ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 24

ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ອະໄພ​ທີ່​ດີ​ທີ່ສຸດ

ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ອະໄພ​ທີ່​ດີ​ທີ່ສຸດ

“ພະ​ເຢໂຫວາ ພະອົງ​ດີ​ແທ້ໆ ແລະ​ພ້ອມ​ຈະ​ໃຫ້​ອະໄພ. ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ທຸກ​ຄົນ​ທີ່​ຮ້ອງ​ຫາ​ພະອົງ.”—ເພງ. 86:5, ລ.ມ.

ເພງ 42 ຄຳ​ອະທິດຖານ​ຂອງ​ຜູ້​ຮັບ​ໃຊ້​ພະເຈົ້າ

ໃຈ​ຄວາມ​ສຳຄັນ a

1. ຕາມ​ຜູ້​ເທສະໜາ​ປ່າວ​ປະກາດ 7:20 ກະສັດ​ໂຊໂລໂມນ​ໄດ້​ເວົ້າ​ຫຍັງ​ທີ່​ເປັນ​ຄວາມ​ຈິງ?

 ກະສັດ​ໂຊໂລໂມນ​ຂຽນ​ວ່າ: “ໃນ​ໂລກ​ນີ້​ບໍ່​ມີ​ຄົນ​ດີ​ຈັກ​ຄົນ​ທີ່​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍ່​ເຮັດ​ບາບ​ເລີຍ.” (ຜູ້ປ. 7:20, ລ.ມ.) ນີ້​ເປັນ​ຄວາມ​ຈິງ ເພາະ​ເຮົາ​ທຸກ​ຄົນ​ເປັນ​ຄົນ​ບາບ. (1 ຢຮ. 1:8) ດັ່ງນັ້ນ ເຮົາ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ໃຫ້​ອະໄພ​ຈາກ​ພະ​ເຢໂຫວາ​ແລະ​ຈາກ​ຄົນ​ອື່ນ.

2. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ໝູ່​ສະໜິດ​ໃຫ້​ອະໄພ​ເຈົ້າ?

2 ເຈົ້າ​ອາດຈະ​ຈື່​ຕອນ​ທີ່​ເຈົ້າ​ເຮັດ​ໃຫ້​ໝູ່​ສະໜິດ​ຄຽດ ເຈົ້າ​ຢາກ​ຈະ​ປັບ​ຄວາມ​ເຂົ້າໃຈ​ກັບ​ລາວ​ແລະ​ເປັນ​ໝູ່​ກັບ​ລາວ​ອີກ ດັ່ງນັ້ນ ເຈົ້າ​ຈຶ່ງ​ໄປ​ຂໍ​ໂທດ​ລາວ​ຈາກ​ໃຈ. ແລ້ວ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ໝູ່​ໃຫ້​ອະໄພ​ເຈົ້າ? ເຈົ້າ​ຄື​ຊິ​ຮູ້ສຶກ​ໂລ່ງ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ!

3. ເຮົາ​ຈະ​ຮຽນ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ເປັນ​ໝູ່​ທີ່​ສະໜິດ​ທີ່ສຸດ​ຂອງ​ເຮົາ. ແຕ່​ບາງເທື່ອ​ເຮົາ​ກໍ​ເວົ້າ​ແລະ​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ. ແຕ່​ເປັນຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ? ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຕ່າງ​ຈາກ​ການ​ໃຫ້​ອະໄພ​ຂອງ​ຄົນ​ເຮົາ​ແນວ​ໃດ? ແລະ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຜູ້​ໃດ?

ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ

4. ເປັນຫຍັງ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ?

4 ຄຳພີໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ. ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ໃຫ້​ຮູ້​ເລື່ອງ​ນີ້​ຕອນ​ທີ່​ຢູ່​ພູເຂົາ​ຊີນາຍ. ເພິ່ນ​ໄດ້​ບອກ​ຜ່ານ​ທາງ​ທູດສະຫວັນ​ວ່າ: “ພະ​ເຢໂຫວາ ພະ​ເຢໂຫວາ ພະເຈົ້າ​ທີ່​ເມດຕາ​ສົງສານ ບໍ່​ຄຽດ​ງ່າຍ ຮັກ​ໃຜ​ກໍ​ຮັກ​ໝັ້ນຄົງ​ແລະ​ຮັກສາ​ຄຳເວົ້າ​ສະເໝີ. ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ບໍ່​ວ່າ​ຈະ​ຜ່ານ​ໄປ​ຈາກ​ຊົ່ວ​ອາຍຸ​ຄົນ. ພະອົງ​ໃຫ້​ອະໄພ​ຄວາມ​ຜິດ​ແລະ​ບາບ.” (ອົບ. 34:6, 7, ລ.ມ.) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ກະລຸນາ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ຜູ້​ທີ່​ກັບໃຈ​ແທ້ໆ.—ນເຫ. 9:17; ເພງ. 86:15

