ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຢໂຫວາສະແດງຄວາມຮັກຕໍ່ຜູ້ຄົນໂດຍວິທີໃດແດ່

ພະເຢໂຫວາສະແດງຄວາມຮັກຕໍ່ຜູ້ຄົນໂດຍວິທີໃດແດ່

“ຈົ່ງເຫັນເຖີ້ນ ພະບິດາໄດ້ໂຜດປະທານຄວາມຮັກແກ່ເຮົາທັງຫຼາຍ.”—1 ໂຢຮັນ 3:1

ເພງ: 91, 13

1. ອັກຄະສາວົກໂຢຮັນກະຕຸ້ນເຮົາໃຫ້ຄິດກ່ຽວກັບເລື່ອງຫຍັງ ແລະຍ້ອນຫຍັງຈຶ່ງກະຕຸ້ນແນວນັ້ນ?

ອັກຄະສາວົກໂຢຮັນກະຕຸ້ນເຮົາໃຫ້ຄິດຢ່າງເລິກເຊິ່ງກ່ຽວກັບຄວາມຮັກອັນຍິ່ງໃຫຍ່ທີ່ພະເຢໂຫວາມີຕໍ່ເຮົາ. ໃນ 1 ໂຢຮັນ 3:1 ເຮົາອ່ານວ່າ: “ຈົ່ງເຫັນເຖີ້ນ ພະບິດາໄດ້ໂຜດປະທານຄວາມຮັກແກ່ເຮົາທັງຫຼາຍ.” ເມື່ອຄິດຕຶກຕອງວ່າພະເຢໂຫວາຮັກເຮົາຫຼາຍສໍ່າໃດແລະພະອົງສະແດງຄວາມຮັກຕໍ່ເຮົາໂດຍວິທີໃດແດ່ ເຮົາກໍຈະໃກ້ຊິດພະອົງຫຼາຍຂຶ້ນແລະຮັກພະອົງຫຼາຍຕື່ມອີກ.

2. ເປັນຫຍັງຈຶ່ງເປັນເລື່ອງຍາກທີ່ບາງຄົນຈະເຂົ້າໃຈວ່າພະເຢໂຫວາຮັກເຂົາເຈົ້າ?

2 ເປັນຕາໜ້າເສົ້າໃຈທີ່ບາງຄົນບໍ່ເຂົ້າໃຈວ່າພະເຈົ້າຈະຮັກເຂົາເຈົ້າໄດ້ແນວໃດ. ເຂົາເຈົ້າຄິດວ່າພະເຈົ້າບໍ່ສົນໃຈຜູ້ຄົນ. ເຂົາເຈົ້າອາດເຊື່ອວ່າພະເຈົ້າມີແຕ່ຕັ້ງກົດຕ່າງໆຂຶ້ນມາແລະລົງໂທດຄົນທີ່ບໍ່ເຊື່ອຟັງພະອົງ. ເນື່ອງຈາກຄຳສອນທີ່ບໍ່ຈິງ ບາງຄົນເຖິງຂັ້ນຄິດວ່າພະເຈົ້າໂຫດຮ້າຍແລະຍ້ອນແນວນັ້ນຈຶ່ງເປັນໄປບໍ່ໄດ້ທີ່ຈະຮັກພະອົງ. ບາງຄົນຮູ້ສຶກວ່າພະເຈົ້າຮັກທຸກຄົນບໍ່ວ່າເຂົາເຈົ້າຈະເຮັດສິ່ງໃດກໍຕາມ. ແຕ່ເມື່ອມາຮຽນຄຳພີໄບເບິນ ເຈົ້າໄດ້ຮູ້ຄວາມຈິງກ່ຽວກັບພະເຈົ້າ. ເຈົ້າຮູ້ວ່າຄວາມຮັກເປັນຄຸນລັກສະນະທີ່ຍິ່ງໃຫຍ່ທີ່ສຸດຂອງພະອົງ ແລະດັ່ງນັ້ນພະອົງຈຶ່ງໄດ້ມອບລູກຊາຍຂອງພະອົງເພື່ອເປັນຄ່າໄຖ່ສຳລັບເຈົ້າ. (ໂຢຮັນ 3:16; 1 ໂຢຮັນ 4:8) ແຕ່ເນື່ອງຈາກປະສົບການໃນຊີວິດ ອາດເປັນເລື່ອງຍາກທີ່ເຈົ້າຈະເຂົ້າໃຈວ່າພະເຢໂຫວາຮັກເຈົ້າຫຼາຍສໍ່າໃດ.

3. ສິ່ງໃດຈະຊ່ວຍເຮົາໃຫ້ເຂົ້າໃຈວ່າພະເຢໂຫວາຮັກເຮົາ?

3 ເພື່ອຊ່ວຍເຮົາໃຫ້ເຂົ້າໃຈວ່າພະເຢໂຫວາຮັກເຮົາ ກ່ອນອື່ນເຮົາຕ້ອງເຂົ້າໃຈວ່າພະອົງເປັນຜູ້ສ້າງເຮົາ. ພະອົງໃຫ້ຊີວິດແກ່ເຮົາ. (ອ່ານຄຳເພງ 100:3-5) ນັ້ນເປັນເຫດຜົນທີ່ຄຳພີໄບເບິນກ່າວເຖິງມະນຸດຄົນທຳອິດວ່າເປັນ “ລູກຂອງພະເຈົ້າ.” (ລືກາ 3:38) ຍ້ອນແນວນັ້ນ ພະເຍຊູຈຶ່ງສອນເຮົາໃຫ້ເອີ້ນພະເຢໂຫວາວ່າ “ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ.” (ມັດທາຍ 6:9) ດັ່ງນັ້ນ ພະເຢໂຫວາຈຶ່ງເປັນພໍ່ຂອງເຮົາ ແລະພະອົງຮັກເຮົາຄືກັບພໍ່ທີ່ດີຮັກລູກຂອງຕົນ.

4. (ກ) ພະເຢໂຫວາເປັນພໍ່ແບບໃດ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້ແລະບົດຄວາມຕໍ່ໄປ?

4 ບໍ່ງ່າຍສຳລັບບາງຄົນທີ່ຈະນຶກພາບເຖິງພໍ່ຄົນໜຶ່ງວ່າເປັນຄົນທີ່ມີຄວາມຮັກ. ເຂົາເຈົ້າອາດມີຄວາມຊົງຈຳທີ່ເຈັບປວດຕັ້ງແຕ່ຕອນຍັງນ້ອຍ ຍ້ອນພໍ່ປະຕິບັດກັບເຂົາເຈົ້າແບບໂຫດຮ້າຍ. ພະເຢໂຫວາບໍ່ເຮັດແບບນັ້ນກັບລູກຂອງພະອົງ. ພະອົງເປັນພໍ່ທີ່ດີທີ່ສຸດທີ່ເຮົາຈະມີໄດ້. (ຄຳເພງ 27:10) ພະເຢໂຫວາຮັກເຮົາຫຼາຍແລະເບິ່ງແຍງເຮົາໃນຫຼາຍໆດ້ານ. ແຮ່ງເຮົາຮູ້ສຶກວ່າພະເຢໂຫວາຮັກເຮົາຫຼາຍເທົ່າໃດ ເຮົາກໍແຮ່ງຈະຮັກພະອົງຫຼາຍເທົ່ານັ້ນ. (ຢາໂກໂບ 4:8) ໃນບົດຄວາມນີ້ເຮົາຈະພິຈາລະນາ 4 ວິທີທີ່ສະແດງວ່າພະເຢໂຫວາຮັກເຮົາ. ໃນບົດຄວາມຕໍ່ໄປເຮົາຈະເຫັນວ່າມີ 4 ວິທີທີ່ເຮົາສາມາດສະແດງຄວາມຮັກຕໍ່ພະອົງ.

ພະເຢໂຫວາມີຄວາມຮັກແລະຄວາມເອື້ອເຟື້ອ

5. ພະເຢໂຫວາຈັດໃຫ້ມີຫຍັງແກ່ທຸກຄົນ?

5 ເມື່ອອັກຄະສາວົກໂປໂລຢູ່ທີ່ເມືອງອາແຖນ ປະເທດເກັຣກ ລາວສັງເກດເຫັນວ່າຢູ່ທີ່ນັ້ນມີຮູບປັ້ນຫຼາຍແລະຜູ້ຄົນກໍເຊື່ອວ່າພະເຈົ້າຂອງເຂົາເຈົ້າໃຫ້ຊີວິດແກ່ເຂົາເຈົ້າ. ດັ່ງນັ້ນ ໂປໂລຈຶ່ງບອກເຂົາເຈົ້າກ່ຽວກັບ “ພະເຈົ້າອົງທີ່ໄດ້ສ້າງ . . . ໂລກແລະທຸກສິ່ງອັນມີຢູ່ໃນທີ່ນັ້ນ.” ລາວບອກວ່າ ພະເຈົ້າເປັນຜູ້ “ປະທານຊີວິດແລະລົມຫັນໃຈແລະສັບພະທຸກສິ່ງໃຫ້ແກ່ຄົນທັງປວງ” ແລະ “ໃນພະອົງນັ້ນເຮົາທັງຫຼາຍມີຊີວິດແລະຕີງເປັນແລະເປັນຢູ່.” (ກິດຈະການ 17:24, 25, 28) ພະເຢໂຫວາຈັດໃຫ້ມີທຸກສິ່ງທີ່ຈຳເປັນຕໍ່ການດຳລົງຊີວິດຂອງເຮົາແລະໃຫ້ເຮົາມ່ວນຊື່ນກັບຊີວິດ. ຂໍໃຫ້ຄິດເຖິງບາງສິ່ງທີ່ພະອົງໄດ້ຈັດໃຫ້ເຮົາຍ້ອນວ່າພະອົງຮັກເຮົາ.

6. ພະເຢໂຫວາສ້າງບ້ານແບບໃດໃຫ້ເຮົາ? (ເບິ່ງຮູບທຳອິດ)

6 ຕົວຢ່າງເຊັ່ນ: ພະອົງໄດ້ຈັດຕຽມບ້ານທີ່ສວຍງາມໃຫ້ພວກເຮົາ. (ຄຳເພງ 115:15, 16) ໃນບັນດາດາວເຄາະທັງໝົດທີ່ພະອົງສ້າງ ເບິ່ງຄືວ່າໜ່ວຍໂລກເປັນດາວເຄາະທີ່ພິເສດກວ່າໝູ່. ນັກວິທະຍາສາດໄດ້ສຳຫຼວດເບິ່ງອະວະກາດແລະຄົ້ນພົບວ່າມີດາວເຄາະຫຼາຍໜ່ວຍ ແຕ່ເຂົາເຈົ້າຍັງບໍ່ພົບດາວເຄາະໜ່ວຍໃດທີ່ມີທຸກສິ່ງທີ່ຈຳເປັນເພື່ອໃຫ້ມະນຸດມີຊີວິດຢູ່ລອດໄດ້. ພະເຢໂຫວາຈັດໃຫ້ມີທຸກສິ່ງທີ່ຈຳເປັນເພື່ອຄໍ້າຈູນຊີວິດເຮົາ ແລະຍັງໄດ້ສ້າງໜ່ວຍໂລກໃຫ້ສວຍງາມ ສະດວກສະບາຍ ແລະເປັນບ່ອນທີ່ປອດໄພເຊິ່ງເຮົາສາມາດມ່ວນຊື່ນກັບຊີວິດ. (ເອຊາອີ 45:18) ເມື່ອຄິດກ່ຽວກັບບ້ານທີ່ພະເຢໂຫວາຜູ້ເປັນພໍ່ຂອງເຮົາໄດ້ສ້າງໃຫ້ເຮົາ ເຮົາຮູ້ສຶກໄດ້ແທ້ໆວ່າພະອົງຮັກເຮົາຫຼາຍສໍ່າໃດ.—ອ່ານໂຢບ 38:4, 7; ຄຳເພງ 8:3-5

7. ພະເຢໂຫວາໄດ້ສ້າງເຮົາແບບໃດເຊິ່ງສະແດງໃຫ້ເຫັນວ່າພະອົງຮັກເຮົາແທ້ໆ?

7 ພະເຢໂຫວາສະແດງຄວາມຮັກຕໍ່ເຮົາໃນທາງອື່ນອີກ ນັ້ນຄືສ້າງເຮົາໃຫ້ສາມາດຮຽນແບບພະອົງໄດ້. (ຕົ້ນເດີມ 1:27) ນີ້ໝາຍຄວາມວ່າເຮົາສາມາດຮູ້ສຶກໄດ້ວ່າພະອົງຮັກເຮົາແລະຈາກນັ້ນເຮົາກໍສະແດງຄວາມຮັກຕໍ່ພະອົງ. ພະເຢໂຫວາຮູ້ວ່າສິ່ງນີ້ຈະເຮັດໃຫ້ເຮົາມີຄວາມສຸກແທ້ໆ. ລູກທຸກຄົນຈະມີຄວາມສຸກທີ່ສຸດເມື່ອຮູ້ສຶກວ່າພໍ່ແມ່ຮັກເຂົາເຈົ້າ. ຂໍໃຫ້ຈື່ສິ່ງທີ່ພະເຍຊູສອນທີ່ວ່າ ເຮົາຈະມີຄວາມສຸກຖ້າໃກ້ຊິດກັບພະເຢໂຫວາຜູ້ເປັນພໍ່ຂອງເຮົາ. (ມັດທາຍ 5:3) ພະເຢໂຫວາໃຫ້ເຮົາມີ “ສິ່ງສາລະພັດ . . . ສຳລັບຄວາມຍິນດີຂອງເຮົາ.” ເຫັນໄດ້ແຈ້ງວ່າພະອົງມີຄວາມເອື້ອເຟື້ອຫຼາຍແລະຮັກເຮົາຫຼາຍແທ້ໆ.—1 ຕີໂມເຕ 6:17; ຄຳເພງ 145:16

ພະເຢໂຫວາສອນເຮົາໃຫ້ຮູ້ຄວາມຈິງ

8. ເປັນຫຍັງເຮົາຕ້ອງການໃຫ້ພະເຢໂຫວາສອນເຮົາ?

8 ພໍ່ຮັກລູກຂອງຕົນແລະບໍ່ຕ້ອງການໃຫ້ລູກຖືກຊັກນຳໄປໃນທາງທີ່ຜິດ ແລະຖືກຫຼອກລວງ. ແຕ່ທຸກມື້ນີ້ ພໍ່ແມ່ຫຼາຍຄົນບໍ່ຍອມຮັບມາດຕະຖານໃນຄຳພີໄບເບິນກ່ຽວກັບສິ່ງທີ່ຖືກແລະສິ່ງທີ່ຜິດ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ສາມາດຊີ້ນຳລູກໄດ້ຢ່າງຖືກຕ້ອງ ເຊິ່ງຫຼາຍຄັ້ງກໍ່ໃຫ້ເກີດຄວາມໂສກເສົ້າແລະຄວາມຫຍຸ້ງຍາກໃນຊີວິດ. (ສຸພາສິດ 14:12) ຢ່າງໃດກໍຕາມ ພະເຢໂຫວາໄດ້ໃຫ້ການຊີ້ນຳທີ່ດີທີ່ສຸດແກ່ພວກລູກຂອງພະອົງ ເພາະພະອົງເປັນ “ພະເຈົ້າແຫ່ງຄວາມຈິງ.” (ຄຳເພງ 31:5) ພະເຢໂຫວາຍິນດີສອນເຮົາໃຫ້ຮູ້ຄວາມຈິງກ່ຽວກັບພະອົງ. ນອກຈາກນັ້ນ ພະເຢໂຫວາຍັງສອນເຮົາໃຫ້ຮູ້ວິທີນະມັດສະການພະອົງ ແລະຍັງຊີ້ໃຫ້ເຮົາເຫັນແນວທາງທີ່ດີທີ່ສຸດໃນການໃຊ້ຊີວິດ. (ອ່ານຄຳເພງ 43:3) ດັ່ງນັ້ນ ພະເຢໂຫວາໄດ້ສອນຫຍັງເຮົາທີ່ສະແດງວ່າພະອົງຮັກເຮົາຫຼາຍແທ້ໆ?

ພໍ່ທີ່ເປັນຄລິດສະຕຽນຮຽນແບບພະເຢໂຫວາໂດຍການສອນຄວາມຈິງໃຫ້ລູກແລະຊ່ວຍເຂົາເຈົ້າໃຫ້ມີສາຍສຳພັນກັບພະເຢໂຫວາພໍ່ທີ່ຢູ່ໃນສະຫວັນ (ເບິ່ງຂໍ້ 8-10)

9, 10. (ກ) ເປັນຫຍັງພະເຢໂຫວາຈຶ່ງບອກໃຫ້ເຮົາຮູ້ກ່ຽວກັບພະອົງ? (ຂ) ພະເຢໂຫວາສອນເຮົາໃຫ້ຮູ້ຫຍັງກ່ຽວກັບຈຸດປະສົງທີ່ພະອົງມີຕໍ່ເຮົາ?

9 ກ່ອນອື່ນໝົດ ພະເຢໂຫວາບອກໃຫ້ເຮົາຮູ້ກ່ຽວກັບພະອົງ. ພະເຢໂຫວາຕ້ອງການໃຫ້ເຮົາຮູ້ຈັກກັບພະອົງ. (ຢາໂກໂບ 4:8) ດັ່ງນັ້ນ ພະເຢໂຫວາຈຶ່ງບອກໃຫ້ເຮົາຮູ້ຈັກຊື່ຂອງພະອົງ. ທີ່ຈິງ ຄຳພີໄບເບິນກ່າວເຖິງຊື່ຂອງພະອົງຫຼາຍກວ່າຊື່ອື່ນໆ. ນອກຈາກນັ້ນ ພະເຢໂຫວາຍັງບອກໃຫ້ເຮົາຮູ້ວ່າພະອົງເປັນຄົນແບບໃດ. ເມື່ອເບິ່ງສິ່ງຕ່າງໆທີ່ພະອົງສ້າງ ເຮົາຮຽນຮູ້ວ່າພະອົງມີລິດເດດແລະມີສະຕິປັນຍາ. (ໂລມ 1:20) ເມື່ອອ່ານຄຳພີໄບເບິນ ເຮົາຮຽນຮູ້ວ່າພະເຢໂຫວາຍຸດຕິທຳຫຼາຍ ແລະພະອົງກໍຮັກເຮົາຫຼາຍແທ້ໆ. ໃນຂະນະທີ່ເຮົາຮູ້ຈັກຄຸນລັກສະນະທີ່ດີງາມຂອງພະເຢໂຫວາ ເຮົາກໍຈະຮູ້ສຶກໃກ້ຊິດກັບພະອົງຫຼາຍຂຶ້ນ.

ໃນຂະນະທີ່ເຮົາຮູ້ຈັກຄຸນລັກສະນະທີ່ດີງາມຂອງພະເຢໂຫວາ ເຮົາກໍຈະຮູ້ສຶກໃກ້ຊິດກັບພະອົງຫຼາຍຂຶ້ນ

10 ພະເຢໂຫວາຍັງສອນເຮົາໃຫ້ຮູ້ກ່ຽວກັບຈຸດປະສົງຂອງພະອົງນຳອີກ. ພະອົງບອກວ່າເຮົາເປັນສ່ວນໜຶ່ງໃນຄອບຄົວຂອງພະອົງ. ນອກຈາກນັ້ນ ພະເຢໂຫວາຍັງບອກໃຫ້ຮູ້ໃນສິ່ງທີ່ພະອົງຄາດໝາຍຈາກເຮົາເພື່ອເຮົາຈະເຮັດວຽກຢ່າງເປັນນໍ້າໜຶ່ງໃຈດຽວກັນແລະຢ່າງສະຫງົບສຸກກັບທຸກໆຄົນໃນຄອບຄົວຂອງພະອົງ. ຄຳພີໄບເບິນສະແດງໃຫ້ເຫັນຢ່າງຈະແຈ້ງວ່າພະເຢໂຫວາບໍ່ໄດ້ສ້າງເຮົາໃຫ້ມີສິດທີ່ຈະຕັດສິນໃຈດ້ວຍຕົວເອງວ່າສິ່ງໃດດີແລະສິ່ງໃດຊົ່ວ. (ເຢເຣມີ 10:23) ພະເຢໂຫວາຮູ້ວ່າສິ່ງໃດດີທີ່ສຸດສຳລັບເຮົາ. ໂດຍການຍອມຮັບສິດອຳນາດຂອງພະອົງແລະເຊື່ອຟັງພະອົງເທົ່ານັ້ນ ເຮົາຈຶ່ງຈະມີສັນຕິສຸກແລະມີຄວາມອີ່ມໃຈໃນຊີວິດ. ພະເຢໂຫວາສອນຄວາມຈິງທີ່ສຳຄັນນີ້ແກ່ເຮົາກໍຍ້ອນວ່າພະອົງຮັກເຮົາ.

11. ພະເຢໂຫວາພໍ່ຂອງເຮົາທີ່ມີຄວາມຮັກໄດ້ບອກຫຍັງເຮົາກ່ຽວກັບອະນາຄົດ?

11 ພໍ່ທີ່ມີຄວາມຮັກຈະຄິດຢ່າງຈິງຈັງກ່ຽວກັບອະນາຄົດຂອງລູກ. ລາວຕ້ອງການໃຫ້ພວກລູກມີຊີວິດທີ່ດີແລະມີຄວາມສຸກ. ເປັນຕາໜ້າເສົ້າໃຈ ໃນທຸກມື້ນີ້ ຄົນສ່ວນຫຼາຍກັງວົນກ່ຽວກັບອະນາຄົດ ແລະຫຼາຍຄົນກໍໃຊ້ຊີວິດໃຫ້ເສຍໄປກັບການເຮັດວຽກເພື່ອຈະໄດ້ສິ່ງຕ່າງໆທີ່ບໍ່ໝັ້ນຄົງ. (ຄຳເພງ 90:10) ເຮົາຮູ້ສຶກຂອບໃຈແທ້ໆທີ່ພະເຢໂຫວາຜູ້ເປັນພໍ່ຂອງເຮົາບໍ່ພຽງແຕ່ສອນເຮົາໃຫ້ຮູ້ວິທີໃຊ້ຊີວິດທີ່ດີແລະມີຄວາມສຸກໃນຕອນນີ້ ພະອົງຍັງໄດ້ສັນຍາວ່າເຮົາຈະມີອະນາຄົດທີ່ດີເລີດນຳອີກ!

ພະເຢໂຫວາຊີ້ນຳແລະຕີສອນລູກຂອງພະອົງ

12. ພະເຢໂຫວາພະຍາຍາມເຮັດຫຍັງເພື່ອຊ່ວຍກາອິນແລະບາຣຶກ?

12 ເມື່ອພະເຢໂຫວາເຫັນກາອິນໃກ້ຈະເຮັດສິ່ງທີ່ຊົ່ວຮ້າຍແທ້ໆ ພະອົງພະຍາຍາມຊ່ວຍກາອິນໂດຍຖາມລາວວ່າ: “ເປັນສັນໃດເຈົ້າຮ້າຍ ແລະເປັນສັນໃດເຈົ້າມີໜ້າຕົກ [ໜ້າຕາບູດບຶ້ງ]? ຖ້າເຈົ້າກະທຳດີ ເຈົ້າຈະບໍ່ເປັນທີ່ໂຜດຮັບຫຼື?” (ຕົ້ນເດີມ 4:6, 7) ກາອິນໄດ້ປະຕິເສດການຊ່ວຍເຫຼືອຈາກພະເຢໂຫວາ ແລະຜົນກໍຄືລາວຕ້ອງທົນທຸກຈາກການກະທຳນັ້ນ. (ຕົ້ນເດີມ 4:11-13) ໃນໂອກາດອື່ນ ພະເຢໂຫວາສັງເກດເຫັນວ່າບາຣຶກມີທັດສະນະທີ່ບໍ່ຖືກຕ້ອງເຊິ່ງເຮັດໃຫ້ລາວຮູ້ສຶກອິດເມື່ອຍແລະທໍ້ໃຈ. ດັ່ງນັ້ນ ພະເຢໂຫວາຈຶ່ງບອກບາຣຶກວ່າຄວາມຄິດຂອງລາວບໍ່ຖືກຕ້ອງແລະຈຳເປັນຕ້ອງໄດ້ປ່ຽນແປງ. ບາຣຶກເຊື່ອຟັງຄຳແນະນຳຈາກພະເຢໂຫວາ ແລະສິ່ງນັ້ນໄດ້ຊ່ວຍຊີວິດລາວໄວ້.—ເຢເຣມີ 45:2-5

13. ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາຮຽນຮູ້ຫຍັງຈາກບັນຫາຕ່າງໆທີ່ເຂົາເຈົ້າປະສົບ?

13 ພະເຢໂຫວາຊີ້ນຳແລະຕີສອນເຮົາກໍຍ້ອນວ່າພະອົງຮັກເຮົາ. ພະອົງບໍ່ພຽງແຕ່ແກ້ໄຂເຮົາເມື່ອຈຳເປັນ ແຕ່ຍັງຝຶກຝົນເຮົານຳອີກ. (ເຫບເລີ 12:6) ໃນຄຳພີໄບເບິນ ເຮົາອ່ານກ່ຽວກັບເລື່ອງຂອງຜູ້ຮັບໃຊ້ທີ່ສັດຊື່ທີ່ພະເຢໂຫວາໄດ້ຝຶກຝົນເຂົາເຈົ້າໃຫ້ເປັນຄົນທີ່ດີຂຶ້ນ. ຕົວຢ່າງເຊັ່ນ: ໂຢເຊບ ໂມເຊ ແລະດາວິດສາມາດຜ່ານຜ່າໄລຍະເວລາທີ່ຫຍຸ້ງຍາກທີ່ສຸດໃນຊີວິດໄດ້. ພະເຢໂຫວາໄດ້ຢູ່ກັບເຂົາເຈົ້າໃນລະຫວ່າງທີ່ປະເຊີນກັບບັນຫາ. ສິ່ງຕ່າງໆທີ່ເຂົາເຈົ້າຮຽນຮູ້ໃນຍາມທີ່ປະສົບກັບບັນຫາໄດ້ຊ່ວຍເຂົາເຈົ້າເມື່ອພະເຢໂຫວາມອບໝາຍໜ້າທີ່ຮັບຜິດຊອບທີ່ໃຫຍ່ກວ່າໃຫ້ແກ່ເຂົາເຈົ້າ. ເມື່ອເຮົາອ່ານຄຳພີໄບເບິນກ່ຽວກັບວິທີທີ່ພະເຢໂຫວາຊ່ວຍເຫຼືອແລະຝຶກຝົນປະຊາຊົນຂອງພະອົງ ເຮົາຮູ້ສຶກໄດ້ວ່າພະອົງຮັກເຮົາແທ້ໆ.—ອ່ານສຸພາສິດ 3:11, 12

14. ຖ້າເຮົາໄດ້ເຮັດບາງສິ່ງທີ່ຜິດພາດ ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າຮັກເຮົາ?

14 ເຖິງວ່າເຮົາໄດ້ເຮັດບາງສິ່ງທີ່ຜິດພາດ ພະເຢໂຫວາກໍຍັງສະແດງຄວາມຮັກຕໍ່ເຮົາສະເໝີ. ຖ້າເຮົາຍອມຮັບການຕີສອນຈາກພະອົງແລະກັບໃຈ ພະອົງກໍຈະໃຫ້ອະໄພເຮົາ “ຢ່າງບໍລິບູນ.” (ເອຊາອີ 55:7) ນີ້ໝາຍຄວາມວ່າແນວໃດ? ຄຳເວົ້າຂອງດາວິດກ່ຽວກັບການໃຫ້ອະໄພຂອງພະເຢໂຫວາສະແດງໃຫ້ເຫັນວ່າເຮົາມີພໍ່ທີ່ມີຄວາມເມດຕາ “ຜູ້ໂຜດຍົກບາບໂທດທັງປວງຂອງເຈົ້າ ຜູ້ໂຜດໃຫ້ເຈົ້າດີຈາກພະຍາດທັງປວງຂອງເຈົ້າ ພະອົງໄຖ່ຊີວິດເຈົ້າໃຫ້ພົ້ນຈາກຂຸມ ພະອົງປະທານຄວາມດີກັບຄວາມອີ່ດູໃຫ້ເປັນກະໂຈມສົບໃສ່ເຈົ້າ. ທິດບົວລະພາ [ທິດຕາເວັນອອກ] ຫ່າງໄກຈາກທິດປະຈິມ [ທິດຕາເວັນຕົກ] ຫຼາຍເທົ່າໃດ ພະອົງໄດ້ໂຜດໃຫ້ການຜິດລ່ວງທັງຫຼາຍຂອງພວກເຮົາໜີໄກຈາກພວກເຮົາຫຼາຍເທົ່ານັ້ນ.” (ຄຳເພງ 103:3, 4, 12) ພະເຢໂຫວາຕີສອນແລະຊີ້ນຳເຮົາໃນຫຼາຍໆທາງ. ດັ່ງນັ້ນ ເມື່ອໄດ້ຮັບການຕີສອນແລະການຊີ້ນຳ ເຈົ້າເຮັດການປ່ຽນແປງທັນທີບໍ? ຂໍໃຫ້ຈື່ໄວ້ສະເໝີວ່າ ພະເຢໂຫວາຕີສອນເຮົາກໍຍ້ອນວ່າພະອົງຮັກເຮົາ.—ຄຳເພງ 30:5

