ​ອານາຈັກ​ບາບີໂລນ.

ໃນ​ປີ 607 ກ່ອນ ຄ.ສ. ພວກ​ບາບີໂລນ​ໄດ້​ເອົາ​ຊະນະ​ສອງ​ຕະກູນ​ທາງ​ໃຕ້​ຂອງ​ອານາຈັກ​ຢູດາ​ແລະ​ໄດ້​ຈັບ​ປະຊາຊົນ​ໄປ​ບາບີໂລນ. ເຂົາ​ເຈົ້າ​ອາດ​ຈັບ​ປະຊາຊົນ​ທີ່​ຍັງ​ເຫຼືອ​ຢູ່​ອານາຈັກ​ທາງ​ເໜືອ​ຂອງ​ອິດສະລາແອນ​ໄປ​ນຳ. ກະສັດ​ຕ່າງໆຂອງ​ອານາຈັກ​ທາງ​ໃຕ້​ແມ່ນ​ມາ​ຈາກ​ຕະກູນ​ຢູດາ. ພວກ​ປະໂລຫິດ​ກໍ​ຢູ່​ໃນ​ແຂວງ​ຢູດາ​ເພາະ​ເຂົາ​ເຈົ້າ​ຮັບໃຊ້​ທີ່​ວິຫານ​ໃນ​ເມືອງ​ເຢຣຶຊາເລມ. (2 ຂ່າວຄາວ 11:13, 14; 34:30) ດັ່ງ​ນັ້ນ​ຈຶ່ງ​ເໝາະ​ສົມ​ແລ້ວ​ທີ່​ໄມ້ “ສຳລັບ​ຢູດາ” ໝາຍ​ເຖິງ​ສອງ​ຕະກູນ​ທາງ​ໃຕ້​ຂອງ​ອານາຈັກ​ນີ້.

ເມື່ອ​ໃດ​ທີ່​ໄມ້​ສອງ​ທ່ອນ​ນັ້ນ​ຕິດ​ເຂົ້າ​ກັນ? ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ປີ 537 ກ່ອນ ຄ.ສ. ເມື່ອ​ຕົວ​ແທນ​ຂອງ​ອານາຈັກ​ທາງ​ເໜືອ​ແລະ​ທາງ​ໃຕ້​ໄດ້​ກັບ​ຄືນ​ມາ​ເມືອງ​ເຢຣຶຊາເລມ​ເພື່ອ​ສ້າງ​ວິຫານ​ຄືນ​ໃໝ່. ຊາດ​ອິດສະລາແອນ​ບໍ່​ໄດ້​ຖືກ​ແບ່ງ​ແຍກ​ອີກ​ຕໍ່​ໄປ. ອີກ​ຄັ້ງ​ໜຶ່ງ​ທີ່​ຊາວ​ອິດສະລາແອນ​ໄດ້​ຮ່ວມ​ກັນ​ນະມັດສະການ​ພະ​ເຢໂຫວາ. (ເອເຊກຽນ 37:21, 22) ຜູ້​ພະຍາກອນ​ເອຊາອີ​ແລະ​ເຢເຣມີ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແບບ​ນີ້.—ເອຊາອີ 11:12, 13; ເຢເຣມີ 31:1, 6, 31

ຄຳ​ພະຍາກອນ​ທີ່​ໃຫ້​ຜ່ານ​ທາງ​ເອເຊກຽນ​ໄດ້​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວ​ກັບ​ການ​ນະມັດສະການ​ທີ່​ບໍລິສຸດ? ໄດ້​ບອກ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ນະມັດສະການ​ພະອົງ ‘ເປັນ​ອັນ​ດຽວ​ກັນ.’ (ເອເຊກຽນ 37:18, 19) ຄຳ​ສັນຍາ​ນີ້​ເປັນ​ຈິງ​ໃນ​ປັດຈຸບັນ​ນີ້​ບໍ? ເປັນ​ແທ້. ຄຳ​ພະຍາກອນ​ນີ້​ເລີ່ມ​ສຳເລັດ​ໃນ​ປີ 1919. ກ່ອນ​ໜ້າ​ນັ້ນ​ຊາຕານ​ໄດ້​ພະຍາຍາມ​ແບ່ງ​ແຍກ​ປະຊາຊົນ​ຂອງ​ພະອົງ​ຢ່າງ​ຖາວອນ ແຕ່​ໃນ​ປີ 1919 ເທື່ອ​ລະ​ເລັກ​ລະ​ໜ້ອຍ​ເຂົາ​ເຈົ້າ​ຖືກ​ຈັດ​ຕັ້ງ​ຄືນ​ໃໝ່​ແລະ​ຖືກ​ເຮັດ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ອີກ​ຄັ້ງ​ໜຶ່ງ.

ໃນ​ຕອນ​ນັ້ນ ປະຊາຊົນ​ສ່ວນ​ຫຼາຍ​ຂອງ​ພະເຈົ້າ​ມີ​ຄວາມ​ຫວັງ​ຈະ​ເປັນ​ກະສັດ​ແລະ​ເປັນ​ປະໂລຫິດ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ. (ຄຳປາກົດ 20:6) ເຂົາ​ເຈົ້າ​ເປັນ​ຄື​ກັບ​ທ່ອນ​ໄມ້​ສຳລັບ​ຢູດາ. ຢ່າງ​ໃດ​ກໍ​ຕາມ ມີ​ຄົນ​ຈຳນວນ​ໜ້ອຍ​ດຽວ​ເຊິ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້. ແຕ່​ເມື່ອ​ເວລາ​ຜ່ານ​ໄປ ຄົນ​ທີ່​ມີ​ຄວາມ​ຫວັງ​ເຊັ່ນ​ນີ້​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ. (ຊາກາລີ 8:23) ຄົນ​ເຫຼົ່າ​ນີ້​ເປັນ​ຄື​ກັບ​ທ່ອນ​ໄມ້​ສຳລັບ​ໂຢເຊບ.

