ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສັນຕິສຸກ​ຂອງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ

ສັນຕິສຸກ​ຂອງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ

‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ.’—ຟີລິບ 4:7

ເພງ: 112, 58

1, 2. ເກີດ​ຫຍັງ​ຂຶ້ນ​ກັບ​ໂປໂລ​ແລະ​ສີລາ​ໃນ​ເມືອງ​ຟີລິບ? (ເບິ່ງ​ຮູບ​ທຳອິດ)

ລອງ​ນຶກ​ພາບ​ເຖິງ​ເຫດການ​ໜຶ່ງ. ຕອນ​ປະມານ​ທ່ຽງ​ຄືນ ໂປໂລ​ແລະ​ສີລາ​ເຊິ່ງ​ເປັນ​ມິດຊັນນາລີ​ຖືກ​ຂັງ​ຢູ່​ຄຸກ​ຊັ້ນ​ໃນ​ສຸດ​ແລະ​ມືດ​ທີ່​ສຸດ​ໃນ​ເມືອງ​ຟີລິບ. ເຂົາ​ເຈົ້າ​ເກືອບ​ຈະ​ເໜັງ​ຕີງ​ບໍ່​ໄດ້​ເພາະ​ຖືກ​ໃສ່​ຂື່​ຢູ່​ຕີນ​ແລະ​ຍັງ​ເຈັບ​ຫຼັງ​ຫຼາຍ​ເພາະ​ຖືກ​ຂ້ຽນ​ຢ່າງ​ໜັກ. (ກິດຈະການ 16:23, 24) ກ່ອນ​ໜ້າ​ນີ້​ໃນ​ມື້​ນັ້ນ ຝູງ​ຄົນ​ລາກ​ໂປໂລ​ແລະ​ສີລາ​ໄປ​ກາງ​ຕະຫຼາດ ທີ່​ນັ້ນ​ທັງ​ສອງ​ຖືກ​ສອບ​ສວນ​ແລະ​ຖືກ​ຕັດສິນ​ຢ່າງ​ໄວ​ວາ ທັງ​ສອງ​ຖືກ​ຈີກ​ເສື້ອ​ຜ້າ​ອອກ​ແລ້ວ​ຖືກ​ໄມ້​ແສ້​ຂ້ຽນ​ຢ່າງ​ໜັກ. (ກິດຈະການ 16:16-22) ຈັ່ງ​ແມ່ນ​ບໍ່​ຍຸຕິທຳ​ແທ້ໆ! ໂປໂລ​ເປັນ​ພົນລະເມືອງ​ຂອງ​ໂລມ​ແລະ​ສົມຄວນ​ໄດ້​ຮັບ​ການ​ສອບ​ສວນ​ຕາມ​ຂັ້ນ​ຕອນ​ທີ່​ຖືກຕ້ອງ. *—ເບິ່ງ​ໄຂ​ເງື່ອນ

2 ເມື່ອ​ຢູ່​ໃນ​ຄຸກ ໂປໂລ​ອາດ​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ແລະ​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ຢູ່​ເມືອງ​ຟີລິບ. ໃນ​ເມືອງ​ນີ້​ເຂົາ​ເຈົ້າ​ບໍ່​ມີ​ໂຮງ​ທຳ​ຄື​ກັບ​ເມືອງ​ອື່ນໆທີ່​ໂປໂລ​ໄປ​ຢາມ ນີ້​ອາດ​ເປັນ​ເພາະ​ເມືອງ​ຟີລິບ​ມີ​ຜູ້​ຊາຍ​ຊາວ​ຢິວ​ບໍ່​ເຖິງ 10 ຄົນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ມີ​ໂຮງ​ທຳ​ໄດ້. ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ໄປ​ນະມັດສະການ​ພະເຈົ້າ​ຢູ່​ນອກ​ປະຕູ​ເມືອງ​ໃກ້​ແມ່ນໍ້າ. (ກິດຈະການ 16:13, 14) ຜູ້​ຄົນ​ທີ່​ຢູ່​ເມືອງ​ຟີລິບ​ພູມ​ໃຈ​ຫຼາຍ​ທີ່​ໄດ້​ເປັນ​ພົນລະເມືອງ​ຂອງ​ໂລມ. (ກິດຈະການ 16:21) ນີ້​ອາດ​ເປັນ​ເຫດຜົນ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ວ່າ​ໂປໂລ​ກັບ​ສີລາ​ເຊິ່ງ​ເປັນ​ຄົນ​ຢິວ ຈະ​ເປັນ​ພົນລະເມືອງ​ໂລມ​ນຳ. ເຮົາ​ບໍ່​ຮູ້​ຢ່າງ​ຄັກ​ແນ່ ແຕ່​ເຮົາ​ຮູ້​ວ່າ​ທັງ​ສອງ​ຖືກ​ຈັບ​ເຂົ້າ​ຄຸກ​ຢ່າງ​ບໍ່​ຍຸຕິທຳ.

