ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສວນທີ່ສວຍງາມ

ສວນທີ່ສວຍງາມ

ບົດ 2

ສວນ​ທີ່​ສວຍ​ງາມ

ຈົ່ງ​ເບິ່ງ​ແຜ່ນດິນ​ໂລກ​ນີ້​ແດ່! ທຸກ​ສິ່ງ​ເບິ່ງ​ສວຍ​ງາມ​ແທ້ໆ! ຈົ່ງ​ເບິ່ງ​ຫຍ້າ​ຂຽວ ແລະ​ຕົ້ນ​ໄມ້ ດອກ​ໄມ້​ແລະ​ສັດ​ທຸກ​ຊະນິດ. ເຈົ້າ​ເຫັນ​ຊ້າງ​ແລະ​ສິງໂຕ​ໄດ້​ບໍ?

ສວນ​ສວຍ​ງາມ​ນີ້​ເປັນ​ຂຶ້ນ​ມາ​ໄດ້​ຢ່າງ​ໃດ? ເອົາ​ລະ ໃຫ້​ເຮົາ​ເບິ່ງ​ວ່າ​ພະເຈົ້າ​ກະກຽມ​ແຜ່ນດິນ​ໄວ້​ສຳລັບ​ພວກ​ເຮົາ​ຢ່າງ​ໃດ.

ທຳອິດ ພະເຈົ້າ​ເຮັດ​ໃຫ້​ຫຍ້າ​ຂຽວ​ເກີດ​ຂຶ້ນ​ເພື່ອ​ປົກ​ຄຸມ​ແຜ່ນດິນ. ແລະ​ພະອົງ​ສ້າງ​ພືດ​ນ້ອຍໆຫຼາຍ​ຫຼາກ​ຊະນິດ ພຸ່ມ​ໄມ້​ແລະ​ຕົ້ນ​ໄມ້​ທຸກ​ຊະນິດ. ສິ່ງ​ທີ່​ງອກ​ຂຶ້ນ​ເຫຼົ່າ​ນີ້​ຊ່ວຍ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເບິ່ງ​ສວຍ​ງາມ. ນອກ​ຈາກ​ນີ້​ຍັງ​ມີ​ປະໂຫຍດ​ກວ່າ​ນັ້ນ​ອີກ. ມີ​ພືດ​ຫຼາຍ​ຢ່າງ​ເປັນ​ອາຫານ​ສຳລັບ​ເຮົາ​ທັງ​ມີ​ລົດ​ແຊບ​ອີກ​ດ້ວຍ.

ຕໍ່​ມາ​ພະເຈົ້າ​ໄດ້​ສ້າງ​ປາ​ໃຫ້​ລອຍ​ໃນ​ນ້ຳ​ແລະ​ສ້າງ​ນົກ​ໃຫ້​ບິນ​ໃນ​ທ້ອງຟ້າ. ພະອົງ​ສ້າງ​ໝາ ແມວ ມ້າ; ທັງ​ສັດ​ໃຫຍ່​ແລະ​ສັດ​ນ້ອຍ​ທຸກ​ຊະນິດ. ມີ​ສັດ​ຊະນິດ​ໃດ​ແດ່​ທີ່​ຢູ່​ໃກ້​ເຮືອນ​ຂອງ​ເຈົ້າ? ເຮົາ​ຄວນ​ດີໃຈ​ທີ່​ພະເຈົ້າ​ໄດ້​ສ້າງ​ສິ່ງ​ທັງ​ຫຼາຍ​ເຫຼົ່າ​ນີ້​ສຳລັບ​ເຮົາ​ແມ່ນ​ບໍ?

ໃນ​ທີ່​ສຸດ ພະເຈົ້າ​ເຮັດ​ໃຫ້​ສ່ວນ​ນຶ່ງ​ຂອງ​ແຜ່ນດິນ​ໂລກ​ເປັນ​ສະຖານ​ທີ່​ທີ່​ພິເສດ​ອີ່ຫຼີ. ພະອົງ​ໄດ້​ເອີ້ນ​ສະຖານ​ທີ່​ແຫ່ງ​ນີ້​ວ່າ​ສວນ​ເອເດນ. ສວນ​ນີ້​ດີ​ເລີດ​ທຸກ​ປະການ. ທຸກ​ສິ່ງ​ໃນ​ສວນ​ນີ້​ເບິ່ງ​ສວຍ​ງາມ. ແລະ​ພະເຈົ້າ​ຢາກ​ໃຫ້​ແຜ່ນດິນ​ໂລກ​ທັງ​ໂລກ​ກາຍ​ເປັນ​ເໝືອນ​ດັ່ງ​ສວນ​ອັນ​ສວຍ​ງາມ​ນີ້​ທີ່​ພະອົງ​ໄດ້​ເຮັດ​ຂຶ້ນ.

ແຕ່​ຈົ່ງ​ເບິ່ງ​ຮູບ​ສວນ​ນີ້​ອີກ​ເທື່ອ​ນຶ່ງ. ເຈົ້າ​ຮູ້​ບໍ​ວ່າ​ພະເຈົ້າ​ເຫັນ​ສິ່ງ​ໃດ​ທີ່​ຂາດ​ໄປ? ຂໍ​ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ.

ຕົ້ນເດິມ 1:​11-25; 2:8, 9.