ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 1

“ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ”

“ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ”

1, 2. (ກ) ເຈົ້າ​ຢາກ​ຖາມ​ພະເຈົ້າ​ເລື່ອງ​ຫຍັງ? (ຂ) ໂມເຊ​ຖາມ​ພະເຈົ້າ​ເລື່ອງ​ຫຍັງ?

 ລອງ​ນຶກພາບ​ວ່າ​ເຈົ້າ​ກຳລັງ​ເວົ້າ​ກັບ​ພະເຈົ້າ. ພຽງ​ແຕ່​ຄິດ​ກໍ​ຮູ້ສຶກ​ເຫຼືອ​ເຊື່ອ​ແລ້ວ. ຄິດ​ເບິ່ງ​ແມ້ ພະເຈົ້າ​ສູງ​ສຸດ​ກຳລັງ​ເວົ້າ​ກັບ​ເຈົ້າ! ທຳອິດ​ເຈົ້າ​ອາດຈະ​ບໍ່​ກ້າ​ເວົ້າ​ກັບ​ເພິ່ນ ແຕ່​ຕໍ່​ມາ​ເຈົ້າ​ກໍ​ກ້າ​ເວົ້າ. ເພິ່ນ​ຟັງ​ເຈົ້າ ເຂົ້າໃຈ​ເຈົ້າ ແລະ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຈະ​ຖາມ​ຫຍັງ​ກໍ​ໄດ້​ທີ່​ເຈົ້າ​ຢາກ​ຮູ້. ຕອນນີ້ ເຈົ້າ​ຢາກ​ຖາມ​ຫຍັງ​ເພິ່ນ?

2 ແຕ່​ກີ້​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເຄີຍ​ເຈິ​ເຫດການ​ແບບ​ນັ້ນ. ລາວ​ຊື່​ໂມເຊ. ຄຳ​ຖາມ​ທີ່​ລາວ​ເລືອກ​ຖາມ​ພະເຈົ້າ​ອາດ​ເຮັດ​ໃຫ້​ເຈົ້າ​ແປກໃຈ. ລາວ​ບໍ່​ໄດ້​ຖາມ​ເລື່ອງ​ໂຕເອງ ເລື່ອງ​ອະນາຄົດ​ຂອງ​ໂຕເອງ ຫຼື​ເລື່ອງ​ທີ່​ມະນຸດ​ເຈິ​ກັບ​ຄວາມ​ທຸກ​ລຳບາກ. ແຕ່​ລາວ​ຖາມ​ກ່ຽວກັບ​ຊື່​ຂອງ​ພະເຈົ້າ. ເຈົ້າ​ອາດຈະ​ງົງ​ກໍ​ໄດ້ ເພາະ​ໂມເຊ​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ​ຢູ່​ແລ້ວ ເປັນ​ຫຍັງ​ລາວ​ຄື​ຍັງ​ຖາມ​ອີກ. ຄັນຊັ້ນ ເລື່ອງ​ທີ່​ລາວ​ຖາມ​ຕ້ອງ​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ນັ້ນ. ທີ່ຈິງ ຄຳ​ຖາມ​ນັ້ນ​ເປັນ​ຄຳ​ຖາມ​ສຳຄັນ​ທີ່​ສຸດ​ທີ່​ໂມເຊ​ເຄີຍ​ຖາມ ເພາະ​ຄຳ​ຕອບ​ກ່ຽວ​ຂ້ອງ​ກັບ​ເຮົາ​ທຸກ​ຄົນ. ຄຳ​ຖາມ​ນັ້ນ​ຍັງ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະເຈົ້າ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ໃຫ້​ມາ​ເບິ່ງ​ເຫດການ​ທີ່​ພິເສດ​ນີ້​ນຳ​ກັນ.

3, 4. ມີ​ເຫດການ​ຫຍັງ​ທີ່​ເຮັດ​ໃຫ້​ໂມເຊ​ໄດ້​ເວົ້າ​ກັບ​ພະເຈົ້າ ແລະ​ໂມເຊ​ກັບ​ພະເຈົ້າ​ລົມ​ກັນ​ເລື່ອງ​ຫຍັງ?

3 ຕອນ​ນັ້ນ​ໂມເຊ​ອາຍຸ 80 ປີ. ລາວ​ບໍ່​ໄດ້​ຢູ່​ກັບ​ພວກ​ອິດສະຣາເອນ 40 ປີ​ແລ້ວ. ເຂົາເຈົ້າ​ເປັນ​ຄົນ​ຊາດ​ດຽວ​ກັບ​ລາວ​ທີ່​ເປັນ​ທາດ​ຢູ່​ປະເທດ​ເອຢີບ. ມີ​ມື້​ໜຶ່ງ​ຕອນ​ທີ່​ກຳລັງ​ລ້ຽງ​ແກະ​ຂອງ​ພໍ່​ເຖົ້າ ລາວ​ໄດ້​ເຫັນ​ສິ່ງ​ທີ່​ແປກ​ຫຼາຍ. ມີ​ໄຟ​ລຸກ​ຢູ່​ຟຸ່ມ​ໄມ້​ຟຸ່ມ​ໜຶ່ງ ແຕ່​ໄຟ​ບໍ່​ໄດ້​ໄໝ້​ຟຸ່ມ​ໄມ້​ນັ້ນ. ແປວ​ໄຟ​ນັ້ນ​ລຸກ​ຢູ່​ແລະ​ມີ​ແສງ​ອອກ​ຄື​ກັບ​ໄຟ​ສັນຍານ​ຢູ່​ສັນ​ພູ. ໂມເຊ​ຈຶ່ງ​ເຂົ້າ​ໄປ​ເບິ່ງ​ໃກ້ໆ. ລາວ​ຕົກໃຈ​ຫຼາຍ​ຕອນ​ທີ່​ໄດ້​ຍິນ​ສຽງ​ເວົ້າ​ກັບ​ລາວ​ອອກ​ມາ​ຈາກ​ແປວ​ໄຟ​ນັ້ນ! ພະເຈົ້າ​ເວົ້າ​ກັບ​ໂມເຊ​ດົນ​ເຕີບ​ໂດຍ​ທາງ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ເປັນ​ໂຄສົກ. ພະເຈົ້າ​ບອກ​ໃຫ້​ໂມເຊ​ກັບ​ໄປ​ເອຢິບ​ເພື່ອ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ເປັນ​ທາດ.—ອົບພະຍົບ 3:1-12

4 ຕອນ​ນັ້ນ ໂມເຊ​ຈະ​ຖາມ​ພະເຈົ້າ​ເລື່ອງ​ໃດ​ກໍ​ໄດ້. ຂໍ​ໃຫ້​ສັງເກດ​ຄຳ​ຖາມ​ທີ່​ລາວ​ເລືອກ​ຖາມ​ພະເຈົ້າ​ວ່າ: “ຖ້າ​ລູກ​ໄປ​ຫາ​ພວກ​ອິດສະຣາເອນ​ແລະ​ບອກ​ເຂົາເຈົ້າ​ວ່າ ‘ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ສົ່ງ​ຂ້ອຍ​ມາ’ ແລະ​ຖ້າ​ເຂົາເຈົ້າ​ຖາມ​ລູກ​ວ່າ ‘ພະເຈົ້າ​ຜູ້​ນັ້ນ​ຊື່​ຫຍັງ?’ ລູກ​ຊິ​ຕອບ​ເຂົາເຈົ້າ​ແນວ​ໃດ?”—ອົບພະຍົບ 3:13

5, 6. (ກ) ຄຳ​ຖາມ​ຂອງ​ໂມເຊ​ສອນ​ເຮົາ​ເລື່ອງ​ຫຍັງ​ທີ່​ສຳຄັນ? (ຂ) ມີ​ການ​ເຮັດ​ຫຍັງ​ກັບ​ຊື່​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຕຳໜິ? (ຄ) ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ບອກ​ໃຫ້​ເຮົາ​ຮູ້​ຊື່​ຂອງ​ເພິ່ນ?

5 ສິ່ງ​ທຳອິດ ຄຳ​ຖາມ​ນັ້ນ​ສອນ​ເຮົາ​ວ່າ​ພະເຈົ້າ​ມີ​ຊື່. ເຮົາ​ຄວນ​ຖື​ວ່າ​ຊື່​ຂອງ​ພະເຈົ້າ​ເປັນ​ເລື່ອງ​ສຳຄັນ ແຕ່​ຫຼາຍ​ຄົນ​ພັດ​ບໍ່​ໄດ້​ຄິດ​ແນວ​ນັ້ນ. ຊື່​ຂອງ​ພະເຈົ້າ​ຖືກ​ຕັດ​ອອກ​ຈາກ​ຄຳພີ​ໄບເບິນ​ສະບັບ​ແປ​ຕ່າງໆ​ເກືອບ​ທຸກ​ສະບັບ ແລ້ວ​ເອົາ​ຄຳ​ທີ່​ເປັນ​ຕຳແໜ່ງ​ຂອງ​ເພິ່ນ​ໃສ່​ແທນ ເຊັ່ນ “ພະອົງ​ເຈົ້າ” ຫຼື “ພະເຈົ້າ.” ນີ້​ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ແລະ​ເປັນ​ຕາ​ຕຳໜິ​ຫຼາຍ​ທີ່​ສຸດ​ທີ່​ເຮັດ​ໃນ​ນາມ​ຂອງ​ສາສະໜາ. ຕາມ​ປົກກະຕິ ຖ້າ​ເຈົ້າ​ຢາກ​ຮູ້​ຈັກ​ກັບ​ຄົນ​ໃດ​ຄົນ​ໜຶ່ງ ສິ່ງ​ທຳອິດ​ທີ່​ເຈົ້າ​ຈະ​ເຮັດ​ແມ່ນ​ຫຍັງ? ເຈົ້າ​ຈະ​ຖາມ​ຊື່​ຂອງ​ຄົນ​ນັ້ນ​ແມ່ນ​ບໍ? ການ​ຮູ້​ຈັກ​ພະເຈົ້າ​ກໍ​ຄື​ກັນ. ເພິ່ນ​ມີ​ຊື່ ແລະ​ເພິ່ນ​ກໍ​ບໍ່​ໄດ້​ຢູ່​ໄກ​ຈາກ​ເຮົາ. ເຮົາ​ສາມາດ​ຮູ້​ຈັກ​ເພິ່ນ​ໄດ້. ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຫັນ​ເພິ່ນ ແຕ່​ເພິ່ນ​ກໍ​ມີ​ໂຕ​ຕົນ​ຢູ່​ແທ້ໆ​ແລະ​ມີ​ຊື່​ວ່າ ເຢໂຫວາ.

6 ຕອນ​ທີ່​ພະເຈົ້າ​ບອກ​ໃຫ້​ຮູ້​ຊື່​ຂອງ​ເພິ່ນ ເຮົາ​ຮູ້​ວ່າ​ມີ​ສິ່ງ​ທີ່​ສຳຄັນ​ແລະ​ໜ້າ​ຕື່ນເຕັ້ນ​ກຳລັງ​ຈະ​ເກີດຂຶ້ນ. ເພິ່ນ​ເຊີນ​ເຮົາ​ໃຫ້​ມາ​ຮູ້​ຈັກ​ເພິ່ນ ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ເລືອກ​ໃຊ້​ຊີວິດ​ໃນ​ແບບ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ເຮັດ​ໄດ້ ເຊິ່ງ​ກໍ​ແມ່ນ​ການ​ເຂົ້າ​ມາ​ໃກ້ຊິດ​ກັບ​ເພິ່ນ. ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຊື່​ຫຍັງ ແຕ່​ຍັງ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ​ນຳ.

ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ແນວ​ໃດ

7. (ກ) ຕາມ​ຄວາມ​ເຂົ້າໃຈ ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? (ຂ) ຕອນ​ທີ່​ຖາມ​ກ່ຽວກັບ​ຊື່​ຂອງ​ພະເຈົ້າ ໂມເຊ​ຢາກ​ຮູ້​ຫຍັງ​ແທ້ໆ?

