ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 10

ຊາໂລໂມນ​ເປັນ​ຜູ້​ປົກຄອງ​ທີ່​ສະຫຼາດ​ສຸຂຸມ

ຊາໂລໂມນ​ເປັນ​ຜູ້​ປົກຄອງ​ທີ່​ສະຫຼາດ​ສຸຂຸມ

ພະ​ເຢໂຫວາ​ປະທານ​ໃຈ​ທີ່​ປະກອບ​ດ້ວຍ​ສະຕິ​ປັນຍາ​ແກ່​ກະສັດ​ຊາໂລໂມນ; ລະຫວ່າງ​ການ​ປົກຄອງ​ຂອງ​ຊາໂລໂມນ ຊາວ​ອິດສະລາແອນ​ມີ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ຮຸ່ງເຮືອງ​ຫຼາຍ.

ຊີວິດ​ຈະ​ເປັນ​ແນວ​ໃດ​ຫາກ​ວ່າ​ທຸກ​ຄົນ​ໃນ​ຊາດ​ແລະ​ຜູ້​ປົກຄອງ​ຂອງ​ເຂົາ​ເຈົ້າ​ຕິດ​ຕາມ​ພະ​ເຢໂຫວາ​ໃນ​ຖານະ​ຜູ້​ປົກຄອງ​ສູງ​ສຸດ​ແລະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະອົງ? ການ​ຄອງ​ລາດ 40 ປີ​ຂອງ​ກະສັດ​ຊາໂລໂມນ​ໃຫ້​ຄຳຕອບ​ໃນ​ເລື່ອງ​ນີ້.

ກ່ອນ​ດາວິດ​ເສຍ​ຊີວິດ ລາວ​ໄດ້​ແຕ່ງ​ຕັ້ງ​ຊາໂລໂມນ​ລູກ​ຊາຍ​ໃຫ້​ເປັນ​ຜູ້​ສືບ​ຕຳແໜ່ງ. ໃນ​ຄວາມ​ຝັນ ພະເຈົ້າ​ສະເໜີ​ຊາໂລໂມນ​ໃຫ້​ຂໍ​ສິ່ງ​ທີ່​ຕ້ອງການ. ຊາໂລໂມນ​ຂໍ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າ​ໃຈ​ເພື່ອ​ຈະ​ຕັດສິນ​ປະຊາຊົນ​ດ້ວຍ​ຄວາມ​ຍຸຕິທຳ​ແລະ​ຄວາມ​ສະຫຼາດ​ສຸຂຸມ. ພະ​ເຢໂຫວາ​ຍິນດີ​ໃຫ້​ຊາໂລໂມນ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າ​ໃຈ. ພະ​ເຢໂຫວາ​ຍັງ​ໄດ້​ສັນຍາ​ວ່າ​ຈະ​ປະທານ​ຊັບ​ສົມບັດ ຍົດ​ສັກ​ແລະ​ອາຍຸ​ທີ່​ຍືນ​ຍາວ​ແກ່​ຊາໂລໂມນ​ຖ້າ​ຫາກ​ລາວ​ເຊື່ອ​ຟັງ​ຕໍ່ໆໄປ.

ຊາໂລໂມນ​ກາຍ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ຍ້ອນ​ການ​ຕັດສິນ​ທີ່​ສະຫຼາດ​ຫຼັກແຫຼມ. ໃນ​ຄະດີ​ໜຶ່ງ ຜູ້​ຍິງ​ສອງ​ຄົນ​ຜິດ​ຖຽງ​ກັນ​ເລື່ອງ​ລູກ​ຊາຍ ທັງ​ສອງ​ຕ່າງ​ກໍ​ອ້າງ​ວ່າ​ຕົນ​ເປັນ​ແມ່​ຂອງ​ແອ​ນ້ອຍ​ຄົນ​ນີ້. ຊາໂລໂມນ​ສັ່ງ​ໃຫ້​ຜ່າ​ແອ​ນ້ອຍ​ເປັນ​ສອງ​ສ່ວນ​ແລ້ວ​ປັນ​ໃຫ້​ຍິງ​ທັງ​ສອງ​ຄົນ​ລະ​ເຄິ່ງ. ຍິງ​ຄົນ​ໜຶ່ງ​ຕອບ​ຕົກ​ລົງ ແຕ່​ຜູ້​ເປັນ​ແມ່​ແທ້​ຂໍຮ້ອງ​ທັນທີ​ໃຫ້​ຍົກ​ລູກ​ແກ່​ຍິງ​ຜູ້​ນັ້ນ. ຕອນ​ນີ້​ຊາໂລໂມນ​ເຫັນ​ໄດ້​ແຈ້ງ​ວ່າ​ຜູ້​ຍິງ​ທີ່​ມີ​ໃຈ​ອີ່ດູ​ເປັນ​ແມ່​ແທ້​ຈຶ່ງ​ໄດ້​ຍົກ​ລູກ​ໃຫ້​ລາວ. ບໍ່​ດົນ​ຊາວ​ອິດສະລາແອນ​ທັງ​ໝົດ​ກໍ​ໄດ້​ຍິນ​ກ່ຽວ​ກັບ​ການ​ຕັດສິນ​ໃນ​ເລື່ອງ​ນີ້ ແລະ​ປະຊາຊົນ​ຈຶ່ງ​ຍອມ​ຮັບ​ວ່າ​ຊາໂລໂມນ​ໄດ້​ສະຕິ​ປັນຍາ​ມາ​ຈາກ​ພະເຈົ້າ.

ຄວາມ​ສຳເລັດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ຊາໂລໂມນ​ແມ່ນ​ການ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ ນັ້ນ​ຄື​ສິ່ງ​ກໍ່​ສ້າງ​ອັນ​ສະຫງ່າ​ງາມ​ໃນ​ເມືອງ​ເຢຣຶຊາເລມ​ເຊິ່ງ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ໃນ​ອິດສະລາແອນ. ຕອນ​ອຸທິດ​ວິຫານ ຊາໂລໂມນ​ອະທິດຖານ​ວ່າ “ນີ້​ແນະ​ຟ້າ​ທັງ​ຫຼາຍ​ແລະ​ຟ້າ​ແຫ່ງ​ຟ້າ​ທັງ​ຫຼາຍ​ຈະ​ຖື​ພະອົງ​ບໍ່​ໄດ້ ວິຫານ​ນີ້​ທີ່​ຂ້ານ້ອຍ​ໄດ້​ກໍ່​ສ້າງ​ແລ້ວ​ກໍ​ບໍ່​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ.”—1 ກະສັດ 8:27.

ຊື່ສຽງ​ຂອງ​ຊາໂລໂມນ​ຊ່າ​ລື​ໄປ​ເຖິງ​ດິນແດນ​ອື່ນໆຈົນ​ຮອດ​ເມືອງ​ເຊບາ​ໃນ​ປະເທດ​ອາຣັບ​ກໍ​ຍັງ​ໄດ້​ຍິນ​ຄຳ​ເລົ່າ​ລື​ນັ້ນ. ລາຊີນີ​ຂອງ​ເມືອງ​ເຊບາ​ໄດ້​ເດີນ​ທາງ​ມາ​ເພື່ອ​ຈະ​ເຫັນ​ຄວາມ​ສະຫງ່າ​ງາມ​ແລະ​ຄວາມ​ຮັ່ງມີ​ຂອງ​ຊາໂລໂມນ ແລະ​ເພື່ອ​ທົດ​ສອບ​ຄວາມ​ສະຫຼາດ​ຫຼັກແຫຼມ​ຂອງ​ຊາໂລໂມນ. ລາຊີນີ​ປະທັບ​ໃຈ​ຫຼາຍ​ກັບ​ສະຕິ​ປັນຍາ​ຂອງ​ຊາໂລໂມນ​ແລະ​ຄວາມ​ຮຸ່ງເຮືອງ​ຂອງ​ຊາດ​ອິດສະລາແອນ​ຈຶ່ງ​ໄດ້​ສັນລະເສີນ​ພະ​ເຢໂຫວາ​ທີ່​ໄດ້​ແຕ່ງ​ຕັ້ງ​ກະສັດ​ທີ່​ສະຫຼາດ​ຫຼັກແຫຼມ​ເຊັ່ນ​ນີ້​ໄວ້​ໃນ​ລາຊະບັນລັງ. ທີ່​ຈິງ ດ້ວຍ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ ການ​ປົກຄອງ​ຂອງ​ກະສັດ​ຊາໂລໂມນ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ແລະ​ສະຫງົບ​ສຸກ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຊາດ​ອິດສະລາແອນ​ບູຮານ.

ເປັນ​ຕາ​ເສຍດາຍ​ທີ່​ຊາໂລໂມນ​ບໍ່​ໄດ້​ສືບ​ຕໍ່​ປະຕິບັດ​ຕາມ​ສະຕິ​ປັນຍາ​ທີ່​ມາ​ຈາກ​ພະ​ເຢໂຫວາ. ໂດຍ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ ລາວ​ແຕ່ງ​ງານ​ກັບ​ຜູ້​ຍິງ​ຫຼາຍ​ຮ້ອຍ​ຄົນ ເຊິ່ງ​ຫຼາຍ​ຄົນ​ເປັນ​ຜູ້​ນະມັດສະການ​ພະ​ປອມ. ເທື່ອ​ລະ​ໜ້ອຍ ເມຍ​ເຫຼົ່າ​ນັ້ນ​ໄດ້​ຊັກ​ຈູງ​ລາວ​ໃຫ້​ເຫີນ​ຫ່າງ​ຈາກ​ພະ​ເຢໂຫວາ​ໄປ​ນະມັດສະການ​ຮູບ​ປັ້ນ. ພະ​ເຢໂຫວາ​ໄດ້​ບອກ​ຊາໂລໂມນ​ວ່າ​ລາຊະອານາຈັກ​ສ່ວນ​ໜຶ່ງ​ຈະ​ຖືກ​ເອົາ​ໄປ​ຈາກ​ລາວ. ພະເຈົ້າ​ໄດ້​ກ່າວ​ວ່າ​ມີ​ພຽງ​ສ່ວນ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ຍັງ​ເປັນ​ຂອງ​ຄອບຄົວ​ລາວ​ຢູ່ ເພື່ອ​ເຫັນ​ແກ່​ຄຳ​ສັນຍາ​ທີ່​ເຮັດ​ກັບ​ດາວິດ​ພໍ່​ຂອງ​ຊາໂລໂມນ. ເຖິງ​ແມ່ນ​ວ່າ​ຊາໂລໂມນ​ມີ​ໃຈ​ອອກ​ຫາກ ພະ​ເຢໂຫວາ​ຍັງ​ສັດ​ຊື່​ຕໍ່​ຄຳ​ສັນຍາ​ເລື່ອງ​ລາຊະອານາຈັກ​ທີ່​ເຮັດ​ກັບ​ດາວິດ.

—ຂໍ້​ມູນ​ມາ​ຈາກ 1 ກະສັດ​ບົດ 1 ເຖິງ 11; 2 ຂ່າວຄາວ​ບົດ 1 ເຖິງ 9; ພະບັນຍັດ 17:17.