ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມັດທາຍ​ບົດທີ 5-7

ມັດທາຍ​ບົດທີ 5-7

5 ເມື່ອ​ພະເຢຊູ​ເຫັນ​ຄົນ​ຈຳນວນ​ຫຼາຍ ເພິ່ນ​ໄດ້​ຍ່າງ​ຂຶ້ນ​ພູ ແລ້ວ​ກໍ​ນັ່ງ​ລົງ ແລະ​ພວກ​ລູກສິດ​ໄດ້​ເຂົ້າ​ມາ​ຫາ​ເພິ່ນ. 2 ຈາກ​ນັ້ນ ພະເຢຊູ​ເລີ່ມ​ສອນ​ພວກ​ເຂົາ​ວ່າ:

3 “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມສຸກ ຍ້ອນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຂອງ​ພວກ​ເຂົາ.

4 ຄົນ​ທີ່​ໂສກເສົ້າ​ກໍ​ມີ​ຄວາມສຸກ ຍ້ອນ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປອບ​ໃຈ.

5 ຄົນ​ທີ່​ຈິດ​ໃຈ​ອ່ອນໂຍນ aກໍ​ມີ​ຄວາມສຸກ ຍ້ອນ​ພວກ​ເຂົາ​ຈະ​ໄດ້​ຮັບ​ໂລກ​ເປັນ​ລາງວັນ.

6 ຄົນ​ທີ່​ຫິວ​ກະຫາຍ​ຢາກ​ເຫັນ​ຄວາມ​ຍຸຕິທຳ​ກໍ​ມີ​ຄວາມສຸກ ຍ້ອນ​ພວກ​ເຂົາ​ຈະ​ອີ່ມໃຈ​ທີ່​ໄດ້​ຮັບ​ຄວາມ​ຍຸຕິທຳ.

7 ຄົນ​ທີ່​ເມດຕາ​ກໍ​ມີ​ຄວາມສຸກ ຍ້ອນ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ.

8 ຄົນ​ທີ່​ມີ​ໃຈ​ບໍລິສຸດ​ກໍ​ມີ​ຄວາມສຸກ ຍ້ອນ​ພວກ​ເຂົາ​ຈະ​ໄດ້​ເຫັນ​ພະເຈົ້າ.

9 ຄົນ​ທີ່​ສ້າງ​ສັນຕິ​ກໍ​ມີ​ຄວາມສຸກ ຍ້ອນ​ພວກ​ເຂົາ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ລູກ​ຂອງ​ພະເຈົ້າ.

10 ຄົນ​ທີ່​ຖືກ​ຂົ່ມເຫງ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ມີ​ຄວາມສຸກ ຍ້ອນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຂອງ​ພວກ​ເຂົາ.

11 ເມື່ອ​ພວກເຈົ້າ​ຖືກ​ຄົນອື່ນ​ດ່າ ຂົ່ມເຫງ ແລະ​ໃສ່​ຮ້າຍ​ຍ້ອນ​ຕິດຕາມ​ຂ້ອຍ ພວກເຈົ້າ​ກໍ​ມີ​ຄວາມສຸກ. 12 ຂໍ​ໃຫ້​ຍິນດີ ຍ້ອນ​ພວກເຈົ້າ​ຈະ​ໄດ້​ລາງວັນ​ທີ່​ມີຄ່າ​ຫຼາຍ​ໃນ​ສະຫວັນ ພວກ​ຜູ້ພະຍາກອນ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫງ​ຄື​ກັນ​ກັບ​ພວກເຈົ້າ.

13 ພວກເຈົ້າ​ເປັນ​ຄື​ກັບ​ເກືອ​ໃນ​ໂລກ​ນີ້ ແຕ່​ຖ້າ​ເກືອ​ບໍ່​ເຄັມ​ແລ້ວ ຈະ​ເຮັດ​ໃຫ້​ກັບ​ມາ​ເຄັມ​ອີກ​ໄດ້​ແນວໃດ? ຈະ​ເອົາ​ໄປ​ເຮັດ​ຫຍັງ​ກໍ​ບໍ່​ໄດ້ ມີ​ແຕ່​ຈະ​ເອົາ​ໄປ​ຖິ້ມ​ໃຫ້​ຄົນ​ຢຽບ​ຍ່ຳ​ເທົ່າ​ນັ້ນ.

14 ພວກເຈົ້າ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ຂອງ​ໂລກ. ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູເຂົາ​ຈະ​ເຊື່ອງ​ໄວ້​ຈາກ​ສາຍ​ຕາ​ຄົນ​ກໍ​ບໍ່​ໄດ້. 15 ເມື່ອ​ຄົນ​ເຮົາ​ໄຕ້​ຕະກຽງ​ແລ້ວ​ຈະ​ບໍ່​ເອົາ​ກະຕ່າ​ມາ​ງວມ​ໄວ້ ແຕ່​ຕັ້ງ​ໄວ້​ເທິງ​ຂາ​ຕະກຽງ​ເພື່ອ​ຈະ​ສ່ອງ​ແສງ​ສະຫວ່າງ​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ. 16 ຄ້າຍ​ຄື​ກັນ ໃຫ້​ພວກເຈົ້າ​ສ່ອງ​ແສງ​ສະຫວ່າງ​ໃຫ້​ຄົນອື່ນ​ເຫັນ​ດ້ວຍ​ການ​ເຮັດ​ດີ ເມື່ອ​ພວກ​ເຂົາ​ເຫັນ ພວກ​ເຂົາ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກເຈົ້າ​ທີ່​ຢູ່​ໃນ​ສະຫວັນ.

