ຂ້າມໄປທີ່ເນື້ອໃນ

ພະເຢຊູ​ເປັນ​ພະເຈົ້າ​ບໍ?

ພະເຢຊູ​ເປັນ​ພະເຈົ້າ​ບໍ?

ຫຼາຍ​ຄົນ​ຖື​ວ່າ​ຄຳສອນ​ເລື່ອງ​ຕີເອການຸພາບ​ເປັນ “ຫຼັກ​ຄຳສອນ​ສຳຄັນ​ທີ່ສຸດ​ຂອງ​ສາສະໜາ​ຄລິດສະຕຽນ.” ຫຼັກ​ຄຳສອນ​ນີ້​ສອນ​ວ່າ ພະບິດາ ພະບຸດ ແລະ​ພະ​ວິນຍານ​ບໍລິສຸດ​ເປັນ​ສາມ​ບຸກຄົນ​ເຊິ່ງ​ລວມ​ກັນ​ເປັນ​ພະເຈົ້າ​ໜຶ່ງ​ອົງ. ຄາຣ໌ດິນັນ ຈອນ ໂອຄອນເນີ ເວົ້າ​ເຖິງ​ຄຳສອນ​ເລື່ອງ​ຕີເອການຸພາບ​ນີ້​ວ່າ: “ເຮົາ​ຮູ້​ວ່າ​ຄຳສອນ​ນີ້​ເປັນ​ເລື່ອງ​ລຶກລັບ​ຊັບຊ້ອນ​ຫຼາຍ ເຊິ່ງ​ເຮົາ​ເອງ​ກໍ​ບໍ່​ເຄີຍ​ເຂົ້າໃຈ.” ເປັນຫຍັງ​ຄຳສອນ​ເລື່ອງ​ຕີເອການຸພາບ​ຈຶ່ງ​ເຂົ້າໃຈ​ຍາກ​ຂະໜາດ​ນັ້ນ?

ວັດຈະນານຸກົມ​ຄຳພີໄບເບິນ​ທີ່​ມີ​ພາບ​ປະກອບ (ພາສາ​ອັງກິດ) ໄດ້​ອະທິບາຍ​ເຫດຜົນ​ໄວ້​ຂໍ້​ໜຶ່ງ. ເມື່ອ​ເວົ້າ​ເຖິງ​ເລື່ອງ​ຕີເອການຸພາບ ວັດຈະນານຸກົມ​ຫົວ​ນີ້​ຍອມຮັບ​ວ່າ: “ຫຼັກ​ຄຳສອນ​ນີ້​ບໍ່​ແມ່ນ​ຫຼັກ​ຄຳສອນ​ທີ່​ມາ​ຈາກ​ຄຳພີໄບເບິນ ໃນ​ແງ່​ທີ່​ວ່າ​ບໍ່​ມີ​ຂໍ້​ໃດ​ໃນ​ຄຳພີໄບເບິນ​ທີ່​ເວົ້າ​ເຖິງ​ເລື່ອງ​ນີ້.” ເນື່ອງ​ຈາກ​ຫຼັກ​ຄຳສອນ​ເລື່ອງ​ຕີເອການຸພາບ “ບໍ່​ແມ່ນ​ຫຼັກ​ຄຳສອນ​ຈາກ​ຄຳພີໄບເບິນ” ຜູ້​ທີ່​ເຊື່ອ​ໃນ​ຫຼັກ​ຄຳສອນ​ນີ້​ຈຶ່ງ​ພະຍາຍາມ​ທີ່​ຈະ​ຊອກຫາ​ຂໍ້​ຄຳພີ ແລະ​ເຖິງຂັ້ນ​ບິດ​ເບືອນ​ຂໍ້​ຄຳພີ​ເພື່ອ​ສະໜັບສະໜູນ​ຄຳສອນ​ຂອງ​ໂຕເອງ.

ຂໍ້​ຄຳພີ​ຂໍ້​ໜຶ່ງ​ທີ່​ສອນ​ເລື່ອງ​ຕີເອການຸພາບ​ບໍ?

