ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດເຂົ້າ​ເປັນ​ລູກ​ສິດ’

‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດເຂົ້າ​ເປັນ​ລູກ​ສິດ’

‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ບັບເຕມາ . . . ຈົ່ງ​ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ທ່ານ​ທັງ​ຫຼາຍ​ແລ້ວ.’—ມັດທາຍ 28:19, 20

ເພງ: 141, 97

1, 2. ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ຢູ່​ໃນ​ມັດທາຍ 24:14 ໄດ້​ເກີດ​ມີ​ຄຳຖາມ​ຫຍັງ​ແດ່?

ພະ​ເຍຊູ​ບອກ​ລ່ວງ​ໜ້າ​ໄວ້​ວ່າ ໃນ​ສະໄໝ​ສຸດ​ທ້າຍ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໃຫ້​ແກ່​ທຸກ​ຄົນ. (ມັດທາຍ 24:14) ເນື່ອງ​ຈາກ​ເປັນ​ພະຍານ​ພະ​ເຢໂຫວາ ພວກ​ເຮົາ​ຈຶ່ງ​ເປັນ​ທີ່​ຮັບ​ຮູ້​ຢູ່​ທົ່ວ​ໂລກ​ໃນ​ເລື່ອງ​ວຽກ​ປະກາດ​ຂອງ​ເຮົາ. ບາງ​ຄົນ​ກໍ​ມັກ​ຂ່າວ​ສານ​ທີ່​ເຮົາ​ປະກາດ ໃນ​ຂະນະ​ທີ່​ບາງ​ຄົນ​ກໍ​ບໍ່​ມັກ. ເຖິງ​ວ່າ​ຄົນ​ເຫຼົ່າ​ນັ້ນ​ຈະ​ບໍ່​ມັກ​ຂ່າວ​ສານ​ຂອງ​ເຮົາ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ນັບຖື​ເຮົາ​ໃນ​ວຽກ​ທີ່​ເຮົາ​ເຮັດ. ເຮົາ​ສາມາດ​ອ້າງ​ໄດ້​ວ່າ​ເຮົາ​ເປັນ​ຄົນ​ທີ່​ກຳລັງ​ເຮັດ​ວຽກ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ລ່ວງ​ໜ້າ. ເຮົາ​ມີ​ສິດ​ທີ່​ຈະ​ເວົ້າ​ແບບ​ນັ້ນ​ບໍ? ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ວຽກ​ປະກາດ​ຂອງ​ເຮົາ​ເປັນ​ວຽກ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ລ່ວງ​ໜ້າ?

2 ກຸ່ມ​ສາສະໜາ​ຫຼາຍໆກຸ່ມ​ອ້າງ​ວ່າ​ເຂົາ​ເຈົ້າ​ກຳລັງ​ປະກາດ​ຂ່າວ​ສານ​ຂອງ​ພະ​ເຍຊູ. ແຕ່​ການ​ປະກາດ​ຂອງ​ເຂົາ​ເຈົ້າ​ຈຳກັດ​ໄວ້​ສະເພາະ​ການ​ສອນ​ຢູ່​ໃນ​ໂບດ ໃນ​ໂທລະທັດ ໃນ​ອິນເຕີເນັດ ຫຼື​ເຂົາ​ເຈົ້າ​ອາດ​ພຽງ​ແຕ່​ໄດ້​ບອກ​ຄົນ​ອື່ນໆກ່ຽວ​ກັບ​ວິທີ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຍຊູ. ສ່ວນ​ບາງ​ຄົນ​ຮູ້ສຶກ​ວ່າ​ວິທີ​ການ​ປະກາດ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ຊ່ວຍ​ເຫຼືອ​ຜູ້​ຄົນ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ ຫຼື​ການ​ເຮັດ​ວຽກ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ ເຊັ່ນ: ເປັນ​ໝໍ ເປັນ​ພະຍາບານ ຫຼື​ເປັນ​ຄູ. ແຕ່​ວຽກ​ເຫຼົ່າ​ນີ້​ເປັນ​ວຽກ​ປະກາດ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ບໍ?

3. ຕາມ​ມັດທາຍ 28:19 ສີ່​ຢ່າງ​ທີ່​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຕ້ອງ​ເຮັດ​ມີ​ຫຍັງ​ແດ່?

3 ພະ​ເຍຊູ​ຕ້ອງການ​ໃຫ້​ພວກ​ລູກ​ສິດ​ຂອງ​ພະອົງ​ຄອຍ​ຖ້າ​ໃຫ້​ມີ​ຄົນ​ມາ​ຫາ​ເຂົາ​ເຈົ້າ​ບໍ? ບໍ່​ແມ່ນ! ຫຼັງ​ຈາກ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ ພະ​ເຍຊູ​ໄດ້​ບອກ​ພວກ​ລູກ​ສິດ​ຫຼາຍ​ຮ້ອຍ​ຄົນ​ວ່າ: ‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ສິນ​ບັບເຕມາ . . . ຈົ່ງ​ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ທ່ານ​ທັງ​ຫຼາຍ​ແລ້ວ.’ (ມັດທາຍ 28:19, 20) ດັ່ງ​ນັ້ນ ເຮົາ​ທີ່​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ ເຮົາ​ຈຳເປັນ​ຕ້ອງ​ເຮັດ​ໃນ​ສີ່​ຢ່າງ. ເຮົາ​ຕ້ອງ​ກະທຳ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ ໃຫ້​ເຂົາ​ເຈົ້າ​ຮັບ​ບັບເຕມາ ແລະ​ສອນ​ເຂົາ​ເຈົ້າ. ແຕ່​ສິ່ງ​ທຳອິດ​ແມ່ນ​ເຮົາ​ຕ້ອງ​ໄປ​ຫາ​ຜູ້​ຄົນ. ນັກ​ວິຊາການ​ຄົນ​ໜຶ່ງ​ໃນ​ດ້ານ​ຄຳພີ​ໄບເບິນ​ໄດ້​ອະທິບາຍ​ວ່າ: “ການ ‘ໄປ’ ແມ່ນ​ເປັນ​ໜ້າ​ທີ່​ຂອງ​ແຕ່​ລະ​ຄົນ​ທີ່​ມີ​ຄວາມ​ເຊື່ອ ເຖິງ​ວ່າ​ຈະ​ຕ້ອງ​ບຸ​ປ່າ​ຜ່າ​ດົງ​ກໍ​ຕາມ.”—ມັດທາຍ 10:7; ລືກາ 10:3

