ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ພວກ​ເຮົາ​ປະສົບ​ກັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໃນ​ຫຼາຍໆ​ດ້ານ

ພວກ​ເຮົາ​ປະສົບ​ກັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໃນ​ຫຼາຍໆ​ດ້ານ

ພໍ່​ຂອງ​ຂ້ອຍ​ຊື່​ອາ​ເ​ຕີ. ເນື່ອງ​ຈາກ​ເປັນ​ຊາຍ​ໜຸ່ມ​ທີ່​ຮັກ​ພະເຈົ້າ ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຢາກ​ເປັນ​ຄຸນ​ພໍ່​ຂອງ​ສາສະໜາ​ເມໂທດີດ. ແຕ່​ເພິ່ນ​ປ່ຽນ​ໃຈ​ເມື່ອ​ໄດ້​ອ່ານ​ປຶ້ມ​ບາງ​ຫົວ​ຈາກ​ນັກ​ສຶກສາ​ຄຳພີ​ໄບເບິນ​ແລະ​ເມື່ອ​ເລີ່ມ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ເຂົາ​ເຈົ້າ. ໃນ​ປີ 1914 ພໍ່​ອາຍຸ​ໄດ້ 17 ປີ ແລະ​ເພິ່ນ​ໄດ້​ຮັບ​ບັບເຕມາ. ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ 1 ພໍ່​ຖືກ​ສັ່ງ​ໃຫ້​ເຂົ້າ​ຮ່ວມ​ກັບ​ກອງ​ທະຫານ ແຕ່​ເພິ່ນ​ປະຕິເສດ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ 10 ເດືອນ​ຢູ່​ຄິງສະຕັນ ເປນິເທັນທິອາຣີ ໃນ​ເມືອງ​ອອນຕາຣິໂອ ປະເທດ​ການາດາ. ຫຼັງ​ຈາກ​ຖືກ​ປ່ອຍ​ຕົວ ພໍ່​ກໍ​ເປັນ​ເຄາະ​ພໍ​ເ​ທີ ເຊິ່ງ​ຕໍ່​ມາ​ເອີ້ນ​ວ່າ​ໄພໂອເນຍ.

ໃນ​ປີ 1926 ພໍ່​ແຕ່ງ​ດອງ​ກັບ​ພີ່​ນ້ອງ​ເຮເຊວ ວິວຄິນສັນ ເຊິ່ງ​ແມ່​ຂອງ​ລາວ​ໄດ້​ຮຽນ​ຄວາມ​ຈິງ​ໃນ​ປີ 1908. ຂ້ອຍ​ເກີດ​ໃນ​ວັນ​ທີ 24 ເມສາ 1931 ແລະ​ເປັນ​ລູກ​ຜູ້​ທີ່​ສອງ​ໃນ​ຈຳນວນ​ລູກ​ສີ່​ຄົນ. ພໍ່​ຮັກ​ແລະ​ນັບຖື​ຄຳພີ​ໄບເບິນ ແລະ​ສອນ​ພວກ​ເຮົາ​ໃຫ້​ເຮັດ​ແບບ​ດຽວ​ກັນ. ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ເຮົາ​ປະກາດ​ຕາມ​ບ້ານ​ເຮືອນ​ນຳ​ກັນ​ເປັນ​ປະຈຳ​ແບບ​ເປັນ​ຄອບຄົວ.—ກິດຈະການ 20:20

ຂ້ອຍ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ເປັນ​ໄພໂອເນຍ​ຄື​ກັບ​ພໍ່

ໃນ​ປີ 1939 ສົງຄາມ​ໂລກ​ຄັ້ງ​ທີ 2 ເລີ່ມ​ຕົ້ນ​ຂຶ້ນ ແລະ​ໃນ​ປີ​ຕໍ່​ມາ​ວຽກ​ງານ​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ການາດາ​ກໍ​ຖືກ​ສັ່ງ​ຫ້າມ. ເດັກ​ນ້ອຍ​ນັກ​ຮຽນ​ຕ້ອງ​ເຄົາລົບ​ທຸງ​ແລະ​ຮ້ອງ​ເພງ​ຊາດ​ໃນ​ຫ້ອງ​ຮຽນ. ປົກກະຕິ​ແລ້ວ​ອາຈານ​ຈະ​ຍອມ​ໃຫ້​ໂດໂຣທີ​ເອື້ອຍ​ຂອງ​ຂ້ອຍ​ແລະ​ຂ້ອຍ​ອອກ​ໄປ​ທາງ​ນອກ​ຫ້ອງ​ເມື່ອ​ຄົນ​ອື່ນໆກຳລັງ​ເຮັດ​ສິ່ງ​ນີ້. ແຕ່​ໃນ​ມື້​ໜຶ່ງ ອາຈານ​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ອາຍ​ໂດຍ​ເວົ້າ​ວ່າ​ຂ້ອຍ​ເປັນ​ຄົນ​ຂີ້​ຢ້ານ. ຫຼັງ​ຈາກ​ເລີກ​ໂຮງ​ຮຽນ ນັກ​ຮຽນ​ຫຼາຍ​ຄົນ​ໄດ້​ທຳ​ຮ້າຍ​ແລະ​ຕີ​ຂ້ອຍ​ຈົນ​ລົ້ມ​ລົງ​ພື້ນ. ເມື່ອ​ເຈິ​ແບບ​ນີ້​ຂ້ອຍ​ແຮ່ງ​ຕັ້ງ​ໃຈ​ແນ່ວ​ແນ່​ຫຼາຍ​ຂຶ້ນ​ທີ່​ຈະ ‘ເຊື່ອ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ມະນຸດ.’—ກິດຈະການ 5:29

ໃນ​ເດືອນ​ກໍລະກົດ 1942 ຕອນ​ອາຍຸ 11 ປີ ຂ້ອຍ​ຮັບ​ບັບເຕມາ​ໃນ​ຖັງ​ນໍ້າ​ໃຫຍ່​ຢູ່​ຟາມ. ຂ້ອຍ​ມີ​ຄວາມ​ສຸກ​ໃນ​ການ​ເປັນ​ໄພໂອເນຍ​ຕອນ​ໂຮງ​ຮຽນ​ພັກ ເຊິ່ງ​ໃນ​ປັດຈຸບັນ​ເອີ້ນ​ວ່າ​ໄພໂອເນຍ​ສົມທົບ. ຄັ້ງ​ໜຶ່ງ ຂ້ອຍ​ກັບ​ພີ່​ນ້ອງ​ຊາຍ​ສາມ​ຄົນ​ໄດ້​ໄປ​ພາກ​ເໜືອ​ຂອງ​ເມືອງ​ອອນຕາຣິໂອ​ແລະ​ເຮົາ​ປະກາດ​ກັບ​ຄົນ​ຕັດ​ໄມ້.

ວັນ​ທີ 1 ພຶດສະພາ 1949 ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ຫຼັງ​ຈາກ​ນັ້ນ​ກໍ​ຖືກ​ເຊີນ​ໄປ​ຊ່ວຍ​ວຽກ​ກໍ່​ສ້າງ​ຢູ່​ສາຂາ​ການາດາ ແລະ​ຕໍ່​ມາ​ກໍ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຄອບຄົວ​ເບເທນ​ການາດາ. ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ຢູ່​ໂຮງ​ພິມ ເຊິ່ງ​ຂ້ອຍ​ໄດ້​ຮຽນ​ຮູ້​ວິທີ​ໃຊ້​ແທ່ນ​ພິມ. ຂ້ອຍ​ຈື່​ວ່າ​ໄດ້​ເຮັດ​ວຽກ​ໝົດ​ຄືນ​ຫຼາຍ​ອາທິດ​ເພື່ອ​ຊ່ວຍ​ພິມ​ແຜ່ນ​ພັບ​ເລື່ອງ​ການ​ຂົ່ມເຫງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຢູ່​ການາດາ.

ຕໍ່​ມາ​ຂ້ອຍ​ກໍ​ເຮັດ​ວຽກ​ຢູ່​ພະແນກ​ການ​ຮັບໃຊ້. ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ສຳ​ພາດ​ໄພໂອເນຍ​ຈຳນວນ​ໜຶ່ງ​ທີ່​ຈະ​ໄປ​ຮັບໃຊ້​ໃນ​ເມືອງ​ເກ​ເ​ບັກ ເຊິ່ງ​ມີ​ການ​ຂົ່ມເຫງ​ຢ່າງ​ຮຸນແຮງ. ໄພໂອເນຍ​ຄົນ​ໜຶ່ງ​ກໍ​ຄື ແມຣີ ຊາ​ຊູ​ລາ ຈາກ​ແອັດມອນຕັນ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ອາເບີຕ້າ. ພໍ່​ແມ່​ຂອງ​ລາວ​ເປັນ​ສະມາຊິກ​ຂອງ​ສາສະໜາ​ອໍໂຕດ໋ອກ. ເມື່ອ​ແມຣີ​ແລະ​ອ້າຍ​ຂອງ​ລາວ​ບອກ​ວ່າ​ຈະ​ບໍ່​ເຊົາ​ຮຽນ​ຄຳພີ​ໄບເບິນ ພໍ່​ແມ່​ໄດ້​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ເຮືອນ. ແມຣີ​ກັບ​ອ້າຍ​ຮັບ​ບັບເຕມາ​ໃນ​ເດືອນ​ມິຖຸນາ 1951 ແລະ​ຫົກ​ເດືອນ​ຕໍ່​ມາ​ທັງ​ສອງ​ກໍ​ເລີ່ມ​ເປັນ​ໄພໂອເນຍ. ໃນ​ລະຫວ່າງ​ທີ່​ສຳ​ພາດ ຂ້ອຍ​ເຫັນ​ໄດ້​ວ່າ​ແມຣີ​ຮັກ​ພະ​ເຢໂຫວາ​ຫຼາຍ. ຂ້ອຍ​ຈື່​ທີ່​ໄດ້​ຄິດ​ວ່າ​ລາວ​ເປັນ​ຜູ້​ຍິງ​ທີ່​ຂ້ອຍ​ຢາກ​ແຕ່ງ​ດອງ​ນຳ. ເກົ້າ​ເດືອນ​ຕໍ່​ມາ ໃນ​ວັນ​ທີ 30 ມັງກອນ 1954 ພວກ​ເຮົາ​ກໍ​ແຕ່ງ​ດອງ​ກັນ. ໜຶ່ງ​ອາທິດ​ຫຼັງ​ຈາກ​ແຕ່ງ​ດອງ ຂ້ອຍ​ກັບ​ແມຣີ​ຖືກ​ເຊີນ​ໃຫ້​ເຂົ້າ​ຝຶກ​ອົບຮົມ​ສຳລັບ​ວຽກ​ດູ​ແລ​ໝວດ. ໃນ​ໄລຍະ​ສອງ​ປີ​ຫຼັງ​ຈາກ​ນັ້ນ ພວກ​ເຮົາ​ເຮັດ​ວຽກ​ດູ​ແລ​ໝວດ​ຢູ່​ພາກ​ເໜືອ​ຂອງ​ເມືອງ​ອອນຕາຣິໂອ.

