ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 19

ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້​ບໍ?

ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້​ບໍ?

ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ເຮົາ​ເປັນ​ຄລິດສະຕຽນ​ແທ້. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ແບບ​ນັ້ນ? ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ບາງ​ຢ່າງ​ກ່ຽວ​ກັບ​ຄຳ​ສອນ​ທີ່​ເຮົາ​ເຊື່ອ ຊື່​ທີ່​ເຮົາ​ໃຊ້ ແລະ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ.

1. ຄຳ​ສອນ​ຂອງ​ພະຍານ​ພະ​ເຢໂຫວາ​ມາ​ຈາກ​ໃສ?

ພະ​ເຢຊູ​ບອກ​ວ່າ: ‘ຖ້ອຍຄຳ​ຂອງ​ພະເຈົ້າ​ເປັນ​ຄວາມ​ຈິງ.’ (ໂຢຮັນ 17:17) ພະ​ເຢຊູ​ສອນ​ສິ່ງ​ທີ່​ມາ​ຈາກ​ຄຳ​ພີ​ໄບເບິນ​ທີ່​ເປັນ​ຖ້ອຍຄຳ​ຂອງ​ພະເຈົ້າ ພະຍານ​ພະ​ເຢໂຫວາ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ເຄີຍ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ກຸ່ມ​ນັກ​ສຶກສາ​ຄຳ​ພີ​ໄບເບິນ. ໃນ​ໄລຍະ​ປີ ຄ.ສ 1870 ເຂົາເຈົ້າ​ເລີ່ມ​ສຶກສາ​ຄົ້ນ​ຄວ້າ​ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ​ຢ່າງ​ລະອຽດ. ເຂົາເຈົ້າ​ຈະ​ເຊື່ອ​ສະເພາະ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ບອກ​ເທົ່າ​ນັ້ນ ເຖິງ​ວ່າ​ຄຳ​ສອນ​ນັ້ນ​ບໍ່​ຄື​ກັບ​ຄຳ​ສອນ​ຂອງ​ສາສະໜາ​ຄລິດ​ກຸ່ມ​ອື່ນໆ. ແລະ​ເມື່ອ​ກຸ່ມ​ນັກ​ສຶກສາ​ຄຳ​ພີ​ໄບເບິນ​ເຂົ້າ​ໃຈ​ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ​ແລ້ວ ເຂົາເຈົ້າ​ກໍ​ເລີ່ມ​ບອກ​ໃຫ້​ຄົນ​ອື່ນ​ຮູ້. a

2. ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ມີ​ຊື່​ວ່າ​ພະຍານ​ພະ​ເຢໂຫວາ?

ພະ​ເຢໂຫວາ​ເອີ້ນ​ຄົນ​ທີ່​ນະມັດສະການ​ເພິ່ນ​ວ່າ​ເປັນ​ພະຍານ​ຂອງ​ເພິ່ນ​ຍ້ອນ​ເຂົາເຈົ້າ​ບອກ​ຄວາມ​ຈິງ​ກ່ຽວ​ກັບ​ເພິ່ນ. (ເຮັບເຣີ 11:4-12:1) ຕົວຢ່າງ​ເຊັ່ນ ໃນ​ສະໄໝ​ບູຮານ ພະເຈົ້າ​ບອກ​ຄົນ​ຂອງ​ເພິ່ນ​ວ່າ: “ພວກ​ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ.” (ອ່ານ​ເອຊາອີ 43:10, ລ.ມ.) ພະ​ເຢຊູ​ເອງ​ກໍຖືກເອີ້ນ​ວ່າ “ພະຍານ​ທີ່​ສັດ​ຊື່.” (ພະນິມິດ 1:5) ດັ່ງນັ້ນ ຕັ້ງ​ແຕ່​ປີ ຄ.ສ 1931 ເຮົາ​ຈຶ່ງ​ເອີ້ນ​ໂຕ​ເອງ​ວ່າ​ພະຍານ​ພະ​ເຢໂຫວາ. ເຮົາ​ພູມ​ໃຈ​ຫຼາຍ​ທີ່​ໄດ້​ໃຊ້​ຊື່​ນີ້.

3. ພະຍານ​ພະ​ເຢໂຫວາ​ຮັກ​ກັນ​ຄື​ກັບ​ທີ່​ພະ​ເຢຊູ​ຮັກ​ລູກສິດ​ຂອງ​ເພິ່ນ​ແນວ​ໃດ?

