ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

2. ການ​ຂາດແຄນ​ອາຫານ

2. ການ​ຂາດແຄນ​ອາຫານ

2. ການ​ຂາດແຄນ​ອາຫານ

“ຈະ​ເກີດ​ການ​ຂາດແຄນ​ອາຫານ.”—ມາຣະໂກ 13:8

● ຜູ້​ຊາຍ​ຄົນ​ໜຶ່ງ​ອົບພະຍົບ​ໜີ​ໄປ​ຢູ່​ບ້ານ​ຄວາຣາເຕີຈີ ປະເທດນີເຊ. ຍາດ​ພີ່ນ້ອງ​ຂອງ​ລາວ​ກໍ​ອົບພະຍົບ​ມາ​ຈາກ​ຕອນ​ກາງ​ຂອງ​ປະເທດ​ເພື່ອ​ໜີ​ຄວາມ​ອຶດຢາກ​ຄື​ກັນ. ແຕ່​ຜູ້​ຊາຍ​ຄົນ​ນີ້​ນອນ​ໝົດ​ຫວັງ​ຢູ່​ເທິງ​ສາດ​ຄົນ​ດຽວ. ເປັນ​ຫຍັງ​ລາວ​ຄື​ເປັນ​ແນວ​ນັ້ນ? ນາຍ​ບ້ານ​ທີ່​ຊື່​ຊິດິ​ບອກ​ວ່າ “ລາວ​ບໍ່​ສາມາດ​ເບິ່ງ​ແຍງ [ຄອບຄົວ] ໄດ້​ແລະ​ບໍ່​ສາມາດ​ທົນ​ເບິ່ງ​ໜ້າ​ລູກ​ເມຍ​ໄດ້​ອີກ​ຕໍ່​ໄປ.”

ຄວາມ​ຈິງ​ເປັນ​ແນວ​ໃດ? ປະຊາກອນ​ໂລກ​ປະມານ 1 ໃນ 7 ຄົນ​ມີ​ອາຫານ​ບໍ່​ພໍ​ກິນ​ໃນ​ແຕ່​ລະ​ມື້. ສະພາບການ​ທາງ​ໃຕ້​ຂອງ​ທະເລ​ຊາຍຊາຮາຣາ​ໃນ​ທະວີບ​ອາຝຼິກກາ​ແຮ່ງ​ຮ້າຍແຮງ​ກວ່າ​ນັ້ນ ຄື​ມີ​ປະຊາກອນ 1 ໃນ 3 ຄົນ​ອຶດຢາກ​ຫິວ​ໂຫຍ​ຢູ່​ຕະຫຼອດ​ເວລາ. ເພື່ອ​ຈະ​ເຫັນ​ພາບ​ຈະ​ແຈ້ງ​ຂຶ້ນ ຂໍ​ໃຫ້​ຄິດ​ເຖິງ​ຄອບຄົວ​ທີ່​ມີ​ພໍ່ ແມ່ ແລະ​ລູກ​ນ້ອຍໆໜຶ່ງ​ຄົນ. ຖ້າ​ມີ​ອາຫານ​ພໍ​ກິນ​ສຳລັບ​ພຽງ​ແຕ່​ສອງ​ຄົນ ໃຜ​ຈະ​ເປັນ​ຄົນ​ທີ່​ຕ້ອງ​ເສຍ​ສະລະ? ພໍ່? ແມ່? ຫຼື​ລູກ? ສຳລັບ​ຄອບຄົວ​ທີ່​ອຶດຢາກ ນີ້​ເປັນ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ​ໃນ​ແຕ່​ລະ​ມື້.

ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ແຜ່ນດິນ​ໂລກ​ຜະລິດ​ອາຫານ​ໄດ້​ຫຼາຍ​ພໍ​ທີ່​ຈະ​ລ້ຽງ​ມະນຸດ​ທຸກ​ຄົນ​ໄດ້​ຢ່າງ​ເຫຼືອ​ເຟືອ ພຽງ​ແຕ່​ຕ້ອງ​ບໍລິຫານ​ຈັດການ​ຊັບ​ພະ​ກອນ​ໂລກ​ໃຫ້​ດີ​ກວ່າ​ນີ້.

ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ແມ່ນ​ຢູ່​ວ່າ ກະເສດຕະກອນ​ສາມາດ​ຜະລິດ​ແລະ​ຂົນ​ສົ່ງ​ອາຫານ​ໄດ້​ຫຼາຍ​ກວ່າ​ທີ່​ເຄີຍ​ເຮັດ​ມາ​ໃນ​ອະດີດ. ແທ້ໆແລ້ວ ລັດຖະບານ​ຕ່າງໆຂອງ​ມະນຸດ​ໜ້າ​ຈະ​ຈັດການ​ກັບ​ຜົນ​ຜະລິດ​ຂອງ​ໂລກ​ແລະ​ແກ້ໄຂ​ບັນຫາ​ຄວາມ​ອຶດຢາກ​ໄດ້. ແຕ່​ຫຼັງ​ຈາກ​ພະຍາຍາມ​ມາ​ຫຼາຍ​ສິບ​ປີ​ແລ້ວ ລັດຖະບານ​ຕ່າງໆກໍ​ຍັງ​ບໍ່​ສາມາດ​ແກ້​ບັນຫາ​ນີ້​ໄດ້.

ເຈົ້າ​ຄິດ​ແນວ​ໃດ? ຄຳ​ພະຍາກອນ​ໃນ​ມາຣະໂກ 13:8 ກຳ​ລັງ​ເກີດ​ຂຶ້ນ​ແທ້​ບໍ? ເຖິງ​ວ່າ​ເຕັກໂນໂລຊີ​ດ້ານ​ຕ່າງໆຈະ​ກ້າວ​ໜ້າ​ຫຼາຍ ແຕ່​ການ​ຂາດແຄນ​ອາຫານ​ກໍ​ຍັງ​ເປັນ​ບັນຫາ​ໃຫຍ່​ລະດັບ​ໂລກ​ແມ່ນ​ບໍ?

ເມື່ອ​ມີ​ແຜ່ນດິນ​ໄຫວ​ແລະ​ການ​ຂາດແຄນ​ອາຫານ​ກໍ​ມັກ​ຈະ​ມີ​ບັນຫາ​ອື່ນໆຕາມ​ມາ ເຊິ່ງ​ເປັນ​ຜົນ​ຈາກ​ສັນຍານ​ອີກ​ຢ່າງ​ໜຶ່ງ​ຂອງ​ສະໄໝ​ສຸດ​ທ້າຍ.

[ຖ້ອຍຄຳທີ່ຍົກມາ]

“ຫຼາຍ​ກວ່າ 1 ໃນ 3 ຂອງ​ເດັກ​ນ້ອຍ​ທີ່​ຕາຍ​ຍ້ອນ​ພະຍາດ​ປອດ​ບວມ ພະຍາດ​ຖອກ​ທ້ອງ ແລະ​ພະຍາດ​ອື່ນໆອາດ​ຈະ​ບໍ່​ຕາຍ ຖ້າ​ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ໄດ້​ຮັບ​ອາຫານ​ພຽງ​ພໍ.”—ແອນ ເອັມ. ເວເນີແມນ ອະດີດ​ຜູ້​ອຳນວຍ​ການ​ບໍລິຫານ​ກອງ​ທຶນ​ເພື່ອ​ເດັກ​ນ້ອຍ​ແຫ່ງ​ສະຫະປະຊາຊາດ.

[ທີ່​ມາ​ຂອງ​ຮູບ]

© Paul Lowe/​Panos Pictures