ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 12

ສະຕິ​ປັນຍາ​ຂອງ​ພະເຈົ້າ​ຊີ້​ນຳ​ຊີວິດ

ສະຕິ​ປັນຍາ​ຂອງ​ພະເຈົ້າ​ຊີ້​ນຳ​ຊີວິດ

ສຸພາສິດ​ເປັນ​ພະທຳ​ທີ່​ຮຽບ​ຮຽງ​ເອົາ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ການ​ດົນ​ບັນດານ ສ່ວນ​ຫຼາຍ​ແມ່ນ​ຊາໂລໂມນ​ເປັນ​ຜູ້​ຮຽບ​ຮຽງ ເຊິ່ງ​ໃຫ້​ການ​ຊີ້​ນຳ​ສຳລັບ​ຊີວິດ​ປະຈຳ​ວັນ

ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ສະຫຼາດ​ເລີດ​ລໍ້າ​ບໍ? ເພື່ອ​ຈະ​ຕອບ​ຄຳຖາມ​ນັ້ນ​ແມ່ນ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ຂອງ​ພະອົງ​ວ່າ​ໃຊ້​ໄດ້​ຜົນ​ບໍ? ເມື່ອ​ນຳ​ໃຊ້​ແລ້ວ​ເຮັດ​ໃຫ້​ຊີວິດ​ດີ​ຂຶ້ນ​ແລະ​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ບໍ? ຊາໂລໂມນ​ກະສັດ​ທີ່​ສະຫຼາດ​ໄດ້​ຂຽນ​ສຸພາສິດ​ຫຼາຍ​ຮ້ອຍ​ຂໍ້ ເຊິ່ງ​ເຂົ້າ​ເຖິງ​ທຸກໆແງ່​ມຸມ​ຂອງ​ຊີວິດ. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ.

ການ​ໄວ້​ວາງໃຈ​ພະເຈົ້າ. ການ​ໄວ້​ວາງໃຈ​ເປັນ​ສິ່ງ​ສຳຄັນ​ເພື່ອ​ມີ​ສຳພັນທະພາບ​ທີ່​ດີ​ກັບ​ພະ​ເຢໂຫວາ. ຊາໂລໂມນ​ຂຽນ​ວ່າ: “ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ ແລະ​ຢ່າ​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ. ໃນ​ຮີດຄອງ​ທັງ​ຫຼາຍ​ຂອງ​ເຈົ້າ ຈົ່ງ​ຍອມ​ຮູ້ຈັກ​ພະເຈົ້າ ແລະ​ພະອົງ​ຈະ​ນຳ​ໜ້າ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ເຈົ້າ.” (ສຸພາສິດ 3:5, 6) ການ​ໄວ້​ວາງ​ໃຈ​ພະເຈົ້າ​ໂດຍ​ການ​ສະແຫວງ​ຫາ​ການ​ຊີ້​ນຳ​ແລະ​ເຊື່ອ​ຟັງ​ພະອົງ​ຈະ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ. ແນວ​ທາງ​ນັ້ນ​ຊ່ອຍ​ໃຫ້​ມະນຸດ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ​ແລະ​ມີ​ຄຳຕອບ​ຕໍ່​ປະເດັນ​ທີ່​ສັດຕູ​ຂອງ​ພະອົງ ຊາຕານ​ຍົກ​ຂຶ້ນ​ມາ.—ສຸພາສິດ 27:11.

ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ສຸຂຸມ. ຄຳ​ແນະນຳ​ທີ່​ພະເຈົ້າ​ໃຫ້​ກັບ​ຜົວ ເມຍ​ແລະ​ລູກ ແມ່ນ​ເໝາະ​ສົມ​ກັບ​ສະໄໝ​ນີ້​ຫຼາຍ​ກວ່າ​ແຕ່​ກ່ອນ. ພະເຈົ້າ​ບອກ​ຜູ້​ເປັນ​ຜົວ​ວ່າ “ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ເມຍ​ທີ່​ເຈົ້າ​ໄດ້​ເອົາ​ເວລາ​ຍັງ​ຫນຸ່ມ​ຢູ່” ເຊິ່ງ​ໝາຍ​ຄວາມ​ວ່າ​ລາວ​ຄວນ​ຈະ​ສັດ​ຊື່​ຕໍ່​ເມຍ. (ສຸພາສິດ 5:18-20) ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ພົບ​ວ່າ​ພະທຳ​ສຸພາສິດ​ມີ​ຄຳ​ພັນລະນາ​ທີ່​ງົດງາມ​ກ່ຽວ​ກັບ​ເມຍ​ທີ່​ມີ​ຄວາມ​ສາມາດ​ເຊິ່ງ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຈາກ​ຜົວ​ແລະ​ລູກ. (ສຸພາສິດ​ບົດ 31) ແລະ​ລູກ​ຈະ​ໄດ້​ພົບ​ການ​ຊີ້​ນຳ​ທີ່​ໃຫ້​ເຊື່ອ​ຟັງ​ພໍ່​ແມ່. (ສຸພາສິດ 6:20) ພະທຳ​ນີ້​ຍັງ​ສະແດງ​ວ່າ​ມິດຕະພາບ​ສຳຄັນ​ຫຼາຍ ເພາະ​ວ່າ​ການ​ແຍກ​ໄປ​ຢູ່​ຜູ້​ດຽວ​ກໍ່​ໃຫ້​ເກີດ​ຄວາມ​ເຫັນ​ແກ່​ຕົວ. (ສຸພາສິດ 18:1) ມິດ​ສະຫາຍ​ສາມາດ​ຊັກ​ຈູງ​ເຮົາ​ໄປ​ໃນ​ທາງ​ດີ​ແລະ​ໃນ​ທາງ​ຊົ່ວ​ກໍ​ໄດ້ ດັ່ງ​ນັ້ນ​ເຮົາ​ຕ້ອງ​ເລືອກ​ຄົບຫາ​ຢ່າງ​ສຸຂຸມ.—ສຸພາສິດ 13:20; 17:17.

ການ​ຖະໜອມ​ຕົວ​ເອງ. ພະທຳ​ສຸພາສິດ​ມີ​ຄຳ​ແນະນຳ​ກ່ຽວ​ກັບ​ເລື່ອງ​ການ​ດື່ມ​ເຫຼົ້າ​ເກີນ​ກຳນົດ ການ​ປູກ​ຝັງ​ຄວາມ​ຮູ້ສຶກ​ທີ່​ໃຫ້​ເກີດ​ຜົນ​ດີ​ຕໍ່​ສຸຂະພາບ ແລະ​ຕ້ານ​ທານ​ຄວາມ​ຮູ້ສຶກ​ທີ່​ທຳລາຍ​ສຸຂະພາບ ແລະ​ການ​ເປັນ​ຄົນ​ດຸ​ໝັ່ນ. (ສຸພາສິດ 6:6; 14:30; 20:1) ພະທຳ​ສຸພາສິດ​ເຕືອນ​ວ່າ​ການ​ໄວ້​ໃຈ​ໃນ​ການ​ຕັດສິນ​ໃຈ​ຂອງ​ມະນຸດ​ໂດຍ​ບໍ່​ຮັບ​ການ​ຊີ້​ນຳ​ຈາກ​ພະເຈົ້າ​ນຳ​ໄປ​ສູ່​ຄວາມ​ຈິບຫາຍ. (ສຸພາສິດ 14:12) ທັງ​ກະຕຸ້ນ​ເຕືອນ​ເຮົາ​ໃຫ້​ປົກ​ປ້ອງ​ຫົວໃຈ​ຈາກ​ແຮງ​ຊັກ​ຈູງ​ທີ່​ເສື່ອມຊາມ ເຕືອນ​ວ່າ “ຜົນ​ແລະ​ເຫດ​ແຕ່​ຊີວິດ​ມາ​ແຕ່​ໃຈ.”—ສຸພາສິດ 4:23.

ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ພົບ​ວ່າ​ການ​ນຳ​ໃຊ້​ຄຳ​ແນະນຳ​ນີ້​ເຮັດ​ໃຫ້​ຊີວິດ​ດີ​ຂຶ້ນ. ເມື່ອ​ເປັນ​ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີ​ເຫດຜົນ​ພຽງ​ພໍ​ທີ່​ຈະ​ຍອມ​ຮັບ​ພະ​ເຢໂຫວາ​ໃນ​ຖານະ​ຜູ້​ປົກຄອງ.

—ຂໍ້​ມູນ​ມາ​ຈາກ​ສຸພາສິດ.