ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈະ​ມີ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

ເຈົ້າ​ຈະ​ມີ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

ພາກ​ທີ 12

ຄວາມ​ຮັກ​ເປັນ​ສິ່ງ​ທີ່​ສຳຄັນ​ເພື່ອ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ. ເອເຟດ 5:33

ມາດຕະຖານ​ຂອງ​ພະເຈົ້າ​ໃນ​ການ​ແຕ່ງ​ດອງ​ແມ່ນ​ໃຫ້​ເປັນ​ຜົວ​ໜຶ່ງ​ເມຍ​ດຽວ.

ຜົວ​ທີ່​ມີ​ຄວາມ​ຮັກ​ຈະ​ປະຕິບັດ​ຕໍ່​ເມຍ​ດ້ວຍ​ຄວາມ​ອ່ອນ​ໂຍນ​ແລະ​ຄວາມ​ເຂົ້າ​ໃຈ.

ເມຍ​ຄວນ​ຈະ​ຮ່ວມ​ມື​ກັບ​ຜົວ.

ລູກ​ທັງ​ຫຼາຍ​ຄວນ​ຈະ​ເຊື່ອ​ຟັງ​ພໍ່​ແມ່.

ຈົ່ງ​ເປັນ​ຄົນ​ກະລຸນາ​ແລະ​ສັດ​ຊື່ ຢ່າ​ເປັນ​ຄົນ​ໂຫດ​ຮ້າຍ​ແລະ​ບໍ່​ສັດ​ຊື່. ໂກໂລດ 3:5, 8-10

ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ວ່າ ຜົວ​ຄວນ​ຈະ​ຮັກ​ເມຍ​ຄື​ກັບ​ຮັກ​ກາຍ​ຂອງ​ຕົນ​ເອງ​ແລະ​ເມຍ​ຄວນ​ຈະ​ມີ​ຄວາມ​ນັບຖື​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜົວ.

ການ​ມີ​ເພດ​ສຳພັນ​ນອກ​ສາຍ​ສົມລົດ​ເປັນ​ສິ່ງ​ທີ່​ຜິດ. ການ​ມີ​ຜົວ​ຫຼື​ເມຍ​ຫຼາຍ​ຄົນ​ກໍ​ເປັນ​ຄວາມ​ຜິດ​ຄື​ກັນ.

ພະ​ຄຳ​ຂອງ​ພະ​ເຢໂຫວາ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ.