ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 14

ການ​ໂຈມຕີ​ທີ່​ມາ​ຈາກ​ທາງ​ເໜືອ!

ການ​ໂຈມຕີ​ທີ່​ມາ​ຈາກ​ທາງ​ເໜືອ!

“ມີ​ກອງທັບ​ຕັກແຕນ​ບຸກ​ເຂົ້າ​ມາ​ໃນ​ແຜ່ນດິນ​ຂອງ​ຂ້ອຍ.”—ໂຢເອນ 1:6

ເພງ 95 ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

ໃຈ​ຄວາມ​ສຳຄັນ *

1. ພີ່ນ້ອງ​ຣັດເຊວ​ແລະ​ໝູ່​ໃຊ້​ວິທີ​ໃດ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ ແລະ​ເປັນ​ຫຍັງ​ວິທີ​ນັ້ນ​ຈຶ່ງ​ດີ​ຫຼາຍ?

ຫຼາຍ​ກວ່າ 100 ປີ​ທີ່​ຜ່ານ​ມາ ພີ່ນ້ອງ​ຊີ. ທີ. ຣັດເຊວ​ແລະ​ໝູ່​ເຊິ່ງ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນ້ອຍໆເລີ່ມ​ປະຊຸມ​ນຳ​ກັນ. ພວກ​ເຂົາ​ຢາກ​ເຂົ້າ​ໃຈ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແທ້ໆກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ ພະ​ເຢຊູ​ຄລິດ ຄ່າໄຖ່ ແລະ​ຄົນ​ຕາຍ​ແລ້ວ​ເປັນ​ແນວ​ໃດ. ວິທີ​ການ​ສຶກສາ​ຂອງ​ພວກ​ເຂົາ​ແມ່ນ​ງ່າຍໆແບບ​ນີ້​ຄື ຄົນ​ໜຶ່ງ​ຈະ​ຕັ້ງ​ຄຳຖາມ​ຂຶ້ນ​ມາ ແລ້ວ​ທຸກ​ຄົນ​ໃນ​ກຸ່ມ​ກໍ​ຈະ​ຄົ້ນ​ຄວ້າ​ຂໍ້​ຄຳພີ​ທຸກ​ຂໍ້​ທີ່​ກ່ຽວ​ກັບ​ເລື່ອງ​ນັ້ນ ເມື່ອ​ໄດ້​ຄຳຕອບ​ແລ້ວ​ພວກ​ເຂົາ​ກໍ​ຈະ​ຈົດ​ໄວ້. ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ ພວກ​ເຂົາ​ຈຶ່ງ​ເຂົ້າ​ໃຈ​ຄວາມ​ຈິງ​ພື້ນຖານ​ໃນ​ຄຳພີ​ໄບເບິນ ເຊິ່ງ​ເປັນ​ຄວາມ​ຮູ້​ທີ່​ມີ​ຄ່າ​ຫຼາຍ​ສຳລັບ​ພວກ​ເຮົາ​ຈົນ​ເຖິງ​ທຸກ​ມື້​ນີ້.

2. ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຜິດ?

2 ແຕ່​ບໍ່​ດົນ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ພົບ​ວ່າ ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ຍາກ​ກວ່າ​ຫຼັກ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ເຫດຜົນ​ໜຶ່ງ​ກໍ​ຄື ເຮົາ​ຈະ​ເຂົ້າ​ໃຈ​ຄຳ​ພະຍາກອນ​ໄດ້​ດີ​ກໍ​ຕໍ່​ເມື່ອ​ຄຳ​ພະຍາກອນ​ນັ້ນ​ກຳລັງ​ເກີດ​ຂຶ້ນ​ຫຼື​ສຳເລັດ​ໄປ​ແລ້ວ. ແຕ່​ອີກ​ເຫດຜົນ​ໜຶ່ງ​ກໍ​ຄື ເພື່ອ​ຈະ​ເຂົ້າ​ໃຈ​ຄຳ​ພະຍາກອນ​ໄດ້​ຢ່າງ​ຖືກຕ້ອງ ເຮົາ​ຕ້ອງ​ເບິ່ງ​ວ່າ​ເນື້ອ​ໃນ​ນັ້ນ​ເວົ້າ​ເຖິງ​ຫຍັງ. ຖ້າ​ເຮົາ​ເບິ່ງ​ແຕ່​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຄຳ​ພະຍາກອນ​ແລະ​ບໍ່​ໄດ້​ເບິ່ງ​ສ່ວນ​ອື່ນ ເຮົາ​ກໍ​ອາດ​ເຂົ້າ​ໃຈ​ຜິດ​ໄດ້ ເຊິ່ງ​ເປັນ​ແບບ​ນັ້ນ​ກັບ​ຄຳ​ພະຍາກອນ​ຂອງ​ໂຢເອນ​ຄື​ກັນ. ຕອນ​ນີ້​ໃຫ້​ເຮົາ​ມາ​ກວດ​ເບິ່ງ​ຄືນ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃນ​ຄຳ​ພະຍາກອນ​ຂອງ​ໂຢເອນ.

3-4. ເຮົາ​ເຄີຍ​ເຂົ້າ​ໃຈ​ຄຳ​ພະຍາກອນ​ໂຢເອນ 2:7-9 ແນວ​ໃດ?

3 ອ່ານ​ໂຢເອນ 2:7-9. ໂຢເອນ​ບອກ​ລ່ວງ​ໜ້າ​ວ່າ​ຝູງ​ຕັກແຕນ​ຈະ​ມາ​ກັດ​ກິນ​ພືດ​ຜັກ​ທັງ​ໝົດ​ຂອງ​ຊາວ​ອິດສະຣາເອນ. ພວກ​ມັນ​ມີ​ແຂ້ວ​ໃຫຍ່​ຄື​ສິງ​ແລະ​ຈະ​ກັດ​ກິນ​ທຸກ​ຢ່າງ​ທີ່​ຂວາງ​ໜ້າ! (ໂຢເອນ 1:4, 6) ເປັນ​ເວລາ​ຫຼາຍ​ປີ​ທີ່​ເຮົາ​ເຂົ້າ​ໃຈ​ວ່າ​ຄຳ​ພະຍາກອນ​ນີ້​ໝາຍ​ເຖິງ​ປະຊາຊົນ​ຂອງ​ພະເຈົ້າ​ທີ່​ປະກາດ​ຄື​ຝູງ​ຕັກແຕນ​ເຊິ່ງ​ບໍ່​ມີ​ຫຍັງ​ມາ​ຫ້າມ​ໄດ້. ເຮົາ​ເຂົ້າ​ໃຈ​ວ່າ​ການ​ປະກາດ​ນີ້​ສົ່ງ​ຜົນ​ກະທົບ​ຮ້າຍແຮງ​ຕໍ່ “ແຜ່ນດິນ” ຫຼື​ຄົນ​ທີ່​ນັບຖື​ສາສະໜາ​ອື່ນ. *

4 ຖ້າ​ເຮົາ​ອ່ານ​ສະເພາະ​ແຕ່​ໂຢເອນ 2:7-9 ເຮົາ​ກໍ​ມີ​ເຫດຜົນ​ທີ່​ຈະ​ເຂົ້າ​ໃຈ​ແບບ​ນັ້ນ ແຕ່​ຖ້າ​ເຮົາ​ເບິ່ງ​ເນື້ອ​ໃນ​ຂອງ​ຄຳ​ພະຍາກອນ​ນີ້​ທັງ​ໝົດ ເຮົາ​ກໍ​ຈະ​ເຫັນ​ວ່າ​ເຮົາ​ຕ້ອງ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່​ໃນ​ເລື່ອງ​ນີ້. ຂໍ​ໃຫ້​ເຮົາ​ມາ​ເບິ່ງ 4 ເຫດຜົນ​ທີ່​ເຮັດ​ເຮົາ​ຕ້ອງ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່.

ເຫດຜົນ 4 ຢ່າງ​ທີ່​ເຮົາ​ຕ້ອງ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່

5-6. ເຮົາ​ອາດ​ມີ​ຄຳຖາມ​ຫຍັງ​ເມື່ອ​ອ່ານ (ກ) ໂຢເອນ 2:20 ແລະ (ຂ) ໂຢເອນ 2:25?

5 ເຫດຜົນ​ທຳອິດ ຂໍ​ໃຫ້​ສັງເກດ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ຕັກແຕນ​ທີ່​ວ່າ: “ຜູ້​ນັ້ນ​ທີ່​ມາ​ແຕ່​ທິດ​ອຸດອນ [ຝູງ​ຕັກແຕນ] ເຮົາ​ຈະ​ໃຫ້​ໜີ​ໄກ ຈາກ​ພວກ​ທ່ານ.” (ໂຢເອນ 2:20) ຖ້າ​ຝູງ​ຕັກແຕນ​ໝາຍ​ເຖິງ​ພະຍານ​ພະ​ເຢໂຫວາ​ທີ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ໃຫ້​ໄປ​ປະກາດ​ແລະ​ສອນ​ຄົນ​ເປັນ​ລູກສິດ ແລ້ວ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສັນຍາ​ວ່າ​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ? (ເອເຊກ. 33:7-9; ມທ. 28:19, 20) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໄລ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ ແຕ່​ວ່າ​ຈະ​ໄລ່​ບາງ​ສິ່ງ​ຫຼື​ບາງ​ຄົນ​ທີ່​ເປັນ​ສັດຕູ​ຂອງ​ຜູ້​ຮັບໃຊ້​ພະອົງ.

6 ເຫດຜົນ​ທີ່​ສອງ ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ຂຽນ​ໃນ​ໂຢເອນ 2:25 (ລ.ມ.) ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ຊົດ​ໃຊ້ ທີ່​ເຮົາ​ສົ່ງ​ຝູງ​ຕັກແຕນ​ຝູງ​ໃຫຍ່​ໄປ​ກິນ​ພືດ​ຜົນ​ຂອງ​ພວກ​ເຈົ້າ​ຫຼາຍ​ປີ​ຄື ຝູງ​ຕັກແຕນ ຕັກແຕນ​ໂຕ​ອ່ອນ ຕັກແຕນ​ຫິວ​ຈັດ ແລະ​ຕັກແຕນ​ກິນ​ບໍ່​ອັ້ນ.” ຂໍ​ສັງເກດ​ທີ່​ພະ​ເຢໂຫວາ​ບອກ​ວ່າ “ເຮົາ​ຈະ​ຊົດ​ໃຊ້” ສິ່ງ​ທີ່​ຕັກແຕນ​ໄດ້​ທຳລາຍ. ຖ້າ​ຕັກແຕນ​ໝາຍ​ເຖິງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ກໍ​ໝາຍ​ຄວາມ​ວ່າ​ຂ່າວ​ສານ​ທີ່​ພວກ​ເຂົາ​ປະກາດ​ໄດ້​ກໍ່​ຄວາມ​ເສຍຫາຍ. ແຕ່​ຂ່າວ​ສານ​ນັ້ນ​ສາມາດ​ຊ່ວຍ​ຊີວິດ​ຄົນ​ແລະ​ກະຕຸ້ນ​ຄົນ​ຊົ່ວ​ໃຫ້​ກັບ​ໃຈ​ໄດ້ ເຊິ່ງ​ນີ້​ເປັນ​ເລື່ອງ​ທີ່​ດີ​ແທ້ໆ!—ເອເຊກ. 33:8, 19

7. ຄຳ​ວ່າ “ພາຍ​ຫຼັງ​ການ​ນັ້ນ” ໃນ​ໂຢເອນ 2:28, 29 ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ຫຍັງ?

