ຂ້າມໄປທີ່ເນື້ອໃນ

ການອັດສະຈັນຂອງພະເຢຊູ—ເຈົ້າສາມາດຮຽນຫຍັງໄດ້?

ການອັດສະຈັນຂອງພະເຢຊູ—ເຈົ້າສາມາດຮຽນຫຍັງໄດ້?

ການ​ອັດສະຈັນ​ຂອງ​ພະເຢຊູ—ເຈົ້າ​ສາມາດ​ຮຽນ​ຫຍັງ​ໄດ້?

ເຈົ້າ​ອາດ​ແປກ​ໃຈ​ທີ່​ໄດ້​ມາ​ຮູ້​ວ່າ​ເລື່ອງ​ລາວ​ໃນ​ຄຳພີໄບເບິນ​ກ່ຽວກັບ​ຊີວິດ​ຂອງ​ພະເຢຊູ​ເທິງ​ແຜ່ນດິນ​ໂລກ​ບໍ່​ເຄີຍ​ໃຊ້​ຄຳ​ພາສາ​ເດີມ​ທີ່​ໝາຍ​ຄວາມ​ວ່າ “ການອັດສະຈັນ.” ຄຳ​ພາສາ​ກຣີກ (ດິນາມິດສ໌) ເຊິ່ງ​ບາງເທື່ອ​ໄດ້​ຮັບ​ການ​ແປ​ວ່າ “ການອັດສະຈັນ” ມີ​ຄວາມໝາຍ​ຕາມ​ໂຕ​ອັກສອນ​ວ່າ “ພະລັງ.” (ລູກາ 8:46) ຄຳ​ນີ້​ອາດ​ໄດ້​ຮັບ​ການ​ແປ​ວ່າ “ຄວາມສາມາດ” ຫຼື “ການ​ອິດທິລິດ.” (ມັດທາຍ 11:20; 25:15) ຕາມ​ທີ່​ຜູ້​ຊ່ຽວຊານ​ຄົນ​ໜຶ່ງ​ບອກ​ໄວ້ ຄຳ​ພາສາ​ກຣີກ​ຄຳ​ນີ້ “ເນັ້ນ​ວຽກ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ເຮັດ​ໄປ​ແລ້ວ ແລະ​ໂດຍ​ສະເພາະ​ຢ່າງ​ຍິ່ງ ອຳນາດ​ເຊິ່ງ​ເຮັດ​ໃຫ້​ວຽກ​ນັ້ນ​ບັນລຸ​ຜົນ​ສຳເລັດ. ເຫດການ​ທີ່​ໄດ້​ຮັບ​ການ​ພັນລະນາ​ດ້ວຍ​ຖ້ອຍຄຳ​ທີ່​ສະແດງ​ເຖິງ​ອຳນາດ​ຂອງ​ພະເຈົ້າ​ໃນ​ພາກ​ປະຕິບັດ.”

ຄຳ​ພາສາ​ກຣີກ​ອີກ​ຄຳ​ໜຶ່ງ (ເຕຣາດສ໌) ຕາມ​ປົກກະຕິ​ໄດ້​ຮັບ​ການ​ແປ​ວ່າ “ການອັດສະຈັນ” ຫຼື “ປາ​ຕິ​ຫານ”. (ໂຢຮັນ 4:48; ກິດຈະການ 2:19) ຄຳ​ນີ້​ເນັ້ນ​ຜົນ​ກະທົບ​ທີ່​ມີ​ຕໍ່​ຜູ້​ສັງເກດ​ເບິ່ງ. ຫຼາຍ​ເທື່ອ ຝູງ​ຊົນ​ແລະ​ພວກ​ລູກສິດ​ຮູ້ສຶກ​ປະຫຼາດ​ໃຈ​ແລະ​ງຶດງໍ້​ໃນ​ພະລັງ​ຂອງ​ພະເຢຊູ.—ມາຣະໂກ 2:12; 4:41; 6:51; ລູກາ 9:43

ຄຳ​ພາສາ​ກຣີກ​ຄຳ​ທີ​ສາມ (ເຊເມ​ໂອນ) ທີ່​ກ່ຽວຂ້ອງ​ກັບ​ການອັດສະຈັນ​ຂອງ​ພະເຢຊູ​ໝາຍເຖິງ “ເຄື່ອງ​ໝາຍ​ສຳຄັນ​ຂອງ​ອຳນາດ​ທີ່​ພະເຈົ້າ​ປະທານ​ໃຫ້.” ໂຣເບີດ ເດບຟ໌ຟິນໂບ ນັກ​ວິຊາການ​ບອກ​ວ່າ ຄຳ​ນີ້ “ເນັ້ນ​ເຖິງ​ຄວາມໝາຍ​ທີ່​ເລິກ​ເຊິ່ງ​ກວ່າ​ຂອງ​ການອັດສະຈັນ.” ລາວ​ບອກ​ຕື່ມ​ອີກ​ວ່າ: “ເຄື່ອງ​ໝາຍ​ສຳຄັນ​ແມ່ນ​ການອັດສະຈັນ​ເຊິ່ງ​ຖ່າຍ​ທອດ​ຄວາມຈິງ​ກ່ຽວກັບ​ພະເຢຊູ​ອົງ​ພະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ.”

ພາບ​ລວງ​ຕາ​ຫຼື​ອຳນາດ​ທີ່​ພະເຈົ້າ​ປະທານ​ໃຫ້?

ຄຳພີໄບເບິນ​ບໍ່​ໄດ້​ເວົ້າ​ເຖິງ​ການອັດສະຈັນ​ຂອງ​ພະເຢຊູ​ວ່າ​ເປັນ​ກົນ​ອຸບາຍ​ຫຼື​ພາບ​ລວງ​ຕາ​ເຊິ່ງ​ມີການ​ຄິດ​ຂຶ້ນ​ມາ​ເພື່ອ​ໃຫ້​ຄວາມ​ບັນເທີງ​ກັບ​ຜູ້ຄົນ. ການອັດສະຈັນ​ເຫຼົ່າ​ນັ້ນ​ເປັນ​ການ​ສະແດງ “ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ” ຄື​ກັບ​ຕອນ​ທີ່​ພະເຢຊູ​ໄດ້​ຂັບ​ໄລ່​ປີສາດ​ອອກ​ຈາກ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ. (ລູກາ 9:37-43) ການອັດສະຈັນ​ແບບນັ້ນ​ເປັນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້​ບໍ​ສຳລັບ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ ເຊິ່ງ​ໄດ້​ຮັບ​ການ​ພັນລະນາ​ວ່າ​ມີ “ພະລັງ​ອັນ​ມະຫາສານ”? (ເອຊາອີ 40:26, ລ.ມ.) ບໍ່​ແມ່ນ​ແບບນັ້ນ​ແນ່ນອນ!

ເລື່ອງ​ລາວ​ທີ່​ບັນທຶກ​ໃນ​ປຶ້ມ​ຂ່າວ​ດີ​ເວົ້າ​ເຖິງ​ການອັດສະຈັນ​ຂອງ​ພະເຢຊູ​ປະມານ 35 ຢ່າງ. ແຕ່​ບໍ່​ມີການ​ເປີດ​ເຜີຍ​ຈຳ​ນວນ​ລວມ​ທັງໝົດ​ຂອງ​ການອັດສະຈັນ​ຕ່າງໆ​ຂອງ​ເພິ່ນ. ຕົວຢ່າງ​ເຊັ່ນ ມັດທາຍ 14:14 ບອກ​ວ່າ: “ເພິ່ນ [ພະເຢຊູ] ເຫັນ​ຜູ້ຄົນ​ຈຳນວນ​ຫຼາຍ​ມາ​ລໍ​ຖ້າ​ຢູ່ ເພິ່ນ​ກໍ​ຮູ້ສຶກ​ອີ່ຕົນ​ພວກ​ເຂົາ​ແລະ​ໄດ້​ປິ່ນປົວ​ຄົນ​ທີ່​ເຈັບ​ປ່ວຍ.” ບໍ່​ມີການ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ປິ່ນປົວ​ຄົນ​ປ່ວຍ​ຈັກ​ຄົນ​ໃນ​ຕອນ​ນັ້ນ.

