ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 39

ສ້າງ​ຊື່ສຽງ​ດີ​ກັບ​ພະເຈົ້າ

ສ້າງ​ຊື່ສຽງ​ດີ​ກັບ​ພະເຈົ້າ

(ຜູ້​ເທສະໜາ​ປ່າວ​ປະກາດ 7:1)

  1. 1. ໃນ​ຕະຫຼອດ​ຊີວິດ ເຮົາ​ຢາກ​ເຮັດ​ດີ​ທຸກ​ວັນ

    ໂດຍ​ສ້າງ​ຊື່ສຽງ​ດີ ເຊື່ອ​ຟັງ​ກົດ​ໝາຍ​ພະເຈົ້າ

    ເຮົາ​ພະຍາຍາມ​ເຮັດ​ດີ ເມື່ອ​ພະ​ເຢໂຫວາ​ເຫັນ

    ພະອົງ​ມີ​ຄວາມ​ສຸກ ແລະ​ຄວາມ​ຍິນດີ

  2. 2. ໂລກ​ນີ້​ຢາກ​ໃຫ້​ເຮົາ ສ້າງ​ຊື່ສຽງ​ໃຫ້​ຕົວ​ເອງ

    ໃຫ້​ຄົນ​ມາ​ຊື່ນຊົມ ສັນ​ເສີນ​ຍ້ອງ​ຍໍ​ຕົວ​ເຮົາ

    ຖ້າ​ເຮົາ​ເປັນ​ມິດ​ກັບ​ໂລກ ເຮົາ​ຈະ​ບໍ່​ມີ​ຄ່າ​ເລີຍ

    ບໍ່​ໄດ້​ການ​ຍອມ​ຮັບ ຈາກ​ເຢໂຫວາ

  3. 3. ເຮົາ​ຢາກ​ໃຫ້​ພະເຈົ້າ ຈົດ​ຈຳ​ຊື່​ຂອງ​ພວກ​ເຮົາ

    ແລະ​ເຮົາ​ຕ້ອງການ​ມີ ຊື່ສຽງ​ດີ​ໄປ​ຕະຫຼອດ

    ແລະ​ໄວ້​ໃຈ​ໃນ​ພະອົງ ພ້ອມ​ຈະ​ປົກ​ປ້ອງ​ຄວາມ​ຈິງ

    ຮັກສາ​ຊື່ສຽງ​ໄວ້ ຈົນ​ເຖິງ​ທີ່​ສຸດ