ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຄົນຊື່ກໍເຊື່ອຖ້ອຍຄຳທຸກຂໍ້”

“ຄົນຊື່ກໍເຊື່ອຖ້ອຍຄຳທຸກຂໍ້”

“ຄົນໂງ່ແມ່ນຄົນທີ່ບໍ່ເຄີຍອ່ານໜັງສືພິມເລີຍ ແຕ່ຄົນທີ່ອ່ານແລ້ວເຊື່ອທຸກສິ່ງໃນໜັງສືພິມກໍເປັນຄົນທີ່ໂງ່ກວ່າອີກ.”—ເອົາກຸດສ ວົນ ສະໂລຊາ ນັກປະຫວັດສາດແລະນັກຂຽນຄົນເຢຍລະມັນ (1735-1809).

ຫຼາຍກວ່າ 200 ປີມາແລ້ວ ຄົນເຮົາບໍ່ສາມາດວາງໃຈທຸກສິ່ງທີ່ຂຽນໃນໜັງສືພິມ. ທຸກມື້ນີ້ ເຮົາບໍ່ສາມາດເຊື່ອທຸກສິ່ງທີ່ເຮົາອ່ານຫຼືເຫັນໃນອິນເຕີເນັດ. ມີຂໍ້ມູນທາງອອນລາຍຈຳນວນຫຼວງຫຼາຍ ແລະເຕັກໂນໂລຊີສະໄໝໃໝ່ເຮັດໃຫ້ເຮົາຊອກຫາຂໍ້ມູນເຫຼົ່ານັ້ນໄດ້ງ່າຍ. ຂໍ້ມູນສ່ວນຫຼາຍເປັນຄວາມຈິງ ເປັນປະໂຫຍດ ແລະບໍ່ມີພິດໄພ ແຕ່ກໍມີຂໍ້ມູນສ່ວນຫຼາຍທີ່ບໍ່ເປັນຄວາມຈິງ ບໍ່ເປັນປະໂຫຍດ ແລະມີພິດໄພ. ດັ່ງນັ້ນ ເຮົາຕ້ອງເລືອກຢ່າງລະມັດລະວັງໃນສິ່ງທີ່ເຮົາອ່ານ. ເມື່ອເລີ່ມໃຊ້ອິນເຕີເນັດ ບາງຄົນອາດຄິດວ່າການລາຍງານຂ່າວຈະຕ້ອງເປັນຄວາມຈິງເພາະຂ່າວນັ້ນຢູ່ໃນອິນເຕີເນັດຫຼືເພາະໝູ່ໄດ້ສົ່ງໃຫ້ທາງອີເມວ. ເຂົາເຈົ້າອາດຈະເຊື່ອເລື່ອງນັ້ນເຖິງວ່າເປັນເລື່ອງທີ່ແປກຫຼາຍ. ແຕ່ຄຳພີໄບເບິນເຕືອນເຮົາວ່າ: “ຄົນຊື່ກໍເຊື່ອຖ້ອຍຄຳທຸກຂໍ້ ແຕ່ວ່າຄົນຮູ້ [ຄົນສະຫຼາດ] ກໍຄອຍລະວັງບາດຕີນແຫ່ງຕົນ.”—ສຸພາສິດ 14:15

