ຂ້າມໄປທີ່ເນື້ອໃນ

ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ​ບໍ?

ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ​ບໍ?

ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ

 ພະເຈົ້າ​ສາມາດ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ຈະ​ເຮັດ​ຫຍັງ​ຢູ່​ໃສ​ກໍ​ໄດ້​ທີ່​ເພິ່ນ​ຕ້ອງການ. (ສຸພາສິດ 15:3; ເຮັບເຣີ 4:13) ເຖິງ​ຈະ​ເປັນ​ແນວ​ນັ້ນ ຄຳ​ພີ​ໄບເບິນ​ບໍ່​ໄດ້​ສອນ​ວ່າ​ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ​ຫຼື​ຢູ່​ໃນ​ທຸກ​ອະນູ​ຂອງ​ທຸກ​ສິ່ງ. ແຕ່​ຄຳ​ພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ມີ​ຕົວ​ຕົນ​ແລະ​ເພິ່ນ​ມີ​ບ່ອນ​ຢູ່​ໂດຍ​ສະເພາະ​ຂອງ​ເພິ່ນ​ເອງ.

  •   ສະພາບ​ຂອງ​ພະເຈົ້າ: ພະເຈົ້າ​ມີ​ຮ່າງກາຍ​ທີ່​ເປັນ​ວິນຍານ​ທີ່​ເບິ່ງ​ບໍ່​ເຫັນ. (ໂຢຮັນ 4:24) ມະນຸດ​ບໍ່​ສາມາດ​ເຫັນ​ເພິ່ນ​ໄດ້. (ໂຢຮັນ 1:18) ໃນ​ຄຳ​ພີ​ໄບເບິນ ເມື່ອ​ມີ​ການບັນທຶກ​ກ່ຽວ​ກັບ​ນິມິດ​ທີ່​ເຫັນ​ພະເຈົ້າ​ກໍ​ຈະ​ມີ​ການສະແດງ​ພາບ​ວ່າ​ພະເຈົ້າ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ສະເໝີ ບໍ່​ເຄີຍ​ສະແດງ​ພາບ​ວ່າ​ເພິ່ນ​ຢູ່​ທົ່ວ​ທຸກ​ບ່ອນ.—ເອຊາອີ 6:1, 2; ພະນິມິດ 4:2, 3, 8

  •   ບ່ອນ​ຢູ່​ຂອງ​ພະເຈົ້າ: ພະເຈົ້າ​ຢູ່​ບ່ອນ​ທີ່​ມະນຸດ​ເຮົາ​ເບິ່ງ​ບໍ່​ເຫັນ ເປັນ​ບ່ອນ​ທີ່​ຕ່າງ​ຈາກ​ໂລກ​ຂອງ​ເຮົາ. ພະເຈົ້າ​ມີ​ “ບ່ອນ​ຢູ່​ຂອງ​ພະອົງ​ໃນ​ສະຫວັນ.” (1 ກະສັດ 8:30, ລ.ມ.) ຄຳ​ພີ​ໄບເບິນ​ເວົ້າ​ເຖິງ​ຕອນ​ທີ່​ທູດ​ສະຫວັນ ‘ມາ​ປະຊຸມ​ກັນ​ຕໍ່​ໜ້າ​ພະ​ເຢໂຫວາ’ a ສະແດງ​ວ່າ​ພະເຈົ້າ​ມີ​ບ່ອນ​ຢູ່​ເຊິ່ງ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ໂດຍ​ສະເພາະ.—ໂຢບ 1:6

ຖ້າ​ພະເຈົ້າ​ບໍ່​ໄດ້​ຢູ່​ທົ່ວ​ທຸກ​ບ່ອນ ແລ້ວ​ເພິ່ນ​ຈະ​ປົກປ້ອງ​ເບິ່ງ​ແຍງ​ຂ້ອຍ​ໄດ້​ແນວ​ໃດ?

 ພະເຈົ້າ​ສົນ​ໃຈ​ເຮົາ​ແຕ່​ລະ​ຄົນ. ເຖິງ​ວ່າ​ພະເຈົ້າ​ຈະ​ຢູ່​ໃນ​ສະຫວັນ ແຕ່​ເພິ່ນ​ກໍ​ສັງເກດ​ຄົນ​ເທິງ​ໂລກ​ທີ່​ຢາກ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍ​ໃຈ ແລະ​ເພິ່ນ​ຈະ​ປົກປ້ອງ​ເບິ່ງ​ແຍງ​ເຂົາເຈົ້າ. (1 ກະສັດ 8:39; 2 ຂ່າວຄາວ 16:9) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ສົນ​ໃຈ​ຄົນ​ທີ່​ນະມັດສະການ​ເພິ່ນ​ດ້ວຍ​ຄວາມ​ຈິງ​ໃຈ​ແນວ​ໃດ​ແດ່:

  •   ເມື່ອ​ເຈົ້າ​ອະທິດຖານ: ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ທັນທີ.—2 ຂ່າວຄາວ 18:31

  •   ເມື່ອ​ເຈົ້າ​ຮູ້ສຶກ​ທໍ້​ໃຈ: “ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ ເພິ່ນ​ຄອຍ​ຊ່ວຍ​ຄົນ​ທີ່​ເສົ້າ​ເສຍໃຈ.”—ຄຳເພງ 34:18, ລ.ມ.

