ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 150

ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

(ໂຊໂຟນີ 2:3)

  1. 1. ຫຼາຍ​ຊາດ​ໄດ້​ລວມ​ຕົວ​ກັນ ຕໍ່​ສູ້​ລູກ​ຊາຍ​ເຢໂຫວາ

    ເວລາ​ການ​ປົກຄອງ​ຂອງ​ພວກ​ເຂົາ ໃກ້​ຈະ​ເຖິງ​ວັນ​ອະວະສານ

    ເຫຼືອ​ເວລາ​ອີກ​ບໍ່​ດົນ ພະເຈົ້າ​ຕັ້ງ​ການ​ປົກຄອງ​ແລ້ວ

    ເວລາ​ພະ​ຄລິດ​ຈະ​ທຳລາຍ​ສັດຕູ ຈະ​ເກີດ​ຂຶ້ນ​ອີກ​ໃນ​ບໍ່​ຊ້າ

    (ທ່ອນ​ຊ້ຳ)

    ຊອກ​ຫາ​ພະເຈົ້າ ເພື່ອ​ເຈົ້າ​ຈະ​ລອດ

    ຄອຍ​ຖ້າ​ພະອົງ ດ້ວຍ​ຄວາມ​ໝັ້ນ​ໃຈ

    ຊອກ​ຫາ​ຄວາມ ຊອບທຳ

    ຈົ່ງ​ເປັນ​ຄົນ​ສັດ​ຊື່

    ເພິ່ງ​ອຳນາດ ພະອົງ ຢ່າ​ຫວັ່ນໄຫວ

    ພະເຈົ້າ​ຈະ​ຊ່ວຍ ພວກ​ເຮົາ​ໃຫ້​ລອດ

    ໂດຍ​ລິດເດດ​ພະອົງ

  2. 2. ທຸກ​ຄົນ​ຕ້ອງ​ເລືອກ​ຕອນ​ນີ້ ວ່າ​ຈະ​ຍອມ​ຮັບ​ເອົາ​ຂ່າວ​ດີ

    ທີ່​ເຮົາ​ໄດ້​ບອກ​ໃຫ້​ພວກ​ເຂົາ​ຟັງ ຫຼື​ຍັງ​ຈະ​ອວດ​ຍິ່ງ​ທະນົງ

    ການ​ທົດລອງ​ນັ້ນ​ຮຸນແຮງ ຢ່າ​ປ່ອຍ​ໃຫ້​ໃຈ​ເຮົາ​ຫວັ່ນໄຫວ

    ເຢໂຫວາ​ເບິ່ງ​ແຍງ​ຄົນ​ທີ່​ພັກດີ ພະອົງ​ຈະ​ຟັງ​ເຮົາ​ຮ້ອງ​ຂໍ

    (ທ່ອນ​ຊ້ຳ)

    ຊອກ​ຫາ​ພະເຈົ້າ ເພື່ອ​ເຈົ້າ​ຈະ​ລອດ

    ຄອຍ​ຖ້າ​ພະອົງ ດ້ວຍ​ຄວາມ​ໝັ້ນ​ໃຈ

    ຊອກ​ຫາ​ຄວາມ ຊອບທຳ

    ຈົ່ງ​ເປັນ​ຄົນ​ສັດ​ຊື່

    ເພິ່ງ​ອຳນາດ ພະອົງ ຢ່າ​ຫວັ່ນໄຫວ

    ພະເຈົ້າ​ຈະ​ຊ່ວຍ ພວກ​ເຮົາ​ໃຫ້​ລອດ

    ໂດຍ​ລິດເດດ​ພະອົງ