ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 8

ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ​ລຳບາກ?

ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ​ລຳບາກ?

1. ຄວາມ​ຊົ່ວ​ຮ້າຍ​ເລີ່ມ​ຕົ້ນ​ແນວ​ໃດ?

ພະເຈົ້າ​ໄດ້​ຍອມ​ໃຫ້​ມະນຸດ​ປົກຄອງ​ຕົນ​ເອງ​ດົນ​ພຽງ​ພໍ​ເພື່ອ​ພິສູດ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ແກ້ໄຂ​ບັນຫາ​ຕ່າງໆຂອງ​ມວນ​ມະນຸດ

ຄວາມ​ຊົ່ວ​ຮ້າຍ​ເລີ່ມ​ຕົ້ນ​ຕອນ​ທີ່​ຊາຕານ​ເວົ້າ​ຕົວະ​ເທື່ອ​ທຳອິດ. ແຕ່​ເດີມ ຊາຕານ​ເປັນ​ທູດ​ສະຫວັນ​ທີ່​ດີ​ພ້ອມ ແຕ່​ວ່າ​ມັນ “ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ.” (ໂຢຮັນ 8:44) ມັນ​ໄດ້​ພັດທະນາ​ຄວາມ​ປາຖະໜາ​ຢາກ​ໄດ້​ການ​ນະມັດສະການ​ທີ່​ເປັນ​ຂອງ​ພະເຈົ້າ​ພຽງ​ຜູ້​ດຽວ. ຊາຕານ​ຈຶ່ງ​ໄດ້​ຕົວະ​ເອວາ​ຜູ້​ຍິງ​ຄົນ​ທຳອິດ ແລະ​ໄດ້​ຊັກຊວນ​ລາວ​ໃຫ້​ຟັງ​ມັນ​ເອງ ແທນ​ທີ່​ຈະ​ເຊື່ອ​ຟັງ​ພະເຈົ້າ. ອາດາມ​ໄດ້​ເຂົ້າ​ຮ່ວມ​ກັບ​ເອວາ​ໃນ​ການ​ບໍ່​ເຊື່ອ​ຟັງ​ພະເຈົ້າ. ການ​ຕັດສິນ​ໃຈ​ແບບ​ນັ້ນ​ຂອງ​ອາດາມ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ລຳບາກ​ແລະ​ຄວາມ​ຕາຍ.—ອ່ານ​ຕົ້ນເດີມ 3:1-6, 19

ເມື່ອ​ຊາຕານ​ໂນ້ມນ້າວ​ໃຫ້​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ຂັດ​ຂືນ​ການ​ປົກຄອງ ຫຼື​ຖານະ​ທີ່​ຍິ່ງໃຫຍ່​ສູງ​ສຸດ​ຂອງ​ພະເຈົ້າ. ມະນຸດ​ສ່ວນ​ຫຼາຍ​ໄດ້​ເຂົ້າ​ສົມທົບ​ກັບ​ຊາຕານ​ໃນ​ການ​ປະຕິເສດ​ພະເຈົ້າ​ທີ່​ປົກຄອງ​ພວກ​ເຂົາ. ດັ່ງ​ນັ້ນ ຊາຕານ​ຈຶ່ງ​ກາຍ​ເປັນ “ເຈົ້ານາຍ​ແຫ່ງ​ໂລກ​ນີ້.”—ອ່ານ​ໂຢຮັນ 14:30; 1 ໂຢຮັນ 5:19

2. ສິ່ງ​ທີ່​ພະເຈົ້າ​ສ້າງ​ບົກ​ພ່ອງ​ບໍ?

ຜົນ​ງານ​ທັງ​ໝົດ​ຂອງ​ພະເຈົ້າ​ບໍ່​ມີ​ຂໍ້​ບົກ​ພ່ອງ. ມະນຸດ​ແລະ​ທູດ​ສະຫວັນ​ທີ່​ພະເຈົ້າ​ສ້າງ​ສາມາດ​ເຊື່ອ​ຟັງ​ພະອົງ​ໄດ້​ໝົດ​ທຸກ​ເລື່ອງ. (ພະບັນຍັດ 32:4, 5) ພະເຈົ້າ​ສ້າງ​ມະນຸດ​ໃຫ້​ມີ​ເສລີ​ພາບ​ທີ່​ຈະ​ເລືອກ​ເຮັດ​ດີ​ຫຼື​ເຮັດ​ຊົ່ວ. ເສລີ​ພາບ​ນັ້ນ​ເປີດ​ໂອກາດ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ.—ອ່ານ​ຢາໂກໂບ 1:13-15; 1 ໂຢຮັນ 5:3

