ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບ

ພວກກາຍວິນຍານ—ວິທີທີ່ເຂົາເຈົ້າມີຜົນກະທົບຕໍ່ເຮົາ

ພວກກາຍວິນຍານ—ວິທີທີ່ເຂົາເຈົ້າມີຜົນກະທົບຕໍ່ເຮົາ
  • ທູດສະຫວັນຊ່ວຍເຫຼືອຜູ້ຄົນບໍ?

  • ພວກກາຍວິນຍານຊົ່ວມີຜົນກະທົບແນວໃດຕໍ່ມະນຸດ?

  • ເຮົາຕ້ອງຢ້ານພວກກາຍວິນຍານຊົ່ວບໍ?

1. ເປັນຫຍັງເຮົາຈຶ່ງຄວນຮຽນຮູ້ເລື່ອງທູດສະຫວັນ?

ການຮູ້ຈັກຄົນຜູ້ໜຶ່ງກ່ຽວຂ້ອງກັບການຮູ້ອັນໃດບາງຢ່າງກ່ຽວກັບຄອບຄົວຂອງຜູ້ນັ້ນ. ຄ້າຍຄືກັນ ການຮູ້ຈັກພະເຢໂຫວາພະເຈົ້າກໍລວມເຖິງການຮູ້ຈັກຢ່າງດີກັບຄອບຄົວຂອງພະອົງທີ່ປະກອບດ້ວຍພວກທູດສະຫວັນ. ຄຳພີໄບເບິນເອີ້ນພວກທູດສະຫວັນວ່າເປັນ “ລູກທັງປວງຂອງພະເຈົ້າ.” (ໂຢບ 38:7) ດັ່ງນັ້ນ ພວກທູດສະຫວັນມີບົດບາດຫຍັງຕໍ່ກັບໃຈປະສົງຂອງພະເຈົ້າ? ເຂົາເຈົ້າມີບົດບາດໃນປະຫວັດສາດຂອງມະນຸດບໍ? ທູດສະຫວັນມີຜົນກະທົບຕໍ່ຊີວິດຂອງເຮົາບໍ? ຖ້າມີ ໂດຍວິທີໃດ?

2. ພວກທູດສະຫວັນມາຈາກໃສແລະມີຈຳນວນຫຼາຍປານໃດ?

2 ຄຳພີໄບເບິນເວົ້າເຖິງທູດສະຫວັນຫຼາຍຮ້ອຍເທື່ອ. ຂໍໃຫ້ພິຈາລະນາຂໍ້ອ້າງອີງບາງຂໍ້ເພື່ອຮຽນຮູ້ຕື່ມກ່ຽວກັບພວກທູດສະຫວັນ. ທູດສະຫວັນມາຈາກໃສ? ໂກໂລດ 1:16 ບອກວ່າ “ສັບພະທຸກສິ່ງໃນຟ້າສະຫວັນກໍດີ ທີ່ແຜ່ນດິນໂລກກໍດີ ເປັນທີ່ນິລະມິດສ້າງໃນພະອົງ [ພະເຍຊູຄລິດ].” ດັ່ງນັ້ນ ໂດຍທາງລູກຊາຍກົກຂອງພະອົງ ພະເຢໂຫວາພະເຈົ້າເປັນຜູ້ສ້າງກາຍວິນຍານທັງໝົດເຊິ່ງເອີ້ນວ່າທູດສະຫວັນ. ມີທູດສະຫວັນຈັກອົງ? ຄຳພີໄບເບິນບອກວ່າມີການສ້າງທູດສະຫວັນຫຼາຍຮ້ອຍລ້ານອົງ ແລະທູດສະຫວັນທຸກອົງລ້ວນແຕ່ມີລິດເດດຫຼາຍ.—ຄຳເພງ 103:20. *

3. ໂຢບ 38:4-7 ບອກເຮົາແນວໃດໃນເລື່ອງພວກທູດສະຫວັນ?

3 ຄຳພີໄບເບິນເຊິ່ງເປັນພະຄຳຂອງພະເຈົ້າບອກວ່າເມື່ອຕັ້ງຮາກແຜ່ນດິນໂລກ “ລູກທັງປວງຂອງພະເຈົ້າໄດ້ . . . ຍິນດີ.” (ໂຢບ 38:4-7) ດ້ວຍເຫດນີ້ທູດສະຫວັນຈຶ່ງມີຢູ່ດົນນານກ່ອນຈະມີການສ້າງມະນຸດຂຶ້ນມາ ແລະແມ່ນແຕ່ຢູ່ກ່ອນສ້າງແຜ່ນດິນໂລກຂຶ້ນມາດ້ວຍຊໍ້າ. ຂໍ້ຄວາມນີ້ໃນຄຳພີໄບເບິນຍັງສະແດງໃຫ້ເຫັນວ່າພວກທູດສະຫວັນມີຄວາມຮູ້ສຶກເນື່ອງຈາກຂໍ້ຄວາມນີ້ບອກວ່າເຂົາເຈົ້າ “ຍິນດີ.” ຂໍໃຫ້ສັງເກດວ່າ “ລູກທັງປວງຂອງພະເຈົ້າ” ພາກັນຍິນດີ. ໃນຕອນນັ້ນ ທູດສະຫວັນທັງໝົດເປັນສ່ວນຂອງຄອບຄົວທີ່ເປັນນໍ້າໜຶ່ງໃຈດຽວກັນໃນການຮັບໃຊ້ພະເຢໂຫວາພະເຈົ້າ.

