ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນ​ຫຍັງ​ເຮົາ​ຕ້ອງ ‘ເຝົ້າ​ລະວັງ​ຢູ່​ສະເໝີ’?

ເປັນ​ຫຍັງ​ເຮົາ​ຕ້ອງ ‘ເຝົ້າ​ລະວັງ​ຢູ່​ສະເໝີ’?

“ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ເວລາ​ໂມງ​ໃດ​ພະອົງ​ເຈົ້າ​ຂອງ​ທ່ານ​ຈະ​ສະເດັດ​ມາ.”—ມັດທາຍ 24:42

ເພງ: 136, 129

1. ຂໍ​ໃຫ້​ຍົກ​ຕົວຢ່າງ​ເຊິ່ງ​ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຕື່ນ​ຕົວ​ຕໍ່​ກັບ​ເວລາ​ແລະ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ອ້ອມ​ຕົວ​ເຮົາ. (ເບິ່ງ​ຮູບ​ທຳອິດ)

ການ​ປະຊຸມ​ພາກ​ກຳລັງ​ຈະ​ເລີ່ມ​ຂຶ້ນ. ຜູ້​ປະກາດ​ລາຍການ​ຍ່າງ​ຂຶ້ນ​ເທິງ​ເວທີ​ແລະ​ກ່າວ​ຕ້ອນຮັບ​ທຸກໆຄົນ. ດົນຕີ​ບັນເລງ​ກຳລັງ​ຈະ​ເລີ່ມ​ຕົ້ນ. ຜູ້​ຟັງ​ຮູ້​ວ່າ​ເຖິງ​ເວລາ​ໄປ​ນັ່ງ​ບ່ອນ​ແລ້ວ ເພາະ​ເຂົາ​ເຈົ້າ​ຕ້ອງການ​ຟັງ​ດົນຕີ​ທີ່​ມ່ວນໆ ແລະ​ຄອຍ​ຖ້າ​ຟັງ​ຄຳ​ບັນລະຍາຍ​ຕ່າງໆ. ແຕ່​ອາດ​ມີ​ບາງ​ຄົນ​ບໍ່​ໄດ້​ໃສ່​ໃຈ​ຕໍ່​ຜູ້​ປະກາດ​ລາຍການ​ຫຼື​ບໍ່​ໄດ້​ສັງເກດ​ວ່າ​ດົນຕີ​ກຳລັງ​ບັນເລງ. ເຂົາ​ເຈົ້າ​ບໍ່​ໄດ້​ສຳນຶກ​ວ່າ​ການ​ປະຊຸມ​ພາກ​ກຳລັງ​ຈະ​ເລີ່ມ ດັ່ງ​ນັ້ນ​ຈຶ່ງ​ຍ່າງ​ໄປ​ຫັ້ນ​ມາ​ນີ້​ແລະ​ລົມ​ກັບ​ໝູ່​ເພື່ອນ. ເຫດການ​ນີ້​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ຖ້າ​ເຮົາ​ບໍ່​ຕື່ນ​ຕົວ​ຕໍ່​ກັບ​ເວລາ​ຫຼື​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ອ້ອມ​ຕົວ​ເຮົາ. ເລື່ອງ​ນີ້​ໃຫ້​ບົດຮຽນ​ທີ່​ສຳຄັນ​ຕໍ່​ເຮົາ​ເພາະ​ວ່າ​ອີກ​ບໍ່​ດົນ​ຈະ​ເກີດ​ເຫດການ​ທີ່​ຍິ່ງໃຫຍ່​ກວ່າ​ນີ້ ແລະ​ເຮົາ​ຕ້ອງ​ກຽມ​ພ້ອມ​ສຳລັບ​ສິ່ງ​ນັ້ນ. ເຫດການ​ນັ້ນ​ແມ່ນ​ຫຍັງ?

2. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ບອກ​ພວກ​ລູກ​ສິດ​ໃຫ້ ‘ເຝົ້າ​ລະວັງ​ຢູ່​ສະເໝີ’?

2 ພະ​ເຍຊູ​ຄລິດ​ໄດ້​ເຕືອນ​ພວກ​ລູກ​ສິດ​ເຖິງ​ຄວາມ​ຈຳເປັນ​ທີ່​ຕ້ອງ​ຕື່ນ​ຕົວ​ຢູ່​ສະເໝີ​ແລະ​ກຽມ​ພ້ອມ​ສຳລັບ “ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້.” ພະອົງ​ບອກ​ເຂົາ​ເຈົ້າ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່ ຈົ່ງ​ກຽມ​ພ້ອມ​ສະເໝີ ເຫດ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ.’ ຫຼັງ​ຈາກ​ນັ້ນ​ພະອົງ​ໄດ້​ບອກ​ເຂົາ​ເຈົ້າ​ຫຼາຍ​ຄັ້ງ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ.(ມັດທາຍ 24:3; ອ່ານ​ມາລະໂກ 13:32-37) ບັນທຶກ​ຂອງ​ມັດທາຍ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ໄດ້​ເຕືອນ​ພວກ​ລູກ​ສິດ​ກ່ຽວ​ກັບ​ເລື່ອງ​ນີ້. ພະອົງ​ບອກ​ເຂົາ​ເຈົ້າ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ເວລາ​ໂມງ​ໃດ​ພະອົງ​ເຈົ້າ​ຂອງ​ທ່ານ​ຈະ​ສະເດັດ​ມາ.’ ພະອົງ​ເຕືອນ​ເຂົາ​ເຈົ້າ​ອີກ​ຄັ້ງ​ໜຶ່ງ​ວ່າ: ‘ຈົ່ງ​ຕຽມ​ພ້ອມ​ຢູ່​ສະເໝີ ເຫດ​ວ່າ​ບຸດ​ມະນຸດ​ສະເດັດ​ມາ​ໃນ​ໂມງ​ໃດ​ທີ່​ທ່ານ​ທັງ​ຫຼາຍ​ບໍ່​ຄຶດ​ນັ້ນ.’ ຈາກ​ນັ້ນ​ພະອົງ​ໄດ້​ເວົ້າ​ຊໍ້າ​ອີກ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະໝີ ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ວັນ​ໃດ​ແລະ​ໂມງ​ໃດ.’—ມັດທາຍ 24:42-44; 25:13