7 ອ່ານ​ໂຢເອນ 2:28, 29. ເຫດຜົນ​ທີ​ສາມ​ກ່ຽວ​ຂ້ອງ​ກັບ​ລຳດັບ​ເຫດການ​ຂອງ​ຄຳ​ພະຍາກອນ​ນີ້. ຂໍ​ສັງເກດ​ທີ່​ພະ​ເຢໂຫວາ​ບອກ​ວ່າ: “ພາຍ​ຫຼັງ​ການ​ນັ້ນ ເຮົາ​ຈະ​ຖອກ​ພະ​ວິນຍານ [“ພະລັງ​ບໍລິສຸດ,” ລ.ມ.] ຂອງ​ເຮົາ.” ນີ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ຈະ​ໃຫ້​ພະລັງ​ບໍລິສຸດ​ຫຼັງ​ຈາກ​ທີ່​ຝູງ​ຕັກແຕນ​ເຮັດ​ວຽກ​ສຳເລັດ​ແລ້ວ. ຖ້າ​ຕັກແຕນ​ແມ່ນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ທີ່​ເຮັດ​ວຽກ​ປະກາດ ແລ້ວ​ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຫ້​ພະລັງ​ບໍລິສຸດ​ຫຼັງ​ຈາກ ທີ່​ພວກ​ເຂົາ​ປະກາດ​ສຳເລັດ​ແລ້ວ? ທີ່​ຈິງ ພວກ​ເຂົາ​ຖືກ​ຕໍ່​ຕ້ານ​ແລະ​ຖືກ​ສັ່ງ​ຫ້າມ​ຕັ້ງ​ຫຼາຍ​ປີ ແລະ​ທີ່​ພວກ​ເຂົາ​ສາມາດ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ ກໍ​ຍ້ອນ​ວ່າ​ມີ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ.

ພີ່ນ້ອງ​ໂຈເຊບ ເອັບຟ໌. ຣັດເທີຝອດ​ແລະ​ຜູ້​ຖືກ​ເຈີມ​ຄົນ​ອື່ນໆປະກາດ​ຄຳ​ພິພາກສາ​ຂອງ​ພະເຈົ້າ​ຕໍ່​ໂລກ​ຊົ່ວ​ນີ້​ຢ່າງ​ກ້າຫານ (ເບິ່ງ​ຂໍ້ 8)

8. ຝູງ​ຕັກແຕນ​ທີ່​ເວົ້າ​ເຖິງ​ໃນ​ພະນິມິດ 9:1-11 ໝາຍ​ເຖິງ​ໃຜ? (ເບິ່ງ​ຮູບ​ໜ້າ​ປົກ)

8 ອ່ານ​ພະນິມິດ 9:1-11. ບັດ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ທີ​ສີ່. ຕອນ​ນັ້ນ​ທີ່​ເຮົາ​ເຂົ້າ​ໃຈ​ວ່າ​ຝູງ​ຕັກແຕນ​ໃນ​ປຶ້ມ​ໂຢເອນ​ໝາຍ​ເຖິງ​ວຽກ​ປະກາດ​ຂອງ​ເຮົາ ກໍ​ຍ້ອນ​ໃນ​ປຶ້ມ​ພະນິມິດ​ມີ​ຄຳ​ພະຍາກອນ​ທີ່​ຄ້າຍ​ຄື​ກັນ. ຄຳ​ພະຍາກອນ​ນັ້ນ​ອະທິບາຍ​ວ່າ​ຕັກແຕນ​ມີ​ໜ້າ​ຄື​ກັບ​ໜ້າ​ຄົນ​ແລະ​ເທິງ​ຫົວ​ຂອງ​ພວກ​ມັນ​ມີ​ສິ່ງ​ທີ່ “ເບິ່ງ​ຄື​ກັບ​ມົງກຸດ​ຄຳ.” (ພນມ. 9:7) ພວກ​ມັນ​ທໍລະມານ “ຄົນ [ສັດຕູ​ຂອງ​ພະເຈົ້າ] ທີ່​ບໍ່​ມີກາ​ປະທັບ​ຂອງ​ພະເຈົ້າ​ຢູ່​ໜ້າ​ຜາກ” ເປັນ​ເວລາ​ຫ້າ​ເດືອນ ເຊິ່ງ​ສ່ຳ​ກັບ​ຊີວິດ​ຂອງ​ໂຕ​ຕັກແຕນ. (ພນມ. 9:4, 5) ຄຳ​ພະຍາກອນ​ນີ້​ເບິ່ງ​ຄື​ວ່າ​ໝາຍ​ເຖິງ​ຜູ້​ຖືກ​ເຈີມ​ຂອງ​ພະ​ເຢໂຫວາ. ພວກ​ເຂົາ​ປະກາດ​ຄຳ​ພິພາກສາ​ຂອງ​ພະເຈົ້າ​ຕໍ່​ໂລກ​ຊົ່ວ​ນີ້​ຢ່າງ​ກ້າຫານ ດັ່ງ​ນັ້ນ ຜູ້​ທີ່​ຢູ່​ຝ່າຍ​ໂລກ​ຊົ່ວ​ນີ້​ຈຶ່ງ​ຮູ້ສຶກ​ທຸກ​ທໍລະມານ.