17 ຢ່າ​ຄິດ​ວ່າ​ຂ້ອຍ​ມາ​ຍົກ​ເລີກ​ກົດໝາຍ​ຂອງ​ໂມເຊ​ຫຼື​ຄຳສອນ​ຂອງ​ພວກ​ຜູ້ພະຍາກອນ. ຂ້ອຍ​ບໍ່​ໄດ້​ມາ​ເພື່ອ​ລົບ​ລ້າງ​ສິ່ງ​ນັ້ນ ແຕ່​ມາ​ເຮັດ​ໃຫ້​ສຳເລັດ. 18 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຟ້າ​ກັບ​ດິນ​ຈະ​ສູນ​ຫາຍ​ໄປ​ກໍ​ຍັງ​ງ່າຍ​ກວ່າ​ທີ່​ຕົວ​ໜັງສື​ຕົວ​ນ້ອຍໆ​ຕົວ​ໜຶ່ງ​ຫຼື​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຕົວ​ໜັງສື​ໃນ​ກົດໝາຍ​ນັ້ນ​ຈະ​ຫາຍ​ໄປ ທຸກ​ຢ່າງ​ທີ່​ຂຽນ​ໄວ້​ຈະ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ. 19 ດັ່ງນັ້ນ ຄົນ​ທີ່​ບໍ່​ເຮັດ​ຕາມ​ກົດໝາຍ​ເລັກໆ​ນ້ອຍໆ​ພຽງ​ຂໍ້​ໜຶ່ງ​ແລະ​ຍັງ​ສອນ​ຄົນອື່ນ​ບໍ່​ໃຫ້​ເຮັດ​ນຳ ຄົນ​ນັ້ນ​ກໍ​ບໍ່​ເໝາະສົມ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ. ສ່ວນ​ຄົນ​ທີ່​ເຮັດ​ຕາມ​ແລະ​ສອນ​ຄົນອື່ນ​ໃຫ້​ເຮັດ​ນຳ ຄົນ​ນັ້ນ​ກໍ​ເໝາະສົມ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ. 20 ແລະ​ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ພວກເຈົ້າ​ບໍ່​ເຮັດ​ດີ​ໃຫ້​ຫຼາຍ​ກວ່າ​ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣິຊາຍ ພວກເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.

  21 ພວກເຈົ້າ​ເຄີຍ​ໄດ້​ຍິນ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ສອນ​ກັນ​ວ່າ: ‘ຢ່າ​ຂ້າ​ຄົນ ຖ້າ​ຜູ້​ໃດ​ຂ້າ​ຄົນ ລາວ​ຈະ​ຕ້ອງ​ຖືກ​ສານ​ຕັດສິນ.’ 22 ແຕ່​ຂ້ອຍ​ຈະ​ບອກ​ພວກເຈົ້າ​ວ່າ ທຸກ​ຄົນ​ທີ່​ໃຈຮ້າຍ​ໃຫ້​ຄົນອື່ນ​ບໍ່​ເຊົາ​ຈະ​ຕ້ອງ​ຖືກ​ສານ​ຕັດສິນ ແລະ​ຜູ້​ໃດ​ກໍ​ຕາມ​ທີ່​ເອີ້ນ​ຄົນອື່ນ​ແບບ​ດູຖູກ​ຢຽດຫຍາມ​ຈະ​ຕ້ອງ​ຖືກ​ສານ​ສູງ​ຕັດສິນ ແລະ​ຖ້າ​ຜູ້​ໃດ​ເວົ້າ​ວ່າ: ‘ຈັ່ງ​ແມ່ນ​ເຈົ້າ​ໂງ່ ເຈົ້າ​ຈ້າ​ເນາະ!’ ຈະ​ຕ້ອງ​ຖືກ​ໂທດ​ໃນ​ເກເຮັນນາ bເຊິ່ງ​ມີ​ໄຟ​ທີ່​ຮ້ອນ​ແຮງ.

23 ດັ່ງນັ້ນ ຖ້າ​ພວກເຈົ້າ​ເອົາ​ເຄື່ອງ​ຖວາຍ​ມາ​ທີ່ແທ່ນ​ບູຊາ​ແລະ​ຄິດ​ພໍ້​ວ່າ​ຍັງ​ມີ​ຄົນ​ຄຽດ​ໃຫ້​ເຈົ້າ​ຢູ່ 24 ໃຫ້​ວາງ​ເຄື່ອງ​ຖວາຍ​ໄວ້​ຕໍ່​ໜ້າ​ແທ່ນ​ບູຊາ​ແລະ​ໄປ​ຄືນດີ​ກັບ​ລາວ​ກ່ອນ ແລ້ວ​ຈຶ່ງ​ກັບ​ມາ​ຖວາຍ​ເຄື່ອງ​ນັ້ນ.

25 ຖ້າ​ມີ​ຜູ້​ໃດ​ຟ້ອງ​ຮ້ອງ​ເຈົ້າ ໃຫ້​ຟ້າວ​ຕົກ​ລົງ​ກັບ​ລາວ​ຕອນ​ທີ່​ກຳລັງ​ໄປ​ສານ ຖ້າ​ບໍ່​ດັ່ງນັ້ນ​ລາວ​ຈະ​ສົ່ງ​ເຈົ້າ​ໃຫ້​ຜູ້​ພິພາກສາ​ຕັດສິນ ແລະ​ຜູ້​ພິພາກສາ​ຈະ​ສົ່ງ​ເຈົ້າ​ໃຫ້​ຜູ້​ຄຸມ​ຄຸກ ແລ້ວ​ເຈົ້າ​ຈະ​ຕິດ​ຄຸກ. 26 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ເຈົ້າ​ຈະ​ບໍ່​ໄດ້​ອອກ​ຈາກ​ຄຸກ​ແທ້ໆ​ຈົນ​ກວ່າ​ຈະ​ໃຊ້​ໜີ້​ໃຫ້​ຄົບ​ທຸກ​ກີບ.

27 ພວກເຈົ້າ​ເຄີຍ​ໄດ້​ຍິນ​ຄຳເວົ້າ​ທີ່​ວ່າ: ‘ຢ່າ​ຫຼິ້ນ​ຊູ້.’ 28 ແຕ່​ຂ້ອຍ​ຈະ​ບອກ​ພວກເຈົ້າ​ວ່າ ທຸກ​ຄົນ​ທີ່​ແນມ​ເບິ່ງ​ຜູ້ຍິງ​ຈົນ​ເກີດ​ຄວາມ​ຕ້ອງການ​ທາງ​ເພດ ກໍ​ເປັນ​ຊູ້​ໃນ​ໃຈ​ກັບ​ຜູ້ຍິງ​ຄົນ​ນັ້ນ​ແລ້ວ. 29 ຖ້າ​ຕາ​ເບື້ອງ​ຂວາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫຼົງ​ເຮັດ​ຜິດ ຄວັດ​ມັນ​ຖິ້ມ​ໂລດ ເພາະ​ວ່າ​ເສຍ​ອະໄວຍະວະ​ຢ່າງ​ໜຶ່ງ​ກໍ​ດີ​ກວ່າ​ໝົດ​ໂຕ​ຖືກ​ໂຍນ​ລົງ​ໃນ​ເກເຮັນນາ. c 30 ຖ້າ​ມື​ເບື້ອງ​ຂວາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫຼົງ​ເຮັດ​ຜິດ ຕັດ​ມັນ​ຖິ້ມ​ໂລດ ເພາະ​ວ່າ​ເສຍ​ອະໄວຍະວະ​ຢ່າງ​ໜຶ່ງ​ກໍ​ດີ​ກວ່າ​ໝົດ​ໂຕ​ຖືກ​ໂຍນ​ລົງ​ໃນ​ເກເຮັນນາ. d

31 ຍັງ​ມີ​ຄຳເວົ້າ​ອີກ​ວ່າ: ‘ຖ້າ​ຜູ້​ໃດ​ຢ່າຮ້າງ​ກັບ​ເມຍ ກໍ​ໃຫ້​ລາວ​ເຮັດ​ໃບ​ຢ່າຮ້າງ​ໃຫ້​ເມຍ​ນຳ.’ 32 ແຕ່​ຂ້ອຍ​ຈະ​ບອກ​ພວກເຈົ້າ​ວ່າ ຜູ້​ຊາຍ​ທີ່​ຢ່າຮ້າງ​ກັບ​ເມຍ​ທັງໆ​ທີ່​ເມຍ​ບໍ່​ໄດ້​ເຮັດ​ຜິດສິນລະທຳ​ທາງ​ເພດ e ລາວ​ກໍ​ເຮັດ​ໃຫ້​ເມຍ​ມີ​ຄວາມ​ສ່ຽງ​ທີ່​ຈະ​ມີ​ຊູ້ ແລະ​ຄົນ​ທີ່​ແຕ່ງດອງ​ກັບ​ຜູ້ຍິງ​ທີ່​ຢ່າຮ້າງ​ແບບ​ນີ້​ກໍ​ເປັນ​ຊູ້​ກັບ​ລາວ​ຄື​ກັນ.

33 ແລະ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ຖືກ​ສອນ​ວ່າ: ‘ຢ່າ​ເຮັດ​ຜິດ​ຄຳ​ສາບານ ເມື່ອ​ປະຕິຍານ​ໄວ້​ກັບ​ພະເຢໂຫວາ​ແລ້ວ​ເຈົ້າ​ຕ້ອງ​ເຮັດ​ຕາມ​ນັ້ນ.’ 34 ແຕ່​ຂ້ອຍ​ຈະ​ບອກ​ພວກເຈົ້າ​ວ່າ​ຢ່າ​ສາບານ​ເລີຍ. ຢ່າ​ສາບານ​ໂດຍ​ອ້າງ​ສະຫວັນ ເພາະ​ສະຫວັນ​ເປັນ​ບັນລັງ​ຂອງ​ພະເຈົ້າ 35 ຢ່າ​ສາບານ​ໂດຍ​ອ້າງ​ໂລກ ເພາະ​ໂລກ​ນີ້​ເປັນ​ບ່ອນ​ວາງ​ຕີນ​ຂອງ​ພະອົງ ແລະ​ຢ່າ​ອ້າງ​ເຢຣູຊາເລັມ ເພາະ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ກະສັດ​ອົງ​ທີ່​ຍິ່ງໃຫຍ່. 36 ແລະ​ຢ່າ​ສາບານ​ໂດຍ​ເອົາ​ຫົວ​ຂອງ​ຕົວເອງ​ເປັນ​ປະກັນ ເພາະ​ເຈົ້າ​ຄວບຄຸມ​ຜົມ​ເສັ້ນ​ໜຶ່ງ​ໃຫ້​ຂາວ​ຫຼື​ດຳ​ກໍ​ບໍ່​ໄດ້. 37 ໃຫ້​ຄຳເວົ້າ​ຂອງ​ພວກເຈົ້າ​ທີ່​ວ່າ ‘ແມ່ນ’ ກໍ​ໃຫ້​ໝາຍ​ຄວາມ​ວ່າ​ແມ່ນ ທີ່​ວ່າ ‘ບໍ່’ ກໍ​ໃຫ້​ໝາຍ​ຄວາມ​ວ່າ​ບໍ່ ຖ້າ​ເວົ້າ​ເກີນ​ນີ້​ກໍ​ມາ​ຈາກ​ຕົວ​ຊົ່ວ​ຮ້າຍ.

38 ພວກເຈົ້າ​ເຄີຍ​ໄດ້​ຍິນ​ຄຳເວົ້າ​ທີ່​ວ່າ: ‘ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ.’ 39 ແຕ່​ຂ້ອຍ​ຈະ​ບອກ​ພວກເຈົ້າ​ວ່າ: ຢ່າ​ຕໍ່ສູ້​ກັບ​ຄົນ​ທີ່​ເຮັດ​ຊົ່ວ​ຕໍ່​ເຈົ້າ ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ​ກໍ​ປິ່ນ​ແກ້ມ​ເບື້ອງ​ຊ້າຍ​ໃຫ້​ລາວ​ນຳ. 40 ແລະ​ຖ້າ​ຜູ້​ໃດ​ຟ້ອງ​ຮ້ອງ​ຈະ​ເອົາ​ເສື້ອ​ໂຕ​ທາງ​ໃນ​ຂອງ​ເຈົ້າ ກໍ​ເອົາ​ເສື້ອ​ຄຸມ​ໃຫ້​ລາວ​ນຳ. 41 ແລະ​ຖ້າ​ຜູ້​ໃດ​ສັ່ງ​ເຈົ້າ​ໃຫ້​ໄປ 1 ກິໂລແມັດ ກໍ​ໃຫ້​ໄປ 2 ກິໂລແມັດ​ໂລດ. 42 ຖ້າ​ຜູ້​ໃດ​ຂໍ​ຫຍັງ​ນຳ​ເຈົ້າ​ກໍ​ເອົາ​ໃຫ້​ລາວ​ໂລດ ຜູ້​ໃດ​ມາ​ຢືມ​ຫຍັງ​ນຳ​ເຈົ້າ​ກໍ​ເອົາ​ໃຫ້​ລາວ​ຢືມ fໂລດ.

