ຂ້າມໄປທີ່ເນື້ອໃນ

ຄຳ​ສອນ​ໃນ​ຄຳພີ​ໄບເບິນ—ຄວາມ​ຮູ້​ທີ່​ບໍ່​ເຄີຍ​ຫຼ້າສະໄໝ

ຄຳ​ສອນ​ໃນ​ຄຳພີ​ໄບເບິນ—ຄວາມ​ຮູ້​ທີ່​ບໍ່​ເຄີຍ​ຫຼ້າສະໄໝ

ລອງ​ນຶກ​ພາບ​ວ່າ: ເຈົ້າ​ໄປ​ທ່ຽວ​ຫໍ​ພິພິທະພັນ​ທີ່​ມີ​ຮູບ​ປັ້ນ​ເກົ່າ​ແກ່​ຢູ່​ຫຼາຍ​ອັນ. ຮູບ​ປັ້ນ​ສ່ວນ​ຫຼາຍ​ຢູ່​ໃນ​ສະພາບ​ທີ່​ຊຸດໂຊມ ສີ​ຈືດ ແລະ​ແຕກ​ຫັກ. ບາງ​ອັນ​ຢູ່​ໃນ​ສະພາບ​ທີ່​ບໍ່​ສົມບູນ. ແຕ່​ມີ​ອັນ​ໜຶ່ງ​ທີ່​ໂດດ​ເດັ່ນ​ຫຼາຍ ເພາະ​ແມ່ນ​ແຕ່​ລາຍ​ລະອຽດ​ເລັກໆນ້ອຍໆກໍ​ຍັງ​ຢູ່​ຄົບ​ທຸກ​ສ່ວນ. ເຈົ້າ​ຖາມ​ຄົນ​ນຳ​ທ່ຽວ​ວ່າ “ຮູບ​ປັ້ນ​ນີ້​ໃໝ່​ກວ່າ​ອັນ​ອື່ນ​ບໍ?” ລາວ​ຕອບ​ວ່າ “ບໍ່ ແທ້ໆແລ້ວ​ອັນ​ນີ້​ເກົ່າ​ແກ່​ກວ່າ​ຮູບ​ປັ້ນ​ສ່ວນ​ຫຼາຍ​ອີກ ແລະ​ບໍ່​ເຄີຍ​ໄດ້​ຮັບ​ການ​ບູລະນະ​ເລີຍ.” ເຈົ້າ​ເລີຍ​ເວົ້າ​ວ່າ “ຮູບ​ປັ້ນ​ນີ້​ຄື​ຊິ​ຖືກ​ຮັກສາ​ດີ​ເນາະ.” ຄົນ​ນຳ​ທ່ຽວ​ບອກ​ວ່າ “ບໍ່​ແມ່ນ​ດອກ ແທ້ໆແລ້ວ​ມັນ​ຜ່ານ​ລົມ​ຜ່ານ​ຝົນ​ທີ່​ຮຸນແຮງ​ມາ​ດົນ​ຫຼາຍ. ແລະ​ຫຼາຍ​ຄົນ​ກໍ​ພະຍາຍາມ​ທຳລາຍ​ມັນ​ນຳ​ອີກ.” ຕອນ​ນີ້​ເຈົ້າ​ອາດ​ເລີ່ມ​ສົງໄສ​ວ່າ ‘ຮູບ​ປັ້ນ​ນີ້​ເຮັດ​ມາ​ຈາກ​ຫຍັງ?’

