ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ປະຊຸມ​ອະນຸສອນ​ເຮັດ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ

ການ​ປະຊຸມ​ອະນຸສອນ​ເຮັດ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ

“ເມື່ອ​ພີ່​ນ້ອງ​ທັງ​ຫຼາຍ​ຕັ້ງ​ຢູ່​ນຳ​ກັນ ຕິດ​ພັນ​ຢູ່​ນຳ​ກັນ​ເປັນ​ການ​ດີ​ການ​ຊອບ​ໃຈ​ຫຼາຍ​ແທ້ໆ.”—ຄຳເພງ 133:1

ເພງ: 18, 14

1, 2. ໃນ​ປີ 2018 ມີ​ເຫດການ​ຫຍັງ​ທີ່​ລວບລວມ​ເຮົາ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ? ແລະ​ຍ້ອນ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

ໃນ​ວັນ​ທີ 31 ມີນາ 2018 ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ຈະ​ເຂົ້າ​ຮ່ວມ​ເຫດການ​ສຳຄັນ​ທີ່​ຈັດ​ຂຶ້ນ​ພຽງ​ປີ​ລະ​ຄັ້ງ. ຫຼັງ​ຕາເວັນ​ຕົກ​ດິນ ພະຍານ​ພະ​ເຢໂຫວາ​ແລະ​ອີກ​ຫຼາຍ​ຄົນ​ຈະ​ລວມ​ຕົວ​ກັນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ສະຫຼະ​ຂອງ​ພະ​ເຍຊູ​ທີ່​ເຮັດ​ເພື່ອ​ເຮົາ. ໃນ​ແຕ່​ລະ​ປີ ການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ຄລິດ​ເຮັດ​ໃຫ້​ຜູ້​ຄົນ​ເປັນ​ນໍ້າ​ໜຶ່ງ​ໃນ​ດຽວ​ກັນ​ຢ່າງ​ໜ້າ​ງຶດງໍ້​ຫຼາຍ​ກວ່າ​ເຫດການ​ອື່ນໆໃນ​ໂລກ​ນີ້.

2 ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ເຫັນ​ຫຼາຍ​ລ້ານ​ຄົນ​ເຂົ້າ​ຮ່ວມ​ເຫດການ​ພິເສດ​ນີ້​ທຸກ​ຊົ່ວ​ໂມງ​ຕໍ່​ເນື່ອງ​ກັນ​ຕາມ​ເວລາ​ຂອງ​ແຕ່​ລະ​ປະເທດ​ທົ່ວ​ໂລກ. ຄຳພີ​ໄບເບິນ​ບອກ​ວ່າ: ‘ຍັງ​ມີ​ຝູງ​ຄົນ​ເປັນ​ອັນ​ມາກ​ທີ່​ບໍ່​ມີ​ຜູ້​ໃດ​ຈະ​ນັບ​ປະມານ​ໄດ້​ມາ​ຈາກ​ທຸກ​ປະເທດ ທຸກ​ກະກູນ ທຸກ​ຊາດ ແລະ​ທຸກ​ພາສາ’ ຮ້ອງ​ສຽງ​ດັງ​ວ່າ: ‘ຄວາມ​ພົ້ນ​ມາ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ​ຜູ້​ນັ່ງ​ທີ່​ພະ​ທີ່​ນັ່ງ​ແລະ​ຈາກ​ລູກ​ແກະ.’ (ຄຳປາກົດ 7:9, 10) ໜ້າ​ງຶດງໍ້​ແທ້ໆທີ່​ແຕ່​ລະ​ປີ​ມີ​ຜູ້​ຄົນ​ຖວາຍ​ກຽດ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໃນ​ສິ່ງ​ທີ່​ຍິ່ງໃຫຍ່​ທີ່​ພວກ​ເພິ່ນ​ໄດ້​ເຮັດ!

3. ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

3 ບົດ​ຄວາມ​ນີ້​ເຈົ້າ​ຈະ​ໄດ້​ຄຳຕອບ​ຂອງ 4 ຄຳຖາມ​ທີ່​ວ່າ: (1) ຂ້ອຍ​ຈະ​ກຽມ​ຕົວ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ອະນຸສອນ? (2) ການ​ປະຊຸມ​ອະນຸສອນ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແນວ​ໃດ? (3) ຂ້ອຍ​ຈະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ? (4) ຈະ​ມີ​ການ​ປະຊຸມ​ອະນຸສອນ​ຄັ້ງ​ສຸດ​ທ້າຍ​ບໍ? ແລະ​ຈະ​ມີ​ເມື່ອ​ໃດ?

ເຮົາ​ຈະ​ກຽມ​ຕົວ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ອະນຸສອນ​ໄດ້​ແນວ​ໃດ?

4. ເປັນ​ຫຍັງ​ການ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ​ຈຶ່ງ​ສຳຄັນ​ຕໍ່​ເຮົາ?

ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສັງເກດ​ເບິ່ງ​ຄົນ​ທີ່​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ

4 ເປັນ​ຫຍັງ​ການ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ​ຈຶ່ງ​ສຳຄັນ​ຕໍ່​ເຮົາ? ເຫດຜົນ​ໜຶ່ງ​ຄື ການ​ເຂົ້າ​ຮ່ວມ​ປະຊຸມ​ຕ່າງໆເປັນ​ວິທີ​ໜຶ່ງ​ທີ່​ເຮົາ​ນະມັດສະການ​ພະເຈົ້າ. ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສັງເກດ​ເບິ່ງ​ຄົນ​ທີ່​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປີ. ເຮົາ​ຢາກ​ໃຫ້​ພວກ​ເພິ່ນ​ເຫັນ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ ນອກ​ຈາກ​ວ່າ​ຈະ​ມີ​ອັນ​ໃດ​ທີ່​ເຮັດ​ໃຫ້​ໄປ​ບໍ່​ໄດ້​ແທ້ໆ. ເມື່ອ​ເຮົາ​ພິສູດ​ດ້ວຍ​ການ​ກະທຳ​ວ່າ​ການ​ປະຊຸມ​ຕ່າງໆສຳຄັນ​ຕໍ່​ເຮົາ​ຫຼາຍ​ສໍ່າ​ໃດ ເຮົາ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ເຫດຜົນ​ເພີ່ມ​ຂຶ້ນ​ທີ່​ຈະ​ເກັບ​ຊື່​ເຮົາ​ໄວ້​ໃນ “ໜັງສື​ທີ່​ລະນຶກ” ຂອງ​ພະອົງ. ຫຼື​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ: “ໜັງສື​ສຳລັບ​ຊີວິດ.” ໃນ​ໜັງສື​ນີ້​ມີ​ຊື່​ຂອງ​ທຸກ​ຄົນ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.—ມາລາກີ 3:16; ຄຳປາກົດ 20:15

5. ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ​ເຈົ້າ​ຈະ​ກວດ​ສອບ​ຕົວ​ເອງ​ແນວ​ໃດ​ວ່າ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຫຼື​ບໍ່?

5 ໄລຍະ​ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ ເຮົາ​ສາມາດ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ອະທິດຖານ​ແລະ​ຄິດ​ຕຶກຕອງ​ວ່າ​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ. (ອ່ານ 2 ໂກລິນໂທ 13:5) ໂປໂລ​ບອກ​ຄລິດສະຕຽນ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ພິຈາລະນາ​ເບິ່ງ​ຕົວ​ເອງ​ວ່າ​ທ່ານ​ຕັ້ງ​ຢູ່​ໃນ​ຄວາມ​ເຊື່ອ [“ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ,” ລ.ມ.] ຫຼື​ບໍ່.” ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ໂດຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຊື່ອ​ບໍ​ວ່າ​ນີ້​ເປັນ​ອົງການ​ດຽວ​ທີ່​ພະ​ເຢໂຫວາ​ໃຊ້​ໃຫ້​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ? ຂ້ອຍ​ເຮັດ​ສຸດ​ຄວາມ​ສາມາດ​ບໍ​ໃນ​ການ​ປະກາດ​ແລະ​ສອນ​ຂ່າວ​ດີ? ສິ່ງ​ທີ່​ຂ້ອຍ​ເຮັດ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເຊື່ອ​ແທ້ໆວ່າ​ກຳລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ແລະ​ລະບົບ​ຂອງ​ຊາຕານ​ໃກ້​ຈະ​ຖືກ​ທຳລາຍ? ຂ້ອຍ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສຸດ​ຫົວໃຈ​ຄື​ກັບ​ຕອນ​ທີ່​ຂ້ອຍ​ອຸທິດ​ຕົວ​ໃຫ້​ພະອົງ​ບໍ?’ (ມັດທາຍ 24:14; 2 ຕີໂມເຕ 3:1; ເຫບເລີ 3:14) ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້ “ລອງ​ເບິ່ງ​ຕົວ” ຫຼື​ກວດ​ສອບ​ຕົວ​ເອງ​ຢູ່​ເລື້ອຍໆວ່າ​ເຮົາ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຫຼື​ບໍ່.

6. (ກ) ວິທີ​ດຽວ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ແມ່ນ​ຫຍັງ? (ຂ) ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ກຽມ​ຕົວ​ສຳລັບ​ການ​ປະຊຸມ​ອະນຸສອນ​ໃນ​ແຕ່​ລະ​​ປີ​ແນວ​ໃດ? ແລະ​ເຈົ້າ​ຈະ​ເຮັດ​ຄື​ລາວ​ໄດ້​ແນວ​ໃດ?

6 ວິທີ​ໜຶ່ງ​ທີ່​ເຈົ້າ​ສາມາດ​ກຽມ​ຕົວ​ສຳລັບ​ການ​ປະຊຸມ​ອະນຸສອນ​ໄດ້​ຄື​ການ​ອ່ານ​ແລະ​ຄິດ​ຕຶກຕອງ​ບົດ​ຄວາມ​ທີ່​ອະທິບາຍ​ວ່າ​ເປັນ​ຫຍັງ​ເຫດການ​ນີ້​ຈຶ່ງ​ສຳຄັນ. (ອ່ານ​ໂຢຮັນ 3:16; 17:3) ວິທີ​ດຽວ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຄື​ການ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ເຊື່ອ​ໃນ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ. ເພື່ອ​ຈະ​ກຽມ​ຕົວ​ສຳລັບ​ການ​ປະຊຸມ​ອະນຸສອນ ເຮົາ​ອາດ​ເລືອກ​ບົດ​ຄວາມ​ສຳລັບ​ສຶກສາ​ສ່ວນ​ຕົວ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້ສຶກ​ໃກ້​ຊິດ​ກັບ​ພວກ​ເພິ່ນ​ຫຼາຍ​ຂຶ້ນ. ພີ່​ນ້ອງ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ມາ​ດົນ​ແລ້ວ​ໄດ້​ເຮັດ​ແບບ​ນັ້ນ. ຫຼາຍ​ປີ​ແລ້ວ​ທີ່​ລາວ​ໄດ້​ສະສົມ​ບົດ​ຄວາມ​ຈາກ​ຫໍສັງເກດການ ກ່ຽວ​ກັບ​ການ​ປະຊຸມ​ອະນຸສອນ​ແລະ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສະແດງ​ຕໍ່​ເຮົາ. ໄລຍະ​ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ ລາວ​ຈະ​ອ່ານ​ບົດ​ຄວາມ​ເຫຼົ່າ​ນັ້ນ​ຄືນ​ອີກ​ແລະ​ຄິດ​ຢ່າງ​ຈິງ​ຈັງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ​ນີ້. ຖ້າ​ລາວ​ພົບ​ບົດ​ຄວາມ​ກ່ຽວ​ກັບ​ເລື່ອງ​ເຫຼົ່າ​ນີ້​ລາວ​ຈະ​ເອົາ​ມາ​ສະສົມ​ຕື່ມ. ລາວ​ຍັງ​ອ່ານ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ສຳລັບ​ການ​ປະຊຸມ​ອະນຸສອນ. ຜູ້​ເຖົ້າ​ແກ່​ຄົນ​ນີ້​ບອກ​ວ່າ​ການ​ເຮັດ​ແບບ​ນີ້ ຊ່ວຍ​ລາວ​ໃຫ້​ຮຽນ​ຮູ້​ສິ່ງ​ໃໝ່ໆຫຼາຍ​ຂຶ້ນ​ໃນ​ແຕ່​ລະ​ປີ ແລະ​ທີ່​ສຳຄັນ​ທີ່​ສຸດ​ເຮັດ​ໃຫ້​ລາວ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຫຼາຍ​ຂຶ້ນ. ຖ້າ​ເຈົ້າ​ເຮັດ​ຄື​ກັບ​ຜູ້​ເຖົ້າ​ແກ່​ຄົນ​ນີ້ ເຈົ້າ​ກໍ​ຈະ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຫຼາຍ​ຂຶ້ນ​ເລື້ອຍໆ. ເຈົ້າ​ຈະ​ຮູ້ສຶກ​ຂອບໃຈ​ໃນ​ສິ່ງ​ທີ່​ພວກ​ເພິ່ນ​ເຮັດ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ປະຊຸມ​ອະນຸສອນ.

ການ​ປະຊຸມ​ອະນຸສອນ​ຊ່ວຍ​ເຮົາ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ

7. (ກ) ພະ​ເຍຊູ​ອະທິດຖານ​ເລື່ອງ​ຫຍັງ​ໃນ​ຄືນ​ທີ່​ມີ​ອາຫານ​ແລງ​ຂອງ​ພະອົງ​ເຈົ້າ​ເທື່ອ​ທຳອິດ? (ຂ) ອັນ​ໃດ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ພະ​ເຍຊູ?