ພະ​ເຢໂຫວາ​ຮູ້​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ​ເຊິ່ງ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ແບບນັ້ນ (ເບິ່ງ​ຂໍ້ 5)

5. ຕາມ​ຄຳເພງ 103:13, 14 ການ​ທີ່​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ເປັນ​ຢ່າງ​ດີ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ຫຍັງ?

5 ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ເພິ່ນ​ຈຶ່ງ​ຮູ້​ທຸກ​ຢ່າງ​ກ່ຽວກັບ​ໂຕ​ເຮົາ. (ເພງ. 139:15-17) ລອງ​ຄິດ​ເບິ່ງ ພະ​ເຢໂຫວາ​ຮູ້​ລາຍ​ລະອຽດ​ທຸກ​ຢ່າງ​ກ່ຽວກັບ​ເຮົາ​ແຕ່​ລະ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ເຫັນ​ຄວາມ​ບໍ່​ສົມບູນແບບ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພໍ່​ແມ່ ແລະ​ເພິ່ນ​ເຖິງຂັ້ນ​ຮູ້​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ​ເຊິ່ງ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ແບບນັ້ນ. ການ​ທີ່​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ເປັນ​ຢ່າງ​ດີ​ໄດ້​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ຫຍັງ? ສິ່ງ​ນັ້ນ​ກະຕຸ້ນ​ເພິ່ນ​ໃຫ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ.—ເພງ. 78:39; ອ່ານ​ຄຳເພງ 103:13, 14

6. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຢາກ​ໃຫ້​ອະໄພ​ເຮົາ?

6 ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຢາກ​ໃຫ້​ອະໄພ​ເຮົາ. ເພິ່ນ​ຮູ້​ວ່າ​ຍ້ອນ​ສິ່ງ​ທີ່​ອາດາມ​ມະນຸດ​ຄົນ​ທຳອິດ​ເຮັດ ເຮົາ​ທຸກ​ຄົນ​ກໍ​ເລີຍ​ກາຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ ແລະ​ເຮົາ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ຊ່ວຍ​ຕົວເອງ​ແລະ​ຄົນ​ອື່ນ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້. (ຣມ. 5:12; ເພງ. 49:7-9) ແຕ່​ຍ້ອນ​ພະ​ເຢໂຫວາ​ຮັກ​ແລະ​ເຫັນອົກເຫັນໃຈ ເພິ່ນ​ຈຶ່ງ​ໄດ້​ຈັດ​ກຽມ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຮົາ. ເພິ່ນ​ໄດ້​ເຮັດ​ແນວ​ໃດ? ໃນ​ໂຢຮັນ 3:16 ບອກ​ວ່າ ພະ​ເຢໂຫວາ​ໄດ້​ສົ່ງ​ພະເຢຊູ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ​ມາ​ຕາຍ​ແທນ​ເຮົາ ເພື່ອ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ພະເຢຊູ​ຈະ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້. (ມທ. 20:28; ຣມ. 5:19) ແລະ​ເຮົາ​ເຫັນ​ວ່າ​ພະເຢຊູ​ກໍ​ເຕັມໃຈ​ສະລະ​ຊີວິດ​ເພື່ອ​ເຮົາ​ແທ້ໆ. (ຮຣ. 2:9) ລອງ​ຄິດ​ເບິ່ງ​ວ່າ ພະ​ເຢໂຫວາ​ຈະ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ພະເຢຊູ​ລູກ​ຊາຍ​ທີ່​ຮັກ​ຂອງ​ເພິ່ນ​ຕ້ອງ​ຕາຍ​ຢ່າງ​ທໍລະມານ​ແລະ​ໜ້າ​ອັບອາຍ. ການ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ພະເຢຊູ​ມາ​ຕາຍ​ເພື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຢາກ​ໃຫ້​ອະໄພ​ເຮົາ​ແທ້ໆ!

7. ມີ​ເລື່ອງ​ຂອງ​ໃຜ​ແດ່​ໃນ​ຄຳພີໄບເບິນ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ?

7 ໃນ​ຄຳພີໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ. (ອຟຊ. 4:32) ເຈົ້າ​ຄິດເຖິງ​ໃຜ? ເຈົ້າ​ອາດຈະ​ຄິດເຖິງ​ຕົວຢ່າງ​ຂອງ​ກະສັດ​ມານາເຊ. ມານາເຊ​ເຮັດ​ຊົ່ວ​ຫຼາຍ​ຢ່າງ ເຊັ່ນ: ລາວ​ນະມັດສະການ​ພະ​ປອມ​ແລະ​ສົ່ງເສີມ​ຄົນ​ອື່ນ​ໃຫ້​ເຮັດ​ແບບນັ້ນ​ນຳ. ລາວ​ຍັງ​ໄດ້​ຂ້າ​ລູກ​ຕົວເອງ​ແລະ​ເອົາ​ໄປ​ເຜົາ​ບູຊາ​ໃຫ້​ພະ​ປອມ ແຖມ​ຍັງ​ເອົາ​ຮູບ​ປັ້ນ​ຂອງ​ພະ​ປອມ​ມາ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ຄຳພີໄບເບິນ​ບອກ​ວ່າ: “ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ຫຼາຍ ແລະ​ເຮັດ​ໃຫ້​ພະອົງ​ໃຈ​ຮ້າຍ.” (2 ຂ່າວ. 33:2-7, ລ.ມ.) ແຕ່​ເມື່ອ​ກະສັດ​ມານາເຊ​ກັບໃຈ​ແທ້ໆ ພະ​ເຢໂຫວາ​ກໍ​ໃຫ້​ອະໄພ​ລາວ​ແລະ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ເປັນ​ກະສັດ​ອີກ​ເທື່ອ​ໜຶ່ງ. (2 ຂ່າວ. 33:12, 13) ນອກ​ຈາກ​ນັ້ນ ເຈົ້າ​ອາດຈະ​ຄິດເຖິງ​ຕົວຢ່າງ​ຂອງ​ກະສັດ​ດາວິດ. ດາວິດ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ຕໍ່​ພະ​ເຢໂຫວາ. ລາວ​ເຮັດ​ຜິດສິນລະທຳ​ທາງ​ເພດ​ແລະ​ຂ້າ​ຄົນ. ແຕ່​ເມື່ອ​ລາວ​ສຳນຶກ​ຜິດ​ແລະ​ກັບໃຈ​ແທ້ໆ ພະ​ເຢໂຫວາ​ກໍ​ໃຫ້​ອະໄພ​ລາວ. (2 ຊາມ. 12:9, 10, 13, 14) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ອະໄພ​ເຮົາ​ແທ້ໆ. ໃນ​ສ່ວນ​ຕໍ່ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຕ່າງ​ຈາກ​ການ​ໃຫ້​ອະໄພ​ຂອງ​ຄົນ​ເຮົາ​ແນວ​ໃດ.

ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຕ່າງ​ຈາກ​ການ​ໃຫ້​ອະໄພ​ຂອງ​ຄົນ​ເຮົາ

8. ການ​ທີ່​ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ທີ່​ດີ​ທີ່ສຸດ​ສົ່ງ​ຜົນ​ຕໍ່​ການ​ໃຫ້​ອະໄພ​ຂອງ​ເພິ່ນ​ແນວ​ໃດ?

8 ພະ​ເຢໂຫວາ​ເປັນ “ຜູ້​ຕັດສິນ​ບັນດາ​ແຜ່ນດິນ​ໂລກ.” (ຕົ້ນ. 18:25) ຜູ້​ຕັດສິນ​ທີ່​ດີ​ຕ້ອງ​ຮູ້ຈັກ​ກົດ​ໝາຍ​ເປັນ​ຢ່າງ​ດີ. ແລະ​ພະ​ເຢໂຫວາ​ກໍ​ຮູ້ຈັກ​ກົດ​ໝາຍ​ເປັນ​ຢ່າງ​ດີ ເພາະ​ເພິ່ນ​ເປັນ​ຜູ້​ທີ່​ໃຫ້​ກົດ​ໝາຍ. (ເອຊາ. 33:22) ບໍ່​ມີ​ໃຜ​ທີ່​ຈະ​ຮູ້​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ​ໄດ້ດີເທົ່າກັບ​ພະ​ເຢໂຫວາ. ແລ້ວ​ຜູ້​ຕັດສິນ​ທີ່​ດີ​ຍັງ​ຕ້ອງ​ຮູ້ຈັກ​ຫຍັງ​ອີກ? ລາວ​ຕ້ອງ​ຮູ້​ຄວາມ​ຈິງ​ທັງ​ໝົດ​ກ່ອນ​ທີ່​ຈະ​ຕັດສິນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ເຊິ່ງ​ພະ​ເຢໂຫວາ​ກໍ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຈິງ​ທັງ​ໝົດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ເປັນ​ຜູ້​ຕັດສິນ​ທີ່ດີທີ່ສຸດ.