ໃນ​ຂະນະ​ທີ່​ວຽກ​ປະກາດ​ຢູ່​ທົ່ວ​ໂລກ​ກຳລັງ​ເຕີບໂຕ ຄວາມ​ຕ້ອງການ​ມິດຊັນນາລີ​ກໍ​ມີ​ເພີ່ມ​ຂຶ້ນ. ຂ້ອຍ​ກັບ​ແມຣີ​ຄິດ​ວ່າ​ຖ້າ​ເຮົາ​ສາມາດ​ອົດ​ທົນ​ໄດ້​ກັບ​ສະພາບ​ອາກາດ​ທີ່​ໜາວ​ເຢັນ​ໃນ​ລະດູ​ໜາວ​ຢູ່​ການາດາ​ແລະ​ອົດ​ທົນ​ໄດ້​ກັບ​ຍຸງ​ໃນ​ລະດູ​ຮ້ອນ ນັ້ນ​ກໍ​ສະແດງ​ວ່າ​ເຮົາ​ຈະ​ຢູ່​ລອດ​ໃນ​ບ່ອນ​ອື່ນໆ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຂົ້າ​ໂຮງ​ຮຽນ​ກິລຽດ​ລຸ້ນ​ທີ 27 ແລະ​ຈົບ​ໃນ​ເດືອນ​ກໍລະກົດ 1956. ກ່ອນ​ຮອດ​ເດືອນ​ພະຈິກ​ເຮົາ​ກໍ​ໄດ້​ຢູ່​ເຮືອນ​ຫຼັງ​ໃໝ່ ນັ້ນ​ຄື​ປະເທດ​ເບຣຊີນ.

ວຽກ​ມິດຊັນນາລີ​ໃນ​ເບຣຊີນ

ເມື່ອ​ມາ​ຮອດ​ເບຣຊີນ ເຮົາ​ກໍ​ເລີ່ມ​ຮຽນ​ພາສາ​ປອກຕຸຍການ. ທຳອິດ​ເຮົາ​ຮຽນ​ວິທີ​ງ່າຍໆເພື່ອ​ເລີ່ມ​ການ​ສົນທະນາ. ຕໍ່​ມາ​ເຮົາ​ກໍ​ທ່ອງ​ການ​ສະເໜີ​ວາລະສານ​ແບບ​ສັ້ນໆ. ຈາກ​ນັ້ນ​ເຮົາ​ກໍ​ອອກ​ໄປ​ປະກາດ​ແລະ​ພົບ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ສົນ​ໃຈ​ໃນ​ຂ່າວ​ສານ​ຂອງ​ເຮົາ. ເຮົາ​ຕັດສິນ​ໃຈ​ວ່າ​ຖ້າ​ເຈົ້າ​ຂອງ​ເຮືອນ​ສະແດງ​ຄວາມ​ສົນ​ໃຈ ເຮົາ​ຈະ​ອ່ານ​ພະ​ຄຳພີ​ຂໍ້​ໜຶ່ງ​ກ່ຽວ​ກັບ​ຊີວິດ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາຊະອານາຈັກ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ອ່ານ​ຄຳປາກົດ 21:3, 4 ແລະ​ຈາກ​ນັ້ນ​ຂ້ອຍ​ກໍ​ເປັນ​ລົມ! ຂ້ອຍ​ບໍ່​ລຶ້ງ​ກັບ​ອາກາດ​ທີ່​ຮ້ອນ​ແລະ​ຊຸ່ມ. ຄວາມ​ຮ້ອນ​ຍັງ​ເປັນ​ບັນຫາ​ສຳລັບ​ຂ້ອຍ​ຕໍ່​ໄປ.

