ຂ້າມໄປທີ່ເນື້ອໃນ

ພະລັງ​ບໍລິສຸດ​ແມ່ນ​ຫຍັງ?

ພະລັງ​ບໍລິສຸດ​ແມ່ນ​ຫຍັງ?

ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ

 ພະລັງ​ບໍລິສຸດ​ຫຼື​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ ແມ່ນ​ພະລັງ​ທີ່​ເພິ່ນ​ໃຊ້​ເຮັດ​ສິ່ງ​ຕ່າງໆ. (ມີເກ 3:8; ລູກາ 1:35) ພະເຈົ້າ​ສົ່ງ​ພະວິນຍານ​ບໍ​ລິ​ສຸດ​ອອກ​ໄປ​ໄດ້​ທຸກ​ບ່ອນ​ເພື່ອ​ເຮັດ​ສິ່ງ​ທີ່​ເພິ່ນ​ຕ້ອງການ​ໃຫ້​ສຳເລັດ.—ຄຳເພງ 104:30; 139:7

 ໃນ​ຄຳ​ພີ​ໄບເບິນ ຄຳ​ວ່າ “ວິນຍານ” ແປ​ມາ​ຈາກ​ຄຳ​ວ່າ​ຣູອາ​ໃນ​ພາສາ​ເຮັບເຣີ​ແລະ​ພະນູມາ​ໃນ​ພາສາ​ກຣີກ. ສອງ​ຄຳ​ນີ້​ໃຊ້​ເພື່ອ​ໝາຍ​ເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ພະ​ວິນຍານ​ບໍລິສຸດ. (ຕົ້ນເດີມ 1:2) ແຕ່​ຄຳ​ພີ​ໄບເບິນ​ກໍ​ໃຊ້​ໃນ​ຄວາມ​ໝາຍ​ອື່ນ​ນຳ​ເຊັ່ນ:

 ຄວາມ​ໝາຍ​ທັງ​ໝົດ​ນີ້​ສະແດງ​ວ່າ​ມີ​ບາງ​ຢ່າງ​ທີ່​ເບິ່ງ​ບໍ່​ເຫັນ​ແຕ່​ສາມາດ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ທີ່​ມະນຸດ​ເບິ່ງ​ເຫັນ​ໄດ້. ພະ​ວິນຍານ​ຂອງ​ພະເຈົ້າ “ເປັນ​ຄື​ກັນ​ກັບ​ລົມ ຄື​ເບິ່ງ​ບໍ່​ເຫັນ ບໍ່​ມີ​ໂຕ​ຕົນ ແລະ​ມີ​ພະລັງ​ອຳນາດ.”—ວັດຈະນານຸກົມ​ອະທິບາຍ​ສັບ​ຄຳ​ພີ​ພາກ​ພັນທະສັນຍາ​ໃໝ່ ຂອງ​ວິນລຽມ ອີ. ໄວນ໌ (ພາສາ​ອັງກິດ).

 ຄຳ​ພີ​ໄບເບິນ​ເວົ້າ​ເຖິງ​ພະ​ວິນຍານ​ບໍລິສຸດ​ວ່າ​ເປັນ​ຄື​ກັບ “ມື” ຫຼື “ນິ້ວ​ມື” ຂອງ​ພະເຈົ້າ. (ຄຳເພງ 8:3; 19:1; ລູກາ 11:20; ທຽບ​ກັບ​ມັດທາຍ 12:28) ຄື​ກັບ​ຊ່າງ​ທີ່​ໃຊ້​ມື​ແລະ​ນິ້ວ​ມື​ຂອງ​ລາວ​ເພື່ອ​ເຮັດ​ວຽກ ພະເຈົ້າ​ກໍ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ເຮັດ​ສິ່ງ​ຕ່າງໆເຊັ່ນ:

ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ບໍ່​ແມ່ນ​ບຸກຄົນ

 ຄຳ​ພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ຈະ​ແຈ້ງ​ວ່າ​ພະລັງ​ບໍລິສຸດ​ບໍ່​ແມ່ນ​ບຸກຄົນ ໂດຍ​ມັກ​ຈະ​ເວົ້າ​ເຖິງ​ວ່າ​ເປັນ “ມື” “ນິ້ວ​ມື” ຫຼື “ລົມ.” (ອົບພະຍົບ 15:8, 10) ມື​ຂອງ​ຊ່າງ​ເຮັດ​ວຽກ​ເອງ​ບໍ່​ໄດ້​ຖ້າ​ຮ່າງກາຍ​ແລະ​ສະໝອງ​ບໍ່​ຄອຍ​ສັ່ງ​ວຽກ ພະ​ວິນຍານ​ຫຼື​ພະລັງ​ຂອງ​ພະເຈົ້າ​ກໍ​ເຮັດ​ວຽກ​ບໍ່​ໄດ້​ຖ້າ​ພະເຈົ້າ​ບໍ່​ສັ່ງ. (ລູກາ 11:13) ຄຳພີ​ໄບເບິນ​ຍັງ​ສົມ​ທຽບ​ພະລັງ​ບໍລິສຸດ​ເປັນ​ຄື​ກັບ​ນ້ຳ​ນຳ ແລະ​ບາງເທື່ອ​ກໍ​ໃຊ້​ໃນ​ຄວາມ​ໝາຍ​ທີ່​ກ່ຽວຂ້ອງ​ກັບ​ຄວາມ​ເຊື່ອ​ແລະ​ຄວາມ​ຮູ້. ການ​ປຽບ​ທຽບ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຂົ້າ​ໃຈ​ຈະ​ແຈ້ງ​ວ່າ​ພະລັງ​ບໍລິສຸດ​ບໍ່​ແມ່ນ​ບຸກຄົນ.—ເອຊາອີ 44:3; ກິດຈະການ 6:5; 2 ໂກຣິນໂທ 6:6

 ຄຳ​ພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຊື່​ຂອງ​ພະເຈົ້າ​ແມ່ນ​ເຢໂຫວາ ແລະ​ລູກ​ຂອງ​ເພິ່ນ​ແມ່ນ​ເຢຊູ​ຄລິດ ແຕ່​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳ​ພີ​ໄບເບິນ​ບອກ​ວ່າ​ພະລັງ​ບໍລິສຸດ​ມີ​ຊື່. (ເອຊາອີ 42:8; ລູກາ 1:31) ຊະເຕຟາໂນ​ເປັນ​ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ຍອມ​ສະລະ​ຊີວິດ​ເພາະ​ຄວາມ​ເຊື່ອ ຕອນ​ທີ່​ລາວ​ເຫັນ​ນິມິດ​ຈາກ​ສະຫວັນ​ດ້ວຍ​ວິທີ​ອັດສະຈັນ ລາວ​ເຫັນ​ພຽງ​ແຕ່ 2 ບຸກຄົນ ບໍ່​ໄດ້​ເຫັນ 3 ບຸກຄົນ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ຊະເຕຟາໂນ​ເຊິ່ງ​ເຕັມ​ໄປ​ດ້ວຍ​ພະລັງ​ບໍລິສຸດ​ໄດ້​ແນມ​ເບິ່ງ​ຟ້າ​ແລະ​ເຫັນ​ສະຫງ່າ​ລາສີ​ຂອງ​ພະເຈົ້າ​ແລະ​ເຫັນ​ພະ​ເຢຊູ​ຢືນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະອົງ.” (ກິດຈະການ 7:55) ຕອນ​ນັ້ນ​ພະເຈົ້າ​ໃຊ້​ພະ​ວິນຍານ​ບໍລິສຸດ​ຫຼື​ພະລັງ​ຂອງ​ເພິ່ນ​ເພື່ອ​ເຮັດ​ໃຫ້​ຊະເຕຟາໂນ​ເຫັນ​ພາບ​ນິມິດ.

ຄວາມ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ພະລັງ​ຫຼື​ພະວິນຍານ​ບໍລິສຸດ

 ຄວາມ​ເຂົ້າ​ໃຈ​ຜິດ: ຫຼາຍ​ຄົນ​ເຊື່ອ​ວ່າ “ພະ​ຈິດ” ຫຼື​ພະ​ວິນຍານ​ບໍລິສຸດ​ເປັນ​ພະເຈົ້າ​ອົງ​ໜຶ່ງ​ໃນ​ຕີເອການຸພາບ ຄື​ຢູ່​ໃນ 1 ໂຢຮັນ 5:7, 8 ຈາກ​ຄຳ​ພີ​ໄບເບິນ​ສະບັບ​ແປ​ຄິງ​ເຈມສ໌.

 ຄວາມ​ຈິງ: 1 ໂຢຮັນ 5:7, 8 ໃນ​ຄຳ​ພີ​ໄບເບິນ​ສະບັບ​ແປ​ຄິງ​ເຈມສ໌ ມີ​ຂໍ້​ຄວາມ​ທີ່​ບອກ​ວ່າ “ໃນ​ສະຫວັນ ຄື​ພະ​ບິດາ ພະວາທະ ແລະ​ພະ​ວິນຍານ​ບໍລິສຸດ ແລະ​ພະຍານ​ທັງ​ສາມ​ນີ້​ເປັນ​ອົງ​ດຽວ​ກັນ. ມີ​ພະຍານ​ຢູ່​ສາມ​ພະຍານ​ໃນ​ແຜ່ນດິນ​ໂລກ.” ແຕ່​ນັກ​ວິຊາການ​ພົບ​ວ່າ​ອັກຄະສາວົກ​ໂຢຮັນ​ບໍ່​ໄດ້​ຂຽນ​ຂໍ້​ຄວາມ​ນີ້ ແລະ​ຂໍ້​ຄວາມ​ນີ້​ບໍ່​ເຄີຍ​ມີ​ໃນ​ຄຳ​ພີ​ໄບເບິນ. ນັກ​ວິຊາການ​ດ້ານ​ຄຳ​ພີ​ໄບເບິນ​ຊື່​ບຣູດຊ໌ ເອັມ. ເມດຊ໌ເກີ ຂຽນ​ວ່າ: “ເຮົາ​ແນ່​ໃຈ​ວ່າ​ຂໍ້​ຄວາມ​ນີ້​ເປັນ​ຂອງ​ປອມ​ແລະ​ບໍ່​ຄວນ​ຢູ່​ໃນ​ພະ​ຄຳ​ພີ​ພາກ​ພັນທະສັນຍາ​ໃໝ່.”—ຄຳ​ອະທິບາຍ​ຂໍ້​ຄວາມ​ໃນ​ພັນທະສັນຍາ​ໃໝ່​ພາສາ​ກຣີກ

 ຄວາມ​ເຂົ້າ​ໃຈ​ຜິດ: ບາງເທື່ອ​ຄຳ​ພີ​ໄບເບິນ​ບອກ​ວ່າ​ພະ​ວິນຍານ​ບໍລິສຸດ​ເຮັດ​ກິລິຍາ​ບາງ​ຢ່າງ​ຄື​ກັບ​ຄົນ ນີ້​ເປັນ​ຂໍ້​ພິສູດ​ວ່າ​ພະ​ວິນຍານ​ບໍລິສຸດ​ເປັນ​ບຸກຄົນ.

 ຄວາມ​ຈິງ: ບາງ​ຄັ້ງ​ພະ​ຄຳ​ພີ​ປຽບ​ທຽບ​ພະ​ວິນຍານ​ບໍລິສຸດ​ເປັນ​ຄື​ກັບ​ບຸກຄົນ. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ບອກ​ວ່າ​ພະ​ວິນຍານ​ບໍລິສຸດ​ເປັນ​ຄື​ກັບ “ຜູ້​ຊ່ວຍ” (ພາຣາຄຼີໂທດສ໌) ຜູ້​ຊ່ວຍ​ນີ້​ເຮັດ​ໜ້າ​ທີ່​ຫຼາຍ​ຢ່າງ ເຊັ່ນ ບອກ​ແລະ​ຮັບ​ຟັງ​ຂ່າວ​ສານ ຊ່ວຍ​ລູກສິດ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ ແລະ​ເຮັດ​ໃຫ້​ພະເຈົ້າ​ແລະ​ພະ​ເຢຊູ​ໄດ້​ຮັບ​ກຽດ. (ໂຢຮັນ 16:7-15) ແຕ່​ນີ້​ບໍ່​ໄດ້​ເປັນ​ຂໍ້​ພິສູດ​ວ່າ​ພະ​ວິນຍານ​ຫຼື​ພະລັງ​ບໍລິສຸດ​ເປັນ​ບຸກຄົນ. ຄຳ​ພີ​ໄບເບິນ​ຍັງ​ໄດ້​ປຽບ​ທຽບ​ສະຕິປັນຍາ ຄວາມ​ຕາຍ ແລະ​ບາບ​ເປັນ​ຄື​ກັບ​ບຸກຄົນ​ນຳ. (ສຸພາສິດ 1:20; ໂຣມ 5:17, 21) ຕົວຢ່າງ​ເຊັ່ນ ຄຳ​ພີ​ໄບເບິນ​ບອກ​ວ່າ​ສະຕິປັນຍາ​ເຮັດ​ໃຫ້​ເກີດ “ຜົນ” ໄດ້ ແລະ​ບາບ​ເຮັດ​ໃຫ້​ເກີດ​ຄວາມ​ໂລບ ລໍ້​ລວງ ແລະ​ຂ້າ​ຫຼື​ເຮັດ​ໃຫ້​ຕາຍ.—ມັດທາຍ 11:19; ລູກາ 7:35; ໂຣມ 7:8, 11