ຕົວຢ່າງ​ຂໍ້​ຄຳພີ​ທີ່​ມັກ​ມີການ​ໃຊ້​ຢ່າງ​ບິດ​ເບືອນ​ແມ່ນ​ໂຢຮັນ 1:1. ໃນ​ສະບັບ​ແປ​ຄິງເຈມສ໌ ຂໍ້​ນີ້​ອ່ານ​ວ່າ: “ໃນ​ຕອນ​ທຳອິດ​ນັ້ນ​ພະວາທະ​ກໍ​ເປັນ​ຢູ່​ແລ້ວ ແລະ​ພະວາທະ​ກໍ​ຢູ່​ກັບ​ພະເຈົ້າ (ພາສາ​ກຣີກ ທອນ ເທອອນ) ແລະ​ພະວາທະ​ກໍ​ເປັນ​ພະເຈົ້າ [ພາສາ​ກຣີກ ເທອອດສ໌].” ໃນ​ຂໍ້​ຄຳພີ​ນີ້​ມີ​ຄຳ​ນາມ​ພາສາ​ກຣີກ​ສຳລັບ​ຄຳ​ວ່າ ເທອອດສ໌​ [ພະເຈົ້າ] ຢູ່​ສອງ​ຮູບແບບ. ບ່ອນ​ທຳອິດ​ນຳ​ໜ້າ​ດ້ວຍ​ຄຳ​ວ່າ ທອນ​ເຊິ່ງ​ເປັນ​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ​ໃນ​ພາສາ​ກຣີກ ແລະ​ໃນ​ກໍລະນີ​ນີ້​ຄຳ​ວ່າ ເທອອນ ໝາຍເຖິງ​ພະເຈົ້າ​ອົງ​ມີ​ລິດເດດ​ຍິ່ງໃຫຍ່. ແນວໃດ​ກໍ​ຕາມ ໃນ​ບ່ອນ​ທີ​ສອງ ຄື​ຄຳ​ວ່າ ເທອອດສ໌​ ບໍ່​ມີ​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ. ເປັນ​ໄປ​ໄດ້​ບໍ​ທີ່​ມີການ​ລືມ​ໃສ່​ຄຳນຳ​ໜ້າ​ນາມ​ໃນ​ບ່ອນ​ນີ້?

ເປັນຫຍັງ​ຫຼັກ​ຄຳສອນ​ເລື່ອງ​ຕີເອການຸພາບ​ຈຶ່ງ​ເຂົ້າໃຈ​ຍາກ​ແທ້?

ກິດຕິຄຸນ​ຂອງ​ໂຢຮັນ​ຂຽນ​ຂຶ້ນ​ໃນ​ພາສາ​ຄີນີ ຫຼື​ພາສາ​ກຣີກ​ສາມັນ ເຊິ່ງ​ມີ​ກົດ​ທີ່​ຕາຍ​ຕົວ​ໃນ​ເລື່ອງ​ການໃຊ້​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ. ນັກ​ວິຊາການ​ດ້ານ​ຄຳພີໄບເບິນ ເອ. ທີ. ໂຣເບີດສັນ​ຍອມຮັບ​ວ່າ ຖ້າ​ທັງ​ໃນ​ພາກ​ປະທານ​ແລະ​ພາກ​ສະແດງ​ມີ​ຄຳນຳ​ໜ້າ​ນາມ “ທັງ​ສອງ​ຄຳ​ຈະ​ເປັນ​ຄຳ​ສະເພາະ​ແລະ​ຖື​ໄດ້​ວ່າ​ເປັນ​ສິ່ງ​ດຽວ​ກັນ ແລະ​ໃຊ້​ສະຫຼັບ​ກັນ​ໄດ້ .” ໂຣເບີດສັນ​ຍົກ​ຕົວຢ່າງ​ຈາກ​ມັດທາຍ 13:38 ເຊິ່ງ​ອ່ານ​ວ່າ “ນາ [ພາສາ​ກຣີກ ໂຮ ອາໂກດສ໌​ ] ນັ້ນ​ຄື​ໂລກ [ພາສາ​ກຣີກ ໂຮ ຄອດສ໌ມອດສ໌] ນີ້.” ໄວຍາກອນ​ພາສາ​ກຣີກ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ ໂລກ​ກັບ​ນາ​ແມ່ນ​ສິ່ງ​ດຽວ​ກັນ.