3. (ກ) ໂປໂລ​ອາດ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ ແລະ​ເປັນ​ຫຍັງ​ລາວ​ຮູ້ສຶກ​ແບບ​ນັ້ນ? (ຂ) ແຕ່​ລາວ​ມີ​ຄວາມ​ຄິດ​ແບບ​ໃດ?

3 ໂປໂລ​ອາດ​ຄິດ​ເຖິງ​ເຫດການ​ກ່ອນ​ໜ້າ​ນີ້​ທີ່​ເຮັດ​ໃຫ້​ລາວ​ເຂົ້າ​ມາ​ເມືອງ​ຟີລິບ ເມື່ອ​ບໍ່​ເທົ່າ​ໃດ​ເດືອນ​ກ່ອນ​ໜ້າ​ນັ້ນ ລາວ​ຢູ່​ອີກ​ຝັ່ງ​ໜຶ່ງ​ຂອງ​ທະເລ​ອີ​ຈຽນ​ໃນ​ອາຊີ​ນ້ອຍ ພະລັງ​ບໍລິສຸດ​ໄດ້​ຫ້າມ​ລາວ​ຫຼາຍ​ເທື່ອ​ບໍ່​ໃຫ້​ປະກາດ​ຢູ່​ຫັ້ນ ເບິ່ງ​ຄື​ວ່າ​ພະລັງ​ນັ້ນ​ພະຍາຍາມ​ໃຫ້​ລາວ​ໄປ​ບ່ອນ​ອື່ນ. (ກິດຈະການ 16:6, 7) ບ່ອນ​ໃດ? ເມື່ອ​ໄປ​ເຖິງ​ເມືອງ​ໂທອາດ ໂປໂລ​ເຫັນ​ນິມິດ​ທີ່​ບອກ​ລາວ​ວ່າ: “ຂໍ​ຂວ້າມ​ມາ​ເຖິງ​ແຂວງ​ມາເຊດັວນ.” ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ຊັດເຈນ​ຂຶ້ນ! ໂປໂລ​ຈຶ່ງ​ໄປ​ແຂວງ​ມາເຊດັວນ​ທັນທີ. (ອ່ານ​ກິດຈະການ 16:8-10) ແຕ່​ເກີດ​ຫຍັງ​ຂຶ້ນ? ເມື່ອ​ມາ​ຮອດ​ໄດ້​ບໍ່​ດົນ ລາວ​ກໍ​ຖືກ​ຈັບ​ເຂົ້າ​ຄຸກ! ເປັນ​ຫຍັງ​ພະ​ເຢໂຫວາ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ໂປໂລ? ລາວ​ຈະ​ຢູ່​ຄຸກ​ດົນ​ປານ​ໃດ? ເຖິງ​ວ່າ​ໂປໂລ​ອາດ​ສົງໄສ​ເລື່ອງ​ເຫຼົ່າ​ນີ້ ແຕ່​ລາວ​ຍັງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ມີ​ຄວາມ​ສຸກ​ສະເໝີ. ທັງ​ໂປໂລ​ແລະ​ສີລາ​ເລີ່ມ “ອ້ອນ​ວອນ​ແລະ​ລຳ [ຮ້ອງ​ເພງ] ສັນລະເສີນ​ພະເຈົ້າ.” (ກິດຈະການ 16:25) ສັນຕິສຸກ​ຂອງ​ພະເຈົ້າ​ເຮັດ​ໃຫ້​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ສະຫງົບ.

4, 5. (ກ) ເຮົາ​ອາດ​ຕົກ​ຢູ່​ໃນ​ສະພາບການ​ທີ່​ຄ້າຍ​ຄື​ກັບ​ໂປໂລ​ແນວ​ໃດ? (ຂ) ສະພາບການ​ຂອງ​ໂປໂລ​ປ່ຽນ​ໄປ​ແບບ​ຄາດ​ບໍ່​ເຖິງ​ແນວ​ໃດ?

4 ເຈົ້າ​ຮູ້ສຶກ​ຄື​ກັບ​ໂປໂລ​ບໍ? ອາດ​ມີ​ບາງ​ຄັ້ງ​ໃນ​ຊີວິດ​ທີ່​ເຈົ້າ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ເຈົ້າ​ຕັດສິນ​ໃຈ​ແລະ​ເຈົ້າ​ກໍ​ຮູ້ສຶກ​ວ່າ​ກຳລັງ​ເຮັດ​ຕາມ​ທີ່​ພະລັງ​ບໍລິສຸດ​ຊີ້​ນຳ. ແຕ່​ຕໍ່​ມາ​ພັດ​ມີ​ບັນຫາ​ເກີດ​ຂຶ້ນ​ຫຼາຍ​ຢ່າງ​ຫຼື​ເຮັດ​ໃຫ້​ເຈົ້າ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ. (ຜູ້​ເທສະໜາ​ປ່າວ​ປະກາດ 9:11) ຕອນ​ນີ້ ເມື່ອ​ເຈົ້າ​ຄິດ​ກ່ຽວ​ກັບ​ສະພາບການ​ນັ້ນ ເຈົ້າ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ເລື່ອງ​ນັ້ນ​ເກີດ​ຂຶ້ນ. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ແລະ​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ຕໍ່ໆໄປ? ເຮົາ​ຈະ​ໄດ້​ຄຳຕອບ​ເມື່ອ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂປໂລ​ແລະ​ສີລາ.

