ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຊ່ວຍຄອບຄົວໃຫ້ນຶກເຖິງພະເຢໂຫວາ

ຊ່ວຍຄອບຄົວໃຫ້ນຶກເຖິງພະເຢໂຫວາ

ເຢເຣມີ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເຕືອນ​ຊາວ​ຢິວ​ກ່ຽວ​ກັບ​ການ​ທຳລາຍ​ທີ່​ໃກ້​ຈະ​ເກີດ​ຂຶ້ນ​ຍ້ອນ​ເຂົາ​ເຈົ້າ​ໄດ້​ລືມ​ພະ​ເຢໂຫວາ. (ຢເຣ. 13:25) ຊາດ​ນີ້​ຕົກ​ຢູ່​ໃນ​ສະພາບ​ທີ່​ໜ້າ​ເສົ້າ​ທາງ​ດ້ານ​ຄວາມ​ເຊື່ອ​ໄດ້​ແນວ​ໃດ? ຄອບຄົວ​ຊາວ​ອິດສະລາແອນ​ໄດ້​ສູນ​ເສຍ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. ເຫັນ​ແຈ້ງ​ວ່າ​ຫົວ​ໜ້າ​ຄອບຄົວ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ຂຽນ​ໄວ້​ໃນ​ພະບັນຍັດ 6:5-7.

ຄອບຄົວ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ເຮັດ​ໃຫ້​ປະຊາຄົມ​ໃນ​ທຸກ​ມື້​ນີ້​ໝັ້ນ​ຄົງ. ຫົວ​ໜ້າ​ຄອບຄົວ​ສາມາດ​ຊ່ວຍ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ນຶກ​ເຖິງ​ພະ​ເຢໂຫວາ​ໂດຍ​ທາງ​ການ​ນະມັດສະການ​ຄອບຄົວ​ເປັນ​ປະຈຳ​ແລະ​ເຮັດ​ຢ່າງ​ມີ​ຄວາມ​ໝາຍ. (ເພງ. 22:27) ຫຼັງ​ຈາກ​ເບິ່ງ​ວິດີໂອ “ຖ້ອຍຄຳ​ເຫຼົ່າ​ນີ້ . . . ໃຫ້​ຕັ້ງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ”ສຳ​ພາດ​ໃຫ້​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ບາງ​ຄອບຄົວ​ປະສົບ​ຜົນ​ສຳເລັດ​ໄດ້​ແນວ​ໃດ​ເມື່ອ​ພົບ​ກັບ​ຂໍ້​ທ້າທາຍ​ຕ່າງໆໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ?

  • ການ​ນະມັດສະການ​ຄອບຄົວ​ເປັນ​ປະຈຳ​ແລະ​ເຮັດ​ຢ່າງ​ມີ​ຄວາມ​ໝາຍ​ໃຫ້​ຜົນ​ຕອບ​ແທນ​ຫຍັງ​ແດ່?

  • ໃນ​ເລື່ອງ​ການ​ນະມັດສະການ​ປະຈຳ​ຄອບຄົວ ຂ້ອຍ​ມີ​ຂໍ້​ທ້າທາຍ​ຫຍັງ​ແດ່ ແລະ​ຂ້ອຍ​ວາງ​ແຜນ​ຮັບ​ມື​ແນວ​ໃດ?