ກົງກັນຂ້າມກັບຄົນຊື່ຫຼືຄົນໂງ່ທີ່ເຊື່ອທຸກສິ່ງທີ່ໄດ້ຍິນ ກໍແມ່ນຄົນສະຫຼາດ. ເມື່ອເຮົາເປັນຄົນສະຫຼາດ ເຮົາລະວັງແລະເຊື່ອສະເພາະສິ່ງທີ່ຮູ້ວ່າເປັນຄວາມຈິງເທົ່ານັ້ນ. ເຮົາຈະບໍ່ຫຼົງກົນແລະເຊື່ອເລື່ອງທີ່ບໍ່ຈິງເຊິ່ງເຮົາອ່ານໃນອິນເຕີເນັດ ເຖິງວ່າອາດຈະມີຄົນນິຍົມເລື່ອງນັ້ນຫຼາຍກໍຕາມ. ເຈົ້າຈະເປັນຄົນສະຫຼາດໄດ້ແນວໃດ? ທຳອິດ ໃຫ້ຖາມຕົວເອງວ່າ: ‘ເລື່ອງນັ້ນມາຈາກເວັບໄຊທາງການທີ່ເຊື່ອຖືໄດ້ບໍ? ຫຼືມາຈາກເວັບໄຊທີ່ອະນຸຍາດໃຫ້ໃຜກໍຕາມຂຽນຄວາມຄິດເຫັນຂອງຕົນລົງໄດ້ ຫຼືມາຈາກແຫຼ່ງທີ່ບໍ່ຮູ້ທີ່ມາດ້ວຍຊໍ້າບໍ? ເວັບໄຊທີ່ໜ້າເຊື່ອຖືໄດ້ສະແດງໃຫ້ເຫັນແລ້ວບໍວ່າເລື່ອງນັ້ນບໍ່ແມ່ນຄວາມຈິງ?’ * ຈາກນັ້ນ ໃຫ້ໃຊ້ “ສະຕິ” ທີ່ດີ. (ສຸພາສິດ 7:7) ຖ້າຫົວຂໍ້ຂ່າວເບິ່ງຄືວ່າເປັນຕາເຫຼືອເຊື່ອ ບາງທີມັນອາດຈະເຫຼືອເຊື່ອແທ້ໆ. ນອກຈາກນັ້ນ ເມື່ອເຈົ້າອ່ານຂ່າວທີ່ຂຽນໃນແງ່ລົບໃຫ້ຄົນອື່ນ ໃຫ້ຄິດເບິ່ງວ່າແມ່ນໃຜຈະໄດ້ຮັບປະໂຫຍດຖ້າເລື່ອງນີ້ແພ່ອອກໄປແລະເປັນຫຍັງບາງຄົນຈຶ່ງຕ້ອງການແພ່ເລື່ອງນີ້ອອກໄປ.

ເຈົ້າມັກສົ່ງຕໍ່ອີເມວເລື້ອຍໆບໍ?

ບາງຄົນອາດສົ່ງຕໍ່ຂ່າວໄປໃຫ້ທຸກຄົນທີ່ຢູ່ໃນລາຍຊື່ຕິດຕໍ່ໃນອີເມວຂອງເຂົາເຈົ້າໂດຍບໍ່ກວດເບິ່ງວ່າເລື່ອງນັ້ນເປັນຄວາມຈິງຫຼືບໍ່ ຫຼືບໍ່ໄດ້ຄິດເຖິງສິ່ງທີ່ອາດຈະເກີດຂຶ້ນຫຼັງຈາກທີ່ສົ່ງຂ່າວນັ້ນອອກໄປ. ບາງທີຍ້ອນເຂົາເຈົ້າຕ້ອງການໃຫ້ຄົນອື່ນສົນໃຈຕະຫຼອດເວລາແລະຕ້ອງການເປັນຄົນທຳອິດທີ່ແພ່ຂ່າວອອກໄປ. (2 ຊາເມືອນ 13:28-33) ແຕ່ຄົນສະຫຼາດຈະຄິດກ່ຽວກັບຜົນເສຍຫາຍຈາກການເຮັດແບບນີ້. ຕົວຢ່າງເຊັ່ນ: ການແພ່ເລື່ອງອອກໄປສາມາດທຳລາຍຊື່ສຽງຂອງຄົນຜູ້ໜຶ່ງຫຼືອົງການໃດໜຶ່ງກໍໄດ້.

ຄົນທີ່ສົ່ງຂ່າວອອກໄປອາດບໍ່ໄດ້ກວດເບິ່ງວ່າມັນເປັນຄວາມຈິງຫຼືບໍ່ ເພາະການເຮັດແບບນັ້ນຕ້ອງໃຊ້ເວລາແລະຄວາມພະຍາຍາມ. ລາວອາດຄິດວ່າຄົນທີ່ໄດ້ຮັບສາມາດກວດເບິ່ງເອງໄດ້. ແຕ່ເວລາຂອງຄົນເຫຼົ່ານັ້ນກໍມີຄ່າຄືກັນ. (ເອເຟດ 5:15, 16) ດັ່ງນັ້ນ ແທນທີ່ຈະສົ່ງສິ່ງຕ່າງໆທີ່ເຮົາບໍ່ແນ່ໃຈ ດີກວ່າທີ່ຈະຄິດວ່າ: “ຖ້າຂ້ອຍສົງໄສໃນເລື່ອງນັ້ນ ຂ້ອຍຄວນລຶບມັນຖິ້ມທັນທີ!”

ໃຫ້ຖາມຕົວເອງວ່າ: ‘ຂ້ອຍມັກສົ່ງຕໍ່ອີເມວເລື້ອຍໆບໍ? ຂ້ອຍເຄີຍຂໍໂທດຄົນທີ່ຢູ່ໃນລາຍຊື່ຕິດຕໍ່ໃນອີເມວຂອງຂ້ອຍບໍ ຍ້ອນໄດ້ສົ່ງຂໍ້ມູນທີ່ຜິດຫຼືເຖິງຂັ້ນຕົວະໄປໃຫ້ເຂົາເຈົ້າ? ມີຄົນເຄີຍຂໍໃຫ້ຂ້ອຍເຊົາສົ່ງຕໍ່ອີເມວບໍ?’ ຂໍໃຫ້ຈື່ວ່າຖ້າໝູ່ຂອງເຈົ້າມີອີເມວ ເຂົາເຈົ້າກໍສາມາດໃຊ້ອິນເຕີເນັດແລະບໍ່ຈຳເປັນຕ້ອງໃຫ້ເຈົ້າຊ່ວຍຊອກຫາສິ່ງທີ່ເຂົາເຈົ້າສົນໃຈ. ເຂົາເຈົ້າບໍ່ຕ້ອງການຮັບອີເມວຈຳນວນຫຼາຍເຊິ່ງໃນນັ້ນລວມມີເລື່ອງຕະຫຼົກ ວິດີໂອ ຫຼືຮູບຕ່າງໆ. ເປັນເລື່ອງທີ່ບໍ່ເໝາະສົມທີ່ຈະສົ່ງຕໍ່ບັນທຶກສຽງຫຼືການຈົດບັນທຶກລາຍລະອຽດຂອງຄຳບັນລະຍາຍທີ່ອາໄສຄຳພີໄບເບິນເປັນຫຼັກ. * ຢ່າລືມວ່າຖ້າຄົນໃດຄົນໜຶ່ງຄົ້ນຄວ້າເອງ ເບິ່ງຂໍ້ພະຄຳພີເອງ ຫຼືກຽມຄຳຕອບດ້ວຍຕົວເອງສຳລັບການປະຊຸມ ຄົນນັ້ນຈະໄດ້ຮັບປະໂຫຍດຫຼາຍກວ່າທີ່ເຈົ້າສົ່ງຂໍ້ມູນໃຫ້ລາວ.

ຂ້ອຍຄວນສົ່ງຕໍ່ອີເມວນີ້ໃຫ້ຄົນອື່ນບໍ?

