ຂ້າມໄປທີ່ເນື້ອໃນ

ຈາກ​ປົກ

ໃຊ້​ເວລາ​ແນວ​ໃດ​ບໍ່​ໃຫ້​ເສຍ​ໄປ​ລ້າໆ

ໃຊ້​ເວລາ​ແນວ​ໃດ​ບໍ່​ໃຫ້​ເສຍ​ໄປ​ລ້າໆ

“ຖ້າ​ຂ້ອຍ​ມີ​ເວລາ​ຫຼາຍ​ກວ່າ​ນີ້​ກໍ​ຄື​ຊິ​ດີ!” ເຈົ້າ​ເວົ້າ​ແບບ​ນີ້​ຕະຫຼອດ​ບໍ? ບໍ່​ວ່າ​ຈະ​ເປັນ​ຄົນ​ມີ​ອຳ​ນາດ ຄົນ​ຮັ່ງ​ຄົນ​ມີ ຫຼື​ທຸກ​ຍາກ​ຂາດ​ເຂີນ ເຮົາ​ທຸກ​ຄົນ​ກໍ​ມີ​ເວລາ​ເທົ່າ​ກັນ. ເມື່ອ​ເວລາ​ຜ່ານ​ໄປ​ແລ້ວ ມັນ​ກໍ​ບໍ່​ມີ​ວັນ​ກັບ​ຄືນ​ມາ​ອີ​ກ. ດັ່ງນັ້ນ ຄື​ຊິ​ດີ​ຖ້າ​ເຮົາ​ໃຊ້​ເວລາ​ທີ່​ເຮົາ​ມີ​ໃຫ້​ເກີດ​ປະໂຫຍດ​ຫຼາຍ​ທີ່​ສຸດ. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ຕໍ່​ໄປ​ນີ້​ເປັນ 4 ວິທີ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ​ທີ່​ສຸດ.

ວິທີ​ທີ 1: ຈັດ​ລະບຽບ​ຊີວິດ

ຈັດ​ລຳດັບ​ຄວາມ​ສຳຄັນ. ຄຳ​ພີ​ໄບເບິນ​ແນະນຳ​ໃຫ້​ເຮົາ “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ”. (ຟີລິບປອຍ 1:10) ລອງ​ຂຽນ​ຂຶ້ນ​ມາ​ແລະ​ເບິ່ງ​ວ່າ​ເລື່ອງ​ໃດ​ສຳຄັນ ເລື່ອງ​ໃດ​ດ່ວນ ຫຼື​ເລື່ອງ​ໃດ​ທັງ​ດ່ວນ​ແລະ​ສຳຄັນ ແຕ່​ເຮົາ​ກໍ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ບາງເທື່ອ​ເລື່ອງ​ສຳຄັນ​ອາດ​ບໍ່​ແມ່ນ​ເລື່ອງ​ດ່ວນ ເຊັ່ນ: ການ​ຊື້​ອາຫານ​ສຳລັບ​ຕອນ​ແລງ​ສຳຄັນ​ແຕ່​ບໍ່​ດ່ວນ. ສ່ວນ​ການ​ເບິ່ງ​ລະຄອນ​ຕອນ​ຈົບ​ຫຼື​ລາຍການ​ໂທລະທັດ​ທີ່​ມັກ​ອາດ​ເບິ່ງ​ຄື​ເປັນ​ເລື່ອງ​ດ່ວນ ແຕ່​ມັນ​ອາດ​ບໍ່​ສຳຄັນ​ຫຍັງ​ເລີຍ. *