5 ຕອນ​ທີ່​ໂປໂລ​ກັບ​ສີລາ​ກຳລັງ​ຮ້ອງ​ເພງ ມີ​ເຫດການ​ທີ່​ຄາດ​ບໍ່​ເຖິງ​ຫຼາຍ​ຢ່າງ​ເກີດ​ຂຶ້ນ. ທຳອິດ ເກີດ​ແຜ່ນດິນ​ໄຫວ​ໃຫຍ່ ທັນໃດ​ນັ້ນ​ປະຕູ​ຄຸກ​ກໍ​ເປີດ​ອອກ ແລະ​ໂສ້​ກັບ​ຂື່​ຂອງ​ນັກ​ໂທດ​ທຸກ​ຄົນ​ໄດ້​ຫຼຸດ​ອອກ. ໂປໂລ​ພະຍາຍາມ​ຫ້າມ​ຜູ້​ຄຸມ​ຄຸກ​ບໍ່​ໃຫ້​ຂ້າ​ຕົວ​ຕາຍ ຜູ້​ຄຸມ​ຄຸກ​ກັບ​ຄອບຄົວ​ເລີຍ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ແລະ​ຮັບ​ບັບເຕມາ. ຕອນ​ໃກ້​ຈະ​ແຈ້ງ​ເຈົ້າ​ໜ້າ​ທີ່​ຝ່າຍ​ປົກຄອງ​ໃຊ້​ຄົນ​ມາ​ປ່ອຍ​ໂປໂລ​ກັບ​ສີລາ​ອອກ​ຈາກ​ຄຸກ​ແລະ​ຂໍ​ໃຫ້​ເຂົາ​ເຈົ້າ​ອອກ​ຈາກ​ເມືອງ​ນີ້​ໄປ. ເມື່ອ​ເຈົ້າ​ໜ້າ​ທີ່​ຝ່າຍ​ປົກຄອງ​ຮູ້​ວ່າ​ໂປໂລ​ກັບ​ສີລາ​ເປັນ​ຄົນ​ໂລມ ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ໄດ້​ເຮັດ​ຜິດ​ພາດ​ຄັ້ງ​ໃຫຍ່ ເຂົາ​ເຈົ້າ​ຈຶ່ງ​ໄປ​ສົ່ງ​ທັງ​ສອງ​ອອກ​ຈາກ​ເມືອງ. ແຕ່​ກ່ອນ​ທີ່​ຈະ​ໄປ ໂປໂລ​ແລະ​ສີລາ​ໄດ້​ໄປ​ບອກ​ລາ​ພີ່​ນ້ອງ​ໃໝ່​ທີ່​ຊື່​ລີດີ ແລະ​ເຂົາ​ເຈົ້າ​ກໍ​ໃຊ້​ໂອກາດ​ນັ້ນ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ນຳ. (ກິດຈະການ 16:26-40) ເຫດການ​ພິກ​ປີ້ນ​ໄວ​ແທ້ໆ!

ສັນຕິສຸກ​ຂອງ​ພະເຈົ້າ “ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ”

6. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ?

6 ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ເຫດການ​ເຫຼົ່າ​ນີ້? ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ເຮົາ​ຄາດ​ບໍ່​ເຖິງ​ໄດ້ ດັ່ງ​ນັ້ນ ເຮົາ​ບໍ່​ຕ້ອງ​ກັງວົນ​ເມື່ອ​ເຮົາ​ປະສົບ​ກັບ​ບັນຫາ​ຕ່າງໆ. ເຮົາ​ຮູ້​ວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂປໂລ​ເຮັດ​ໃຫ້​ລາວ​ປະທັບ​ໃຈ​ຫຼາຍ ເພາະ​ຕໍ່​ມາ​ລາວ​ຂຽນ​ເຖິງ​ພີ່​ນ້ອງ​ທີ່​ຢູ່​ເມືອງ​ຟີລິບ​ເລື່ອງ​ຄວາມ​ກັງວົນ​ແລະ​ສັນຕິສຸກ​ຂອງ​ພະເຈົ້າ. ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳ​ເວົ້າ​ຂອງ​ໂປໂລ​ໃນ​ຟີລິບ 4:6, 7 (ອ່ານ) ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ຄາດ​ບໍ່​ເຖິງ. ສຸດ​ທ້າຍ ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ’ ສາມາດ​ຊ່ວຍ​ເຮົາ​ອົດ​ທົນ​ກັບ​ບັນຫາ​ຕ່າງໆແລະ​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ.

ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ເຮົາ​ຄາດ​ບໍ່​ເຖິງ​ໄດ້ ດັ່ງ​ນັ້ນ ເຮົາ​ບໍ່​ຕ້ອງ​ກັງວົນ​ເມື່ອ​ເຮົາ​ປະສົບ​ກັບ​ບັນຫາ​ຕ່າງໆ

7. ໂປໂລ​ສອນ​ຫຍັງ​ໃນ​ຈົດ​ໝາຍ​ທີ່​ລາວ​ຂຽນ​ຫາ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ?

7 ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ຄິດ​ເຖິງ​ຫຍັງ​ເມື່ອ​ອ່ານ​ຈົດ​ໝາຍ​ຂອງ​ໂປໂລ​ທີ່​ຂຽນ​ເຖິງ​ເຂົາ​ເຈົ້າ? ພີ່​ນ້ອງ​ສ່ວນ​ຫຼາຍ​ອາດ​ຈື່​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂປໂລ​ແລະ​ສີລາ​ໄດ້​ເຊິ່ງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃນ​ວິທີ​ທີ່​ເຮົາ​ຄາດ​ບໍ່​ເຖິງ. ໃນ​ຈົດ​ໝາຍ​ນັ້ນ​ໂປໂລ​ໄດ້​ສອນ​ຫຍັງ​ໃຫ້​ເຂົາ​ເຈົ້າ? ລາວ​ບອກ​ວ່າ: ຢ່າ​ກັງວົນ ໃຫ້​ອະທິດຖານ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ສັນຕິສຸກ​ຂອງ​ພະເຈົ້າ “ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ.” ຄຳ​ເວົ້າ​ນີ້​ໝາຍ​ເຖິງ​ຫຍັງ? ຄຳພີ​ໄບເບິນ​ບາງ​ສະບັບ​ແປ​ປະໂຫຍກ​ນີ້​ວ່າ: “ເກີນ​ກວ່າ​ທີ່​ເຮົາ​ຄາດ​ຝັນ” ຫຼື “ເໜືອ​ກວ່າ​ແຜນການ​ທຸກ​ຢ່າງ​ຂອງ​ມະນຸດ.” ດັ່ງ​ນັ້ນ ໂປໂລ​ກຳລັງ​ບອກ​ວ່າ: ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ’ ເປັນ​ສິ່ງ​ມະຫັດສະຈັນ​ເກີນ​ກວ່າ​ທີ່​ເຮົາ​ຈະ​ນຶກ​ພາບ​ໄດ້. ໃນ​ຂະນະ​ທີ່​ເຮົາ​ບໍ່​ຮູ້​ວ່າ​ຈະ​ແກ້​ບັນຫາ​ແນວ​ໃດ ແຕ່​ພະ​ເຢໂຫວາ​ຮູ້ ແລະ​ພະອົງ​ສາມາດ​ເຮັດ​ສິ່ງ​ທີ່​ເຮົາ​ຄາດ​ບໍ່​ເຖິງ.—ອ່ານ 2 ເປໂຕ 2:9

8, 9. (ກ) ເຖິງ​ວ່າ​ໂປໂລ​ປະສົບ​ຄວາມ​ບໍ່​ຍຸຕິທຳ​ໃນ​ຟີລິບ ແຕ່​ມີ​ສິ່ງ​ດີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ນັ້ນ? (ຂ) ເປັນ​ຫຍັງ​ພີ່​ນ້ອງ​ໃນ​ຟີລິບ​ເຊື່ອ​ໝັ້ນ​ສິ່ງ​ທີ່​ໂປໂລ​ຂຽນ​ໃນ​ຈົດ​ໝາຍ?

8 ເມື່ອ​ພີ່​ນ້ອງ​ໃນ​ຟີລິບ​ຄິດ​ເຖິງ​ໄລຍະ 10 ປີ​ກ່ອນ ນັບ​ຕັ້ງ​ແຕ່​ເຫດການ​ຄັ້ງ​ນັ້ນ ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ຄົງ​ຕ້ອງ​ເສີມ​ຄວາມ​ເຊື່ອ​ເຂົາ​ເຈົ້າ​ແທ້ໆ. ເຖິງ​ວ່າ​ພະ​ເຢໂຫວາ​ຍອມ​ໃຫ້​ໂປໂລ​ແລະ​ສີລາ​ປະສົບ​ກັບ​ຄວາມ​ບໍ່​ຍຸຕິທຳ ແຕ່​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ນັ້ນ​ໄດ້ ‘ປົກ​ປ້ອງ​ຂ່າວ​ດີ​ແລະ​ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມ​ຮັບ​ຕາມ​ກົດ​ໝາຍ.’ (ຟີລິບ 1:7, ລ.ມ.) ພວກ​ເຈົ້າ​ໜ້າ​ທີ່​ຝ່າຍ​ປົກຄອງ​ໃນ​ຟີລິບ​ຄົງ​ບໍ່​ກ້າ​ຂົ່ມເຫງ​ພີ່​ນ້ອງ​ໃນ​ປະຊາຄົມ​ຄລິດສະຕຽນ​ທີ່​ຕັ້ງ​ຂຶ້ນ​ໃໝ່. ອາດ​ເປັນ​ຍ້ອນ​ໂປໂລ​ໄດ້​ບອກ​ວ່າ​ລາວ​ເປັນ​ພົນລະເມືອງ​ໂລມ. ລືກາ​ເຊິ່ງ​ຮ່ວມ​ເດີນ​ທາງ​ມາ​ນຳ​ຈຶ່ງ​ຢູ່​ໃນ​ຟີລິບ​ຕໍ່​ໄປ​ໄດ້​ຫຼັງ​ຈາກ​ທີ່​ໂປໂລ​ກັບ​ສີລາ​ໄປ​ແລ້ວ ແລະ​ລາວ​ສາມາດ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ໃໝ່​ໄດ້​ໃນ​ເມືອງ​ຟີລິບ.

9 ຕອນ​ທີ່​ພີ່​ນ້ອງ​ໃນ​ຟີລິບ​ອ່ານ​ຈົດ​ໝາຍ​ຂອງ​ໂປໂລ ເຂົາ​ເຈົ້າ​ຮູ້​ດີ​ວ່າ​ຂໍ້​ຄວາມ​ໃນ​ຈົດ​ໝາຍ​ນັ້ນ​ໂປໂລ​ບໍ່​ໄດ້​ແຕ່ງ​ຂຶ້ນ​ມາ ແຕ່​ລາວ​ຂຽນ​ຈາກ​ປະສົບການ​ຂອງ​ລາວ​ທີ່​ຖືກ​ທົດ​ສອບ​ຢ່າງ​ໜັກ​ໜ່ວງ. ຕອນ​ທີ່​ລາວ​ຂຽນ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ເຫຼົ່າ​ນັ້ນ ລາວ​ຖືກ​ກັກ​ບໍລິເວນ​ຢູ່​ເຮືອນ​ຂອງ​ລາວ​ໃນ​ເມືອງ​ໂລມ ແຕ່​ລາວ​ກໍ​ຍັງ​ສະແດງ​ວ່າ​ມີ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ.’—ຟີລິບ 1:12-14; 4:7, 11, 22

ຢ່າ​ອຸກ​ໃຈ​ຫຼາຍ​ຈົນ​ເກີນ​ໄປ

10, 11. ເຮົາ​ຕ້ອງ​ເຮັດ​ຫຍັງ​ເມື່ອ​ເຮົາ​ອຸກ​ໃຈ​ກັບ​ບັນຫາ ແລະ​ເຮົາ​ຄາດ​ໝາຍ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ເຮົາ?

10 ສິ່ງ​ໃດ​ຊ່ວຍ​ເຮົາ​ບໍ່​ໃຫ້ “ອຸກ​ໃຈ” ຫຼາຍ​ຈົນ​ເກີນ​ໄປ ແຕ່​ໃຫ້​ມີ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ’? ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ຟີລິບ​ສະແດງ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ຈະ​ຊ່ວຍ​ບັນເທົາ​ຄວາມ​ອຸກ​ໃຈ​ຄື ການ​ອະທິດຖານ. ດັ່ງ​ນັ້ນ ເມື່ອ​ເຮົາ​ອຸກ​ໃຈ ເຮົາ​ຕ້ອງ​ອະທິດຖານ​ກ່ຽວ​ກັບ​ສິ່ງ​ນັ້ນ. (ອ່ານ 1 ເປໂຕ 5:6, 7) ເມື່ອ​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ ໃຫ້​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະອົງ​ເປັນ​ຫ່ວງ​ເຈົ້າ. ໃຫ້​ຂອບໃຈ​ພະອົງ​ເລື້ອຍໆສຳລັບ​ສິ່ງ​ດີ​ຕ່າງໆທີ່​ເຈົ້າ​ໄດ້​ຮັບ​ແລະ​ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ສາມາດ ‘ເຮັດ​ໄດ້​ຫຼາຍ​ເກີນ​ກວ່າ​ສັບພະ​ທຸກ​ສິ່ງ​ທີ່​ເຮົາ​ທັງ​ຫຼາຍ​ຂໍ​ຫຼື​ຄຶດ.’—ເອເຟດ 3:20

11 ຄື​ກັບ​ໂປໂລ​ແລະ​ສີລາ ເຮົາ​ອາດ​ຮູ້ສຶກ​ປະຫຼາດ​ໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຊ່ວຍ​ເຮົາ. ມັນ​ອາດ​ບໍ່​ແມ່ນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ປານ​ໃດ ແຕ່​ຈະ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງການ​ສະເໝີ. (1 ໂກລິນໂທ 10:13) ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ຢູ່​ລ້າໆບໍ່​ເຮັດ​ຫຍັງ​ແລະ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ແກ້ໄຂ​ສະພາບການ​ຫຼື​ບັນຫາ​ໃຫ້​ເຮົາ ແຕ່​ເຮົາ​ຕ້ອງ​ເຮັດ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ຂອງ​ເຮົາ. (ໂລມ 12:11) ການ​ກະທຳ​ຂອງ​ເຮົາ​ພິສູດ​ວ່າ​ເຮົາ​ຈິງ​ໃຈ​ແລະ​ໃຫ້​ພະ​ເຢໂຫວາ​ມີ​ໂອກາດ​ອວຍ​ພອນ​ເຮົາ. ເຮົາ​ບໍ່​ຄວນ​ລືມ​ວ່າ​ພະ​ເຢໂຫວາ​ເຮັດ​ໄດ້​ຫຼາຍ​ກວ່າ​ສິ່ງ​ທີ່​ເຮົາ​ຂໍ​ຫຼື​ຄາດ​ຫວັງ​ໃຫ້​ພະອົງ​ເຮັດ. ບາງ​ຄັ້ງ​ພະອົງ​ອາດ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຄາດ​ຄິດ. ດັ່ງ​ນັ້ນ ໃຫ້​ມາ​ເບິ່ງ​ບາງ​ຕົວຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໝັ້ນ​ໃຈ​ຂຶ້ນ​ວ່າ​ພະ​ເຢໂຫວາ​ສາມາດ​ເຮັດ​ສິ່ງ​ທີ່​ເຮົາ​ຄາດ​ບໍ່​ເຖິງ​ເພື່ອ​ຊ່ວຍ​ເຮົາ.

ຕົວຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ຄາດ​ບໍ່​ເຖິງ

12. (ກ) ເອເຊເກຍເຊ​ໄດ້​ເຮັດ​ຫຍັງ​ເມື່ອ​ຊານເກຣີບ​ມາ​ໂຈມຕີ​ລາວ? (ຂ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຈັດການ​ກັບ​ເລື່ອງ​ນີ້?

12 ໃນ​ຄຳພີ​ໄບເບິນ ເຮົາ​ເຫັນ​ຫຼາຍ​ຕົວຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ຄາດ​ບໍ່​ເຖິງ. ຕົວຢ່າງ: ຕອນ​ທີ່​ເອເຊເກຍເຊ​ເປັນ​ກະສັດ​ຢູດາ ຊານເກຣີບ​ກະສັດ​ອາຊີລີ​ໄດ້​ບຸກ​ໂຈມຕີ​ແລະ​ຍຶດ​ເມືອງ​ຕ່າງໆໄວ້ ເຫຼືອ​ພຽງ​ແຕ່​ເມືອງ​ເຢຣຶຊາເລມ. (2 ກະສັດ 18:1-3, 13) ຈາກ​ນັ້ນ ຊານເກຣີບ​ກໍ​ມາ​ໂຈມຕີ​ເມືອງ​ເຢຣຶຊາເລມ ແຕ່​ເອເຊເກຍເຊ​ໄດ້​ເຮັດ​ຫຍັງ? ທຳອິດ ລາວ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ແລະ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ພະຍາກອນ​ເອຊາອີ. (2 ກະສັດ 19:5, 15-20) ຈາກ​ນັ້ນ ເອເຊເກຍເຊ​ສະແດງ​ຄວາມ​ມີ​ເຫດຜົນ​ໂດຍ​ຈ່າຍ​ຄ່າ​ປັບ​ໄໝ​ຕາມ​ທີ່​ຊານເກຣີບ​ຕ້ອງການ. (2 ກະສັດ 18:14, 15) ສຸດ​ທ້າຍ ເອເຊເກຍເຊ​ຍັງ​ໄດ້​ກຽມ​ພ້ອມ​ໃນ​ກໍລະນີ​ທີ່​ເມືອງ​ຖືກ​ປິດ​ລ້ອມ​ເປັນ​ເວລາ​ດົນ. (2 ຂ່າວຄາວ 32:2-4) ເລື່ອງ​ນີ້​ຈົບ​ລົງ​ແນວ​ໃດ? ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໄປ​ຂ້າ​ທະຫານ​ຂອງ​ຊານເກຣີບ 185.000 ຄົນ​ໃນ​ຄືນ​ດຽວ. ນີ້​ເປັນ​ສິ່ງ​ທີ່​ເອເຊເກຍເຊ​ບໍ່​ຄາດ​ຄິດ​ວ່າ​ຈະ​ເກີດ​ຂຶ້ນ!—2 ກະສັດ 19:35

ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂຢເຊບ?—ຕົ້ນເດີມ 41:42 (ເບິ່ງ​ຂໍ້ 13)

13. (ກ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂຢເຊບ? (ຂ) ມີ​ເລື່ອງ​ທີ່​ບໍ່​ຄາດ​ຄິດ​ຫຍັງ​ເກີດ​ຂຶ້ນ​ກັບ​ຊາລາ?

13 ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຊາຍ​ໜຸ່ມ​ໂຢເຊບ. ຕອນ​ລາວ​ນັ່ງ​ຢູ່​ຄຸກ​ໃນ​ເອຢິບ ລາວ​ຄົງ​ບໍ່​ຄິດ​ວ່າ​ຈະ​ໄດ້​ກາຍ​ເປັນ​ຜູ້​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ອັນ​ດັບ​ສອງ​ໃນ​ເອຢິບ ຫຼື​ຄົງ​ບໍ່​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ລາວ​ໃຫ້​ຊ່ວຍ​ຄອບຄົວ​ຈາກ​ການ​ຂາດແຄນ​ອາຫານ. (ຕົ້ນເດີມ 40:15; 41:39-43; 50:20) ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ນັ້ນ​ເກີນ​ຄວາມ​ຄາດ​ໝາຍ​ຂອງ​ໂຢເຊບ​ແທ້ໆ! ເຊັ່ນ​ດຽວ​ກັບ​ຊາລາ​ເຊິ່ງ​ເປັນ​ທວດ​ຂອງ​ໂຢເຊບ ຕອນ​ນັ້ນ​ລາວ​ເຖົ້າ​ຫຼາຍ​ແລ້ວ ລາວ​ຈະ​ຄິດ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ມີ​ລູກ​ເປັນ​ຂອງ​ຕົວ​ເອງ ບໍ່​ພຽງ​ແຕ່​ຮັບ​ລູກ​ຂອງ​ສາວ​ໃຊ້​ມາ​ລ້ຽງ? ການ​ທີ່​ຊາລາ​ເກີດ​ອີຊາກ​ເປັນ​ສິ່ງ​ທີ່​ລາວ​ບໍ່​ເຄີຍ​ຄາດ​ຝັນ​ວ່າ​ຈະ​ເກີດ​ຂຶ້ນ​ແທ້.—ຕົ້ນເດີມ 21:1-3, 6, 7

14. ເຮົາ​ໝັ້ນ​ໃຈ​ຫຍັງ​ໄດ້​ໃນ​ພະ​ເຢໂຫວາ?

14 ເຮົາ​ບໍ່​ຄາດ​ໝາຍ​ວ່າ​ພະ​ເຢໂຫວາ​ຈະ​ເອົາ​ບັນຫາ​ທັງ​ໝົດ​ຂອງ​ເຮົາ​ອອກ​ໄປ​ຢ່າງ​ອັດສະຈັນ​ກ່ອນ​ຈະ​ເຖິງ​ໂລກ​ໃໝ່ ແລະ​ເຮົາ​ກໍ​ບໍ່​ຮຽກ​ຮ້ອງ​ໃຫ້​ພະອົງ​ເຮັດ​ສິ່ງ​ທີ່​ອັດສະຈັນ​ໃນ​ຊີວິດ​ຂອງ​ເຮົາ. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ສະໄໝ​ກ່ອນ​ຢ່າງ​ອັດສະຈັນ​ແລະ​ພະອົງ​ບໍ່​ປ່ຽນ​ແປງ. (ອ່ານ​ເອຊາອີ 43:10-13) ນັ້ນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ພະອົງ. ເຮົາ​ສາມາດ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ໃຫ້​ກຳລັງ​ທີ່​ຈຳເປັນ​ກັບ​ເຮົາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະອົງ. (2 ໂກລິນໂທ 4:7-9) ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ຂອງ​ເອເຊເກຍເຊ ໂຢເຊບ ແລະ​ຊາລາ? ຖ້າ​ເຮົາ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ ພະອົງ​ຈະ​ຊ່ວຍ​ເຮົາ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ທີ່​ສຸດ.

ຖ້າ​ເຮົາ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ ພະອົງ​ຈະ​ຊ່ວຍ​ເຮົາ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ທີ່​ສຸດ

15. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ສັນຕິສຸກ​ຂອງ​ພະເຈົ້າ​ເຖິງ​ວ່າ​ເຮົາ​ມີ​ບັນຫາ ແລະ​ນີ້​ຈະ​ເປັນ​ໄປ​ໄດ້​ແນວ​ໃດ?