ພະ​ເຢຊູ​ຮັກ​ລູກສິດ​ຂອງ​ເພິ່ນ​ຫຼາຍ​ແລະ​ເບິ່ງ​ວ່າ​ເຂົາເຈົ້າ​ເປັນ​ຄື​ກັບ​ຄົນ​ໃນ​ຄອບຄົວ. (ອ່ານ​ມາຣະໂກ 3:35) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ເອີ້ນ​ກັນ​ວ່າ​ພີ່ນ້ອງ​ຍ້ອນ​ເຮົາ​ເປັນ​ຄື​ຄົນ​ໃນ​ຄອບຄົວ​ດຽວ​ກັນ. ບໍ່​ວ່າ​ຈະ​ຢູ່​ບ່ອນ​ໃດ​ເຮົາ​ກໍ​ເປັນ​ໜຶ່ງ​ດຽວ​ກັນ. (ຟີເລໂມນ 1, 2) ນອກ​ຈາກ​ນັ້ນ ເຮົາ​ຍັງ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ບອກ​ວ່າ: “ໃຫ້​ຮັກ​ພີ່ນ້ອງ​ຄລິດສະຕຽນ​ທຸກ​ຄົນ.” (1 ເປໂຕ 2:17) ພະຍານ​ພະ​ເຢໂຫວາ​ເຮັດ​ຫຼາຍ​ຢ່າງ​ທີ່​ສະແດງ​ວ່າ​ຮັກ​ກັນ​ແທ້ໆ ເຊັ່ນ ເຮົາ​ຄອຍ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ຢູ່​ທົ່ວ​ໂລກ​ທີ່​ເຈິ​ກັບ​ຄວາມ​ຍາກ​ລຳບາກ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ມີ​ປະຫວັດ​ຄວາມ​ເປັນ​ມາ​ແນວ​ໃດ ແລະ​ມີ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ຄລິດສະຕຽນ​ແທ້.

ຄລິດສະຕຽນ​ແທ້​ສອນ​ຄວາມ​ຮູ້​ຈາກ​ຄຳ​ພີ​ໄບເບິນ​ແລະ​ບອກ​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຄົນ​ອື່ນ​ຮູ້

4. ສິ່ງ​ທີ່​ເຮົາ​ສອນ​ມາ​ຈາກ​ຄຳ​ພີ​ໄບເບິນ

ພະ​ເຢໂຫວາ​ບອກ​ໄວ້​ວ່າ​ຄວາມ​ຈິງ​ໃນ​ຄຳ​ພີ​ໄບເບິນ​ຈະ​ແຈ້ງ​ຂຶ້ນ​ເລື້ອຍໆ. ອ່ານ​ດານຽນ 12:4, ລ.ມ. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເມື່ອ​ຄົນ​ຂອງ​ພະເຈົ້າ​ຄົ້ນ​ເບິ່ງ​ຄຳ​ພີ​ໄບເບິນ​ຢ່າງ​ລະອຽດ​ຖີ່​ຖ້ວນ​ເຂົາເຈົ້າ​ຈະ​ມີ​ຫຍັງ “ຢ່າງ​ຫຼວງ​ຫຼາຍ”?

ລອງ​ເບິ່ງ​ວ່າ​ກຸ່ມ​ນັກ​ສຶກສາ​ຄຳ​ພີ​ໄບເບິນ​ທີ່​ມີ ຊານ ຣັດເຊວ​ກັບ​ໝູ່​ຂອງ​ລາວ ຮຽນ​ຄຳ​ພີ​ໄບເບິນ​ແນວ​ໃດ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ຊານ ຣັດເຊວ​ແລະ​ໝູ່​ຂອງ​ລາວ​ໃຊ້​ວິທີ​ໃດ​ເພື່ອ​ສຶກສາ​ຄຳ​ພີ​ໄບເບິນ?

ເຈົ້າ​ຮູ້​ບໍ?

ເປັນ​ຫຍັງ​ບາງເທື່ອ​ເຮົາ​ຕ້ອງ​ປັບ​ປ່ຽນ​ຄຳ​ສອນ​ບາງ​ຢ່າງ​ຂອງ​ເຮົາ? ຄື​ກັບ​ແສງ​ຕາເວັນ​ທີ່​ຄ່ອຍໆ​ແຈ້ງ​ຂຶ້ນ​ແລະ​ເຮັດ​ໃຫ້​ເຫັນ​ທິວ​ທັດ​ຊັດເຈນ​ຫຼາຍ​ຂຶ້ນ ພະເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ​ເລື້ອຍໆ​ຕາມ​ເວລາ​ທີ່​ເໝາະ​ສົມ. (ອ່ານ​ສຸພາສິດ 4:18) ແລະ​ເມື່ອ​ເຮົາ​ເຂົ້າ​ໃຈ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ ເຮົາ​ກໍ​ເລີຍ​ປັບ​ປ່ຽນ​ຄຳ​ສອນ​ຂອງ​ເຮົາ​ໃຫ້​ກົງ​ກັບ​ທີ່​ຄຳ​ພີ​ໄບເບິນ​ສອນ​ແທ້ໆ.

5. ຊື່​ຂອງ​ເຮົາ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ເຮັດ​ຫຍັງ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຊື່​ວ່າ​ພະຍານ​ພະ​ເຢໂຫວາ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຈຶ່ງ​ເໝາະ​ສົມ​ທີ່​ເຮົາ​ຈະ​ໃຊ້​ຊື່​ວ່າ​ພະຍານ​ພະ​ເຢໂຫວາ?

ຫຼາຍ​ຄົນ​ບໍ່​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ ເພິ່ນ​ກໍ​ເລີຍ​ໃຫ້​ມີ​ຄົນ​ທີ່​ເປັນ​ພະຍານ​ຂອງ​ເພິ່ນ. ພະຍານ​ຂອງ​ພະ​ເຢໂຫວາ​ຈະ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ສອນ​ຜິດໆ 2 ເລື່ອງ​ນຳ​ກັນ.

ບາງ​ສາສະໜາ​ສອນ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ໃຊ້​ຮູບ​ບູຊາ​ໃນ​ການ​ນະມັດສະການ​ເພິ່ນ ແຕ່​ຄຳ​ພີ​ໄບເບິນ​ເວົ້າ​ແນວ​ໃດ. ອ່ານ​ພວກເລວີ 26:1 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ແທ້ໆ​ແລ້ວ ພະເຈົ້າ​ຢາກ​ໃຫ້​ເຮົາ​ໃຊ້​ຮູບ​ບູຊາ​ບໍ? ເຈົ້າ​ຄິດ​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ກັບ​ການ​ໃຊ້​ຮູບ​ບູຊາ?

ບາງ​ສາສະໜາ​ສອນ​ວ່າ​ພະ​ເຢຊູ​ເປັນ​ພະເຈົ້າ ແຕ່​ນັ້ນ​ເປັນ​ຄວາມ​ຈິງ​ບໍ. ອ່ານ​ໂຢຮັນ 20:17 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຂໍ້​ຄຳ​ພີ​ນີ້​ບອກ​ວ່າ​ແທ້ໆ​ແລ້ວ​ພະ​ເຢຊູ​ເປັນ​ພະເຈົ້າ​ບໍ?

  • ພະ​ເຢໂຫວາ​ໃຫ້​ພະຍານ​ຂອງ​ເພິ່ນ​ມາ​ບອກ​ຄວາມ​ຈິງ​ເລື່ອງ​ເພິ່ນ​ແລະ​ພະ​ເຢຊູ ເມື່ອ​ຮູ້​ແບບ​ນີ້​ແລ້ວ​ເຈົ້າ​ຮູ້ສຶກ​ແນວ​ໃດ?

6. ພວກ​ເຮົາ​ຮັກ​ກັນ

ຄຳ​ພີ​ໄບເບິນ​ປຽບ​ທຽບ​ຄລິດສະຕຽນ​ແຕ່​ລະ​ຄົນ​ວ່າ​ເປັນ​ຄື​ກັບ​ອະໄວຍະວະ​ຕ່າງໆ​ໃນ​ຮ່າງກາຍ. ອ່ານ 1 ໂກຣິນໂທ 12:25, 26 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄລິດສະຕຽນ​ແທ້​ຈະ​ເຮັດ​ຫຍັງ​ຖ້າ​ເຫັນ​ໝູ່​ຄລິດສະຕຽນ​ເຈິ​ກັບ​ຄວາມ​ຍາກ​ລຳບາກ?