ຄິດ​ລ່ວງ​ໜ້າ. ຜູ້​ເທສະໜາ​ປ່າວ​ປະກາດ 10:10, ລ.ມ. ບອກ​ວ່າ: “ຖ້າ​ເຄື່ອງ​ມື​ເຫຼັກ​ບໍ່​ຄົມ​ແລ້ວ​ບໍ່​ຝົນ​ໃຫ້​ຄົມ​ກໍ​ຕ້ອງ​ອອກ​ແຮງ​ຫຼາຍ. ແຕ່​ສະຕິປັນຍາ​ຊ່ວຍ​ໃຫ້​ປະສົບ​ຄວາມ​ສຳເລັດ.” ເຮົາ​ໄດ້​ຂໍ້​ຄິດ​ຫຍັງ? ການ​ຝົນ​ເຄື່ອງ​ມື​ເຫຼັກ​ໃຫ້​ຄົມ​ປຽບ​ຄື​ກັບ​ການ​ວາງ​ແຜນ​ລ່ວງ​ໜ້າ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ​ແລະ​ເກີດ​ປະໂຫຍດ​ສູງ​ສຸດ. ຖ້າ​ເຈົ້າ​ເຮັດ​ວຽກ​ໄດ້​ທັນ​ຕາມ​ທີ່​ວາງ​ແຜນ​ໄວ້​ແລ້ວ​ແລະ​ຮູ້​ວ່າ​ຍັງ​ມີ​ເວລາ​ເຫຼືອ ເປັນ​ຫຍັງ​ບໍ່​ເລື່ອນ​ວຽກ​ທີ່​ຄິດ​ວ່າ​ຈະ​ເຮັດ​ທີ​ຫຼັງ​ຂຶ້ນ​ມາ​ເຮັດ​ຕໍ່​ເລີຍ? ການ​ຄິດ​ລ່ວງ​ໜ້າ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ຜົນ​ງານ​ຫຼາຍ​ຂຶ້ນ ຄື​ກັບ​ຄົນ​ສະຫຼາດ​ທີ່​ຝົນ​ເຄື່ອງ​ມື​ເຫຼັກ​ໃຫ້​ຄົມ​ຢູ່​ສະເໝີ.

ເຮັດ​ຊີວິດ​ໃຫ້​ຮຽບ​ງ່າຍ. ອັນ​ໃດ​ທີ່​ບໍ່​ສຳຄັນ​ຫຼື​ບໍ່​ຄຸ້ມ​ຄ່າ​ກັບ​ເວລາ​ທີ່​ເສຍ​ໄປ ກໍ​ຕ້ອງ​ຮູ້ຈັກ​ປະຕິເສດ​ແດ່. ເພາະ​ກິດຈະກຳ​ແລະ​ການ​ນັດ​ໝາຍ​ທີ່​ຫຼາຍ​ເກີນ​ໄປ​ອາດ​ເພີ່ມ​ຄວາມ​ຕຶງ​ຄຽດ​ໃຫ້​ເຈົ້າ​ໂດຍ​ບໍ່​ຈຳເປັນ​ແລະ​ເຮັດ​ໃຫ້​ເຈົ້າ​ເມື່ອຍ​ແທນ​ທີ່​ຈະ​ມີ​ຄວາມສຸກ.