ເຮົາ​ເຮັດ​ວຽກ​ມິດຊັນນາລີ​ຢູ່​ເມືອງ​ແຄມໂປສ. ປັດຈຸບັນ​ນີ້​ມີ 15 ປະຊາຄົມ. ແຕ່​ຕອນ​ທີ່​ເຮົາ​ໄປ​ຮອດ ມີ​ກຸ່ມ​ໂດດ​ດ່ຽວ​ພຽງ​ກຸ່ມ​ດຽວ​ຢູ່​ໃນ​ຕົວ​ເມືອງ ແລະ​ມີ​ເຮືອນ​ມິດຊັນນາລີ​ຫຼັງ​ໜຶ່ງ​ທີ່​ມີ​ພີ່​ນ້ອງ​ຍິງ​ສີ່​ຄົນ ນັ້ນ​ຄື: ພີ່​ນ້ອງ​ເອັດ​ສະ​ເ​ຕີ ເທຣຊີ ພີ່​ນ້ອງ​ຣາໂມນາ ບາ​ເ​ອີ ພີ່​ນ້ອງ​ລຸຍ​ຊາ ສະ​ວາດ ແລະ​ພີ່​ນ້ອງ​ລໍແຣນ ບຣຸກ (ນາມ​ສະກຸນ​ຕອນ​ນີ້​ແມ່ນ​ວໍເລັນ). ວຽກ​ຂອງ​ຂ້ອຍ​ໃນ​ບ້ານ​ມິດຊັນນາລີ​ແມ່ນ​ຊ່ວຍ​ຊັກ​ເຄື່ອງ​ແລະ​ໄປ​ຊອກ​ຟືນ​ເພື່ອ​ເອົາ​ມາ​ແຕ່ງ​ກິນ. ມື້​ໜຶ່ງ​ໃນ​ຕອນ​ແລງ​ວັນ​ຈັນ​ຫຼັງ​ຈາກ​ທີ່​ສຶກສາ​ຫໍສັງເກດການ ແລ້ວ ແມຣີນອນ​ພັກຜ່ອນ​ເທິງ​ໂຊຟາ​ແລະ​ເອົາ​ຫົວ​ໝູນໝອນ. ເຮົາ​ກຳລັງ​ລົມ​ກັນ​ເຖິງ​ສິ່ງ​ທີ່​ໄດ້​ເຮັດ​ໃນ​ມື້​ນັ້ນ. ເມື່ອ​ແມຣີ​ລຸກ​ຂຶ້ນ ກໍ​ມີ​ງູ​ເລືອ​ອອກ​ມາ​ຈາກ​ກ້ອງ​ໝອນ! ແຂກ​ທີ່​ບໍ່​ໄດ້​ຄາດ​ຄິດ​ຜູ້​ນີ້​ສ້າງ​ຄວາມ​ຕື່ນ​ເຕັ້ນ​ຫຼາຍ​ຈົນ​ຮອດ​ຕອນ​ທີ່​ຂ້ອຍ​ຂ້າ​ມັນ​ຕາຍ.

ຫຼັງ​ຈາກ​ຮຽນ​ພາສາ​ປອກຕຸຍການ​ໄດ້​ປີ​ໜຶ່ງ ເຮົາ​ກໍ​ເລີ່ມ​ເຮັດ​ວຽກ​ດູ​ແລ​ໝວດ. ເຮົາ​ຮັບໃຊ້​ໃນ​ເຂດ​ທີ່​ບໍ່​ມີ​ໄຟ​ຟ້າ. ເຮົາ​ປູ​ສາດ​ນອນ​ແລະ​ເດີນ​ທາງ​ດ້ວຍ​ມ້າ​ແລະ​ກວຽນ. ຄັ້ງ​ໜຶ່ງ​ເຮົາ​ຂີ່​ລົດ​ໄຟ​ໄປ​ເມືອງ​ໜຶ່ງ​ທີ່​ຢູ່​ເທິງ​ພູ​ເພື່ອ​ປະກາດ​ໃນ​ເຂດ​ຫ່າງ​ໄກ ແລະ​ໄດ້​ເຊົ່າ​ຫ້ອງ​ພັກ​ຢູ່​ຫັ້ນ. ສຳນັກງານ​ສາຂາ​ສົ່ງ​ວາລະສານ 800 ຫົວ​ມາ​ໃຫ້​ເຮົາ​ເພື່ອ​ໃຊ້​ໃນ​ການ​ປະກາດ ດັ່ງ​ນັ້ນ ເຮົາ​ຕ້ອງ​ເດີນ​ທາງ​ໄປ​ຫ້ອງ​ການ​ໄປສະນີ​ຫຼາຍ​ເທື່ອ​ເພື່ອ​ຮັບ​ກ່ອງ​ວາລະສານ.

ໃນ​ປີ 1962 ມີ​ການ​ຈັດ​ໂຮງ​ຮຽນ​ພະ​ລາຊະກິດ​ຢູ່​ທົ່ວ​ເບຣຊີນ. ເປັນ​ເວລາ​ຫົກ​ເດືອນ​ທີ່​ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ເດີນ​ທາງ​ຄົນ​ດຽວ​ຈາກ​ໂຮງ​ຮຽນ​ໜຶ່ງ​ໄປ​ອີກ​ໂຮງ​ຮຽນ​ໜຶ່ງ. ຂ້ອຍ​ສອນ​ຢູ່​ມານາວ ເບເລ ຟໍຕາເລຊາ ເຣຊິຟີ ແລະ​ຊາວ​ວາ​ດໍ. ຕອນ​ທີ່​ຢູ່​ມານາວ ຂ້ອຍ​ໄດ້​ຈັດການ​ປະຊຸມ​ພາກ​ໃນ​ໂຮງ​ລະຄອນ​ໂອເປຣາ​ທີ່​ມີ​ຊື່ສຽງ. ຍ້ອນ​ຝົນ​ຕົກ​ແຮງ​ເຮົາ​ຈຶ່ງ​ມີ​ນໍ້າ​ສະອາດ​ພຽງ​ໜ້ອຍ​ດຽວ​ເພື່ອ​ດື່ມ ແລະ​ເຮົາ​ກໍ​ບໍ່​ມີ​ສະຖານ​ທີ່​ດີໆເພື່ອ​ໃຫ້​ພີ່​ນ້ອງ​ກິນ​ເຂົ້າ​ໃນ​ລະຫວ່າງ​ທີ່​ຈັດການ​ປະຊຸມ​ພາກ. ຂ້ອຍ​ເວົ້າ​ກັບ​ນາຍ​ທະຫານ​ຄົນ​ໜຶ່ງ​ແລະ​ອະທິບາຍ​ກ່ຽວ​ກັບ​ບັນຫາ​ຂອງ​ພວກ​ເຮົາ ດັ່ງ​ນັ້ນ ລາວ​ຈຶ່ງ​ຈັດ​ໃຫ້​ພວກ​ເຮົາ​ມີ​ນໍ້າ​ດື່ມ​ຕະຫຼອດ​ການ​ປະຊຸມ​ພາກ. ລາວ​ຍັງ​ສົ່ງ​ທະຫານ​ມາ​ກາງ​ເຕັ້ນ​ໃຫຍ່ໆສອງ​ເຕັ້ນ​ເຊິ່ງ​ເຮົາ​ໃຊ້​ເປັນ​ເຮືອນ​ຄົວ​ແລະ​ຫ້ອງ​ກິນ​ເຂົ້າ.

ຕອນ​ທີ່​ຂ້ອຍ​ບໍ່​ຢູ່ ແມຣີ​ປະກາດ​ໃນ​ເຂດ​ທຸລະກິດ​ເຊິ່ງ​ບໍ່​ມີ​ໃຜ​ສົນ​ໃຈ​ຈະ​ລົມ​ເລື່ອງ​ຄຳພີ​ໄບເບິນ. ຜູ້​ຄົນ​ມາ​ຈາກ​ປະເທດ​ປອກຕຸຍການ​ເພື່ອ​ຫາ​ເງິນ​ຢູ່​ເບຮຊີນ. ແມຣີ​ຮູ້ສຶກ​ທໍ້​ໃຈ​ແລະ​ເວົ້າ​ກັບ​ໝູ່​ບາງ​ຄົນ​ວ່າ “ປອກຕຸຍການ​ຈະ​ເປັນ​ບ່ອນ​ສຸດ​ທ້າຍ​ໃນ​ໂລກ​ນີ້​ທີ່​ລາວ​ຢາກ​ໄປ.” ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ເຮົາ​ກໍ​ໄດ້​ຮັບ​ຈົດ​ໝາຍ​ເຊີນ​ໃຫ້​ໄປ​ຮັບໃຊ້​ຢູ່​ປອກຕຸຍການ ເຊິ່ງ​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ​ຢູ່​ຫັ້ນ. ແມຣີ​ຕົກໃຈ​ຫຼາຍ! ແຕ່​ເຮົາ​ກໍ​ຮັບ​ເອົາ​ວຽກ​ມອບ​ໝາຍ​ນັ້ນ​ແລະ​ຍ້າຍ​ໄປ​ປອກຕຸຍການ.

ວຽກ​ມອບ​ໝາຍ​ໃນ​ປອກຕຸຍການ

ເຮົາ​ມາ​ຮອດ​ເມືອງ​ລິດສະບອນ ປະເທດ​ປອກຕຸຍການ ໃນ​ເດືອນ​ສິງ​ຫາ 1964. ຕຳຫຼວດ​ລັບ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃຫ້​ພີ່​ນ້ອງ​ທີ່​ຢູ່​ຫັ້ນ. ດັ່ງ​ນັ້ນ ເບິ່ງ​ຄື​ວ່າ​ສຸຂຸມ​ກວ່າ​ທີ່​ເຮົາ​ຈະ​ບໍ່​ຕິດ​ຕໍ່​ກັບ​ພີ່​ນ້ອງ​ທ້ອງຖິ່ນ​ໃນ​ຕອນ​ໄປ​ຮອດ​ໃໝ່ໆ. ທຳອິດ​ເຮົາ​ເຊົ່າ​ຫ້ອງ​ຢູ່ ຕໍ່​ມາ​ເມື່ອ​ໄດ້​ວິຊ່າ​ແລ້ວ​ເຮົາ​ກໍ​ເຊົ່າ​ອາ​ພາດ​ເ​ມັນ. ຫຼັງ​ຈາກ​ຫ້າ​ເດືອນ​ຜ່ານ​ໄປ​ມັນ​ປອດໄພ​ສຳລັບ​ເຮົາ​ທີ່​ຈະ​ຕິດ​ຕໍ່​ກັບ​ພີ່​ນ້ອງ​ທີ່​ຢູ່​ສຳນັກງານ​ສາຂາ. ເຮົາ​ດີ​ໃຈ​ຫຼາຍ​ເມື່ອ​ໃນ​ທີ່​ສຸດ​ເຮົາ​ສາມາດ​ໄປ​ປະຊຸມ​ໄດ້!