ການອັດສະຈັນ​ນັ້ນ​ເປັນ​ພື້ນຖານ​ສຳຄັນ​ສຳລັບ​ຄຳເວົ້າ​ຂອງ​ພະເຢຊູ​ທີ່​ວ່າ​ເພິ່ນ​ເປັນ​ລູກ​ຂອງ​ພະເຈົ້າ ເປັນ​ເມຊີອາ​ຕາມ​ຄຳ​ສັນຍາ. ພະຄຳພີ​ຢືນຢັນ​ແທ້ໆວ່າ​ອຳນາດ​ທີ່​ພະເຈົ້າ​ປະທານ​ໃຫ້​ນັ້ນ​ເຮັດ​ໃຫ້​ພະເຢຊູ​ສາມາດ​ເຮັດ​ການອັດສະຈັນ​ຕ່າງໆ. ອັກຄະສາວົກ​ເປໂຕ​ໄດ້​ເວົ້າ​ເຖິງ​ພະເຢຊູ​ວ່າ​ເປັນ “ຜູ້​ທີ່​ພະອົງ [ພະເຈົ້າ] ສົ່ງ​ມາ ເພາະ​ພະອົງ​ໃຫ້​ເພິ່ນ​ເຮັດ​ການອັດສະຈັນ​ແລະ​ສະແດງ​ປາ​ຕິ​ຫານ​ຕ່າງໆ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ພວກເຈົ້າ​ກໍ​ຮູ້.” (ກິດຈະການ 2:22) ໃນ​ອີກ​ໂອກາດ​ໜຶ່ງ ເປໂຕ​ບອກ​ວ່າ “ພະເຈົ້າ​ໄດ້​ເຈີມ [ພະເຢຊູ] ດ້ວຍ​ພະລັງບໍລິສຸດ​ແລະ​ໃຫ້​ລິດເດດ​ແກ່​ເພິ່ນ. ພະເຢຊູ​ເດີນທາງ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເພື່ອ​ເຮັດ​ສິ່ງ​ດີໆແລະ​ປິ່ນປົວ​ຄົນ​ທີ່​ຕ້ອງ​ທົນ​ທຸກ​ເພາະ​ຖືກ​ມານ​ຮ້າຍ​ຄອບງຳ ພະເຢຊູ​ເຮັດ​ແບບ​ນີ້​ໄດ້​ກໍ​ຍ້ອນ​ພະເຈົ້າ​ຢູ່​ກັບ​ເພິ່ນ.”—ກິດຈະການ 10:37, 38

ການອັດສະຈັນ​ຂອງ​ພະເຢຊູ​ເປັນ​ສ່ວນ​ສຳຄັນ​ຂອງ​ຄຳ​ສອນ​ຂອງ​ເພິ່ນ. ມາຣະໂກ 1:21-27 ເຜີຍ​ໃຫ້​ເຫັນ​ທ່າທີ​ຂອງ​ຝູງ​ຊົນ​ທີ່​ມີ​ຕໍ່​ຄຳ​ສອນ​ຂອງ​ພະເຢຊູ​ແລະ​ການອັດສະຈັນ​ຢ່າງ​ໜຶ່ງ​ຂອງ​ເພິ່ນ. ມາຣະໂກ 1:22 ບອກ​ວ່າ​ຝູງ​ຊົນ “ຮູ້ສຶກ​ງຶດງໍ້​ໃນ​ວິທີ​ສອນ​ຂອງ​ພະເຢຊູ” ແລະ​ຂໍ້ 27 ບອກ​ວ່າ​ປະຊາຊົນ “ງຶດງໍ້​ຫຼາຍ” ເມື່ອ​ເພິ່ນ​ຂັບ​ໄລ່​ປີສາດ​ອອກ​ໄປ. ທັງ​ການອັດສະຈັນ​ຂອງ​ພະເຢຊູ​ແລະ​ຂ່າວ​ສານ​ຂອງ​ເພິ່ນ​ໃຫ້​ຂໍ້​ພິສູດ​ວ່າ​ເພິ່ນ​ເປັນ​ເມຊີອາ​ຕາມ​ຄຳ​ສັນຍາ.

