ຫໍສັງເກດການສະບັບສຶກສາ ສິງຫາ 2017

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 25 ກັນ​ຍາ–22 ຕຸລາ 2017.

ເຈົ້າ​ເຕັມ​ໃຈ​ລໍ​ຖ້າ​ຢ່າງ​ອົດ​ທົນ​ບໍ?

ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ໃນ​ອະດີດ​ຖາມ​ວ່າ ເຂົາ​ເຈົ້າ​ຈະ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ນີ້​ໄປ​ອີກ​ດົນ​ປານ​ໃດ ແຕ່​ພະເຈົ້າ​ກໍ​ບໍ່​ໄດ້​ຕຳໜິ​ເຂົາ​ເຈົ້າ​ທີ່​ຖາມ​ແບບ​ນັ້ນ.

ສັນຕິສຸກ​ຂອງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ

ເຈົ້າ​ເຄີຍ​ສົງໄສ​ບໍ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ບັນຫາ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ກັບ​ເຈົ້າ? ຖ້າ​ເຄີຍ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ແລະ​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ໄດ້?

ເຮົາ​ຈະ “ຖອດ” ລັກສະນະ​ນິດໄສ​ເກົ່າ​ແລະ​ບໍ່​ກັບ​ໄປ​ໃສ່​ອີກ​ໄດ້​ແນວ​ໃດ?

ການ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ກໍ​ເລື່ອງ​ໜຶ່ງ ແຕ່​ການ​ຮັກສາ​ຕົວ​ບໍ່​ໃຫ້​ນິດໄສ​ເກົ່າ​ກັບ​ມາ​ນັ້ນ​ຄົນ​ລະ​ເລື່ອງ ເຮົາ​ຈະ​ເຮັດ​ທັງ​ສອງ​ຢ່າງ​ໄດ້​ແນວ​ໃດ​ບໍ່​ວ່າ​ເຮົາ​ຈະ​ເຄີຍ​ເຮັດ​ຜິດ​ມາ​ຫຼາຍ​ສໍ່າ​ໃດ​ກໍ​ຕາມ?

ເຮົາ​ຈະ ‘ສວມ​ໃສ່’ ລັກສະນະ​ນິດໄສ​ໃໝ່​ແລະ​ໃສ່​ໄວ້​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ການ​ເປັນ​ຄົນ​ທີ່​ພະເຈົ້າ​ຢາກ​ໃຫ້​ເຈົ້າ​ເປັນ. ໃຫ້​ພິຈາລະນາ ຕົວຢ່າງ​ທີ່​ໃຊ້​ໄດ້​ແທ້​ທີ່​ເຈົ້າ​ສາມາດ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ກະລຸນາ ຖ່ອມ​ຕົວ ແລະ​ອ່ອນ​ໂຍນ.

ຄວາມ​ຮັກ—ຄຸນ​ລັກສະນະ​ທີ່​ມີ​ຄ່າ​ຫຼາຍ

ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ເຫັນ​ແຈ້ງ​ຄວາມ​ຮັກ​ເປັນ​ຜົນ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ແຕ່​ຄວາມ​ຮັກ​ແມ່ນ​ຫຍັງ? ເຮົາ​ຈະ​ພັດທະນາ​ມັນ​ໄດ້​ແນວ​ໃດ? ແລະ​ເຮົາ​ຈະ​ສະແດງ​ອອກ​ທຸກໆ​ມື້​ໄດ້​ແນວ​ໃດ?

AMERICAS

“ເມື່ອ​ໃດ​ເຮົາ​ຈະ​ມີ​ປະຊຸມ​ໃຫຍ່​ອີກ?”

ສິ່ງ​ໃດ​ເຮັດ​ໃຫ້​ການ​ປະຊຸມ​ພາກ​ຂະໜາດ​ນ້ອຍ​ໃນ​ເມືອງ​ເ​ມັກ​ຊິ​ໂກ​ເມື່ອ​ປີ 1932 ເປັນ​ການ​ປະຊຸມ​ທີ່​ພິເສດ​ຫຼາຍ?

ຄຳຖາມ​ຈາກ​ຜູ້​ອ່ານ

ເປັນ​ຫຍັງ​ພະທຳ​ມັດທາຍ​ແລະ​ລືກາ​ບັນທຶກ​ເລື່ອງ​ພະ​ເຍຊູ​ຕອນ​ຍັງ​ນ້ອຍ​ບໍ່​ຄື​ກັນ?