  •   ເມື່ອ​ເຈົ້າ​ຕ້ອງການ​ຄຳ​ແນະ​ນຳ: ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ​ເພື່ອ ‘ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ແລະ​ບອກ​ທາງ​ທີ່​ເຈົ້າ​ຄວນ​ໄປ.’—ຄຳເພງ 32:8, ລ.ມ.

ຄວາມ​ເຊື່ອ​ຜິດໆເລື່ອງ​ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ

 ບາງ​ຄົນ​ເຊື່ອ​ວ່າ: ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ​ໃນ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ.

 ຄວາມ​ຈິງ​ແມ່ນ: ພະເຈົ້າ​ບໍ່​ໄດ້​ຢູ່​ເທິງ​ໂລກ​ຫຼື​ບ່ອນ​ອື່ນໆໃນ​ເອກະພົບ. (1 ກະສັດ 8:27) ແມ່ນ​ຢູ່​ວ່າ​ດວງ​ດາວ​ແລະ​ສິ່ງ​ອື່ນໆທີ່​ພະເຈົ້າ​ສ້າງ “ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ.” (ຄຳເພງ 19:1, ລ.ມ.) ແຕ່​ພະເຈົ້າ​ບໍ່​ໄດ້​ອາໄສ​ຢູ່​ໃນ​ສິ່ງ​ທີ່​ເພິ່ນ​ສ້າງ ຄື​ກັບ​ທີ່​ນັກ​ແຕ້ມ​ຮູບ​ບໍ່​ໄດ້​ຢູ່​ໃນ​ຮູບ​ທີ່​ລາວ​ແຕ້ມ. ແຕ່​ຮູບ​ແຕ້ມ​ກໍ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວ​ກັບ​ຄົນ​ທີ່​ແຕ້ມ. ຄ້າຍ​ຄື​ກັນ ໂລກ​ທີ່​ເຮົາ​ເຫັນ​ຢູ່​ນີ້​ບອກ​ເຮົາ​ກ່ຽວ​ກັບ “ຄຸນ​ລັກສະນະ​ຕ່າງໆ” ຂອງ​ຜູ້​ທີ່​ສ້າງ ເຊັ່ນ ພະລັງ​ອຳນາດ ສະຕິປັນຍາ ແລະ​ຄວາມ​ຮັກ​ຂອງ​ເພິ່ນ.—ໂຣມ 1:20

 ບາງ​ຄົນ​ເຊື່ອ​ວ່າ: ພະເຈົ້າ​ຈະ​ຕ້ອງ​ຢູ່​ທົ່ວ​ທຸກ​ບ່ອນ​ເພື່ອ​ຈະ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ພະລັງ​ອຳນາດ​ຫຼາຍ​ທີ່​ສຸດ.

 ຄວາມ​ຈິງ​ແມ່ນ: ພະເຈົ້າ​ສາມາດ​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ໂດຍ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເຊິ່ງ​ເປັນ​ພະລັງ​ອຳນາດ​ທີ່​ເພິ່ນ​ໃຊ້​ໃນ​ການ​ເຮັດ​ສິ່ງ​ຕ່າງໆ ແລະ​ເພິ່ນ​ສາມາດ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ໃຫ້​ເຮັດ​ອັນ​ໃດ ຢູ່​ໃສ ແລະ​ຕອນ​ໃດ​ກໍ​ໄດ້​ໂດຍ​ທີ່​ໂຕ​ເພິ່ນ​ບໍ່​ຕ້ອງ​ຢູ່​ບ່ອນ​ນັ້ນ.—ຄຳເພງ 139:7

 ບາງ​ຄົນ​ເຊື່ອ​ວ່າ: ໃນ​ຄຳເພງ 139:8, ລ.ມ. ບອກ​ວ່າ: “ເຖິງ​ຂ້ອຍ​ຂຶ້ນ​ໄປ​ເທິງ​ສະຫວັນ ພະອົງ​ກໍ​ຢູ່​ບ່ອນ​ນັ້ນ ເຖິງ​ຂ້ອຍ​ລົງ​ໄປ​ນອນ​ໃນ​ຫຼຸມ​ຝັງ​ສົບ ພະອົງ​ກໍ​ຢູ່​ບ່ອນ​ນັ້ນ​ນຳ” ສະແດງ​ວ່າ​ພະເຈົ້າ​ຢູ່​ທົ່ວ​ທຸກ​ບ່ອນ.

 ຄວາມ​ຈິງ​ແມ່ນ: ຂໍ້​ຄຳ​ພີ​ນີ້​ບໍ່​ໄດ້​ຕ້ອງການ​ບອກ​ວ່າ​ພະເຈົ້າ​ຢູ່​ບ່ອນ​ໃດ. ແຕ່​ຂໍ້​ຄຳ​ພີ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ບໍ່​ມີ​ບ່ອນ​ໃດ​ຢູ່​ໄກ​ເກີນ​ກວ່າ​ທີ່​ພະເຈົ້າ​ຈະ​ຊ່ວຍ​ເຫຼືອ​ເຮົາ​ໄດ້.

a ເຢໂຫວາ​ເປັນ​ຊື່​ຂອງ​ພະເຈົ້າ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ.