ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ມີ​ຫຼັກ​ຖານ​ຫຍັງ​ອີກ​ນອກ​ຈາກ​ຄຳພີ​ໄບເບິນ​ທີ່​ສະແດງ​ວ່າ​ຊາວ​ອິດສະຣາເອນ​ເຄີຍ​ເປັນ​ທາດ​ຢູ່​ເອຢິບ?

ຄຳພີ​ໄບເບິນ​ບອກ​ວ່າ​ຫຼັງ​ຈາກ​ພວກ​ມາດຢານ​ພາ​ໂຢເຊັບ​ໄປ​ເອຢິບ ຢາໂຄບ​ເຊິ່ງ​ເປັນ​ພໍ່​ແລະ​ຄອບຄົວ​ຂອງ​ລາວ​ກໍ​ໄດ້​ພາ​ກັນ​ຍ້າຍ​ອອກ​ຈາກ​ການາອານ​ໄປ​ຢູ່​ເອຢິບ. ພວກ​ເຂົາ​ໄປ​ຕັ້ງ​ຫຼັກ​ປັກ​ຖານ​ຢູ່​ສາມ​ລ່ຽມ​ປາກ​ແມ່ນ້ຳ​ນິນ ໃນ​ແຂວງ​ໂຄເຊນ ປະເທດ​ເອຢິບ. (ຕົ້ນ. 47:1, 6) ພວກ​ອິດສະຣາເອນ “ໄດ້​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ແລະ​ທະວີ​ຂຶ້ນ​ໄປ​ເປັນ​ພວກ​ອັນ​ໃຫຍ່.” ດັ່ງ​ນັ້ນ ຊາວ​ເອຢິບ​ຈຶ່ງ​ເລີ່ມ​ຮູ້ສຶກ​ຢ້ານ​ຊາວ​ອິດສະຣາເອນ ແລະ​ໄດ້​ບັງຄັບ​ພວກ​ເຂົາ​ໃຫ້​ເປັນ​ທາດ.—ອົບ. 1:7-14

ນັກ​ວິຈານ​ສະໄໝ​ໃໝ່​ບາງ​ຄົນ​ໄດ້​ຄັດ​ຄ້ານ​ວ່າ​ເລື່ອງ​ຈາກ​ພະ​ຄຳພີ​ທີ່​ເວົ້າ​ຂ້າງ​ເທິງ​ນີ້​ເປັນ​ພຽງ​ນິທານ. ແນວ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ຊາວ​ເຊ​ໄມ * ເຄີຍ​ເປັນ​ທາດ​ໃນ​ເອຢິບ​ບູຮານ​ແທ້ໆ.

ຕົວຢ່າງ​ເຊັ່ນ: ນັກ​ບູຮານຄະດີ​ຫຼາຍ​ຄົນ​ໄດ້​ຄົ້ນ​ພົບ​ການ​ຕັ້ງ​ຖິ່ນ​ຖານ​ບູຮານ​ຢູ່​ທາງ​ເໜືອ​ຂອງ​ເອຢິບ. ດຣ. ຈອນ ບິມສັນ​ບອກ​ວ່າ: ໄດ້​ພົບ​ຫຼັກ​ຖານ​ການ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ເຊ​ໄມ​ປະມານ 20 ບ້ານ​ຫຼື​ຫຼາຍ​ກວ່າ​ນັ້ນ​ທີ່​ຢູ່​ທາງ​ເໜືອ​ຂອງ​ເອຢິບ. ນອກ​ຈາກ​ນັ້ນ ຜູ້​ຊ່ຽວຊານ​ດ້ານ​ວັດຖຸ​ບູຮານ​ຂອງ​ເອຢິບ​ທີ່​ຊື່​ເຈມ ເຄ ໂຮບມາຍເຍີ​ກໍ​ບອກ​ວ່າ: “ໃນ​ໄລຍະ​ປະມານ​ປີ 1800 ເຖິງ 1540 ກ່ອນ ຄ.ສ ປະເທດ​ເອຢິບ​ເປັນ​ດິນແດນ​ທີ່​ໜ້າ​ສົນ​ໃຈ​ສຳລັບ​ການ​ຍ້າຍ​ຖິ່ນ​ຖານ​ຂອງ​ຄົນ​ອາຊີ​ຕາເວັນ​ຕົກ​ເຊິ່ງ​ເວົ້າ​ພາສາ​ຊີເມຕິກ.” ລາວ​ບອກ​ອີກ​ວ່າ: “ໄລຍະ​ເວລາ​ນັ້ນ​ເປັນ​ສະໄໝ​ດຽວ​ກັນ​ກັບ​ສະໄໝ​ບັນພະບຸລຸດ​ຕົ້ນ​ຕະກູນ​ຂອງ​ຊາວ​ຢິວ ແລະ​ຍັງ​ເປັນ​ໄລຍະ​ເວລາ​ແລະ​ສະພາບການ​ດຽວ​ກັນ​ກັບ​ທີ່​ບັນທຶກ​ໃນ​ປຶ້ມ​ຕົ້ນເດີມ.”