ພະເຢໂຫວາປົກປ້ອງເຮົາ

15. ມີວິທີໃດອີກທີ່ສະແດງໃຫ້ເຫັນວ່າພະເຢໂຫວາຮັກເຮົາ?

15 ພໍ່ທີ່ມີຄວາມຮັກປົກປ້ອງຄອບຄົວຂອງຕົນຈາກອັນຕະລາຍ. ພະເຢໂຫວາຜູ້ເປັນພໍ່ຂອງເຮົາກໍປະຕິບັດຕໍ່ເຮົາແບບນັ້ນ. ຜູ້ຂຽນຄຳເພງກ່າວເຖິງພະເຢໂຫວາວ່າ: “ພະອົງຮັກສາຈິດໃຈ [ຊີວິດ] ຂອງພວກຄົນບໍລິສຸດ [ພັກດີ ] ຂອງພະອົງ ພະອົງຊ່ອຍເຂົາໃຫ້ພົ້ນຈາກມືຂອງຄົນຮ້າຍທັງຫຼາຍ.” (ຄຳເພງ 97:10) ຂໍໃຫ້ຄິດກ່ຽວກັບເລື່ອງນີ້: ຄືກັບທີ່ເຈົ້າຈະປົກປ້ອງແກ່ນຕາຂອງເຈົ້າທັນທີ ເພາະແກ່ນຕາມີຄ່າຫຼາຍຕໍ່ເຈົ້າ ພະເຢໂຫວາກໍຈະປົກປ້ອງປະຊາຊົນຂອງພະອົງທັນທີ ເພາະເຂົາເຈົ້າມີຄ່າຫຼາຍຕໍ່ພະອົງ.—ອ່ານຊາກາລີ 2:8

ພະເຢໂຫວາປົກປ້ອງປະຊາຊົນຂອງພະອົງທັນທີ ເພາະເຂົາເຈົ້າມີຄ່າຫຼາຍຕໍ່ພະອົງ

16, 17. ທັງໃນອະດີດແລະປັດຈຸບັນ ພະເຢໂຫວາໄດ້ປົກປ້ອງປະຊາຊົນຂອງພະອົງແນວໃດ?

16 ວິທີໜຶ່ງທີ່ພະເຢໂຫວາປົກປ້ອງປະຊາຊົນຂອງພະອົງທັງໃນອະດີດແລະປັດຈຸບັນ ແມ່ນພະອົງໄດ້ໃຊ້ທູດສະຫວັນ. (ຄຳເພງ 91:11) ໃນສະໄໝກ່ອນ ພາຍໃນຄືນດຽວ ທູດສະຫວັນອົງດຽວສາມາດຂ້າທະຫານຂອງອາຊີລີຕາຍ 185.000 ຄົນ ແລະໄດ້ຊ່ວຍຊີວິດປະຊາຊົນຂອງພະເຈົ້າໄວ້. (2 ກະສັດ 19:35) ໃນສະຕະວັດທຳອິດ ທູດສະຫວັນໄດ້ຊ່ວຍເປໂຕ ໂປໂລ ແລະຄົນອື່ນໆໃຫ້ອອກຈາກຄຸກໄດ້. (ກິດຈະການ 5:18-20; 12:6-11) ເມື່ອບໍ່ດົນມານີ້ ມີສົງຄາມທີ່ຮ້າຍແຮງຢູ່ປະເທດໜຶ່ງໃນທະວີບອາຝຼິກກາ. ໃນປະເທດນັ້ນມີຄວາມສັບສົນວຸ່ນວາຍຫຼາຍເນື່ອງຈາກມີການຕໍ່ສູ້ ການລັກ ການຂົ່ມຂືນ ແລະການຂ້າກັນ. ເຖິງວ່າບໍ່ມີພີ່ນ້ອງຂອງເຮົາເສຍຊີວິດ ແຕ່ພີ່ນ້ອງຫຼາຍຄົນໄດ້ສູນເສຍທຸກສິ່ງທຸກຢ່າງທີ່ເຂົາເຈົ້າມີຢູ່. ຢ່າງໃດກໍຕາມ ເຂົາເຈົ້າຍັງຮູ້ສຶກວ່າພະເຢໂຫວາຍັງຮັກແລະກຳລັງເບິ່ງແຍງເຂົາເຈົ້າ. ເຖິງວ່າທຸກສິ່ງທີ່ເຂົາເຈົ້າມີໄດ້ຮັບຄວາມເສຍຫາຍ ແຕ່ເຂົາເຈົ້າກໍຍັງມີຄວາມສຸກ. ເມື່ອຕົວແທນຈາກສຳນັກງານໃຫຍ່ໄປຢ້ຽມຢາມແລະຖາມພີ່ນ້ອງຊາຍຍິງວ່າເປັນແນວໃດ ເຂົາເຈົ້າຕອບວ່າ: “ພວກເຮົາສະບາຍດີ ພວກເຮົາຂອບໃຈພະເຢໂຫວາ!”

17 ແນ່ນອນ ຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນເຊັ່ນ: ເອຕຽນແລະຄົນອື່ນໆຕ້ອງຕາຍເນື່ອງຈາກຮັກສາຄວາມສັດຊື່. ພະເຢໂຫວາບໍ່ໄດ້ປ້ອງກັນສະເໝີໄປເພື່ອບໍ່ໃຫ້ສິ່ງແບບນີ້ເກີດຂຶ້ນ. ແຕ່ພະອົງປົກປ້ອງປະຊາຊົນຂອງພະອົງແບບເປັນກຸ່ມ ໂດຍເຕືອນເຂົາເຈົ້າກ່ຽວກັບວິທີການຕ່າງໆທີ່ຊາຕານພະຍາຍາມຫຼອກລວງເຂົາເຈົ້າ. (ເອເຟດ 6:10-12) ເຮົາພົບຄຳເຕືອນເຫຼົ່ານີ້ໃນຄຳພີໄບເບິນແລະໃນໜັງສືຕ່າງໆຈາກອົງການຂອງພະເຢໂຫວາ. ຕົວຢ່າງເຊັ່ນ: ເຮົາຮຽນຮູ້ກ່ຽວກັບອັນຕະລາຍຂອງອິນເຕີເນັດ ການຮັກເງິນຄຳ ໜັງທີ່ມີຄວາມຮຸນແຮງແລະຜິດສິນລະທຳທາງເພດ ປຶ້ມເລື່ອງ ຫຼືເກມຕ່າງໆ. ເຫັນໄດ້ແຈ້ງວ່າພະເຢໂຫວາຮັກເຮົາແລະຕ້ອງການທີ່ຈະປົກປ້ອງເຮົາ.

ເປັນກຽດທີ່ຍິ່ງໃຫຍ່

18. ເຈົ້າຮູ້ສຶກແນວໃດກ່ຽວກັບຄວາມຮັກທີ່ພະເຢໂຫວາມີຕໍ່ເຈົ້າ?

18 ເມື່ອໂມເຊຄິດກ່ຽວກັບຕະຫຼອດຊີວິດທີ່ຜ່ານໄປທີ່ໄດ້ຮັບໃຊ້ພະເຢໂຫວາ ລາວໝັ້ນໃຈວ່າພະເຢໂຫວາຮັກລາວ. ໂມເຊໄດ້ເວົ້າວ່າ: “ໃນທຸກໆເຊົ້າ [ຂໍ] ໂຜດໃຫ້ພວກຂ້າພະອົງເຕັມໄປດ້ວຍຄວາມຮັກອັນໝັ້ນຄົງຂອງພະອົງ ດ້ວຍເພື່ອວ່າຈະໄດ້ຮ້ອງເພງແລະຊົມຊື່ນຍິນດີຕະຫຼອດຊົ່ວຊີວິດຂອງພວກຂ້າພະອົງນັ້ນ.” (ຄຳເພງ 90:14, ທ.ປ.) ເຮົາໄດ້ຮັບການອວຍພອນໃຫ້ມີຄວາມເຂົ້າໃຈແລະຮູ້ສຶກໄດ້ເຖິງຄວາມຮັກທີ່ພະເຢໂຫວາມີຕໍ່ເຮົາ. ຖືວ່າເປັນກຽດແທ້ໆທີ່ພະເຢໂຫວາໄດ້ຮັກເຮົາ! ເຮົາຮູ້ສຶກຄືກັບອັກຄະສາວົກໂຢຮັນທີ່ບອກວ່າ: “ຈົ່ງເຫັນເຖີ້ນ ພະບິດາໄດ້ໂຜດປະທານຄວາມຮັກແກ່ເຮົາທັງຫຼາຍ.”—1 ໂຢຮັນ 3:1