ວິທີ​ທີ 2: ລະວັງ​ໂຕ​ຂີ້​ລັກ​ເວລາ

ເລື່ອນ​ມື້​ເລື່ອນ​ຍາມ​ແລະ​ມົວ​ແຕ່​ລັງເລ. “ຄົນ​ທີ່​ສັງເກດ​ເບິ່ງ​ລົມ​ຈະ​ບໍ່​ຫວ່ານ​ພືດ ແລະ​ຄົນ​ທີ່​ສັງເກດ​ເບິ່ງ​ເມກ​ຈະ​ບໍ່​ເກັບ​ກ່ຽວ.” (ຜູ້​ເທສະໜາ​ປ່າວ​ປະກາດ 11:4, ລ.ມ.) ເຮົາ​ໄດ້​ຂໍ້​ຄິດ​ຫຍັງ? ການ​ເລື່ອນ​ມື້​ເລື່ອນ​ຍາມ​ເປັນ​ຄື​ຂີ້​ລັກ​ທີ່​ມາ​ຫຼອຍ​ເອົາ​ເວລາ​ຂອງ​ເຮົາ ເຮັດ​ໃຫ້​ເສຍ​ເວລາ​ແລະ​ບໍ່​ໄດ້​ວຽກ​ໄດ້​ງານ​ຫຍັງ​ເລີຍ. ຊາວນາ​ທີ່​ມົວ​ແຕ່​ຖ້າ​ໃຫ້​ຟ້າ​ຝົນ​ເປັນ​ໃຈ​ອາດ​ບໍ່​ມີ​ທາງ​ໄດ້​ຫວ່ານ​ຫຼື​ເກັບ​ກ່ຽວ​ພືດ​ຜົນ. ຄ້າຍ​ຄື​ກັນ ບາງເທື່ອ​ເຮົາ​ອາດ​ປ່ອຍ​ໃຫ້​ຄວາມ​ບໍ່​ແນ່ນອນ​ຂອງ​ຊີວິດ​ມາ​ເຮັດ​ໃຫ້​ເຮົາ​ມົວ​ແຕ່​ລັງເລ​ບໍ່​ກ້າ​ເຮັດ​ຫຍັງ. ຫຼື​ເຮົາ​ອາດ​ຮູ້ສຶກ​ວ່າ​ຕ້ອງ​ຖ້າ​ຈົນ​ກວ່າ​ຈະ​ໄດ້​ຂໍ້​ມູນ​ຄົບ​ຖ້ວນ​ທຸກ​ຢ່າງ​ກ່ອນ​ຈຶ່ງ​ຕັດສິນ​ໃຈ. ແນ່ນອນ​ວ່າ​ເຮົາ​ຕ້ອງ​ຄົ້ນ​ຄວ້າ​ຂໍ້​ມູນ​ຢ່າງ​ຮອບຄອບ​ກ່ອນ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ. ຄື​ທີ່​ສຸພາສິດ 14:15, ລ.ມ. ບອກ​ໄວ້​ວ່າ: “ຄົນ​ຂາດ​ປະສົບການ​ເຊື່ອ​ຄຳເວົ້າ​ທຸກ​ຄຳ ແຕ່​ຄົນ​ສະຫຼາດ​ຄິດ​ກ່ອນ​ເຮັດ​ສະເໝີ.” ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ມີ​ຫຼາຍ​ເທື່ອ​ທີ່​ເຮົາ​ຕ້ອງ​ຕັດສິນ​ໃຈ​ໄປ​ກ່ອນ​ທັງໆທີ່​ຍັງ​ບໍ່​ຮູ້​ຫຍັງ​ເລີຍ.—ຜູ້​ເທສະໜາ​ປ່າວ​ປະກາດ 11:6

ຄາດ​ໝາຍ​ຄວາມ​ສົມບູນ​ແບບ. ຢາໂກໂບ 3:17 ບອກ​ວ່າ: “ສະຕິປັນຍາ​ຈາກ​ທາງ​ເທິງ [ຈາກ​ພະເຈົ້າ] . . . ມີ​ເຫດຜົນ.” ແນ່ນອນ​ວ່າ ມາດຕະຖານ​ສູງ​ເປັນ​ສິ່ງ​ທີ່​ໃຜ​ກໍ​ມັກ! ແຕ່​ບາງເທື່ອ ເຮົາ​ອາດ​ຕັ້ງ​ມາດຕະຖານ​ທີ່​ສູງ​ເກີນ​ຈິງ ເມື່ອ​ໂຕ​ເອງ​ເຮັດ​ບໍ່​ໄດ້​ກໍ​ທໍ້​ໃຈ​ແລະ​ຜິດ​ຫວັງ. ຕົວຢ່າງ​ເຊັ່ນ ຄົນ​ທີ່​ກຳລັງ​ຮຽນ​ພາສາ​ຕ່າງ​ປະເທດ ກໍ​ຕ້ອງ​ກຽມ​ໃຈ​ໄວ້​ເລີຍ​ວ່າ​ລາວ​ອາດ​ເວົ້າ​ຜິດ​ແດ່​ຖືກ​ແດ່ ແລະ​ທີ່​ຈິງ​ລາວ​ຈະ​ຮຽນ​ຮູ້​ໄດ້​ຈາກ​ຄວາມ​ຜິດ​ພາດ​ນັ້ນ. ແຕ່​ຄົນ​ທີ່​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈະ​ຮູ້ສຶກ​ອາຍ​ແລະ​ຖ້າ​ບໍ່​ແນ່​ໃຈ​ແທ້ໆກໍ​ຈະ​ບໍ່​ກ້າ​ເວົ້າ ແລະ​ຄວາມ​ຄິດ​ແບບ​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ລາວ​ບໍ່​ກ້າວ​ໜ້າ. ດີ​ກວ່າ​ບໍ​ຖ້າ​ເຮົາ​ຈະ​ຖ່ອມ​ໂຕ​ຖ່ອມ​ໃຈ​ຍອມ​ຮັບ​ຄວາມ​ຜິດ​ພາດ​ທີ່​ອາດ​ເກີດຂຶ້ນ? ສຸພາສິດ 11:2, ລ.ມ. ບອກ​ວ່າ: “ຄົນ​ຈຽມ​ຕົວ​ຈະ​ມີ​ສະຕິປັນຍາ.” ຫຼາຍ​ກວ່າ​ນັ້ນ ຄົນ​ທີ່​ຈຽມ​ຕົວ​ແລະ​ຖ່ອມ​ຕົວ​ຈະ​ບໍ່​ຖື​ວ່າ​ເປັນ​ເລື່ອງ​ຄໍ​ຂາດ​ບາດ​ຕາຍ ແຕ່​ຈະ​ຫົວ​ກັບ​ໂຕ​ເອງ​ຖ້າ​ຕ້ອງ​ໜ້າ​ແຕກ​ແດ່​ຫຼື​ເຮັດ​ຫຍັງ​ທີ່​ເປັນ​ຕາ​ອາຍ.