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ໃສ່​ໃຈ​ຕໍ່​ກັບ​ຄຳ​ເຕືອນ​ຂອງ​ພະ​ເຍຊູ?

3 ພະຍານ​ພະ​ເຢໂຫວາ​ໃສ່​ໃຈ​ຕໍ່​ກັບ​ຄຳ​ເຕືອນ​ຂອງ​ພະ​ເຍຊູ. ເຮົາ​ຮູ້​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ໃນ “ສະໄໝ​ສຸດ​ທ້າຍ” ແລະ​ຈະ​ເກີດ​ມີ “ຄວາມ​ທຸກ​ທໍລະມານ​ຢ່າງ​ໜັກ” ໃນ​ໄວໆນີ້! (ດານຽນ 12:4, ລ.ມ.; ມັດທາຍ 24:21) ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ກຳລັງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ໂລກ. ໃນ​ຂະນະ​ດຽວ​ກັນ ເຮົາ​ກໍ​ເຫັນ​ວ່າ​ມີ​ສົງຄາມ ໂລກ​ລະ​ບາດ ແຜ່ນດິນ​ໄຫວ ແລະ​ຄວາມ​ອຶດຢາກ​ໃນ​ຫຼາຍໆແຫ່ງ. ນອກ​ຈາກ​ນັ້ນ​ຍັງ​ມີ​ຄວາມ​ວຸ່ນວາຍ​ທາງ​ສາສະໜາ ແລະ​ມີ​ອາດຊະຍາກຳ​ແລະ​ຄວາມ​ຮຸນແຮງ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ. (ມັດທາຍ 24:7, 11, 12, 14; ລືກາ 21:11) ຕອນ​ນີ້​ພວກ​ເຮົາ​ກຳລັງ​ຄອຍ​ຖ້າ​ດ້ວຍ​ຄວາມ​ກະຕືລືລົ້ນ​ໃຫ້​ເຖິງ​ເວລາ​ທີ່​ພະ​ເຍຊູ​ຈະ​ມາ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພໍ່​ພະອົງ​ສຳເລັດ​ເປັນ​ຈິງ.—ມາລະໂກ 13:26, 27

ວັນ​ນັ້ນ​ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ!

4. (ກ) ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ຕອນ​ນີ້​ພະ​ເຍຊູ​ຮູ້​ແລ້ວ​ວ່າ​ອະລະມາເຄໂດນ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? (ຂ) ເຖິງ​ເຮົາ​ຈະ​ບໍ່​ຮູ້​ມື້​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເກີດ​ຂຶ້ນ ແຕ່​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ?

4 ເມື່ອ​ໄປ​ການ​ປະຊຸມ​ພາກ ເຮົາ​ຮູ້​ວ່າ​ແຕ່​ລະ​ສ່ວນ​ຈະ​ເລີ່ມ​ຕົ້ນ​ໃນ​ເວລາ​ໃດ. ຢ່າງ​ໃດ​ກໍ​ຕາມ ເຮົາ​ບໍ່​ສາມາດ​ຮູ້​ຢ່າງ​ຄັກ​ແນ່​ວ່າ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ. ເມື່ອ​ຢູ່​ທີ່​ໂລກ​ນີ້ ພະ​ເຍຊູ​ເວົ້າ​ວ່າ: “ວັນ​ກຳນົດ​ກັບ​ໂມງ​ກຳນົດ​ນັ້ນ​ບໍ່​ມີ​ຜູ້​ໃດ​ຮູ້ຈັກ ແມ່ນ​ພວກ​ທູດ​ສະຫວັນ​ກໍ​ດີ ບຸດ​ມະນຸດ​ກໍ​ດີ​ກໍ​ບໍ່​ຮູ້ຈັກ ຮູ້ຈັກ​ແຕ່​ພະ​ບິດາ​ອົງ​ດຽວ.” (ມາລະໂກ 13:32) ເນື່ອງ​ຈາກ​ວ່າ​ພະ​ເຍຊູ​ຈະ​ເປັນ​ຜູ້​ທີ່​ນຳ​ໜ້າ​ໃນ​ສົງຄາມ​ອະລະມະເຄໂດນ ດັ່ງ​ນັ້ນ​ຈຶ່ງ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ຕອນ​ນີ້​ພະອົງ​ຮູ້​ແລ້ວ​ວ່າ​ສົງຄາມ​ນັ້ນ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ. (ຄຳປາກົດ 19:11-16) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ຍັງ​ບໍ່​ຮູ້​ວັນ​ຫຼື​ເວລາ​ທີ່​ອະວະສານ​ຈະ​ເກີດ​ຂຶ້ນ. ດ້ວຍ​ເຫດ​ນີ້​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ເຝົ້າ​ລະວັງ​ຢູ່​ສະເໝີ. ພະ​ເຢໂຫວາ​ໄດ້​ກຳນົດ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເກີດ​ຂຶ້ນ​ເມື່ອ​ໃດ ແລະ​ວັນ​ນັ້ນ​ກໍ​ຫຍັບ​ໃກ້​ເຂົ້າ​ມາ​ຫຼາຍ​ຂຶ້ນ​ເລື້ອຍໆ. ວັນ​ນັ້ນ​ຈະ “ບໍ່​ຢອມ” ຫຼື​ບໍ່​ຊັກຊ້າ​ເລີຍ. (ອ່ານ​ຫາບາກຸກ 2:1-3) ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ຫຼາຍ​ໃນ​ເລື່ອງ​ນີ້?