43 ພວກເຈົ້າ​ເຄີຍ​ໄດ້​ຍິນ​ຄຳເວົ້າ​ທີ່​ວ່າ: ‘ໃຫ້​ຮັກ​ເພື່ອນ​ບ້ານ​ແລະ​ຊັງ​ສັດຕູ.’ 44 ແຕ່​ຂ້ອຍ​ຈະ​ບອກ​ພວກເຈົ້າ​ວ່າ: ໃຫ້​ຮັກ​ສັດຕູ​ແລະ​ອະທິດຖານ​ເພື່ອ​ຄົນ​ທີ່​ຂົ່ມເຫງ​ພວກເຈົ້າ 45 ຖ້າ​ເຮັດ​ແນວ​ນັ້ນ ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ແທ້ໆ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ ເພາະ​ພະອົງ​ໃຫ້​ດວງ​ຕາເວັນ​ສ່ອງ​ແສງ​ແກ່​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ ແລະ​ໃຫ້​ຝົນ​ຕົກ​ແກ່​ຄົນ​ເຮັດ​ດີ​ແລະ​ຄົນ​ເຮັດ​ຊົ່ວ. 46 ຖ້າ​ພວກເຈົ້າ​ຮັກ​ແຕ່​ຄົນ​ທີ່​ຮັກ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ດີ​ກວ່າ​ຄົນອື່ນ​ແມ່ນ​ບໍ? ພວກ​ຄົນ​ເກັບ​ພາສີ​ກໍ​ເຮັດ​ແບບນັ້ນ​ຄື​ກັນ. 47 ແລະ​ຖ້າ​ພວກເຈົ້າ​ທັກທາຍ​ແຕ່​ໝູ່​ຂອງ​ພວກເຈົ້າ ພວກເຈົ້າ​ເຮັດ​ຫຍັງ​ພິເສດ​ກວ່າ​ຄົນອື່ນໆ​ບໍ? ຄົນ​ຊາດ​ອື່ນ​ກໍ​ເຮັດ​ແບບນັ້ນ​ຄື​ກັນ. 48 ດັ່ງນັ້ນ ພວກເຈົ້າ​ຕ້ອງ​ເປັນ​ຄົນ​ດີ​ພ້ອມ gຄື​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ.”

6 “ລະວັງ ຢ່າ​ເຮັດ​ດີ​ເພື່ອ​ອວດ​ຄົນອື່ນ ຖ້າ​ເຮັດ​ແນວ​ນັ້ນ ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ລາງວັນ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ. 2 ເວລາ​ທີ່​ເຈົ້າ​ຊ່ວຍເຫຼືອ​ຄົນ​ທຸກ h ຢ່າ​ເປັນ​ຄື​ຄົນ​ທີ່​ເຮັດ​ດີ​ເພື່ອ​ຈະ​ໄດ້​ໜ້າ​ເຊິ່ງ​ມັກ​ໂຄສະນາ​ຄວາມ​ດີ​ຂອງ​ຕົວເອງ​ໃນ​ບ່ອນ​ປະຊຸມ​ແລະ​ຕາມ​ຖະໜົນ​ເພື່ອ​ໃຫ້​ຄົນ​ມາ​ຍົກຍ້ອງ. ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຂົາ​ໄດ້​ລາງວັນ​ສ່ຳ​ນັ້ນ​ແຫຼະ. 3 ເມື່ອ​ເຈົ້າ​ຊ່ວຍເຫຼືອ​ຄົນ​ທຸກ ຢ່າ​ໃຫ້​ມື​ເບື້ອງ​ຊ້າຍ​ຮູ້​ວ່າ​ມື​ເບື້ອງ​ຂວາ​ເຮັດ​ຫຍັງ 4 ໃຫ້​ເຮັດ​ເປັນ​ຄວາມລັບ ແລ້ວ​ພໍ່​ຂອງ​ເຈົ້າ​ຜູ້​ເຫັນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ຈະ​ໃຫ້​ລາງວັນ​ເຈົ້າ.

5 ຕອນ​ທີ່​ພວກເຈົ້າ​ອະທິດຖານ ຢ່າ​ເຮັດ​ຄື​ກັບ​ຄົນ​ໜ້າ​ຊື່​ໃຈ​ຄົດ​ທີ່​ຢືນ​ໃນ​ບ່ອນ​ປະຊຸມ​ແລະ​ຕາມ​ແຈ​ຖະໜົນ​ໃຫຍ່​ເພື່ອ​ອວດ​ຄົນອື່ນ. ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຂົາ​ໄດ້​ລາງວັນ​ສ່ຳ​ນັ້ນ​ແຫຼະ. 6 ແຕ່​ເມື່ອ​ອະທິດຖານ ໃຫ້​ເຂົ້າ​ໄປ​ໃນ​ຫ້ອງ​ສ່ວນ​ຕົວ ອັດ​ປະຕູ​ແລະ​ອະທິດຖານ​ເຖິງ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ເຈົ້າ​ເບິ່ງ​ບໍ່​ເຫັນ ແລ້ວ​ພະອົງ​ຜູ້​ເຫັນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ຈະ​ໃຫ້​ລາງວັນ​ເຈົ້າ. 7 ຕອນ​ທີ່​ເຈົ້າ​ອະທິດຖານ ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ຄື​ກັບ​ຄົນ​ຕ່າງ​ຊາດ​ເຮັດ ຍ້ອນ​ພວກ​ເຂົາ​ຄິດ​ວ່າ ເວົ້າ​ຫຼາຍໆ​ຈຶ່ງ​ຈະ​ໄດ້​ຮັບ​ຄຳຕອບ. 8 ຢ່າ​ເຮັດ​ຄື​ກັບ​ພວກ​ເຂົາ ເພາະ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ຫຍັງ​ກ່ອນ​ທີ່​ພວກເຈົ້າ​ຈະ​ຂໍ​ນຳ​ເພິ່ນ​ຊ້ຳ.

9 ພວກເຈົ້າ​ຄວນ​ອະທິດຖານ​ແບບ​ນີ້:

‘ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບ​ຖື​ຢູ່​ສະເໝີ. i 10 ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະອົງ​ມາ​ທີ່​ໂລກ​ນີ້ ແລະ​ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ. 11 ຂໍ​ໃຫ້​ພວກ​ເຮົາ​ມີ​ອາຫານ​ກິນ​ໃນ​ມື້​ນີ້. 12 ຂໍ​ພະອົງ​ຍົກ​ໂທດ​ໃຫ້​ພວກ​ເຮົາ​ຄື​ກັບ​ທີ່​ພວກ​ເຮົາ​ຍົກ​ໂທດ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ຕໍ່​ພວກ​ເຮົາ. 13 ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ຢ່າ​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ​ແລະ​ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຕົວ​ຊົ່ວ​ຮ້າຍ.’

14 ຖ້າ​ເຈົ້າ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຈົ້າ ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ກໍ​ຈະ​ໃຫ້​ອະໄພ​ເຈົ້າ​ຄື​ກັນ. 15 ແຕ່​ຖ້າ​ເຈົ້າ​ບໍ່​ໃຫ້​ອະໄພ​ຄົນອື່ນ ພະອົງ​ກໍ​ຈະ​ບໍ່​ໃຫ້​ອະໄພ​ເຈົ້າ​ຄື​ກັນ.