ແຕ່​ຈະ​ວ່າ​ແນວໃດ​ຖ້າ​ພາກ​ປະທານ​ມີ​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ​ແຕ່​ພາກ​ສະແດງ​ບໍ່​ມີ​ ເຊັ່ນ​ໃນ​ໂຢຮັນ 1:1? ຜູ້​ຊ່ຽວຊານ​ຊື່​ເຈມສ໌ ແອລັນ​ ຮິວເວດ ຍົກ​ຂໍ້​ຄຳພີ​ນັ້ນ​ມາ​ເປັນ​ຕົວຢ່າງ ແລ້ວ​ເວົ້າ​ເນັ້ນ​ວ່າ:ໃນ​ກໍລະນີ​ແບບ​ນີ້ ພາກ​ປະທານ​ແລະ​ພາກ​ສະແດງ​ບໍ່​ແມ່ນ​ສິ່ງ​ດຽວ​ກັນ ບໍ່​ເທົ່າ​ທຽມ​ກັນ ຫຼື​ອັນ​ໃດ​ແບບນັ້ນ.

ເພື່ອ​ຊ່ວຍ​ໃຫ້​ເຂົ້າໃຈ​ເລື່ອງ​ນີ້ ຮິວເວດ​ໄດ້​ຍົກ 1 ໂຢຮັນ 1:5 ທີ່​ກ່າວ​ວ່າ: “ພະເຈົ້າ​ເປັນ​ຄວາມ​ສະຫວ່າງ.” ໃນ​ພາສາ​ກຣີກ​ຄຳ​ວ່າ “ພະເຈົ້າ” ໃນ​ຂໍ້​ນີ້​ຄື ໂຮ ເທອອດສ໌ ດັ່ງນັ້ນ​ຈຶ່ງ​ມີ​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ. ແຕ່​ຄຳ​ວ່າ ຟອດສ໌ ຫຼື “ຄວາມ​ສະຫວ່າງ” ນັ້ນ​ບໍ່​ມີ​ຄຳນຳ​ໜ້າ​ນາມ​ໃດໆເລີຍ. ຮິວເວດ​ຊີ້​ໃຫ້​ເຫັນ​ວ່າ “ອາດ​ເວົ້າ​ກ່ຽວກັບ​ພະເຈົ້າ​ໄດ້​ໃນ​ທຸກ​ກໍລະນີ​ວ່າ . . . ເພິ່ນ​ມີ​ຄວາມ​ສະຫວ່າງ​ເປັນ​ລັກສະນະ​ເດັ່ນ ແຕ່​ບໍ່​ອາດ​ເວົ້າ​ໄດ້​ໃນ​ທຸກ​ກໍລະນີ​ວ່າ​ຄວາມ​ສະຫວ່າງ​ແມ່ນ​ແມ່ນ​ພະເຈົ້າ.” ຕົວຢ່າງ​ຄ້າຍໆກັນ​ພົບ​ໃນ​ໂຢຮັນ 4:​24 “ພະເຈົ້າ​ເປັນ​ອົງ​ວິນຍານ” ແລະ​ໃນ 1 ໂຢຮັນ 4:​16 “ພະເຈົ້າ​ເປັນ​ຄວາມ​ຮັກ.” ໃນ​ພາສາ​ເດີມ ພາກ​ປະທານ​ໃນ​ທັງ​ສອງ​ຂໍ້​ນີ້​ມີ​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ ແຕ່​ໃນ​ຄຳ​ວ່າ “ພະ​ວິນຍານ” ແລະ “ຄວາມ​ຮັກ” ໃນ​ພາກ​ສະແດງ​ບໍ່​ມີ​ຄຳນຳ​ໜ້າ​ນາມ. ດັ່ງນັ້ນ ​ພາກ​ປະທານ​ແລະ​ພາກ​ສະແດງ​ໃນ​ສອງ​ຂໍ້​ນີ້​ຈຶ່ງ​ບໍ່​ສາມາດ​ສະຫຼັບ​ກັນ​ໄດ້. ຂໍ້​ຄຳພີ​ສອງ​ຂໍ້​ນີ້​ຈຶ່ງ​ບໍ່​ອາດ​ແປ​ໄດ້​ວ່າ “ພະ​ວິນຍານ​ເປັນ​ພະເຈົ້າ” ຫຼື “ຄວາມ​ຮັກ​ເປັນ​ພະເຈົ້າ.”