“ເມື່ອ​ຊື້​ຫຍັງ​ຈັກ​ຢ່າງ ເຈົ້າ​ບໍ່​ໄດ້​ຈ່າຍ​ພຽງ​ແຕ່​ເງິນ. ແຕ່​ເຈົ້າ​ຈ່າຍ​ເວລາ​ທີ່​ຫາ​ເງິນ​ຈຳນວນ​ນັ້ນ​ໄປ​ນຳ.”—ຈາກ​ປຶ້ມ​ວັອດ​ທູ​ດູ​ບີທວີນ​ເບີດ​ແອນ​ເດດ (What to Do Between Birth and Death)

ວິທີ​ທີ 3: ມີ​ຄວາມ​ສົມດຸນ​ແລະ​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ

ເຮັດ​ວຽກ​ຢ່າງ​ສົມດຸນ​ແລະ​ຊື່ນຊົມ​ກັບ​ຜົນ​ງານ. “ພັກຜ່ອນ​ຈັກ​ເລັກ​ໜ້ອຍ​ດີ​ກວ່າ​ມີ​ແຕ່​ເຮັດ​ວຽກ​ໜັກ​ແລະ​ແລ່ນ​ໄລ່​ຕາມ​ລົມ.” (ຜູ້​ເທສະໜາ​ປ່າວ​ປະກາດ 4:6, ລ.ມ.) ຄົນ​ບ້າ​ວຽກ​ມັກ​ຈະ​ບໍ່​ມີ​ໂອກາດ​ໄດ້​ຊື່ນຊົມ​ກັບ​ຜົນ​ງານ​ທີ່​ລາວ​ອົດ​ສາ “ເຮັດ​ວຽກ​ໜັກ.” ເພາະ​ເຂົາເຈົ້າ​ບໍ່​ເຫຼືອ​ເວລາ​ແລະ​ເຫື່ອ​ແຮງ​ທີ່​ຈະ​ຊື່ນຊົມ​ກັບ​ສິ່ງ​ເຫຼົ່າ​ນັ້ນ. ສ່ວນ​ຄົນ​ຂີ້​ຄ້ານ​ກໍ​ມີ​ແຕ່​ງໍ​ມື​ງໍ​ຕີນ​ບໍ່​ຍອມ “ເຮັດ​ວຽກ​ໜັກ” ແລະ​ປ່ອຍ​ເວລາ​ອັນ​ມີ​ຄ່າ​ໃຫ້​ຜ່ານ​ໄປ. ຄຳ​ພີ​ໄບເບິນ​ສະໜັບສະໜູນ​ໃຫ້​ເຮົາ​ເປັນ​ຄົນ​ສົມດຸນ ຄື​ເຮັດ​ວຽກ​ໜັກ​ແລະ​ຊື່ນຊົມ​ກັບ​ຜົນ​ງານ​ທີ່​ໄດ້​ເຮັດ. ຄວາມສຸກ​ທີ່​ໄດ້​ນີ້​ເປັນ “ຂອງຂວັນ​ຈາກ​ພະເຈົ້າ.”—ຜູ້​ເທສະໜາ​ປ່າວ​ປະກາດ 5:19, ລ.ມ.

ຢ່າ​ຄິດ​ວ່າ​ການ​ນອນ​ຫຼັບ​ບໍ່​ສຳຄັນ. ຜູ້​ຂຽນ​ຄຳ​ພີ​ໄບເບິນ​ຄົນ​ໜຶ່ງ​ບອກ​ວ່າ: “ຂ້ອຍ​ຈະ​ນອນ​ຫຼັບ​ຢ່າງ​ສະບາຍ​ໃຈ ເພາະ​ພະ​ເຢໂຫວາ​ຜູ້​ດຽວ​ເຮັດ​ໃຫ້​ຂ້ອຍ​ຢູ່​ຢ່າງ​ປອດໄພ.” (ຄຳເພງ 4:8, ລ.ມ.) ຕາມ​ປົກກະຕິ​ແລ້ວ ຜູ້​ໃຫຍ່​ຕ້ອງ​ນອນ​ມື້​ລະ​ປະມານ​ແປດ​ຊົ່ວ​ໂມງ​ເພື່ອ​ຮ່າງກາຍ​ແລະ​ອາລົມ​ຈະ​ສົດ​ຊື່ນ​ແຈ່ມ​ໃສ ແລະ​ສະໝອງ​ກໍ​ປອດ​ໂປ່ງ​ນຳ. ສະນັ້ນ ການ​ນອນ​ຫຼັບ​ພັກຜ່ອນ​ຖື​ເປັນ​ການ​ລົງ​ທຶນ​ທີ່​ຄຸ້ມ​ຄ່າ​ກັບ​ເວລາ​ທີ່​ເສຍ​ໄປ ເພາະ​ຈະ​ຊ່ວຍ​ໃຫ້​ມີ​ສະມາທິ​ແລະ​ມີ​ຄວາມ​ຈື່​ຈຳ​ດີ. ແຕ່​ການ​ອົດ​ຫຼັບ​ອົດ​ນອນ​ຈະ​ເຮັດ​ໃຫ້​ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້​ຫຼຸດ​ລົງ ແລະ​ອາດ​ເຮັດ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ເກີດ​ຄວາມ​ຜິດ​ພາດ ໃຈ​ຮ້າຍ ຫຼື​ຫງຸດຫງິດ​ງ່າຍ.

ຕັ້ງ​ເປົ້າ​ໝາຍ​ທີ່​ເຮັດ​ໄດ້​ແທ້. “ໄດ້​ຊື່ນຊົມ​ກັບ​ສິ່ງ​ທີ່​ເຫັນ​ຕອນ​ນີ້​ກໍ​ດີ​ກວ່າ​ທຽວ​ຕາມ​ຫາ​ສິ່ງ​ທີ່​ຢາກ​ໄດ້.” (ຜູ້​ເທສະໜາ​ປ່າວ​ປະກາດ 6:9, ລ.ມ.) ຂໍ້​ຄິດ​ແມ່ນ​ຫຍັງ? ຄົນ​ສະຫຼາດ​ຈະ​ບໍ່​ປ່ອຍ​ໃຫ້​ໂຕ​ເອງ​ຕົກ​ເປັນ​ທາດ​ຂອງ​ຄວາມ​ຢາກ​ໄດ້​ນັ້ນ​ຢາກ​ໄດ້​ນີ້ ໂດຍ​ສະເພາະ​ຄວາມ​ຕ້ອງການ​ທີ່​ເປັນ​ໄປ​ໄດ້​ຍາກ​ຫຼື​ເປັນ​ໄປ​ບໍ່​ໄດ້​ເລີຍ. ດັ່ງນັ້ນ ລາວ​ຈະ​ບໍ່​ຫຼົງ​ເຊື່ອ​ເມື່ອ​ເຫັນ​ໂຄສະນາ​ສິນ​ຄ້າ​ທີ່​ຊວນ​ໃຫ້​ຊື້​ຫຼື​ໃຊ້​ບັດ​ເຄຣດິດ​ແບບ​ບໍ່​ຄິດ​ໜ້າ​ຄິດ​ຫຼັງ. ລາວ​ຮຽນ​ຮູ້​ທີ່​ຈະ​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ​ແລະ​ເປົ້າ​ໝາຍ​ທີ່​ສາມາດ​ເຮັດ​ໄດ້​ແທ້ໆຈາກ “ສິ່ງ​ທີ່​ເຫັນ.”

ວິທີ​ທີ 4: ໃຫ້​ຄ່າ​ນິຍົມ​ທີ່​ດີ​ຊີ້​ນຳ​ເຈົ້າ

ກວດ​ເບິ່ງ​ວ່າ​ຄ່າ​ນິຍົມ​ຂອງ​ເຈົ້າ​ເປັນ​ແນວ​ໃດ. ຄ່າ​ນິຍົມ​ຂອງ​ເຈົ້າ​ຈະ​ເປັນ​ເຄື່ອງ​ວັດ​ແທກ​ວ່າ​ອັນ​ໃດ​ດີ ອັນ​ໃດ​ສຳຄັນ ແລະ​ມີ​ຄຸນຄ່າ​ສຳລັບ​ເຈົ້າ. ຖ້າ​ຊີວິດ​ປຽບ​ຄື​ກັບ​ລູກທະນູ ຄ່າ​ນິຍົມ​ກໍ​ເປັນ​ຄື​ເປົ້າ. ດັ່ງນັ້ນ ຖ້າ​ມີ​ຄ່າ​ນິຍົມ​ທີ່​ດີ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຕ່າງໆໃນ​ຊີວິດ​ໄດ້​ດີ​ນຳ ແລະ​ເຮັດ​ໃຫ້​ເຈົ້າ​ໃຊ້​ເວລາ​ທຸກ​ນາທີ​ຢ່າງ​ຄຸ້ມ​ຄ່າ. ແຕ່​ເຈົ້າ​ຈະ​ຫາ​ຄ່າ​ນິຍົມ​ທີ່​ດີ​ໄດ້​ຈາກ​ໃສ? ຫຼາຍ​ຄົນ​ຊອກ​ຫາ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ ເພາະ​ຮູ້​ວ່າ​ຄຳ​ພີ​ໄບເບິນ​ມີ​ຄຳ​ແນະນຳ​ຈາກ​ຜູ້​ມີ​ສະຕິປັນຍາ​ທີ່​ລ້ຳ​ເລີດ.—ສຸພາສິດ 2:6, 7

ໃຫ້​ຄວາມ​ຮັກ​ເປັນ​ຄ່າ​ນິຍົມ​ທີ່​ສຳຄັນ​ທີ່​ສຸດ. ໂກໂລຊາຍ 3:14 ບອກ​ວ່າ: “ຄວາມ​ຮັກ​ຜູກ​ພັນ​ຜູ້​ຄົນ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.” ເຮົາ​ບໍ່​ມີ​ທາງ​ມີ​ຄວາມສຸກ​ແທ້​ແລະ​ຄວາມ​ສະຫງົບ​ໃຈ​ໄດ້​ແທ້ໆຖ້າ​ບໍ່​ມີ​ຄວາມ​ຮັກ ໂດຍ​ສະເພາະ​ກັບ​ຄົນ​ໃນ​ຄອບຄົວ. ຄົນ​ທີ່​ບໍ່​ສົນ​ໃຈ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ ແຕ່​ພັດ​ໄປ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ອາຊີບ​ຫຼື​ການ​ໄລ່​ຕິດ​ຕາມ​ຄວາມ​ລ້ຳ​ລວຍ ລາວ​ຈະ​ບໍ່​ມີ​ທາງ​ພົບ​ຄວາມສຸກ​ແທ້. ດັ່ງນັ້ນ ຄຳ​ພີ​ໄບເບິນ​ຈຶ່ງ​ເວົ້າ​ເຖິງ​ຄວາມ​ຮັກ​ເປັນ​ຮ້ອຍໆເທື່ອ​ແລະ​ສະໜັບສະໜູນ​ເຮົາ​ໃຫ້​ຖື​ວ່າ​ຄວາມ​ຮັກ​ເປັນ​ຄ່າ​ນິຍົມ​ທີ່​ດີ​ທີ່​ສຸດ.—1 ໂກຣິນໂທ 13:1-3; 1 ໂຢຮັນ 4:8

ແບ່ງ​ເວລາ​ໄວ້​ສຳລັບ​ການ​ຮຽນ​ຮູ້​ເລື່ອງ​ພະເຈົ້າ. ເຖິງ​ວ່າ​ເຈບຟ໌​ຈະ​ມີ​ເມຍ​ທີ່​ໜ້າ​ຮັກ ມີ​ລູກ​ສອງ​ຄົນ​ທີ່​ລ່າເລີງ​ແຈ່ມ​ໃສ ແລະ​ມີ​ໝູ່​ທີ່​ດີ ຊີວິດ​ຂອງ​ລາວ​ເບິ່ງ​ຄື​ມີ​ຄວາມສຸກ​ສົມບູນ​ແບບ. ແຕ່​ເນື່ອງ​ຈາກ​ລາວ​ມີ​ອາຊີບ​ເປັນ​ເຈົ້າ​ໜ້າ​ທີ່​ປະຈຳ​ລົດ​ໂຮງ​ໝໍ ເຮັດ​ໃຫ້​ລາວ​ຕ້ອງ​ເຫັນ​ຄວາມທຸກ​ແລະ​ຄວາມ​ຕາຍ​ຂອງ​ຜູ້​ຄົນ​ຢູ່​ເລື້ອຍໆ. ລາວ​ຈຶ່ງ​ເກີດ​ຄຳຖາມ​ໃນ​ໃຈ​ວ່າ “ນີ້​ຫວາ​ຊີວິດ?” ແລ້ວ​ມື້​ໜຶ່ງ​ລາວ​ກໍ​ໄດ້​ອ່ານ​ປຶ້ມ​ອະທິບາຍ​ຄຳ​ພີ​ໄບເບິນ​ຂອງ​ພະຍານ​ພະ​ເຢໂຫວາ ແລະ​ໄດ້​ພົບ​ຄຳ​ຕອບ​ທີ່​ລາວ​ຄອຍ​ຖ້າ​ມາ​ດົນ.

ເຈບຟ໌​ເລົ່າ​ເລື່ອງ​ທີ່​ລາວ​ໄດ້​ຮຽນ​ຮູ້​ໃຫ້​ເມຍ​ແລະ​ລູກ​ຟັງ ເຂົາເຈົ້າ​ກໍ​ສົນ​ໃຈ​ຫຼາຍ​ນຳ. ຕໍ່ມາ​ຄອບຄົວ​ຂອງ​ລາວ​ກໍ​ໄດ້​ເລີ່ມ​ຮຽນ​ຄຳ​ພີ​ໄບເບິນ​ຢ່າງ​ຈິງ​ຈັງ ແລະ​ໄດ້​ມາ​ຮູ້​ວ່າ​ຈະ​ໃຊ້​ເວລາ​ແນວ​ໃດ​ໃຫ້​ຄຸ້ມ​ຄ່າ ຕອນ​ນີ້ ຊີວິດ​ຄອບຄົວ​ຂອງ​ລາວ​ມີ​ຄວາມສຸກ​ຫຼາຍ. ການ​ສຶກສາ​ຄຳ​ພີ​ໄບເບິນ​ຍັງ​ຊ່ວຍ​ໃຫ້​ເຂົາເຈົ້າ​ມີ​ຄວາມຫວັງ​ທີ່​ສົດ​ໃສ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ບໍ່​ມີ​ຄວາມທຸກ​ຍາກ​ລຳບາກ ແລະ​ມີ​ຊີວິດ​ຢູ່​ຢ່າງ​ມີ​ຈຸດ​ມຸ່ງ​ໝາຍ.—ພະນິມິດ 21:3, 4

ປະສົບການ​ຂອງ​ເຈບຟ໌​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ: “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມສຸກ.” (ມັດທາຍ 5:3) ເຈົ້າ​ຢາກ​ແບ່ງ​ເວລາ​ໄວ້​ຈັກ​ໜ້ອຍ​ໜຶ່ງ​ບໍ​ເພື່ອ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ເຊິ່ງ​ຈະ​ເຮັດ​ໃຫ້​ພົບ​ຄວາມສຸກ​ແທ້? ນີ້​ເປັນ​ການ​ໃຊ້​ເວລາ​ແບບ​ຄຸ້ມ​ຄ່າ​ທີ່​ສຸດ ເພາະ​ການ​ຮຽນ​ຮູ້​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວິທີ​ໃຊ້​ເວລາ​ໃຫ້​ເກີດ​ປະໂຫຍດ​ຫຼາຍ​ທີ່​ສຸດ ບໍ່​ແມ່ນ​ແຕ່​ໃນ​ແຕ່​ລະ​ມື້​ທີ່​ຜ່ານ​ໄປ​ເທົ່າ​ນັ້ນ ແຕ່​ຕະຫຼອດ​ທັງ​ຊີວິດ​ຂອງ​ເຈົ້າ​ນຳ.

^ ຂໍ້ 5 ເບິ່ງ “20 ວິທີ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ” (ພາສາ​ໄທ) ໃນ​ວາລະສານ​ຕື່ນ​ເຖີດ! ສະບັບ​ເມສາ 2010