ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ເຮັດຕາມທີ່ຂ້ອຍສອນສະເໝີ”

“ເຮັດຕາມທີ່ຂ້ອຍສອນສະເໝີ”

“ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ”

“ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ ພວກ​ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຂ້ອຍ​ແທ້​ໆ ແລະ​ພວກ​ເຈົ້າ​ຈະ​ຮູ້​ຈັກ​ຄວາມ​ຈິງ ແລ້ວ​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດສະຫຼະ.”—ໂຢຮັນ 8:31, 32

ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? “ຄຳສອນ” ຂອງ​ພະ​ເຢຊູ​ໝາຍເຖິງ​ທຸກ​ສິ່ງ​ທີ່​ເພິ່ນ​ບອກ​ເຊິ່ງ​ມາ​ຈາກ​ພະເຈົ້າ. ພະ​ເຢຊູ​ບອກ​ວ່າ “ພະບິດາ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ແຫຼະ​ໄດ້​ສັ່ງ​ເຮົາ​ວ່າ​ຈະ​ສອນ​ຫຍັງ​ແລະ​ຈະ​ເວົ້າ​ຫຍັງ.” (ໂຢຮັນ 12:49) ເມື່ອ​ພະ​ເຢຊູ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ ເພິ່ນ​ໄດ້​ເວົ້າ​ວ່າ: “ຖ້ອຍຄຳ​ຂອງ​ພະອົງ​ເປັນ​ຄວາມ​ຈິງ.” ພະ​ເຢຊູ​ໄດ້​ຍົກ​ຖ້ອຍຄຳ​ຂອງ​ພະເຈົ້າ​ຂຶ້ນ​ມາ​ເວົ້າ​ຢູ່​ເລື້ອຍ​ໆ​ເພື່ອ​ສະໜັບສະໜູນ​ຄຳສອນ​ຂອງ​ເພິ່ນ. (ໂຢຮັນ 17:17; ມັດທາຍ 4:4, 7, 10) ດັ່ງນັ້ນ ຄລິດສະຕຽນ​ແທ້​ຈະ ‘ເຮັດ​ຕາມ​ທີ່​ເພິ່ນ​ສອນ​ສະເໝີ’ ເຊິ່ງ​ໝາຍເຖິງ​ການ​ຍອມຮັບ​ວ່າ​ຄຳພີ​ໄບເບິນ​ຖ້ອຍ​ຂອງ​ພະເຈົ້າ​ເປັນ “ຄວາມ​ຈິງ” ແລະ​ເປັນ​ມາດຕະຖານ​ສູງ​ສຸດ​ສຳລັບ​ຄວາມ​ເຊື່ອ​ແລະ​ການ​ປະພຶດ​ຂອງ​ເຂົາ​ເຈົ້າ.

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເປັນ​ແບບ​ນັ້ນ​ບໍ? ອັກຄະສາວົກ​ໂປໂລ​ໄດ້​ໃຫ້​ຄວາມ​ນັບຖື​ຕໍ່​ຖ້ອຍ​ຄຳ​ຂອງ​ພະເຈົ້າ​ແບບ​ດຽວ​ກັບ​ພະ​ເຢຊູ. ລາວ​ຂຽນ​ວ່າ: “ພະຄຳພີ​ທຸກ​ຕອນ ພະເຈົ້າ​ດົນໃຈ​ໃຫ້​ຂຽນ​ຂຶ້ນ​ມາ ມີ​ປະໂຫຍດ.” (2 ຕີໂມທຽວ 3:16) ຜູ້​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສອນ​ໃນ​ປະຊາຄົມ​ຄລິດສະຕຽນ​ຕ້ອງ “ຍຶດ​ໝັ້ນ​ກັບ​ຖ້ອຍຄຳ​ທີ່​ເປັນ​ຄວາມ​ຈິງ.” (ຕີໂຕ 1:7, 9) ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ໄດ້​ຮັບ​ຄຳ​ເຕືອນ​ໃຫ້​ປະຕິເສດ “ປັດຊະຍາ​ແລະ​ຄຳ​ຫຼອກລວງ​ທີ່​ບໍ່​ມີ​ປະໂຫຍດ​ຕາມ​ທີ່​ມະນຸດ​ສອນ​ຕໍ່​ໆ​ກັນ​ມາ​ແລະ​ຕາມ​ແນວ​ຄິດ​ຕ່າງ​ໆ​ຂອງ​ໂລກ ເຊິ່ງ​ບໍ່​ໄດ້​ມາ​ຈາກ​ພະຄລິດ.”—ໂກໂລຊາຍ 2:8