ໃນ​ທຸກ​ມື້​ນີ້ ທັງ​ສອງ​ກຸ່ມ​ນີ້​ຮ່ວມ​ກັນ​ຮັບໃຊ້​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ມີ​ພະ​ເຍຊູ​ຄລິດ​ເປັນ​ກະສັດ​ອົງ​ດຽວ​ຂອງ​ເຂົາ​ເຈົ້າ. ໃນ​ຄຳ​ພະຍາກອນ​ທີ່​ໃຫ້​ຜ່ານ​ທາງ​ເອເຊກຽນ ລາວ​ຖືກ​ເອີ້ນ​ວ່າ: “ດາວິດ​ຂ້າ​ໃຊ້​ຂອງ​ເຮົາ.” (ເອເຊກຽນ 37:24, 25) ພະ​ເຍຊູ​ອະທິດຖານ​ເຖິງ​ພໍ່​ກ່ຽວ​ກັບ​ລູກ​ສິດ​ຂອງ​ພະອົງ​ວ່າ: ‘ຂໍ​ໃຫ້​ເຂົາ​ທັງ​ປວງ​ເປັນ​ໜຶ່ງ​ດຽວ​ເໝືອນ​ດັ່ງ​ພະ​ບິດາ​ຢູ່​ໃນ​ຂ້າພະເຈົ້າ​ແລະ​ຂ້າພະເຈົ້າ​ຢູ່​ໃນ​ພະ​ບິດາ ເພື່ອ​ເຂົາ​ຈະ​ເປັນ​ໜຶ່ງ​ດຽວ​ໃນ​ເຮົາ​ທັງ​ສອງ​ດ້ວຍ.’ * (ໂຢຮັນ 17:20, 21) ພະ​ເຍຊູ​ຍັງ​ບອກ​ລ່ວງ​ໜ້າ​ວ່າ​ຄົນ​ຝູງ​ນ້ອຍ​ເຊິ່ງ​ແມ່ນ​ພວກ​ລູກ​ສິດ​ຂອງ​ພະອົງ​ທີ່​ເປັນ​ຜູ້​ຖືກ​ເຈີມ​ຈະ​ເປັນ ‘ຝູງ​ດຽວ’ ກັບ “ແກະ​ອື່ນ.” ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ຕິດ​ຕາມ “ຜູ້​ລ້ຽງ​ອົງ​ດຽວ.” (ໂຢຮັນ 10:16) ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້ ໃນ​ທຸກ​ມື້​ນີ້​ປະຊາຊົນ​ຂອງ​ພະເຈົ້າ ທຸກ​ຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ທັງ​ຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້!!

^ ຂໍ້ 10 ເມື່ອ​ກ່າວ​ເຖິງ​ສັນຍະລັກ​ຂອງ​ສະໄໝ​ສຸດ​ທ້າຍ ພະ​ເຍຊູ​ໄດ້​ຍົກ​ຫຼາຍ​ຕົວຢ່າງ​ໃຫ້​ພວກ​ລູກ​ສິດ​ເຫັນ. ເປັນ​ຕາ​ໜ້າ​ສົນ​ໃຈ​ທີ່​ເຫັນ​ວ່າ​ສິ່ງ​ທຳອິດ​ທີ່​ພະອົງ​ກ່າວ​ເຖິງ​ແມ່ນ ‘ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ’ ເຊິ່ງ​ເປັນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆທີ່​ເປັນ​ພີ່​ນ້ອງ​ຊາຍ​ເຊິ່ງ​ຈະ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ. (ມັດທາຍ 24:45-47) ຈາກ​ນັ້ນ ພະອົງ​ໄດ້​ຍົກ​ຕົວຢ່າງ​ປຽບ​ທຽບ​ທີ່​ກ່າວ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທັງ​ໝົດ. (ມັດທາຍ 25:1-30) ໃນ​ທີ່​ສຸດ ພະອົງ​ໄດ້​ເວົ້າ​ກ່ຽວ​ກັບ​ຄົນ​ທີ່​ຈະ​ສະໜັບສະໜູນ​ພີ່​ນ້ອງ​ຂອງ​ພະ​ຄລິດ​ແລະ​ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້. (ມັດທາຍ 25:31-46) ຄ້າຍ​ຄື​ກັນ ເມື່ອ​ຄຳ​ພະຍາກອນ​ທີ່​ໃຫ້​ຜ່ານ​ທາງ​ເອເຊກຽນ​ເລີ່ມ​ສຳເລັດ​ເປັນ​ຈິງ​ໃນ​ສະໄໝ​ຂອງ​ເຮົາ ທຳອິດ ສິ່ງ​ນີ້​ໃຊ້​ໄດ້​ກັບ​ຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ໄປ​ຢູ່​ສະຫວັນ. ເຖິງ​ວ່າ​ສິບ​ຕະກູນ​ຂອງ​ອິດສະລາແອນ​ບໍ່​ໄດ້​ໝາຍ​ເຖິງ​ຄົນ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້ ແຕ່​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ທີ່​ກ່າວ​ເຖິງ​ໃນ​ຄຳ​ພະຍາກອນ​ນີ້​ເຕືອນ​ເຮົາ​ເຖິງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ລະຫວ່າງ​ແກະ​ອື່ນ​ແລະ​ຜູ້​ຖືກ​ເຈີມ.