ເນື່ອງ​ຈາກ​ວຽກ​ງານ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ ດັ່ງ​ນັ້ນ ຫໍ​ປະຊຸມ​ຈຶ່ງ​ຖືກ​ປິດ​ແລະ​ການ​ປະຊຸມ​ປະຈຳ​ປະຊາຄົມ​ໄດ້​ຈັດ​ຢູ່​ເຮືອນ​ຂອງ​ພີ່​ນ້ອງ. ຕຳຫຼວດ​ຄົ້ນ​ເຮືອນ​ຂອງ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ເປັນ​ປະຈຳ. ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຮ້ອຍ​ຄົນ​ຖືກ​ພາ​ຕົວ​ໄປ​ສະຖານີ​ຕຳຫຼວດ​ເພື່ອ​ສອບ​ສວນ. ຕຳຫຼວດ​ປະຕິບັດ​ບໍ່​ດີ​ຕໍ່​ເຂົາ​ເຈົ້າ​ແລະ​ພະຍາຍາມ​ບັງຄັບ​ໃຫ້​ບອກ​ຊື່​ພີ່​ນ້ອງ​ທີ່​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ. ດັ່ງ​ນັ້ນ​ເພື່ອ​ປົກ​ປ້ອງກັນ​ແລະ​ກັນ ພີ່​ນ້ອງ​ຈຶ່ງ​ເຊົາ​ເອີ້ນ​ນາມ​ສະກຸນ ແຕ່​ເອີ້ນ​ຊື່​ແທນ.

ຄວາມ​ຊົງ​ຈຳ​ທີ່​ມີ​ຄ່າ​ຕະຫຼອດ 60 ກວ່າ​ປີ​ທີ່​ຮັບໃຊ້​ພະ​ເຢໂຫວາ

ເປົ້າ​ໝາຍ​ຫຼັກ​ຂອງ​ເຮົາ​ກໍ​ຄື​ຕ້ອງ​ແນ່​ໃຈ​ວ່າ​ພີ່​ນ້ອງ​ຍັງ​ໄດ້​ຮັບ​ປຶ້ມ​ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ​ໄດ້. ແມຣີ​ຈະ​ພິມ​ບົດ​ຄວາມ​ສຶກສາ​ຈາກ​ຫໍສັງເກດການ ແລະ​ປຶ້ມ​ອື່ນໆໃສ່​ເຈ້ຍ​ຊະນິດ​ພິເສດ ແລ້ວ​ກໍ​ຈະ​ໃຊ້​ເຈ້ຍ​ນັ້ນ​ເປັນ​ແມ່​ພິມ​ເພື່ອ​ເຮັດ​ສຳເນົາ​ຫຼາຍໆສະບັບ​ໃຫ້​ພີ່​ນ້ອງ.

ປົກ​ປ້ອງ​ຂ່າວ​ດີ​ໃນ​ສານ

ໃນ​ເດືອນ​ມິຖຸນາ 1966 ມີ​ການ​ພິຈາລະນາ​ຄະດີ​ທີ່​ສຳຄັນ​ໃນ​ສານ​ເຊິ່ງ​ຈັດ​ຢູ່​ເມືອງ​ລິດສະບອນ. ສະມາຊິກ​ທັງ 49 ຄົນ​ໃນ​ປະຊາຄົມ​ເຟໂຈ​ຖືກ​ກ່າວ​ຫາ​ວ່າ​ເຂົ້າ​ຮ່ວມ​ການ​ປະຊຸມ​ທີ່​ຜິດ​ກົດ​ໝາຍ​ໃນ​ເຮືອນ​ຂອງ​ບາງ​ຄົນ. ເພື່ອ​ກຽມ​ພີ່​ນ້ອງ​ສຳລັບ​ການ​ສືບສວນ​ນີ້ ຂ້ອຍ​ທຳ​ທ່າ​ເຮັດ​ເປັນ​ທະນາຍ​ຄວາມ​ເຊິ່ງ​ພະຍາຍາມ​ພິສູດ​ວ່າ​ພີ່​ນ້ອງ​ມີ​ຄວາມ​ຜິດ. ແຕ່​ເປັນ​ຕາມ​ທີ່​ຄາດ​ຄິດ​ໄວ້ ເຮົາ​ແພ້​ຄະດີ. ພີ່​ນ້ອງ​ຊາຍ​ຍິງ​ທັງ 49 ຄົນ​ຖືກ​ຄຸກ​ຈາກ 45 ມື້​ເຖິງ​ຫ້າ​ເດືອນ​ເຄິ່ງ. ແຕ່​ການ​ສືບສວນ​ນີ້​ເປັນ​ຄຳ​ພະຍານ​ທີ່​ດີ​ຫຼາຍ. ທີ່​ຈິງ ໃນ​ລະຫວ່າງ​ການ​ສືບສວນ ທະນາຍ​ຄວາມ​ຂອງ​ເຮົາ​ໄດ້​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ຄາມາລຽນ​ຈາກ​ຄຳພີ​ໄບເບິນ. (ກິດຈະການ 5:33-39) ຫຼັງ​ຈາກ​ນັ້ນ ສື່​ມວນ​ຊົນ​ໄດ້​ລາຍງານ​ຂ່າວ​ກ່ຽວ​ກັບ​ການ​ສືບສວນ​ນັ້ນ. ພວກ​ເຮົາ​ດີ​ໃຈ​ຫຼາຍ​ເມື່ອ​ທະນາຍ​ຄວາມ​ຂອງ​ພວກ​ເຮົາ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ເຂົ້າ​ຮ່ວມ​ປະຊຸມ.