7 ພະ​ເຢໂຫວາ​ເລືອກ​ຊື່​ທີ່​ມີ​ຄວາມ​ໝາຍ​ດີໆ​ໃຫ້​ເພິ່ນ​ເອງ. ຕາມ​ຄວາມ​ເຂົ້າໃຈ ຄຳ​ວ່າ “ເຢໂຫວາ” ມີ​ຄວາມ​ໝາຍ​ວ່າ “ເພິ່ນ​ເຮັດ​ໃຫ້​ເປັນ.” ໃນ​ເອກະພົບ​ບໍ່​ມີ​ໃຜ​ທຽບ​ພະ​ເຢໂຫວາ​ໄດ້​ຍ້ອນ​ເພິ່ນ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ເພິ່ນ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ທຸກ​ຢ່າງ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້ ແລະ​ເພິ່ນ​ສາມາດ​ໃຊ້​ຜູ້​ຮັບໃຊ້​ທີ່​ບໍ່​ສົມບູນແບບ​ໃຫ້​ເປັນ​ຫຍັງ​ກໍ​ໄດ້​ທີ່​ເພິ່ນ​ຢາກ​ໃຫ້​ເປັນ. ເມື່ອ​ຄິດ​ກ່ຽວກັບ​ເລື່ອງ​ນີ້ ເຮົາ​ກໍ​ຮູ້ສຶກ​ນັບຖື​ເພິ່ນ​ຫຼາຍ. ແຕ່​ຊື່​ຂອງ​ພະເຈົ້າ​ຍັງ​ມີ​ຄວາມ​ໝາຍ​ໃນ​ແງ່​ມຸມ​ອື່ນ​ອີກ? ໂມເຊ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ ແລະ​ລາວ​ຮູ້​ຈັກ​ຊື່​ຂອງ​ເພິ່ນ​ຢູ່​ແລ້ວ. ແຕ່​ໂມເຊ​ຢາກ​ຮູ້​ຈັກ​ເພິ່ນ​ຫຼາຍ​ຂຶ້ນ. ຊື່​ຂອງ​ພະເຈົ້າ​ບໍ່​ແມ່ນ​ເລື່ອງ​ໃໝ່ ແລະ​ມີ​ຄົນ​ເຄີຍ​ໃຊ້​ຊື່​ນີ້​ມາ​ຫຼາຍ​ສະຕະວັດ​ແລ້ວ. ຕອນ​ທີ່​ໂມເຊ​ຖາມ​ກ່ຽວກັບ​ຊື່​ຂອງ​ພະເຈົ້າ ລາວ​ກໍ​ຢາກ​ຮູ້​ວ່າ​ພະເຈົ້າ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ຊື່​ນັ້ນ​ເປັນ​ພະເຈົ້າ​ແນວ​ໃດ. ທີ່ຈິງ ລາວ​ກຳລັງ​ຖາມ​ວ່າ ‘ລູກ​ຈະ​ບອກ​ພວກ​ອິດສະຣາເອນ​ຄົນ​ຂອງ​ພະອົງ​ແນວ​ໃດ​ເພື່ອ​ເຂົາເຈົ້າ​ຈະ​ເຊື່ອ​ພະອົງ​ຫຼາຍ​ຂຶ້ນ​ແລະ​ໝັ້ນໃຈ​ວ່າ​ພະອົງ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເປັນ​ອິດສະຫຼະ​ໄດ້​ແທ້ໆ?’

8, 9. (ກ) ພະ​ເຢໂຫວາ​ຕອບ​ໂມເຊ​ແນວ​ໃດ ແລະ​ຄຳ​ຕອບ​ຂອງ​ເພິ່ນ​ມັກ​ຖືກ​ແປ​ຜິດໆ​ແນວ​ໃດ? (ຂ) ຄຳເວົ້າ​ທີ່​ວ່າ: “ເຮົາ​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ເຮົາ​ຢາກ​ເປັນ” ມີ​ຄວາມ​ໝາຍ​ແນວ​ໃດ?

8 ໃນ​ຄຳ​ຕອບ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ໂມເຊ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຊື່​ນັ້ນ. ເພິ່ນ​ບອກ​ວ່າ: “ເຮົາ​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ເຮົາ​ຢາກ​ເປັນ.” (ອົບພະຍົບ 3:14) ຄຳພີ​ໄບເບິນ​ຫຼາຍ​ສະບັບ​ແປ​ຂໍ້​ນີ້​ວ່າ: “ເຮົາ​ເປັນ​ຜູ້​ເຮົາ​ເປັນ.” ແຕ່​ການ​ແປ​ທີ່​ຖືກຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ບໍ່​ພຽງ​ແຕ່​ຢືນຢັນ​ວ່າ​ເພິ່ນ​ມີ​ໂຕ​ຕົນ​ຢູ່​ແທ້​ເທົ່າ​ນັ້ນ. ເພິ່ນ​ຍັງ​ສອນ​ໂມເຊ​ແລະ​ເຮົາ​ທຸກ​ຄົນ​ວ່າ​ເພິ່ນ “ຢາກ​ເປັນ” ຫຼື​ເລືອກ​ທີ່​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ສະບັບ​ແປ​ຂອງ ເຈ. ບີ. ເຣາະເທີແຮມ ແປ​ຂໍ້​ນີ້​ວ່າ: “ເຮົາ​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ເຮົາ​ພໍໃຈ​ຈະ​ເປັນ.” ຜູ້​ຊ່ຽວຊານ​ດ້ານ​ພາສາ​ເຮັບເຣີ​ກ່ຽວກັບ​ຄຳພີ​ໄບເບິນ​ຜູ້​ໜຶ່ງ​ອະທິບາຍ​ຄຳເວົ້າ​ນີ້​ວ່າ: “ບໍ່​ວ່າ​ຈະ​ຢູ່​ໃນ​ສະພາບການ​ໃດ​ຫຼື​ມີ​ຄວາມ​ຈຳເປັນ​ອັນ​ໃດ . . . ພະເຈົ້າ​ຈະ ‘ເປັນ’ ຜູ້​ແກ້ໄຂ​ສຳລັບ​ຄວາມ​ຈຳເປັນ​ນັ້ນ.”

9 ເລື່ອງ​ນີ້​ມີ​ຄວາມ​ໝາຍ​ຕໍ່​ພວກ​ອິດສະຣາເອນ​ແນວ​ໃດ? ບໍ່​ວ່າ​ເຂົາເຈົ້າ​ຈະ​ເຈິ​ບັນຫາ​ຫຍັງ ຫຼື​ເຈິ​ເລື່ອງ​ທີ່​ຍາກ​ລຳບາກ​ສ່ຳ​ໃດ ພະ​ເຢໂຫວາ​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ຈຳເປັນ​ເພື່ອ​ຊ່ວຍ​ເຂົາເຈົ້າ​ຈາກ​ການ​ເປັນ​ທາດ ແລະ​ພາ​ເຂົາເຈົ້າ​ເຂົ້າ​ໄປ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້. ຊື່​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ໃນ​ພະເຈົ້າ ແລະ​ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ໝັ້ນໃຈ​ໃນ​ເພິ່ນ​ໄດ້​ຄື​ກັນ. (ເພງ​ສັນລະເສີນ 9:10) ຍ້ອນຫຍັງ?