9. ພະ​ເຢໂຫວາ​ເບິ່ງ​ເລື່ອງ​ຫຍັງ​ແດ່​ເມື່ອ​ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ອະໄພ​ເຮົາ​ຫຼື​ບໍ່.

9 ພະ​ເຢໂຫວາ​ຕ່າງ​ຈາກ​ຜູ້​ຕັດສິນ​ທີ່​ເປັນ​ມະນຸດ ເພາະ​ເພິ່ນ​ຮູ້​ຂໍ້​ເທັດ​ຈິງ​ທັງ​ໝົດ​ກ່ຽວກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ກ່ອນ​ທີ່​ຈະ​ຕັດສິນ. (ຕົ້ນ. 18:20, 21; ເພງ. 90:8) ເພິ່ນ​ບໍ່​ຄື​ກັບ​ມະນຸດ​ທີ່​ຮູ້​ຈາກ​ສິ່ງ​ທີ່​ເຫັນ​ແລະ​ໄດ້​ຍິນ​ເທົ່າ​ນັ້ນ ເພາະ​ເພິ່ນ​ເຂົ້າໃຈ​ວ່າ​ຄົນ​ເຮົາ​ເຮັດ​ບາງ​ຢ່າງ​ຍ້ອນ​ກຳມະພັນ​ທີ່​ໄດ້​ຈາກ​ພໍ່​ແມ່ ວິທີ​ທີ່​ຖືກ​ລ້ຽງ​ມາ ສະພາບ​ແວດລ້ອມ ແລະ​ເຖິງຂັ້ນ​ຮູ້ຈັກ​ສະພາບ​ຈິດ​ໃຈ​ແລະ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ພະ​ເຢໂຫວາ​ອ່ານ​ໃຈ​ເຮົາ​ໄດ້. ເພິ່ນ​ຮູ້​ວ່າ​ເຮົາ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຍ້ອນ​ແຮງ​ກະຕຸ້ນ ຄວາມ​ຕັ້ງໃຈ ແລະ​ຄວາມ​ຕ້ອງການ​ແບບ​ໃດ. ບໍ່​ມີ​ຫຍັງ​ທີ່​ຈະ​ປົກ​ປິດ​ຈາກ​ພະ​ເຢໂຫວາ​ໄດ້. (ຮຣ. 4:13) ດັ່ງນັ້ນ ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ຜູ້​ໃດ​ຜູ້​ໜຶ່ງ ກໍ​ຍ້ອນ​ເພິ່ນ​ກໍ​ຮູ້ຈັກ​ຄວາມ​ຈິງ​ທັງ​ໝົດ​ກ່ຽວກັບ​ຜູ້​ນັ້ນ.

ພະ​ເຢໂຫວາ​ຍຸຕິທຳ ບໍ່​ລຳອຽງ​ແລະ​ບໍ່​ມີ​ໃຜ​ຊື້​ຈ້າງ​ເພິ່ນ​ໄດ້ (ເບິ່ງ​ຂໍ້ 10)

10. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ຕັດສິນ​ຢ່າງ​ຍຸຕິທຳ​ສະເໝີ? (ພະບັນຍັດ 32:4)