  • ເຈົ້າ​ສັງເກດ​ເຫັນ​ຫຍັງ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ພະຍານ​ພະ​ເຢໂຫວາ​ຮັກ​ກັນ​ແທ້ໆ?

ເມື່ອ​ພະຍານ​ພະ​ເຢໂຫວາ​ໃນ​ບາງ​ປະເທດ​ເຈິ​ກັບ​ຄວາມ​ຍາກ​ລຳບາກ ພະຍານ​ພະ​ເຢໂຫວາ​ຈາກ​ທົ່ວ​ໂລກ​ກໍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທັນທີ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ພະຍານ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ກັນ​ແນວ​ໃດ? ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຮັກ​ກັນ​ແທ້ໆ​ບໍ?

ຄລິດສະຕຽນ​ແທ້​ຊ່ວຍ​ເຫຼືອ​ກັນ​ແລະ​ຮັກ​ກັນ​ແທ້ໆ

ບາງ​ຄົນ​ເວົ້າ​ວ່າ: “ພະຍານ​ພະ​ເຢໂຫວາ​ເປັນ​ສາສະໜາ​ໃໝ່​ຫວາ?”

  • ຄຳ​ພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ເອີ້ນ​ຄົນ​ທີ່​ນະມັດສະການ​ເພິ່ນ​ວ່າ​ເປັນ​ພະຍານ​ຕັ້ງ​ແຕ່​ຕອນ​ໃດ?

ສະຫຼຸບ

ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້. ພວກ​ເຮົາ​ທີ່​ຢູ່​ທົ່ວ​ໂລກ​ເປັນ​ຄື​ກັບ​ຄອບຄົວ​ດຽວ​ກັນ ສິ່ງ​ທີ່​ເຮົາ​ສອນ​ມາ​ຈາກ​ຄຳ​ພີ​ໄບເບິນ​ແລະ​ເຮົາ​ບອກ​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຄົນ​ອື່ນ​ຮູ້.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ມີ​ຊື່​ວ່າ​ພະຍານ​ພະ​ເຢໂຫວາ?

  • ເຮົາ​ເຮັດ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ເຮົາ​ຮັກ​ກັນ​ແທ້ໆ?

  • ເຈົ້າ​ຄິດ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້​ບໍ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ຄຳ​ສອນ​ເລື່ອງ​ຫຍັງ​ແດ່​ທີ່​ບໍ່​ເປັນ​ຄວາມ​ຈິງ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

ຊາດ​ຂອງ​ພະເຈົ້າ​ຍົກຍ້ອງ​ຊື່​ເພິ່ນ (7:08)

ມາ​ເບິ່ງ​ຄຳ​ຕອບ​ສຳລັບ​ເລື່ອງ​ທີ່​ເຈົ້າ​ອາ​ດ​ຢາກ​ຮູ້​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ.

“ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ” (ເນື້ອ​ຫາ​ໃນ​ເວັບໄຊ)

ສະຕີເວັນ​ຊັງ​ຄົນ​ເຊື້ອ​ຊາດ​ອື່ນ​ຫຼາຍ​ເຖິງ​ຂັ້ນ​ທີ່​ລົງ​ມື​ທຳ​ຮ້າຍ​ເຂົາເຈົ້າ. ແຕ່​ເມື່ອ​ລາວ​ໄດ້​ມາ​ຮູ້ຈັກ​ກັບ​ພະຍານ​ພະ​ເຢໂຫວາ ລາວ​ກໍ​ປ່ຽນ​ໄປ ຍ້ອນ​ຫຍັງ.

“ຂ້ອຍ​ເຄີຍ​ເປັນ​ຄົນ​ຊົ່ວ​ຫຼາຍ” (ຫໍສັງເກດການ 1 ກໍລະກົດ 2015)

a ຕັ້ງ​ແຕ່​ປີ 1879 ພະຍານ​ພະ​ເຢໂຫວາ​ໄດ້​ພິມ​ວາລະສານ​ຫໍສັງເກດການ ເພື່ອ​ອະທິບາຍ​ຄຳ​ສອນ​ຕ່າງໆ​ໃນ​ຄຳ​ພີ​ໄບເບິນ.