9. ຝູງ​ຕັກແຕນ​ທີ່​ໂຢເອນ​ແລະ​ໂຢຮັນ​ເຫັນ​ຕ່າງ​ກັນ​ແນວ​ໃດ?

9 ເຖິງ​ວ່າ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ພະນິມິດ​ແລະ​ໂຢເອນ​ຈະ​ມີ​ບາງ​ຢ່າງ​ທີ່​ຄ້າຍ​ຄື​ກັນ ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ຕ່າງ​ກັນ​ຢ່າງ​ຊັດເຈນ. ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ເຫຼົ່າ​ນີ້: ຄຳ​ພະຍາກອນ​ຂອງ​ໂຢເອນ​ເວົ້າ​ເຖິງ​ຝູງ​ຕັກແຕນ​ທີ່​ທຳລາຍ​ພືດ​ຜັກ. (ໂຢເອນ 1:4, 6, 7) ແຕ່​ໃນ​ນິມິດ​ຂອງ​ໂຢຮັນ ຝູງ​ຕັກແຕນ “ໄດ້​ຮັບ​ຄຳ​ສັ່ງ​ບໍ່​ໃຫ້​ສ້າງ​ຄວາມ​ເສຍຫາຍ​ຕໍ່​ພືດ​ພັນ​ໃນ​ໂລກ​.” (ພນມ. 9:4) ຝູງ​ຕັກແຕນ​ທີ່​ໂຢເອນ​ເຫັນ​ແມ່ນ​ມາ​ຈາກ​ທາງ​ເໜືອ. (ໂຢເອນ 2:20) ແຕ່​ຝູງ​ຕັກແຕນ​ທີ່​ໂຢຮັນ​ເຫັນ​ອອກ​ມາ​ຈາກ​ເຫວ​ເລິກ. (ພນມ. 9:2, 3) ປຶ້ມ​ໂຢເອນ​ບອກ​ວ່າ​ຝູງ​ຕັກ​ແຕນ​ຈະ​ຖືກ​ໄລ່​ໜີ ສ່ວນ​ປຶ້ມ​ພະນິມິດ​ບອກ​ວ່າ​ຝູງ​ຕັກ​ແຕນ​ບໍ່​ໄດ້​ຖືກ​ໄລ່​ໜີ ແຕ່​ຖືກ​ປ່ອຍ​ໃຫ້​ເຮັດ​ວຽກ​ຈົນ​ສຳເລັດ ແລະ​ບໍ່​ມີ​ບ່ອນ​ໃດ​ບອກ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ພວກ​ມັນ.—ເບິ່ງ​ຂອບ “ ຄຳ​ພະຍາກອນ​ເລື່ອງ​ຝູງ​ຕັກແຕນ ມີ​ຈຸດ​ຄື​ກັນ​ແຕ່​ແຕກຕ່າງ​ກັນ.

10. ຂໍ​ໃຫ້​ຍົກ​ຕົວຢ່າງ​ຈາກ​ຄຳພີ​ໄບເບິນ​ວ່າ​ເປັນ​ຫຍັງ​ເປັນ​ໄປ​ໄດ້​ທີ່​ຝູງ​ຕັກແຕນ​ທີ່​ໂຢເອນ​ແລະ​ໂຢຮັນ​ເຫັນ​ມີ​ຄວາມ​ໝາຍ​ບໍ່​ຄື​ກັນ.

10 ເຮົາ​ເຫັນ​ວ່າ​ສອງ​ຄຳ​ພະຍາກອນ​ນີ້​ຕ່າງ​ກັນ​ຢ່າງ​ຊັດເຈນ ເຮົາ​ຈຶ່ງ​ສະຫຼຸບ​ໄດ້​ວ່າ​ສອງ​ຄຳ​ພະຍາກອນ​ນີ້​ບໍ່​ກ່ຽວ​ຂ້ອງ​ກັນ. ຄັນ​ຊັ້ນ “ຕັກແຕນ” ທີ່​ຢູ່​ໃນ​ປຶ້ມ​ໂຢເອນ​ບໍ່​ຄື​ກັບ “ຕັກແຕນ” ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ບໍ? ແມ່ນ​ແລ້ວ ບໍ່​ຄື​ກັນ​ເລີຍ. ມີ​ຫຼາຍ​ເທື່ອ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ບາງ​ສິ່ງ​ທີ່​ຄື​ກັນ ແຕ່​ມີ​ຄວາມ​ໝາຍ​ຕ່າງ​ກັນ. ຕົວຢ່າງ: ພະນິມິດ 5:5 ເອີ້ນ​ພະ​ເຢຊູ​ວ່າ “ສິງ​ຈາກ​ຕະກູນ​ຢູດາ” ແຕ່ 1 ເປໂຕ 5:8 ເອີ້ນ​ມານ​ຮ້າຍ​ວ່າ “ໂຕ​ສິງ​ທີ່​ຮ້ອງ​ແຜດ​ສຽງ.” ຈາກ​ເຫດຜົນ 4 ຢ່າງ​ແລະ​ບັນຫາ​ຕ່າງໆທີ່​ເຮົາ​ໄດ້​ເບິ່ງ​ມາ​ແລ້ວ​ສະແດງ​ວ່າ ເຮົາ​ຕ້ອງ​ຕີ​ຄວາມ​ໝາຍ​ຄຳ​ພະຍາກອນ​ຂອງ​ໂຢເອນ​ໃໝ່. ແລ້ວ​ຄວາມ​ໝາຍ​ແທ້ໆຂອງ​ຄຳ​ພະຍາກອນ​ນີ້​ແມ່ນ​ຫຍັງ​ລະ?