ທີ່​ຈິງ ຄຳພີ​ໄບເບິນ​ກໍ​ຄື​ກັບ​ຮູບ​ປັ້ນ​ທີ່​ໂດດ​ເດັ່ນ​ນັ້ນ. ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ເກົ່າ​ແກ່​ຫຼາຍ​ເມື່ອ​ທຽບ​ກັບ​ປຶ້ມ​ຫົວ​ອື່ນໆ. ແນ່ນອນ ມີ​ປຶ້ມ​ເກົ່າ​ແກ່​ອື່ນໆອີກ​ຫຼາຍ​ຫົວ. ແຕ່​ກໍ​ຄື​ກັບ​ຮູບ​ປັ້ນ​ເກົ່າ​ແກ່​ທີ່​ຊຸດໂຊມ ປຶ້ມ​ເຫຼົ່າ​ນັ້ນ​ກໍ​ມີ​ຂໍ້​ບົກ​ພ່ອງ​ຫຼາຍ​ຢ່າງ​ເມື່ອ​ເວລາ​ຜ່ານ​ໄປ. ຕົວຢ່າງ​ເຊັ່ນ ປຶ້ມ​ທີ່​ເວົ້າ​ເຖິງ​ເລື່ອງ​ວິທະຍາສາດ​ກໍ​ຂັດ​ແຍ່ງ​ກັບ​ຄວາມ​ຮູ້​ໃໝ່​ທີ່​ຖືກ​ຄົ້ນ​ພົບ​ແລະ​ຖືກ​ພິສູດ​ແລ້ວ​ວ່າ​ຖືກຕ້ອງ. ຫຼາຍ​ເທື່ອ​ເບິ່ງ​ຄື​ວ່າ​ຄຳ​ແນະນຳ​ທາງ​ການ​ແພດ​ຈະ​ເຮັດ​ໃຫ້​ເກີດ​ອັນຕະລາຍ​ຫຼາຍ​ກວ່າ​ຊ່ວຍ​ປິ່ນປົວ. ແລະ​ປຶ້ມ​ເກົ່າ​ແກ່​ຫຼາຍ​ຫົວ​ກໍ​ຍັງ​ເຫຼືອ​ພຽງ​ບາງ​ສ່ວນ​ເທົ່າ​ນັ້ນ ເພາະ​ບາງ​ສ່ວນ​ໄດ້​ຮັບ​ຄວາມ​ເສຍຫາຍ​ຫຼາຍ​ຫຼື​ບໍ່​ກໍ​ສູນ​ຫາຍ​ໄປ.

ຄຳພີ​ໄບເບິນ​ໂດດ​ເດັ່ນ​ຕ່າງ​ຈາກ​ປຶ້ມ​ອື່ນໆຫຼາຍ. ຄຳພີ​ໄບເບິນ​ຖືກ​ຂຽນ​ມາ​ດົນ​ກວ່າ 3.500 ປີ​ແລ້ວ ແຕ່​ກໍ​ຍັງ​ຢູ່​ໃນ​ສະພາບ​ສົມບູນ. ເຖິງ​ວ່າ​ຈະ​ມີ​ການ​ພະຍາຍາມ​ຫຼາຍ​ຄັ້ງ​ທີ່​ຈະ​ທຳລາຍ​ຄຳພີ​ໄບເບິນ​ຕະຫຼອດ​ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມາ ບໍ່​ວ່າ​ຈະ​ເປັນ​ການ​ຈູດ ສັ່ງ​ຫ້າມ ແລະ​ດູຖູກ ແຕ່​ຂໍ້​ຄວາມ​ໃນ​ນັ້ນ​ກໍ​ຍັງ​ຢູ່​ລອດ​ມາ​ຮອດ​ທຸກ​ມື້​ນີ້. ນອກ​ຈາກ​ນັ້ນ ຄວາມ​ຮູ້​ໃໝ່ໆໃນ​ທຸກ​ມື້​ນີ້​ບໍ່​ໄດ້​ເຮັດ​ໃຫ້​ຄຳພີ​ໄບເບິນ​ຫຼ້າ​ສະໄໝ​ເລີຍ ແທ້ໆແລ້ວ​ຄຳພີ​ໄບເບິນ​ມີ​ຂໍ້​ມູນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ປຶ້ມ​ທີ່​ລ້ຳ​ສະໄໝ​ດ້ວຍ​ຊ້ຳ.—ເບິ່ງ​ຂອບ “ຫຼ້າ​ສະໄໝ​ຫຼື​ລ້ຳ​ສະໄໝ?”