4. ມີ​ຫຍັງ​ກ່ຽວ​ຂ້ອງ​ຢູ່​ນຳ​ໃນ​ການ​ເປັນ “ພານ​ຄົນ” ຫຼື​ຜູ້​ຫາ​ຄົນ?

4 ພະ​ເຍຊູ​ຄາດ​ໝາຍ​ຫຍັງ​ຈາກ​ພວກ​ລູກ​ສິດ​ຂອງ​ພະອົງ? ພະອົງ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ປະກາດ​ດ້ວຍ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ​ບໍ ຫຼື​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຈັດ​ຕັ້ງ​ແບບ​ເປັນ​ກຸ່ມ? ເນື່ອງ​ຈາກ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຄົນ​ຜູ້​ໜຶ່ງ​ຈະ​ປະກາດ​ກັບ “ຄົນ​ທຸກ​ຊາດ” ດັ່ງ​ນັ້ນ ພວກ​ລູກ​ສິດ​ຂອງ​ພະອົງ​ຈະ​ຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ແບບ​ເປັນ​ກຸ່ມ. ພະ​ເຍຊູ​ໝາຍ​ຄວາມ​ເຊັ່ນ​ນັ້ນ​ເມື່ອ​ພະອົງ​ເຊີນ​ພວກ​ລູກ​ສິດ​ໃຫ້​ມາ​ເປັນ “ພານ​ຄົນ” ຫຼື​ຜູ້​ຫາ​ຄົນ. (ອ່ານ​ມັດທາຍ 4:18-22) ພະ​ເຍຊູ​ບໍ່​ໄດ້​ກ່າວ​ເຖິງ​ຄົນ​ຫາ​ປາ​ຄົນ​ໜຶ່ງ​ທີ່​ໃຊ້​ເບັດ​ແລະ​ເຫຍື່ອ​ລໍ້​ຂອງ​ຕົນ​ເອງ ແລ້ວ​ຄອຍ​ຖ້າ​ໃຫ້​ປາ​ມາ​ກິນ​ເຫຍື່ອ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ການ​ຕຶກ​ປາ​ທີ່​ພະ​ເຍຊູ​ກ່າວ​ເຖິງ​ແມ່ນ​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ມອງ​ຈັບ​ປາ. ການ​ຫາ​ປາ​ແບບ​ນັ້ນ​ຕ້ອງ​ໄດ້​ອອກ​ແຮງ​ຫຼາຍ ມີ​ການ​ຈັດ​ຕັ້ງ ແລະ​ມີ​ຫຼາຍ​ຄົນ​ເຮັດ​ວຽກ​ນຳ​ກັນ.—ລືກາ 5:1-11

5. ຄຳຖາມ​ສີ່​ຂໍ້​ທີ່​ເຮົາ​ຕ້ອງ​ໄດ້​ຄຳຕອບ​ມີ​ຫຍັງ​ແດ່ ແລະ​ຍ້ອນ​ຫຍັງ?

5 ເພື່ອ​ຈະ​ຮູ້​ວ່າ​ໃຜ​ກຳລັງ​ປະກາດ​ຂ່າວ​ດີ​ໃນ​ທຸກ​ມື້​ນີ້ ເຮົາ​ຕ້ອງ​ຕອບ​ສີ່​ຄຳຖາມ​ຕໍ່​ໄປ​ນີ້:

  • ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຄວນ​ປະກາດ​ຂ່າວ​ສານ​ເລື່ອງ​ຫຍັງ?

  • ເຂົາ​ເຈົ້າ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ເຮັດ​ວຽກ​ປະກາດ?

  • ເຂົາ​ເຈົ້າ​ຄວນ​ນຳ​ໃຊ້​ວິທີ​ການ​ແບບ​ໃດ​ໃນ​ການ​ປະກາດ?

  • ເຂົາ​ເຈົ້າ​ຄວນ​ເຮັດ​ວຽກ​ປະກາດ​ໄປ​ເຖິງ​ຂອບ​ເຂດ​ໃດ ແລະ​ຄວນ​ເຮັດ​ຕໍ່​ໄປ​ດົນ​ປານ​ໃດ?

ຄຳຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ໄດ້​ວ່າ​ໃຜ​ກຳລັງ​ເຮັດ​ວຽກ​ນີ້​ທີ່​ຊ່ວຍ​ຊີວິດ ແລະ​ຈະ​ເສີມ​ສ້າງ​ຄວາມ​ປາຖະໜາ​ຂອງ​ເຮົາ​ທີ່​ຈະ​ປະກາດ​ຕໍ່ໆໄປ.—1 ຕີໂມເຕ 4:16

ຄວນ​ເປັນ​ຂ່າວ​ສານ​ເລື່ອງ​ຫຍັງ?

6. ເປັນ​ຫຍັງ​ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະຍານ​ພະ​ເຢໂຫວາ​ກຳລັງ​ປະກາດ​ຂ່າວ​ສານ​ທີ່​ຖືກຕ້ອງ?

6 ອ່ານ​ລືກາ 4:43. ພະ​ເຍຊູ​ປະກາດ​ເລື່ອງ “ແຜ່ນດິນ​ຂອງ​ພະເຈົ້າ” ເຊິ່ງ​ແມ່ນ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ແລະ​ພະອົງ​ຕ້ອງການ​ໃຫ້​ພວກ​ລູກ​ສິດ​ຂອງ​ພະອົງ​ເຮັດ​ຄື​ກັບ​ທີ່​ພະອົງ​ເຮັດ. ຄົນ​ກຸ່ມ​ໃດ​ທີ່​ກຳລັງ​ປະກາດ​ຂ່າວ​ສານ​ນັ້ນ​ໃຫ້​ກັບ​ທຸກ​ຄົນ? ມີ​ແຕ່​ພະຍານ​ພະ​ເຢໂຫວາ​ເທົ່າ​ນັ້ນ! ແມ່ນ​ແຕ່​ບາງ​ຄົນ​ທີ່​ບໍ່​ມັກ​ພວກ​ເຮົາ​ກໍ​ຍັງ​ຍອມ​ຮັບ​ໃນ​ເລື່ອງ​ນີ້. ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ສັງເກດ​ເບິ່ງ​ສິ່ງ​ທີ່​ຄຸນ​ພໍ່​ຄົນ​ໜຶ່ງ​ໄດ້​ບອກ​ກັບ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ. ຄຸນ​ພໍ່​ຄົນ​ນີ້​ເປັນ​ມິດຊັນນາລີ​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຫຼາຍ​ປະເທດ ແລະ​ໃນ​ແຕ່​ລະ​ປະເທດ​ທີ່​ລາວ​ໄປ ລາວ​ໄດ້​ຖາມ​ພະຍານ​ພະ​ເຢໂຫວາ​ກ່ຽວ​ກັບ​ຂ່າວ​ສານ​ທີ່​ເຂົາ​ເຈົ້າ​ກຳລັງ​ປະກາດ. ຄຸນ​ພໍ່​ຄົນ​ນີ້​ໄດ້​ເວົ້າ​ວ່າ: “ພວກ​ເຂົາ​ເຈົ້າ​ທຸກ​ຄົນ​ໂງ່​ແທ້ໆທີ່​ຕອບ​ແບບ​ດຽວ​ກັນ ທີ່​ວ່າ: ‘ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ.’” ທີ່​ຈິງ​ແລ້ວ​ຄວາມ​ຄິດ​ເຫັນ​ຂອງ​ຄຸນ​ພໍ່​ຄົນ​ນັ້ນ​ພິສູດ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ບໍ່​ໄດ້​ໂງ່ ແຕ່​ພວກ​ເຮົາ​ເປັນ​ເອກະພາບ​ກັນ​ໃນ​ຖານະ​ທີ່​ເປັນ​ຄລິດສະຕຽນ​ແທ້. (1 ໂກລິນໂທ 1:10) ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຍັງ​ເປັນ​ຂ່າວ​ສານ​ຫຼັກ​ຂອງ​ຫໍສັງເກດການ​ປະກາດ​ລາຊະອານາຈັກ​ຂອງ​ພະ​ເຢໂຫວາ. ວາລະສານ​ນີ້​ມີ​ໃນ 254 ພາສາ ແລະ​ຈຳນວນ​ສະເລ່ຍ​ຂອງ​ແຕ່​ລະ​ສະບັບ​ທີ່​ພິມ​ອອກ​ແມ່ນ​ເກືອບ​ຮອດ 59.000.000 ເຫຼັ້ມ ເຊິ່ງ​ເປັນ​ວາລະສານ​ທີ່​ມີ​ການ​ແຈກ​ຢາຍ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ​ໃນ​ໂລກ!

ມີ​ພຽງ​ພະຍານ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ກຳລັງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ

7. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພວກ​ຄຸນ​ພໍ່​ຂອງ​ຄລິດ​ສາສະໜາ​ຈັກ​ບໍ່​ໄດ້​ປະກາດ​ຂ່າວ​ສານ​ທີ່​ຖືກຕ້ອງ?

7 ພວກ​ຄຸນ​ພໍ່​ຂອງ​ຄລິດ​ສາສະໜາ​ຈັກ​ບໍ່​ໄດ້​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ຖ້າ​ເຂົາ​ເຈົ້າ​ເວົ້າ​ກ່ຽວ​ກັບ​ເລື່ອງ​ນັ້ນ ເຂົາ​ເຈົ້າ​ຫຼາຍ​ຄົນ​ກໍ​ມັກ​ເວົ້າ​ວ່າ​ລາຊະອານາຈັກ​ເປັນ​ພຽງ​ຄວາມ​ຮູ້ສຶກ​ທີ່​ຢູ່​ໃນ​ໃຈ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ. (ລືກາ 17:21) ເຂົາ​ເຈົ້າ​ບໍ່​ໄດ້​ສອນ​ຜູ້​ຄົນ​ວ່າ​ລາຊະອານາຈັກ​ແມ່ນ​ລັດຖະບານ​ທີ່​ຢູ່​ທາງ​ພາກ​ສະຫວັນ​ເຊິ່ງ​ມີ​ພະ​ເຍຊູ​ເປັນ​ຜູ້​ປົກຄອງ. ແຕ່​ເຂົາ​ເຈົ້າ​ຈະ​ເວົ້າ​ເຖິງ​ພະ​ເຍຊູ​ສະເພາະ​ໃນ​ໄລຍະ​ບຸນ​ຄລິດສະມາດ​ຫຼື​ບຸນ​ອີສະເຕີ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ບໍ່​ໄດ້​ອະທິບາຍ​ວ່າ​ລາຊະອານາຈັກ​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ ແລະ​ອີກ​ບໍ່​ດົນ​ລາຊະອານາຈັກ​ນີ້​ກໍ​ຈະ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ໂລກ​ນີ້. (ຄຳປາກົດ 19:11-21) ເຫັນ​ໄດ້​ແຈ້ງ​ວ່າ​ຜູ້​ນຳ​ຂອງ​ຄລິດ​ສາສະໜາ​ຈັກ​ບໍ່​ໄດ້​ຮູ້ຈັກ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ​ໃນ​ຖານະ​ກະສັດ​ຂອງ​ລາຊະອານາຈັກ. ເນື່ອງ​ຈາກ​ວ່າ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຂ່າວ​ສານ​ຂອງ​ພະ​ເຍຊູ ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ເຂົ້າ​ໃຈ​ເຫດຜົນ​ທີ່​ເຂົາ​ເຈົ້າ​ຄວນ​ຈະ​ປະກາດ.

ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ເຮັດ​ວຽກ​ປະກາດ?

8. ທັດສະນະ​ແບບ​ໃດ​ທີ່​ບໍ່​ຖືກຕ້ອງ​ໃນ​ການ​ເຮັດ​ວຽກ​ປະກາດ?

8 ລູກ​ສິດ​ຂອງ​ພະ​ເຍຊູ​ບໍ່​ຄວນ​ປະກາດ​ເພື່ອ​ຈະ​ໄດ້​ເງິນ ຫຼື​ເພື່ອ​ສ້າງ​ອາຄານ​ທີ່​ໜ້າ​ປະທັບ​ໃຈ. ພະ​ເຍຊູ​ກ່າວ​ວ່າ: ‘ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ມາ​ລ້າໆ ຈົ່ງ​ປະທານ​ໃຫ້​ລ້າໆເຖີ້ນ.’ (ມັດທາຍ 10:8) ດັ່ງ​ນັ້ນ ວຽກ​ປະກາດ​ບໍ່​ຄວນ​ຈະ​ເປັນ​ໃນ​ລັກສະນະ​ທຸລະກິດ. (2 ໂກລິນໂທ 2:17) ລູກ​ສິດ​ຂອງ​ພະ​ເຍຊູ​ບໍ່​ຄວນ​ຈະ​ຂໍ​ໃຫ້​ມີ​ຄ່າ​ຈ້າງ​ສຳລັບ​ວຽກ​ປະກາດ​ຂອງ​ເຂົາ​ເຈົ້າ. (ອ່ານ​ກິດຈະການ 20:33-35) ເຖິງ​ວ່າ​ພະ​ເຍຊູ​ໃຫ້​ຄຳ​ສັ່ງ​ຢ່າງ​ຈະ​ແຈ້ງ​ຢູ່​ແລ້ວ ແຕ່​ໂບດ​ສ່ວນ​ຫຼາຍ​ໄດ້​ຖືກ​ດຶງ​ດູດ​ໃຈ​ໃຫ້​ແຜ່​ເງິນ​ກັບ​ຄົນ​ອື່ນ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ເກັບ​ຮັກສາ​ໂບດ​ໄວ້​ໄດ້​ແລະ​ເພື່ອ​ຈ່າຍ​ເງິນ​ໃຫ້​ພວກ​ຄຸນ​ພໍ່​ແລະ​ພະນັກງານ​ຄົນ​ອື່ນໆ. ຜົນ​ກໍ​ຄື ຜູ້​ນຳ​ຫຼາຍ​ຄົນ​ຂອງ​ຄລິດ​ສາສະໜາ​ຈັກ​ຈຶ່ງ​ເປັນ​ຄົນ​ທີ່​ຮັ່ງມີ​ຫຼາຍ.—ຄຳປາກົດ 17:4, 5

ວຽກ​ປະກາດ​ບໍ່​ຄວນ​ຈະ​ເປັນ​ລັກສະນະ​ທຸລະກິດ

9. ພະຍານ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ເຮັດ​ວຽກ​ປະກາດ​ດ້ວຍ​ເຈຕະນາ​ທີ່​ຖືກຕ້ອງ?

