ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ໃນ​ສະໄໝ​ບູຮານ ຄົນ​ທີ່​ຢາກ​ເດີນ​ທາງ​ທາງ​ທະເລ​ຕ້ອງ​ເຮັດ​ແນວ​ໃດ?

ໂດຍ​ທົ່ວໄປ​ແລ້ວ ເຮືອ​ໂດຍ​ສານ​ບໍ່​ມີ​ໃນ​ສະໄໝ​ຂອງ​ໂປໂລ. ຜູ້​ທີ່​ຕ້ອງການ​ເດີນ​ທາງ​ທາງ​ທະເລ ຕ້ອງ​ໄປ​ຊອກ​ຫາ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ຈະ​ໄປ​ທາງ​ດຽວ​ກັນ​ກັບ​ລາວ ແລະ​ເຮືອ​ນັ້ນ​ຕ້ອງ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຜູ້​ໂດຍ​ສານ. (ກິດ. 21:2, 3) ເຖິງ​ວ່າ​ເຮືອ​ບໍ່​ໄດ້​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ຜູ້​ທີ່​ເດີນ​ທາງ ແຕ່​ລາວ​ກໍ​ສາມາດ​ໄປ​ຕໍ່​ເຮືອ​ລຳ​ອື່ນ​ຢູ່​ທ່າ​ເຮືອ​ຕ່າງໆເພື່ອ​ຈະ​ໄປ​ເຖິງ​ຈຸດ​ໝາຍ​ຂອງ​ລາວ.—ກິດ. 27:1-6

ສ່ວນ​ຫຼາຍ​ເຮືອ​ຈະ​ເດີນ​ທາງ​ໄປ​ຕາມ​ລະດູ​ການ ແຕ່​ເວລາ​ເດີນ​ທາງ​ຈະ​ບໍ່​ຕາຍ​ໂຕ. ນອກ​ຈາກ​ດິນ​ຟ້າ​ອາກາດ​ບໍ່ດີ​ແລ້ວ ນັກ​ແລ່ນ​ເຮືອ​ບາງ​ຄົນ​ທີ່​ຖື​ໂຊກ​ລາງ​ຈະ​ບໍ່​ອອກ​ເດີນ​ທາງ​ເຊັ່ນ: ຖ້າ​ມີ​ໂຕ​ກາ​ມາ​ຈັບ​ເຊືອກ​ມັດ​ໃບ​ເຮືອ​ແລ້ວ​ຮ້ອງ​ສຽງ​ດັງໆ ຫຼື​ເຫັນ​ຊາກ​ເຮືອ​ທີ່​ແຕກ​ຢູ່​ຝັ່ງ​ທະເລ. ຕອນ​ທີ່​ມີ​ລົມ​ພັດ​ມາ​ຢ່າງ​ເໝາະ​ສົມ ນັກ​ແລ່ນ​ເຮືອ​ຈະ​ໃຊ້​ໂອກາດ​ນັ້ນ​ເພື່ອ​ອອກ​ເດີນ​ທາງ​ທັນທີ. ເມື່ອ​ຜູ້​ທີ່​ຕ້ອງການ​ເດີນ​ທາງ​ຮູ້​ວ່າ​ເຮືອ​ລຳ​ໃດ​ຈະ​ຮັບ​ລາວ​ເປັນ​ຜູ້​ໂດຍ​ສານ ລາວ​ກໍ​ຈະ​ເອົາ​ເຄື່ອງ​ທີ່​ເດີນ​ທາງ​ລົງ​ໄປ​ປະ​ໄວ້​ຖ້າ​ຢູ່​ທ່າ​ເຮືອ ແລະ​ລໍ​ຖ້າ​ຟັງ​ຄຳ​ປະກາດ​ວ່າ​ເຮືອ​ລຳ​ນັ້ນ​ຈະ​ອອກ​ເດີນ​ທາງ​ຕອນ​ໃດ.

ນັກ​ປະຫວັດສາດ ໄລເນວ ແຄັດເຊິນ​ບອກ​ວ່າ: “ຈັກກະພັດ​ໂລມ​ມີ​ບໍລິການ​ທີ່​ສະດວກ​ສະບາຍ​ຫຼາຍ ຜູ້​ທີ່​ຕ້ອງ​ເດີນ​ທາງ​ບໍ່​ໄດ້​ໃຊ້​ເວລາ​ຫຼາຍ​ຢູ່​ທ່າ​ເຮືອ. ທ່າ​ເຮືອ​ໂລມ​ຕັ້ງ​ຢູ່​ປາກ​ແມ່ນ້ຳ​ໄທ​ເບີ. ໃນ​ເມືອງ​ອັອດສະເຕຍ​ທີ່​ຢູ່​ໃກ້​ທ່າ​ເຮືອ​ນັ້ນ​ມີ​ເດີ່ນ​ປີ​ອາຊາ​ໃຫຍ່​ແຫ່ງ​ໜຶ່ງ ເຊິ່ງ​ເດີ່ນ​ນີ້​ກໍ​ມີ​ສຳນັກງານ​ຫ້ອງ​ການ​ຕ່າງໆຕັ້ງ​ຢູ່​ອ້ອມ​ຮອບ. ຫ້ອງ​ການ​ສ່ວນ​ຫຼາຍ​ກໍ​ເປັນ​ຫ້ອງ​ການ​ຕາງ​ໜ້າ​ຂອງ​ພໍ່​ຄ້າ​ຂົນ​ສົ່ງ​ຈາກ​ທ່າ​ເຮືອ​ອື່ນໆເຊັ່ນ: ພໍ່​ຄ້າ​ຂົນ​ສົ່ງ​ທາງ​ເຮືອ​ຈາກ​ເມືອງ​ນາບອນ [ປັດຈຸບັນ​ຢູ່​ໃນ​ຝຣັ່ງ], ພໍ່​ຄ້າ​ຂົນ​ສົ່ງ​ທາງ​ເຮືອ​ຈາກ​ເມືອງ​ຄາເຖດ [ປັດຈຸບັນ​ຢູ່​ໃນ​ຕຸຍນີຊີ] ແລະ​ໃນ​ບ່ອນ​ອື່ນໆອີກ . . . ຜູ້​ໃດ​ທີ່​ຢາກ​ເດີນ​ທາງ​ທາງ​ເຮືອ​ພຽງ​ແຕ່​ມາ​ສອບ​ຖາມ​ຕາມ​ຫ້ອງ​ການ​ຕົວ​ແທນ​ຂອງ​ເມືອງ​ທີ່​ລາວ​ຈະ​ໄປ.”

ເຖິງ​ວ່າ​ການ​ເດີນ​ທາງ​ທາງ​ທະເລ​ຈະ​ປະຢັດ​ເວລາ​ສຳລັບ​ຜູ້​ທີ່​ຕ້ອງການ​ເດີນ​ທາງ ແຕ່​ກໍ​ມີ​ຄວາມ​ສ່ຽງ​ຄື​ກັນ. ໂປໂລ​ເອງ​ກໍ​ໄດ້​ປະສົບ​ກັບ​ເຮືອ​ແຕກ​ຫຼາຍ​ເທື່ອ​ໃນ​ຕອນ​ທີ່​ລາວ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ.—2 ໂກ. 11:25