ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 16

ສັນ​ເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ

ສັນ​ເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ

(ຄຳປາກົດ 21:2)

  1. 1. ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ລູກ​ຊາຍ

    ປົກຄອງ​ເທິງ​ພວກ​ເຮົາ​ທຸກ​ຄົນ

    ການ​ປົກຄອງ​ທີ່​ມີ​ຄວາມ​ຍຸຕິທຳ

    ເພື່ອ​ເປັນ​ຕາມ​ທີ່​ພະເຈົ້າ​ຕ້ອງການ

    (ທ່ອນ​ຊ້ຳ)

    ສັນ​ເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ

    ເຊີດຊູ​ເຍຊູ​ຄລິດ​ຜູ້​ສັດ​ຊື່

    ພວກ​ເຮົາ​ຈະ​ພັກດີ​ແລະ​ຕິດ​ຕາມ​ເລື້ອຍ​ໄປ

    ເຊື່ອ​ຟັງ​ກົດ​ໝາຍ​ທຸກ​ຢ່າງ​ເລີຍ

    ສັນ​ເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ

    ໃຫ້​ທ່ານ​ຂຶ້ນ​ປົກຄອງ​ເທິງ​ສະຫວັນ

    ທ່ານ​ມີ​ຄວາມ​ຍິນດີ​ຍອມ​ຮັບ​ການ​ແຕ່ງ​ຕັ້ງ

    ໃຫ້​ກຽດ​ຊື່​ພະເຈົ້າ​ທ່ຽງ​ແທ້

  2. 2. ພີ່​ນ້ອງ​ຂອງ​ພະ​ຄລິດ​ກໍ​ເຊັ່ນ​ກັນ

    ພະເຈົ້າ​ໃຫ້​ພວກ​ເຂົາ​ເກີດ​ໃໝ່

    ເປັນ​ເຈົ້າ​ສາວ​ທີ່​ຈະ​ໄດ້​ຮ່ວມ​ປົກຄອງ

    ໃຫ້​ໂລກ​ໄດ້​ກາຍ​ເປັນ​ອຸທິຍານ

    (ທ່ອນ​ຊ້ຳ)

    ສັນ​ເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ

    ເຊີດຊູ​ເຍຊູ​ຄລິດ​ຜູ້​ສັດ​ຊື່

    ພວກ​ເຮົາ​ຈະ​ພັກດີ​ແລະ​ຕິດ​ຕາມ​ເລື້ອຍ​ໄປ

    ເຊື່ອ​ຟັງ​ກົດ​ໝາຍ​ທຸກ​ຢ່າງ​ເລີຍ

    ສັນ​ເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ

    ໃຫ້​ທ່ານ​ຂຶ້ນ​ປົກຄອງ​ເທິງ​ສະຫວັນ

    ທ່ານ​ມີ​ຄວາມ​ຍິນດີ​ຍອມ​ຮັບ​ການ​ແຕ່ງ​ຕັ້ງ

    ໃຫ້​ກຽດ​ຊື່​ພະເຈົ້າ​ທ່ຽງ​ແທ້