ໃຜ​ກຳລັງ​ເຮັດ​ແບບ​ດຽວ​ກັນ​ໃນ​ທຸກ​ມື້​ນີ້? ຄູ່​ມື​ຖາມ​ຕອບ​ຂອງ​ຄລິດຕະຈັກ​ກາໂຕລິກ (ພາສາ​ອັງກິດ) ບອກ​ວ່າ: “ພະຄຳພີ​ສັກສິດ​ບໍ່​ແມ່ນ​ແຫຼ່ງ​ດຽວ​ທີ່​ຊ່ວຍ​ໃຫ້​ຄລິດຕະຈັກ [ກາໂຕລິກ] ໝັ້ນໃຈ​ໃນ​ທຸກ​ສິ່ງ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພະເຈົ້າ. ສະນັ້ນ ທັງ​ຄຳສອນ​ສືບ​ປາກ​ແລະ​ພະຄຳພີ​ສັກສິດ​ຈຶ່ງ​ເປັນ​ສິ່ງ​ທີ່​ຕ້ອງ​ຍອມຮັບ ທັງ​ຍົກຍ້ອງ​ເທີດທູນ​ດ້ວຍ​ຄວາມ​ນັບຖື​ແລະ​ຄວາມ​ພັກດີ​ຢ່າງ​ດຽວ​ກັນ.” ບົດ​ຄວາມ​ໜຶ່ງ​ໃນ​ວາລະສານ​ແມັກເຄນ ອ້າງ​ເຖິງ​ຄຳເວົ້າ​ຂອງ​ນັກ​ເທດ​ຄົນ​ໜຶ່ງ​ໃນ​ໂຕຣອນໂຕ ການາດາ ທີ່​ຖາມ​ວ່າ “ເປັນ​ຫຍັງ​ເຮົາ​ຕ້ອງ​ຟັງ​ສຽງ​ຂອງ ‘ນັກ​ປະຕິວັດ’ ຈາກ​ຍຸກ​ສອງ​ພັນ​ປີ​ກ່ອນ​ນຳ? ເຮົາ​ກໍ​ມີ​ຄວາມ​ຄິດ​ດີ​ໆ​ຂອງ​ເຮົາ​ເອງ ແຕ່​ຄວາມ​ຄິດ​ເຫຼົ່າ​ນັ້ນ​ກັບ​ຖືກ​ບົດ​ບັງ​ມາ​ຕະຫຼອດ​ເພາະ​ເຮົາ​ມີ​ແຕ່​ຍຶດ​ຕິດ​ກັບ​ພະ​ເຢຊູ​ແລະ​ພະຄຳພີ.”

ສາລານຸກົມ​ກາໂຕລິກ​ສະບັບ​ໃໝ່ (ພາສາ​ອັງກິດ) ເວົ້າ​ເຖິງ​ພະຍານ​ພະ​ເຢໂຫວາ​ວ່າ: “ເຂົາ​ເຈົ້າ​ຖື​ວ່າ​ຄຳພີ​ໄບເບິນ​ເປັນ​ມາດຕະຖານ​ພຽງ​ຢ່າງ​ດຽວ​ສຳລັບ​ຄວາມ​ເຊື່ອ​ແລະ​ການ​ປະພຶດ​ຕົວ.” ເມື່ອ​ບໍ່​ດົນ​ມາ​ນີ້ ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ການາດາ​ເວົ້າ​ກັບ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ກຳລັງ​ແນະນຳ​ໂຕ​ຢູ່​ໜ້າ​ປະຕູ​ເຮືອນ​ຂອງ​ລາວ​ວ່າ: “ຂ້ອຍ​ຮູ້​ວ່າ​ເຈົ້າ​ແມ່ນ​ໃຜ.” ລາວ​ຊີ້​ໄປ​ໃສ່​ຄຳພີ​ໄບເບິນ​ແລ້ວ​ເວົ້າ​ວ່າ: “ຫັນ​ເດ້​ຫຼັກຖານ.”