ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນທີ 30 ພຶດສະພາ-5 ມິຖຸນາ

ຄຳເພງ 26-33

ວັນທີ 30 ພຶດສະພາ-5 ມິຖຸນາ
  • ເພງ 23 ແລະ​ຄຳ​ອະທິດຖານ

  • ຄຳ​ນຳ​ເປີດ​ການ​ປະຊຸມ (ບໍ່​ເກີນ 3 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

  • ຈົ່ງ​ຂໍ​ຄວາມ​ກ້າຫານ​ຈາກ​ພະ​ເຢໂຫວາ”: (10 ນາທີ)

    • ເພງ. 27:1-3—ການ​ຄິດ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ເປັນ​ຄວາມ​ສະຫວ່າງ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ກ້າຫານ (15/7/12 ໜ້າ 22-23 ຫຍໍ້​ໜ້າ 3-6)

    • ເພງ. 27:4—ການ​ຮູ້​ຄຸນຄ່າ​ຕໍ່​ການ​ນະມັດສະການ​ແທ້​ຊ່ວຍ​ເສີມ​ກຳລັງ​ເຮົາ (15/7/12 ໜ້າ 24 ຫຍໍ້​ໜ້າ 7)

    • ເພງ. 27:10—ພະ​ເຢໂຫວາ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ພະອົງ​ເຖິງ​ວ່າ​ຄົນ​ອື່ນ​ຈະ​ປະ​ຖິ້ມ​ເຂົາ​ເຈົ້າ (15/7/12 ໜ້າ 24 ຫຍໍ້​ໜ້າ 9-10)

  • ຂຸດ​ຄົ້ນ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ: (8 ນາທີ)

    • ເພງ. 26:6—ເຮົາ​ຈະ​ຍ່າງ​ອ້ອມ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ຄື​ກັບ​ດາວິດ​ໃນ​ຄວາມ​ໝາຍ​ເປັນ​ໄນ​ໄດ້​ແນວ​ໃດ? (15/5/06 ໜ້າ 19 ຫຍໍ້​ໜ້າ 11)

    • ເພງ. 32:8—ຜົນ​ປະໂຫຍດ​ຢ່າງ​ໜຶ່ງ​ຂອງ​ການ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຈາກ​ພະ​ເຢໂຫວາ​ແມ່ນ​ຫຍັງ? (1/6/09 ໜ້າ 5 ຫຍໍ້​ໜ້າ 3)

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ?

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ມີ​ຈຸດ​ໃດ​ແດ່​ທີ່​ຂ້ອຍ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ?

  • ການ​ອ່ານ​ພະ​ຄຳພີ: (ບໍ່​ເກີນ 4 ນາທີ) ເພງ. 32:1–33:8

ສິ່ງ​ທີ່​ເຈົ້າ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

  • ປະກາດ: (ບໍ່​ເກີນ 2 ນາທີ) ຄຈ. ອ່ານ​ຂໍ້​ພະ​ຄຳພີ​ໃນ​ໂທລະສັບ​ມື​ຖື.

  • ກັບ​ໄປ​ຢາມ: (ບໍ່​ເກີນ 4 ນາທີ) ສາທິດ​ວິທີ​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄົນ​ທີ່​ເປັນ​ສາຍ​ວຽນ​ສົ່ງ​ວາລະສານ​ໂດຍ​ເປີດ​ວິດີໂອ​ພວກ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ? ໃນ​ແອັບ JW Library.

  • ນຳ​ການ​ສຶກສາ: (ບໍ່​ເກີນ 6 ນາທີ) ຈສ ບົດ 9. ສະແດງ​ໃຫ້​ນັກ​ສຶກສາ​ເບິ່ງ​ສັ້ນໆໃນ​ວິທີ​ໃຊ້​ແອັບ JW Library ເພື່ອ​ກຽມ​ຕົວ​ສຳລັບ​ການ​ປະຊຸມ.

ຊີວິດ​ຄລິດສະຕຽນ

  • ເພງ 130

  • ຄວາມ​ຈຳເປັນ​ຂອງ​ປະຊາຄົມ: (15 ນາທີ) ທາງ​ເລືອກ​ໜຶ່ງ​ກໍ​ຄື​ພິຈາລະນາ​ບົດຮຽນ​ທີ່​ໄດ້​ຈາກ​ປຶ້ມ​ປະຈຳ​ປີ 2016 ໜ້າ 112-113; ໜ້າ 135-136

  • ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ: (30 ນາທີ) ລບ ບົດ 16 ຫຍໍ້​ໜ້າ 16-29 ຂອບ​ໜ້າ 164 ທົບ​ທວນ​ໜ້າ 166

  • ທົບ​ທວນ​ແລະ​ເວົ້າ​ເຖິງ​ສ່ວນ​ຕ່າງໆຂອງ​ອາທິດ​ໜ້າ (3 ນາທີ)

  • ເພງ 16 ແລະ​ຄຳ​ອະທິດຖານ