ພະ​ເຢໂຫວາ​ໄດ້​ກຳນົດ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເກີດ​ຂຶ້ນ​ເມື່ອ​ໃດ

5. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໄວ້​ລ່ວງ​ໜ້າ​ເກີດ​ຂຶ້ນ​ຕາມ​ເວລາ​ທີ່​ກຳນົດ​ໄວ້​ສະເໝີ.

5 ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໄວ້​ລ່ວງ​ໜ້າ​ໄດ້​ເກີດ​ຂຶ້ນ​ຕາມ​ເວລາ​ທີ່​ກຳນົດ​ໄວ້​ສະເໝີ! ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ມື້​ທີ່​ພະອົງ​ປົດ​ປ່ອຍ​ຊາວ​ອິດສະລາແອນ​ອອກ​ຈາກ​ເອຢິບ. ມື້​ນັ້ນ​ແມ່ນ​ວັນ​ທີ 14 ເດືອນ ນີຊານ ປີ 1513 ກ່ອນ ຄ.ສ. ຕໍ່​ມາ​ໂມເຊ​ໄດ້​ຂຽນ​ກ່ຽວ​ກັບ​ມື້​ນັ້ນ​ວ່າ: “ໃນ​ວັນ​ທີ່​ຄົບ 430 ປີ​ນັ້ນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ທັງ​ໝົດ​ເຊິ່ງ​ມີ​ຈຳນວນ​ມາກ​ມາຍ​ໄດ້​ອອກ​ມາ​ຈາກ​ອີ​ຢິບ.” (ອົບພະຍົບ 12:40-42, ລ.ມ.) ໃນ​ວັນ​ທີ 14 ເດືອນ ນີຊານ ປີ 1943 ກ່ອນ ຄ.ສ. ເຊິ່ງ​ໝາຍ​ເຖິງ 430 ປີ ກ່ອນ​ທີ່​ຊາວ​ອິດສະລາແອນ​ຈະ​ຖືກ​ປົດ​ປ່ອຍ​ຈາກ​ເອຢິບ ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ​ຈະ​ອວຍ​ພອນ​ໃຫ້​ເຊື້ອ​ສາຍ​ຂອງ​ອັບລາຫາມ​ກໍ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່​ຕອນ​ນັ້ນ. (ຄາລາຊີ 3:17, 18) ພະ​ເຢໂຫວາ​ໄດ້​ບອກ​ກັບ​ອັບລາຫາມ​ຕື່ມ​ອີກ​ວ່າ: ‘ເຈົ້າ​ຈົ່ງ​ຮູ້​ເປັນ​ແທ້​ວ່າ​ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນ​ຕ່າງ​ດ້າວ​ໃນ​ດິນແດນ​ໜຶ່ງ ແລະ​ຊາວ​ປະເທດ​ນັ້ນ​ຈະ​ໃຫ້​ເຂົາ​ເປັນ​ທາດ​ແລະ​ຈະ​ບຽດບຽນ​ຂົ່ມເຫງ​ເຂົາ​ເປັນ​ເວລາ 400 ປີ.’ (ຕົ້ນເດີມ 15:13; ກິດຈະການ 7:6) ເວລາ 400 ປີ​ນັ້ນ​ຈຶ່ງ​ເລີ່ມ​ຕົ້ນ​ໃນ​ປີ 1913 ກ່ອນ ຄ.ສ. ເມື່ອ​ຍິດມາເອນ​ເລີ່ມ​ປະຕິບັດ​ແບບ​ບໍ່​ດີ​ຕໍ່​ອີຊາກ. ເວລາ 400 ປີ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ໃນ​ມື້​ທີ່​ພະ​ເຢໂຫວາ​ໄດ້​ປົດ​ປ່ອຍ​ຊາວ​ອິດສະລາແອນ​ອອກ​ຈາກ​ເອຢິບ​ເຊິ່ງ​ກໍ​ແມ່ນ​ປີ 1513 ກ່ອນ.ຄ.ສ. (ຕົ້ນເດີມ 21:8-10; ຄາລາຊີ 4:22-29) ແມ່ນ​ແລ້ວ ພະ​ເຢໂຫວາ​ໄດ້​ກຳນົດ​ລ່ວງ​ໜ້າ​ໄວ້​ຫຼາຍ​ຮ້ອຍ​ປີ​ວ່າ​ເມື່ອ​ໃດ​ທີ່​ພະອົງ​ຈະ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະອົງ!

6. ເປັນ​ຫຍັງ​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ລອດ​ຊີວິດ?