ການຊ່ວຍເຫຼືອແລະການປົກປ້ອງຈາກທູດສະຫວັນ

4. ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າພວກທູດສະຫວັນທີ່ສັດຊື່ໃສ່ໃຈໃນການກະທຳຂອງມະນຸດ?

4 ຕັ້ງແຕ່ທີ່ໄດ້ເຫັນການສ້າງມະນຸດຄູ່ທຳອິດ ພວກທູດສະຫວັນທີ່ສັດຊື່ໄດ້ສະແດງຄວາມສົນໃຈຢ່າງແຮງກ້າຕໍ່ຄອບຄົວມະນຸດທີ່ເພີ່ມຂຶ້ນເລື້ອຍໆແລະຕໍ່ການເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດ. (ສຸພາສິດ 8:30, 31; 1 ເປໂຕ 1:11, 12) ແຕ່ເມື່ອເວລາຜ່ານໄປ ທູດສະຫວັນໄດ້ສັງເກດເຫັນວ່າຄອບຄົວມະນຸດສ່ວນຫຼາຍຫັນໜີໄປຈາກການຮັບໃຊ້ຜູ້ສ້າງອົງທີ່ປ່ຽມລົ້ນດ້ວຍຄວາມຮັກ. ແນ່ນອນເລື່ອງນີ້ຄົງຈະເຮັດໃຫ້ພວກທູດສະຫວັນທີ່ສັດຊື່ເສຍໃຈ. ໃນອີກດ້ານໜຶ່ງ ເມື່ອໃດກໍຕາມທີ່ມະນຸດແມ່ນແຕ່ຄົນດຽວກັບຄືນມາຫາພະເຢໂຫວາ ນັ້ນກໍ່ໃຫ້ “ມີຄວາມຍິນດີຕໍ່ໜ້າພວກທູດຂອງພະເຈົ້າ.” (ລືກາ 15:10) ເນື່ອງຈາກພວກທູດສະຫວັນມີຄວາມເປັນຫ່ວງຢ່າງເລິກເຊິ່ງແບບນັ້ນຕໍ່ການເປັນຢູ່ຂອງຜູ້ທີ່ຮັບໃຊ້ພະເຈົ້າ ເຮົາຈຶ່ງເຂົ້າໃຈເຫດຜົນທີ່ພະເຢໂຫວາໄດ້ໃຊ້ທູດສະຫວັນຫຼາຍຄັ້ງເພື່ອເສີມກຳລັງແລະເພື່ອປົກປ້ອງຜູ້ຮັບໃຊ້ທີ່ສັດຊື່ທີ່ຢູ່ແຜ່ນດິນໂລກ. (ເຫບເລີ 1:7, 14) ຂໍໃຫ້ພິຈາລະນາບາງຕົວຢ່າງ.

“ພະເຈົ້າຂອງຜູ້ຂ້າໄດ້ໃຊ້ທູດຂອງພະອົງແລະໄດ້ອັດປາກສິງທັງຫຼາຍ.”—ດານຽນ 6:22

5. ໃນຄຳພີໄບເບິນມີຕົວຢ່າງອັນໃດແດ່ທີ່ສະແດງເຖິງການຊ່ວຍເຫຼືອຈາກທູດສະຫວັນ?

5 ທູດສະຫວັນສອງອົງໄດ້ຊ່ວຍທ່ານໂລດຊາຍຜູ້ຊອບທຳກັບລູກສາວໃຫ້ລອດຊີວິດຈາກການທຳລາຍເມືອງຊໍດົມແລະເມືອງໂຄໂມລາທີ່ຊົ່ວຮ້າຍໂດຍພາເຂົາເຈົ້າອອກມາຈາກບໍລິເວນນັ້ນ. (ຕົ້ນເດີມ 19:15, 16) ຫຼາຍສະຕະວັດຕໍ່ມາ ຜູ້ພະຍາກອນດານຽນຖືກຖິ້ມລົງໃນຂຸມໂຕສິງ ແຕ່ລາວລອດພົ້ນຈາກອັນຕະລາຍແລະບອກວ່າ “ພະເຈົ້າຂອງຜູ້ຂ້າໄດ້ໃຊ້ທູດຂອງພະອົງແລະໄດ້ອັດປາກສິງທັງຫຼາຍ.” (ດານຽນ 6:22) ໃນສະຕະວັດທຳອິດສາກົນສັກກະຫຼາດ ທູດສະຫວັນອົງໜຶ່ງໄດ້ປ່ອຍອັກຄະສາວົກເປໂຕອອກຈາກຄຸກ. (ກິດຈະການ 12:6-11) ນອກຈາກນັ້ນ ພວກທູດສະຫວັນໄດ້ຊ່ວຍພະເຍຊູໃນຕອນພະອົງເລີ່ມຕົ້ນຮັບໃຊ້ຢູ່ແຜ່ນດິນໂລກ. (ມາລະໂກ 1:13) ແລະບໍ່ດົນກ່ອນພະເຍຊູຈະສິ້ນຊີວິດ ທູດສະຫວັນອົງໜຶ່ງໄດ້ປາກົດຕົວຕໍ່ພະເຍຊູແລະ “ຊູແຮງຂອງພະອົງ.” (ລືກາ 22:43) ການຊ່ວຍເຫຼືອແບບນັ້ນຈາກທູດສະຫວັນຕ້ອງເຮັດໃຫ້ພະເຍຊູມີກຳລັງໃຈແທ້ໆໃນເວລາທີ່ສຳຄັນເຊັ່ນນັ້ນໃນຊີວິດພະອົງ!