7 ໃນ​ຄືນ​ອາຫານ​ແລງ​ຂອງ​ພະອົງ​ເຈົ້າ​ເທື່ອ​ທຳອິດ ພະ​ເຍຊູ​ໄດ້​ກ່າວ​ຄຳ​ອະທິດຖານ​ທີ່​ພິເສດ. ເພິ່ນ​ເວົ້າ​ວ່າ​ເພິ່ນ​ກັບ​ພໍ່​ຂອງ​ເພິ່ນ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ເຊິ່ງ​ເປັນ​ຄວາມ​ສຳພັນ​ທີ່​ພິເສດ​ຫຼາຍ. ເພິ່ນ​ຍັງ​ອະທິດຖານ​ຂໍ​ໃຫ້​ລູກ​ສິດ​ທຸກ​ຄົນ​ຂອງ​ເພິ່ນ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ນຳ. (ອ່ານ​ໂຢຮັນ 17:20, 21) ແນ່ນອນ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລູກ​ຊາຍ​ທີ່​ຮັກ​ຂອງ​ພະອົງ. ການ​ປະຊຸມ​ອະນຸສອນ​ພິສູດ​ໃຫ້​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ກວ່າ​ການ​ປະຊຸມ​ອື່ນໆ. ໃນ​ມື້​ນັ້ນ ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ທີ່​ມີ​ສີ​ຜິວ ແລະ​ເຊື້ອ​ຊາດ​ຕ່າງ​ກັນ​ກໍ​ຮ່ວມ​ໃຈ​ກັນ​ມາ​ປະຊຸມ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເຊື່ອ​ວ່າ​ພະ​ເຢໂຫວາ​ສົ່ງ​ລູກ​ຊາຍ​ຂອງ​ພະອົງ​ມາ. ໃນ​ບາງ​ຂົງ​ເຂດ​ເປັນ​ເລື່ອງ​ແປກ​ທີ່​ຜູ້​ຄົນ​ທີ່​ມີ​ເຊື້ອ​ຊາດ​ຕ່າງ​ກັນ​ຈະ​ມາ​ປະຊຸມ​ທາງ​ສາສະໜາ​ນຳ​ກັນ ຫຼື​ຖ້າ​ມີ ຄົນ​ອື່ນໆກໍ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ບໍ່​ເໝາະ​ສົມ. ແຕ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ບໍ່​ໄດ້​ຄິດ​ແບບ​ນັ້ນ. ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ພວກ​ເຮົາ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເປັນ​ສິ່ງ​ທີ່​ງົດງາມ​ສຳລັບ​ພວກ​ເພິ່ນ.

8. ຂ່າວ​ສານ​ອັນ​ໃດ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເອເຊກຽນ?

8 ໃນ​ຖານະ​ທີ່​ເປັນ​ຄົນ​ຂອງ​ພະເຈົ້າ ເຮົາ​ບໍ່​ແປກ​ໃຈ​ທີ່​ເຮົາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ຂ່າວ​ສານ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເອເຊກຽນ​ບອກ​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ແນ່ນອນ. ພະອົງ​ບອກ​ໃຫ້​ລາວ​ເອົາ​ໄມ້​ສອງ​ທ່ອນ ທ່ອນ​ໜຶ່ງ “ສຳລັບ​ຢູດາ” ແລະ​ອີກ​ທ່ອນ​ໜຶ່ງ “ສຳລັບ​ໂຢເຊບ” ແລ້ວ​ນຳ​ມາ​ລວມ​ກັນ​ເປັນ​ທ່ອນ​ດຽວ. (ອ່ານ​ເອເຊກຽນ 37:15-17) ບົດ​ຄວາມ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ກໍລະກົດ 2016 ອະທິບາຍ​ວ່າ: “ໂດຍ​ທາງ​ຜູ້​ພະຍາກອນ​ເອເຊກຽນ ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ກັບ​ຄືນ​ມາ​ແຜ່ນດິນ​ທີ່​ພະອົງ​ໄດ້​ສັນຍາ​ໄວ້ ແລະ​ເຂົາ​ເຈົ້າ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຖານະ​ເປັນ​ຊາດ​ໜຶ່ງ​ອີກ​ຄັ້ງ. ຄຳ​ພະຍາກອນ​ນີ້​ຍັງ​ບອກ​ລ່ວງ​ໜ້າ​ອີກ​ວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ນະມັດສະການ​ພະ​ເຢໂຫວາ​ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ​ກໍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”

9. ໃນ​ການ​ປະຊຸມ​ອະນຸສອນ​ທຸກ​ປີ​ເຮົາ​ໄດ້​ເຫັນ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຕາມ​ທີ່​ບອກ​ໄວ້​ໃນ​ເອເຊກຽນ​ແນວ​ໃດ?

9 ຕັ້ງ​ແຕ່​ປີ 1919 ພະ​ເຢໂຫວາ​ເລີ່ມ​ຈັດ​ລະບຽບ​ແລະ​ເຮັດ​ໃຫ້​ຜູ້​ຖືກ​ເຈີມ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ທ່ອນ​ໄມ້ “ສຳລັບ​ຢູດາ.” ຈາກ​ນັ້ນ​ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ກໍ​ເລີ່ມ​ເຂົ້າ​ມາ​ສົມທົບ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ເລື້ອຍໆ. ຄົນ​ທີ່​ມີ​ຄວາມ​ຫວັງ​ຢູ່​ເທິງ​ແຜ່ນດິນ​ໂລກ​ເປັນ​ຄື​ກັບ​ທ່ອນ​ໄມ້ “ສຳລັບ​ໂຢເຊບ.” ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ລວມ​ໄມ້​ສອງ​ທ່ອນ​ໃຫ້ ‘ເປັນ​ໄມ້​ທ່ອນ​ດຽວ.’ (ເອເຊກຽນ 37:19) ພະອົງ​ເຮັດ​ໃຫ້​ຜູ້​ຖືກ​ເຈີມ​ແລະ “ແກະ​ອື່ນ” ກາຍ​ເປັນ “ຝູງ​ອັນ​ດຽວ.” (ໂຢຮັນ 10:16; ຊາກາລີ 8:23) ໃນ​ທຸກ​ມື້​ນີ້​ຄົນ​ທັງ​ສອງ​ກຸ່ມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັນ. ເຂົາ​ເຈົ້າ​ມີ​ກະສັດ​ອົງ​ດຽວ​ກັນ​ເຊິ່ງ​ກໍ​ຄື​ພະ​ເຍຊູ​ຄລິດ ຄຳ​ພະຍາກອນ​ຂອງ​ເອເຊກຽນ​ເອີ້ນ​ເພິ່ນ​ວ່າ: “ດາວິດ​ຜູ້​ຮັບໃຊ້” ຂອງ​ພະເຈົ້າ. (ເອເຊກຽນ 37:24, 25, ລ.ມ.) ເມື່ອ​ເຮົາ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ​ໃນ​ແຕ່​ລະ​ປີ ເຮົາ​ໄດ້​ເຫັນ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ຄົນ​ທັງ​ສອງ​ກຸ່ມ​ຕາມ​ຄຳ​ພະຍາກອນ​ຂອງ​ເອເຊກຽນ. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຮັກສາ​ແລະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ?

ເຮົາ​ແຕ່​ລະ​ຄົນ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ?

10. ເຮົາ​ຈະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ?

10 ວິທີ​ທຳອິດ​ທີ່​ເຮົາ​ຈະ​ເຮັດ​ໄດ້​ເພື່ອ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ​ຄື​ການ​ພະຍາຍາມ​ເປັນ​ຄົນ​ຖ່ອມ. ຕອນ​ພະ​ເຍຊູ​ຢູ່​ເທິງ​ໂລກ ເພິ່ນ​ບອກ​ສາວົກ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຖ່ອມ​ຕົວ. (ມັດທາຍ 23:12) ຄົນ​ໃນ​ໂລກ​ພະຍາຍາມ​ເຮັດ​ໃຫ້​ຕົວ​ເອງ​ເປັນ​ຄົນ​ທີ່​ສຳຄັນ​ກວ່າ​ຄົນ​ອື່ນ. ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ນັບຖື​ພີ່​ນ້ອງ​ທີ່​ນຳ​ໜ້າ​ໃນ​ປະຊາຄົມ​ແລະ​ເຊື່ອ​ຟັງ​ການ​ຊີ້​ນຳ​ຂອງ​ເຂົາ​ເຈົ້າ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ປະຊາຄົມ​ກໍ​ຈະ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ສຳຄັນ​ທີ່​ສຸດ​ຄື ການ​ເປັນ​ຄົນ​ຖ່ອມ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເພາະ​ພະອົງ “ຂັດ​ຂວາງ​ຕໍ່​ສູ້​ຄົນ​ຈອງຫອງ​ທັງ​ຫຼາຍ ແຕ່​ວ່າ​ພະອົງ​ປະທານ​ພະ​ຄຸນ​ແກ່​ຄົນ​ທັງ​ຫຼາຍ​ທີ່​ຖ່ອມ​ຕົວ​ລົງ.”—1 ເປໂຕ 5:5

11. ການ​ຄິດ​ຕຶກຕອງ​ເລື່ອງ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ຊ່ວຍ​ເຮົາ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້​ແນວ​ໃດ?