6 ໂຢຊວຍ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຊາວ​ອິດສະລາແອນ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ເອຢິບ. ຫຼາຍ​ປີ​ຕໍ່​ມາ​ລາວ​ໄດ້​ເຕືອນ​ປະຊາຊົນ​ວ່າ: ‘ພວກ​ທ່ານ​ກໍ​ຮູ້​ແກ່​ໃຈ​ວ່າ​ຄຳ​ສັນຍາ​ດີໆທັງ​ໝົດ​ທີ່​ພະ​ເຢໂຫວາ​ພະເຈົ້າ​ເວົ້າ​ໄວ້​ແລ້ວ​ນັ້ນ​ບໍ່​ມີ​ຄຳ​ສັນຍາ​ໃດ​ເລີຍ​ທີ່​ບໍ່​ເປັນ​ຈິງ ທຸກ​ຢ່າງ​ເປັນ​ຈິງ​ທັງ​ໝົດ ບໍ່​ມີ​ຈັກ​ຄຳ​ເລີຍ​ທີ່​ບໍ່​ເປັນ​ຈິງ.’ (ໂຢຊວຍ 23:2, 14, ລ.ມ.) ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ແລະ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຄຳ​ສັນຍາ​ຂອງ​ພະອົງ​ຈະ​ເປັນ​ຈິງ. ດັ່ງ​ນັ້ນ ຖ້າ​ເຮົາ​ຕ້ອງການ​ທີ່​ຈະ​ຢູ່​ໃນ​ໂລກ​ໃໝ່ ເຮົາ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ

ເຝົ້າ​ລະວັງ​ຢູ່​ສະເໝີ​ເພື່ອ​ຈະ​ລອດ​ຊີວິດ

7, 8. (ກ) ຄົນ​ຍາມ​ໃນ​ສະໄໝ​ບູຮານ​ມີ​ໜ້າ​ທີ່​ເຮັດ​ຫຍັງ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເຂົາ​ເຈົ້າ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ເຖິງ​ສິ່ງ​ທີ່​ອາດ​ເກີດ​ຂຶ້ນ​ເມື່ອ​ຄົນ​ຍາມ​ນອນ​ຫຼັບ​ໃນ​ຕອນ​ທີ່​ເຮັດ​ໜ້າ​ທີ່​ຂອງ​ຕົນ.

7 ເຮົາ​ໄດ້​ບົດຮຽນ​ຈາກ​ຄົນ​ຍາມ​ທີ່​ເຝົ້າ​ຮັກສາ​ເມືອງ​ຕ່າງໆໃນ​ສະໄໝ​ບູຮານ. ເມືອງ​ເຫຼົ່າ​ນີ້​ລວມ​ເຖິງ​ເມືອງ​ເຢຣຶຊາເລມ​ທີ່​ມີ​ກຳແພງ​ສູງ​ອ້ອມ​ຮອບ​ເພື່ອ​ບໍ່​ໃຫ້​ພວກ​ສັດຕູ​ສາມາດ​ເຂົ້າ​ມາ​ໃນ​ເມືອງ​ໄດ້. ຄົນ​ຍາມ​ຈະ​ຢືນ​ຢູ່​ທີ່​ກຳແພງ​ເຫຼົ່າ​ນັ້ນ ແລະ​ຈາກ​ຈຸດ​ນີ້​ເຂົາ​ເຈົ້າ​ສາມາດ​ເຫັນ​ດິນແດນ​ທັງ​ໝົດ​ທີ່​ຢູ່​ອ້ອມ​ເມືອງ. ຄົນ​ຍາມ​ບາງ​ຄົນ​ກໍ​ຢືນ​ຢູ່​ທີ່​ປະຕູ​ເມືອງ. ຄົນ​ເຫຼົ່າ​ນັ້ນ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ​ທັງ​ກາງເວັນ​ແລະ​ກາງຄືນ ແລະ​ຖ້າ​ເຫັນ​ພວກ​ສັດຕູ​ກຳລັງ​ມາ ເຂົາ​ເຈົ້າ​ຕ້ອງ​ເຕືອນ​ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ. (ເອຊາອີ 62:6) ຄົນ​ຍາມ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ຈະ​ຕື່ນ​ຕົວ​ຢູ່​ສະເໝີ​ແລະ​ເຝົ້າ​ເບິ່ງ​ຢ່າງ​ລະ​ມັດ​ລະວັງ​ໃນ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ. ຖ້າ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ເຊັ່ນ​ນັ້ນ ຫຼາຍ​ຄົນ​ກໍ​ອາດ​ຈະ​ຕາຍ.—ເອເຊກຽນ 33:6

8 ໂຢເຊຟຸດ​ເຊິ່ງ​ໄດ້​ຂຽນ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຄົນ​ຢິວ ລາວ​ໄດ້​ອະທິບາຍ​ເຖິງ​ວິທີ​ທີ່​ທະຫານ​ໂລມ​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ເຢຣຶຊາເລມ​ໃນ​ປີ 70 ຄ.ສ. ຄົນ​ຍາມ​ທີ່​ກຳລັງ​ເຝົ້າ​ຮັກສາ​ສ່ວນ​ໜຶ່ງ​ຂອງ​ເມືອງ​ໄດ້​ນອນ​ຫຼັບ. ຍ້ອນ​ແນວ​ນັ້ນ​ພວກ​ທະຫານ​ໂລມ​ຈຶ່ງ​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້. ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ວິຫານ​ແລະ​ເຜົາ​ວິຫານ ແລ້ວ​ກໍ​ທຳລາຍ​ສ່ວນ​ທີ່​ເຫຼືອ​ຂອງ​ເມືອງ​ເຢຣຶຊາເລມ. ເຫດການ​ນັ້ນ​ເປັນ​ສ່ວນ​ສຸດ​ທ້າຍ​ຂອງ​ຄວາມ​ທຸກ​ລຳບາກ​ເຊິ່ງ​ໜັກ​ໜ່ວງ​ທີ່​ສຸດ​ເທົ່າ​ທີ່​ຊາວ​ຢິວ​ເຄີຍ​ປະສົບ​ມາ.