ຄຳ​ສອນ​ທີ່​ດີ​ສຳ​ຫຼັບ​ຊີວິດ

ເຈົ້າ​ອາດ​ສົງໄສ​ວ່າ ‘ຄຳ​ສອນ​ຕ່າງໆໃນ​ຄຳພີ​ໄບເບິນ​ຍັງ​ໃຊ້​ໄດ້​ແທ້​ໃນ​ທຸກ​ມື້​ນີ້​ບໍ?’ ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ຂໍ​ໃຫ້​ເຈົ້າ​ຄິດ​ເບິ່ງ​ວ່າ: ‘ບັນຫາ​ໃຫຍ່​ທີ່​ສຸດ​ທີ່​ເຮົາ​ກຳລັງ​ເຈິ​ໃນ​ທຸກ​ມື້​ນີ້​ແມ່ນ​ຫຍັງ? ແລະ​ບັນຫາ​ໃດ​ທີ່​ເປັນ​ຕາ​ຢ້ານ​ທີ່​ສຸດ?’ ເຈົ້າ​ອາດ​ຄິດ​ເຖິງ​ສົງຄາມ ມົນ​ລະ​ພິດ ອາດຊະຍາກຳ ຫຼື​ການ​ສໍ້​ໂກງ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ສອນ​ບາງ​ຢ່າງ​ໃນ​ຄຳພີ​ໃບ​ໄບເບິນ. ຕອນ​ທີ່​ເບິ່ງ ໃຫ້​ຖາມ​ໂຕ​ເອງ​ວ່າ ‘ຖ້າ​ທຸກ​ຄົນ​ເຮັດ​ຕາມ​ຄຳ​ສອນ​ເຫຼົ່າ​ນີ້ ໂລກ​ຈະ​ເປັນ​ຕາ​ຢູ່​ຂຶ້ນ​ບໍ?’

ຮັກ​ສັນຕິສຸກ

“ຄົນ​ທີ່​ສ້າງ​ສັນຕິ​ກໍ​ມີ​ຄວາມ​ສຸກ ຍ້ອນ​ພວກ​ເຂົາ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ລູກ​ຂອງ​ພະເຈົ້າ.” (ມັດທາຍ 5:9) “ໃຫ້​ພວກ​ເຈົ້າ​ພະຍາຍາມ​ເຕັມທີ​ທີ່​ຈະ​ຢູ່​ຢ່າງ​ສະຫງົບ​ສຸກ​ກັບ​ທຸກ​ຄົນ.”—ໂຣມ 12:18

ເມດຕາ​ແລະ​ໃຫ້​ອະໄພ

“ຄົນ​ທີ່​ເມດຕາ​ກໍ​ມີ​ຄວາມ​ສຸກ ຍ້ອນ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ.” (ມັດທາຍ 5:7) “ແຕ່​ຖ້າ​ຜູ້​ໃດ​ມີ​ສາເຫດ​ຈະ​ຈົ່ມ​ໃຫ້​ຄົນ​ອື່ນ ກໍ​ຂໍ​ໃຫ້​ອົດ​ທົນ​ຕໍ່​ກັນ​ແລະ​ກັນ ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່​ໄປ. ພວກ​ເຈົ້າ​ຕ້ອງ​ເຕັມ​ໃຈ​ໃຫ້​ອະໄພ​ກັນ​ຄື​ກັບ​ທີ່​ພະ​ເຢໂຫວາ *ເຕັມ​ໃຈ​ໃຫ້​ອະໄພ​ພວກ​ເຈົ້າ.”—ໂກໂລຊາຍ 3:13

ບໍ່​ແບ່ງ​ແຍກ​ເຊື້ອ​ຊາດ

ພະເຈົ້າ “ສ້າງ​ຄົນ​ທຸກ​ຊາດ​ຈາກ​ຄົນໆດຽວ​ໃຫ້​ຢູ່​ທົ່ວ​ໂລກ.” (ກິດຈະການ 17:26) “ພະເຈົ້າ​ບໍ່​ລຳອຽງ ພະອົງ​ຍອມ​ຮັບ​ທຸກ​ຄົນ​ທີ່​ຢຳເກງ​ພະອົງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.”—ກິດຈະການ 10:34, 35