6. (ກ) ໃນປັດຈຸບັນນີ້ທູດສະຫວັນປົກປ້ອງປະຊາຊົນຂອງພະເຈົ້າແນວໃດ? (ຂ) ຕອນນີ້ເຮົາຈະພິຈາລະນາຄຳຖາມໃດແດ່?

6 ໃນປັດຈຸບັນນີ້ທູດສະຫວັນບໍ່ໄດ້ມາປາກົດຕົວໃຫ້ປະຊາຊົນຂອງພະເຈົ້າທີ່ຢູ່ແຜ່ນດິນໂລກເຫັນອີກຕໍ່ໄປ. ເຖິງແມ່ນວ່າມະນຸດບໍ່ສາມາດເຫັນທູດສະຫວັນທີ່ມີລິດເດດຂອງພະເຈົ້າ ແຕ່ທູດສະຫວັນເຫຼົ່ານັ້ນຍັງປົກປ້ອງປະຊາຊົນຂອງພະອົງ ໂດຍສະເພາະແມ່ນການປົກປ້ອງຈາກສິ່ງໃດກໍຕາມທີ່ກໍ່ຄວາມເສຍຫາຍຕໍ່ສະພາບທາງຝ່າຍວິນຍານ. ຄຳພີໄບເບິນບອກວ່າ “ທູດຂອງພະເຢໂຫວາກໍຕັ້ງຢູ່ອ້ອມຮອບຄົນທັງຫຼາຍທີ່ຢ້ານຢຳພະອົງແລະຊ່ອຍເຂົາໃຫ້ພົ້ນ.” (ຄຳເພງ 34:7) ເປັນຫຍັງຖ້ອຍຄຳນີ້ຈຶ່ງຊູໃຈເຮົາຫຼາຍແທ້ໆ? ກໍເພາະວ່າມີພວກກາຍວິນຍານຊົ່ວທີ່ເປັນອັນຕະລາຍເຊິ່ງຢາກທຳລາຍເຮົາ! ພວກມັນແມ່ນໃຜ? ພວກມັນມາຈາກໃສ? ພວກມັນພະຍາຍາມທຳຮ້າຍເຮົາໂດຍວິທີໃດ? ເພື່ອຈະຮູ້ຄຳຕອບ ຂໍໃຫ້ເຮົາພິຈາລະນາແບບລວບລັດກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນໃນຕອນເລີ່ມຕົ້ນຂອງປະຫວັດສາດມະນຸດ.

ພວກກາຍວິນຍານທີ່ເປັນສັດຕູຂອງເຮົາ

7. ໃນການຊັກຈູງມະນຸດໃຫ້ຫັນໜີໄປຈາກພະເຈົ້າ ຊາຕານໄດ້ປະສົບຜົນສຳເລັດຫຼາຍຂະໜາດໃດ?

7 ດັ່ງທີ່ເຮົາໄດ້ຮຽນຮູ້ໃນບົດທີ 3 ຂອງປຶ້ມນີ້ ທູດສະຫວັນອົງໜຶ່ງເກີດຄວາມຕ້ອງການທີ່ຈະປົກຄອງຄົນອື່ນ ແລະດ້ວຍເຫດນັ້ນມັນຈຶ່ງຫັນມາຕໍ່ຕ້ານພະເຈົ້າ. ຕໍ່ມາທູດສະຫວັນນີ້ເປັນທີ່ຮູ້ຈັກກັນວ່າຊາຕານພະຍາມານ. (ຄຳປາກົດ 12:9) ປະມານ 1.600 ປີຫຼັງຈາກທີ່ໄດ້ລໍ້ລວງເອວາ ຊາຕານໄດ້ປະສົບຜົນສຳເລັດໃນການຊັກຈູງມະນຸດເກືອບທຸກຄົນໃຫ້ຫັນໜີຈາກພະເຈົ້າ ເວັ້ນແຕ່ຜູ້ສັດຊື່ພຽງສອງສາມຄົນເຊັ່ນ ອາເບນ ເຫນົກ ແລະໂນເອ.—ເຫບເລີ 11:4, 5, 7.

8. (ກ) ທູດສະຫວັນບາງອົງກາຍເປັນຜີປີສາດໄດ້ແນວໃດ? (ຂ) ເພື່ອຈະລອດຊີວິດຈາກນໍ້າຖ້ວມໃນສະໄໝຂອງໂນເອ ພວກຜີປີສາດຕ້ອງເຮັດຫຍັງ?

8 ໃນສະໄໝຂອງໂນເອ ທູດສະຫວັນອົງອື່ນໆໄດ້ກະບົດຕໍ່ພະເຢໂຫວາ. ພວກເຂົາໄດ້ປະຖິ້ມຕຳແໜ່ງຂອງຕົນໃນຄອບຄົວຂອງພະເຈົ້າຢູ່ສະຫວັນແລ້ວລົງມາທີ່ແຜ່ນດິນໂລກ ແລະແປງກາຍເປັນມະນຸດ. ເປັນຫຍັງຈຶ່ງເຮັດແນວນັ້ນ? ເຮົາອ່ານຢູ່ຕົ້ນເດີມ 6:2 ວ່າ “ລູກຊາຍທັງຫຼາຍຂອງພະເຈົ້າໄດ້ເຫັນວ່າລູກສາວຂອງຄົນທັງຫຼາຍກໍງາມຢູ່ ແລະໄດ້ເອົາເຂົາມາເປັນເມຍຕາມໄດ້ເລືອກໄວ້.” ແຕ່ພະເຢໂຫວາພະເຈົ້າບໍ່ໄດ້ຍອມໃຫ້ການກະທຳຂອງພວກທູດສະຫວັນເຫຼົ່ານີ້ລວມທັງຜົນທີ່ເກີດຈາກຄວາມເສື່ອມເສຍຂອງມະນຸດດຳເນີນຕໍ່ໄປ. ພະອົງໄດ້ເຮັດໃຫ້ເກີດນໍ້າຖ້ວມທົ່ວແຜ່ນດິນໂລກເຊິ່ງກວາດລ້າງຄົນຊົ່ວໄປທັງໝົດ ແລະປົກປ້ອງຄຸ້ມຄອງແຕ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງເທົ່ານັ້ນ. (ຕົ້ນເດີມ 7:17, 23) ດັ່ງນັ້ນ ພວກທູດສະຫວັນຫຼືພວກຜີປີສາດທີ່ກະບົດຈຶ່ງຈຳໃຈປະຖິ້ມຮ່າງກາຍທີ່ເປັນມະນຸດແລ້ວກັບຄືນໄປສະຫວັນໃນສະພາບທີ່ເປັນກາຍວິນຍານ. ພວກວິນຍານເຫຼົ່ານີ້ໄດ້ມາຢູ່ຝ່າຍພະຍາມານ ດ້ວຍເຫດນີ້ພະຍາມານຈຶ່ງກາຍເປັນ “ນາຍຜີຮ້າຍ.”—ມັດທາຍ 9:34.

9. (ກ) ເມື່ອພວກຜີປີສາດກັບໄປສະຫວັນ ເກີດຫຍັງຂຶ້ນກັບພວກມັນ? (ຂ) ເຮົາຈະພິຈາລະນາເລື່ອງໃດກ່ຽວກັບພວກຜີປີສາດ?

9 ເມື່ອພວກທູດສະຫວັນທີ່ບໍ່ເຊື່ອຟັງກັບໄປສະຫວັນ ພວກມັນຖືກປະຕິບັດເຊັ່ນດຽວກັບຜູ້ທີ່ຖືກໄລ່ອອກຈາກຄອບຄົວຂອງພະເຈົ້າ ຄືກັບຊາຕານຜູ້ປົກຄອງຂອງພວກມັນ. (2 ເປໂຕ 2:4) ເຖິງແມ່ນວ່າຕອນນີ້ພວກມັນບໍ່ສາມາດແປງກາຍເປັນມະນຸດໄດ້ ແຕ່ພວກມັນກໍຍັງໃຊ້ອິດທິພົນທີ່ຊົ່ວຮ້າຍເພື່ອຊັກຈູງມະນຸດ. ທີ່ຈິງແລ້ວ ດ້ວຍຄວາມຊ່ວຍເຫຼືອຈາກພວກຜີປີສາດນັ້ນ ຊາຕານກຳລັງ “ລໍ້ລວງທົ່ວແຜ່ນດິນໂລກທີ່ຄົນອາໄສ.” (ຄຳປາກົດ 12:9; 1 ໂຢຮັນ 5:19) ໂດຍວິທີໃດ? ສ່ວນຫຼາຍພວກຜີປີສາດໃຊ້ວິທີການຕ່າງໆທີ່ມຸ່ງໝາຍຈະລໍ້ລວງຜູ້ຄົນ. (2 ໂກລິນໂທ 2:11) ຂໍໃຫ້ເຮົາພິຈາລະນາບາງວິທີການເຫຼົ່ານີ້.

ວິທີທີ່ພວກຜີປີສາດລໍ້ລວງຜູ້ຄົນ

10. ລັດທິພູດຜີປີສາດແມ່ນຫຍັງ?