ເຈົ້າຄວນເຮັດແນວໃດຖ້າພົບບາງເລື່ອງໃນອິນເຕີເນັດທີ່ເວົ້າວະໃສ່ຮ້າຍຕໍ່ອົງການຂອງພະເຢໂຫວາ? ໃຫ້ປະຕິເສດເລື່ອງນັ້ນທັນທີ! ຢ່າເຊື່ອເລື່ອງເຫຼົ່ານັ້ນ. ບໍ່ສະຫຼາດແທ້ໆທີ່ຈະສົ່ງບອກເລື່ອງທີ່ເຈົ້າອ່ານນັ້ນກັບຄົນອື່ນແລະຂໍຄວາມຄິດເຫັນຈາກເຂົາເຈົ້າ ເພາະນັ້ນຈະເປັນການແພ່ຂໍ້ມູນທີ່ເປັນອັນຕະລາຍໃຫ້ກະຈາຍອອກໄປຕື່ມອີກ. ຖ້າບາງເລື່ອງທີ່ເຈົ້າເຫັນໃນອິນເຕີເນັດລົບກວນເຈົ້າ ໃຫ້ຂໍສະຕິປັນຍາຈາກພະເຢໂຫວາແລະໃຫ້ລົມເລື່ອງນັ້ນກັບພີ່ນ້ອງທີ່ອາວຸໂສ. (ຢາໂກໂບ 1:5, 6; ຢູເດ 22, 23) ເຮົາບໍ່ຄວນແປກໃຈທີ່ຜູ້ຄົນເວົ້າຕົວະກ່ຽວກັບພວກເຮົາ. ຜູ້ຄົນເວົ້າຕົວະກ່ຽວກັບພະເຍຊູ ແລະພະອົງກໍໄດ້ເຕືອນພວກລູກສິດວ່າພວກສັດຕູຈະຕໍ່ຕ້ານເຂົາເຈົ້າ ແລະ “ເລົ່າເລື່ອງອັນຊົ່ວຮ້າຍບໍ່ຈິງທຸກປະການ” ຕໍ່ເຂົາເຈົ້າ. (ມັດທາຍ 5:11; 11:19; ໂຢຮັນ 10:19-21) ດັ່ງນັ້ນ ຖ້າເຈົ້າສຸຂຸມແລະຄິດຢ່າງຮອບຄອບ ເຈົ້າກໍຈະເບິ່ງອອກໄດ້ງ່າຍຂຶ້ນເມື່ອບາງຄົນກຳລັງຕົວະແລະກຳລັງພະຍາຍາມຫຼອກລວງຄົນອື່ນ.—ສຸພາສິດ 2:10-16

ສະແດງຄວາມນັບຖືຕໍ່ຄົນອື່ນ

ເຮົາຍັງຕ້ອງລະວັງກ່ຽວກັບການເວົ້າເລື່ອງພີ່ນ້ອງຫຼືປະສົບການທີ່ເຮົາໄດ້ຍິນ. ຫຼາຍຄັ້ງບໍ່ເໝາະສົມຫຼືບໍ່ໄດ້ສະແດງເຖິງຄວາມຮັກເມື່ອເລົ່າຕໍ່ເລື່ອງນັ້ນ ເຖິງວ່າຈະເປັນຄວາມຈິງກໍຕາມ. (ມັດທາຍ 7:12) ຕົວຢ່າງເຊັ່ນ: ການສົ່ງຕໍ່ຂໍ້ມູນໃນແງ່ລົບກ່ຽວກັບຄົນອື່ນເປັນການບໍ່ສະແດງຄວາມຮັກຫຼືບໍ່ເສີມສ້າງເຂົາເຈົ້າ. (2 ເທຊະໂລນີກ 3:11; 1 ຕີໂມເຕ 5:13) ຂ່າວບາງເລື່ອງອາດຍັງເປັນຄວາມລັບຢູ່. ຜູ້ຄົນອາດຕ້ອງການເປີດເຜີຍຂໍ້ມູນນີ້ໃນພາຍຫຼັງຫຼືໃນວິທີທີ່ສະເພາະເຈາະຈົງ. ດັ່ງນັ້ນ ເຮົາຄວນນັບຖືສິດຂອງເຂົາເຈົ້າໃນການຕັດສິນໃຈວ່າຄວນຈະເປີດເຜີຍເລື່ອງນັ້ນເມື່ອໃດແລະໂດຍວິທີໃດ. ທີ່ຈິງ ຖ້າບອກຂໍ້ມູນນີ້ໃຫ້ຄົນອື່ນຮູ້ກ່ອນເວລາ ເຮົາສາມາດເຮັດສິ່ງທີ່ກໍ່ຄວາມເສຍຫາຍຫຼາຍ.