16 ເວລາ​ເຈົ້າ​ຖື​ສິນ​ອົດ​ອາຫານ ຢ່າ​ເຮັດ​ໜ້າ​ເສົ້າ​ໝອງ​ຄື​ກັບ​ຄົນ​ທີ່​ເຮັດ​ທຳ​ທ່າ​ວ່າ​ເຫຼື້ອມ​ໃສ​ພະເຈົ້າ ຍ້ອນ​ຄົນ​ພວກ​ນັ້ນ​ປ່ອຍ​ໃຫ້​ໜ້າ​ໂຊມ​ເພື່ອ​ໃຫ້​ຄົນ​ເຫັນ​ວ່າ​ອົດ​ອາຫານ. ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຂົາ​ໄດ້​ລາງວັນ​ສ່ຳ​ນັ້ນ​ແຫຼະ. 17 ແຕ່​ເມື່ອ​ເຈົ້າ​ຖື​ສິນ​ອົດ​ອາຫານ ໃຫ້​ລ້າງ​ໜ້າ​ແລະ​ເອົາ​ນ້ຳມັນ​ໃສ່​ຜົມ 18 ເພື່ອ​ຈະ​ບໍ່​ມີ​ໃຜ​ຮູ້​ວ່າ​ເຈົ້າ​ກຳລັງ​ຖື​ສິນ​ອົດ​ອາຫານ​ຢູ່ ຍົກເວັ້ນ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້ ແລ້ວ​ພະອົງ​ຜູ້​ເຫັນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ຈະ​ໃຫ້​ລາງວັນ​ເຈົ້າ.

19 ໃຫ້​ເຊົາ​ສະສົມ​ຊັບ​ສົມບັດ​ສຳລັບ​ຕົວເອງ​ໃນ​ໂລກ ເພາະ​ສິ່ງ​ເຫຼົ່ານີ້​ຖືກ​ມອດ​ແລະ​ຂີ້​ໝ້ຽງ​ກິນ​ໄດ້ ແລະ​ຖືກ​ຄົນ​ມາ​ລັກ​ເອົາ​ໄປ​ໄດ້. 20 ແຕ່​ໃຫ້​ສະສົມ​ຊັບ​ສົມບັດ​ໄວ້​ໃນ​ສະຫວັນ ເພາະ​ຢູ່​ຫັ້ນ​ບໍ່​ມີ​ມອດ​ແລະ​ຂີ້​ໝ້ຽງ​ມາ​ກິນ ແລະ​ບໍ່​ມີ​ຜູ້​ໃດ​ມາ​ລັກ​ເອົາ​ໄປ​ໄດ້. 21 ຊັບ​ສົມບັດ​ຂອງ​ເຈົ້າ​ຢູ່​ໃສ ໃຈ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ນັ້ນ.

22 ຕາ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ສຳລັບ​ຮ່າງກາຍ ຖ້າ​ຕາ​ຂອງ​ເຈົ້າ​ເບິ່ງ​ທີ່​ສິ່ງ​ດຽວ j ຮ່າງກາຍ​ທຸກ​ສ່ວນ​ກໍ​ຈະ​ແຈ້ງ​ສະຫວ່າງ. 23 ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ເບິ່ງ​ດ້ວຍ​ຄວາມ​ອິດສາ k ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ເຈົ້າ​ກໍ​ຈະ​ມືດ​ໄປ. ຖ້າ​ແສງ​ສະຫວ່າງ​ໃນ​ຕົວ​ເຈົ້າ​ກາຍ​ເປັນ​ຄວາມ​ມືດ ຕົວ​ເຈົ້າ​ຈະ​ມືດ​ຫຼາຍ​ຂະໜາດ​ໃດ!

24 ບໍ່​ມີ​ຜູ້​ໃດ​ເປັນ​ທາດ​ຂອງ​ນາຍ 2 ຄົນ​ໄດ້ ເພາະ​ລາວ​ຈະ​ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ ຫຼື​ບໍ່​ກໍ​ຈະ​ພັກດີ​ຕໍ່​ນາຍ​ຜູ້​ນີ້​ແລະ​ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ຈະ​ເປັນ​ທັງ​ທາດ​ຂອງ​ພະເຈົ້າ​ແລະ​ທາດ​ຂອງ​ຊັບ​ສົມບັດ​ກໍ​ບໍ່​ໄດ້.

25 ດັ່ງນັ້ນ ຂ້ອຍ​ຈະ​ບອກ​ເຈົ້າ​ວ່າ ໃຫ້​ເຊົາ​ອຸກໃຈ​ກັບ​ເລື່ອງ​ຊີວິດ​ການ​ເປັນ​ຢູ່​ວ່າ​ຈະ​ມີ​ກິນ​ບໍ ຈະ​ມີ​ດື່ມ​ບໍ ຫຼື​ອຸກໃຈ​ວ່າ​ຈະ​ມີ​ເຄື່ອງນຸ່ງ​ໃສ່​ຫຼື​ບໍ່. ຊີວິດ​ສຳຄັນ​ກວ່າ​ອາຫານ​ແລະ​ຮ່າງກາຍ​ສຳຄັນ​ກວ່າ​ເຄື່ອງນຸ່ງ​ບໍ່​ແມ່ນ​ບໍ? 26 ເບິ່ງ​ນົກ​ໃນ​ທ້ອງຟ້າ​ແມ້ ພວກ​ມັນ​ບໍ່​ໄດ້​ຫວ່ານ​ຫຼື​ເກັບ​ກ່ຽວ​ຫຼື​ສະສົມ​ເມັດ​ພືດ​ໄວ້​ໃນ​ເລົ້າ​ເຂົ້າ ແຕ່​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເຈົ້າ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ພວກ​ມັນ. ພວກເຈົ້າ​ມີຄ່າ​ຫຼາຍ​ກວ່າ​ນົກ​ບໍ່​ແມ່ນ​ບໍ? 27 ໃນ​ພວກເຈົ້າ​ມີ​ຜູ້​ໃດ​ບໍ​ທີ່​ອຸກໃຈ​ແລ້ວ​ຈະ​ຕໍ່​ຊີວິດ​ໄດ້​ອີກ​ຈັກ​ໜ້ອຍ​ໜຶ່ງ? 28 ເປັນຫຍັງ​ຈຶ່ງ​ອຸກໃຈ​ເລື່ອງ​ເຄື່ອງນຸ່ງ? ເບິ່ງ​ດອກ​ໄມ້​ໃນ​ທົ່ງ​ແມ້ ມັນ​ງອກ​ງາມ​ຂຶ້ນ​ໄດ້​ແນວໃດ ທັງໆ​ທີ່​ມັນ​ບໍ່​ໄດ້​ເຮັດ​ວຽກ​ໜັກ​ແລະ​ບໍ່​ໄດ້​ຕ່ຳ​ຜ້າ 29 ແຕ່​ຮູ້​ບໍ​ວ່າ ຂະໜາດ​ກະສັດ​ໂຊໂລໂມນ​ຕອນ​ທີ່​ແຕ່ງ​ໂຕ​ເຕັມ​ຍົດ​ກໍ​ຍັງ​ບໍ່​ງາມ​ເທົ່າ​ກັບ​ດອກ​ໄມ້​ດອກ​ໜຶ່ງ​ທີ່​ຢູ່​ໃນ​ທົ່ງ. 30 ຖ້າ​ພະເຈົ້າ​ຕົກ​ແຕ່ງ​ດອກ​ໄມ້​ໃບ​ຫຍ້າ​ໃນ​ທົ່ງ​ເຊິ່ງ​ຢູ່​ພຽງ​ມື້​ນີ້ ແລະ​ມື້​ອື່ນ​ກໍ​ຈະ​ຖືກ​ເຜົາ​ຖິ້ມ ພະອົງ​ຈະ​ຕົກ​ແຕ່ງ​ເຈົ້າ​ຫຼາຍ​ກວ່າ​ນັ້ນ​ບໍ່​ແມ່ນ​ບໍ ພວກເຈົ້າ​ຈັ່ງ​ແມ່ນ​ມີ​ຄວາມເຊື່ອ​ໜ້ອຍ​ແທ້ໆ. 31 ດັ່ງນັ້ນ ຢ່າ​ອຸກໃຈ​ແລະ​ເວົ້າ​ວ່າ ‘ພວກ​ເຮົາ​ຈະ​ມີ​ກິນ​ບໍ ຈະ​ມີ​ດື່ມ​ບໍ ຫຼື​ຈະ​ມີ​ເຄື່ອງນຸ່ງ​ໃສ່​ຫຼື​ບໍ່?’ 32 ຄົນ​ຕ່າງ​ຊາດ​ສະແຫວງ​ຫາ​ສິ່ງ​ຂອງ​ເຫຼົ່ານີ້ ແຕ່​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຮູ້​ຢູ່​ແລ້ວ​ວ່າ​ພວກເຈົ້າ​ຕ້ອງ​ມີ​ສິ່ງ​ຂອງ​ທັງໝົດ​ນີ້.

33 ດັ່ງນັ້ນ ພວກເຈົ້າ​ຕ້ອງ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ຄວາມຖືກຕ້ອງຊອບທຳ​ຂອງ​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ​ໃນ​ຊີວິດ​ສະເໝີ ແລ້ວ​ພະອົງ​ຈະ​ໃຫ້​ພວກເຈົ້າ​ມີ​ສິ່ງ​ທັງໝົດ​ນີ້. 34 ຢ່າ​ອຸກໃຈ​ກ່ຽວກັບ​ເລື່ອງ​ຂອງ​ມື້​ອື່ນ ເພາະ​ມື້​ອື່ນ​ກໍ​ຈະ​ມີ​ເລື່ອງ​ຂອງ​ມື້​ອື່ນ​ໃຫ້​ອຸກໃຈ​ອີກ ແຕ່​ລະ​ມື້​ມີ​ບັນຫາ​ຫຼາຍ​ພໍ​ຢູ່​ແລ້ວ.”

7 “ໃຫ້​ເຊົາ​ຕັດສິນ​ຄົນອື່ນ ເພື່ອ​ພະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ 2 ເພາະ​ພວກເຈົ້າ​ຕັດສິນ​ຄົນອື່ນ​ແນວໃດ ພະເຈົ້າ​ກໍ​ຈະ​ຕັດສິນ​ພວກເຈົ້າ​ແນວ​ນັ້ນ ແລະ​ພວກເຈົ້າ​ເຮັດ​ຕໍ່​ຄົນອື່ນ​ແນວໃດ ພວກ​ເຂົາ​ກໍ​ຈະ​ເຮັດ​ຕໍ່​ພວກເຈົ້າ​ແນວ​ນັ້ນ​ຄື​ກັນ. 3 ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ຈ້ອງ​ເບິ່ງ​ສ້ຽນ​ທີ່​ຢູ່​ໃນ​ຕາ​ຂອງ​ຄົນອື່ນ ແຕ່​ບໍ່​ເຫັນ​ທ່ອນ​ໄມ້​ທີ່​ຢູ່​ໃນ​ຕາ​ຂອງ​ຕົວເອງ? 4 ເຈົ້າ​ບອກ​ຄົນອື່ນ​ໄດ້​ແນວໃດ​ວ່າ ‘ຂ້ອຍ​ຈະ​ເຂ່ຍ​ສ້ຽນ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ໃຫ້’ ທັງໆ​ທີ່​ໄມ້​ເປັນ​ທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ? 5 ເຈົ້າ​ທີ່​ຄິດ​ວ່າ​ຕົວເອງ​ດີ! ໃຫ້​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ຕົວເອງ​ກ່ອນ​ແມ້ ເພື່ອ​ເຈົ້າ​ຈະ​ເຫັນ​ແຈ້ງໆ ແລ້ວ​ຈຶ່ງ​ຈະ​ເຂ່ຍ​ສ້ຽນ​ອອກ​ຈາກ​ຕາ​ຂອງ​ຄົນອື່ນ​ໄດ້.

6 ຢ່າ​ເອົາ​ສິ່ງ​ທີ່​ຄວນ​ຖວາຍ​ແກ່​ພະເຈົ້າ​ໃຫ້​ໝາ ແລະ​ຢ່າ​ໂຍນ​ໄຂ່​ມຸກ​ໃຫ້​ໝູ ເພາະ​ມັນ​ຈະ​ຢຽບ​ຍ່ຳ​ຖິ້ມ​ລ້າໆ ແລະ​ມັນ​ຍັງ​ຈະ​ປິ່ນ​ມາ​ທຳ​ຮ້າຍ​ພວກເຈົ້າ​ອີກ.