10 ພວກຜີປີສາດໃຊ້ລັດທິພູດຜີປີສາດເພື່ອລໍ້ລວງຜູ້ຄົນ. ບໍ່ວ່າຈະໂດຍທາງກົງຫຼືໂດຍທາງຄົນຊົງ ລັດທິພູດຜີປີສາດແມ່ນການພົວພັນກັບພວກຜີປີສາດ. ຄຳພີໄບເບິນຕຳໜິລັດທິພູດຜີປີສາດແລະເຕືອນເຮົາບໍ່ໃຫ້ເຂົ້າໄປກ່ຽວຂ້ອງກັບມັນ. (ຄາລາຊີ 5:19-21) ພວກຜີປີສາດໃຊ້ລັດທິນີ້ແບບດຽວກັບທີ່ນາຍພານປາໃຊ້ເຫຍື່ອລໍ້ປາ. ນາຍພານປາໃຊ້ເຫຍື່ອຫຼາຍແບບເພື່ອຈັບປາແຕ່ລະຊະນິດ. ຄ້າຍຄືກັນ ພວກກາຍວິນຍານຊົ່ວໃຊ້ລັດທິພູດຜີປີສາດຫຼາຍຮູບແບບເພື່ອເຮັດໃຫ້ຄົນທຸກຊະນິດຕົກຢູ່ພາຍໃຕ້ອິດທິພົນຂອງພວກມັນ.

11. ການທຳນວາຍແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງຄວນຫຼີກລ່ຽງການທຳນວາຍ?

11 ເຫຍື່ອລໍ້ຊະນິດໜຶ່ງທີ່ພວກຜີປີສາດໃຊ້ຄືການທຳນວາຍ. ການທຳນວາຍແມ່ນຫຍັງ? ຄືການພະຍາຍາມຮູ້ກ່ຽວກັບອະນາຄົດແລະສິ່ງເລິກລັບ. ການທຳນວາຍບາງຮູບແບບໄດ້ແກ່ ເລື່ອງໂຫຼາສາດ ການເບິ່ງໄພ້ ການເບິ່ງລູກແກ້ວ ການເບິ່ງລາຍມື ແລະການເບິ່ງເລີກເບິ່ງຍາມຫຼືການທຳນວາຍຝັນ. ເຖິງແມ່ນຫຼາຍຄົນຄິດວ່າການທຳນວາຍບໍ່ມີພິດມີໄພຫຍັງ ແຕ່ຄຳພີໄບເບິນສະແດງໃຫ້ເຫັນວ່າພວກໝໍດູໝໍເດົາເຮັດວຽກຮ່ວມກັບພວກຜີປີສາດ. ຕົວຢ່າງ ໃນກິດຈະການ 16:16-18 ກ່າວເຖິງ “ຜີນັ້ນ” ເຊິ່ງພາໃຫ້ເດັກຍິງນັ້ນເປັນ “ໝໍທວາຍ” ໄດ້. ແຕ່ຄວາມສາມາດໃນການທຳນວາຍໝົດໄປເມື່ອຜີນັ້ນຖືກໄລ່ອອກຈາກໂຕລາວ.

ພວກຜີປີສາດໃຊ້ຫຼາກຫຼາຍວິທີເພື່ອລໍ້ລວງມະນຸດ

12. ເປັນຫຍັງການພະຍາຍາມຕິດຕໍ່ກັບຄົນຕາຍຈຶ່ງເປັນອັນຕະລາຍ?

12 ອີກວິທີໜຶ່ງທີ່ພວກຜີປີສາດລໍ້ລວງຜູ້ຄົນແມ່ນໂດຍການສະໜັບສະຫນູນເຂົາເຈົ້າໃຫ້ສືບຖາມກ່ຽວກັບຄົນຕາຍ. ຄົນທີ່ໂສກເສົ້າເນື່ອງຈາກຜູ້ທີ່ຕົນຮັກເສຍຊີວິດໄປມັກຈະຖືກຫຼອກລວງເພາະມີຄວາມຄິດຜິດໆກ່ຽວກັບຄົນທີ່ຕາຍ. ຄົນຊົງອາດບອກຂ່າວສານພິເສດຫຼືອາດເວົ້າດ້ວຍສຽງທີ່ຟັງຄ້າຍກັບສຽງຂອງຄົນຕາຍ. ຜົນກໍຄື ຫຼາຍຄົນເຊື່ອວ່າຄົນທີ່ຕາຍແລ້ວຍັງມີຊີວິດແທ້ໆ ແລະເຊື່ອວ່າການຕິດຕໍ່ກັບຄົນຕາຍຈະຊ່ວຍຄົນທີ່ມີຊີວິດຢູ່ອົດທົນກັບຄວາມໂສກເສົ້າຂອງຕົນໄດ້. ແຕ່ “ການອອຍໃຈ” ແບບນັ້ນເປັນເລື່ອງຕົວະແລະທັງຍັງເປັນອັນຕະລາຍແທ້ໆ. ຍ້ອນຫຍັງ? ເພາະວ່າພວກຜີປີສາດຮຽນແບບສຽງຂອງຄົນທີ່ໄດ້ຕາຍແລະບອກຄົນຊົງໃຫ້ມີຄວາມຮູ້ກ່ຽວກັບຄົນນັ້ນ. (1 ຊາເມືອນ 28:3-19) ນອກນັ້ນ ຕາມທີ່ເຮົາໄດ້ຮຽນຮູ້ໃນບົດທີ 6 ຄົນຕາຍແລ້ວບໍ່ມີຊີວິດຢູ່. (ຄຳເພງ 115:17) ດັ່ງນັ້ນ ‘ຜູ້ທີ່ສືບຖາມຄົນຕາຍ’ ກໍຖືກພວກກາຍວິນຍານຊົ່ວລໍ້ລວງ ແລະຜູ້ນັ້ນເຮັດຂັດກັບໃຈປະສົງຂອງພະເຈົ້າ. (ພະບັນຍັດ 18:10, 11; ເອຊາອີ 8:19) ເພາະສະນັ້ນເຮົາຕ້ອງເຝົ້າລະວັງເພື່ອຈະບໍ່ຄຸບເຫຍື່ອທີ່ເປັນອັນຕະລາຍນີ້ທີ່ພວກຜີປີສາດໃຊ້.