10, 11. ເປັນ​ຫຍັງ​ຊື່​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ນຶກພາບ​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

10 ເພື່ອ​ເປັນ​ຕົວຢ່າງ ພໍ່​ແມ່​ຮູ້​ວ່າ​ໂຕເອງ​ຕ້ອງ​ເປັນ​ຫຼາຍ​ຢ່າງ​ເພື່ອ​ເບິ່ງແຍງ​ລູກ. ໃນ​ມື້​ໜຶ່ງ ພໍ່​ຫຼື​ແມ່​ອາດ​ຕ້ອງ​ເຮັດ​ໜ້າທີ່​ເປັນ​ພະຍາບານ ເປັນ​ຜູ້​ແຕ່ງ​ກິນ ເປັນ​ຄູ ເປັນ​ຜູ້​ສັ່ງ​ສອນ ເປັນ​ຜູ້​ຕັດສິນ ແລະ​ເປັນ​ອີກ​ຫຼາຍ​ຢ່າງ. ພໍ່​ແມ່​ຮູ້​ວ່າ​ລູກ​ໝັ້ນໃຈ​ໃນ​ໂຕ​ເຂົາເຈົ້າ​ແລະ​ເຊື່ອ​ວ່າ​ເມື່ອ​ບາດເຈັບ​ພໍ່​ແມ່​ຈະ​ຊ່ວຍ​ໄດ້ ເມື່ອ​ມີ​ບັນຫາ​ພໍ່​ແມ່​ກໍ​ຈະ​ຊ່ວຍ​ແກ້ໄຂ​ໃຫ້​ໄດ້ ຊ່ວຍ​ແປງ​ເຄື່ອງ​ຫຼິ້ນ​ໃຫ້​ໄດ້ ແລະ​ຕອບ​ຄຳ​ຖາມ​ທຸກ​ເລື່ອງ​ທີ່​ລູກ​ຢາກ​ຮູ້​ໄດ້. ບາງ​ເທື່ອ​ພໍ່​ແມ່​ກໍ​ຮູ້ສຶກ​ເມື່ອຍ​ຍ້ອນ​ຕ້ອງ​ເຮັດ​ໜ້າທີ່​ຫຼາຍ​ຢ່າງ. ເຂົາເຈົ້າ​ອາດ​ຮູ້ສຶກ​ບໍ່​ດີ​ແລະ​ຍອມຮັບ​ວ່າ​ໂຕເອງ​ມີ​ຂີດ​ຈຳກັດ ແລະ​ບໍ່​ໝັ້ນໃຈ​ວ່າ​ໂຕເອງ​ຈະ​ເຮັດ​ໜ້າທີ່​ໄດ້​ດີ​ບໍ.

11 ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ​ແບບ​ນັ້ນ​ແຫຼະ. ເພິ່ນ​ມີ​ມາດຕະຖານ​ທີ່​ສົມບູນແບບ ເພິ່ນ​ຈຶ່ງ​ເຮັດ​ໄດ້​ທຸກ​ຢ່າງ​ເພື່ອ​ເບິ່ງແຍງ​ພວກ​ລູກ​ຂອງ​ເພິ່ນ​ຢູ່​ໂລກ​ໃນ​ແບບ​ທີ່​ດີ​ທີ່​ສຸດ. ດັ່ງນັ້ນ ຊື່​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ນຶກພາບ​ໄດ້​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ນຶກ​ອອກ​ໄດ້. (ຢາໂກໂບ 1:17) ບໍ່​ດົນ ໂມເຊ​ກັບ​ພວກ​ອິດສະຣາເອນ​ທີ່​ສັດຊື່​ຄົນ​ອື່ນໆ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເຮັດ​ໄດ້​ທຸກ​ຢ່າງ​ຕາມ​ຄວາມ​ໝາຍ​ຂອງ​ຊື່​ເພິ່ນ. ເຂົາເຈົ້າ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ທຸກ​ຢ່າງ​ທີ່​ເພິ່ນ​ຕ້ອງການ​ຈະ​ເປັນ. ເພິ່ນ​ຊ່ວຍ​ເຂົາເຈົ້າ​ໃຫ້​ຊະນະ​ສັດຕູ​ທັງໝົດ ແຍກ​ທະເລ​ແດງ ອອກ​ກົດໝາຍ​ທີ່​ສົມບູນ​ແບບ ຕັດສິນ​ຢ່າງ​ຍຸຕິທຳ ໃຫ້​ເຂົ້າ​ໃຫ້​ນ້ຳ​ເຂົາເຈົ້າ​ຢູ່​ບ່ອນ​ກັນດານ ເບິ່ງແຍງ​ເຄື່ອງນຸ່ງ​ແລະ​ເກີບ​ເຂົາເຈົ້າ​ບໍ່​ໃຫ້​ຂາດ​ບໍ່​ໃຫ້​ຫ້ຽນ ແລະ​ສິ່ງ​ອື່ນໆ​ອີກ​ຫຼາຍ​ຢ່າງ.

12. ໂມເຊ​ຄິດ​ແນວ​ໃດ​ກ່ຽວກັບ​ພະ​ເຢໂຫວາ? ແລະ​ຟາໂຣ​ຄິດ​ແນວ​ໃດ​ກ່ຽວກັບ​ເພິ່ນ?

