ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 28

ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຈົ້າ

ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຈົ້າ

ເຈົ້າ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ໄດ້​ຮັບ​ຂອງຂວັນ​ພິເສດ​ຈາກ​ໝູ່? ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ​ແລະ​ຢາກ​ຂອບໃຈ​ໝູ່​ທີ່​ໃຫ້​ຂອງຂວັນ​ນັ້ນ​ກັບ​ເຈົ້າ. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃຫ້​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ກັບ​ເຈົ້າ​ເຊິ່ງ​ກໍ​ຄື​ຄ່າໄຖ່. ແລ້ວ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຂອບໃຈ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ທີ່​ໃຫ້​ຄ່າໄຖ່​ກັບ​ເຮົາ?

1. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ເພື່ອ​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ພະເຈົ້າ​ແລະ​ພະຄລິດ​ເຮັດ​ເພື່ອ​ເຮົາ?

ຄຳ​ພີ​ໄບເບິນ​ສັນຍາ​ວ່າ “ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ [ພະ​ເຢຊູ]” ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ໂຢຮັນ 3:16) ແຕ່​ການ​ສະແດງ​ຄວາມ​ເຊື່ອ​ໝາຍ​ເຖິງ​ຫຍັງ? ການ​ສະແດງ​ຄວາມ​ເຊື່ອ​ບໍ່​ແມ່ນ​ພຽງ​ແຕ່​ເວົ້າ​ວ່າ​ເຮົາ​ເຊື່ອ​ໃນ​ພະ​ເຢຊູ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ເຮັດ​ໃຫ້​ເຫັນ​ຈາກ​ການ​ກະທຳ​ແລະ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ​ຂອງ​ເຮົາ​ນຳ. (ຢາໂກໂບ 2:17) ຖ້າ​ເຮົາ​ສະແດງ​ຄວາມ​ເຊື່ອ​ໂດຍ​ຄຳເວົ້າ​ແລະ​ການ​ກະທຳ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະ​ເຢຊູ​ແລະ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຫຼາຍ​ຂຶ້ນ.—ອ່ານ​ໂຢຮັນ 14:21

2. ມີ​ໂອກາດ​ພິເສດ​ຫຍັງ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ?

ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຄລິດ​ຈະ​ເສຍ​ຊີວິດ ພະ​ເຢຊູ​ບອກ​ລູກສິດ​ວ່າ​ຍັງ​ມີ​ອີກ​ວິທີ​ໜຶ່ງ​ທີ່​ເຂົາເຈົ້າ​ຈະ​ສະແດງ​ຄວາມ​ຂອບໃຈ​ໃນ​ການ​ເສຍ​ສະລະ​ຂອງ​ເພິ່ນ​ໄດ້. ເພິ່ນ​ບອກ​ລູກສິດ​ໃຫ້​ມາ​ປະຊຸມ​ກັນ​ໃນ​ໂອກາດ​ພິເສດ​ທີ່​ຄຳ​ພີ​ໄບເບິນ​ເອີ້ນ​ວ່າ “ອາຫານ​ແລງ​ຂອງ​ພະຄລິດ” ຫຼື​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະຄລິດ. (1 ໂກຣິນໂທ 11:20) ພະ​ເຢຊູ​ຢາກ​ໃຫ້​ອັກຄະສາວົກ​ຂອງ​ເພິ່ນ​ແລະ​ທຸກ​ຄົນ​ທີ່​ເປັນ​ຄລິດສະຕຽນ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ເພິ່ນ. ພະ​ເຢຊູ​ສັ່ງ​ວ່າ: “ໃຫ້​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.” (ລູກາ 22:19) ເມື່ອ​ເຈົ້າ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ ເຈົ້າ​ກໍ​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ຮູ້ສຶກ​ຂອບໃຈ​ແທ້ໆ​ໃນ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມີ​ຕໍ່​ເຮົາ​ທຸກ​ຄົນ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມີ​ຫຍັງ​ອີກ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ຈະ​ສະແດງ​ຄວາມ​ຂອບໃຈ​ໃນ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມີ​ຕໍ່​ເຈົ້າ. ແລະ​ເປັນ​ຫຍັງ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ຈຶ່ງ​ເປັນ​ການ​ປະຊຸມ​ທີ່​ສຳຄັນ​ຫຼາຍ.

3. ສະແດງ​ຄວາມ​ຂອບໃຈ​ໂດຍ​ການ​ກະທຳ

ສົມມຸດ​ວ່າ​ເຈົ້າ​ກຳລັງ​ຈະ​ຈົມ​ນ້ຳ​ແລ້ວ​ມີ​ຄົນ​ມາ​ຊ່ວຍ​ຊີວິດ​ເຈົ້າ​ໄວ້ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຈະ​ບໍ່​ສົນ​ໃຈ​ແລ້ວ​ກໍ​ລືມ​ເລື່ອງ​ນັ້ນ​ໄປ​ເລີຍ​ບໍ? ຫຼື​ເຈົ້າ​ຈະ​ພະຍາຍາມ​ຫາ​ວິທີ​ຂອບໃຈ​ລາວ?

ເຮົາ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ. ອ່ານ 1 ໂຢຮັນ 4:8-10 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຄ່າໄຖ່​ຂອງ​ພະ​ເຢຊູ​ຈຶ່ງ​ເປັນ​ຂອງຂວັນ​ທີ່​ພິເສດ​ຫຼາຍ?

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຈົ້າ​ຫຼາຍ​ຂະໜາດ​ນີ້?

ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ? ອ່ານ 2 ໂກຣິນໂທ 5:15 ແລະ 1 ໂຢຮັນ 4:11; 5:3. ຫຼັງ​ຈາກ​ອ່ານ​ຂໍ້​ຄຳ​ພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳຖາມ​ທີ່​ຢູ່​ທາງ​ລຸ່ມ ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

  • ຈາກ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ?

4. ຮຽນ​ແບບ​ພະ​ເຢຊູ

ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ​ແມ່ນ​ການ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢຊູ. ອ່ານ 1 ເປໂຕ 2:21 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ​ຢ່າງ​ໃກ້​ຊິດ?

5. ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ

ມີ​ການ​ເຮັດ​ຫຍັງ​ແດ່​ຕອນ​ທີ່​ພະ​ເຢຊູ​ຈັດ​ໃຫ້​ມີ “ອາຫານ​ແລງ​ຂອງ​ພະຄລິດ” ເທື່ອ​ທຳ​ອິດ ອ່ານ​ລູກາ 22:14, 19, 20. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ເຮັດ​ຫຍັງ​ແດ່​ຕອນ​ທີ່​ມີ “ອາຫານ​ແລງ​ຂອງ​ພະຄລິດ” ເທື່ອ​ທຳ​ອິດ?

  • ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໝາຍ​ເຖິງ​ຫຍັງ?—ເບິ່ງ​ຂໍ້ 19 ແລະ 20

ພະ​ເຢຊູ​ຢາກ​ໃຫ້​ລູກສິດ​ຂອງ​ເພິ່ນ​ຈັດການ​ປະຊຸມ​ອະນຸສອນ​ປີ​ລະ​ເທື່ອ​ໃນ​ວັນ​ຄົບ​ຮອບ​ການ​ເສຍ​ຊີວິດ​ຂອງ​ເພິ່ນ. ພະຍານ​ພະ​ເຢໂຫວາ​ກໍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ໂດຍ​ຈັດການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ທຸກ​ປີ. ໃຫ້​ເຮົາ​ມາ​ເບິ່ງ​ກ່ຽວ​ກັບ​ການ​ປະຊຸມ​ທີ່​ສຳຄັນ​ນີ້​ນຳ​ກັນ ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີ​ການ​ເຮັດ​ຫຍັງ​ແດ່​ໃນ​ການ​ປະຊຸມ​ອະນຸສອນ?

ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໝາຍ​ເຖິງ​ບາງ​ຢ່າງ​ທີ່​ສຳຄັນ​ຫຼາຍ. ເຂົ້າຈີ່​ໝາຍ​ເຖິງ​ຮ່າງກາຍ​ມະນຸດ​ສົມບູນ​ແບບ​ຂອງ​ພະ​ເຢຊູ​ທີ່​ເພິ່ນ​ໄດ້​ສະລະ​ເພື່ອ​ເຮົາ. ເຫຼົ້າ​ແວງ​ໝາຍ​ເຖິງ​ເລືອດ​ຂອງ​ເພິ່ນ

ບາງ​ຄົນ​ເວົ້າ​ວ່າ: “ພຽງ​ແຕ່​ເຊື່ອ​ໃນ​ພະ​ເຢຊູ​ກໍ​ລອດ​ແລ້ວ.”

  • ເຈົ້າ​ຈະ​ອະທິບາຍ​ຂໍ້​ຄຳ​ພີ​ໃນ​ໂຢຮັນ 3:16 ແລະ​ຢາໂກໂບ 2:17 ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ພຽງ​ແຕ່​ບອກ​ວ່າ​ເຊື່ອ​ໃນ​ພະ​ເຢຊູ?

ສະຫຼຸບ

ເຮົາ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ​ໂດຍ​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ເພິ່ນ.

ຄຳຖາມ​ທົບ​ທວນ

  • ການ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ໝາຍ​ເຖິງ​ຫຍັງ?

  • ເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ເພື່ອ​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຈົ້າ?

  • ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ການ​ຕາຍ​ຂອງ​ພະ​ເຢຊູ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

ເພິ່ນ​ໃຊ້​ຮ່າງກາຍ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ (9:28)

ເບິ່ງ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ແລະ​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ເຊື່ອ.

“ສະແດງ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ” (ຫໍສັງເກດການ ຕຸລາ 2016)

ອ່ານ​ເລື່ອງ “ຂ້ອຍ​ຮູ້ສຶກ​ວ່າ​ໂຕ​ເອງ​ສະອາດ ແລະ​ມີ​ຊີວິດ​ຢູ່​ຢ່າງ​ມີ​ຄວາມ​ໝາຍ” ເພື່ອ​ຈະ​ເບິ່ງ​ວ່າ​ຊີວິດ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ດີ​ຂຶ້ນ​ແນວ​ໃດ​ເມື່ອ​ລາວ​ໄດ້​ເຂົ້າ​ໃຈ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ.

“ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ສິງຫາ 2011)

ເປັນ​ຫຍັງ​ຈຶ່ງ​ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ.

“ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ສະຫຼອງ​ອາຫານ​ແລງ​ຂອງ​ພະຄລິດ​ຕ່າງ​ຈາກ​ສາສະໜາ​ອື່ນ?” (ບົດ​ຄວາມ​ໃນ​ເວັບໄຊ)