ຮັກ​ສິ່ງ​ແວດ​ລ້ອມ

“ພະ​ເຢໂຫວາ​ພະເຈົ້າ​ໃຫ້​ມະນຸດ​ຄົນ​ນັ້ນ​ຢູ່​ໃນ​ສວນ​ເອເດນ ໃຫ້​ລາວ​ເພາະ​ປູກ​ແລະ​ເບິ່ງ​ແຍງ​ສວນ.” (ຕົ້ນເດີມ 2:15, ລ.ມ.) ພະເຈົ້າ​ຈະ “ທຳລາຍ​ຜູ້​ຄົນ​ທີ່​ທຳລາຍ​ໂລກ​ນີ້.”—ພະນິມິດ 11:18

ກຽດ​ຊັງ​ຄວາມ​ໂລບ​ແລະ​ການ​ຜິດສິນລະທຳ​ທາງ​ເພດ

“ຢ່າ​ເປັນ​ຄົນ​ໂລບ ເພາະ​ເຖິງ​ແມ່ນ​ວ່າ​ຄົນ​ຜູ້​ໜຶ່ງ​ມີ​ຊັບ​ສົມບັດ​ຢ່າງ​ຫຼວງ​ຫຼາຍ ແຕ່​ມັນ​ກໍ​ໃຫ້​ຊີວິດ​ລາວ​ບໍ່​ໄດ້.” (ລູກາ 12:15) “ຢ່າ​ເວົ້າ​ລົມ​ກັນ​ໃນ​ເລື່ອງ​ເຫຼົ່າ​ນີ້​ເລີຍ ນັ້ນ​ຄື ການ​ເຮັດ​ຜິດສິນລະທຳ​ທາງ​ເພດ ການ​ກະທຳ​ທີ່​ບໍ່​ສະອາດ​ທຸກ​ຮູບ​ແບບ ຫຼື​ຄວາມ​ໂລບ ເພາະ​ມັນ​ບໍ່​ເໝາະ​ສົມ​ກັບ​ຄົນ​ບໍລິສຸດ.”—ເອເຟໂຊ 5:3

ສັດ​ຊື່​ແລະ​ດຸ​ໝັ່ນ​ເຮັດ​ວຽກ

“ພວກ​ເຮົາ​ຕັ້ງ​ໃຈ​ຈະ​ປະພຶດ​ຕົວ​ສັດ​ຊື່​ໃນ​ທຸກ​ເລື່ອງ.” (ເຮັບເຣີ 13:18) “ຄົນ​ທີ່​ລັກ​ກໍ​ໃຫ້​ເຊົາ​ລັກ ແລະ​ໃຫ້​ປ່ຽນ​ມາ​ເຮັດ​ວຽກ​ທີ່​ສຸດ​ຈະ​ລິດ​ດ້ວຍ​ຄວາມ​ດຸ​ໝັ່ນ.”—ເອເຟໂຊ 4:28

ຊ່ວຍ​ເຫຼືອ​ຄົນ​ທີ່​ລຳບາກ

“ເວົ້າ​ປອບ​ໃຈ​ຄົນ​ທີ່​ຊຶມເສົ້າ ຊ່ວຍ​ເຫຼືອ​ຄົນ​ທີ່​ອ່ອນແອ ແລະ​ອົດ​ກັ້ນ​ກັບ​ທຸກ​ຄົນ.” (1 ເທຊະໂລນິກ 5:14) “ເບິ່ງ​ແຍງ​ລູກ​ກຳພ້າ​ກັບ​ແມ່​ໝ້າຍ​ທີ່​ມີ​ຄວາມ​ທຸກ​ລຳບາກ.”—ຢາໂກໂບ 1:27

ຄຳພີ​ໄບເບິນ​ບໍ່​ໄດ້​ມີ​ແຕ່​ຄຳ​ສອນ​ດີໆເທົ່າ​ນັ້ນ ແຕ່​ຍັງ​ບອກ​ນຳ​ວ່າ​ເຮົາ​ຈະ​ເຮັດ​ຕາມ​ຄຳ​ສອນ​ເຫຼົ່າ​ນີ້​ໃນ​ຊີວິດ​ປະຈຳ​ວັນ​ໄດ້​ແນວ​ໃດ. ຖ້າ​ຫຼາຍ​ຄົນ​ເຮັດ​ຕາມ​ຄຳ​ສອນ​ທີ່​ເວົ້າ​ມາ​ນີ້ ບັນຫາ​ຕ່າງໆໃນ​ໂລກ​ກໍ​ຄື​ຊິ​ຫຼຸດ​ລົງ​ຫຼາຍ​ແມ່ນ​ບໍ? ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ໃຊ້​ໄດ້​ກັບ​ສະໄໝ​ຂອງ​ເຮົາ​ແທ້ໆ! ຄັນ​ຊັ້ນ ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຈົ້າ​ແນວ​ໃດ​ໃນ​ຕອນ​ນີ້?

ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຈົ້າ​ໃນ​ຕອນ​ນີ້

ຊາຍ​ທີ່​ສະຫຼາດ​ທີ່​ສຸດ​ບອກ​ໄວ້​ວ່າ: “ສະຕິປັນຍາ​ກໍ​ເຫັນ​ໄດ້​ຈາກ​ຜົນ​ຂອງ​ມັນ.” (ມັດທາຍ 11:19) ເຈົ້າ​ເຫັນ​ດີ​ບໍ? ເຮົາ​ຈະ​ຮູ້​ວ່າ​ສະຕິປັນຍາ​ຫຼື​ຄຳ​ສອນ​ໃດ​ເປັນ​ປະໂຫຍດ ກໍ​ຕໍ່​ເມື່ອ​ເຮົາ​ເຫັນ​ຜົນ​ດີ​ຈາກ​ການ​ເຮັດ​ຕາມ​ຄຳ​ສອນ​ນັ້ນ. ເຈົ້າ​ອາດ​ຄິດ​ແບບ​ນີ້: ‘ຖ້າ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ດີ​ແທ້ ກໍ​ຄື​ຊິ​ຊ່ວຍ​ໃຫ້​ຊີວິດ​ຂ້ອຍ​ດີ​ຂຶ້ນ ແລະ​ຊ່ວຍ​ໃຫ້​ຂ້ອຍ​ແກ້​ບັນຫາ​ທີ່​ເຈິ​ຢູ່​ໃນ​ຕອນ​ນີ້​ໄດ້.’ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ເດວຟີນ *ເຄີຍ​ມີ​ຊີວິດ​ທີ່​ຫຍຸ້ງ​ຫຼາຍ​ເພາະ​ລາວ​ເຮັດ​ຫຼາຍ​ຢ່າງ ແລະ​ລາວ​ກໍ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຮັດ. ແຕ່​ຢູ່​ບໍ່​ຢູ່​ລາວ​ກໍ​ເຈິ​ກັບ​ການ​ສູນ​ເສຍ. ລູກ​ສາວ​ໄວ​ລຸ້ນ​ຂອງ​ລາວ​ຕາຍ. ຊີວິດ​ຄູ່​ພັງ​ທະລາຍ. ມີ​ບັນຫາ​ເລື່ອງ​ເງິນ. ລາວ​ບອກ​ວ່າ: “ຊີວິດ​ຂ້ອຍ​ບໍ່​ເຫຼືອ​ຫຍັງ​ເລີຍ ບໍ່​ມີ​ລູກ ບໍ່​ມີ​ຜົວ ບໍ່​ມີ​ເຮືອນ. ຂ້ອຍ​ຮູ້ສຶກ​ບໍ່​ມີ​ຄ່າ ໝົດ​ແຮງ ໝົດ​ຫວັງ​ກັບ​ຊີວິດ ຈັກ​ຊິ​ຢູ່​ໄປ​ເຮັດ​ຫຍັງ.”