11 ວິທີ​ທີ​ສອງ​ທີ່​ເຮົາ​ຈະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຄື​ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ເຂົ້າຈີ່​ກັບ​ເຫຼົ້າ​ແວງ. ເຮົາ​ຄວນ​ຄິດ​ເຖິງ​ເລື່ອງ​ນີ້​ກ່ອນ​ວັນ​ປະຊຸມ​ອະນຸສອນ​ແລະ​ໂດຍ​ສະເພາະ​ໃນ​ຄືນ​ອະນຸສອນ. (1 ໂກລິນໂທ 11:23-25) ເຂົ້າຈີ່​ບໍ່​ມີ​ເຊື້ອ​ໝາຍ​ເຖິງ​ຮ່າງກາຍ​ທີ່​ສົມບູນ​ແບບ​ທີ່​ພະ​ເຍຊູ​ໃຊ້​ເປັນ​ເຄື່ອງ​ບູຊາ. ເຫຼົ້າ​ແວງ​ໝາຍ​ເຖິງ​ເລືອດ​ຂອງ​ເພິ່ນ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ການ​ເຂົ້າ​ໃຈ​ຄວາມ​ຈິງ​ພື້ນຖານ​ນີ້. ເຮົາ​ຕ້ອງ​ຈື່​ວ່າ​ຄ່າໄຖ່​ທີ່​ພະ​ເຍຊູ​ເສຍ​ສະລະ​ເປັນ​ການ​ສະແດງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. ພະ​ເຢໂຫວາ​ປະທານ​ລູກ​ຊາຍ​ເພື່ອ​ເຮົາ​ແລະ​ພະ​ເຍຊູ​ກໍ​ເຕັມ​ໃຈ​ສະລະ​ຊີວິດ​ຂອງ​ເພິ່ນ​ເພື່ອ​ເຮົາ​ເຊັ່ນ​ກັນ. ເມື່ອ​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ສິ່ງ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ຮັກ​ພວກ​ເພິ່ນ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ.

ເຮົາ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ການ​ໃຫ້​ອະໄພ​ຄົນ​ອື່ນ (ເບິ່ງ​ຂໍ້ 12, 13)

12. ໃນ​ເລື່ອງ​ກະສັດ​ແລະ​ທາດ ພະ​ເຍຊູ​ສອນ​ເຮົາ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ?

12 ວິທີ​ທີ​ສາມ​ທີ່​ເຮົາ​ຈະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຄື​ພ້ອມ​ຈະ​ໃຫ້​ອະໄພ​ຄົນ​ອື່ນ. ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຮົາ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຍຊູ. ເພື່ອ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ການ​ໃຫ້​ອະໄພ​ເປັນ​ເລື່ອງ​ສຳຄັນ ພະ​ເຍຊູ​ໄດ້​ເລົ່າ​ເລື່ອງ​ກະສັດ​ແລະ​ທາດ. ຂໍ​ໃຫ້​ອ່ານ​ມັດທາຍ 18:23-34 ແລະ​ຖາມ​ຕົວ​ເອງ​ວ່າ: ‘ເມື່ອ​ອ່ານ​ຂໍ້​ນີ້​ຂ້ອຍ​ຮູ້ສຶກ​ຢາກ​ເຮັດ​ຕາມ​ທີ່​ພະ​ເຍຊູ​ສອນ​ບໍ? ຂ້ອຍ​ອົດ​ທົນ​ແລະ​ເຂົ້າ​ໃຈ​ພີ່​ນ້ອງ​ບໍ? ຂ້ອຍ​ພ້ອມ​ຈະ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ຂ້ອຍ​ບໍ?’ ແມ່ນ​ຢູ່​ວ່າ​ຄວາມ​ຜິດ​ບາງ​ຢ່າງ​ຮ້າຍແຮງ​ກວ່າ​ຄວາມ​ຜິດ​ຢ່າງ​ອື່ນ ແລະ​ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໃຫ້​ອະໄພ​ໃນ​ບາງ​ເລື່ອງ. ແຕ່​ເລື່ອງ​ຂອງ​ພະ​ເຍຊູ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ. (ອ່ານ​ມັດທາຍ 18:35) ພະ​ເຍຊູ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ອະໄພ​ເຮົາ​ຖ້າ​ເຮົາ​ບໍ່​ໃຫ້​ອະໄພ​ພີ່​ນ້ອງ​ເມື່ອ​ເຂົາ​ເຈົ້າ​ກັບ​ໃຈ​ແທ້ໆ. ເຮົາ​ຕ້ອງ​ຄິດ​ເລື່ອງ​ນີ້​ຢ່າງ​ຮອບຄອບ. ເພື່ອ​ຈະ​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ເຊິ່ງ​ເປັນ​ສິ່ງ​ທີ່​ລໍ້າ​ຄ່າ ເຮົາ​ກໍ​ຕ້ອງ​ໃຫ້​ອະໄພ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຍຊູ​ສອນ.

13. ເມື່ອ​ເຮົາ​ຮັກສາ​ສັນຕິສຸກ​ກັບ​ຄົນ​ອື່ນ ເຮົາ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແນວ​ໃດ?

13 ເມື່ອ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ ເຮົາ​ກໍ​ຮັກສາ​ສັນຕິສຸກ​ກັບ​ພີ່​ນ້ອງ. ໂປໂລ​ບອກ​ວ່າ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ເພື່ອ​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ. (ເອເຟດ 4:3) ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ ໂດຍ​ສະເພາະ​ໃນ​ຄືນ​ນັ້ນ ຂໍ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ຄົນ​ອື່ນ. ໃຫ້​ຖາມ​ຕົວ​ເອງ​ວ່າ: ຄົນ​ອື່ນ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ເຊົາ​ຄຽດ​ໄວ​ບໍ? ຄົນ​ທົ່ວໄປ​ເຫັນ​ວ່າ​ຂ້ອຍ​ພະຍາຍາມ​ສ້າງ​ສັນຕິສຸກ​ແລະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ບໍ? ນີ້​ເປັນ​ສອງ​ຄຳຖາມ​ທີ່​ເຮົາ​ຄວນ​ຄິດ​ຢ່າງ​ຈິງ​ຈັງ.

14. ເຮົາ​ຈະ ‘ອົດ​ທົນ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ’ ໄດ້​ໂດຍ​ວິທີ​ໃດ?

14 ວິທີ​ທີ​ສີ່​ທີ່​ເຮົາ​ຈະ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຄື​ການ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ຮັກ. (1 ໂຢຮັນ 4:8) ເຮົາ​ບໍ່​ຄວນ​ເວົ້າ​ວ່າ: “ທີ່​ຂ້ອຍ​ຕ້ອງ​ຮັກ​ລາວ​ກໍ​ຍ້ອນ​ວ່າ​ລາວ​ເປັນ​ພີ່​ນ້ອງ ແຕ່​ແທ້ໆແລ້ວ​ຂ້ອຍ​ບໍ່​ໄດ້​ມັກ​ລາວ​ດອກ.” ຖ້າ​ເຮົາ​ຄິດ​ແບບ​ນັ້ນ ເຮົາ​ກໍ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ໃຫ້ ‘ອົດ​ທົນ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ.’ (ເອເຟດ 4:2) ຂໍ​ສັງເກດ​ວ່າ​ໂປໂລ​ບໍ່​ໄດ້​ໃຫ້​ເຮົາ “ອົດ​ທົນ​ກັນ​ແລະ​ກັນ” ເທົ່າ​ນັ້ນ ແຕ່​ລາວ​ໃຫ້​ເຮົາ​ເຮັດ​ດ້ວຍ “ຄວາມ​ຮັກ.” ສອງ​ຢ່າງ​ນີ້​ບໍ່​ຄື​ກັນ. ໃນ​ປະຊາຄົມ​ມີ​ຄົນ​ຫຼາຍ​ແບບ ແລະ​ພະ​ເຢໂຫວາ​ໄດ້​ຊັກ​ນຳ​ເຂົາ​ເຈົ້າ​ໃຫ້​ມາ​ຫາ​ພະອົງ. (ໂຢຮັນ 6:44) ນັ້ນ​ສະແດງ​ວ່າ​ພະອົງ​ຕ້ອງ​ມີ​ຫຼາຍ​ເຫດຜົນ​ທີ່​ດີ​ທີ່​ຈະ​ຮັກ​ເຂົາ​ເຈົ້າ. ຖ້າ​ພີ່​ນ້ອງ​ຂອງ​ເຮົາ​ມີ​ຄ່າ​ພໍ​ທີ່​ພະເຈົ້າ​ຈະ​ຮັກ ແລ້ວ​ເຮົາ​ຈະ​ບອກ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ພໍ​ທີ່​ເຮົາ​ຈະ​ຮັກ​ໄດ້​ບໍ? ດັ່ງ​ນັ້ນ ເຮົາ​ຄວນ​ເຕັມ​ໃຈ​ຮັກ​ພີ່​ນ້ອງ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮັກ.—1 ໂຢຮັນ 4:20, 21

ຈະ​ມີ​ການ​ປະຊຸມ​ອະນຸສອນ​ຄັ້ງ​ສຸດ​ທ້າຍ​ເມື່ອ​ໃດ?

15. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຈະ​ມີ​ການ​ປະຊຸມ​ອະນຸສອນ​ຄັ້ງ​ສຸດ​ທ້າຍ?