12 ພະເຈົ້າ​ບອກ​ເຮົາ​ໃຫ້​ຮູ້​ຈັກ​ຊື່​ຂອງ​ເພິ່ນ​ແລະ​ຊື່​ນີ້​ເຮັດ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ແລະ​ເຮັດ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ເພິ່ນ​ບອກ​ໄວ້​ກ່ຽວກັບ​ເພິ່ນ​ເປັນ​ຄວາມ​ຈິງ. ນີ້​ສະແດງ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ຮູ້​ຈັກ​ເພິ່ນ. ແລ້ວ​ເຮົາ​ຢາກ​ຮູ້​ຈັກ​ເພິ່ນ​ບໍ? ໂມເຊ​ຢາກ​ຮູ້​ຈັກ​ພະເຈົ້າ. ຍ້ອນ​ລາວ​ຢາກ​ຮູ້​ຈັກ​ພະເຈົ້າ​ຫຼາຍ ທຸກ​ເທື່ອ​ທີ່​ຕ້ອງ​ຕັດສິນໃຈ ລາວ​ກໍ​ຈະ​ຄິດ​ເຖິງ​ພະເຈົ້າ​ສະເໝີ. ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ໃກ້ຊິດ​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່. (ຈົດເຊັນ​ບັນຊີ 12:6-8; ເຮັບເຣີ 11:27) ໜ້າ​ເສຍດາຍ​ທີ່​ຄົນ​ສ່ວນ​ຫຼາຍ​ໃນ​ສະໄໝ​ຂອງ​ໂມເຊ​ບໍ່​ໄດ້​ຢາກ​ຮູ້​ຈັກ​ແລະ​ບໍ່​ຢາກ​ໃກ້ຊິດ​ກັບ​ພະເຈົ້າ. ເມື່ອ​ໂມເຊ​ບອກ​ຟາໂຣ​ໃຫ້​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ ກະສັດ​ເອຢິບ​ທີ່​ຈອງຫອງ​ກໍ​ຖາມ​ຄືນ​ແບບ​ບໍ່​ນັບຖື​ວ່າ: “ພະ​ເຢໂຫວາ​ແມ່ນ​ໃຜ?” (ອົບພະຍົບ 5:2) ນີ້​ສະແດງ​ວ່າ​ຟາໂຣ​ບໍ່​ໄດ້​ຢາກ​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແຕ່​ລາວ​ເຍາະເຍີ້ຍ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ. ລາວ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ສຳຄັນ​ແລະ​ບໍ່​ສົນໃຈ​ຄຳເວົ້າ​ຂອງ​ເພິ່ນ. ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ກໍ​ເປັນ​ແບບ​ນັ້ນ ເຂົາເຈົ້າ​ຈຶ່ງ​ບໍ່​ຮູ້​ຄວາມ​ຈິງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ສູງ​ສຸດ.

ພະ​ເຢໂຫວາ​ພະເຈົ້າ​ສູງ​ສຸດ

13, 14. (ກ) ເປັນ​ຫຍັງ​ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ໃນ​ຫຼາຍ​ຕຳແໜ່ງ ແລະ​ຕຳແໜ່ງ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່? (ເບິ່ງ​ ຂອບ​ໜ້າ 14.) (ຂ) ເປັນ​ຫຍັງ​ຈຶ່ງ​ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ຖືກ​ເອີ້ນ​ວ່າ “ພະເຈົ້າ​ສູງ​ສຸດ”?

13 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ປັບ​ປ່ຽນ​ໄດ້​ຫຼາຍ​ບົດບາດ ໃນ​ຄຳພີ​ໄບເບິນ​ຈຶ່ງ​ເວົ້າ​ເຖິງ​ເພິ່ນ​ໃນ​ຫຼາຍ​ຕຳແໜ່ງ. ຕຳແໜ່ງ​ເຫຼົ່າ​ນີ້​ບໍ່​ໄດ້​ເໜືອ​ກວ່າ​ຊື່​ຂອງ​ເພິ່ນ ແຕ່​ສອນ​ເຮົາ​ໃຫ້​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ຄວາມ​ໝາຍ​ຂອງ​ຊື່​ເພິ່ນ. ຕົວຢ່າງ: ຄຳພີ​ໄບເບິນ​ເອີ້ນ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ສູງ​ສຸດ.” (ເພງ​ສັນລະເສີນ 97:9) ຕຳແໜ່ງ​ທີ່​ສູງ​ສົ່ງ​ນີ້​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ຫຼາຍ​ຮ້ອຍ​ເທື່ອ ແລະ​ບອກ​ໃຫ້​ຮູ້​ວ່າ​ພະເຈົ້າ​ຍິ່ງໃຫຍ່​ຫຼາຍ​ສ່ຳ​ໃດ. ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ສິດ​ປົກຄອງ​ເອກະພົບ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ.

14 ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ພະ​ນິມິດ 4:11 ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ ຄວາມ​ນັບຖື ແລະ​ອຳນາດ​ຍ້ອນ​ພະອົງ​ໄດ້​ສ້າງ​ທຸກ​ສິ່ງ. ທຸກ​ສິ່ງ​ມີ​ຢູ່​ແລະ​ຖືກ​ສ້າງ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ.” ຕຳແໜ່ງ​ທີ່​ສູງ​ສົ່ງ​ນີ້​ໃຊ້​ໄດ້​ແຕ່​ກັບ​ພະ​ເຢໂຫວາ ຜູ້​ດຽວ. ທຸກ​ສິ່ງ​ໃນ​ເອກະພົບ​ຢູ່​ໄດ້​ຍ້ອນ​ເພິ່ນ! ທີ່ຈິງ ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ ຄວາມ​ນັບຖື ແລະ​ອຳນາດ ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ສູງ​ສຸດ​ແລະ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ.

15. ເປັນ​ຫຍັງ​ຈຶ່ງ​ເອີ້ນ​ພະ​ເຢໂຫວາ​ວ່າ “ກະສັດ​ຕະຫຼອດ​ໄປ”?

15 ຕຳແໜ່ງ​ໜຶ່ງ​ທີ່​ໃຊ້​ໄດ້​ແຕ່​ກັບ​ພະ​ເຢໂຫວາ​ແມ່ນ “ກະສັດ​ຕະຫຼອດ​ໄປ.” (1 ຕີໂມທຽວ 1:17; ພະ​ນິມິດ 15:3) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ພະ​ເຢໂຫວາ​ມີ​ຊີວິດ​ຢູ່​ຕະຫຼອດ​ທັງ​ໃນ​ອະດີດ​ແລະ​ອະນາຄົດ. ເຮົາ​ບໍ່​ສາມາດ​ເຂົ້າໃຈ​ເລື່ອງ​ນີ້​ໄດ້​ຍ້ອນ​ເຮົາ​ມີ​ຂີດ​ຈຳກັດ​ທາງ​ດ້ານ​ຄວາມ​ຄິດ. ເພງ​ສັນລະເສີນ 90:2 ບອກ​ວ່າ: “ພະອົງ​ກໍ​ເປັນ​ພະເຈົ້າ​ຕະຫຼອດ​ມາ​ແລະ​ຕະຫຼອດ​ໄປ.” ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ. ເພິ່ນ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ຄຳພີ​ໄບເບິນ​ເອີ້ນ​ເພິ່ນ​ຢ່າງ​ເໝາະສົມ​ວ່າ: “ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ” ຍ້ອນ​ເພິ່ນ​ມີ​ຊີວິດ​ຢູ່​ຕະຫຼອດ​ດົນ​ກ່ອນ​ທຸກ​ຄົນ ຫຼື​ກ່ອນ​ທີ່​ຈະ​ມີ​ສິ່ງ​ຕ່າງໆ​ໃນ​ເອກະພົບ​ຊ້ຳ! (ດານີເອນ 7:9, 13, 22) ນີ້​ສະແດງ​ວ່າ​ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ມີ​ສິດ​ທີ່​ຈະ​ປົກຄອງ​ທຸກ​ຄົນ​ແລະ​ທຸກ​ສິ່ງ!