ລະບຸ​ຕົວ “ພະວາທະ” ບໍ?

ນັກ​ວິຊາການ​ດ້ານ​ພາສາ​ກຣີກ​ແລະ​ຜູ້​ແປ​ຄຳພີໄບເບິນ​ຫຼາຍ​ຄົນ​ຍອມຮັບ​ວ່າ ໂຢຮັນ 1:1 ເນັ້ນ​ທີ່​ຄຸນລັກສະນະ​ຂອງ “ພະວາທະ” ບໍ່​ແມ່ນ​ການ​ລະບຸ​ວ່າ​ເພິ່ນ​ແມ່ນ​ໃຜ. ຜູ້​ແປ​ຄຳພີໄບເບິນ​ຊື່​ວິນລຽມ ບາເຄຼຍ​ບອກ​ວ່າ: “ເນື່ອງ​ຈາກ [ອັກຄະສາວົກ​ໂຢຮັນ] ບໍ່​ໄດ້​ໃສ່​ຄຳນຳ​ໜ້າ​ນາມ​ທີ່​ຊີ້​ສະເພາະ​ເຈາະຈົງ​ໄວ້​ໜ້າ​ຄຳ​ວ່າ ເທອອດສ໌ ຄຳ​ນີ້​ຈຶ່ງ​ກາຍ​ເປັນ​ຄຳ​ອະທິບາຍ . . . ໃນ​ຂໍ້​ນີ້​ໂຢຮັນ​ບໍ່​ໄດ້​ບອກ​ວ່າ​ພະວາທະ​ເປັນ​ອົງ​ດຽວ​ກັບ​ພະເຈົ້າ. ເວົ້າ​ງ່າຍໆກໍ​ຄື ລາວ​ບໍ່​ໄດ້​ບອກ​ວ່າ​ພະເຢຊູ​ເປັນ​ພະເຈົ້າ​ອົງ​ມີ​ລິດເດດ​ຍິ່ງໃຫຍ່.” ຜູ້​ຊ່ຽວຊານ​ເຈສັນ ເດວິດ ເບດຸນ ກໍ​ເວົ້າ​ໃນ​ທຳນອງ​ດຽວ​ກັນ​ວ່າ “ໃນ​ພາສາ​ກຣີກ ຖ້າ​ເຈົ້າ​ບໍ່​ໄດ້​ໃສ່​ຄຳນຳ​ໜ້າ​ນາມ​ຢູ່​ຄຳ​ວ່າ ເທອອດສ໌​ ໃນ​ປະໂຫຍກ​ລັກສະນະ​ດຽວ​ກັບ​ໂຢຮັນ 1:1​ຄ ຜູ້ອ່ານ​ກໍ​ຈະ​ເຂົ້າໃຈ​ເອງ​ວ່າ​ເຈົ້າ​ໝາຍເຖິງ ‘ພະເຈົ້າ​ອົງ​ໜຶ່ງ.’ . . . ການ​ບໍ່​ມີ​ຄຳນຳ​ໜ້າ​ນາມ​ເຮັດ​ໃຫ້​ຄຳ ເທອອດສ໌​ ແຕກຕ່າງ​ຈາກ​ຄຳ​ສະເພາະ ໂຮ ເທອອດສ໌​ ເຊັ່ນ​ດຽວ​ກັບ​ທີ່​ຄຳ​ວ່າ ‘ພະເຈົ້າ​ອົງ​ໜຶ່ງ’ [‘a god’] ແຕກຕ່າງ​ຈາກ​ຄຳ​ວ່າ ‘ພະເຈົ້າ​ອົງ​ມີ​ລິດເດດ​ຍິ່ງໃຫຍ່’ [‘God’] ໃນ​ພາສາ​ອັງກິດ.”ເບດຸນ​ເວົ້າ​ເສີມ​ວ່າ “ໃນ​ໂຢຮັນ 1:1 ພະວາທະ​ບໍ່​ແມ່ນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ ແຕ່​ເປັນ​ພະເຈົ້າ​ອົງ​ໜຶ່ງ ຫຼື​ເປັນ​ບຸກຄົນ​ໜຶ່ງ​ທີ່​ມີ​ສະພາບ​ຄື​ພະເຈົ້າ.” ຫຼື​ທີ່​ໂຈເຊບ ເຮນຣີ​ ເທເຍີ ຜູ້​ຊ່ຽວຊານ​ເຊິ່ງ​ແປ​ຄຳພີໄບເບິນ​ອາເມຣິກາ ສະແຕນດາດ ເວີຊັນ ກ່າວ​ວ່າ “ໂລໂກສ໌ [ຫຼື ພະວາທະ] ມີ​ລັກສະນະ​ຄື​ພະເຈົ້າ ບໍ່​ແມ່ນ​ພະເຈົ້າ​ເອງ.”

ພະເຢຊູ​ໄດ້​ແຍກ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ຢ່າງ​ຊັດເຈນ​ລະຫວ່າງ​ເພິ່ນ​ເອງ​ກັບ​ພະບິດາ

ການ​ລະບຸ​ວ່າ​ໃຜ​ເປັນ​ພະເຈົ້າ​ຈຳເປັນ​ຕ້ອງ​ເປັນ​ເລື່ອງ​ທີ່ “ລຶກລັບ​ຊັບຊ້ອນ​ທີ່ສຸດ” ບໍ? ສຳລັບ​ພະເຢຊູ​ບໍ່​ເປັນ​ແບບນັ້ນ. ຕອນ​ທີ່​ພະເຢຊູ​ອະທິດຖານ​ເຖິງ​ພະບິດາ​ຂອງ​ເພິ່ນ ເພິ່ນ​ແຍກ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ຢ່າງ​ຈະ​ແຈ້ງ​ລະຫວ່າງ​ເພິ່ນ​ເອງ​ກັບ​ພະບິດາ ໂດຍ​ເວົ້າ​ດັ່ງ​ນີ້: “ຜູ້​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດໄປ​ຕ້ອງ​ຮູ້ຈັກ​ພະອົງ​ທີ່​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ ແລະ​ຮູ້ຈັກ​ຜູ້​ທີ່​ພະອົງ​ໃຊ້​ມາ ຜູ້​ນັ້ນ​ແມ່ນ​ເຢຊູ​ຄລິດ.” (ໂຢຮັນ 17:3) ຖ້າ​ເຮົາ​ເຊື່ອ​ໃນ​ພະເຢຊູ​ແລະ​ເຂົ້າໃຈ​ຄຳສອນ​ທີ່​ຮຽບ​ງ່າຍ​ຂອງ​ຄຳພີໄບເບິນ ເຮົາ​ກໍ​ຈະ​ນັບຖື​ເພິ່ນ​ໃນ​ຖານະ​ພະບຸດ​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ຖານະ​ທີ່​ແທ້​ຈິງ​ຂອງ​ເພິ່ນ. ນອກຈາກນັ້ນ ເຮົາ​ຈະ​ນະມັດສະການ​ພະເຢໂຫວາ​ໃນ​ຖານະ “ພະເຈົ້າ​ທ່ຽງແທ້​ອົງ​ດຽວ” ນຳ.