7 ຂໍ​ຕໍ່ໄປ​ເລື້ອຍໆ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ຊອກຫາ​ຕໍ່ໄປ​ເລື້ອຍໆ​ແລ້ວ​ພວກເຈົ້າ​ຈະ​ພົບ ເຄາະ​ຕໍ່ໄປ​ເລື້ອຍໆ​ແລ້ວ​ປະຕູ​ຈະ​ເປີດ​ອອກ​ສຳລັບ​ພວກເຈົ້າ 8 ເພາະ​ທຸກ​ຄົນ​ທີ່​ຂໍ​ຈະ​ໄດ້​ຮັບ ທຸກ​ຄົນ​ທີ່​ຊອກຫາ​ກໍ​ຈະ​ພົບ ແລະ​ທຸກ​ຄົນ​ທີ່​ເຄາະ​ກໍ​ຈະ​ເປີດ​ໃຫ້. 9 ຖ້າ​ລູກ​ຂໍ​ເຂົ້າຈີ່ ຈະ​ມີ​ພໍ່​ຄົນ​ໃດ​ບໍ​ເອົາ​ກ້ອນ​ຫີນ​ໃຫ້? 10 ແລະ​ຖ້າ​ລູກ​ຂໍ​ປາ ພໍ່​ຈະ​ເອົາ​ງູ​ພິດ​ໃຫ້​ບໍ? 11 ພວກເຈົ້າ​ທີ່​ເປັນ​ຄົນ​ບາບ​ຍັງ​ຮູ້ຈັກ​ໃຫ້​ສິ່ງ​ທີ່​ດີໆ​ກັບ​ລູກ ດັ່ງນັ້ນ ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ແຮ່ງ​ຈະ​ໃຫ້​ສິ່ງ​ທີ່​ດີໆ​ແກ່​ຄົນ​ທີ່​ຂໍ​ນຳ​ພະອົງ​ບໍ່​ແມ່ນ​ບໍ?

12 ດັ່ງນັ້ນ ໃຫ້​ພວກເຈົ້າ​ເຮັດ​ຕໍ່​ຄົນອື່ນ​ຄື​ກັບ​ທີ່​ຢາກ​ໃຫ້​ຄົນອື່ນ​ເຮັດ​ຕໍ່​ພວກເຈົ້າ ທີ່​ຈິງ ນີ້​ເປັນ​ໃຈ​ຄວາມ​ສຳຄັນ​ໃນ​ກົດໝາຍ​ຂອງ​ໂມເຊ​ແລະ​ຄຳສອນ​ຂອງ​ພວກ​ຜູ້ພະຍາກອນ.

13 ໃຫ້​ເຈົ້າ​ເຂົ້າ​ໄປ​ທາງ​ປະຕູ​ແຄບ ເພາະ​ປະຕູ​ທີ່​ກວ້າງ​ແລະ​ທາງ​ທີ່​ກວ້າງ​ໃຫຍ່​ນັ້ນ​ພາ​ໄປ​ເຖິງ​ຄວາມ​ພິນາດ ແລະ​ມີ​ຄົນ​ຈຳນວນ​ຫຼາຍ​ເຂົ້າ​ໄປ​ທາງ​ນັ້ນ 14 ແຕ່​ປະຕູ​ແຄບ​ແລະ​ທາງ​ແຄບ​ທີ່​ໄປ​ລຳບາກ​ຈະ​ພາ​ໄປ​ເຖິງ​ຊີວິດ ແລະ​ມີ​ໜ້ອຍ​ຄົນ​ທີ່​ພົບ​ທາງ​ນີ້.

15 ໃຫ້​ລະວັງ​ພວກ​ຜູ້ພະຍາກອນ​ປອມ ພວກ​ນັ້ນ​ປອມ​ໂຕ​ມາ​ຫາ​ພວກເຈົ້າ​ໃນ​ຮ່າງ​ຂອງ​ແກະ ແຕ່​ແທ້ໆ​ແລ້ວ​ພວກ​ເຂົາ​ເປັນ​ໝາ​ປ່າ​ທີ່​ຫິວ​ໂຫຍ​ຫຼາຍ. 16 ເຈົ້າ​ຈະ​ຮູ້ຈັກ​ພວກ​ເຂົາ​ໄດ້​ຈາກ​ການ​ກະທຳ​ຂອງ​ພວກ​ເຂົາ ຄົນ​ເຮົາ​ຈະ​ປິດ​ໝາກ​ອະງຸ່ນ​ຫຼື​ໝາກເດື່ອ​ຈາກ​ຕົ້ນ​ໜາມ​ໄດ້​ບໍ? 17 ຄ້າຍ​ຄື​ກັນ ຕົ້ນ​ໄມ້​ທີ່​ດີ​ກໍ​ເກີດ​ໝາກ​ທີ່​ດີ ແຕ່​ຕົ້ນ​ໄມ້​ທີ່​ບໍ່​ດີ​ກໍ​ເກີດ​ໝາກ​ທີ່​ບໍ່​ດີ. 18 ຕົ້ນ​ໄມ້​ທີ່​ດີ​ຈະ​ເກີດ​ໝາກ​ທີ່​ບໍ່​ດີ​ກໍ​ບໍ່​ໄດ້ ແລະ​ຕົ້ນ​ໄມ້​ທີ່​ບໍ່​ດີ​ຈະ​ເກີດ​ໝາກ​ທີ່​ດີ​ກໍ​ບໍ່​ໄດ້​ຄື​ກັນ. 19 ຕົ້ນ​ໄມ້​ທຸກ​ຕົ້ນ​ທີ່​ເກີດ​ໝາກ​ທີ່​ບໍ່​ດີ​ຈະ​ຕ້ອງ​ຖືກ​ປ້ຳ​ແລະ​ເອົາ​ໄປ​ຖິ້ມ​ໃນ​ກອງ​ໄຟ. 20 ດັ່ງນັ້ນ ພວກເຈົ້າ​ຈະ​ຮູ້​ໄດ້​ວ່າ​ພວກ​ເຂົາ​ເປັນ​ຄົນ​ແນວໃດ ກໍ​ໃຫ້​ເບິ່ງ​ຈາກ​ການ​ກະທຳ​ຂອງ​ພວກ​ເຂົາ.

21 ບໍ່​ແມ່ນ​ທຸກ​ຄົນ​ທີ່​ເອີ້ນ​ຂ້ອຍ​ວ່າ ‘ນາຍ ນາຍ’ ຈະ​ໄດ້​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ແຕ່​ຄົນ​ທີ່​ຈະ​ເຂົ້າ​ໄປ​ໄດ້​ມີ​ພຽງ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ​ຕ້ອງການ​ໃຫ້​ເຮັດ. 22 ໃນ​ມື້​ນັ້ນ​ຄົນ​ຈຳນວນ​ຫຼາຍ​ຈະ​ບອກ​ຂ້ອຍ​ວ່າ: ‘ນາຍ ນາຍ ພວກ​ເຮົາ​ໄດ້​ພະຍາກອນ​ແລະ​ຂັບ​ໄລ່​ພວກ​ປີສາດ​ໃນ​ນາມ​ຂອງ​ທ່ານ ແລະ​ເຮັດ​ການອັດສະຈັນ​ຫຼາຍ​ຢ່າງ​ໃນ​ນາມ​ຂອງ​ທ່ານ​ບໍ່​ແມ່ນ​ບໍ?’ 23 ແຕ່​ຂ້ອຍ​ຈະ​ບອກ​ພວກ​ເຂົາ​ວ່າ: ‘ຂ້ອຍ​ບໍ່​ເຄີຍ​ຮູ້ຈັກ​ພວກເຈົ້າ​ເລີຍ! ໜີ​ໄປ​ໄກໆ ພວກ​ຄົນ​ຊົ່ວ!’