13. ຫຼາຍຄົນທີ່ເຄີຍຢ້ານພວກຜີປີສາດສາມາດເຮັດຫຍັງ?

13 ພວກກາຍວິນຍານຊົ່ວບໍ່ພຽງແຕ່ລໍ້ລວງຜູ້ຄົນແຕ່ພວກມັນຍັງເຮັດໃຫ້ຄົນຢ້ານນຳອີກ. ໃນທຸກມື້ນີ້ ຊາຕານແລະຜີປີສາດພັກພວກຂອງມັນຮູ້ວ່າມັນເຫຼືອ ‘ເວລາແຕ່ໜ້ອຍດຽວ’ ກ່ອນທີ່ພວກມັນຈະບໍ່ສາມາດເຮັດອັນໃດໄດ້ອີກ ແລະຕອນນີ້ພວກມັນແຮ່ງຊົ່ວຮ້າຍຫຼາຍຂຶ້ນ. (ຄຳປາກົດ 12:12, 17) ເຖິງປານນັ້ນ ຫຼາຍພັນຄົນທີ່ຄັ້ງໜຶ່ງເຄີຍດຳລົງຊີວິດຢູ່ແຕ່ລະວັນດ້ວຍຄວາມຢ້ານວິນຍານຊົ່ວເຫຼົ່ານັ້ນສາມາດຫລຸດພົ້ນຈາກຄວາມຢ້ານກົວດັ່ງກ່າວ. ເຂົາເຈົ້າເຮັດໄດ້ແນວໃດ? ເຂົາເຈົ້າຈະເຮັດຫຍັງໄດ້ເຖິງວ່າເຂົ້າໄປພົວພັນກັບລັດທິພູດຜີປີສາດແລ້ວ?

ວິທີຕໍ່ຕ້ານພວກກາຍວິນຍານຊົ່ວ

14. ຄືກັບຄລິດສະຕຽນໃນສະຕະວັດທຳອິດທີ່ຢູ່ເມືອງເອເຟດ ເຮົາຈະຫລຸດພົ້ນຈາກພວກກາຍວິນຍານຊົ່ວໄດ້ແນວໃດ?

14 ຄຳພີໄບເບິນບອກເຮົາໃຫ້ຮູ້ທັງວິທີຕໍ່ຕ້ານວິນຍານຊົ່ວແລະວິທີຫລຸດພົ້ນຈາກພວກມັນ. ຂໍໃຫ້ພິຈາລະນາຕົວຢ່າງຂອງຄລິດສະຕຽນໃນສະຕະວັດທຳອິດທີ່ຢູ່ເມືອງເອເຟດ. ເຂົາເຈົ້າບາງຄົນເຄີຍຖືລັດທິພູດຜີປີສາດກ່ອນມາເປັນຄລິດສະຕຽນ. ເມື່ອຕັດສິນໃຈເຊົາຫຍຸ້ງກ່ຽວກັບລັດທິພູດຜີປີສາດ ເຂົາເຈົ້າໄດ້ເຮັດຫຍັງ? ຄຳພີໄບເບິນບອກວ່າ “ຄົນຫຼາຍຄົນທີ່ໄດ້ເຄີຍກະທຳການຫູຮາກໍໄດ້ເອົາປຶ້ມໜັງສືຂອງເຂົາຂົນມາເຜົາໄຟເສຍຕໍ່ໜ້າຄົນທັງປວງ.” (ກິດຈະການ 19:19) ໂດຍການທຳລາຍປຶ້ມທີ່ກ່ຽວຂ້ອງກັບຄາຖາອາຄົມຕ່າງໆ ຄົນເຫຼົ່ານັ້ນທີ່ຫາກໍເຂົ້າມາເປັນຄລິດສະຕຽນໃໝ່ໄດ້ວາງແບບຢ່າງໄວ້ໃຫ້ຜູ້ທີ່ຢາກຈະຕໍ່ຕ້ານພວກກາຍວິນຍານຊົ່ວໃນເວລານີ້. ຜູ້ທີ່ຢາກຮັບໃຊ້ພະເຢໂຫວາຈຳເປັນຕ້ອງກຳຈັດທຸກສິ່ງທີ່ກ່ຽວຂ້ອງກັບລັດທິພູດຜີປີສາດ. ການກຳຈັດນີ້ລວມເຖິງປຶ້ມ ວາລະສານ ພາບພະຍົນ ຮູບພາບ ແລະກະແຊັດເພງທີ່ສົ່ງເສີມລັດທິພູດຜີປີສາດທັງສິ່ງທີ່ເຮັດໃຫ້ເລື່ອງນັ້ນເປັນຕາຈັບອົກຈັບໃຈແລະໜ້າຕື່ນເຕັ້ນ. ນີ້ລວມເຖິງການຖິ້ມເຄື່ອງລາງຂອງຂັງຫຼືເຄື່ອງຂອງອື່ນໆອີກທີ່ໃສ່ເພື່ອປ້ອງກັນສິ່ງຊົ່ວຮ້າຍ.—1 ໂກລິນໂທ 10:21.

15. ເພື່ອຕໍ່ຕ້ານອຳນາດຂອງພວກກາຍວິນຍານຊົ່ວ ເຮົາຈຳເປັນຕ້ອງເຮັດຫຍັງ?

15 ຫຼາຍປີຫຼັງຈາກຄລິດສະຕຽນໃນເມືອງເອເຟດໄດ້ທຳລາຍປຶ້ມຄາຖາອາຄົມຂອງຕົນແລ້ວ ອັກຄະສາວົກໂປໂລໄດ້ຂຽນຈົດໝາຍເຖິງເຂົາເຈົ້າວ່າ “ເຮົາມີ ການປໍ້າສູ້ . . . ກັບວິນຍານຊົ່ວ.” (ເອເຟດ 6:12, ລ.ມ.) ພວກຜີປີສາດບໍ່ໄດ້ເຊົາແຕ່ເທົ່ານັ້ນ. ພວກມັນຍັງພະຍາຍາມຈະຄວບຄຸມໃຫ້ຄລິດສະຕຽນຢູ່ພາຍໃຕ້ອິດທິພົນຂອງມັນ. ດັ່ງນັ້ນຄລິດສະຕຽນເຫຼົ່ານັ້ນຕ້ອງເຮັດຫຍັງອີກ? ໂປໂລບອກວ່າ “ຕື່ມສິ່ງທັງຫຼາຍນັ້ນອີກ ຈົ່ງເອົາຄວາມເຊື່ອເປັນໂລ້ ດ້ວຍໂລ້ນັ້ນທ່ານທັງຫຼາຍຈະອາດກະທຳລູກສອນອັນຕິດໄຟຂອງຜູ້ຮ້າຍ [ຊາຕານ] ນັ້ນໃຫ້ມອດເສຍ.” (ເອເຟດ 6:16) ໂລ້ຄວາມເຊື່ອຂອງເຮົາຄົງທົນຫຼາຍເທົ່າໃດ ເຮົາກໍແຮ່ງຈະຕ້ານທານອຳນາດຂອງພວກກາຍວິນຍານຊົ່ວໄດ້ຫຼາຍເທົ່ານັ້ນ.—ມັດທາຍ 17:20.

16. ເຮົາຈະເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຂຶ້ນໄດ້ແນວໃດ?

16 ຖ້າເຊັ່ນນັ້ນເຮົາຈະເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຂຶ້ນໄດ້ແນວໃດ? ກໍໂດຍການສຶກສາຄຳພີໄບເບິນ. ຄວາມໝັ້ນຄົງຂອງກຳແພງສ່ວນຫຼາຍຂຶ້ນກັບຮາກຖານທີ່ແຂງແກ່ນ. ໃນທຳນອງດຽວກັນ ຄວາມເຊື່ອທີ່ໝັ້ນຄົງຂອງເຮົາສ່ວນຫຼາຍຂຶ້ນຢູ່ກັບພື້ນຖານທີ່ເຂັ້ມແຂງ ເຊິ່ງກໍຄືຄວາມຮູ້ຖ້ອງແທ້ກ່ຽວກັບຄຳພີໄບເບິນພະຄຳຂອງພະເຈົ້າ. ຖ້າອ່ານແລະສຶກສາຄຳພີໄບເບິນທຸກມື້ ຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ. ຄືກັນກັບກຳແພງທີ່ແຂງແກ່ນ ຄວາມເຊື່ອແບບນັ້ນຈະເປັນໂລ້ປ້ອງກັນເຮົາຈາກອິດທິພົນຂອງພວກວິນຍານຊົ່ວ.—1 ໂຢຮັນ 5:5.

17. ເພື່ອຕໍ່ຕ້ານພວກກາຍວິນຍານຊົ່ວຕ້ອງໄດ້ເຮັດຕາມຂັ້ນຕອນຫຍັງອີກ?