ໃນທຸກມື້ນີ້ ຂ່າວແພ່ອອກໄປໄດ້ໄວຫຼາຍ ບໍ່ວ່າຈະເປັນຄວາມຈິງຫຼືບໍ່ເປັນຄວາມຈິງ ເປັນປະໂຫຍດຫຼືບໍ່ເປັນປະໂຫຍດ ມີພິດໄພຫຼືບໍ່ມີພິດໄພ. ເມື່ອເຈົ້າສົ່ງຂໍ້ມູນໃຫ້ກັບຄົນໃດຄົນໜຶ່ງ ຄົນນັ້ນສາມາດສົ່ງຕໍ່ໃຫ້ທຸກຄົນທີ່ຢູ່ທົ່ວໂລກພາຍໃນບໍ່ເທົ່າໃດວິນາທີເທົ່ານັ້ນ. ສະນັ້ນ ຢ່າຟ້າວສົ່ງຕໍ່ຂໍ້ມູນ ແລະຢ່າສົ່ງໄປໃຫ້ທຸກຄົນທີ່ເຈົ້າຮູ້ຈັກ. ເຖິງວ່າຄວາມຮັກ “ໄວ້ໃຈໃນສັບພະທຸກສິ່ງ” ແລະບໍ່ຄິດສົງໄສ ເຮົາກໍບໍ່ຄວນໂງ່ແລະເຊື່ອທຸກໆເລື່ອງທີ່ໃໝ່ແລະໜ້າຕື່ນເຕັ້ນ. (1 ໂກລິນໂທ 13:7) ເຮົາຈະບໍ່ເຊື່ອເລື່ອງຕົວະຫຼືເລື່ອງທີ່ເຮັດໃຫ້ເກີດຄວາມກຽດຊັງຕໍ່ອົງການຂອງພະເຢໂຫວາແລະພີ່ນ້ອງຂອງເຮົາເຊິ່ງເປັນຄົນທີ່ເຮົາຮັກ. ຂໍໃຫ້ຈື່ໄວ້ວ່າຄົນເຫຼົ່ານັ້ນທີ່ເລີ່ມແລະແພ່ເລື່ອງຕົວະເຮັດໃຫ້ຊາຕານພະຍາມານພໍໃຈ ເພາະມັນ “ເປັນພໍ່ແຫ່ງຄວາມຕົວະ.” (ໂຢຮັນ 8:44) ດັ່ງນັ້ນ ຂໍໃຫ້ເຮົາສະຫຼາດແລະຄິດຢ່າງຮອບຄອບສະເໝີກ່ຽວກັບວິທີທີ່ເຮົາຈະໃຊ້ຂໍ້ມູນທີ່ມີຢ່າງຫຼວງຫຼາຍທີ່ເຮົາເຂົ້າຫາໄດ້ທຸກໆມື້. ເນື່ອງຈາກຄຳພີໄບເບິນບອກໄວ້ວ່າ: “ຄົນຊື່ທັງຫຼາຍກໍຮັບຄວາມໂງ່ເປັນມູນ ແຕ່ວ່າຄົນຮູ້ [ຄົນສະຫຼາດ] ທັງຫຼາຍມີຄວາມຮູ້ເປັນກະໂຈມ.”—ສຸພາສິດ 14:18

^ ຂໍ້ 4 ເປັນບາງຄັ້ງຄາວ ເລື່ອງນັ້ນອາດຈະປາກົດຂຶ້ນມາອີກເຖິງວ່າຈະມີການເປີດໂປງໃນອະດີດວ່າເປັນເລື່ອງຕົວະ. ອາດມີການປ່ຽນແປງເລື່ອງນັ້ນໜ້ອຍໜຶ່ງເພື່ອເຮັດໃຫ້ເບິ່ງຄືວ່າມັນເປັນຄວາມຈິງ.

^ ຂໍ້ 8 ຂໍໃຫ້ເບິ່ງພະລາຊະກິດ ເດືອນເມສາ 2010 “ຕູ້ບັນຫາ.”