24 ດັ່ງນັ້ນ ທຸກ​ຄົນ​ທີ່​ຟັງ​ຄຳສອນ​ຂອງ​ຂ້ອຍ​ແລະ​ເຮັດ​ຕາມ ພວກ​ເຂົາ​ກໍ​ຄື​ກັບ​ຄົນ​ສະຫຼາດ​ທີ່​ສ້າງ​ເຮືອນ​ເທິງ​ພະ​ລານ​ຫີນ. 25 ເຖິງ​ວ່າ​ຝົນ​ຈະ​ຕົກ​ໜັກ ນ້ຳ​ມາ​ຖ້ວມ ແລະ​ມີ​ລົມ​ແຮງ​ຊັດ​ໃສ່ ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ເພ​ພັງ​ເພາະ​ມີ​ຮາກ​ຖານ​ຢູ່​ເທິງ​ພະ​ລານ​ຫີນ​ທີ່​ໝັ້ນຄົງ. 26 ສ່ວນ​ທຸກ​ຄົນ​ທີ່​ຟັງ​ຄຳສອນ​ຂອງ​ຂ້ອຍ​ແຕ່​ບໍ່​ເຮັດ​ຕາມ ພວກ​ເຂົາ​ກໍ​ຄື​ກັບ​ຄົນ​ໂງ່​ທີ່​ສ້າງ​ເຮືອນ​ຢູ່​ເທິງ​ດິນ​ຊາຍ. 27 ເມື່ອ​ຝົນ​ຕົກ​ໜັກ ນ້ຳ​ມາ​ຖ້ວມ ແລະ​ມີ​ລົມ​ແຮງ​ຊັດ​ໃສ່ ເຮືອນ​ນັ້ນ​ກໍ​ພັງ​ພິນາດ.”

28 ເມື່ອ​ພະເຢຊູ​ເວົ້າ​ຈົບ​ແລ້ວ ຄົນ​ທີ່​ມາ​ຟັງ​ກໍ​ຮູ້ສຶກ​ງຶດງໍ້​ໃນ​ວິທີ​ສອນ​ຂອງ​ເພິ່ນ 29 ເພາະ​ເພິ່ນ​ບໍ່​ໄດ້​ສອນ​ຄື​ກັບ​ພວກ​ຄູ​ສອນ​ສາສະໜາ​ຂອງ​ພວກ​ເຂົາ ແຕ່​ສອນ​ແບບ​ຄົນ​ທີ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ.

a ຫຼື “ຄົນ​ອ່ອນນ້ອມ​ຖ່ອມຕົວ”

b ສະຖານ​ທີ່​ເຜົາ​ຂີ້ເຫຍື້ອ​ນອກ​ເມືອງ​ເຢຣູຊາເລັມ. ຊື່​ພາສາ​ກຣີກ​ຂອງ​ຮ່ອມພູ​ຮິນໂນມ ເຊິ່ງ​ຢູ່​ທາງ​ຕາເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ເມືອງ​ເຢຣູຊາເລັມ​ບູຮານ. ບໍ່​ມີ​ຫຼັກ​ຖານ​ວ່າ ສັດ​ຫຼື​ມະນຸດ​ທີ່​ຖືກ​ຖິ້ມ​ໃນ​ເກເຮັນນາ​ຖືກ​ເຜົາ​ທັງໆ​ທີ່​ມີ​ຊີວິດ​ຢູ່​ຫຼື​ຖືກ​ທໍລະມານ. ດັ່ງນັ້ນ ສະຖານ​ທີ່​ນີ້​ຈຶ່ງ​ບໍ່​ໄດ້​ເປັນ​ສັນຍະລັກ​ຂອງ​ແດນ​ທໍລະມານ​ທີ່​ວິນຍານ​ມະນຸດ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ຕະຫຼອດໄປ. ພະເຢຊູ​ແລະ​ພວກ​ລູກສິດ​ຂອງ​ເພິ່ນ​ໃຊ້​ຄຳ​ວ່າ​ເກເຮັນນາ​ເປັນ​ສັນຍະລັກ​ຂອງ​ການ​ລົງໂທດ​ຕະຫຼອດໄປ ເຊິ່ງ​ໝາຍເຖິງ​ການ​ທຳລາຍ​ໃຫ້​ສາບ​ສູນ.

c ເບິ່ງ​ໄຂເງື່ອນ​ສຳລັບ  5:22

d ເບິ່ງ​ໄຂເງື່ອນ​ສຳລັບ  5:22

e ມາ​ຈາກ​ຄຳ​ພາສາ​ກຣີກ ພໍເນຍ ໝາຍເຖິງ​ຄວາມ​ສຳພັນ​ທາງ​ເພດ​ທຸກ​ຊະນິດ​ທີ່​ຜິດ​ກົດໝາຍ​ຂອງ​ພະເຈົ້າ ເຊັ່ນ: ການ​ຫຼິ້ນ​ຊູ້ ການ​ເປັນ​ໂສເພນີ ເພດ​ສຳພັນ​ລະຫວ່າງ​ຄົນ​ທີ່​ຍັງ​ບໍ່​ແຕ່ງດອງ ການ​ຮັກ​ຮ່ວມ​ເພດ ແລະ​ເພດ​ສຳພັນ​ກັບ​ສັດ.

f ນັ້ນ​ແມ່ນ ໃຫ້​ລາວ​ຢືມ​ໂດຍ​ບໍ່​ເອົາ​ດອກ​ເບ້ຍ

g ຫຼື “ສົມບູນແບບ”

h ຫຼື “ເວລາ​ທີ່​ເຈົ້າ​ໃຫ້​ທານ”

i ຫຼື “ຂໍ​ໃຫ້​ຊື່​ຂອງ​ພະອົງ​ສັກສິດ​ໃນ​ສາຍ​ຕາ​ຂອງ​ທຸກ​ຄົນ”

j ຫຼື “ເບິ່ງ​ໂດຍ​ບໍ່​ວອກແວກ”

k ຫຼື “ເບິ່ງ​ສິ່ງ​ທີ່​ບໍ່​ດີ”