ພະເຢຊູ​ບໍ່​ພຽງ​ແຕ່​ອ້າງ​ວ່າ​ເປັນ​ເມຊີອາ ອຳນາດ​ທີ່​ພະເຈົ້າ​ປະທານ​ໃຫ້​ເຊິ່ງ​ສະແດງ​ອອກ​ມາ​ໃນ​ການອັດສະຈັນ​ຂອງ​ເພິ່ນ ລວມ​ທັງ​ຄຳເວົ້າ​ແລະ​ການ​ກະທຳ​ອື່ນໆໃຫ້​ຫຼັກ​ຖານ​ວ່າ​ເພິ່ນ​ເປັນ​ເມຊີອາ. ເມື່ອ​ເກີດ​ຄຳຖາມ​ຂຶ້ນ​ໃນ​ເລື່ອງ​ບົດບາດ​ແລະ​ໜ້າທີ່​ມອບໝາຍ​ຂອງ​ເພິ່ນ ພະເຢຊູ​ຕອບ​ຢ່າງ​ກ້າຫານ​ວ່າ: “ຂ້ອຍ​ມີ​ພະຍານ​ຫຼັກ​ຖານ​ທີ່​ໜັກແໜ້ນ​ກວ່າ​ໂຢຮັນ [ຜູ້​ໃຫ້​ບັບເຕມາ] ອີກ ນັ້ນ​ຄື ວຽກ​ທີ່​ພໍ່​ຂອງ​ຂ້ອຍ​ມອບໝາຍ​ໃຫ້​ຂ້ອຍ​ເຮັດ​ຈົນ​ສຳເລັດ ຂ້ອຍ​ກຳລັງ​ເຮັດ​ວຽກ​ນີ້​ຢູ່ ແລະ​ວຽກ​ນີ້​ແຫຼະ​ເປັນ​ຫຼັກ​ຖານ​ຢືນຢັນ​ວ່າ​ພໍ່​ໄດ້​ໃຊ້​ຂ້ອຍ​ມາ.”—ໂຢຮັນ 5:36

ຂໍ້​ພິສູດ​ເລື່ອງ​ຄວາມ​ໜ້າ​ເຊື່ອ​ຖື

ເປັນຫຍັງ​ເຮົາ​ຈຶ່ງ​ແນ່​ໃຈ​ໄດ້​ວ່າ​ການອັດສະຈັນ​ຂອງ​ພະເຢຊູ​ເປັນ​ເລື່ອງ​ຈິງ ໜ້າ​ເຊື່ອ​ຖື? ຂໍ​ພິຈາລະນາ​ຂໍ້​ພິສູດ​ເລື່ອງ​ຄວາມ​ໜ້າ​ເຊື່ອ​ຖື​ບາງ​ຢ່າງ.

ເມື່ອ​ເຮັດ​ການອັດສະຈັນ ພະເຢຊູ​ບໍ່​ເຄີຍ​ດຶງ​ຄວາມ​ສົນໃຈ​ມາ​ສູ່​ເພິ່ນ​ເອງ. ເພິ່ນ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ກຽດ​ແລະ​ສະຫງ່າ​ລາສີ​ສະເໝີ​ຈາກ​ການອັດສະຈັນ​ອັນ​ໃດ​ກໍ​ຕາມ​ທີ່​ເພິ່ນ​ເຮັດ. ຕົວຢ່າງ​ເຊັ່ນ ກ່ອນ​ປິ່ນປົວ​ຜູ້​ຊາຍ​ຕາ​ບອດ​ຄົນ​ໜຶ່ງ ພະເຢຊູ​ເນັ້ນ​ວ່າ ການ​ປິ່ນປົວ​ເກີດ​ຂຶ້ນ​ເພື່ອ “ຈະ​ເຮັດ​ໃຫ້​ຜູ້ຄົນ​ໄດ້​ເຫັນ​ສິ່ງ​ທີ່​ພະເຈົ້າ​ສາມາດ​ເຮັດ​ໄດ້.”—ໂຢຮັນ 9:1-3; 11:1-4