ຄຳ​ພະຍາກອນ​ໃນ​ໂຢເອນ​ມີ​ຄວາມ​ໝາຍ​ແນວ​ໃດ?

11. ໂຢເອນ 1:6 ແລະ 2:1, 8, 11 ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຝູງ​ຕັກແຕນ​ແມ່ນ​ໃຜ?

11 ເມື່ອ​ເຮົາ​ຄົ້ນ​ຄວ້າ​ເບິ່ງ​ຄຳ​ພະຍາກອນ​ຂອງ​ໂຢເອນ​ຢ່າງ​ລະອຽດ ເຮົາ​ກໍ​ຈະ​ຮູ້​ວ່າ​ຄຳ​ພະຍາກອນ​ນີ້​ກຳລັງ​ບອກ​ລ່ວງ​ໜ້າ​ເຖິງ​ການ​ໂຈມຕີ​ຈາກ​ກອງ​ກຳລັງ​ທະຫານ. (ໂຢເອນ 1:6; 2:1, 8, 11) ພະ​ເຢໂຫວາ​ບອກ​ວ່າ​ພະອົງ​ໃຊ້​ກອງທັບ “ຝູງ​ໃຫຍ່” (ທະຫານ​ບາບີໂລນ) ໄປ​ລົງໂທດ​ຊາວ​ອິດສະຣາເອນ​ທີ່​ບໍ່​ເຊື່ອ​ຟັງ. (ໂຢເອນ 2:25) ກອງທັບ​ທີ່​ບຸກ​ເຂົ້າ​ມາ​ນັ້ນ​ຖືກ​ເອີ້ນ​ວ່າ: “ຜູ້​ນັ້ນ​ທີ່​ມາ​ແຕ່​ທິດ​ອຸດອນ [ທິດ​ເໜືອ]” ການ​ເອີ້ນ​ແບບ​ນີ້​ເໝາະ​ສົມ​ແທ້ໆ ເພາະ​ບາບີໂລນ​ບຸກ​ໂຈມຕີ​ອິດສະຣາເອນ​ຈາກ​ທາງ​ເໜືອ. (ໂຢເອນ 2:20) ກອງທັບ​ນັ້ນ​ເປັນ​ຄື​ກັບ​ຝູງ​ຕັກແຕນ​ທີ່​ເປັນ​ລະບຽບ. ໂຢເອນ​ບອກ​ວ່າ: ‘[ທະຫານ] ທຽວ​ໄປ​ໃນ​ທາງ​ເອງ​ທຸກ​ຄົນ . . . ເຂົາ​ເຂົ້າ​ໄປ​ໃນ​ເມືອງ ເຂົາ​ແລ່ນ​ເທິງ​ກຳແພງ ເຂົາ​ຂຶ້ນ​ເຮືອນ​ທັງ​ຫຼາຍ. ເຂົາ​ເຂົ້າ​ທາງ​ປ່ອງ​ອ້ຽມ​ຄື​ຂະໂມຍ.’ (ໂຢເອນ 2:8, 9) ເຈົ້າ​ນຶກ​ພາບ​ອອກ​ບໍ? ມີ​ທະຫານ​ຢູ່​ທຸກ​ບ່ອນ ບໍ່​ມີ​ບ່ອນ​ໃດ​ລີ້​ໄດ້ ແລະ​ບໍ່​ມີ​ໃຜ​ທີ່​ຈະ​ໜີ​ຈາກ​ກອງທັບ​ຂອງ​ບາບີໂລນ​ໄດ້!

12. ຄຳ​ພະຍາກອນ​ຂອງ​ໂຢເອນ​ເລື່ອງ​ຝູງ​ຕັກແຕນ​ສຳເລັດ​ເປັນ​ຈິງ​ແນວ​ໃດ?

12 ຄື​ກັບ​ຝູງ​ຕັກແຕນ ຊາວ​ບາບີໂລນ (ຫຼື​ຊາວ​ການເດ) ໄດ້​ມາ​ໂຈມຕີ​ເມືອງ​ເຢຣູຊາເລັມ​ໃນ​ປີ 607 ກ່ອນ ຄ.ສ. ຄຳພີ​ໄບເບິນ​ບອກ​ວ່າ: “ກະສັດ​ພວກ​ການເດເອນ​ຂຶ້ນ​ໄປ​ຕໍ່​ສູ້​ເຂົາ​ແລະ​ໄດ້​ຂ້າ​ຄົນ​ໜຸ່ມ​ທັງ​ຫຼາຍ​ຂອງ​ເຂົາ​ດ້ວຍ​ດາບ . . . ບໍ່​ໄດ້​ອີ່ດູ​ຄົນ​ໜຸ່ມ​ຫຼື​ຜູ້​ສາວ​ປອດ ຫຼື​ຜູ້​ເຖົ້າ​ແກ່​ຫຼື​ຄົນ​ເຖົ້າ​ແລ້ວ. ພະອົງ​ໄດ້​ມອບ​ເຂົາ​ທັງ​ປວງ​ໄວ້​ໃນ​ມື​ທ່ານ. ແລະ​ເຂົາ​ໄດ້​ຈູດ​ວິຫານ​ຂອງ​ພະເຈົ້າ ແລະ​ໄດ້​ມ້າງ​ກຳແພງ​ເມືອງ​ເຢຣຶຊາເລມ​ລົງ ແລະ​ໄດ້​ຈູດ​ລາຊະວັງ​ທັງ​ປວງ​ໃນ​ເມືອງ ແລະ​ເຄື່ອງ​ອັນ​ປະເສີດ​ທັງ​ປວງ​ໃນ​ເມືອງ​ກໍ​ໄດ້​ຖືກ​ມອບ​ໄວ້​ໃນ​ຄວາມ​ຈິບຫາຍ.” (2 ຂ່າວ. 36:17, 19) ຫຼັງ​ຈາກ​ທີ່​ບາບີໂລນ​ທຳລາຍ​ເມືອງ​ນີ້​ແລ້ວ ຜູ້​ຄົນ​ກໍ​ຈະ​ເວົ້າ​ວ່າ​ເມືອງ​ນີ້ “ຮ້າງ​ເປົ່າ​ຈົນ​ບໍ່​ມີ​ຄົນ​ບໍ່​ມີ​ສັດ ປະເທດ​ນີ້​ມອບ​ໄວ້​ໃນ​ມື​ແຫ່ງ​ພວກ​ຊາວ​ການເດ​ແລ້ວ.”—ຢເຣ. 32:43

13. ຂໍ​ໃຫ້​ອະທິບາຍ​ຄວາມ​ໝາຍ​ຂອງ​ເຢເຣມີ 16:16, 18.

13 ປະມານ 200 ປີ​ຫຼັງ​ຈາກ​ຄຳ​ພະຍາກອນ​ຂອງ​ໂຢເອນ ພະ​ເຢໂຫວາ​ໄດ້​ໃຫ້​ເຢເຣມີ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ລາຍ​ລະອຽດ​ຢ່າງ​ອື່ນ​ອີກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ການ​ໂຈມຕີ​ນັ້ນ. ພະອົງ​ບອກ​ວ່າ​ຜູ້​ທີ່​ມາ​ໂຈມຕີ​ຈະ​ຊອກ​ຫາ​ຊາວ​ອິດສະຣາເອນ​ທີ່​ເຮັດ​ສິ່ງ​ຊົ່ວ​ແລະ​ຈັບ​ພວກ​ເຂົາ​ທຸກ​ຄົນ. “ພະ​ເຢໂຫວາ​ກ່າວ​ວ່າ ‘ດັ່ງ​ນີ້​ເຮົາ​ເກນ​ຄົນ​ພານ​ປາ​ຫຼາຍ​ຄົນ​ແລະ​ເຂົາ​ຈະ​ຈັບ​ເຂົາ​ຄື​ປາ ແລະ​ພາຍ​ຫຼັງ​ນັ້ນ​ເຮົາ​ຈະ​ເກນ​ຄົນ​ພານ​ເນື້ອ​ຫຼາຍ​ຄົນ​ທີ່​ຈະ​ຈັບ​ເຂົາ​ຄື​ຈັບ​ເນື້ອ ແຕ່​ພູ​ທັງ​ປວງ​ແຕ່​ດອນ​ທັງ​ປວງ​ແລະ​ແຕ່​ໂກນ​ຫີນ​ດານ​ທັງ​ຫຼາຍ ແລະ​ເຮົາ​ຈະ​ຕອບ​ແທນ​ການ​ອະທຳ​ກັບ​ການ​ບາບ​ຂອງ​ເຂົາ 2 ທໍ່ . . . ຍ້ອນ​ເຂົາ​ໄດ້​ໃຫ້​ແຜ່ນດິນ​ຂອງ​ເຂົາ​ຖືກ​ຖ່ອຍ​ຮ້າຍ​ດ້ວຍ​ຊາກ​ສົບ​ທັງ​ຫຼາຍ​ແຫ່ງ​ສິ່ງ​ຂອງ​ອັນ​ໜ້າ​ກຽດ​ໜ້າ​ຊັງ​ຂອງ​ເຂົາ ແລະ​ເຂົາ​ໄດ້​ໃຫ້​ດິນ​ມູນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ສິ່ງ​ຂອງ​ອັນ​ໜ່າຍແໜງ​ຂອງ​ເຂົາ.’” ບໍ່​ວ່າ​ຊາວ​ອິດສະຣາເອນ​ທີ່​ບໍ່​ກັບ​ໃຈ​ຈະ​ໜີ​ໄປ​ລີ້​ຢູ່​ປ່າ​ຫຼື​ມະຫາສະໝຸດ ພວກ​ເຂົາ​ກໍ​ໜີ​ບໍ່​ລອດ​ຈາກ​ພວກ​ບາບີໂລນ.—ຢເຣ. 16:16, 18.

ການ​ຟື້ນຟູ

14. ໂຢເອນ 2:28, 29 ສຳເລັດ​ເປັນ​ຈິງ​ຕອນ​ໃດ?

14 ໂຢເອນ​ມີ​ຂ່າວ​ດີ​ທີ່​ຈະ​ບອກ​ໃຫ້​ຮູ້​ຄື ແຜ່ນດິນ​ຈະ​ກັບ​ມາ​ມີ​ຄວາມ​ອຸດົມ​ສົມບູນ​ອີກ​ຄັ້ງ. (ໂຢເອນ 2:23-26) ຫຼັງ​ຈາກ​ນັ້ນ ໃນ​ອະນາຄົດ​ຈະ​ມີ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ກັບ​ທຸກ​ຄົນ. ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ຖອກ​ພະ​ວິນຍານ [“ພະລັງ​ບໍລິສຸດ,” ລ.ມ.] ຂອງ​ເຮົາ​ລົງ​ໃສ່​ເທິງ​ເນື້ອ​ທັງ​ປວງ​ແລະ​ລູກ​ຊາຍ​ລູກ​ຍິງ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ຈະ​ທຳນວາຍ . . . ແລະ​ໃນ​ຄາວ​ນັ້ນ​ເຮົາ​ຈະ​ຖອກ​ພະ​ວິນຍານ [“ພະລັງ​ບໍລິສຸດ,” ລ.ມ.] ຂອງ​ເຮົາ​ລົງ​ໃສ່​ເທິງ​ຂ້າ​ໃຊ້​ຊາຍ​ຍິງ​ທັງ​ຫຼາຍ​ດ້ວຍ.” (ໂຢເອນ 2:28, 29) ເຫດການ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ທັນທີ​ຫຼັງ​ຈາກ​ທີ່​ຊາວ​ອິດສະຣາເອນ​ກັບ​ຈາກ​ບາບີໂລນ​ໄປ​ບ້ານ​ເກີດ​ເມືອງ​ນອນ ແຕ່​ເກີດ​ຂຶ້ນ​ໃນ​ຫຼາຍ​ຮ້ອຍ​ປີ​ຕໍ່​ມາ​ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33. ເຮົາ​ຮູ້​ໄດ້​ແນວ​ໃດ?

15. ຕາມ​ກິດຈະການ 2:16, 17 ເປໂຕ​ໄດ້​ປັບ​ຄຳເວົ້າ​ຫຍັງ​ໃນ​ຄຳ​ພະຍາກອນ​ຂອງ​ໂຢເອນ 2:28 ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ຫຍັງ?

15 ໃນ​ວັນ​ເພັນເຕກອດ ອັກຄະສາວົກ​ເປໂຕ​ຖືກ​ດົນ​ໃຈ​ໃຫ້​ບອກ​ວ່າ​ເຫດການ​ທີ່​ໜ້າ​ງຶດງໍ້​ເຊິ່ງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ເປັນ​ໄປ​ຕາມ​ໂຢເອນ 2:28, 29. ປະມານ 9 ໂມງ​ເຊົ້າ​ຂອງ​ມື້​ນັ້ນ ພະເຈົ້າ​ໄດ້​ເທ​ພະລັງ​ບໍລິສຸດ​ເຊິ່ງ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບ​ພະລັງ​ນັ້ນ​ເລີ່ມ​ເວົ້າ​ເຖິງ “ສິ່ງ​ມະຫັດສະຈັນ​ຕ່າງໆຂອງ​ພະເຈົ້າ.” (ກຈກ. 2:11) ຕອນ​ທີ່​ເປໂຕ​ຍົກ​ຄຳ​ພະຍາກອນ​ຂອງ​ໂຢເອນ​ມາ​ເວົ້າ ລາວ​ຖືກ​ດົນ​ໃຈ​ໃຫ້​ປັບ​ຄຳເວົ້າ​ຂອງ​ໂຢເອນ. ເຈົ້າ​ສັງເກດ​ເຫັນ​ຄຳເວົ້າ​ທີ່​ລາວ​ປັບ​ບໍ? (ອ່ານ​ກິດຈະການ 2:16, 17) ແທນ​ທີ່​ຈະ​ເລີ່ມ​ດ້ວຍ​ຄຳ​ວ່າ “ຢູ່​ມາ​ພາຍ​ຫຼັງ​ການ​ນັ້ນ” ເປໂຕ​ພັດ​ບອກ​ວ່າ: “ໃນ​ສະໄໝ​ສຸດ​ທ້າຍ” ຕາມ​ແວດ​ບົດ​ນີ້​ໝາຍ​ເຖິງ ໃນ​ສະໄໝ​ສຸດ​ທ້າຍ​ຂອງ​ລະບົບ​ຢິວ​ເຊິ່ງ​ກໍ​ຄື ບໍ່​ດົນ​ກ່ອນ​ທີ່​ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຈະ​ຖືກ​ທຳລາຍ ພະເຈົ້າ​ຈະ​ເທ​ພະລັງ​ບໍລິສຸດ​ຂອງ​ພະອົງ​ໃຫ້ “ກັບ​ຄົນ​ທຸກ​ປະເພດ.” ເລື່ອງ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ຈະ​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ກ່ອນ ກ່ອນ​ທີ່​ຄຳ​ພະຍາກອນ​ຂອງ​ໂຢເອນ​ຈະ​ສຳເລັດ​ເປັນ​ຈິງ.

16. ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ວຽກ​ປະກາດ​ໃນ​ສະຕະວັດ​ທຳອິດ ແລະ​ໃນ​ທຸກ​ມື້​ນີ້?

16 ຫຼັງ​ຈາກ​ທີ່​ພະເຈົ້າ​ເທ​ພະລັງ​ບໍລິສຸດ​ໃຫ້​ຄລິດສະຕຽນ​ສະຕະວັດ​ທຳອິດ ພວກ​ເຂົາ​ກໍ​ເລີ່ມ​ເຮັດ​ວຽກ​ປະກາດ​ເຊິ່ງ​ໃນ​ທີ່​ສຸດ​ກໍ​ຂະຫຍາຍ​ໄປ​ທົ່ວ​ໂລກ​. ເມື່ອ​ໂປໂລ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພີ່ນ້ອງ​ໃນ​ເມືອງ​ໂກໂລຊາຍ​ປະມານ​ປີ ຄ.ສ 61 ລາວ​ກໍ​ສາມາດ​ເວົ້າ​ໄດ້​ວ່າ​ຂ່າວ​ດີ​ໄດ້​ຮັບ​ການ “ປະກາດ​ໄປ​ທຸກ​ແຫ່ງ​ທົ່ວ​ໃຕ້​ຟ້າ.” (ກລຊ. 1:23) ເມື່ອ​ໂປໂລ​ເວົ້າ​ວ່າ “ທຸກ​ແຫ່ງ” ລາວ​ໝາຍ​ເຖິງ​ໂລກ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ໃນ​ສະໄໝ​ນັ້ນ. ຍ້ອນ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊ່ວຍ ໃນ​ທຸກ​ມື້​ນີ້​ວຽກ​ປະກາດ​ຈຶ່ງ​ຂະຫຍາຍ​ຫຼາຍ “ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ​.”—ກຈກ. 13:47; ເບິ່ງ​ຂອບ “ ເຮົາ​ຈະ​ຖອກ​ພະ​ວິນຍານ [“ພະລັງ​ບໍລິສຸດ,” ລ.ມ.] ຂອງ​ເຮົາ