16, 17. (ກ) ເປັນ​ຫຍັງ​ເຮົາ​ບໍ່​ສາມາດ​ເຫັນ​ພະ​ເຢໂຫວາ​ໄດ້ ແລະ​ເປັນ​ຫຍັງ​ຈຶ່ງ​ບໍ່​ຄວນ​ແປກໃຈ​ໃນ​ເລື່ອງ​ນີ້? (ຂ) ພະ​ເຢໂຫວາ​ເໜືອ​ກວ່າ​ສິ່ງ​ທີ່​ເຮົາ​ເຫັນ​ຫຼື​ຈັບ​ບາຍ​ໄດ້​ໃນ​ຄວາມ​ໝາຍ​ໃດ?

16 ຄື​ກັບ​ຟາໂຣ ບາງ​ຄົນ​ບໍ່​ຍອມຮັບ​ເລື່ອງ​ສິດ​ນັ້ນ. ມະນຸດ​ບໍ່​ສົມບູນແບບ​ມັກ​ເຊື່ອ​ໃນ​ສິ່ງ​ທີ່​ເຫັນ​ກັບ​ຕາ​ເທົ່າ​ນັ້ນ. ເຮົາ​ບໍ່​ສາມາດ​ເຫັນ​ພະເຈົ້າ​ສູງ​ສຸດ​ໄດ້ ຍ້ອນ​ເພິ່ນ​ມີ​ຮ່າງກາຍ​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ. (ໂຢຮັນ 4:24) ນອກ​ຈາກ​ນັ້ນ ຖ້າ​ມະນຸດ​ຄົນ​ໃດ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ ຄົນ​ນັ້ນ​ກໍ​ຈະ​ຕາຍ. ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ເຈົ້າ​ຈະ​ເຫັນ​ໜ້າ​ຂອງ​ເຮົາ​ບໍ່​ໄດ້ ຍ້ອນ​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ເຫັນ​ໜ້າ​ເຮົາ​ແລ້ວ​ຈະ​ມີ​ຊີວິດ​ຢູ່​ໄດ້.”—ອົບພະຍົບ 33:20; ໂຢຮັນ 1:18

17 ເຮົາ​ບໍ່​ຄວນ​ແປກໃຈ​ໃນ​ເລື່ອງ​ນີ້. ຂະໜາດ​ວ່າ​ໂມເຊ​ເຫັນ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ແຕ່​ສ່ວນ​ດຽວ​ໂດຍ​ຜ່ານ​ທາງ​ທູດສະຫວັນ ໜ້າ​ຂອງ​ໂມເຊ​ກໍ “ມີ​ແສງ​ເຫຼື້ອມ​ອອກ​ມາ” ໄລຍະ​ໜຶ່ງ ແລະ​ພວກ​ອິດສະຣາເອນ​ກໍ​ຢ້ານ​ຈົນ​ບໍ່​ກ້າ​ເບິ່ງ​ໜ້າ​ຂອງ​ໂມເຊ​ແບບ​ກົງໆ. (ອົບພະຍົບ 33:21-23; 34:5-7, 29, 30) ເຫັນ​ໄດ້​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ສາມາດ​ເບິ່ງ​ພະເຈົ້າ​ສູງ​ສຸດ​ແບບ​ກົງໆ​ໄດ້​ເລີຍ! ການ​ທີ່​ເຮົາ​ບໍ່​ເຫັນ​ພະເຈົ້າ​ຫຼື​ຈັບ​ບາຍ​ເພິ່ນ​ບໍ່​ໄດ້ ໝາຍ​ຄວາມ​ວ່າ​ເພິ່ນ​ບໍ່​ໄດ້​ມີ​ຊີວິດ​ຢູ່​ແທ້ໆ​ບໍ? ບໍ່​ແມ່ນ. ຄົນ​ເຮົາ​ຍອມຮັບ​ວ່າ​ມີ​ຫຼາຍ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ແຕ່​ກໍ​ມີ​ແທ້ ເຊັ່ນ: ລົມ ຄື້ນ​ວິທະຍຸ ແລະ​ຄວາມ​ຄິດ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ມີ​ຊີວິດ​ຢູ່​ຕະຫຼອດ ເຖິງ​ວ່າ​ເວລາ​ຈະ​ຜ່ານ​ໄປ​ຫຼາຍ​ພັນ​ລ້ານ​ປີ ເພິ່ນ​ກໍ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຫຍັງ​ເລີຍ​ຈາກ​ເວລາ​ທີ່​ຜ່ານ​ໄປ​ນັ້ນ. ສິ່ງ​ທີ່​ຮົາ​ເຫັນ​ຫຼື​ຈັບ​ບາຍ​ໄດ້ ມັນ​ກໍ​ເກົ່າ​ແລະ​ຜຸ​ພັງ​ໄດ້​ເມື່ອ​ເວລາ​ຜ່ານ​ໄປ. (ມັດທາຍ 6:19) ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ​ບໍ່​ວ່າ​ເວລາ​ຈະ​ຜ່ານ​ໄປ​ດົນ​ປານ​ໃດ​ກໍ​ຕາມ. ຍ້ອນ​ແນວ​ນີ້ ເພິ່ນ​ຈຶ່ງ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ເຮົາ​ເຫັນ​ຫຼື​ຈັບ​ບາຍ​ໄດ້. ເຮົາ​ຄວນ​ຄິດ​ວ່າ​ເພິ່ນ​ເປັນ​ແຕ່​ພະລັງ​ທີ່​ເບິ່ງ​ບໍ່​ເຫັນ ບໍ່​ມີ​ຄວາມ​ຮູ້ສຶກ​ຫຍັງ ແລະ​ບໍ່​ສົນໃຈ​ເຮົາ​ເລີຍ​ບໍ? ຂໍ​ໃຫ້​ມາ​ເບິ່ງ​ນຳ​ກັນ.

ຄຸນລັກສະນະ​ເດັ່ນ​ຂອງ​ພະເຈົ້າ

18. ເອເຊກຽນ​ໄດ້​ເຫັນ​ນິມິດ​ຫຍັງ ແລະ “ສິ່ງ​ທີ່​ມີ​ຊີວິດ” ທີ່​ມີ 4 ໜ້າ​ເຊິ່ງ​ຢູ່​ໃກ້​ກັບ​ພະ​ເຢໂຫວາ​ເປັນ​ສັນຍະລັກ​ສະແດງ​ເຖິງ​ຫຍັງ?

18 ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ເຫັນ​ພະເຈົ້າ ແຕ່​ຄຳພີ​ໄບເບິນ​ກໍ​ບັນທຶກ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ສະຫວັນ. ຕົວຢ່າງ​ໜຶ່ງ​ແມ່ນ​ຢູ່​ໃນ​ເອເຊກຽນ​ບົດ​ທຳອິດ. ພະ​ເຢໂຫວາ​ໄດ້​ໃຫ້​ເອເຊກຽນ​ເຫັນ​ອົງການ​ຂອງ​ເພິ່ນ​ໃນ​ສ່ວນ​ທີ່​ຢູ່​ສະຫວັນ​ໂດຍ​ທາງ​ນິມິດ. ລາວ​ໄດ້​ເຫັນ​ອົງການ​ນັ້ນ​ເປັນ​ຄື​ກັບ​ກົງ​ລໍ້​ໃຫຍ່ໆ. ລາວ​ຮູ້ສຶກ​ປະທັບໃຈ​ຫຼາຍ​ທີ່​ເຫັນ​ທູດສະຫວັນ​ທີ່​ມີ​ລິດເດດ​ຫຼາຍ​ອົງ​ຢູ່​ອ້ອມ​ຂ້າງ​ພະ​ເຢໂຫວາ. (ເອເຊກຽນ 1:4-10) “ສິ່ງ​ທີ່​ມີ​ຊີວິດ” ເຫຼົ່າ​ນີ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ໃກ້ຊິດ ແລະ​ຮູບ​ຮ່າງ​ຂອງ​ເຂົາເຈົ້າ​ບອກ​ເຮົາ​ໃຫ້​ຮູ້​ສິ່ງ​ທີ່​ສຳຄັນ​ກ່ຽວກັບ​ພະເຈົ້າ​ທີ່​ເຂົາເຈົ້າ​ຮັບໃຊ້​ຢູ່. ສິ່ງ​ທີ່​ມີ​ຊີວິດ​ແຕ່​ລະ​ໂຕ​ມີ 4 ໜ້າ​ຄື: ໜ້າ​ງົວ ໜ້າ​ສິງ ໜ້າ​ນົກ​ອິນຊີ ແລະ​ໜ້າ​ຄົນ. ສິ່ງ​ທີ່​ມີ​ຊີວິດ​ເຫຼົ່າ​ນີ້​ເປັນ​ສັນຍະລັກ​ສະແດງ​ເຖິງ​ຄຸນລັກສະນະ​ເດັ່ນ 4 ຢ່າງ​ຂອງ​ພະ​ເຢໂຫວາ.—ພະ​ນິມິດ 4:6-8, 10

19. ສັນຍະລັກ​ເຫຼົ່າ​ນີ້​ເປັນ​ພາບ​ສະແດງ​ເຖິງ​ຄຸນລັກສະນະ​ຫຍັງ (ກ) ໜ້າ​ງົວ? (ຂ) ໜ້າ​ສິງ? (ຄ) ໜ້າ​ນົກ​ອິນຊີ? (ງ) ໜ້າ​ຄົນ?

19 ໃນ​ຄຳພີ​ໄບເບິນ ງົວ​ມັກ​ໝາຍເຖິງ​ກຳລັງ​ເຊິ່ງ​ກໍ​ເໝາະສົມ​ແລ້ວ ຍ້ອນ​ງົວ​ເປັນ​ສັດ​ທີ່​ມີ​ແຮງ​ຫຼາຍ. ສ່ວນ​ຫຼາຍ​ໂຕ​ສິງ​ເປັນ​ພາບ​ສະແດງ​ເຖິງ​ຄວາມ​ຍຸຕິທຳ ຍ້ອນ​ຄວາມ​ຍຸຕິທຳ​ແທ້​ຕ້ອງ​ໃຊ້​ຄວາມ​ກ້າຫານ ແລະ​ຄຸນລັກສະນະ​ເດັ່ນ​ຂອງ​ໂຕ​ສິງ​ກໍ​ແມ່ນ​ຄວາມ​ກ້າຫານ. ນົກ​ອິນຊີ​ມີ​ຊື່​ສຽງ​ໃນ​ເລື່ອງ​ສາຍ​ຕາ​ທີ່​ແຫຼມ​ຄົມ​ເຊິ່ງ​ສາມາດ​ແນມ​ເຫັນ​ສິ່ງ​ນ້ອຍໆ​ທີ່​ຢູ່​ໄກໆ​ຫຼາຍ​ກິໂລແມັດ​ໄດ້. ດັ່ງນັ້ນ ໜ້າ​ນົກ​ອິນຊີ​ຈຶ່ງ​ສະແດງ​ເຖິງ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ທີ່​ສາມາດ​ເບິ່ງ​ກວ້າງ​ເຫັນ​ໄກ. ແລ້ວ​ໜ້າ​ຄົນ​ເດ້? ຍ້ອນ​ຄົນ​ຖືກ​ສ້າງ​ໃນ​ແບບ​ທີ່​ພິເສດ​ໃຫ້​ຄ້າຍຄື​ກັບ​ພະເຈົ້າ ຄົນ​ຈຶ່ງ​ສາມາດ​ສະແດງ​ຄວາມ​ຮັກ​ທີ່​ເປັນ​ຄຸນລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະເຈົ້າ. (ປະຖົມມະການ 1:26) ຄຳພີ​ໄບເບິນ​ເນັ້ນ​ເຖິງ​ລິດເດດ ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເລື້ອຍໆ. ດັ່ງນັ້ນ ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ທັງ​ສີ່​ຢ່າງ​ນີ້​ເປັນ​ຄຸນລັກສະນະ​ເດັ່ນ​ຂອງ​ພະເຈົ້າ.

20. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ບໍ່​ໄດ້​ປ່ຽນ​ໄປ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕອບ​ແບບ​ນັ້ນ?