10 ພະ​ເຢໂຫວາ​ຕັດສິນ​ຢ່າງ​ຍຸຕິທຳ​ສະເໝີ. ເພິ່ນ​ບໍ່​ໄດ້ລຳອຽງ​ແລະ​ເພິ່ນ​ກໍ​ບໍ່​ເຄີຍ​ຕັດສິນ​ຄົນ​ອື່ນ​ຍ້ອນ​ເຂົາ​ເຈົ້າ​ໜ້າ​ຕາ​ດີ ເປັນ​ຄົນ​ລວຍ ມີ​ຊື່ສຽງ​ແລະ​ມີ​ຄວາມ​ສາມາດ. (1 ຊາມ. 16:7; ຢກບ. 2:1-4) ບໍ່​ມີ​ໃຜ​ທີ່​ຈະ​ບັງຄັບ​ຫຼື​ຊື້​ຈ້າງ​ພະ​ເຢໂຫວາ​ໄດ້. (2 ຂ່າວ. 19:7) ແລະ​ເພິ່ນ​ກໍ​ບໍ່​ໄດ້​ຕັດສິນ​ຕາມ​ອາລົມ​ຄວາມ​ຮູ້ສຶກ. (ອົບ. 34:7) ດັ່ງນັ້ນ ເຮົາ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ທີ່​ດີ​ທີ່ສຸດ ຍ້ອນ​ເພິ່ນ​ເຂົ້າໃຈ​ທຸກ​ຢ່າງ​ກ່ຽວກັບ​ຕົວ​ເຮົາແລະ​ສະພາບການ​ຂອງ​ເຮົາ.—ອ່ານ​ພະບັນຍັດ 32:4

11. ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຕ່າງ​ຈາກ​ການ​ໃຫ້​ອະໄພ​ຂອງ​ຄົນ​ເຮົາ​ແນວ​ໃດ?

11 ຜູ້​ຂຽນ​ຄຳພີໄບເບິນ​ພາກ​ພາສາ​ເຮັບເຣີ​ຮູ້​ວ່າ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຕ່າງ​ຈາກ​ການ​ໃຫ້​ອະໄພ​ຂອງ​ຄົນ​ເຮົາ. ເພາະ​ບາງເທື່ອ​ເຂົາ​ເຈົ້າ​ໄດ້​ໃຊ້​ຄຳ​ພາສາ​ເຮັບເຣີ​ຄຳ​ໜຶ່ງ​ເຊິ່ງ​ປຶ້ມ​ຄົ້ນ​ຄວ້າ​ຫົວ​ໜຶ່ງ​ອະທິບາຍ​ວ່າ: “ຄຳ​ນີ້​ໃຊ້​ສະເພາະ​ການ​ໃຫ້​ອະໄພ​ລະຫວ່າງ​ພະເຈົ້າ​ກັບ​ມະນຸດ​ເທົ່າ​ນັ້ນ. ບໍ່​ເຄີຍ​ໃຊ້​ລະຫວ່າງ​ມະນຸດ​ກັບ​ມະນຸດ​ນຳ​ກັນ.” ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ມີ​ສິດ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ບາບ​ແລ້ວ​ກັບໃຈ​ແທ້ໆ. ແລ້ວ​ຜົນ​ເປັນ​ແນວ​ໃດ​ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ?

12-13. (ກ) ຜູ້​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ຈະ​ເປັນ​ແນວ​ໃດ? (ຂ) ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ເປັນ​ແນວ​ໃດ?

12 ເມື່ອ​ເຮົາ​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ ເຮົາ​ກໍ​ຈະ “ໄດ້​ຮັບ​ຄວາມ​ສົດ​ຊື່ນ” ເຊິ່ງ​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ມີ​ຄວາມ​ສະຫງົບໃຈ​ແລະ​ບໍ່​ມີ​ຫຍັງ​ມາ​ລົບກວນ​ໃຈ​ເຮົາ. ການ​ໃຫ້​ອະໄພ​ແບບ​ນີ້​ຕ້ອງ​ມາ​ຈາກ “ພະ​ເຢໂຫວາ” ເທົ່າ​ນັ້ນ ບໍ່​ແມ່ນ​ມາ​ຈາກ​ມະນຸດ. (ກຈກ. 3:19) ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ ເພິ່ນ​ກໍ​ຊ່ວຍ​ເຮົາ​ໃຫ້​ກັບ​ມາ​ເປັນ​ໝູ່​ນຳ​ເພິ່ນ​ອີກ​ຄື​ກັບ​ວ່າ​ເຮົາ​ບໍ່​ເຄີຍ​ເຮັດ​ຜິດ​ມາ​ກ່ອນ.

13 ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແລ້ວ ເພິ່ນ​ກໍ​ຈະ​ບໍ່​ເວົ້າ​ເຖິງ​ຄວາມ​ຜິດ​ນັ້ນ ແລະ​ບໍ່​ເອົາ​ຄວາມ​ຜິດ​ນັ້ນ​ມາ​ລົງໂທດ​ເຮົາ​ອີກ. (ເອຊາ. 43:25; ຢເຣ. 31:34) ເພິ່ນ​ຈະ​ຖິ້ມ​ຄວາມ​ຜິດ​ຂອງ​ເຮົາ​ອອກ​ໄປ​ໄກ​ສ່ຳ​ກັບ “ທິດ​ຕາເວັນ​ອອກ​ໄກ​ຈາກ​ທິດຕາເວັນຕົກ.” b (ເພງ. 103:12, ລ.ມ.) ເມື່ອ​ຄິດເຖິງ​ເລື່ອງ​ນີ້ ເຮົາ​ກໍ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ແລະ​ເຫັນ​ຄ່າ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແທ້ໆ. (ເພງ. 130:4) ແລ້ວ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຜູ້​ໃດ​ແດ່?

ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຜູ້​ໃດ?

14. ເຮົາ​ໄດ້​ຮຽນ​ຫຍັງ​ມາ​ແລ້ວ​ເລື່ອງ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ?

14 ເຮົາ​ໄດ້​ຮຽນ​ມາ​ແລ້ວ​ວ່າ​ການ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຜູ້​ໃດ​ຜູ້​ໜຶ່ງ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ຄວາມ​ຜິດ​ນັ້ນ​ນ້ອຍ​ໃຫຍ່​ສ່ຳ​ໃດ. ແຕ່​ເພິ່ນ​ໄດ້​ໃຊ້​ຄວາມ​ຮູ້​ໃນ​ຖານະ​ທີ່​ເປັນ​ຜູ້​ສ້າງ ຜູ້​ໃຫ້​ກົດ​ໝາຍ ແລະ​ຜູ້​ຕັດສິນ​ເພື່ອ​ເບິ່ງ​ວ່າ​ຈະ​ໃຫ້​ອະໄພ​ເຮົາ​ຫຼື​ບໍ່. ແລ້ວ​ພະ​ເຢໂຫວາ​ໄດ້​ຄິດເຖິງ​ເລື່ອງ​ຫຍັງ​ແດ່​ເມື່ອ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ອະໄພ​ເຮົາ​ຫຼື​ບໍ່?

15. ຕາມ​ລູກາ 12:47, 48 ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄິດເຖິງ​ແມ່ນ​ຫຍັງ?

15 ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄິດເຖິງ​ກ່ອນ​ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ອະໄພ​ຫຼື​ບໍ່​ກໍ​ຄື ຜູ້​ທີ່​ເຮັດ​ຜິດ​ຮູ້​ໂຕ​ບໍ​ວ່າ​ສິ່ງ​ທີ່​ຕົວເອງ​ເຮັດ​ມັນ​ຜິດ. ພະເຢຊູ​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ​ໃນ​ລູກາ 12:47, 48 (ອ່ານ). ເມື່ອ​ຄົນ​ໜຶ່ງ​ຈົງໃຈ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ມັກ ລາວ​ກໍ​ເຮັດ​ຜິດ​ຮ້າຍແຮງ​ແລະ​ລາວ​ອາດຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ​ກໍ​ໄດ້. (ມຣກ. 3:29; ຢຮ. 9:41) ແຕ່​ເຮົາ​ຕ້ອງ​ຍອມ​ຮັບ​ວ່າ​ບາງເທື່ອ​ເຮົາ​ກໍ​ຈົງໃຈ​ເຮັດ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ມັນ​ຜິດ. ຊັ້ນ​ເຮົາ​ຍັງ​ມີ​ຄວາມຫວັງ​ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບໍ? ມີ​ແທ້! ໃຫ້​ເຮົາ​ມາ​ເບິ່ງ​ອີກ​ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄິດເຖິງ.

ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ກັບໃຈ​ແທ້ໆ (ເບິ່ງ​ຂໍ້ 16-17)

16. ການ​ກັບໃຈ​ໝາຍ​ເຖິງ​ຫຍັງ ແລະ​ເປັນຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ຖ້າ​ເຮົາ​ຢາກ​ໄດ້​ຮັບ​ການ​ໃຫ້​ອະໄພ​ຈາກ​ພະ​ເຢໂຫວາ?

16 ອີກ​ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄິດເຖິງ​ກໍ​ຄື ຜູ້​ທີ່​ເຮັດ​ຜິດ​ກັບໃຈ​ແທ້​ຫຼື​ບໍ່. ການ​ກັບໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ? ການ​ກັບໃຈ​ໝາຍ​ເຖິງ​ການ​ປ່ຽນ​ຄວາມຄິດ ຈິດ​ໃຈ ແລະ​ຄວາມ​ຕັ້ງໃຈເຊິ່ງ​ລວມ​ເຖິງ​ການ​ທີ່​ຜູ້​ນັ້ນ​ຮູ້ສຶກ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ລາວ​ເຮັດ ຫຼື​ເສຍໃຈ​ທີ່​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຜູ້​ທີ່​ກັບໃຈ​ຕ້ອງ​ບໍ່​ພຽງ​ແຕ່​ເສຍໃຈ​ຍ້ອນ​ຄວາມ​ຜິດ​ທີ່​ຕົວເອງ​ເຮັດ ແຕ່​ຍ້ອນ​ບໍ່​ໄດ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເຊິ່ງ​ພາ​ໃຫ້​ລາວ​ເຮັດ​ຜິດ. ຂໍ​ໃຫ້​ຄິດເຖິງ​ເລື່ອງ​ຂອງ​ມານາເຊ​ແລະ​ດາວິດ​ທີ່​ເຮັດ​ຜິດ​ຮ້າຍແຮງ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ໃຫ້​ອະໄພ​ເຂົາ​ເຈົ້າຍ້ອນ​ເຂົາ​ເຈົ້າ​ກັບໃຈ​ແທ້ໆ. (1 ກະ. 14:8) ນີ້​ສະແດງ​ວ່າ ເພື່ອ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ ເພິ່ນ​ຕ້ອງ​ເຫັນ​ຫຼັກ​ຖານ​ວ່າ​ເຮົາ​ກັບໃຈ​ແທ້ໆ. ແຕ່​ການ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ລົງມື​ເຮັດ​ບາງ​ຢ່າງ​ນຳ. c ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ອີກ​ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄິດເຖິງ.

17. ການ​ປ່ຽນແປງ​ຕົວເອງ​ແມ່ນ​ຫຍັງ ແລະ​ເປັນຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ບໍ່​ກັບ​ໄປ​ເຮັດ​ຜິດ​ອີກ? (ເອຊາອີ 55:7)

17 ອີກ​ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄິດເຖິງ​ແມ່ນ​ການ​ປ່ຽນແປງ​ຕົວເອງ. ນີ້​ໝາຍ​ຄວາມ​ວ່າ​ຜູ້​ນັ້ນ​ຕ້ອງ​ປ່ຽນແປງ​ຕົວເອງ​ໂດຍ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ເລີ່ມ​ໃຊ້​ຊີວິດ​ແບບ​ທີ່​ພະ​ເຢໂຫວາ​ຕ້ອງການ. (ອ່ານ​ເອຊາອີ 55:7) ລາວ​ຕ້ອງ​ປ່ຽນ​ຄວາມຄິດ​ຂອງ​ຕົວເອງ​ເພື່ອ​ທີ່​ພະ​ເຢໂຫວາ​ຈະ​ຊີ້ນຳ​ຄວາມຄິດ​ຂອງ​ລາວ​ໄດ້. (ຣມ. 12:2; ອຟຊ. 4:23) ແລະ​ລາວ​ຕ້ອງ​ຕັ້ງໃຈ​ທີ່​ຈະ​ບໍ່​ກັບ​ໄປ​ຄິດ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແບບ​ເກົ່າ​ອີກ. (ກລຊ. 3:7-10) ການ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະເຢຊູ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແລະ​ລົບ​ລ້າງ​ຄວາມ​ຜິດ​ຂອງ​ເຮົາ​ໄດ້. ແລະ​ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ປ່ຽນແປງ​ຕົວເອງ​ແທ້ໆ ເພິ່ນ​ກໍ​ຈະ​ໃຫ້​ອະໄພ​ເຮົາ​ຍ້ອນ​ຄ່າໄຖ່​ຂອງ​ພະເຢຊູ.—1 ຢຮ. 1:7

ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ

18. ເຮົາ​ໄດ້​ຮຽນ​ຫຍັງ​ແດ່​ກ່ຽວກັບ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ?