9. ໃນ​ທຸກ​ມື້​ນີ້ ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ສຳນຶກ​ເຖິງ​ເລື່ອງ​ໃດ?

9 ໃນ​ສະໄໝ​ນີ້ ລັດຖະບານ​ສ່ວນ​ໃຫຍ່​ໄດ້​ໃຊ້​ທະຫານ​ແລະ​ລະບົບ​ປ້ອງກັນ​ຄວາມ​ປອດໄພ​ທີ່​ເປັນ​ເຕັກ​ໂນ​ໂລ​ຍີ​ທີ່​ທັນ​ສະໄໝ​ທີ່​ສຸດ​ເພື່ອ​ເຝົ້າ​ຮັກສາ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ. ລັດຖະບານ​ເຫຼົ່າ​ນີ້​ເຝົ້າ​ເບິ່ງ​ຄົນ​ຫຼື​ສິ່ງ​ທີ່​ອາດ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ປອດໄພ​ຂອງ​ປະເທດ. ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ສຳນຶກ​ວ່າ​ມີ​ລັດຖະບານ​ໜຶ່ງ​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ມີ​ອຳນາດ​ຫຼາຍ​ກວ່າ​ແລະ​ມີ​ພະ​ຄລິດ​ເຍຊູ​ເປັນ​ຜູ້​ປົກຄອງ. ອີກ​ບໍ່​ດົນ​ລັດຖະບານ​ນີ້​ກໍ​ຈະ​ເຮັດ​ສົງຄາມ​ຕໍ່​ສູ້​ກັບ​ລັດຖະບານ​ທັງ​ໝົດ​ທີ່​ຢູ່​ໂລກ​ນີ້. (ເອຊາອີ 9:6, 7; 56:10; ດານຽນ 2:44) ເຮົາ​ຄອຍ​ຖ້າ​ດ້ວຍ​ຄວາມ​ກະຕືລືລົ້ນ​ໃຫ້​ມື້​ນັ້ນ​ມາ​ເຖິງ​ແລະ​ເຮົາ​ຢາກ​ກຽມ​ພ້ອມ​ສຳລັບ​ມື້​ນັ້ນ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ໃສ່​ໃຈ​ຕໍ່​ກັບ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕໍ່​ໄປໆ.—ຄຳເພງ 130:6

ຢ່າ​ໃຫ້​ສິ່ງ​ໃດ​ມາ​ຂັດ​ຂວາງ​ເຈົ້າ

10, 11. (ກ) ເຮົາ​ຕ້ອງ​ລະວັງ​ໃນ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ? (ຂ) ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະຍາມານ​ມີ​ອິດທິພົນ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ບໍ່​ສົນ​ໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ?

10 ໃຫ້​ນຶກ​ພາບ​ເບິ່ງ​ຄົນ​ຍາມ​ທີ່​ເຝົ້າ​ຍາມ​ຢູ່​ໝົດ​ຄືນ. ເນື່ອງ​ຈາກ​ວ່າ​ເມື່ອຍ​ຫຼາຍ ດັ່ງ​ນັ້ນ ໃນ​ສອງ​ສາມ​ຊົ່ວ​ໂມງ​ສຸດ​ທ້າຍ​ຈຶ່ງ​ບໍ່​ງ່າຍ​ທີ່​ລາວ​ຈະ​ຕື່ນ​ຕົວ​ຢູ່​ຕະຫຼອດ​ເວລາ. ຄ້າຍ​ຄື​ກັນ ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ ແລະ​ເມື່ອ​ເຮົາ​ຫຍັບ​ເຂົ້າ​ໃກ້​ອະວະສານ​ຫຼາຍ​ເທົ່າ​ໃດ​ກໍ​ແຮ່ງ​ຍາກ​ຫຼາຍ​ຂຶ້ນ​ທີ່​ເຮົາ​ຈະ​ຕື່ນ​ຕົວ​ຢູ່​ສະເໝີ. ເປັນ​ເລື່ອງ​ໜ້າ​ເສົ້າ​ແທ້ໆຖ້າ​ເຮົາ​ບໍ່​ໄດ້​ເຝົ້າ​ລະວັງ​ຢູ່​ສະເໝີ! ຂໍ​ໃຫ້​ເຮົາ​ພິຈາລະນາ​ສາມ​ສິ່ງ​ທີ່​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ຕື່ນ​ຕົວ​ຢູ່​ສະເໝີ.