 ຄວາມ​ເຂົ້າ​ໃຈ​ຜິດ: ການ​ຮັບ​ບັບເຕມາ​ໃນ​ນາມ​ຂອງ​ພະ​ວິນຍານ​ບໍລິສຸດ​ເປັນ​ຂໍ້​ພິສູດ​ວ່າ​ພະ​ວິນຍານ​ບໍລິສຸດ​ເປັນ​ບຸກຄົນ.

 ຄວາມ​ຈິງ: ບາງເທື່ອ​ຄຳ​ພີ​ໄບເບິນ​ໃຊ້​ຄຳ​ວ່າ “ໃນ​ນາມ” ເພື່ອ​ໝາຍ​ເຖິງ​ອຳນາດ. (ພະບັນຍັດ 18:5, 19-22; ເອເຊເທຣ 8:10) ຄື​ກັບ​ໃນ​ພາສາ​ລາວ​ທີ່​ບາງເທື່ອ​ກໍ​ໃຊ້​ຄຳ​ວ່າ “ໃນ​ນາມ​ຂອງ​ກົດໝາຍ” ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ກົດໝາຍ​ເປັນ​ບຸກຄົນ. ຄົນ​ທີ່​ຮັບ​ບັບເຕມາ “ໃນ​ນາມ” ຂອງ​ພະ​ວິນຍານ​ບໍລິສຸດ ກໍ​ໝາຍ​ຄວາມ​ວ່າ​ລາວ​ຍອມ​ຮັບ​ວ່າ​ພະ​ວິນຍານ​ບໍລິສຸດ​ເປັນ​ພະລັງ​ທີ່​ພະເຈົ້າ​ໃຊ້​ເພື່ອ​ເຮັດ​ສິ່ງ​ທີ່​ເພິ່ນ​ຕ້ອງການ​ໃຫ້​ສຳເລັດ.—ມັດທາຍ 28:19

 ຄວາມ​ເຂົ້າ​ໃຈ​ຜິດ: ອັກຄະສາວົກ​ຂອງ​ພະ​ເຢຊູ​ແລະ​ລູກສິດ​ໃນ​ສະໄໝ​ທຳ​ອິດ​ເຊື່ອ​ວ່າ​ພະ​ວິນຍານ​ບໍລິສຸດ​ເປັນ​ບຸກຄົນ.

 ຄວາມ​ຈິງ: ຄຳ​ພີ​ໄບເບິນ​ບໍ່​ໄດ້​ບອກ​ແບບ​ນັ້ນ ແລະ​ເລື່ອງ​ນີ້​ກໍ​ບໍ່​ກົງ​ກັບ​ປະຫວັດສາດ. ສາລານຸກົມ​ບຣິແທນນິກາ​ບອກ​ວ່າ: “ຄວາມ​ຄິດ​ທີ່​ວ່າ​ພະ​ວິນຍານ​ບໍລິສຸດ​ເປັນ​ບຸກຄົນ . . . ມາ​ຈາກ​ສະພາ​ແຫ່ງ​ຄອນສະແຕນຕິໂນເປິນ​ໃນ​ປີ ຄ.ສ 381.” ຄຳ​ສອນ​ນີ້​ເກີດຂຶ້ນ​ຫຼັງ​ຈາກ​ອັກຄະສາວົກ​ຄົນ​ສຸດ​ທ້າຍ​ຕາຍ​ໄປ​ດົນ​ກວ່າ 250 ປີ​ແລ້ວ.