ມີ​ຫຼັກ​ຖານ​ເພີ່ມ​ເຕີມ​ຈາກ​ທາງ​ໃຕ້​ຂອງ​ເອຢິບ ແຜ່ນ​ພາໄພຣັດ​ໃນ​ໄລຍະ​ປີ 2000-1600 ກ່ອນ ຄ.ສ ໄດ້​ບັນທຶກ​ຊື່​ຂອງ​ທາດ​ຫຼາຍ​ຄົນ​ທີ່​ເຮັດ​ວຽກ​ຢູ່​ເຮືອນ​ຫຼັງ​ໜຶ່ງ​ໃນ​ທາງ​ພາກ​ໃຕ້​ຂອງ​ເອຢິບ ຫຼາຍ​ກວ່າ 40 ຊື່​ເຫຼົ່າ​ນັ້ນ​ເປັນ​ຊື່​ພາສາ​ເຊ​ໄມ. ທາດ​ຫຼື​ຄົນ​ຮັບໃຊ້​ເຫຼົ່າ​ນີ້​ເປັນ​ຄົນ​ເຮັດ​ອາຫານ ຊ່າງ​ຕັດ​ເຄື່ອງ ແລະ​ເປັນ​ກຳມະກອນ. ໂຮບມາຍເຍີ​ບອກ​ວ່າ: “ຂະໜາດ​ເຮືອນ​ຫຼັງ​ດຽວ​ທີ່​ຢູ່​ໃນ​ທີເບດ [ເຊິ່ງ​ຢູ່​ທາງ​ໃຕ້​ຂອງ​ເອຢິບ] ກໍ​ຍັງ​ມີ​ຊາວ​ເຊ​ໄມ​ອາໄສ​ຢູ່​ນຳ​ກັນ​ຫຼາຍ​ກວ່າ 40 ຄົນ ຄັນ​ຊັ້ນ​ກໍ​ຄື​ຊິ​ມີ​ຊາວ​ເຊ​ໄມ​ຢູ່​ຈຳນວນ​ຫຼວງ​ຫຼາຍ​ໃນ​ທົ່ວ​ປະເທດ​ເອຢິບ​ໂດຍ​ສະເພາະ​ບໍລິເວນ​ສາມ​ລ່ຽມ​ປາກ​ແມ່ນ້ຳ.”

ເດວິດໂຣ​ເຊິ່ງ​ເປັນ​ນັກ​ບູຮານຄະດີ​ຂຽນ​ວ່າ ຊື່​ຂອງ​ທາດ​ບາງ​ຄົນ​ທີ່​ຢູ່​ໃນ​ລາຍ​ຊື່​ນັ້ນ “ຄື​ກັບ​ຊື່​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ” ຕົວຢ່າງ​ເຊັ່ນ: ພາໄພຣັດ​ບາງ​ແຜ່ນ​ມີ​ຊື່​ຄື​ກັນ​ກັບ​ຊື່​ຂອງ​ອີຊາຄາ ອາເຊນ ແລະ​ຊີບລາ. (ອົບ. 1:3, 4, 15) ເດວິດໂຣ​ສະຫຼຸບ​ວ່າ: “ນີ້​ເປັນ​ຫຼັກ​ຖານ​ແທ້ໆທີ່​ຢືນຢັນ​ວ່າ​ຊາວ​ອິດສະຣາເອນ​ເຄີຍ​ເປັນ​ທາດ​ຂອງ​ເອຢິບ.”

ດຣ. ຈອນ ບິມສັນ​ບອກ​ວ່າ: “ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ການ​ເປັນ​ທາດ​ຢູ່​ເອຢິບ​ແລະ​ການ​ອົບພະຍົບ​ຂອງ​ຊາວ​ອິດສະຣາເອນ​ມີ​ຫຼັກ​ຖານ​ຢ່າງ​ໜັກແໜ້ນ​ທາງ​ປະຫວັດສາດ.”

^ ຂໍ້ 4 ຊື່​ເຊ​ໄມ​ມາ​ຈາກ​ຊື່​ຂອງ​ເຊມ ເຊິ່ງ​ເປັນ​ໜຶ່ງ​ໃນ​ລູກ​ຊາຍ​ສາມ​ຄົນ​ຂອງ​ໂນອາ. ເບິ່ງ​ຄື​ວ່າ​ລູກ​ຫຼານ​ຂອງ​ເຊມ​ມີ​ທັງ​ຊາວ​ເອລາມ ຊາວ​ອາຊີລີ ຊາວ​ການເດ ຊາວ​ເຮັບເຣີ ຊາວ​ຊີລີ ແລະ​ຊົນ​ເຜົ່າ​ຕ່າງໆຂອງ​ອາຣັບ.