ມີ​ຫຍັງ​ທີ່​ປ່ຽນ​ແປງ?

17. ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່​ກ່ຽວ​ກັບ​ຄຳ​ພະຍາກອນ​ຂອງ​ໂຢເອນ​ເລື່ອງ​ຝູງ​ຕັກແຕນ​ແນວ​ໃດ?

17 ມີ​ຫຍັງ​ທີ່​ປ່ຽນ​ແປງ? ຕອນ​ນີ້​ເຮົາ​ເຂົ້າ​ໃຈ​ຄຳ​ພະຍາກອນ​ໃນ​ໂຢເອນ 2:7-9 ຫຼາຍ​ຂຶ້ນ. ເຫັນ​ໄດ້​ແຈ້ງ​ວ່າ ຄຳ​ພະຍາກອນ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ການ​ເຮັດ​ວຽກ​ປະກາດ​ຢ່າງ​ກະຕືລືລົ້ນ​ຂອງ​ເຮົາ ແຕ່​ໝາຍ​ເຖິງ​ການ​ທີ່​ກອງທັບ​ບາບີໂລນ​ມາ​ໂຈມຕີ​ເມືອງ​ເຢຣູຊາເລັມ​ໃນ​ປີ 607 ກ່ອນ ຄ.ສ.

18. ມີ​ຫຍັງ​ທີ່​ບໍ່​ປ່ຽນ​ແປງ​ກ່ຽວ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ?

18 ແລ້ວ​ມີ​ຫຍັງ​ທີ່​ບໍ່​ປ່ຽນ​ແປງ? ປະຊາຊົນ​ຂອງ​ພະ​ເຢໂຫວາ​ປະກາດ​ຂ່າວ​ດີ​ຕໍ່​ໄປ ບໍ່​ວ່າ​ຈະ​ຢູ່​ໃສ​ກໍ​ຕາມ​ແລະ​ໃຊ້​ທຸກ​ວິທີ​ເພື່ອ​ຈະ​ປະກາດ​ໃຫ້​ໄດ້. (ມທ. 24:14) ບໍ່​ມີ​ລັດຖະບານ​ໃດ​ທີ່​ຈະ​ສັ່ງ​ຫ້າມ​ຫຼື​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ໃຫ້​ປະກາດ​ໄດ້. ແລະ​ຍ້ອນ​ພະ​ເຢໂຫວາ​ອວຍ​ພອນ ພວກ​ເຮົາ​ຈຶ່ງ​ຫ້າວຫັນ​ເຮັດ​ວຽກ​ປະກາດ​ຂ່າວ​ດີ​ຢ່າງ​ກ້າຫານ​ຫຼາຍ​ກວ່າ​ເກົ່າ! ຂໍ​ໃຫ້​ເຮົາ​ຖ່ອມ​ໃຈ​ຕໍ່ໆໄປ​ທີ່​ຈະ​ໝາຍ​ເພິ່ງ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ເຂົ້າ​ໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ແລະ​ໝັ້ນ​ໃຈ​ວ່າ​ເມື່ອ​ເຖິງ​ເວລາ​ທີ່​ເໝາະ​ສົມ ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້ “ເຂົ້າ​ໃຈ​ຄວາມ​ຈິງ​ທັງ​ໝົດ”!—ຢຮ. 16:13

ເພງ 97 ຊີວິດ​ເຮົາ​ຕ້ອງ​ອາໄສ​ຄຳ​ສອນ​ຂອງ​ພະເຈົ້າ

^ ຂໍ້ 5 ເປັນ​ເວລາ​ຫຼາຍ​ປີ​ທີ່​ເຮົາ​ເຊື່ອ​ວ່າ​ຄຳ​ພະຍາກອນ​ທີ່​ບັນທຶກ​ໃນ​ໂຢເອນ​ບົດ 1 ແລະ 2 ໝາຍ​ເຖິງ​ວຽກ​ປະກາດ​ຂອງ​ເຮົາ​ໃນ​ປັດຈຸບັນ. ແຕ່​ເຮົາ​ມີ​ເຫດຜົນ​ທີ່​ດີ 4 ຢ່າງ​ທີ່​ຕ້ອງ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່​ກ່ຽວ​ກັບ​ເລື່ອງ​ນີ້. ແລ້ວ​ມີ​ເຫດຜົນ​ຫຍັງ​ແດ່?

^ ຂໍ້ 3 ຕົວຢ່າງ: ເບິ່ງ​ບົດ​ຄວາມ “ສະຕິປັນຍາ​ຂອງ​ພະ​ເຢໂຫວາ​ເຫັນ​ໄດ້​ຈາກ​ສິ່ງ​ທີ່​ພະອົງ​ສ້າງ” ໃນ​ຫໍສັງເກດການ 15 ເມສາ 2009 ຂໍ້ 14-16 (ພາສາ​ໄທ)