ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 43

ຄຳ​ອະທິດຖານ​ຂອບໃຈ

ຄຳ​ອະທິດຖານ​ຂອບໃຈ

(ຄຳເພງ 95:2)

  1. 1. ໂອ້​ພະ​ເຢໂຫວາ​ຜູ້​ເປັນ​ພໍ່​ທີ່​ເມດຕາ

    ເຮົາ​ສັນ​ເສີນ​ແລະ​ຂອບໃຈ​ໂດຍ​ອະທິດຖານ

    ທີ່​ເຮົາ​ຮັບໃຊ້​ສຳເລັດ​ເພາະ​ໄວ້​ໃຈ​ພະອົງ

    ເຮົາ​ເຂັ້ມແຂງ​ຍ້ອນ​ພະອົງ​ເບິ່ງ​ແຍງ​ເມດຕາ

    ທຸກ​ວັນ​ເຮົາ​ເຮັດ​ຜິດ​ບາບ​ເພາະ​ວ່າ​ບໍ່​ສົມບູນ

    ເຮົາ​ຈຶ່ງ​ທູນ​ຂໍ​ໃຫ້​ອະໄພ​ເມື່ອ​ເຮັດ​ຜິດ

    ຂອບໃຈ​ຄ່າໄຖ່​ທີ່​ເຮັດ​ໃຫ້​ເຮົາ​ໄດ້​ຊີວິດ

    ຂອບໃຈ​ທີ່​ພະອົງ​ຮູ້​ວ່າ​ເຮົາ​ອ່ອນແອ

  2. 2. ເຮົາ​ຂອບໃຈ​ພະອົງ​ສະແດງ​ຄວາມ​ຮັກ​ເມດຕາ

    ເຮົາ​ຂອບໃຈ​ທີ່​ໃຫ້​ໄດ້​ໃກ້​ຊິດ​ພະອົງ

    ສອນ​ເຮົາ​ຮູ້ຈັກ​ພະອົງ​ແລະ​ໃຫ້​ເຮົາ​ຮັບໃຊ້

    ເຮັດ​ໃຫ້​ຮູ້​ວິທີ​ເປັນ​ຄົນ​ທີ່​ພັກດີ

    ຂອບໃຈ​ທີ່​ພະອົງ​ໃຫ້​ພະລັງ​ບໍລິສຸດ

    ເພື່ອ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ທີ່​ຈະ​ປະກາດ

    ຂໍ​ໃຫ້​ຂ້ອຍ​ຖ່ອມ​ໃຈ​ຮັບໃຊ້​ດ້ວຍ​ຄວາມ​ຍິນດີ

    ຂອບໃຈ​ທີ່​ພະອົງ​ຢູ່​ຂ້າງ​ຄົນ​ຖ່ອມ​ຕົວ

(ເບິ່ງ​ຕື່ມ ເພງ. 65:2, 4, 11; ຟີລິບ 4:6)