ໃນ​ເດືອນ​ທັນວາ 1966 ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ດູ​ແລ​ສາຂາ​ແລະ​ໄດ້​ໃຊ້​ເວລາ​ຫຼາຍ​ໃນ​ການ​ເຮັດ​ວຽກ​ດ້ານ​ກົດ​ໝາຍ. ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ມີ​ເຫດຜົນ​ຕາມ​ກົດ​ໝາຍ​ວ່າ​ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຄວນ​ນະມັດສະການ​ໄດ້​ຢ່າງ​ເສລີ​ໃນ​ປອກຕຸຍການ. (ຟີລິບ 1:7) ໃນ​ທີ່​ສຸດ ໃນ​ວັນ​ທີ 18 ທັນວາ 1974 ເຮົາ​ກໍ​ໄດ້​ຮັບ​ການ​ຍອມ​ຮັບ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ. ພີ່​ນ້ອງ​ນາທານ ນໍ ແລະ​ພີ່​ນ້ອງ​ເຟເດີຣິກ ແຝນ ເດີນ​ທາງ​ມາ​ຈາກ​ສຳນັກງານ​ໃຫຍ່​ເພື່ອ​ຮ່ວມ​ຍິນດີ​ກັບ​ພວກ​ເຮົາ. ເຮົາ​ມີ​ການ​ປະຊຸມ​ທີ່​ໜ້າ​ຈົດ​ຈຳ​ໃນ​ເມືອງ​ໂອ​ປໍ​ໂຕ​ແລະ​ເມືອງ​ລິດສະບອນ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ 46.870 ຄົນ.

ພະ​ເຢໂຫວາ​ຍັງ​ເຮັດ​ໃຫ້​ວຽກ​ປະກາດ​ຂະຫຍາຍ​ອອກ​ໄປ​ສູ່​ເກາະ​ຕ່າງໆທີ່​ມີ​ຄົນ​ເວົ້າ​ພາສາ​ປອກຕຸຍການ ເຊັ່ນ: ເກາະ​ອາໂຊຣິດ ເກາະ​ເຄັບວໍດີ ເກາະ​ມາເດຍຣາ ແລະ​ເກາະ​ຊາວ​ໂຕເມ ແອນ ພິຣຊິເປ. ເມື່ອ​ຈຳນວນ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ເກາະ​ເຫຼົ່າ​ນີ້​ເພີ່ມ​ຂຶ້ນ ເຮົາ​ຕ້ອງການ​ສຳນັກງານ​ສາຂາ​ທີ່​ໃຫຍ່​ກວ່າ​ເກົ່າ. ຫຼັງ​ຈາກ​ສຳນັກງານ​ສາຂາ​ສ້າງ​ແລ້ວ ໃນ​ວັນ​ທີ 23 ເມສາ 1988 ພີ່​ນ້ອງ​ມິວຕັນ ເຮັນເຊວ ໄດ້​ໃຫ້​ຄຳ​ບັນລະຍາຍ​ເພື່ອ​ອຸທິດ​ສາຂາ. ມີ​ພີ່​ນ້ອງ​ເຂົ້າ​ຮ່ວມ 45.522 ຄົນ ແລະ​ລວມ​ທັງ​ມິດຊັນນາລີ 20 ຄົນ​ທີ່​ເຄີຍ​ຮັບໃຊ້​ຢູ່​ປອກຕຸຍການ​ເຊິ່ງ​ໄດ້​ກັບ​ມາ​ເພື່ອ​ເຂົ້າ​ຮ່ວມ​ການ​ອຸທິດ​ໃນ​ຄັ້ງ​ນີ້.