11 ພະຍາມານ​ຫຼອກ​ລວງ​ຜູ້​ຄົນ. ມັນ​ເປັນ “ຜູ້​ປົກຄອງ​ໂລກ.” ບໍ່​ດົນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ເສຍ​ຊີວິດ ພະອົງ​ໄດ້​ເຕືອນ​ພວກ​ລູກ​ສິດ​ເຖິງ​ສາມ​ຄັ້ງ​ກ່ຽວ​ກັບ​ຄວາມ​ຈິງ​ຂໍ້​ນີ້. (ໂຢຮັນ 12:31, ທ.ປ.; 14:30; 16:11) ພະຍາມານ​ໄດ້​ໃຊ້​ສາສະໜາ​ທີ່​ສອນ​ບໍ່​ຈິງ​ເພື່ອ​ຫຼອກ​ລວງ​ຜູ້​ຄົນ. ດ້ວຍ​ເຫດ​ນັ້ນ ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ປະຕິເສດ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທັ່ງໆທີ່​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ອະວະສານ​ຂອງ​ໂລກ​ນີ້​ຫຍັບ​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ. (ໂຊໂຟນີ 1:14) ເຫັນ​ໄດ້​ຊັດເຈນ​ວ່າ​ຊາຕານ​ໄດ້ ‘ກະທຳ​ໃຫ້​ຈິດ​ໃຈ​ຂອງ​ຄົນ​ທີ່​ບໍ່​ເຊື່ອ​ໃຫ້​ມືດ​ໄປ.’ (2 ໂກລິນໂທ 4:3-6) ຍ້ອນ​ແນວ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ບໍ່​ຢາກ​ຟັງ​ເມື່ອ​ເຮົາ​ພະຍາຍາມ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ອະວະສານ​ຂອງ​ໂລກ​ນີ້​ຫຍັບ​ໃກ້​ເຂົ້າ​ມາ​ແລ້ວ ແລະ​ພະ​ເຍຊູ​ກຳລັງ​ປົກຄອງ​ໃນ​ຕອນ​ນີ້. ຫຼາຍ​ຄັ້ງ​ຄົນ​ເຫຼົ່າ​ນັ້ນ​ມັກ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສົນ​ໃຈ.”

12. ເປັນ​ຫຍັງ​ເຮົາ​ຕ້ອງ​ບໍ່​ປ່ອຍ​ໃຫ້​ພະຍາມານ​ຫຼອກ​ລວງ​ເຮົາ?

12 ເຖິງ​ວ່າ​ຫຼາຍ​ຄົນ​ບໍ່​ສົນ​ໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ແຕ່​ເຮົາ​ຕ້ອງ​ບໍ່​ປ່ອຍ​ໃຫ້​ເລື່ອງ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້​ໃຈ. ເຮົາ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເຝົ້າ​ລະວັງ​ຢູ່​ສະເໝີ. ໂປໂລ​ເວົ້າ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ວ່າ: ‘ທ່ານ​ທັງ​ຫຼາຍ​ຮູ້ຈັກ​ຄັກ​ແລ້ວ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ.’ ລາວ​ກ່າວ​ຕື່ມ​ອີກ​ວ່າ: ‘ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.’ (ອ່ານ 1 ເທຊະໂລນີກ 5:1-6) ພະ​ເຍຊູ​ໄດ້​ເຕືອນ​ເຮົາ​ວ່າ: ‘ຈົ່ງ​ກຽມ​ພ້ອມ​ເພາະ​ວ່າ​ບຸດ​ມະນຸດ​ຈະມາ​ໃນ​ໂມງ​ທີ່​ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ຄາດ​ຄຶດ.’ (ລືກາ 12:39, 40) ອີກ​ບໍ່​ດົນ​ຊາຕານ​ຈະ​ຫຼອກ​ລວງ​ຜູ້​ຄົນ​ໃຫ້​ເຂົາ​ເຈົ້າ​ຄິດ​ວ່າ​ໂລກ​ນີ້​ມີ ‘ຄວາມ​ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ, ລ.ມ.’ ຈາກ​ນັ້ນ ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ໃນ​ທັນທີ ແລະ​ເຂົາ​ເຈົ້າ​ກໍ​ຈະ​ຕົກຕະລຶງ. ແລ້ວ​ເຮົາ​ຈະ​ເປັນ​ແນວ​ໃດ? ຖ້າ​ເຮົາ​ຢາກ​ກຽມ​ພ້ອມ​ສຳລັບ​ວັນ​ນັ້ນ​ແລະ​ບໍ່​ຢາກ​ຖືກ​ຫຼອກ​ລວງ​ຄື​ກັບ​ຄົນ​ອື່ນ ເຮົາ​ຕ້ອງ “ຕື່ນ​ຕົວ​ແລະ​ມີ​ສະຕິ​ສະເໝີ, ລ.ມ.” ຍ້ອນ​ແນວ​ນັ້ນ ເຮົາ​ຈຳເປັນ​ຕ້ອງ​ອ່ານ​ພະ​ຄຳພີ​ທຸກ​ມື້​ແລະ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຮົາ.

13. ນໍ້າໃຈ​ຂອງ​ໂລກ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຜູ້​ຄົນ ແລະ​ເຮົາ​ຈະ​ຫຼີກ​ລ່ຽງ​ອິດທິພົນ​ທີ່​ເປັນ​ອັນຕະລາຍ​ແບບ​ນັ້ນ​ໄດ້​ແນວ​ໃດ?

