ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂໍ້​ມູນ​ສຳລັບ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ

ຂໍ້​ມູນ​ສຳລັບ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ

ພະແນກ​ຕ້ອນຮັບ ພະແນກ​ນີ້​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຊ່ວຍ​ເຫຼືອ​ທ່ານ. ຂໍ​ໃຫ້​ຮ່ວມ​ມື​ຢ່າງ​ເຕັມທີ​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ເຂົາ​ເລື່ອງ​ການ​ຈອດ​ລົດ ການ​ຊີ້​ບອກ​ທາງ ການ​ຈອງ​ບ່ອນ​ນັ່ງ ແລະ​ເລື່ອງ​ອື່ນໆ.

ການ​ຮັບ​ບັບເຕມາ ຕາມ​ປົກກະຕິ​ແລ້ວ​ບ່ອນ​ນັ່ງ​ທີ່​ຢູ່​ທາງ​ໜ້າ​ເວທີ​ຖືກ​ຈັດ​ໄວ້​ສຳລັບ​ຜູ້​ທີ່​ຕ້ອງການ​ຮັບ​ບັບເຕມາ ຖ້າ​ມີ​ການ​ຈັດ​ບ່ອນ​ອື່ນ​ໄວ້​ກໍ​ຈະ​ແຈ້ງ​ໃຫ້​ຮູ້. ກ່ອນ​ຄຳ​ບັນລະຍາຍ​ເລື່ອງ​ການ​ຮັບ​ບັບເຕມາ​ຈະ​ເລີ່ມ​ຕົ້ນ​ໃນ​ພາກ​ເຊົ້າ​ຂອງ​ວັນ​ເສົາ ຜູ້​ທີ່​ຕ້ອງການ​ຮັບ​ບັບເຕມາ​ຄວນ​ນັ່ງ​ໃນ​ບ່ອນ​ທີ່​ຈັດ​ໄວ້​ໃຫ້. ແຕ່​ລະ​ຄົນ​ຄວນ​ເອົາ​ຜ້າ​ເຊັດ​ໂຕ​ແລະ​ເຄື່ອງ​ນຸ່ງ​ທີ່​ສຸພາບ​ມາ​ພ້ອມ.

ການ​ບໍລິຈາກ​ມີ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ໃນ​ການ​ຈັດ​ກຽມ​ຕ່າງໆ ເພື່ອ​ໃຫ້​ມີ​ບ່ອນ​ນັ່ງ​ພຽງ​ພໍ ພ້ອມ​ທັງ​ມີ​ລະບົບ​ສຽງ​ແລະ​ເຄື່ອງ​ວິດີໂອ ແລະ​ການ​ບໍລິການ​ອື່ນໆ ເຊິ່ງ​ເຮັດ​ໃຫ້​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ເປັນ​ເລື່ອງ​ໜ້າ​ຍິນດີ​ແລະ​ຊ່ວຍ​ພວກ​ເຮົາ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເງິນ​ທີ່​ທ່ານ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ​ມີ​ສ່ວນ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ເຫຼົ່າ​ນີ້ ແລະ​ຊ່ວຍ​ສະໜັບສະໜູນ​ວຽກ​ປະກາດ​ທົ່ວ​ໂລກ​ນຳ​ອີກ. ເພື່ອ​ຄວາມ​ສະດວກ​ຂອງ​ທ່ານ​ຈຶ່ງ​ມີ​ການ​ຕັ້ງ​ກ່ອງ​ບໍລິຈາກ​ຢູ່​ຈຸດ​ຕ່າງໆໃນ​ຫ້ອງ​ປະຊຸມ. ພວກ​ເຮົາ​ຂໍ​ຂອບໃຈ​ສຳລັບ​ເງິນ​ບໍລິຈາກ​ຂອງ​ທຸກ​ຄົນ. ຄະນະ​ກຳມະການ​ປົກຄອງ​ຂອບໃຈ​ຫຼາຍ​ທີ່​ທ່ານ​ສະໜັບສະໜູນ​ຜົນ​ປະໂຫຍດ​ຂອງ​ລາຊະອານາຈັກ​ຢ່າງ​ໃຈ​ກວ້າງ.