ເຮົາ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ຄົນ​ທີ່​ສັດ​ຊື່

ໃນ​ໄລຍະ​ເວລາ​ຫຼາຍ​ປີ ຂ້ອຍ​ກັບ​ແມຣີ​ມີ​ຄວາມ​ສຸກ​ແທ້ໆໃນ​ການ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ຄົນ​ທີ່​ສັດ​ຊື່. ຕົວຢ່າງ​ເຊັ່ນ: ເມື່ອ​ຂ້ອຍ​ເຮັດ​ວຽກ​ກັບ​ພີ່​ນ້ອງ​ທີ​ໂອ​ດໍ ຈາຣັດ ໃນ​ການ​ຢ້ຽມ​ຢາມ​ໂຊ​ນ ຂ້ອຍ​ໄດ້​ບົດຮຽນ​ທີ່​ມີ​ຄ່າ​ຫຼາຍ. ສຳນັກງານ​ສາຂາ​ທີ່​ເຮົາ​ກຳລັງ​ຢ້ຽມ​ຢາມ​ມີ​ບັນຫາ​ໃຫຍ່​ຢ່າງ​ໜຶ່ງ ແລະ​ຄະນະ​ກຳມະການ​ສາຂາ​ໄດ້​ຊ່ວຍ​ສຸດ​ຄວາມ​ສາມາດ​ແລ້ວ. ເຂົາ​ເຈົ້າ​ຮູ້ສຶກ​ບໍ່​ດີ​ທີ່​ເຮັດ​ຫຼາຍ​ກວ່າ​ນັ້ນ​ບໍ່​ໄດ້. ດັ່ງ​ນັ້ນ ພີ່​ນ້ອງ​ທີ​ໂອ​ດໍ​ເວົ້າ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ວ່າ: “ຕອນ​ນີ້​ເປັນ​ເວລາ​ທີ່​ຈະ​ປ່ອຍ​ໃຫ້​ມີ​ຊ່ອງ​ຫວ່າງ​ເພື່ອ​ພະລັງ​ບໍລິສຸດ​ຈະ​ເຮັດ​ວຽກ​ໄດ້.” ຂ້ອຍ​ບໍ່​ມີ​ວັນ​ລືມ​ສິ່ງ​ທີ່​ພີ່​ນ້ອງ​ເຟເດີຣິກ ແຝນ ເວົ້າ​ໃນ​ຫຼາຍ​ປີ​ແລ້ວ ຕອນ​ທີ່​ຂ້ອຍ​ກັບ​ແມຣີ​ໄປ​ຢາມ​ສຳນັກງານ​ຢູ່​ບຸກ​ລິນ. ກຸ່ມ​ຂອງ​ເຮົາ​ຂໍ​ຄຳ​ແນະນຳ​ຈາກ​ເພິ່ນ ແລະ​ເພິ່ນ​ບອກ​ວ່າ: “ຄຳ​ແນະນຳ​ຂອງ​ຂ້ອຍ​ກໍ​ຄື: ບໍ່​ວ່າ​ຈະ​ປະສົບ​ກັບ​ອຸປະສັກ​ຫຼື​ບັນຫາ​ໃດໆກໍ​ຕາມ ໃຫ້​ຕິດ​ສະໜິດ​ຢູ່​ກັບ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ເບິ່ງ​ເຫັນ​ໄດ້ ເພາະ​ນີ້​ເປັນ​ອົງການ​ດຽວ​ເທົ່າ​ນັ້ນ​ເຊິ່ງ​ເຮັດ​ວຽກ​ທີ່​ພະ​ເຍຊູ​ສັ່ງ​ພວກ​ລູກ​ສິດ​ຂອງ​ພະອົງ​ໃຫ້​ເຮັດ ນັ້ນ​ຄື​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ!”

ການ​ເຮັດ​ວຽກ​ນີ້​ເຮັດ​ໃຫ້​ຂ້ອຍ​ກັບ​ແມຣີ​ມີ​ຄວາມ​ສຸກ​ຫຼາຍ. ເຮົາ​ຍັງ​ມີ​ຄວາມ​ຊົງ​ຈຳ​ທີ່​ມີ​ຄ່າ​ຈາກ​ການ​ຢ້ຽມ​ຢາມ​ໂຊ​ນ​ຢູ່​ສຳນັກງານ​ສາຂາ​ຕ່າງໆໃນ​ທົ່ວ​ໂລກ. ເຮົາ​ມັກ​ທີ່​ໄດ້​ພົບ​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກໆໄວ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້​ຄຸນຄ່າ​ຕໍ່​ການ​ຮັບໃຊ້​ຂອງ​ເຂົາ​ເຈົ້າ. ເຮົາ​ສະໜັບສະໜູນ​ເຂົາ​ເຈົ້າ​ສະເໝີ​ວ່າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ.

ເວລາ​ຜ່ານ​ໄປ​ຫຼາຍ​ປີ ແລະ​ຕອນ​ນີ້​ເຮົາ​ທັງ​ສອງ​ກໍ​ອາຍຸ 80 ກວ່າ​ປີ​ແລ້ວ. ແມຣີ​ມີ​ບັນຫາ​ສຸຂະພາບ​ຫຼາຍ​ຢ່າງ. (2 ໂກລິນໂທ 12:9) ນອກ​ຈາກ​ນັ້ນ​ເຮົາ​ຍັງ​ມີ​ຄວາມ​ຍາກ​ລຳບາກ​ອື່ນໆນຳ​ອີກ ແຕ່​ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ແລະ​ເຮັດ​ໃຫ້​ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ຫຼາຍ​ຂຶ້ນ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຕໍ່​ໄປ. ເມື່ອ​ເບິ່ງ​ຍ້ອນ​ຫຼັງ​ໃນ​ເວລາ​ຫຼາຍ​ປີ​ທີ່​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຮູ້​ວ່າ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ພະອົງ​ໄດ້​ອວຍ​ພອນ​ເຮົາ​ໃນ​ຫຼາຍໆດ້ານ. *—ເບິ່ງ​ໄຂເງື່ອນ

^ ຂໍ້ 29 ຕອນ​ທີ່​ກຳລັງ​ກຽມ​ບົດ​ຄວາມ​ນີ້ ພີ່​ນ້ອງ​ດັກລັດສ ແກດສ ໄດ້​ເສຍ​ຊີວິດ​ຢ່າງ​ສັດ​ຊື່​ໃນ​ວັນ​ທີ 25 ຕຸລາ 2015