ຂ້າມໄປທີ່ເນື້ອໃນ

ໃຜ​ແທ້ໆ​ທີ່​ເປັນ​ຜູ້​ປົກ​ຄອງ​ໂລກ​ນີ້?

ໃຜ​ແທ້ໆ​ທີ່​ເປັນ​ຜູ້​ປົກ​ຄອງ​ໂລກ​ນີ້?

ທ່ານ​ອາດ​ຈະ​ຕອບ​ວ່າ . . .

  • ແມ່ນ​ພະເຈົ້າ

  • ແມ່ນ​ມະນຸດ

  • ບໍ່​ຮູ້

ຄຳພີ​ໄບເບິນ​ກ່າວ​ວ່າ

“ມະນຸດສະໂລກ​ທັງ​ສິ້ນ​ນອນ​ຢູ່​ໃນ​ຜູ້​ຮ້າຍ​ນັ້ນ.”—1 ໂຢຮັນ 5:19

“ພະ​ບຸດ​ແຫ່ງ​ພະເຈົ້າ​ໄດ້​ສະເດັດ​ປາກົດ​ມາ . . . ເພື່ອ​ຈະ​ໄດ້​ກະທຳ​ໃຫ້​ການ​ຂອງ​ພະຍາມານ​ຈິບຫາຍ​ເສຍ.”—1 ໂຢຮັນ 3:8

ເຮົາ​ຈະ​ໄດ້​ຫຍັງ?

ໄດ້​ຄຳ​ອະທິບາຍ​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ບັນຫາ​ຕ່າງໆ.—ຄຳປາກົດ 12:12

ຈະ​ເຊື່ອ​ໄດ້​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈະ​ມີ​ການ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນ.—1 ໂຢຮັນ 2:17

ເຮົາ​ຈະ​ເຊື່ອ​ໄດ້​ແທ້ໆບໍ​ໃນສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ໄວ້?

ເຊື່ອ​ໄດ້​ແທ້ ຢ່າງ​ໜ້ອຍ​ມີ​ເຫດຜົນ​ສາມ​ຢ່າງ:

  • ການ​ປົກຄອງ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ. ພະ​ເຢໂຫວາ​ໄດ້​ກຳນົດ​ໄວ້​ແລ້ວ​ວ່າ​ອຳນາດ​ຂອງ​ຊາຕານ​ທີ່​ຄວບຄຸມ​ມະນຸດ​ຊາດ​ຕ້ອງ​ຈົບ​ສິ້ນ​ລົງ. ພະອົງ​ສັນຍາ​ວ່າ​ຈະ “ທຳລາຍ . . . ພະຍາມານ” ແລະ​ຈະ​ແກ້ໄຂ​ຜົນ​ເສຍຫາຍ​ທັງ​ໝົດ​ທີ່​ຊາຕານ​ໄດ້​ກໍ່​ຂຶ້ນ.—ເຫບເລີ 2:14

  • ພະເຈົ້າ​ໄດ້​ເລືອກ​ພະ​ເຍຊູ​ຄລິດ​ໃຫ້​ປົກຄອງ​ໂລກ​ນີ້. ການ​ປົກຄອງ​ຂອງ​ພະ​ເຍຊູ​ແຕກຕ່າງ​ຢ່າງ​ສິ້ນ​ເຊີງ​ກັບ​ການ​ປົກຄອງ​ຂອງ​ຊາຕານ​ເຊິ່ງ​ມີ​ແຕ່​ຄວາມ​ໂຫດ​ຮ້າຍ​ແລະ​ເຫັນ​ແກ່​ຕົວ. ພະເຈົ້າ​ໄດ້​ສັນຍາ​ວ່າ​ການ​ປົກຄອງ​ຂອງ​ພະ​ເຍຊູ​ຈະ “ອີ່ດູ​ຄົນ​ທຸກ​ຍາກ​ກັບ​ຄົນ​ຈົນ . . . ພະອົງ​ຈະ​ໄຖ່​ຈິດ​ໃຈ​ຂອງ​ເຂົາ​ໃຫ້​ພົ້ນ​ຈາກ​ການ​ບັງ​ບຽດ​ແລະ​ຈາກ​ການ​ຮ້າຍ.”—ຄຳເພງ 72:13, 14

  • ພະເຈົ້າ​ບໍ່​ເວົ້າ​ຕົວະ. ຄຳພີ​ໄບເບິນ​ກ່າວ​ຢ່າງ​ຊັດເຈນ​ວ່າ “ພະເຈົ້າ​ຈະ​ເວົ້າ​ຕົວະ​ບໍ່​ໄດ້.” (ເຫບເລີ 6:18) ເມື່ອ​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ສິ່ງ​ໃດ ສິ່ງ​ນັ້ນ​ກໍ​ຈະ​ຕ້ອງ​ສຳເລັດ. (ເອຊາອີ 55:10, 11) “ເຈົ້ານາຍ​ແຫ່ງ​ໂລກ​ນີ້​ຈະ​ເປັນ​ທີ່​ຖິ້ມ​ພາຍ​ນອກ.”—ໂຢຮັນ 12:31

ສິ່ງ​ທີ່​ຄວນ​ຄິດ​ເຖິງ

ຫຼັງ​ຈາກ​ຜູ້​ປົກຄອງ​ໂລກ​ນີ້​ຖືກ​ທຳລາຍ ສະພາບການ​ໃນ​ໂລກ​ຈະ​ເປັນ​ແນວ​ໃດ?

ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ໃນ​ພະທຳ​ຄຳເພງ 37:10, 11 ແລະ ຄຳປາກົດ 21:3, 4.