15 ຈະ​ມີ​ມື້​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເປັນ​ຄັ້ງ​ສຸດ​ທ້າຍ. ເຮົາ​ຮູ້​ໄດ້​ແນວ​ໃດ? ໂປໂລ​ບອກ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ວ່າ ເມື່ອ​ເຂົາ​ເຈົ້າ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ​ໃນ​ແຕ່​ລະ​ປີ ເຂົາ​ເຈົ້າ​ກໍ “ປ່າວ​ປະກາດ​ຄວາມ​ຕາຍ​ຂອງ​ພະອົງ​ເຈົ້າ​ຈົນ​ເຖິງ​ພະອົງ​ຈະ​ສະເດັດ​ມາ.” (1 ໂກລິນໂທ 11:26) ພະ​ເຍຊູ​ຍັງ​ບອກ​ເຖິງ​ການ “ມາ” ຂອງ​ເພິ່ນ​ໃນ​ຄຳ​ພະຍາກອນ​ທີ່​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ນຳ​ອີກ. ເມື່ອ​ເວົ້າ​ເຖິງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ຈະ​ເກີດ​ຂຶ້ນ​ອີກ​ບໍ່​ດົນ ເພິ່ນ​ບອກ​ໄວ້​ວ່າ: “ການ​ສຳຄັນ​ແຫ່ງ​ບຸດ​ມະນຸດ​ຈະ​ປາກົດ​ໃນ​ທ້ອງຟ້າ ແລະ​ເມື່ອ​ນັ້ນ​ຄົນ​ທັງ​ຫຼາຍ​ທຸກ​ກະກູນ​ແຫ່ງ​ແຜ່ນດິນ​ໂລກ​ຈະ​ຮ້ອງ​ຄາງ ແລະ​ຈະ​ເຫັນ​ບຸດ​ມະນຸດ​ພວມ​ມາ​ເຖິງ​ເມກ​ຟ້າ​ສະຫວັນ​ດ້ວຍ​ລິດເດດ​ແລະ​ລັດສະຫມີ​ອັນ​ໃຫຍ່. ແລະ​ພະອົງ​ຈະ​ໃຊ້​ຝູງ​ທູດ​ສະຫວັນ​ຂອງ​ພະອົງ​ໄປ​ດ້ວຍ​ສຽງ​ອັນ​ດັງ​ອັນ​ໃຫຍ່ ແລະ​ເຂົາ​ຈະ​ໂຮມ​ເອົາ​ຄົນ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ເລືອກ​ໄວ້​ແລ້ວ​ໃຫ້​ມາ​ຈາກ​ລົມ​ທິດ​ທັງ​ສີ່​ນັ້ນ ຕັ້ງ​ແຕ່​ທີ່​ສຸດ​ຟ້າ​ອາກາດ​ພາຍ​ນີ້​ຈົນ​ເຖິງ​ທີ່​ສຸດ​ຟ້າ​ອາກາດ​ພາຍ​ນັ້ນ.” (ມັດທາຍ 24:29-31) ພະ​ເຍຊູ​ຈະ ‘ໂຮມ​ເອົາ​ຄົນ​ທັງ​ຫຼາຍ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້’ ຕອນ​ທີ່​ເພິ່ນ​ພາ​ຜູ້​ຖືກ​ເຈີມ​ທັງ​ໝົດ​ທີ່​ຍັງ​ເຫຼືອ​ຢູ່​ເທິງ​ໂລກ​ໄປ​ສະຫວັນ. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ຫຼັງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ແຕ່​ຈະ​ເກີດ​ກ່ອນ​ສົງຄາມ​ອະລະມະເຄໂດນ. ໃນ​ສົງຄາມ​ນີ້​ພະ​ເຍຊູ​ກັບ 144.000 ຄົນ​ຈະ​ຕໍ່​ສູ້​ກັບ​ກະສັດ​ຂອງ​ແຜ່ນດິນ​ໂລກ​ແລະ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ໄຊ​ຊະນະ. (ຄຳປາກົດ 17:12-14) ການ​ປະຊຸມ​ອະນຸສອນ​ຄັ້ງ​ສຸດ​ທ້າຍ​ທີ່​ເຮົາ​ຈະ​ໄດ້​ເຂົ້າ​ຮ່ວມ​ແມ່ນ​ກ່ອນ​ທີ່​ພະ​ເຍຊູ “ມາ” ລວບລວມ​ຜູ້​ຖືກ​ເຈີມ​ເປັນ​ຄັ້ງ​ສຸດ​ທ້າຍ.

16. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ໄປ​ປະຊຸມ​ອະນຸສອນ​ໃນ​ປີ​ນີ້​ໃຫ້​ໄດ້?

16 ຂໍ​ໃຫ້​ເຈົ້າ​ໄປ​ປະຊຸມ​ອະນຸສອນ​ໃນ​ວັນ​ທີ 31 ມີນາ 2018 ໃຫ້​ໄດ້. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ໜ້າ​ທີ່​ຂອງ​ເຈົ້າ ເພື່ອ​ທີ່​ເຮົາ​ເຊິ່ງ​ເປັນ​ປະຊາຊົນ​ຂອງ​ພະອົງ​ຈະ​ເປັນ​ນໍ້າ​ໜຶ່ງ​ໃນ​ດຽວ​ກັນ. (ອ່ານ​ຄຳເພງ 133:1) ຈະ​ມີ​ມື້​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ປະຊຸມ​ອະນຸສອນ​ເປັນ​ຄັ້ງ​ສຸດ​ທ້າຍ. ກ່ອນ​ມື້​ນັ້ນ ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ການ​ປະຊຸມ​ອະນຸສອນ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຢ່າງ​ມີ​ຄວາມ​ສຸກ​ນັ້ນ ເປັນ​ການ​ປະຊຸມ​ທີ່​ພິເສດ​ຫຼາຍ​ສຳລັບ​ເຮົາ.