20 ຍ້ອນ​ຄຳພີ​ໄບເບິນ​ຂຽນ​ມາ​ດົນ​ແລ້ວ ປານ​ນີ້​ພະເຈົ້າ​ຄື​ຊິ​ປ່ຽນ​ໄປ​ແລ້ວ​ຕິ​ເບາະ? ບໍ່​ດອກ. ເພິ່ນ​ຍັງ​ຄື​ເກົ່າ. ເພິ່ນ​ບອກ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ແລະ​ເຮົາ​ບໍ່​ປ່ຽນ.” (ມາລາກີ 3:6) ພະ​ເຢໂຫວາ​ບໍ່​ໄດ້​ປ່ຽນ​ຕາມ​ໃຈ​ໂຕເອງ ເພິ່ນ​ເປັນ​ພໍ່​ທີ່​ດີ​ສະເໝີ. ເພິ່ນ​ຈະ​ສະແດງ​ຄຸນລັກສະນະ​ທີ່​ຈຳເປັນ​ເພື່ອ​ຊ່ວຍ​ເຮົາ​ຕາມ​ແຕ່​ລະ​ສະຖານະການ. ໃນ​ຄຸນລັກສະນະ 4 ຢ່າງ​ນີ້ ເດັ່ນ​ກວ່າ​ໝູ່​ແມ່ນ​ຄວາມ​ຮັກ. ຄວາມ​ຮັກ​ເຫັນ​ໄດ້​ແຈ້ງ​ໃນ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ. ເພິ່ນ​ໃຊ້​ລິດເດດ ຄວາມ​ຍຸຕິທຳ ແລະ​ສະຕິ​ປັນຍາ​ໂດຍ​ສະແດງ​ຄວາມ​ຮັກ​ສະເໝີ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະເຈົ້າ​ແລະ​ຄວາມ​ຮັກ​ໃນ​ແບບ​ທີ່​ພິເສດ. ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ຂໍ​ໃຫ້​ສັງເກດ​ວ່າ ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ ພະເຈົ້າ​ມີ​ຄວາມ​ຮັກ ຫຼື​ພະເຈົ້າ​ສະແດງ​ຄວາມ​ຮັກ ແຕ່​ບອກ​ວ່າ​ພະເຈົ້າ​ເປັນ​ຄວາມ​ຮັກ. ຄວາມ​ຮັກ​ເປັນ​ຄຸນລັກສະນະ​ພື້ນຖານ​ສຳຄັນ​ຂອງ​ພະເຈົ້າ ແລະ​ຄວາມ​ຮັກ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ທຸກ​ສິ່ງ.

“ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ”

21. ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຂົ້າໃຈ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

21 ເຈົ້າ​ເຄີຍ​ເຫັນ​ເດັກນ້ອຍ​ຊີ້​ໃຫ້​ໝູ່​ເບິ່ງ​ພໍ່​ຂອງ​ລາວ​ບໍ? ລາວ​ເວົ້າ​ດ້ວຍ​ຄວາມ​ພູມໃຈ​ວ່າ “ຜູ້​ນັ້ນ​ເດ້ ພໍ່​ຂ້ອຍ.” ຄ້າຍຄື​ກັນ ຜູ້​ນະມັດສະການ​ພະ​ເຢໂຫວາ​ກໍ​ມີ​ເຫດຜົນ​ທີ່​ຈະ​ພູມໃຈ​ໃນ​ເພິ່ນ. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ມື້​ໜຶ່ງ​ທີ່​ຄົນ​ສັດຊື່​ຈະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ສຸກ​ວ່າ: “ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ.” (ເອຊາຢາ 25:8, 9) ແຮ່ງ​ເຈົ້າ​ເຂົ້າໃຈ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ​ເລິກ​ຫຼາຍ​ສ່ຳ​ໃດ ເຈົ້າ​ກໍ​ແຮ່ງ​ຮູ້ສຶກ​ວ່າ​ມີ​ພໍ່​ທີ່​ດີ​ທີ່​ສຸດ​ຫຼາຍ​ສ່ຳ​ນັ້ນ.

22, 23. ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ແນວ​ໃດ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ?

22 ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຮັກ​ແລະ​ສົນໃຈ​ເຮົາ. ເພິ່ນ​ບໍ່​ໄດ້​ເປັນ​ພະເຈົ້າ​ທີ່​ເສີຍໆ​ຫຼື​ຢູ່​ໄກໆ​ຄື​ກັບ​ທີ່​ພວກ​ຜູ້​ນຳ​ສາສະໜາ​ແລະ​ນັກ​ປັດຊະຍາ​ບາງ​ຄົນ​ສອນ. ຖ້າ​ເພິ່ນ​ເປັນ​ແບບ​ນັ້ນ ເຮົາ​ຄື​ຊິ​ບໍ່​ຢາກ​ຢູ່​ໃກ້​ເພິ່ນ ແລະ​ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ເວົ້າ​ເຖິງ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ວ່າ​ເປັນ​ແບບ​ນັ້ນ. ກົງ​ກັນ​ຂ້າມ ຄຳພີ​ໄບເບິນ​ເອີ້ນ​ເພິ່ນ​ວ່າ: “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕີໂມທຽວ 1:11) ເພິ່ນ​ມີ​ທັງ​ຄວາມ​ເຂັ້ມແຂງ​ແລະ​ຄວາມ​ອ່ອນໂຍນ​ໄປ​ນຳ​ກັນ. ເພິ່ນ​ຮູ້ສຶກ “ເຈັບ​ປວດ​ໃຈ​ຫຼາຍ” ເມື່ອ​ມະນຸດ​ທີ່​ເພິ່ນ​ສ້າງ​ບໍ່​ເຮັດ​ຕາມ​ກົດໝາຍ​ທີ່​ເພິ່ນ​ໃຫ້​ເພື່ອ​ປະໂຫຍດ​ຂອງ​ເຂົາເຈົ້າ. (ປະຖົມມະການ 6:6; ເພງ​ສັນລະເສີນ 78:41) ແຕ່​ຖ້າ​ເຮົາ​ສະຫຼາດ​ແລະ​ເຮັດ​ຕາມ​ຄຳສອນ​ຂອງ​ເພິ່ນ ເຮົາ​ກໍ​ເຮັດ​ໃຫ້​ເພິ່ນ “ມີ​ຄວາມ​ສຸກ.”—ສຸພາສິດ 27:11

23 ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ. ຄຳພີ​ໄບເບິນ​ເຊີນ​ເຮົາ​ໃຫ້ ‘ຊອກ​ຫາ​ເພິ່ນ​ແທ້ໆ [ແລ້ວ] ເຮົາ​ຈະ​ຮູ້​ຈັກ​ເພິ່ນ ຍ້ອນ​ເພິ່ນ​ບໍ່​ໄດ້​ຢູ່​ໄກ​ຈາກ​ເຮົາ​ແຕ່​ລະ​ຄົນ.’ (ກິດຈະການ 17:27) ແຕ່​ເຮົາ​ທີ່​ເປັນ​ມະນຸດ​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະເຈົ້າ​ສູງ​ສຸດ​ໃນ​ເອກະພົບ​ໄດ້​ແນວ​ໃດ?