13 ນໍ້າໃຈ​ຂອງ​ໂລກ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ຜູ້​ຄົນ. ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ບໍ່​ໄດ້​ສຳນຶກ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຮູ້ຈັກ​ພະເຈົ້າ. (ມັດທາຍ 5:3) ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ສ່ວນ​ຫຼາຍ​ເພື່ອ​ຈະ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ຢ່າງ​ທີ່​ໂລກ​ນີ້​ສະເໜີ​ໃຫ້. (1 ໂຢຮັນ 2:16) ນອກ​ຈາກ​ນັ້ນ ຫຼາຍ​ກວ່າ​ທີ່​ຜ່ານ​ມາ ມີ​ຄວາມ​ບັນເທີງ​ຫຼາຍ​ປະເພດ​ໄດ້​ສົ່ງເສີມ​ແລະ​ເຮັດ​ໃຫ້​ຜູ້​ຄົນ​ຮັກ​ຄວາມ​ສະໜຸກ​ສະໜານ ແລະ​ສະໜອງ​ຄວາມ​ປາຖະໜາ​ຕ່າງໆຂອງ​ເຂົາ​ເຈົ້າ. (2 ຕີໂມເຕ 3:4) ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ບໍ່​ສົນ​ໃຈ​ສິ່ງ​ທີ່​ສຳຄັນ​ກວ່າ ແລະ​ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ເຖິງ​ການ​ມີ​ສາຍ​ສຳພັນ​ກັບ​ພະເຈົ້າ. ດ້ວຍ​ເຫດ​ນີ້​ໂປໂລ​ຈຶ່ງ​ເຕືອນ​ຄລິດສະຕຽນ​ວ່າ ເຂົາ​ເຈົ້າ​ຄວນ “ຕື່ນ​ຂຶ້ນ​ຈາກ​ການ​ນອນ​ຫຼັບ” ໂດຍ​ບໍ່​ໃຫ້​ຊີວິດ​ຈົດຈໍ່​ຢູ່​ທີ່​ການ​ສະໜອງ​ຄວາມ​ປາຖະໜາ​ຂອງ​ຕົວ​ເອງ.—ໂລມ 13:11-14

ເຮົາ​ຢາກ​ໃຫ້​ນໍ້າໃຈ​ຂອງ​ພະເຈົ້າ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ ບໍ່​ແມ່ນ​ນໍ້າໃຈ​ຂອງ​ໂລກ​ນີ້

14. ເຮົາ​ພົບ​ຄຳ​ເຕືອນ​ຫຍັງ​ໃນ​ລືກາ 21:34, 35?

14 ເຮົາ​ຢາກ​ໃຫ້​ນໍ້າໃຈ​ຂອງ​ພະເຈົ້າ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ ບໍ່​ແມ່ນ​ນໍ້າໃຈ​ຂອງ​ໂລກ​ນີ້. ພະ​ເຢໂຫວາ​ໄດ້​ໃຊ້​ພະລັງ​ຂອງ​ພະອົງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ແຈ້ງ​ໃນ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ. (1 ໂກລິນໂທ 2:12) [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ແຕ່​ເຮົາ​ຕ້ອງ​ລະວັງ ແມ່ນ​ແຕ່​ສິ່ງ​ທີ່​ທຳມະດາ​ໃນ​ຊີວິດ​ກໍ​ສາມາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ. (ອ່ານ​ລືກາ 21:34, 35) ບາງ​ຄົນ​ອາດ​ຈະ​ເວົ້າ​ວ່າ​ເຮົາ​ໂງ່​ທີ່​ເຊື່ອ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ. (2 ເປໂຕ 3:3-7) ແຕ່​ເຮົາ​ຕ້ອງ​ບໍ່​ປ່ອຍ​ໃຫ້​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ. ເຮົາ​ເຫັນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ວ່າ​ອະວະສານ​ກຳລັງ​ໃກ້​ຈະ​ເກີດ​ຂຶ້ນ. ຖ້າ​ເຮົາ​ຢາກ​ໃຫ້​ນໍ້າໃຈ​ຂອງ​ພະເຈົ້າ​ມີ​ອິດທິພົນ​ຕໍ່​ເຮົາ ເຮົາ​ຕ້ອງ​ປະຊຸມ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ເປັນ​ເປັນ​ປະຈຳ.

ເຈົ້າ​ກຳລັງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ ‘ເຝົ້າ​ລະວັງ​ຢູ່​ສະເໝີ’ ບໍ? (ເບິ່ງ​ຂໍ້ 11-16)

15. ເກີດ​ຫຍັງ​ຂຶ້ນ​ກັບ​ເປໂຕ ຢາໂກໂບ ແລະ​ໂຢຮັນ ແລະ​ສິ່ງ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ກັບ​ເຮົາ​ໄດ້​ແນວ​ໃດ?

15 ເຮົາ​ມີ​ຈຸດ​ອ່ອນ​ທີ່​ເຮັດ​ໃຫ້​ຍາກ​ທີ່​ເຮົາ​ຈະ​ຕື່ນ​ຕົວ​ຢູ່​ສະເໝີ. ພະ​ເຍຊູ​ເຂົ້າ​ໃຈ​ວ່າ​ມະນຸດ​ເປັນ​ຄົນ​ບາບ​ແລະ​ມີ​ຈຸດ​ອ່ອນ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຄືນ​ກ່ອນ​ທີ່​ພະອົງ​ຈະ​ເສຍ​ຊີວິດ. ເຖິງ​ວ່າ​ພະ​ເຍຊູ​ບໍ່​ມີ​ບາບ ແຕ່​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້ ພະອົງ​ຮູ້​ວ່າ​ຈຳເປັນ​ຕ້ອງ​ອະທິດຖານ​ຂໍ​ໃຫ້​ພໍ່​ຂອງ​ພະອົງ​ຊ່ວຍ. ພະອົງ​ຂໍ​ໃຫ້​ອັກຄະສາວົກ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ບໍ່​ໃຫ້​ນອນ​ຫຼັບ​ໃນ​ຂະນະ​ທີ່​ພະອົງ​ກຳລັງ​ອະທິດຖານ. ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ສຳນຶກ​ວ່າ​ການ​ຕື່ນ​ຢູ່​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ຍ້ອນ​ວ່າ​ເມື່ອຍ ທັງ​ສາມ​ຄົນ​ຈຶ່ງ​ນອນ​ຫຼັບ. ພະ​ເຍຊູ​ກໍ​ເມື່ອຍ​ຄື​ກັນ ແຕ່​ພະອົງ​ກໍ​ບໍ່​ໄດ້​ນອນ​ຫຼັບ ແຕ່​ພະອົງ​ໄດ້​ອະທິດຖານ​ເຖິງ​ພໍ່. ທີ່​ຈິງ​ໃນ​ເວລາ​ນັ້ນ​ພວກ​ອັກຄະສາວົກ​ກໍ​ຄວນ​ຈະ​ອະທິດຖານ​ຄື​ກັບ​ພະອົງ.—ມາລະໂກ 14:32-41

16. ໃນ​ລືກາ 21:36 ພະ​ເຍຊູ​ໄດ້​ແນະນຳ​ເຮົາ​ແນວ​ໃດ​ເພື່ອ​ຈະ “ຕື່ນ​ຕົວ​ສະເໝີ”?

16 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້ “ຕື່ນ​ຕົວ​ສະເໝີ, ລ.ມ.” ແລະ​ກຽມ​ພ້ອມ​ສຳລັບ​ວັນ​ຂອງ​ພະ​ເຢໂຫວາ? ເຮົາ​ຕ້ອງ​ມີ​ຄວາມ​ປາຖະໜາ​ທີ່​ແຮງ​ກ້າ​ໃນ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆໄປ. ແຕ່​ເຮົາ​ຕ້ອງ​ເຮັດ​ສິ່ງ​ອື່ນ​ອີກ ສອງ​ສາມ​ມື້​ກ່ອນ​ທີ່​ພະ​ເຍຊູ​ຈະ​ເສຍ​ຊີວິດ ພະອົງ​ໄດ້​ບອກ​ໃຫ້​ພວກ​ລູກ​ສິດ​ອະທິດຖານ​ຕໍ່ໆໄປ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. (ອ່ານ​ລືກາ 21:36) ເພື່ອ​ຈະ​ຕື່ນ​ຕົວ​ຢູ່​ສະເໝີ​ໃນ​ເວລາ​ອະວະສານ​ນີ້ ເຮົາ​ກໍ​ເຊັ່ນ​ກັນ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢູ່​ຕະຫຼອດ​ເວລາ.—1 ເປໂຕ 4:7

ເຝົ້າ​ລະວັງ​ຢູ່​ສະເໝີ

17. ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ພ້ອມ​ສຳລັບ​ສິ່ງ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ອັນ​ໃກ້​ນີ້?

17 ພະ​ເຍຊູ​ບອກ​ວ່າ​ອະວະສານ​ຈະ​ເກີດ​ຂຶ້ນ ‘ໃນ​ໂມງ​ທີ່​ທ່ານ​ທັງ​ຫຼາຍ​ບໍ່​ຄາດ​ຄຶດ.’ (ມັດທາຍ 24:44) ດັ່ງ​ນັ້ນ ເຮົາ​ຕ້ອງ​ກຽມ​ພ້ອມ​ຢູ່​ຕະຫຼອດ​ເວລາ. ຕອນ​ນີ້​ຈຶ່ງ​ບໍ່​ແມ່ນ​ເວລາ​ທີ່​ເຮົາ​ຈະ​ພະຍາຍາມ​ມີ​ຮູບ​ແບບ​ຊີວິດ​ຕາມ​ທີ່​ໂລກ​ຂອງ​ຊາຕານ​ສະເໜີ​ໃຫ້​ທີ່​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ ເພາະ​ຄວາມ​ສຸກ​ແບບ​ນັ້ນ​ເປັນ​ພຽງ​ຄວາມ​ຝັນ. ແຕ່​ໂດຍ​ທາງ​ຄຳພີ​ໄບເບິນ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ບອກ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ເຝົ້າ​ລະວັງ​ຢູ່​ສະເໝີ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ໃສ່​ໃຈ​ຕໍ່​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ແລະ​ວິທີ​ທີ່​ຂໍ້​ເຫຼົ່າ​ນີ້​ກຳລັງ​ສຳເລັດ​ເປັນ​ຈິງ. ຂໍ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຈັດ​ໃຫ້​ລາຊະອານາຈັກ​ເປັນ​ສິ່ງ​ທຳອິດ​ໃນ​ຊີວິດ. ຈາກ​ນັ້ນ​ເຮົາ​ກໍ​ຈະ​ພ້ອມ​ເມື່ອ​ອະວະສານ​ເກີດ​ຂຶ້ນ. (ຄຳປາກົດ 22:20) ຊີວິດ​ຂອງ​ເຮົາ​ຂຶ້ນ​ກັບ​ການ​ເຮັດ​ຕາມ​ສິ່ງ​ເຫຼົ່າ​ນີ້!

^ [1] (ຂໍ້ 14) ເບິ່ງ​ປຶ້ມ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ໃນ​ບົດ​ທີ 21 (ພາສາ​ໄທ)