17 ຍັງມີອັນໃດອີກທີ່ຄລິດສະຕຽນໃນເມືອງເອເຟດຈຳເປັນຕ້ອງເຮັດ? ເຂົາເຈົ້າຍັງຕ້ອງມີເຄື່ອງປົກປ້ອງອີກຢ່າງໜຶ່ງ ເພາະວ່າເຂົາເຈົ້າຢູ່ໃນເມືອງທີ່ມີແຕ່ການຫຼິ້ນຜີ. ດັ່ງນັ້ນ ໂປໂລຈຶ່ງບອກເຂົາເຈົ້າວ່າໃຫ້ “ອ້ອນວອນໃນພະວິນຍານທຸກເວລາດ້ວຍຄຳອ້ອນວອນແລະຄຳວອນຂໍເຊີນທຸກຢ່າງ.” (ເອເຟດ 6:18) ເນື່ອງຈາກເຮົາເອງກໍຢູ່ໃນໂລກທີ່ເຕັມໄປດ້ວຍການຫຼິ້ນຜີ ການອະທິດຖານຢ່າງຈິງຈັງເຖິງພະເຢໂຫວາເພື່ອຂໍການປົກປ້ອງຈາກພະອົງຈຶ່ງເປັນສິ່ງສຳຄັນໃນການຕໍ່ຕ້ານພວກກາຍວິນຍານຊົ່ວ. ແນ່ນອນ ເຮົາຕ້ອງອອກຊື່ພະເຢໂຫວາເມື່ອເຮົາອະທິດຖານ. (ສຸພາສິດ 18:10) ດັ່ງນັ້ນ ເຮົາຄວນອະທິດຖານເຖິງພະເຈົ້າຢູ່ສະເໝີເພື່ອຂໍພະອົງຊ່ວຍເຮົາໃຫ້ “ພົ້ນຈາກຕົວຊົ່ວຮ້າຍ” ເຊິ່ງກໍຄືຊາຕານພະຍາມານ. (ມັດທາຍ 6:13, ລ.ມ.) ພະເຢໂຫວາຈະຕອບຄຳອະທິດຖານທີ່ຈິງຈັງແບບນັ້ນ.—ຄຳເພງ 145:19.

18, 19. (ກ) ເປັນຫຍັງເຮົາສາມາດແນ່ໃຈໄດ້ວ່າເຮົາຈະຊະນະໃນການຕໍ່ສູ້ກັບພວກກາຍວິນຍານຊົ່ວ? (ຂ) ຈະມີການຕອບຄຳຖາມອັນໃດໃນບົດຕໍ່ໄປ?

18 ພວກກາຍວິນຍານຊົ່ວເປັນອັນຕະລາຍອີ່ຫຼີ ແຕ່ເຮົາບໍ່ຕ້ອງຢ້ານພວກມັນຖ້າເຮົາຕໍ່ຕ້ານພະຍາມານແລະຫຍັບເຂົ້າໃກ້ພະເຢໂຫວາໂດຍການເຮັດຕາມໃຈປະສົງຂອງພະອົງ. (ຢາໂກໂບ 4:7, 8) ພວກກາຍວິນຍານຊົ່ວມີລິດເດດຈຳກັດ. ພວກມັນຖືກລົງໂທດໃນສະໄໝຂອງໂນເອ ແລະຈະຖືກຕັດສິນຄັ້ງສຸດທ້າຍໃນອະນາຄົດ. (ຢູເດ 6) ຂໍໃຫ້ຈື່ໄວ້ຄືກັນວ່າເຮົາໄດ້ຮັບການປົກປ້ອງຈາກທູດສະຫວັນຂອງພະເຢໂຫວາເຊິ່ງມີລິດເດດ. (2 ກະສັດ 6:15-17) ທູດສະຫວັນເຫຼົ່ານັ້ນສົນໃຈເຮົາຫຼາຍແລະຢາກເຫັນເຮົາປະສົບຜົນສຳເລັດໃນການຕໍ່ຕ້ານພວກກາຍວິນຍານຊົ່ວ. ເວົ້າໄດ້ວ່າພວກທູດສະຫວັນທີ່ຊອບທຳກຳລັງຮ້ອງສະໜັບສະຫນູນເຮົາຢູ່. ສະນັ້ນ ຂໍໃຫ້ເຮົາຢູ່ໃກ້ຊິດພະເຢໂຫວາແລະຄອບຄົວຂອງພະອົງທີ່ປະກອບດ້ວຍທູດສະຫວັນທີ່ສັດຊື່. ຂໍໃຫ້ເຮົາຫຼີກໜີຈາກລັດທິພູດຜີປີສາດທຸກຮູບແບບພ້ອມດ້ວຍການປະຕິບັດຕາມຄຳແນະນຳຂອງພະເຈົ້າຢູ່ສະເໝີ. (1 ເປໂຕ 5:6, 7; 2 ເປໂຕ 2:9) ແລ້ວເຮົາກໍຈະແນ່ໃຈໄດ້ວ່າເຮົາຈະຊະນະໃນການຕໍ່ສູ້ກັບພວກກາຍວິນຍານຊົ່ວ.

19 ແຕ່ເປັນຫຍັງພະເຈົ້າຈຶ່ງຍອມອົດທົນກັບພວກກາຍວິນຍານຊົ່ວແລະຄວາມຊົ່ວທີ່ໄດ້ສ້າງຄວາມຍາກລຳບາກໃຫ້ແກ່ຜູ້ຄົນຢ່າງມາກມາຍ? ຈະມີການຕອບຄຳຖາມນີ້ໃນບົດຕໍ່ໄປ.

^ ຂໍ້ 2 ຄຳປາກົດ 5:11 ເວົ້າກ່ຽວກັບທູດສະຫວັນຜູ້ຊອບທຳວ່າ “ເປັນໝື່ນຄູນໝື່ນທັງຫຼາຍ ແລະພັນຄູນພັນທັງຫຼາຍ” ສະນັ້ນ ຄຳພີໄບເບິນບອກໃຫ້ຮູ້ວ່າມີການສ້າງທູດສະຫວັນຫຼາຍຮ້ອຍລ້ານອົງ.