ຕ່າງ​ຈາກ​ນັກ​ມາ​ຍາ​ກົນ ພໍ່​ມົດ​ໝໍ​ຜີ ແລະ​ຜູ້​ປິ່ນປົວ​ພະຍາດ​ດ້ວຍ​ຄວາມເຊື່ອ ພະເຢຊູ​ບໍ່​ເຄີຍ​ໃຊ້​ການ​ສະກົດ​ຈິດ ກົນ​ອຸບາຍ ການ​ສະແດງ​ອອກ​ທີ່​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ ເວດ​ມົນ​ຄາຖາ ຫຼື​ພິທີ​ກຳ​ທີ່​ກະຕຸ້ນ​ຈິດ​ໃຈ. ເພິ່ນ​ບໍ່​ເຄີຍ​ອາໄສ​ການ​ຖື​ໂຊກ​ລາງ​ຫຼື​ການໃຊ້​ເຄື່ອງ​ລາງ​ຂອງ​ຂັງ. ຂໍ​ສັງເກດ​ວິທີ​ຮຽບ​ງ່າຍ​ເຊິ່ງ​ພະເຢຊູ​ປິ່ນປົວ​ຜູ້​ຊາຍ​ຕາ​ບອດ 2 ຄົນ. ເລື່ອງ​ລາວ​ນັ້ນ​ບອກ​ວ່າ “ພະເຢຊູ​ຮູ້ສຶກ​ອີ່ຕົນ​ຈຶ່ງ​ບາຍ​ຕາ​ພວກ​ເຂົາ. ທັນໃດ​ນັ້ນ ພວກ​ເຂົາ​ກໍ​ເຫັນ​ຮຸ່ງ ແລະ​ໄດ້​ຕິດ​ຕາມ​ເພິ່ນ​ໄປ.” (ມັດທາຍ 20:29-34) ບໍ່​ມີ​ພິທີ​ກຳ ພິທີລີຕອງ ຫຼື​ການ​ສະແດງ​ອອກ​ຢ່າງ​ໂອ້​ອວດ​ລວມ​ຢູ່​ນຳ. ພະເຢຊູ​ເຮັດ​ການອັດສະຈັນ​ຢ່າງ​ເປີດ​ເຜີຍ ຫຼາຍ​ເທື່ອ​ເພິ່ນ​ເຮັດ​ຕໍ່​ໜ້າ​ພະຍານ​ຈຳນວນ​ຫຼາຍ. ເພິ່ນ​ບໍ່​ໄດ້​ໃຊ້​ແສງ ການ​ສະແດງ​ເທິງ​ເວທີ ຫຼື​ອຸປະກອນ​ພິເສດ. ກົງ​ກັນ​ຂ້າມ ການອັດສະຈັນ​ສະໄໝ​ໃໝ່​ຕາມ​ທີ່​ເວົ້າ​ມາ​ນັ້ນ​ຫຼາຍ​ເທື່ອ​ຫາ​ຫຼັກ​ຖານ​ທາງ​ເອກະສານ​ບໍ່​ໄດ້.—ມາຣະໂກ 5:24-29; ລູກາ 7:11-15

ບາງເທື່ອ​ພະເຢຊູ​ຍອມ​ຮັບ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ການອັດສະຈັນ​ຂອງ​ເພິ່ນ. ແຕ່​ການ​ທີ່​ຄົນ​ໜຶ່ງ​ຂາດ​ຄວາມເຊື່ອ​ບໍ່​ໄດ້​ເຮັດ​ໃຫ້​ພະເຢຊູ​ເຊົາ​ເຮັດ​ການອັດສະຈັນ. ຕອນ​ທີ່​ເພິ່ນ​ຢູ່​ເມືອງ​ກາເປນາອູມ​ໃນ​ແຂວງ​ຄາລີເລ “ຜູ້ຄົນ​ກໍ​ພາ​ຫຼາຍ​ຄົນ​ທີ່​ຖືກ​ປີສາດ​ສິງ​ມາ​ທີ່​ນັ້ນ ພະເຢຊູ​ຈຶ່ງ​ສັ່ງ​ພວກ​ປີສາດ​ໃຫ້​ອອກ​ຈາກ​ພວກ​ເຂົາ​ແລະ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ທຸກ​ຄົນ.”—ມັດທາຍ 8:16

ພະເຢຊູ​ເຮັດ​ການອັດສະຈັນ​ເພື່ອ​ສະໜອງ​ຄວາມ​ຈຳເປັນ​ທາງ​ຮ່າງກາຍ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ ບໍ່​ແມ່ນ​ເພື່ອ​ສະໜອງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ. (ມາຣະໂກ 10:46-52; ລູກາ 23:8) ແລະ​ພະເຢຊູ​ບໍ່​ເຄີຍ​ເຮັດ​ການອັດສະຈັນ​ເພື່ອ​ຜົນ​ປະໂຫຍດ​ຂອງ​ໂຕເອງ​ບໍ່​ວ່າ​ແບບ​ໃດ​ກໍ​ຕາມ.—ມັດທາຍ 4:2-4; 10:8

ເລື່ອງ​ລາວ​ທີ່​ບັນທຶກ​ໃນ​ປຶ້ມ​ຂ່າວ​ດີ​ເດ​ເຊື່ອ​ຖື​ໄດ້​ບໍ?

ໄດ້​ມີການ​ຖ່າຍ​ທອດ​ຂໍ້​ເທັດ​ຈິງ​ກ່ຽວກັບ​ການອັດສະຈັນ​ຂອງ​ພະເຢຊູ​ໃຫ້​ເຮົາ​ຜ່ານ​ທາງ​ເລື່ອງ​ລາວ​ທີ່​ບັນທຶກ​ໃນ​ປຶ້ມ​ຂ່າວ​ດີ​ທັງ​ສີ່​ຫົວ. ມີ​ເຫດຜົນ​ທີ່​ຈະ​ເຊື່ອ​ຖື​ເລື່ອງ​ລາວ​ເຫຼົ່າ​ນັ້ນ​ບໍ​ເມື່ອ​ເຮົາ​ກວດ​ສອບ​ເບິ່ງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ການອັດສະຈັນ​ເຊິ່ງ​ຜູ້ຄົນ​ເຊື່ອ​ວ່າ​ພະເຢຊູ​ເຮັດ? ແມ່ນ ມີ​ເຫດຜົນ​ທີ່​ຈະ​ເຊື່ອ.

ຕາມ​ທີ່​ໄດ້​ເວົ້າ​ໄປ​ແລ້ວ ການອັດສະຈັນ​ຂອງ​ພະເຢຊູ​ເປັນ​ສິ່ງ​ທີ່​ເຮັດ​ຢ່າງ​ເປີດ​ເຜີຍ ຕໍ່​ໜ້າ​ພະຍານ​ຫຼາຍ​ຄົນ. ປຶ້ມ​ຂ່າວ​ດີ​ຫົວ​ທຳອິດ​ໄດ້​ຮັບ​ການ​ຂຽນ​ໃນ​ຊ່ວງ​ເວລາ​ທີ່​ພະຍານ​ສ່ວນ​ໃຫຍ່​ຍັງ​ມີ​ຊີວິດ​ຢູ່. ກ່ຽວກັບ​ຄວາມ​ສັດຊື່​ຂອງ​ຜູ້​ຂຽນ​ປຶ້ມ​ຂ່າວ​ດີ ປຶ້ມ​ການອັດສະຈັນ​ຕ່າງໆ​ແລະ​ການ​ຄືນ​ມາ​ຈາກ​ຕາຍ (ພາສາ​ອັງກິດ) ບອກ​ວ່າ: “ຄື​ຊິ​ບໍ່​ຍຸຕິທຳ​ແທ້ໆທີ່​ຈະ​ກ່າວ​ຫາ​ຜູ້​ຂຽນ​ປຶ້ມ​ຂ່າວ​ດີ​ໂດຍ​ທີ່​ບໍ່​ມີການ​ພິສູດ​ໃຫ້​ຮອບຄອບ​ວ່າ ເຂົາເຈົ້າ​ເອົາ​ຫຼາຍໆເລື່ອງ​ທີ່​ຄິດ​ວ່າ​ເປັນ​ການອັດສະຈັນ​ມາ​ປິດ​ບັງ​ຄວາມຈິງ​ທາງ​ປະຫວັດສາດ ເພື່ອ​ສົ່ງເສີມ​ການ​ໂຄສະນາ​ຊວນ​ເຊື່ອ​ທາງ​ສາສະໜາ. . . . ເຂົາເຈົ້າ​ຕັ້ງໃຈ​ທີ່​ຈະ​ເປັນ​ຜູ້​ບັນທຶກ​ເລື່ອງ​ລາວ​ຢ່າງ​ສັດຊື່.”

ຄົນ​ຢິວ​ທີ່​ຕໍ່ຕ້ານ​ສາສະໜາ​ຄລິດສະຕຽນ​ບໍ່​ເຄີຍ​ສົງໄສ​ເລື່ອງ​ການອັດສະຈັນ​ທີ່​ບອກ​ໄວ້​ໃນ​ປຶ້ມ​ຂ່າວ​ດີ. ເຂົາເຈົ້າ​ສົງໄສ​ແຕ່​ເລື່ອງ​ອຳນາດ​ທີ່​ໃຊ້​ເຮັດ​ການອັດສະຈັນ​ເຫຼົ່ານີ້. (ມາຣະໂກ 3:22-26) ທັງ​ພວກ​ນັກ​ວິຈານ​ທີ່​ເປັນ​ຜູ້​ຕໍ່ຕ້ານ​ໃນ​ສະໄໝ​ຕໍ່ມາ​ກໍ​ບໍ່​ສາມາດ​ປະຕິເສດ​ເລື່ອງ​ການອັດສະຈັນ​ຂອງ​ພະເຢຊູ​ໄດ້. ກົງ​ກັນ​ຂ້າມ ລະຫວ່າງ​ສະຕະວັດ​ທຳອິດ​ແລະ​ສະຕະວັດ​ທີ 2 ຄ.ສ ມີ​ຂໍ້​ອ້າງອີງ​ກ່ຽວກັບ​ການອັດສະຈັນ​ທີ່​ພະເຢຊູ​ເຮັດ. ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ມີ​ເຫດຜົນ​ທຸກ​ຢ່າງ​ທີ່​ຈະ​ຖື​ວ່າ​ເລື່ອງ​ລາວ​ໃນ​ປຶ້ມ​ຂ່າວ​ດີ​ກ່ຽວກັບ​ການອັດສະຈັນ​ຂອງ​ເພິ່ນ​ເປັນ​ເລື່ອງ​ທີ່​ເຊື່ອ​ຖື​ໄດ້.

ບຸກຄົນ​ຜູ້​ທີ່​ເຮັດ​ການອັດສະຈັນ

ການ​ກວດ​ສອບ​ເບິ່ງ​ການອັດສະຈັນ​ຂອງ​ພະເຢຊູ​ຄື​ຊິ​ບໍ່​ຄົບ​ຖ້ວນ​ຖ້າ​ຈຳກັດ​ຢູ່​ແຕ່​ຂໍ້​ໂຕ້​ແຍ່ງ​ທີ່​ສົມ​ເຫດ​ສົມ​ຜົນ​ກ່ຽວກັບ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ເລື່ອງ​ນີ້. ໃນ​ການ​ເວົ້າ​ເຖິງ​ເລື່ອງ​ການອັດສະຈັນ​ຂອງ​ພະເຢຊູ ປຶ້ມ​ຂ່າວ​ດີ​ເຜີຍ​ໃຫ້​ເຫັນ​ບຸກຄົນ​ຜູ້​ທີ່​ມີ​ຄວາມ​ຮູ້ສຶກ​ທີ່​ເລິກ​ເຊິ່ງ​ແລະ​ຄວາມ​ເມດຕາ​ສົງສານ​ແບບ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້ ພ້ອມ​ກັບ​ຄວາມ​ສົນໃຈ​ແທ້ໆໃນ​ຄວາມ​ເປັນ​ຢູ່​ຂອງ​ເພື່ອນ​ມະນຸດ.

ຂໍ​ພິຈາລະນາ​ກໍລະນີ​ຂອງ​ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ຄົນ​ໜຶ່ງ​ເຊິ່ງ​ໄດ້​ເຂົ້າ​ໄປ​ຫາ​ພະເຢຊູ​ພ້ອມ​ກັບ​ອ້ອນວອນ​ວ່າ: “ພຽງ​ແຕ່​ທ່ານ​ຢາກ​ຊ່ວຍ ທ່ານ​ກໍ​ຈະ​ປິ່ນປົວ​ຂ້ອຍ​ໄດ້.” ພະເຢຊູ “ຮູ້ສຶກ​ອີ່ຕົນ” ຈຶ່ງ​ເດ່​ມື​ໄປ​ຈັບ​ຕົວ​ລາວ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢາກ​ຊ່ວຍ! ໃຫ້​ເຈົ້າ​ເຊົາ​ພະຍາດ​ເດີ້.” ຜູ້​ຊາຍ​ຄົນ​ນີ້​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ​ທັນທີ. (ມາຣະໂກ 1:40-42) ໂດຍ​ວິທີ​ນີ້ ພະເຢຊູ​ສະແດງ​ໃຫ້​ເຫັນ​ຄວາມ​ເຫັນ​ອົດ​ເຫັນ​ໃຈ​ເຊິ່ງ​ໄດ້​ກະຕຸ້ນ​ເພິ່ນ​ໃຫ້​ໃຊ້​ອຳນາດ​ທີ່​ພະເຈົ້າ​ປະທານ​ໃຫ້​ເພື່ອ​ເຮັດ​ການອັດສະຈັນ.

ເກີດ​ຫຍັງ​ຂຶ້ນ​ເມື່ອ​ພະເຢຊູ​ພົບ​ກັບ​ຂະບວນ​ແຫ່​ສົບ​ທີ່​ກຳລັງ​ອອກ​ມາ​ຈາກ​ເມືອງ​ນາ​ອິນ? ຊາຍ​ໜຸ່ມ​ທີ່​ຕາຍ​ເປັນ​ລູກ​ຄົນ​ດຽວ​ຂອງ​ແມ່​ໝ້າຍ. ພະເຢຊູ “ຮູ້ສຶກ​ອີ່ຕົນ” ຈຶ່ງ​ເຂົ້າ​ໄປ​ຫາ​ລາວ​ແລະ​ເວົ້າ​ວ່າ: “ຢ່າ​ຮ້ອງໄຫ້​ເລີຍ.” ແລ້ວ​ເພິ່ນ​ກໍ​ປຸກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ.—ລູກາ 7:11-15

ບົດຮຽນ​ທີ່​ໃຫ້​ການ​ປອບ​ໂຍນ​ເຊິ່ງ​ເຮົາ​ຈະ​ໄດ້​ຈາກ​ການອັດສະຈັນ​ຂອງ​ພະເຢຊູ​ແມ່ນ​ເພິ່ນ “ຮູ້ສຶກ​ອີ່ຕົນ” ແລະ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ຊ່ວຍເຫຼືອ​ຜູ້ຄົນ. ແຕ່​ການອັດສະຈັນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເປັນ​ພຽງ​ແຕ່​ປະຫວັດສາດ. ເຮັບເຣີ 13:8 ບອກ​ວ່າ “ພະເຢຊູ​ຄລິດ​ຍັງ​ເປັນ​ຄື​ເກົ່າ ບໍ່​ວ່າ​ຈະ​ເປັນ​ມື້​ວານ​ນີ້ ມື້​ນີ້ ແລະ​ຕະຫຼອດໄປ​ໃນ​ອະນາຄົດ.” ປັດຈຸບັນ​ເພິ່ນ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ ເພິ່ນ​ພ້ອມ​ແລະ​ສາມາດ​ທີ່​ຈະ​ໃຊ້​ອຳນາດ​ທີ່​ພະເຈົ້າ​ປະທານ​ໃຫ້​ໃນ​ການ​ເຮັດ​ການອັດສະຈັນ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ​ຫຼາຍ​ກວ່າ​ທີ່​ເພິ່ນ​ເຮັດ​ຕອນ​ທີ່​ເປັນ​ມະນຸດ​ຢູ່​ເທິງ​ໂລກ. ອີກ​ບໍ່​ດົນ ພະເຢຊູ​ຈະ​ໃຊ້​ອຳນາດ​ນັ້ນ​ເພື່ອ​ປິ່ນປົວ​ມະນຸດ​ທີ່​ເຊື່ອ​ຟັງ. ພະຍານ​ພະເຢໂຫວາ​ຍິນດີ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮຽນຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ຄວາມຫວັງ​ສຳລັບ​ອະນາຄົດ​ທີ່​ສົດ​ໃສ​ນີ້.

[ຮູບ​ພາບ]

ການອັດສະຈັນ​ຂອງ​ພະເຢຊູ​ເປັນ​ການ​ສະແດງ​ໃຫ້​ເຫັນ “ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ”

[ຮູບ​ພາບ]

ພະເຢຊູ​ເປັນ​ບຸກຄົນ​ທີ່​ມີ​ຄວາມ​ຮູ້ສຶກ​ທີ່​ເລິກ​ເຊິ່ງ