ນີ້​ເຮັດ​ໃຫ້​ເດວຟີນ​ໄດ້​ເຂົ້າ​ໃຈ​ຄວາມ​ຈິງ​ຂອງ​ຂໍ້​ຄຳພີ​ທີ່​ວ່າ: “ຊ່ວງ​ຊີວິດ​ຂອງ​ພວກ​ເຮົາ​ມີ​ພຽງ 70 ປີ ຖ້າ​ແຂງແຮງ​ຫຼາຍ​ກໍ​ຢູ່​ໄດ້​ຮອດ 80 ປີ ແຕ່​ຊີວິດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ລຳບາກ​ແລະ​ຄວາມ​ທຸກ ຊີວິດ​ຜ່ານ​ໄປ​ໄວ​ຫຼາຍ ແລ້ວ​ພວກ​ເຮົາ​ກໍ​ຈາກ​ໄປ.”—ຄຳເພງ 90:10, ລ.ມ.

ຕອນ​ທີ່​ເຈິ​ບັນຫາ ເດວຟີນ​ເຮັດ​ຕາມ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ນັ້ນ​ຊ່ວຍ​ລາວ​ໄດ້​ແທ້ໆ. ສາມ​ບົດ​ຄວາມ​ຕໍ່​ຈາກ​ນີ້​ເຮົາ​ຈະ​ໄດ້​ເຫັນ​ວ່າ ຄຳພີ​ໄບເບິນ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ຈັດການ​ກັບ​ບັນຫາ​ໄດ້​ເມື່ອ​ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ນັ້ນ. ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຄຳພີ​ໄບເບິນ​ເປັນ​ຄື​ກັບ​ຮູບ​ປັ້ນ​ທີ່​ໂດດ​ເດັ່ນ​ທີ່​ເຮົາ​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ. ຄຳພີ​ໄບເບິນ​ບໍ່​ຄື​ປຶ້ມ​ຫຼາຍ​ຫົວ​ເຊິ່ງ​ໃນ​ທີ່​ສຸດ​ກໍ​ເກົ່າ​ແລະ​ຫຼ້າ​ສະໄໝ. ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ພິເສດ​ກວ່າ​ປຶ້ມ​ຫົວ​ອື່ນໆ? ຫຼື​ແທ້ໆແລ້ວ​ຄຳພີ​ໄບເບິນ​ມາ​ຈາກ​ຄວາມ​ຄິດ​ຂອງ​ພະເຈົ້າ ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ມະນຸດ?—1 ເທຊະໂລນິກ 2:13

ບາງ​ເທື່ອ​ເຈົ້າ​ອາດ​ຈະ​ເຄີຍ​ຮູ້ສຶກ​ວ່າ​ຊີວິດ​ຂອງ​ເຮົາ​ສັ້ນ​ແລະ​ມີ​ແຕ່​ບັນຫາ. ເມື່ອ​ເຈິ​ບັນຫາ​ຫຍຸ້ງຍາກ​ຫຼາຍ​ຢ່າງ ເຈົ້າ​ຈະ​ຫາ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ເພື່ອ​ຊ່ວຍ​ແກ້​ບັນຫາ ແລະ​ເຮັດ​ໃຫ້​ມີ​ກຳລັງ​ໃຈ​ໄດ້​ຈາກ​ໃສ?

ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ​ທີ່​ໃຊ້​ໄດ້​ແທ້​ຈາກ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ບັນຫາ. ວິທີ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້:

  1. ຫຼີກ​ລ່ຽງ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ

  2. ແກ້ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ

  3. ອົດ​ທົນ​ກັບ​ສະພາບການ​ທີ່​ເຈົ້າ​ບໍ່​ສາມາດ​ແກ້ໄຂ​ໄດ້

ບົດ​ຄວາມ​ຕໍ່ໆໄປ​ຈະ​ເວົ້າ​ເຖິງ 3 ວິທີ​ນີ້.

^ ຂໍ້ 10 ເຢໂຫວາ​ແມ່ນ​ຊື່​ຂອງ​ພະເຈົ້າ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ.—ຄຳເພງ 83:18

^ ຂໍ້ 24 ຊື່​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ອື່ນໆເປັນ​ຊື່​ສົມມຸດ.