15 ເຮົາ​ຈະ​ມີ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ’ ໄດ້​ແນວ​ໃດ​ເຖິງ​ວ່າ​ເຮົາ​ມີ​ບັນຫາ? ເຮົາ​ຕ້ອງ​ຮັກສາ​ສາຍ​ສຳພັນ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ສະເໝີ. ເຮົາ​ສາມາດ​ມີ​ສາຍ​ສຳພັນ​ທີ່​ດີ​ແບບ​ນີ້​ໄດ້​ຍ້ອນ​ຄ່າໄຖ່​ຂອງ​ພະ​ເຍຊູ​ຄລິດ. ຄ່າໄຖ່​ເປັນ​ຜົນ​ງານ​ໜຶ່ງ​ທີ່​ໜ້າ​ງຶດງໍ້​ຂອງ​ພະ​ເຢໂຫວາ ເພາະ​ຄ່າໄຖ່​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ ມີ​ສະຕິ​ຮູ້​ຜິດ​ຊອບ​ທີ່​ສະອາດ ແລະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໄດ້.—ໂຢຮັນ 14:6; ຢາໂກໂບ 4:8; 1 ເປໂຕ 3:21

ສັນຕິສຸກ​ຂອງ​ພະເຈົ້າ​ຈະ​ຮັກສາ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຮົາ

16. ຖ້າ​ເຮົາ​ມີ​ສັນຕິສຸກ​ຂອງ​ພະເຈົ້າ ຜົນ​ຈະ​ເປັນ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

16 ຖ້າ​ເຮົາ​ມີ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ’ ຜົນ​ຈະ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: ສັນຕິສຸກ​ນັ້ນ​ຈະ “ຮັກສາ” ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຮົາ. (ຟີລິບ 4:7) ໃນ​ພາສາ​ເດີມ​ຄຳ​ວ່າ “ຮັກສາ” ເປັນ​ຄຳ​ທີ່​ໃຊ້​ທາງ​ການ​ທະຫານ​ເມື່ອ​ເວົ້າ​ເຖິງ​ທະຫານ​ທີ່​ປົກ​ປ້ອງ​ເມືອງ. ເມືອງ​ຟີລິບ​ກໍ​ມີ​ກອງ​ທະຫານ​ແບບ​ນັ້ນ​ຄື​ກັນ ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ໃນ​ເມືອງ​ນັ້ນ​ນອນ​ຫຼັບ​ສະບາຍ​ໂດຍ​ບໍ່​ກັງວົນ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ມີ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ’ ເຮົາ​ກໍ​ບໍ່​ກັງວົນ​ຫຍັງ ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຮົາ​ກໍ​ຈະ​ສະຫງົບ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ແລະ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ. (1 ເປໂຕ 5:10) ການ​ຮູ້​ເລື່ອງ​ນີ້​ປົກ​ປ້ອງ​ເຮົາ​ຈາກ​ການ​ຈົມ​ຢູ່​ກັບ​ຄວາມ​ກັງວົນ​ຫຼື​ຄວາມ​ທໍ້​ໃຈ.

17. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ວາງໃຈ​ພະ​ເຢໂຫວາ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ໃຫຍ່?

17 ອີກ​ບໍ່​ດົນ​ມະນຸດ​ທຸກ​ຄົນ​ຈະ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ໃຫຍ່. (ມັດທາຍ 24:21, 22) ເຮົາ​ບໍ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຮົາ​ແຕ່​ລະ​ຄົນ ແຕ່​ເຮົາ​ກໍ​ບໍ່​ຕ້ອງ​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ກ່ຽວ​ກັບ​ຕອນ​ນັ້ນ. ເຖິງ​ເຮົາ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ ແຕ່​ເຮົາ​ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ ເຮົາ​ຮູ້​ວ່າ​ພະອົງ​ເຄີຍ​ເຮັດ​ຫຍັງ​ມາ​ແດ່​ແລ້ວ​ເພື່ອ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ອະດີດ. ເຮົາ​ໄດ້​ເຫັນ​ວ່າ​ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກໍ​ຕາມ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະອົງ​ສຳເລັດ​ສະເໝີ ແລະ​ພະອົງ​ອາດ​ເຮັດ​ໃນ​ວິທີ​ທີ່​ເຮົາ​ບໍ່​ຄາດ​ຄິດ! ດັ່ງ​ນັ້ນ ທຸກ​ຄັ້ງ​ທີ່​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ​ເພື່ອ​ເຮົາ ເຮົາ​ກໍ​ຈະ​ເຫັນ​ໄດ້​ວ່າ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ຂອງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ’ ສາມາດ​ຊ່ວຍ​ເຮົາ​ໃນ​ວິທີ​ໃໝ່ໆ.

^ ຂໍ້ 1 ສີລາ​ກໍ​ອາດ​ຈະ​ເປັນ​ພົນລະເມືອງ​ຂອງ​ໂລມ​ເຊັ່ນ​ກັນ.—ກິດຈະການ 16:37