ພະແນກ​ປະຖົມ​ພະຍາບານ​ຂໍ​ໃຫ້​ຈື່​ໄວ້​ວ່າ ພະແນກ​ນີ້​ມີ​ໄວ້​ສຳລັບ​ກໍລະນີ​ສຸກ​ເສີນ​ເທົ່າ​ນັ້ນ.

ພະແນກ​ເກັບ​ເຄື່ອງ​ເຮ່ຍ ເຄື່ອງ​ຂອງ​ທຸກ​ຢ່າງ​ທີ່​ທ່ານ​ເກັບ​ໄດ້​ຄວນ​ເອົາ​ໄປ​ໃຫ້​ພະແນກ​ນີ້. ຖ້າ​ທ່ານ​ເຮັດ​ເຄື່ອງ​ເສຍ​ຂໍ​ໃຫ້​ໄປ​ຖາມ​ຢູ່​ພະແນກ​ນີ້​ຄື​ກັນ. ເດັກ​ນ້ອຍ​ທີ່​ຫຼົງ​ຈາກ​ພໍ່​ແມ່​ຄວນ​ພາ​ມາ​ພະແນກ​ນີ້ ແຕ່​ບໍ່​ຄວນ​ຖື​ວ່າ​ພະແນກ​ນີ້​ເປັນ​ບ່ອນ​ຮັບ​ຝາກ​ເດັກ​ນ້ອຍ. ຂໍ​ໃຫ້​ເບິ່ງ​ແຍງ​ລູກ​ຫຼານ​ຂອງ​ທ່ານ​ແລະ​ໃຫ້​ພວກ​ເຂົາ​ຢູ່​ກັບ​ທ່ານ​ສະເໝີ.

ບ່ອນ​ນັ່ງ ກະລຸນາ​ຄິດ​ເຖິງ​ຄົນ​ອື່ນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ທ່ານ​ອາດ​ຈອງ​ບ່ອນ​ນັ່ງ​ໄດ້​ສຳລັບ​ຜູ້​ທີ່​ເດີນ​ທາງ​ມາ​ໃນ​ລົດ​ຄັນ​ດຽວ​ກັບ​ທ່ານ ຢູ່​ເຮືອນ​ຫຼັງ​ດຽວ​ກັບ​ທ່ານ ຫຼື​ກຳລັງ​ສຶກສາ​ຄຳພີ​ໄບເບິນ​ກັບ​ທ່ານ​ເທົ່າ​ນັ້ນ. ກະລຸນາ​ຢ່າ​ວາງ​ເຄື່ອງ​ຂອງ​ໄວ້​ເທິງ​ຕັ່ງ​ຂ້າງ​ທ່ານ ການ​ທີ່​ທ່ານ​ຮ່ວມ​ມື​ໃນ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ໂອກາດ​ໄດ້​ນັ່ງ​ນຳ.

ພະແນກ​ອາສາ​ສະໝັກ ຖ້າ​ທ່ານ​ຢາກ​ອາສາ​ສະໝັກ​ຊ່ວຍ​ວຽກ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະຊຸມ​ພາກ​ນີ້ ຂໍ​ໃຫ້​ບອກ​ພະແນກ​ນີ້​ແລະ​ທາງ​ພະແນກ​ຈະ​ແນະນຳ​ວ່າ​ທ່ານ​ຄວນ​ເຮັດ​ຫຍັງ.

ການ​ປະຊຸມ​ພິເສດ

ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ ໄພໂອເນຍ​ອາຍຸ​ລະຫວ່າງ 23 ຫາ 65 ປີ​ທີ່​ສົນ​ໃຈ​ຈະ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ສຳລັບ​ຜູ້​ສະໝັກ​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ​ໃນ​ຕອນ​ບ່າຍ​ວັນ​ອາທິດ. ຈະ​ມີ​ຄຳ​ປະກາດ​ໃຫ້​ຮູ້​ລ່ວງ​ໜ້າ​ເລື່ອງ​ເວລາ​ແລະ​ສະຖານ​ທີ່​ທີ່​ແນ່ນອນ​ຂອງ​ການ​ປະຊຸມ​ນີ້.

ຈັດ​ໂດຍ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