3. ເປັນ​ຫຍັງ​ພະເຈົ້າ​ປ່ອຍ​ໃຫ້​ມີ​ຄວາມ​ທຸກ​ລຳບາກ​ຈົນ​ເຖິງ​ທຸກ​ມື້​ນີ້?

ພະ​ເຢໂຫວາ​ຍອມ​ໃຫ້​ຜູ້​ກະບົດ​ຕໍ່​ການ​ປົກຄອງ​ຂອງ​ພະອົງ​ມີ​ຢູ່​ໄລຍະ​ໜຶ່ງ. ເປັນ​ຫຍັງ? ກໍ​ເພື່ອ​ໃຫ້​ເຫັນ​ວ່າ​ມະນຸດ​ປົກຄອງ​ຕົນ​ເອງ​ໂດຍ​ບໍ່​ເພິ່ງ​ພະອົງ​ຈະ​ບໍ່​ປະສົບ​ຜົນ​ສຳເລັດ. (ຜູ້​ເທສະໜາ​ປ່າວ​ປະກາດ 7:29; 8:9) ປະຫວັດສາດ 6.000 ປີ ທີ່​ຜ່ານ​ມາ​ຂອງ​ມະນຸດ​ເປັນ​ຫຼັກ​ຖານ​ທີ່​ຊີ້​ໃຫ້​ເຫັນ​ແຈ້ງ​ແລ້ວ​ວ່າ ຜູ້​ປົກຄອງ​ທີ່​ເປັນ​ມະນຸດ​ບໍ່​ສາມາດ​ກຳຈັດ​ສົງຄາມ ອາດຊະຍາກຳ ຄວາມ​ບໍ່​ຍຸຕິທຳ ຫຼື​ໂລກ​ໄພ​ໄຂ້​ເຈັບ.—ອ່ານ​ເຢເຣມີ 10:23; ໂລມ 9:17

ບໍ່​ຄື​ກັບ​ການ​ປົກຄອງ​ຂອງ​ມະນຸດ ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ຜູ້​ທີ່​ຍອມ​ຮັບ​ເອົາ​ການ​ປົກຄອງ​ນັ້ນ. (ເອຊາອີ 48:17, 18) ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ມະນຸດ​ເຖິງ​ຈຸດ​ຈົບ. ຜູ້​ທີ່​ເລືອກ​ເອົາ​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ຈະ​ໄດ້​ຢູ່​ໃນ​ໂລກ​ຕໍ່​ໄປ.—ອ່ານ​ດານຽນ 2:44

ເບິ່ງ​ວິດີໂອ ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ?

4. ຄວາມ​ອົດ​ທົນ​ຂອງ​ພະເຈົ້າ​ເປີດ​ໂອກາດ​ໃຫ້​ເຮົາ​ເຮັດ​ຫຍັງ?

ຊາຕານ​ອ້າງ​ວ່າ​ບໍ່​ມີ​ໃຜ​ຮັບໃຊ້​ພະເຈົ້າ​ຢ່າງ​ບໍ່​ເຫັນ​ແກ່​ຕົວ. ທ່ານ​ຈະ​ພິສູດ​ວ່າ​ຄຳ​ອ້າງ​ນັ້ນ​ບໍ່​ຈິງ​ໄດ້​ບໍ? ໄດ້! ຄວາມ​ອົດ​ທົນ​ຂອງ​ພະເຈົ້າ​ເປີດ​ໂອກາດ​ໃຫ້​ເຮົາ​ສະແດງ​ວ່າ​ເຮົາ​ຕ້ອງການ​ໃຫ້​ພະເຈົ້າ​ປົກຄອງ​ເຮົາ ຫຼື​ວ່າ​ໃຫ້​ມະນຸດ​ປົກຄອງ​ເຮົາ. ດັ່ງ​ນັ້ນ ວິທີ​ທີ່​ເຮົາ​ດຳເນີນ​ຊີວິດ​ຈຶ່ງ​ບອກ​ເຖິງ​ການ​ເລືອກ​ຂອງ​ເຮົາ.—ອ່ານ​ໂຢບ 1:8-12; ສຸພາສິດ 27:11

5. ເຮົາ​ຈະ​ເລືອກ​ໃຫ້​ພະເຈົ້າ​ປົກຄອງ​ເຮົາ​ໄດ້​ແນວ​ໃດ?

ສິ່ງ​ທີ່​ເຮົາ​ເລືອກ​ເປີດ​ເຜີຍ​ວ່າ​ເຮົາ​ຕ້ອງການ​ໃຫ້​ພະເຈົ້າ​ເປັນ​ຜູ້​ປົກຄອງ​ເຮົາ​ຫຼື​ບໍ່

ເຮົາ​ເລືອກ​ໃຫ້​ພະເຈົ້າ​ປົກຄອງ​ເຮົາ​ໂດຍ​ການ​ສະແຫວງ​ຫາ​ແລະ​ປະຕິບັດ​ການ​ນະມັດສະການ​ແທ້​ທີ່​ອາໄສ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຫຼັກ. (ໂຢຮັນ 4:23) ຄື​ກັບ​ທີ່​ພະ​ເຍຊູ​ເຄີຍ​ເຮັດ ເຮົາ​ກໍ​ສາມາດ​ປະຕິເສດ​ການ​ປົກຄອງ​ຂອງ​ຊາຕານ​ໂດຍ​ບໍ່​ມີ​ສ່ວນ​ໃນ​ການ​ເມືອງ​ແລະ​ສົງຄາມ.—ອ່ານ​ໂຢຮັນ 17:14

ຊາຕານ​ໃຊ້​ອຳນາດ​ຂອງ​ມັນ​ສົ່ງເສີມ​ການ​ຜິດ​ສິລະທຳ ກິດ​ປະຕິບັດ​ທີ່​ເປັນ​ອັນຕະລາຍ. ເມື່ອ​ເຮົາ​ປະຕິເສດ​ການ​ກະທຳ​ແບບ​ນີ້ ໝູ່​ເພື່ອນ​ແລະ​ຍາດ​ພີ່​ນ້ອງ​ອາດ​ຈະ​ເຍາະ​ເຍີ້ຍ​ຫຼື​ຕໍ່​ຕ້ານ​ເຮົາ. (1 ເປໂຕ 4:3, 4) ດັ່ງ​ນັ້ນ ເມື່ອ​ເຮົາ​ຕ້ອງ​ເລືອກ​ແນວ​ໃດ​ແນວ​ໜຶ່ງ. ເຮົາ​ຈະ​ເລືອກ​ຄົບຫາ​ສະມາຄົມ​ກັບ​ຜູ້​ທີ່​ຮັກ​ພະເຈົ້າ​ບໍ? ເຮົາ​ຈະ​ເລືອກ​ເຊື່ອ​ຟັງ​ກົດ​ໝາຍ​ທີ່​ດີ​ພ້ອມ​ຂອງ​ພະອົງ​ບໍ? ຖ້າ​ເຮົາ​ເລືອກ ເຮົາ​ກໍ​ຈະ​ສະແດງ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ ມັນ​ອ້າງ​ວ່າ ເມື່ອ​ເຮົາ​ຕົກ​ຢູ່​ພາຍ​ໃຕ້​ການ​ກົດ​ດັນ​ຈະ​ບໍ່​ມີ​ໃຜ​ເຊື່ອ​ຟັງ​ພະເຈົ້າ.—ອ່ານ 1 ໂກລິນໂທ 6:9, 10; 15:33

ຄວາມ​ຮັກ​ທີ່​ພະເຈົ້າ​ມີ​ຕໍ່​ມະນຸດ​ເປັນ​ສິ່ງ​ຄໍ້າ​ປະກັນ​ວ່າ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ​ລຳບາກ​ຈະ​ໝົດ​ໄປ. ຜູ້​ທີ່​ສະແດງ​ຄວາມ​ເຊື່ອ​ຢ່າງ​ນີ້​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ.—ອ່ານ​ໂຢຮັນ 3:16