9 ພະຍານ​ພະ​ເຢໂຫວາ​ໄດ້​ແຜ່​ເງິນ​ຢູ່​ທີ່​ຫໍ​ປະຊຸມ​ຫຼື​ທີ່​ການ​ປະຊຸມ​ໃຫຍ່​ບໍ? ບໍ່​ໄດ້​ແຜ່! ວຽກ​ງານ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ການ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ. (2 ໂກລິນໂທ 9:7) ໃນ​ປີ​ກາຍ​ນີ້ ພະຍານ​ພະ​ເຢໂຫວາ​ໄດ້​ໃຊ້​ເວລາ​ເກືອບ​ສອງ​ພັນ​ລ້ານ​ຊົ່ວ​ໂມງ​ເພື່ອ​ປະກາດ​ຂ່າວ​ດີ ແລະ​ໃນ​ແຕ່​ລະ​ເດືອນ​ໄດ້​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຫຼາຍ​ກວ່າ​ເກົ້າ​ລ້ານ​ຄົນ. ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ສຳລັບ​ວຽກ​ປະກາດ ແຕ່​ເຂົາ​ເຈົ້າ​ຍິນດີ​ໃຊ້​ເງິນ​ຂອງ​ຕົນ​ເອງ​ໃນ​ການ​ເຮັດ​ວຽກ​ນີ້. ນັກ​ຄົ້ນ​ຄວ້າ​ຄົນ​ໜຶ່ງ​ໄດ້​ເວົ້າ​ເຖິງ​ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ວ່າ: “ເປົ້າ​ໝາຍ​ຫຼັກ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ປະກາດ​ແລະ​ການ​ສອນ.” ນອກ​ຈາກ​ນັ້ນ ລາວ​ຍັງ​ເວົ້າ​ວ່າ​ພະຍານ​ພະ​ເຢໂຫວາ​ບໍ່​ຕ້ອງ​ຈ່າຍ​ເງິນ​ໃຫ້​ຄຸນ​ພໍ່. ດັ່ງ​ນັ້ນ ຖ້າ​ເຮົາ​ບໍ່​ໄດ້​ສອນ​ເພື່ອ​ຈະ​ໄດ້​ຄ່າ​ຈ້າງ ເຈຕະນາ​ຂອງ​ເຮົາ​ແມ່ນ​ຫຍັງ? ເຮົາ​ເຕັມ​ໃຈ​ທີ່​ຈະ​ເຮັດ​ວຽກ​ນີ້​ກໍ​ຍ້ອນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ເຮົາ​ຮັກ​ຜູ້​ຄົນ. ທັດສະນະ​ແບບ​ນັ້ນ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳເພງ 110:3 (ອ່ານ) ສຳເລັດ​ເປັນ​ຈິງ.

ຄວນ​ນຳ​ໃຊ້​ວິທີ​ການ​ແບບ​ໃດ?

ເຮົາ​ປະກາດ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທີ່​ສາມາດ​ພົບ​ຜູ້​ຄົນ​ໄດ້ (ເບິ່ງ​ຂໍ້ 10)

10. ພະ​ເຍຊູ​ແລະ​ພວກ​ລູກ​ສິດ​ຂອງ​ພະອົງ​ນຳ​ໃຊ້​ວິທີ​ການ​ແບບ​ໃດ​ໃນ​ການ​ປະກາດ?

10 ພະ​ເຍຊູ​ແລະ​ພວກ​ລູກ​ສິດ​ຂອງ​ພະອົງ​ນຳ​ໃຊ້​ວິທີ​ການ​ແບບ​ໃດ​ໃນ​ການ​ປະກາດ? ເຂົາ​ເຈົ້າ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ທີ່​ສາມາດ​ພົບ​ຜູ້​ຄົນ​ໄດ້. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ປະກາດ​ຢູ່​ຕາມ​ຫົນ​ທາງ​ແລະ​ຕາມ​ຕະຫຼາດ. ເຂົາ​ເຈົ້າ​ຍັງ​ຊອກ​ຫາ​ຜູ້​ຄົນ​ຢູ່​ຕາມ​ບ້ານ​ເຮືອນ​ຂອງ​ຄົນ​ເຫຼົ່າ​ນັ້ນ. (ມັດທາຍ 10:11; ລືກາ 8:1; ກິດຈະການ 5:42; 20:20) ການ​ປະກາດ​ຕາມ​ບ້ານ​ເຮືອນ​ເປັນ​ວິທີ​ການ​ທີ່​ມີ​ການ​ຈັດ​ຕັ້ງ​ຢ່າງ​ຄັກ​ແນ່​ເພື່ອ​ເຂົ້າ​ເຖິງ​ຜູ້​ຄົນ​ທຸກ​ຮູບ​ແບບ.

11, 12. ໃນ​ເລື່ອງ​ການ​ປະກາດ​ຂ່າວ​ດີ ຄວາມ​ພະຍາຍາມ​ຂອງ​ຄລິດ​ສາສະໜາ​ຈັກ​ເປັນ​ແນວ​ໃດ​ເມື່ອ​ສົມ​ທຽບ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ?

11 ໂບດ​ຕ່າງໆຂອງ​ຄລິດ​ສາສະໜາ​ຈັກ​ປະກາດ​ຂ່າວ​ດີ​ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ປະກາດ​ບໍ? ປົກກະຕິ​ແລ້ວ​ຄຸນ​ພໍ່​ທີ່​ໄດ້​ຮັບ​ເງິນ​ເດືອນ​ຈະ​ສອນ​ສະມາຊິກ​ຂອງ​ເຂົາ​ເຈົ້າ. ພວກ​ຜູ້​ນຳ​ເຫຼົ່າ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ມີ​ລູກ​ສິດ​ໃໝ່​ເຂົ້າ​ມາ ເຂົາ​ເຈົ້າ​ພຽງ​ແຕ່​ພະຍາຍາມ​ຮັກສາ​ສະມາຊິກ​ຂອງ​ໂບດ​ທີ່​ມີ​ຢູ່​ເອົາ​ໄວ້. ບາງ​ຄັ້ງ​ເຂົາ​ເຈົ້າ​ກໍ​ກະຕຸ້ນ​ສະມາຊິກ​ໃຫ້​ປະກາດ. ຕົວຢ່າງ​ເຊັ່ນ: ໃນ​ປີ 2001 ສັນຕະປາປາ​ຈອນ​ພໍ​ລ ທີ 2 ໄດ້​ເວົ້າ​ໃນ​ຈົດ​ໝາຍ​ວ່າ ສະມາຊິກ​ຂອງ​ໂບດ​ຄວນ​ປະກາດ​ຄຳ​ສອນ​ຂອງ​ພະ​ເຍຊູ ແລະ​ມີ​ຄວາມ​ກະຕືລືລົ້ນ​ຄື​ກັບ​ອັກຄະສາວົກ​ໂປໂລ​ຜູ້​ທີ່​ເວົ້າ​ວ່າ: “ວິບາກ​ແກ່​ຂ້ອຍ ຖ້າ​ຂ້ອຍ​ບໍ່​ປະກາດ​ຄຳ​ສອນ​ຂອງ​ພະ​ເຍຊູ.” ຈາກ​ນັ້ນ ສັນຕະປາປາ​ຄົນ​ນີ້​ກໍ​ເວົ້າ​ວ່າ ຜູ້​ທີ່​ຄວນ​ເຮັດ​ວຽກ​ປະກາດ​ບໍ່​ແມ່ນ​ມີ​ພຽງ​ສອງ​ສາມ​ຄົນ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ເທົ່າ​ນັ້ນ ແຕ່​ສະມາຊິກ​ທຸກ​ຄົນ​ຂອງ​ໂບດ​ຕ້ອງ​ປະກາດ​ຄື​ກັນ. ຢ່າງ​ໃດ​ກໍ​ຕາມ ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ເຮັດ​ຕາມ​ການ​ໜູນ​ກຳລັງ​ໃຈ​ນັ້ນ.

12 ແລ້ວ​ພະຍານ​ພະ​ເຢໂຫວາ​ເດ​ເປັນ​ແນວ​ໃດ? ເຂົາ​ເຈົ້າ​ເປັນ​ພຽງ​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່​ປະກາດ​ວ່າ​ພະ​ເຍຊູ​ໄດ້​ປົກຄອງ​ເປັນ​ກະສັດ​ນັບ​ຕັ້ງ​ແຕ່​ປີ 1914. ເຂົາ​ເຈົ້າ​ເຊື່ອ​ຟັງ​ພະ​ເຍຊູ​ແລະ​ຈັດ​ໃຫ້​ວຽກ​ປະກາດ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ມາລະໂກ 13:10) ປຶ້ມ​ທີ່​ຊື່​ວ່າ ຫຼັກ​ຂອງ​ຄວາມ​ເຊື່ອ (Pillars of Faith—American Congregations and Their Partners) ເວົ້າ​ວ່າ: ພະຍານ​ພະ​ເຢໂຫວາ​ຖື​ວ່າ​ວຽກ​ປະກາດ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ. ປຶ້ມ​ຫົວ​ນີ້​ຍັງ​ບອກ​ວ່າ​ເມື່ອ​ພະຍານ​ພະ​ເຢໂຫວາ​ພົບ​ຄົນ​ທີ່​ອຶດ​ຫິວ ໂດດ​ດ່ຽວ ແລະ​ບໍ່​ສະບາຍ ເຂົາ​ເຈົ້າ​ຈະ​ພະຍາຍາມ​ຊ່ວຍ​ເຫຼືອ​ຄົນ​ເຫຼົ່າ​ນັ້ນ ແຕ່​ກໍ​ບໍ່​ເຄີຍ​ລືມ​ວ່າ​ເປົ້າ​ໝາຍ​ຫຼັກ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ປະກາດ​ເລື່ອງ​ຈຸດ​ຈົບ​ຂອງ​ໂລກ​ນີ້​ແລະ​ສອນ​ຜູ້​ຄົນ​ໃນ​ເລື່ອງ​ຄວາມ​ລອດ. ພະຍານ​ພະ​ເຢໂຫວາ​ປະກາດ​ຂ່າວ​ສານ​ນັ້ນ​ຕໍ່ໆໄປ​ແລະ​ຮຽນ​ແບບ​ວິທີ​ການ​ປະກາດ​ຂອງ​ພະ​ເຍຊູ​ແລະ​ຂອງ​ພວກ​ລູກ​ສິດ​ຂອງ​ພະອົງ.

ຄວນ​ເຮັດ​ວຽກ​ປະກາດ​ໄປ​ເຖິງ​ຂອບ​ເຂດ​ໃດ ແລະ​ຄວນ​ເຮັດ​ຕໍ່​ໄປ​ດົນ​ປານ​ໃດ?

13. ຄວນ​ເຮັດ​ວຽກ​ປະກາດ​ໄປ​ເຖິງ​ຂອບ​ເຂດ​ໃດ?

13 ພະ​ເຍຊູ​ກ່າວ​ວ່າ​ພວກ​ລູກ​ສິດ​ຂອງ​ພະອົງ​ຈະ​ປະກາດ​ແລະ​ສອນ​ເລື່ອງ​ຂ່າວ​ດີ “ໄປ​ທົ່ວ​ແຜ່ນດິນ​ໂລກ.” ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເຮັດ​ໃຫ້​ຄົນ “ທຸກ​ຊາດ” ເຂົ້າ​ມາ​ເປັນ​ລູກ​ສິດ. (ມັດທາຍ 24:14; 28:19, 20, ທ.ປ.) ນີ້​ໝາຍ​ຄວາມ​ວ່າ​ຈຳເປັນ​ຕ້ອງ​ໄດ້​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ.

14, 15. ສິ່ງ​ໃດ​ແດ່​ທີ່​ພິສູດ​ວ່າ​ພະຍານ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ຂອບ​ເຂດ​ຂອງ​ວຽກ​ປະກາດ​ສຳເລັດ​ເປັນ​ຈິງ? (ເບິ່ງ​ຮູບ​ທຳອິດ)

14 ມີ​ພຽງ​ພະຍານ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຮັດ​ໃຫ້​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ສຳເລັດ​ເປັນ​ຈິງ ທີ່​ພະອົງ​ບອກ​ວ່າ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ແບບ​ນັ້ນ? ໃນ​ປະເທດ​ອາເມລິກາ ມີ​ຄຸນ​ພໍ່​ປະມານ 600.000 ຄົນ​ໃນ​ຄລິດ​ສາສະໜາ​ຈັກ ໃນ​ຂະນະ​ທີ່​ມີ​ພະຍານ​ພະ​ເຢໂຫວາ​ປະມານ 1.200.000 ຄົນ​ທີ່​ປະກາດ​ຂ່າວ​ດີ​ໃນ​ປະເທດ​ນັ້ນ. ໃນ​ທົ່ວ​ໂລກ​ມີ​ຄຸນ​ພໍ່​ຂອງ​ສາສະໜາ​ກາໂຕລິກ​ປະມານ 400.000 ຄົນ ແຕ່​ວ່າ​ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ກວ່າ 8.000.000 ຄົນ​ທີ່​ປະກາດ​ຂ່າວ​ດີ​ໃນ 240 ດິນແດນ. ເຫັນ​ໄດ້​ແຈ້ງ​ວ່າ​ພະຍານ​ພະ​ເຢໂຫວາ​ກຳລັງ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ ເຊິ່ງ​ໄດ້​ນຳ​ຄຳ​ຍົກຍ້ອງ​ແລະ​ຄຳ​ສັນລະເສີນ​ມາ​ໃຫ້​ພະ​ເຢໂຫວາ!—ຄຳເພງ 34:1; 51:15

15 ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ການ​ປະກາດ​ຂ່າວ​ດີ​ໃຫ້​ຫຼາຍ​ຄົນ​ຮັບ​ຮູ້​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ກ່ອນ​ທີ່​ອາວ​ະ​ສານ​ຈະ​ມາ​ເຖິງ. ໃນ​ການ​ເຮັດ​ວຽກ​ນີ້ ພວກ​ເຮົາ​ໄດ້​ແປ​ແລະ​ຈັດ​ພິມ​ປຶ້ມ ວາລະສານ ແຜ່ນ​ພັບ ໃບ​ເຊີນ​ການ​ປະຊຸມ​ພາກ​ແລະ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ໃນ​ຫຼາຍ​ກວ່າ 700 ພາສາ​ແລະ​ໃນ​ຈຳນວນ​ຫຼາຍ​ລ້ານ​ເຫຼັ້ມ​ຫຼື​ຫຼາຍ​ລ້ານ​ໃບ. ເຮົາ​ສະເໜີ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ຜູ້​ຄົນ​ຮັບ​ເອົາ​ຟຣີໆ. ສະເພາະ​ແຕ່​ປີ​ກາຍ​ນີ້ ພວກ​ເຮົາ​ໄດ້​ຈັດ​ພິມ​ສັບພະ​ໜັງສື​ກ່ຽວ​ກັບ​ຄຳພີ​ໄບເບິນ​ໃນ​ຈຳນວນ 4,5 ລ້ານ ສະບັບ. ພວກ​ເຮົາ​ຍັງ​ໄດ້​ພິມ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ອອກ​ຫຼາຍ​ກວ່າ 200 ລ້ານ​ເຫຼັ້ມ​ໃນ​ຫຼາຍ​ກວ່າ 130 ພາສາ. ນອກ​ຈາກ​ນັ້ນ ເວັບໄຊ​ທາງ​ການ​ຂອງ​ພວກ​ເຮົາ​ຍັງ​ມີ​ຫຼາຍ​ກວ່າ 750 ພາສາ. ມີ​ພຽງ​ພະຍານ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ກຳລັງ​ເຮັດ​ວຽກ​ທີ່​ໜ້າ​ງຶດງໍ້​ແບບ​ນີ້.

16. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະຍານ​ພະ​ເຢໂຫວາ​ມີ​ພະລັງ​ຂອງ​ພະເຈົ້າ?

16 ວຽກ​ປະກາດ​ຈະ​ດຳເນີນ​ຕໍ່​ໄປ​ດົນ​ປານ​ໃດ? ພະ​ເຍຊູ​ກ່າວ​ວ່າ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ໄປ​ຈົນ​ເຖິງ​ອະວະສານ​ໄດ້​ເກີດ​ຂຶ້ນ. ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ພວກ​ເຮົາ​ສາມາດ​ອົດ​ທົນ​ເຮັດ​ວຽກ​ປະກາດ​ໄດ້​ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ​ກໍ​ເນື່ອງ​ຈາກ​ວ່າ​ພວກ​ເຮົາ​ມີ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. (ກິດຈະການ 1:8; 1 ເປໂຕ 4:14) ບາງ​ຄົນ​ທີ່​ເຄັ່ງ​ຄັດ​ໃນ​ສາສະໜາ​ອາດ​ເວົ້າ​ວ່າ “ເຮົາ​ມີ​ພະລັງ​ບໍລິສຸດ.” ແຕ່​ເຂົາ​ເຈົ້າ​ສາມາດ​ເຮັດ​ວຽກ​ທີ່​ພະຍານ​ພະ​ເຢໂຫວາ​ກຳລັງ​ເຮັດ​ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ​ນີ້​ບໍ? ບາງ​ກຸ່ມ​ໄດ້​ພະຍາຍາມ​ປະກາດ​ໃນ​ແບບ​ທີ່​ພວກ​ເຮົາ​ປະກາດ ແຕ່​ເຂົາ​ເຈົ້າ​ກໍ​ເຮັດ​ບໍ່​ສຳເລັດ. ບາງ​ຄົນ​ເຕັມ​ໃຈ​ທີ່​ຈະ​ປະກາດ ແຕ່​ກໍ​ເຮັດ​ໄດ້​ພຽງ​ໃນ​ໄລຍະ​ເວລາ​ທີ່​ຈຳກັດ. ສ່ວນ​ບາງ​ຄົນ​ອາດ​ຈະ​ປະກາດ​ຕາມ​ບ້ານ​ເຮືອນ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ເຮັດ​ວຽກ​ທີ່​ພະ​ເຍຊູ​ໄດ້​ເລີ່ມ​ຕົ້ນ​ເຮັດ.

ໃນ​ທຸກ​ມື້​ນີ້​ແມ່ນ​ໃຜ​ແທ້ໆທີ່​ກຳລັງ​ປະກາດ​ຂ່າວ​ດີ?

17, 18. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ໃນ​ທຸກ​ມື້​ນີ້​ມີ​ພຽງ​ພະຍານ​ພະ​ເຢໂຫວາ​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ? (ຂ) ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ເຮົາ​ຈະ​ເຮັດ​ວຽກ​ນີ້​ຕໍ່ໆໄປ?

17 ໃນ​ທຸກ​ມື້​ນີ້​ແມ່ນ​ໃຜ​ທີ່​ກຳລັງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ? ມີ​ພຽງ​ພະຍານ​ພະ​ເຢໂຫວາ​ເທົ່າ​ນັ້ນ! ເຮົາ​ຮູ້​ໄດ້​ແນວ​ໃດ? ເຮົາ​ຮູ້​ໄດ້​ກໍ​ຍ້ອນ​ວ່າ​ເຮົາ​ກຳລັງ​ປະກາດ​ຂ່າວ​ສານ​ທີ່​ຖືກຕ້ອງ ເຊິ່ງ​ກໍ​ຄື​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ເຮົາ​ກຳລັງ​ຊອກ​ຫາ​ຜູ້​ຄົນ​ໃນ​ວຽກ​ປະກາດ​ຂອງ​ເຮົາ ດັ່ງ​ນັ້ນ ເຮົາ​ກໍ​ກຳລັງ​ນຳ​ໃຊ້​ວິທີ​ການ​ທີ່​ຖືກຕ້ອງ. ເຮົາ​ມີ​ທັດສະນະ​ທີ່​ຖືກຕ້ອງ​ສຳລັບ​ການ​ປະກາດ ນັ້ນ​ຄື​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຜູ້​ຄົນ. ວຽກ​ປະກາດ​ຂອງ​ເຮົາ​ມີ​ຂອບ​ເຂດ​ທີ່​ກວ້າງ​ໃຫຍ່​ທີ່​ສຸດ ເນື່ອງ​ຈາກ​ວ່າ​ເຮົາ​ປະກາດ​ກັບ​ຄົນ​ທຸກ​ຊາດ​ແລະ​ທຸກ​ພາສາ. ເຮົາ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຕໍ່ໆໄປ​ຈົນ​ເຖິງ​ອະວະສານ​ເກີດ​ຂຶ້ນ!

18 ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ແທ້ໆທີ່​ໄດ້​ເຫັນ​ວຽກ​ທີ່​ດີ​ເລີດ​ເຊິ່ງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ກຳລັງ​ເຮັດ​ເພື່ອ​ປະກາດ​ຂ່າວ​ດີ​ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ​ນີ້. ແຕ່​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ເຮົາ​ສາມາດ​ເຮັດ​ວຽກ​ທັງ​ໝົດ​ນີ້​ໄດ້? ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ: ‘ພະເຈົ້າ​ເປັນ​ຜູ້​ກະຕຸ້ນ​ພວກ​ທ່ານ ໃຫ້​ທ່ານ​ທັງ​ຫຼາຍ​ມີ​ນໍ້າໃຈ​ແລະ​ມີ​ກຳລັງ​ເພື່ອ​ກະທຳ​ຕາມ​ຄວາມ​ຊອບ​ໃຈ​ແຫ່ງ​ພະອົງ.’ (ຟີລິບ 2:13) ຂໍ​ໃຫ້​ພະ​ເຢໂຫວາ​ໃຫ້​ກຳລັງ​ທີ່​ຈຳເປັນ​ແກ່​ເຮົາ​ເພື່ອ​ເຮົາ​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ປະກາດ​ຂ່າວ​ດີ​ຕໍ່ໆໄປ!—2 ຕີໂມເຕ 4:5