ຫໍສັງເກດການສະບັບສຶກສາ ກັນຍາ 2019

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 28 ຕຸລາ–1 ທັນວາ 2019

ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ

ຄຸນ​ລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ມີ​ຄື​ຄວາມ​ຖ່ອມ. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ​ເມື່ອ​ປະສົບ​ກັບ​ການ​ປ່ຽນ​ແປງ?

ສົງຄາມ​ອະລະມະເຄໂດນ​ແມ່ນ​ຂ່າວ​ດີ!

ມີ​ເຫດການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ວັນ​ອະລະມະເຄໂດນ? ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ​ໃນ​ຂະນະ​ທີ່​ວັນ​ອະລະມະເຄໂດນ​ກຳລັງ​ໃກ້​ເຂົ້າ​ມາ?

ເຕັມ​ໃຈ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ

ຜູ້​ດູ​ແລ ພໍ່ ແລະ​ແມ່ ເຊິ່ງ​ມີ​ອຳນາດ​ໃນ​ລະດັບ​ໜຶ່ງ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ເນເຫມີ​ເຊິ່ງ​ເປັນ​ຜູ້​ປົກຄອງ ດາວິດ​ທີ່​ເປັນ​ກະສັດ ແລະ​ມາລີ​ທີ່​ເປັນ​ແມ່​ຂອງ​ພະ​ເຍຊູ.

“ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ​ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ [“ສົດ​ຊື່ນ,” ລ.ມ.] ໃຫ້​ແກ່​ທ່ານ​ທັງ​ຫຼາຍ”

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພະ​ເຍຊູ? ເຮົາ​ຈະ​ແບກ​ແອກ​ຂອງ​ພະ​ເຍຊູ​ດ້ວຍ​ຄວາມ​ສົດ​ຊື່ນ​ຕໍ່ໆ​ໄປ​ໄດ້ ຖ້າ​ເຮົາ​ເຮັດ 3 ຢ່າງ

“ຈົ່ງ​ເບິ່ງ ຍັງ​ມີ​ຝູງ​ຄົນ​ເປັນ​ອັນ​ມາກ”

ໃນ​ນິມິດ​ຂອງ​ໂຢຮັນ ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ລັກສະນະ ຈຳນວນ ແລະ​ຄວາມ​ຫຼາກຫຼາຍ​ຂອງ “ຊົນ​ຝູງ​ໃຫຍ່” ທີ່​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ.