ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢບ 33-37

ໝູ່ແທ້ໃຫ້ຄຳແນະນຳທີ່ເສີມສ້າງ

ໝູ່ແທ້ໃຫ້ຄຳແນະນຳທີ່ເສີມສ້າງ

ເມື່ອເອລີຫຶຮ່ວມສົນທະນາ ຄຳແນະນຳຂອງລາວຕ່າງກັນແທ້ໆກັບຄຳແນະນຳຂອງເອລີຟາດ ບີເລດາດ ແລະໂຈຟາ ທັງທາງຄຳເວົ້າແລະວິທີທີ່ປະຕິບັດກັບໂຢບ. ລາວພິສູດໃຫ້ເຫັນວ່າລາວເປັນໝູ່ແທ້ແລະເປັນຜູ້ໃຫ້ຄຳແນະນຳທີ່ດີເຊິ່ງຄູ່ຄວນທີ່ຈະຮຽນແບບ.

ຄຸນລັກສະນະຂອງຜູ້ທີ່ໃຫ້ຄຳແນະນຳທີ່ດີ

ເອລີຫຶວາງແບບຢ່າງທີ່ດີ

32:4-7, 11, 12; 33:1

 

  • ມີຄວາມອົດທົນ

  • ຕັ້ງໃຈຟັງ

  • ສະແດງຄວາມນັບຖື

 
  • ເອລີຫຶຄອຍຖ້າຢ່າງອົດທົນທີ່ຈະໃຫ້ຜູ້ອາຍຸສູງກວ່າເວົ້າຈົບກ່ອນແລ້ວລາວຈຶ່ງເວົ້າ.

  • ໂດຍການຕັ້ງໃຈຟັງ ລາວຈຶ່ງເຂົ້າໃຈບັນຫາຫຼາຍຂຶ້ນກ່ອນທີ່ຈະໃຫ້ຄຳແນະນຳ.

  • ເມື່ອເວົ້າກັບໂຢບລາວໄດ້ໃຊ້ຊື່ຂອງໂຢບແລະເວົ້າກັບລາວຄືກັບໝູ່ຄົນໜຶ່ງ.

 

33:6, 7, 32

 

  • ມີຄວາມຖ່ອມໃຈ

  • ເຂົ້າຫາໄດ້ງ່າຍ

  • ເຫັນອົກເຫັນໃຈ

 
  • ເອລີຫຶຖ່ອມໃຈ ກະລຸນາ ແລະຍອມຮັບວ່າຕົວເອງກໍເປັນຄົນບໍ່ສົມບູນແບບ.

  • ລາວເຫັນອົກເຫັນໃຈໂຢບທີ່ເຈັບປວດທໍລະມານ.

 

33:24, 25; 35:2, 5

 

  • ມີຄວາມສົມດຸນ

  • ມີຄວາມກະລຸນາ

  • ມີທັດສະນະແບບດຽວກັບພະເຈົ້າ

 
  • ເອລີຫຶສະແດງໃຫ້ໂຢບເຫັນດ້ວຍຄວາມກະລຸນາວ່າລາວມີທັດສະນະທີ່ບໍ່ສົມດຸນ.

  • ເອລີຫຶຊ່ວຍໂຢບໃຫ້ເຫັນວ່າຄວາມຊອບທຳຂອງລາວບໍ່ແມ່ນສິ່ງສຳຄັນທີ່ສຸດ.

  • ຄຳແນະນຳທີ່ຖືກຕ້ອງຂອງເອລີຫຶໄດ້ກຽມໂຢບໃຫ້ມີໃຈພ້ອມຈະຮັບຄຳແນະນຳເພີ່ມເຕີມຈາກພະເຢໂຫວາ.