18 ໃຫ້​ເຮົາ​ມາ​ສະຫຼຸບ​ຈຸດ​ສຳຄັນ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ. ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ອະໄພ​ທີ່​ດີ​ທີ່ສຸດ​ໃນ​ເອກະພົບ. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເຫດຜົນ​ໜຶ່ງ​ກໍ​ຄື ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ. ສອງ ພະ​ເຢໂຫວາ​ຮູ້​ທຸກ​ຢ່າງ​ກ່ຽວກັບ​ເຮົາ ແລະ​ຮູ້​ດີ​ວ່າ​ເຮົາ​ກັບໃຈ​ແທ້​ຫຼື​ບໍ່. ສາມ ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແລ້ວ ເພິ່ນ​ກໍ​ໃຫ້​ອະໄພ​ແທ້ໆ​ແລະ​ລົບ​ລ້າງ​ຄວາມ​ຜິດ​ຂອງ​ເຮົາ​ທັງ​ໝົດ ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຫຍັງ​ມາ​ລົບກວນ​ໃຈ​ເຮົາ​ອີກ​ແລະ​ພະ​ເຢໂຫວາ​ກໍ​ພໍ​ໃຈ​ເຮົາ.

19. ເປັນຫຍັງ​ເຮົາ​ສາມາດ​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ເປັນ​ຄົນ​ບໍ່​ສົມບູນແບບ​ແລະ​ຍັງ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ?

19 ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ຍັງ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ. ແຕ່​ເຮົາ​ຈະ​ໄດ້​ຮັບ​ກຳລັງໃຈ​ຈາກ​ຄຳເວົ້າ​ທີ່​ຢູ່​ໃນ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າໃຈ​ພະຄຳພີ (ພາສາ​ອັງກິດ) d ເຫຼັ້ມ 2 ໜ້າ 77​1 ທີ່​ບອກ​ວ່າ: “ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ຮູ້​ວ່າ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ. ດັ່ງນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຕ້ອງ​ຮູ້ສຶກ​ເສຍໃຈ​ຢູ່​ຕະຫຼອດ​ຈາກ​ການ​ເຮັດ​ຜິດ​ພາດ​ຍ້ອນ​ຄວາມ​ບໍ່​ສົມບູນແບບ. (ເພງ. 103:8-14; 130:3) ຖ້າ​ເຂົາ​ເຈົ້າ​ພະຍາຍາມ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ (ຟລປ. 4:4-6; 1 ຢຮ. 3:19-22).” ນີ້​ເປັນ​ຄຳເວົ້າ​ທີ່​ໃຫ້​ກຳລັງໃຈ​ຫຼາຍ​ແທ້ໆ!

20. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່ໄປ?

20 ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ພ້ອມ​ຈະ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ຮູ້ສຶກ​ເສຍໃຈ​ແທ້ໆ​ກັບ​ຄວາມ​ຜິດ​ທີ່​ເຮົາ​ເຮັດ. ແລ້ວ​ເຮົາ​ຈະ​ຮຽນແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ໃຫ້​ອະໄພ? ການ​ໃຫ້​ອະໄພ​ຂອງ​ເຮົາ​ແລະ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຄື​ກັນ​ແນວ​ໃດ​ແລະ​ຕ່າງ​ກັນ​ແນວ​ໃດ? ແລະ​ເປັນຫຍັງ​ການ​ເຂົ້າໃຈ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່ານີ້​ໃນ​ບົດ​ຄວາມ​ຕໍ່ໄປ.

ເພງ 45 ສິ່ງ​ທີ່​ຄິດຕຶກຕອງ​ໃນ​ໃຈ

a ໃນ​ຄຳພີໄບເບິນ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ກັບໃຈ​ແທ້ໆ. ແຕ່​ບາງເທື່ອ​ເຮົາ​ກໍ​ຮູ້ສຶກ​ວ່າ​ເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ການ​ໃຫ້​ອະໄພ​ຈາກ​ເພິ່ນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ເຫດຜົນ​ທີ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ກັບໃຈ​ແທ້ໆ.

c ການ​ອະທິບາຍ​ສຳນວນ: “ການ​ກັບໃຈ” ໝາຍ​ເຖິງ​ການ​ປ່ຽນຄວາມຄິດ​ຈິດ​ໃຈ​ຍ້ອນ​ວ່າ​ເສຍໃຈ​ທີ່​ເຄີຍ​ໃຊ້​ຊີວິດ​ທີ່​ບໍ່ດີ ເສຍໃຈ​ກັບ​ຄວາມຜິດ​ທີ່​ເຄີຍ​ເຮັດ ຫຼື​ເສຍໃຈ​ທີ່​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ແລະ​ຜູ້​ທີ່ກັບໃຈ​ແທ້​ຈະ​ເຫັນ​ໄດ້​ຈາກ​ການ​ທີ່​ລາວ​ປ່ຽນ​ການ​ກະທຳ​ຂອງ​ຕົວເອງ.